ກອງດົນຕີບູຮານດົງກິງສ້າງຄວາມໃໝ່ອ່ຽມໃຫ້ດົນຕີພື້ນເມືອງ

(VOVWORLD) - ໃນສາມປີຜ່ານມາ, ກອງດົນຕີບູຮານດົງກິງ ໄດ້ນຳໃຊ້ດົນຕີພື້ນເມືອງເພື່ອປະສານສຽງ ໃນລາຍການຕ່າງໆຄື: “ລາຍການດົນຕີໃນຄຸ້ມເມືອງເກົ່າ“, “ລາຍການອ່ານກາບກອນ ຫງວຽນຢູຍ, ກາບກອນເຢຍລະມັນ“, ຫຼືນຳເອົາດົນຕີ ຈິ້ງກົງເຊີນ ມາປະສານສຽງພ້ອມກັບດົນຕີບູຮານ ເຫວ໋. ບັນດາການເຄື່ອນໄຫວເຫຼົ່ານັ້ນແມ່ນຄວາມເມົາມົວ ເຮັດໃໝ່ດົນຕີພື້ນເມືອງຂອງບັນດານັກສິລະປະໃນກອງນີ້.
ກອງດົນຕີບູຮານດົງກິງສ້າງຄວາມໃໝ່ອ່ຽມໃຫ້ດົນຕີພື້ນເມືອງ - ảnh 1 ກອງດົນຕີບູຮານດົງກິງສ້າງຄວາມໃໝ່ອ່ຽມໃຫ້ດົນຕີພື້ນເມືອງ

 ເດືອນພຶດສະພາ 2015, ໃນບໍລິເວນວັດທະນະທຳຢູ່ຄຸ້ມເມືອງເກົ່າ ເລກທີ 50 ຖະໜົນດ່າວຢູຍຕື່, ເມືອງ ຮ່ວານກ໋ຽມ, ຮ່າໂນ້ຍ, ຟົດຟື້ນໄປດ້ວຍສຽງດົນຕີ, ເມື່ອກອງດົນຕີບູຮານ ດົງກິງຈັດລາຍການສະແດງ “ດົນຕີໃນຄຸ້ມເມືອງເກົ່າ“ ເປັນເທື່ອທຳອິດ. ໂດຍບໍ່ນຳໃຊ້ອຸປະກອນຂະຫຍາຍສຽງ, ບັນດານັກສິລະປິນມີແຕ່ຂັບຮ້ອງປະສານກັບສຽງດົນຕີພື້ນເມືອງເທົ່ານັ້ນ, ແຕ່ຜູ້ຟັງສາມາດຮູ້ສຶກໄດ້ເຖິງຄວາມເລິກແລບ ແລະ ອອນຊອນໃນສຽງເພງ. ນັກສິລະປິນ ດ່າມກວາງມິງ, ຜູ້ກໍ່ຕັ້ງກອງດົນຕີບູຮານດົງກິງ, ໃຫ້ຮູ້ວ່າ:

“ໃນກອງດົນຕີນີ້ມີນັກສິລະປິນທີ່ມີຊື່ສຽງຫຼາຍຄົນຄື: ນັກສິລະປິນປະຊາຊົນ ຊວນແຮວກ, ນັກສິລະປິນປະຊາຊົນ ແທງຮ່ວາຍ, ນັກສິລະປິນປະຊາຊົນ ມິງກ໋າຍ, ນັກສິລະປິນດີເດັ່ນ ທູ໋ຍເງິ່ນ…, ເຊິ່ງແມ່ນບັນດາຜູ້ທີ່ມີປະສົບການກ່ຽວກັບຮ້ອງເພງ ແລະ ດົນຕີພື້ນເມືອງຂອງ ຫວຽດນາມ. ເຖິງວ່າກອງດົນຕີຂອງຂ້າພະເຈົ້າຈະນ້ອຍກໍ່ຕາມ, ແຕ່ລະດັບອາຊີບດ້ານດົນຕີພື້ນເມືອງພັດສູງທີ່ສຸດ. ເຂົາເຈົ້າໄດ້ເຕົ້າໂຮມກັນຍ້ອນມີຄວາມນິຍົມດົນຕີ. ທີໜຶ່ງແມ່ນນຳໃຊ້ດົນຕີບູຮານ, ທີສອງແມ່ນພັດທະນາດົນຕີບູຮານໃຫ້ເໝາະສົມກັບຍຸກສະໄໝ“.

