ການວາງສະແດງບູຮານຄະດີເປັນການເພີ່ມຄຸນຄ່າອັນໂດດເດັ່ນທົ່ວໂລກຂອງເຂດມໍລະດົກພະລາດຊະວັງທັງລອງ


(vovworld)- ເຂດ​ວາງ​ສະ​ແດງ “ບັນ​ດາການ​ຄົ້ນ​​ຫາບູ​ຮານ​ຄະ​ດີ​ໃຕ້​ດິນ​​ຢູ່ ບໍ​ລິ​ເວນຫໍ​​ປ​ຊຸມສະ​ພາ​ແຫ່ງ​ຊາດ” ໄດ້​​ນຳເຂົ້າ​ເຄື່ອນ​ໄຫວ​ຢ່າງ​ເປັນ​ທາງ​ການ​ນັບ​ແຕ່​ເດືອນ 5/2016 ເປັນ​ຕົ້ນ​ໄປ. ນີ້​ໄດ້​ຮັບ​ຖື​ວ່າ​ແມ່ນ​ຫໍ​ພິ​ພິ​ທ​ະ​ພັນ​ບູ​ຮານ​ຄະ​ດີ​ແຫ່ງ​ທຳ​ອິດ​ຢູ່​ຫວຽດ​ນາມ ໂດຍ​ສະ​ພາ​ມະ​ຫາ​ບັນ​ດິດ​ວິ​ທະ​ຍາ​ສາດ​ສັງ​ຄົມ​ຫວຽດ​ນາມ​ປະ​ຕິ​ບັດ.  

 

ການວາງສະແດງບູຮານຄະດີເປັນການເພີ່ມຄຸນຄ່າອັນໂດດເດັ່ນທົ່ວໂລກຂອງເຂດມໍລະດົກພະລາດຊະວັງທັງລອງ - ảnh 1
ການ​ວາງ​ສະ​ແດງ​ເຄື່ອງ​ບູ​ຮານ​ຄະ​ດີ​ຢູ່​ຊັ້ນ 2

