(VOVWORLD) -ໃນຂະນະທີ່ສຽງແຄນພວມນັບມື້ນັບຖືສູນຫາຍໄປຫຼາຍຢູ່ໝູ່ບ້ານຂອງຊາວເຜົ່າມົ້ງນັ້ນ, ຢູ່ບ້ານ ຕາໂຊ່ ຕາແສງ ໝົກເຈົາ ແຂວງ ເຊີນລາ ປະຊາຊົນພວມເຮັດວຽກງານຮັກສາ ແລະ ຖ່າຍຖອດສຽງແຄນເປັນຢ່າງດີ. ຄວາມຫວັງຂອງເຂົາເຈົ້າແມ່ນສຽງແຄນສືບຕໍ່ກັງວານຂຶ້ນໃນງານບຸນ ເຊື່ອມຕໍ່ຈິດວິນຍານ ແລະ ພ້ອມກັນພັດທະນາໃນອະນາຄົດ
ສຽງແຄນກັງວານຂຶ້ນໃນງານບຸນ |
ບັນດາອ້າຍບ່າວຊາວເຜົ່າມົ້ງ ໃນຊຸດອາພອນປະຈຳເຜົ່າ, ພວກເປົ່າແຄນສົ່ງສຽງໄປທົ່ວເຂດ, ຂາທັງຄູ່ກໍ່ເຄືອນເໜັງຕາມຈັງຫວະວາດຟ້ອນ, ເມື່ອມີງານບຸນ ຫຼື ໂອກາດພິເສດ, ພວກອ້າຍບ່າວໃນບ້ານກໍ່ພາກັນສະແດງຮັບໃຊ້ແຂກທ່ອງທ່ຽທັງຢູ່ໃກ້ ແລະ ໄກ ຊ່ວຍໃຫ້ເຂົາເຈົ້າເພີ່ມຄວາມເຂົ້າໃຈກ່ຽວກັບສີສັນວັດທະນະທຳຂອງຊາວເຜົ່າມົ້ງ.
ເຖິງວ່າ ຕ້ອງເດີນທາງນັບ 10 ກິໂລແມັດ ເພື່ອສະແດງກໍ່ຕາມ ແຕ່ໃນໂອກາດເຊັ່ນນີ້ກໍ່ໄດ້ສ້າງກຳລັງໜູນຕື່ມອີກ ເພື່ອໃຫ້ອ້າຍບ່າວຝຶກແອບ ແລະ ຮັກສາມໍລະດົກອັນລ້ຳຄ່າຂອງປູ່ຍ່າຕາຍາຍໄດ້ມອບໃຫ້. ອ້າຍ ມົ່ວອາກົ່ວ ຢູ່ບ້ານ ຕາໂຊ່ ໃຫ້ຮູ້ວ່າ,
“ໃນບ້ານກໍ່ມີກອງແຄນ, ເຮົາກໍ່ຮັກສາການຝຶກແອບເພື່ອຮ່ຳຮຽນ ແລະ ເຮົາກໍ່ສາມັກຄີກັນ ເມື່ອໃດມີແຂກທ່ອງທ່ຽວມາຢ້ຽມຢາມ ຫຼື ມີງານບຸນ ພວກເຮົາກໍ່ລະດົມກຳລັງໄປຟ້ອນ ໃຫ້ເຂົາເຈົ້າຮັບຊົມ ຫຼື ເຮົາໄປສະແດງເພື່ອຮັກສາສີສັນວັດທະນະທຳຂອງເຜົ່າຕົນ”.
ສຳລັບຊາວເຜົ່າມົ້ງແລ້ວ ສຽງແຄນມີຄວາມໝາຍສຳຄັນທີ່ສຸດໃນການດຳລົງຊີວິດ ແລະມີຄຸນຄ່າທາງດ້ານຈິດວິນຍານ. ເພາະສະນັ້ນໃນງານສົບ ແມ່ນຂາດສຽງແຄນບໍ່ໄດ້. ສ່ວນສຽງແຄນທີ່ຟົດຟື້ນມ່ວນຊື່ນ ຈະກັງວານຂຶ້ນໃນງານບຸນ, ບຸນເຕັດ ຫຼື ໃນໂອກາດທີ່ອ້າຍບ່າວສະແດງຄວາມເກັ່ງກ້າສາມາດຕໍ່ພວກນາງສາວທີ່ໜ້າຮັກ. ທ່ານ ມົ່ວອາຈົ໊ງ ຜູ້ເປົ່າແຄນທີ່ມີອາຍຸສູງ ໃຫ້ຮູ້ວ່າ:
“ຊີວິດການເປັນຢູ່ຂອງຊາວເຜົ່າມົ້ງນັບແຕ່ປາງກ່ອນ ໄດ້ຕິດພັນກັບສຽງແຄນ. ໃນງານສົບ, ວິທີໄຫວ້ບູຊາ, ໃນບຸນເຕັດກໍ່ຕ້ອງມີສຽງແຄນຈື່ງມ່ວນຊື່ນ”.