ຜ່ານລາຍການ “ດົນຕີໃນຄຸ້ມເມືອງເກົ່າ“ ເຊິ່ງກອງດົນຕີບູຮານດົງກິງສະແດງໃນໜຶ່ງກວ່າປີທີ່ຜ່ານມານັ້ນ. ຜູ້ຊົມຈະໄດ້ຮັບການແນະນຳບັນດາຮູບການສິລະປະຕ່າງໆຄື: ຂັບແຈ່ວ, ຂັບຕ່ວງ, ຂັບກາຈູ່, ອ່ານກາບກອນ… ຄວາມລະອຽດລະອໍນັບແຕ່ວິທີຂັບຮ້ອງ, ລີລາການສະແດງ, ຕະຫຼອດຮອດສຽງດົນຕີພື້ນເມືອງທີ່ອອນຊອນນັ້ນໄດ້ສ້າງຄວາມປະທັບໃຈໃຫ້ແກ່ຜູ້ຟັງ…

        ກອງດົນຕີດົງກິງໄດ້ນຳໃຊ້ດົນຕີພື້ນເມືອງໃນບັນດາລາຍການສະແດງດົນຕີບູຮານ, ບໍ່ພຽງແຕ່ຢູ່ພາຍໃນປະເທດເທົ່ານັ້ນ, ຫາກຍັງສະແດງຢູ່ຕ່າງປະເທດອີກດ້ວຍ. ນອກນັ້ນກອງດົນຕີກໍ່ນຳບັນດາບົດເພງຂອງ ຈິ້ງກົງເຊີນ ເຂົ້າໃນລາຍການສະແດງດົນຕີພື້ນເມືອງ ເຫວ໋ຄື: ລາຍການ “ດົນຕີກຸງເກົ່າເຫວ໋“ ກໍ່ຄືປະສານສົມທົບລະຫວ່າງດົນຕີບູຮານກັບກາບກອນ ຂອງ ຫງວຽນຢູຍ ໃນລາຍການ “ສຽງກ່ອມໄມ້ໄຜ່ຂຽວ“, ຫຼືກັບບົດກະວີຂອງ Jan Wagner, ບົດກະວີຂອງ Henric Heiner ອີກ.

ທ້າຍປີ 2017, ກອງດົນຕີບູຮານດົງກິງພ້ອມກັບກອງດົນຕີທັນສະໄໝ ຮ່າໂນ້ຍ ຈັດຕັ້ງລາຍການດົນຕີປະສານສຽງ “ແວ່ນແຍງທີ່ລະລຶກ“ ຢູ່ຫ້ອງດົນຕີປະສານສຽງຂະໜາດໃຫຍ່ຂອງສະຖາບັນດົນຕີແຫ່ງຊາດ ຫວຽດນາມ. ດ້ວຍການສະແດງດົນຕີບູຮານຄື: ສຽງໝູ່ບ້ານ, ກາຈູ່… ດ້ວຍການບັນຊາຂອງນັກດົນຕີທີ່ມີຊື່ສຽງ Jeff Von der Schmidt, ກອງດົນຕີໄດ້ປະຕິບັດທົດລອງການປະສານສຽງລະຫວ່າງດົນຕີ, ທຳນອງເພງພື້ນເມືອງ ກັບດົນຕີທັນສະໄໝ, ເພື່ອສ້າງເປັນລາຍການເຊື່ອມຕໍ່ລະຫວ່າງດົນຕີ ຫວຽດນາມ ກັບດົນຕີຝ່າຍຕາເວັນຕົກ.