        ການ​ວາງ​ສະ​ແດງ “​ບັນ​ດາການ​ຄົ້ນ​​ຫາບູ​ຮານ​ຄະ​ດີ​ໃຕ້​ດິນ​ຢູ່​ ບໍລິ​ເວນຫໍ​​ປ​ະຊຸມສະ​ພາ​ແຫ່ງ​ຊາດ ດ້ວຍ ​ຮ່ອງ​ຮອຍ 140 ຢ່າງ ພ້ອມ​ກັບ​ເຄື່ອງ ວັດ​ຖຸ​ບູ​ຮານ ນັບ​ພັນໆ​​ຢ່າງທີ່​ມີ​ມາ​ໃນ​ຫລາຍ​ສະ​ໄຫມ ແລະ ຖືກ​ຕັ້ງ​ຢ່າງ​ກ່າຍກອງ​ກັນ​. ເພື່ອ​ສ້າງ​​ເປັນ​ຄວາເຊື່ອມ​ຈອດຢ່າງ​ກົມ​ກຽວ​ລະ​ຫວ່າງ​​ບູ​ຮານ ແລະ ທັນ​ສະ​ໄຫມ, ລັດ​ຫວຽດ​ນາມ ມີ​ແຜນ​ນະ​ໂຍ​ບາຍ​ສະ​ຫງວນ​ທີ່​ດິນ​ສ່ວນ​ຫນຶ່ງ​​ຢູ່​ ຊັ້ນໃຕ້​ດິນ​ຂ​ອງ​ ​ ບໍລິ​ເວນຫໍ​​ປ​ະຊຸມສະ​ພາ​ແຫ່ງ​ຊາດ ​ເພື່ອ ເປັນ​ບ່ອນ​ວາງ​ສະ​ແດງ​ບັນ​ດາ​ການ​ຄົ້ນ​ຫາບູ​ຮານ​ຄະ​ດີ​ກ່ຽວ​ກັບ​ເຂດ​ພະ​ລາດ​ຊະ​ວັງ​ທັງ​ລອງ, ແນ​ໃສ່​​ສ້າງ​ພາບ​ພົດ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ, ປະ​ກອບ​ສ່ວນ​ໂຄ​ສະ​ນາ​ຄຸນ​ຄ່າ​ມໍ​ລະ​ດົກ​ພະ​ລາດ​ຊະ​ວັງ ທັງ​ລອງ ໃຫ້ແກ່​ນັກ​ທ່ອງ​ທ່ຽວ​ພາຍ​ໃນ ແລະ ຕ່າງ​ປະ​ເທດ. ເນື້ອ​ໃນ​ຕົ້ນ​ຕໍ​ຂອງ​ເຂດ​ວາງ​ສະ​ແດງນີ້ ແມ່ນ​ແນະ​ນຳ​ຮ່ອງ​ຮອຍ, ເຄື່ອງວັດ​ຖຸ​ບູ​ຮານທີ່​ໂດດ​ເດັ່ນ, ເປັນ​ເອ​ກະ​ລັກ​​ສະ​ເພາະພິ​ເສດ​ທີ່​ສຸດ​ຊື່ງ​​ໄດ້​ຮັບ​ການຂຸດ​ຄົ້ນ​​ມາໄດ້​ຢູ່​ບໍ​ລິ​ເວນກໍ່​ສ້າງ ​​ ບໍລິ​ເວນຫໍ​​ປ​ະຊຸມສະ​ພາ​ແຫ່ງ​ຊາດ ​ໃນ​ຊຸມ​ປີ 2008-2009 ​ຢູ່​ໃຕ​້​ຊັ້ນ​ໃຕ້​ດິນ​ຂອງ​ອາ​ຄານ​ຫລັງ​ນີ້. ການ​ວາງ​ສະ​ແດງ​ແມ່ນ​ແນະ​ນຳ​ຕາມ​ໄລ​ຍະ​ເວ​ລາ. ຮູບ​ການ​ວາງ​ສະ​ແດງແມ່ນ​ປະ​ສົມ​ປະ​ສານ​ລະ​ຫວ່າງ​ຮ່ອງ​ຮອຍ ແລະ ເຄື່ອງວັດ​ຖຸ​ບູ​ຮານ, ໃນ​ນັ້ນ ຮ່ອງ​ຮອຍ​ໄດ້​ຮັບ​ຖື​ວ່າ​ແມ່ນ​ຈຸດ​ສຸມ, ວັດ​ຖຸ​ບູ​ຮານ​ໄດ້​ຮັບ​ຖື​ວ່າ​ແມ່ນ​ສິ່ງ​ສຳ​ຄັນ​ທີ່ແນະ​ນຳ​ຢູ່​ເຂດ​ປູ​ຊະ​ນີ​ຍະ​ສະ​ຖານ. ຮູບ​ການ​​ວາງ​ສະ​ແດງ​ນີ້ ແມ່ນ​ເພ​ື່ອນ​ຳ​ມາ​ເຊິ່ງ​ບັນ​ດາ​ຄວາມ​ຮູ້​ສຶກ ແລະ ຄວາມ​ປະ​ທັບ​ໃຈ​ຜ່ານ​ແຕ່​ລະ​ເຂດ​ວາງ​ສະ​ແດງ. ຮອງ​ສາດ​ສະ​ດາ​ຈານ, ດ​ຣ ບູ່ຍ​ມີງ​ຈີ, ຜູ້​ອຳ​ນວຍ​ການ​ສູນ​ຄົ້ນ​ຄ້​ວາ​ພະ​ລາດ​ຊະ​ວັງ, ສະ​ພາ​ມະ​ຫາ​ບັນ​ດິດ ​ວິ​ທະ​ຍາ​ສາດ​ສັງ​ຄົມ​ຫວຽດ​ນາມ ໃຫ້​ຮູ້​ວ່າ:

        “ ພວກ​ຂ້າ​ພະ​ເຈົ້າ​ໄດ້​ມີ​ແນວ​ຄວາມ​ຄິດ​​ວ່າ ເຮັດ​ແນວ​ໃດ​ເພື່ອວາດ​ພາບ​ໄດ້​ປູ​ຊະ​ນີ​ຍະ​ສະ​ຖານ​ນີ້​ໃຫ້​ມີ​ຊີ​ວິດ​ຊີ​ວາ​ທີ່​ສຸດ, ​ມີ​ຄວາມເຂົ້າ​ໃຈ​ງ່າຍ​ສຸດ, ນຳ​ມາ​ໃຫ້​ສາ​ທາ​ລະ​ນະ​ຊົນ​ຄວາມ​ຮູ້​ສຶກ​ອັນ​ເລິກ​ເຊິ່ງ​ທີ່​ສຸດ ແລະ ນຶກ​ເຫັນບັນ​ດາ​ຄຸນ​ຄ່າ​​ການຄົ້ນ​ພົບ​​ເຄື່ອງບູ​ຮານ​ຄະ​ດີ, ເຂົ້າ​ໃຈ​ໄດ້​ຂອ​ບ​ຂະ​ຫນາດ​ບັນ​ດາ​ກິດ​ຈະ​ກຳ​ສະ​ຖາ​ປັດ​ຕະ​ຍະ​ກຳ​ກໍ​ຄື​ເຕັກ​ນິກ​​ໃນການກໍ່​ສ້າງ ພ້ອມ​ກັບ​ບັນ​ດາ​ວັດ​ຖຸ​ພັນ​ທີ່​ຊອ​ກ​ເຫັນ​ໄດ້​ຢູ່​ປູ​ຊະ​ນີ​ຍະ​ສະ​ຖານ​ແຫ່ງນີ້.”