ໂດຍແມ່ນລູກຊາຍຂອງທ່ານ ມົ່ວອາຈົ໊ງ, ອ້າຍ ມົ່ວອາກົ່ວ ໄດ້ເລີ່ມຮຽນເປົ່າແຄນນຳພໍ່ ນັບແຕ່ຄາວອາຍຸ 15 ປີ. ຮອດຄາວອາຍຸ 20 ປີ ອ້າຍກໍ່ໄດ້ກາຍເປັນນັກເປົ່າແຄນ ຊ່ວຍຄອບຄົວເປົ່າແຄນໃນໂອກາດງານສົບ, ງານບຸນ. ມາຮອດປັດຈຸບັນ ອ້າຍ ກົ່ວ ໄດ້ຜູກພັນກັບສຽງແຄນເປັນເວລາ 30 ແລ້ວ. ກ່ອນນີ້ສອງສາມປີ ເມື່ອເຫັນວ່າໝູ່ບ້ານມີຜູ້ເປົ່າແຄນອາຍຸສູງທີ່ມີຄວາມຊຳນານງານຍັງເຫຼືອພຽງສອງສມຄົນເທົ່ານັ້ນ ພ້ອມກັນນັ້ນໄວໝຸ່ກໍ່ບໍ່ເທົ່າໃດຄົນສົນໃຈ. ຫາກວ່າຜູ້ມີອາຍຸສູງເຖິງແກ່ມໍລະນະກຳໝົດແລ້ວ ບໍ່ກໍ່ມີໃຜຖ່າຍທອດໃຫ້ໄວໜຸ່ມ. ເພາະສະນັ້ນອ້າຍໄດ້ຊອກຫາບັນດາຜູ້ທີ່ຍັງໜຸ່ມແໜ້ນມີພອນສະຫວັນ ເພື່ອໂຄສະນາໃຫ້ເຂົາເຈົ້າ ກ່ຽວກັບຄຸນຄ່າຂອງສຽງແຄນທີ່ມີຕໍ່ເຜົ່າຕົນ ພ້ອມທັງໄດ້ສອນເປົ່າແຄນໃຫ້ເຂົ່າເຈົ້າ ແລະ ຄ່ອຍໆໄດ້ຂະຫຍາຍເປັນກອງແຄນສະເພາະຂອງໝູ່ບ້ານ. ອ້າຍ ມົ່ວອາກົ່ວ ໃຫ້ຮູ້ຕື່ມອີກວ່າ:
“ເຈົ້າຮັກສາ ແລະ ຜູກພັນກັບສີສັນຂອງເຜົ່າຕົນ. ເຮົາທັງເປົ່າແຄນ ທັງຮຽກຮ້ອງໃຫ້ພວກຫຼານພ້ອມກັນຮໍ່າຮຽນ, ຫຼານຄົນໃດມັກຮຽນກໍ່ສອນໃຫ້ພວກຫຼານຮູ້ຈັກເປົ່າແຄນ ເພື່ອໃນອະນາຄົດກໍ່ສາມາດຮັກສາສີສັນຂອງເຜົ່າຕົນໄດ້”.
ປັດຈຸບັນກອງແຄນ, ຟ້ອນແຄນຂອງບ້ານ ຕາໂຊ່ ມີປະມານ 15 ຄົນ. ເມື່ອມີເວລາວ່າງພາຍຫຼັງເຮັດໄຮ່ໄຖນາດ້ວຍຄວາມລຳບາກ, ທຸກໆຄົນກໍ່ໄດ້ເຕົ້າໂຮມກັນ ເພື່ອຮຽນເປົ່າແຄນ. ຮຽນເປົ່າແຄນກໍ່ຍາກທີ່ສຸດ ດັ່ງນັ້ນທັງຜູ້ຮຽນ ແລະ ສອນກໍ່ຕ້ອງມີຄວາມມານະອົດທົນຊ່ວຍກັນເຂົ້າໃຈ ແລະ ຄ່ອຍໆເປັນເຈົ້າສຽງແຄນ. ອ້າຍ ມົ່ວອາຄື໋ ສັງກັດກອງແຄນ ບ້ານ ຕາໂຊ່ ໃຫ້ຮູ້ວ່າ,
“ເຮົາມັກສຽງແຄນທີ່ສຸດ ດັ່ງນັ້ນຈຶ່ງໄປຮຽນ, ຮຽນສາມປີຈຶ່ງສາມາດເປົ່າແຄນໄດ້. ຂ້າພະເຈົ້າໄປຮຽນ ເພື່ອໃນພາຍພາກໜ້າຈະຖ່າຍທອດໃຫ້ພວກລູກຫຼານໃນຄອບຄົວຂອງຕົນ ເພື່ອຮູ້ຈັກ ແລະ ຮັກສາຮີດຄອງປະເພນີຂອງເຜົ່າຕົນ”.
ປັດຈຸບັນ ຢູ່ບ້ານ ຕາໂຊ່ ມີຫຼາຍຄົນພວມມານະອົດທົນດຸໝັ່ນສອນເປົ່າແຄນໃຫ້ແກ່ໄວໜຸ່ມໃນໜູ່ບ້ານ ເຊິ່ງບໍ່ພຽງແຕ່ນຳຄວາມຊົງຈຳຂອງປູຍ່າຕາຍາຍມາໃຫ້ເທົ່ານັ້ນ ຫາກຍັງຈະພັນທະນາພ້ອມກັບໝູ່ບ້ານສະແດງໃຫ້ເຫັນຄວາມງາມທາງດ້ານຈິດວິນຍານຂອງຊາວເຜົ່າມົ້ງອີກດ້ວຍ.