ກອງດົນຕີບູຮານດົງກິງສ້າງຄວາມໃໝ່ອ່ຽມໃຫ້ດົນຕີພື້ນເມືອງ - ảnh 2 ກອງດົນຕີບູຮານດົງກິງສ້າງຄວາມໃໝ່ອ່ຽມໃຫ້ດົນຕີພື້ນເມືອງ

ພາຍຫຼັງປະຕິບັດທົດລອງ ແລະ ໄດ້ຮັບການສະໜັບສະໜູນຈາກຜູ້ຊົມ, ບັນດາສະມາຊິກໃນວົງດົນຕີບູຮານດົງກິງເຂົ້າໃຈໄດ້ວ່າ, ດົນຕີພື້ນເມືອງຍັງມີກຳລັງຄວາມສາມາດມະຫັດສະຈັນຢູ່, ເມື່ອນຳ້ສຽງສະອອນໃຈຂອງມັນໄດ້ເຊື່ອມຕໍ່ກັບດວງວີນຍານຂອງຜູ້ຟັງແຕ່ລະຄົນ, ໂດຍບໍ່ຈຳແນກຊົນຊາດ, ຜິວໜັງ, ບູຮານຫຼືປັດຈຸບັນ. ແຕ່ສິ່ງສຳຄັນນັ້ນແມ່ນຕ້ອງເຄົາລົບ, ຮັກສາ ແລະ ເສີມຂະຫຍາຍດົນຕີພື້ນເມືອງນັ້ນຄືແນວໃດເທົ່ານັ້ນ. ຫວູເຍິດເຕິນ, ສະມາຊິກຂອງກອງດົນຕີບູຮານດົງກິງ, ແບ່ງປັນວ່າ:

“ພວກຂ້າພະເຈົ້າຈະລົງເລິກເຂົ້າໃນການຄົ້ນຄ້ວາດົນຕີພື້ນເມືອງ, ກ້າວໄປເຖິງການກໍ່ສ້າງລະບົບທິດສະດີກ່ຽວກັບດົນຕີພື້ນເມືອງໃນປະຫວັດສາດ. ນີ້ແມ່ນວຽກງານອັນໃຫຍ່ຫຼວງ ແລະ ຍາວນານ. ຄຽງຂ້າງນັ້ນຍັງຈັດຕັ້ງບັນດາລາຍການສະແດງ, ງານພົບປະແລກປ່ຽນຕື່ມອີກ. ພວກຂ້າພະເຈົ້າຫວັງວ່າຈະມີຮຸ່ນໜຸ່ນສືບທອດດົນຕີພື້ນເມືອງດ້ວຍເຄື່ອງດົນຕີພື້ນເມືອງ ແລະ ສຽງຂັບຮ້ອງແທ້“.

ດ້ວຍຄວາມມານະພະຍາຍາມປະຕິບັດທົດລອງໃນສອງ, ສາມປີຜ່ານມາ ໂດຍປອດກຳໄລນັ້ນ, ບັນດານັກສິລະປິນຂອງກອງດົນຕີບູຮານດົງກິງ ພວມຊ່ວຍໃຫ້ຜູ້ຊົມ ຫວຽດນາມມີຄວາມໃກ້ຊິດກັບດົນຕີຝ່າຍຕາເວັນຕົກກວ່າ, ເປີດທິດທາງພັດທະນາທີ່ໃໝ່ອ່ຽມໃຫ້ດົນຕີພື້ນເມືອງຂອງຊາດ, ເພີ່ມພະລັງຊີວິດໃໝ່ຕື່ມອີກໃຫ້ດົນຕີພື້ນເມືອງໃນຕະຫຼາດດົນຕີປັດຈຸບັນນີ້.

ຕອບກັບ

ຂ່າວ/ບົດ​ອື່ນ