ການວາງສະແດງບູຮານຄະດີເປັນການເພີ່ມຄຸນຄ່າອັນໂດດເດັ່ນທົ່ວໂລກຂອງເຂດມໍລະດົກພະລາດຊະວັງທັງລອງ - ảnh 2
ຮູບ​ພາບ​ເຮັດ​ດ້ວຍ​ປ່ຽງ​ດິນ​ຈີ,ດິນ​ຂໍ

        ໃນ​ບໍ​ລິ​ເວນ​ວາງ​ສະ​ແດງ​ຢູ່​ຊັ້ນ​ໃຕ້​ດິນ ລ້ວນ​ແຕ່​ມີ​ຈຸດ​ທີ່​ພົ້ນ​ເດັ່ນ​ ສ້າງ​ເປັນ​ຄວາມ​ເປັນ​ເອ​ກະ​ລັກ​ພິ​ເສດສະ​ເພາະ ພ້ອມ​ກັບ​ບັນ​ດາ​ເລື່ອງ​ລາວ​ກ່ຽວ​ກັບ​ປ​ະ​ຫວັດ​ຄ​ວາມ​ເປັນ​ມາ​ໃນ​ການ​ຄົ້ນ​ພົບ​ວັດ​ຖຸ​ບູ​ຮານ​ໃຕ້​ດິນ​ກ່ຽວ​ກັບ​ພະ​ລາດ​ຊະ​ວັງ​ທັງ​ລອງ​ໃນ​ເມື່ອ​ກ່ອນ. ແນວ​ຄວາມ​ຄິດ​ວາງ​ສະ​ແດ​ງ​ຢູ່​ທີ່ນີ້ ແມ່ນ​ແບ່ງ​ຕາມ​ຊັ້ນ​ດິນ​ບູ​ຮານ​ຄະ​ດີ​, ຕາມ​ການ​ຜັນ​ແປ​ຂອງ​ການ​ເວ​ລາ​ນັບ​ແຕ່​ໄລ​ຍະ​ກ່ອນມາ​ຮອດ​ໄລ​ຍະ​ຫລັງ ສະ​ນັ້ນ  ຊັ້ນ​ໃຕ້​ດິນ​ຊັ້ນ 2 ແມ່ນ​ວາງ​ສະ​ແດງ​ເຄື່ອງວັດ​ຖຸ​ບູ​ຮານ​ກ່ຽວ​ກັ​ບ​ໄລ​ຍະ​ກ່ອນ​ທີ່​ເຈົ້າ​ຊີ​ວິດ ລີ​ກົງ​ອວນ ຍ້າຍ​ເມືອງ​ຫລວງ​ມາ​ຕັ້ງ​ຢູ່​ທັງ​ລອງ, ສ່ວ​ນ​ຢູ່ຊັ້ນ​ໃຕ​້​ດິນ ​ຊັ້ນ 1 ແມ່ນ​ວາງ​ສະ​ແດງວັດ​ຖຸ​ບູ​ຮານ​ສະ​ໄຫມ ຫລັງ​ປີ 1010 ພາ​ຍ​ຫລັງ ເຈົ້າ​ຊີ​ວິດ ລີ​ກົງ​ອ​ວນ ຍ້າຍ​ເມືອງ​ຫລວງ​ມາ​ຕັ້ງ​ຢູ່ ທັງ​ລອງ. ຢູ່​ຊັ້ນ​ໃຕ້​ດິນ ແຕ່​ລະ​ຊັ້ນ ແລະ ແຕ່​ລະ​ບໍ​ລິ​ເວນ​ວາ​ງ​ສະ​ແດງ ພັດ​ມີ​ບັນ​ດາ​ຈຸດ​ພົ້ນ​ເດັ່ນ​ເພື່ອ​ນຳ​ມາ​ເຊິ່ງ​ບັນ​ດາ​ຄວາມ​ຮູ້​ສຶກ, ຄວາມ​ປະ​ທັບ​ໃຈ ມາ​ໃຫ້​ສາ​ທາ​ລະ​ນະ​ຊົນ​ແບບ​ທຳ​ມະ​ຊາດ​ ແລະ ສະ​ແດງ​ໃຫ້​ເຫັນ​ບັນ​ດາ​ຄຸນ​ຄ່າ​ທີ່ໂດດ​ເດັ່ນ​ຂອງມ​ໍ​ລະ​ດົກ​. ຮອງ​ສາດ​ສະ​ດາ​ຈານ, ດ​ຣ ບູ່ຍ​ມີງ​ຈີ ເນັ້ນ​ຫນັກ​ວ່າ:

        “ນີ້​ແມ່ນ​ບັນ​ດາ​ຮູບ​ພາບ​ທຳ​ອິດ​ເພື່ອ​ໃຫ້​ພວກ​ເຮົາ​ມີ​ຄວາມ​ຮູ​້​ສຶກ​ຢ່າງ​ເລິກ​ເຊິ່ງ​ກ່ຽວ​ກັບ​ສະ​ຖາ​ປັດ​ຕະ​ຍະ​ກຳ​ ວັງ​ ຂອງ​ສະ​ໄຫມ​ລາດ​ຊະ​ວົງ​ ລີ. ພວກ​ເຮົາ​ມີ​ຄວາມ​ເອກ​ອ້າງ​ທະ​ນົງ​ໃຈ​ວ່າ ສະ​ໄຫມ​ລາດ​ຊະ​ວົງ ລີ ໄດ້​ມີ​ຫົວ​ຄິດ​ປະ​ດິດ​ສ້າງ ກໍ່​ສ້າງ​ພື້ນ​ຖານ​ສະ​ຖາ​ປັດ​ຕະ​​ຍະ​ກຳທີ່ມີ​ຄຸນ​​ຄ່າສະ​ເພາະ​ຕ່າງ​ຫາກ ດ້ວຍ​ລະ​ດັບ​ຄວາມ​ຮູ້​ທີ່​ກ້າວ​ຫນ້າ ແລະ ເປັນ​ເອ​ກະ​ລ​ັກ​ສະ​ເພາະພິ​ເສດ. ສິ່ງ​ດັ່ງ​ກ່າວ​ສະ​ແດງ​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງ​ຜ່ານ​ບັນ​ດາ​ປະ​ເພດ​ວັດ​ສະ​ດຸ​ອຸ​ປະ​ກອນ​ປະ​ດັບ​ປະ​ດາ​​ຫລັງ​ຄາ​ ແລະ ເຕັກ​ນິກ​ການກໍ່​ສ້າງ​ພື້ນເຮືອນ​ຂອງບ​ັນ​ດາ​ກິດ​ຈະ​ກຳ​ສະ​ຖາ​ປັດ​ຕະ​ຍະ​ກຳ;”

        ເຂດ​ວາງ​ສະ​ແດງ​ຍັງ​ມີ​ຮູບ​ພາບ​ຂະ​ຫຍາດໃຫຍ່ 2 ແຜ່ນ ໂດຍ​ໄດ້​ຕິດ​ຕັ້ງ​​ການ​ຕິດ​ຕໍ່​ໃສ່​ກັນ​ຂອງ​ປ່ຽງ​ດິນ​ຈີ່​ດິນ​ຂໍ​ທີ່​ເກັບ​ມາ​ໄດ້​ຢູ່​ເຂດ​ປູ​ຊະ​ນີ​ຍະ​ສະ​ຖານນີ້ ເພື່ອ​ວາດ​ພາບ​ກ່ຽວ​ກັບ​ປະ​ຫວັດ​ຄວາມ​ເປັນ​ມາ​ໃນ​ການກໍ່​ສ້າງ​ພະ​ລາດ​ຊະ​ວັງ ທັງ​ລອງ. ນັ້ນ​ແມ່ນ ຮູບ​ພາບ​ “ມັງ​ກອນ​ບິນ​ຂຶ້ນ​ສູ່​ສະ​ຫວັນ” ແລະ “ແສງ​ອະລຸນ​ທັງ​ລອງ” ໂດຍ​ນາງ​ບູ່ຍ​ທູ​ຈາງ ເປັນ​ຜູ້​ເຮັດ. ຮູບ​ພາບ “ມັງ​ກອນ​ບິນ​ຂຶ້ນ​ສູ່​ສະ​ຫວັນ” ແມ່ນ​ເລິ່ມ​ຈາກຮູບ​ພາບ​ມັງ​ກອນ​ໃນ​ສະ​ໄຫມ​ລາດ​ຊະ​ວົງ ລີ ແລະ ການ​ບັນ​ທຶກ​ຂອງ​ປະ​ຫວັດ​ສາດ​ກ່ຽວ​ກັບ​ເຫດ​ການ​ເມື່ອປີ1010. ສ່ວ​ນ​ຮູບ​ພາບ “ແສງ​ອະ​ລຸນ​ທັງ​ລອງ” ເລີ່ມ​ມາຈາກ​ຮູບ​ພາບ​ການ​ປະ​ດັບ​ປະ​ດາ​​ໃນຫລັງ​ຄາ​​ຂອງສະ​ຖາ​ປັດ​ຕະ​ຍະ​ກຳ​ ວັງ​ສະ​ໄຫມ​ລາດ​ຊະ​ວົງ ລີ ເພື່ອ​ສະ​ແດງ​ໃຫ້​ເຫັນ​ກ່ຽວ​ກັບ​ປະ​ຫວັດ​ຄວາມ​ເປັນ​ມາ​ໃນການກໍ່​ສ້າງ​ພະ​ລາດ​ຊະ​ວັງ ທັງ​ລອງ ໃນ​ລະ​ດູ​ໃບ​ໄມ້​ຫລົ່ນ​ປີ 1010 ພ້ອມ​ກັບ​ການ​ພັດ​ທະ​ນາ​ຂອງພື້ນ​ຖານວັດ​ທະ​ນະ​ທຳ ດ້າຍ​ຫວຽດ ນັບ​ແຕ່​ສະ​ໄຫມ​ລາດ​ຊະ​ວົງ ລີ.

        ເຂດ​ວາງ​ສະ​ແດງ “ບັນ​ດາ​ການ​​ຄົ້ນຫາ​​ເຄື່ອງບູ​ຮານ​ຄະ​ດີ​ໃຕ້​ດິນ​ຢູ່​ ​ ບໍລິ​ເວນຫໍ​​ປ​ະຊຸມສະ​ພາ​ແຫ່ງ​ຊາດ ແມ່ນ​ໝາກ​ຜົນ​ແຫ່ງ​ການ​ເຮັດ​ວຽກ​ມາ​ເປັນ​ເວ​ລາ ເກືອບ 4 ປີ ຂອງ​ບັນ​ດາ​ນັກ​ວິ​ທະ​ຍາ​ສາດ ສັງ​ກັດ​ສູນ​ຄົ້ນ​ຄ້​ວາ​ພະ​ລາດ​ຊະ​ວັງ, ສະ​ພາ​ມະ​ຫາ​ບັນ​ດິດ​ວິ​ທະ​ຍາ​ສາດ​ສັງ​ຄົມ​ຫວຽດ​ນາມ. ບັນ​ດາ​ຮ່ອງ​ຮອຍ, ເຄື່ອງວັດ​ຖຸ​ພັນ​ໄດ້​ຮັບ​ການ​ຮັກ​ສາ​ແບບດັ້ງ​ເດີມ, ສ້າງ​ເປັນ​ບໍ​ລິ​ເວນ​ວາງ​ສະ​ແດງ​ທີ່​ມີ​ລັກ​ສະ​ນະ​ວິ​ທະ​ຍາ​ສາດ​ບູ​ຮານ​ຄະ​ດີ​ດ້ວຍ​ລະ​ດັບ​ສາ​ກົນ. ເຂດ​ວາງ​ສະ​ແດງ ໄດ້​ຊີ້​ໃຫ້​ເຫັນ​ການ​ສືບ​ທອດ​ມູນ​ເຊື້ອ, ພາບ​ພົດ​ຂອງ​ສູນ​ກາງ​ອຳ​ນາດ​ດ້ານ​ການ​ເມືອງ​ຂອງ​ປະ​ເທດ​ຊາດ​ພ້ອມ​ກັບ​ປະ​ຫວັດ​ສາດ​ຂອງ​​ຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