ການເຫຼື້ອມໃສໄຫວ້ບູຊາເຈົ້າຊີວິດຮຸ່ງ ຂອງພໍ່ແມ່ພີ່ນ້ອງບັນດາເຜົ່າໃນແຂວງຟູ໋ເຖາະ

(VOVWORLD) -ໃນຈິດສຳນຶກຂອງຊາວຫວຽດນາມແຕ່ລະຄົນນັບແຕ່ໃດໆມາ, ບັນດາເຈົ້າຊີວິດຮຸ່ງ ໄດ້ມີຄຸນງາມຄວາມດີໃນການສ້າງ ລັດວັນລາງ ເຊິ່ງແມ່ນລັດທຳອິດຂອງຊາດຫວຽດນາມ. ຍ້ອນເຫດນີ້ເອງການເຫຼື້ອມໃສບູຊາ ເຈົ້າຊີວິດຮຸ່ງ ແມ່ນມີທີ່ຕັ້ງ, ບົດບາດ ສຳຄັນທີ່ສຸດໃນຊີວິດທາງດ້ານຈິດວິນຍານ ແລະ ຈິດໃຈຂອງຊາວຫວຽດນາມລຸ່ນຕ່າງໆ. ການເຫຼື້ອມໃສ, ໄຫວ້ບູຊາ ເຈົ້າຊີວິດຮຸ່ງ ທັງສັກກະລະບູຊາ ທັງລະອຽດ ທັງແມ່ນຈຸດອີງທາງດ້ານຈິດໃຈ, ສ້າງເປັນກຳລັງແຮງມະຫາສາມັກຄີທົ່ວປວງຊົນທັງຊາດ ເພື່ອພ້ອມກັນສ້າງສາ ແລະ ປົກປັກຮັກສາປະເທດຊາດ
ການເຫຼື້ອມໃສໄຫວ້ບູຊາເຈົ້າຊີວິດຮຸ່ງ ຂອງພໍ່ແມ່ພີ່ນ້ອງບັນດາເຜົ່າໃນແຂວງຟູ໋ເຖາະ  - ảnh 1ການເຫຼື້ອມໃສ, ໄຫວ້ບູຊາ ເຈົ້າຊີວິດຮຸ່ງ 

ການເຫຼື້ອມໃສບູຊາເຈົ້າຊີວິດຮຸ່ງແມ່ນເລີ່ມມາຈາກຍຸກສະໄໝບັນດາເຈົ້າຊິວິດໃນ ລາດສະວົງຮຸ່ງ ດ້ວຍຄວາມເຊື່ອໝັ້ນຂອງທັງຊາດຫວຽດນາມແມ່ນມີເຊື້ອຊາດອັນດຽວກັນ, ມີກົກເຄົ້າເຫງົ້າກໍອັນດຽວກັນ; ພ້ອມກັນນັ້ນກໍ່ສະແດງໃຫ້ເຫັນຫຼັກສິນທຳ “ກິນເຂົ້າຄິດຮອດຄຸນນາ ກິນປາຄິດຮອດຄຸນນ້ຳ” ຈິດໃຈມະຫາສາມັກຄີແຫ່ງຊາດ ແລະ ຜູກຮັດວົງຄະນະຍາດ. ການເຫຼື້ອມໃສໄຫວ້ບູຊາເຈົ້າຊີວິດຮຸ່ງແມ່ນມີຫຼາຍຮູບການ, ເປັນຫຼາຍຮູບຫຼາຍແບບເຊິ່ງພົ້ນເດັ່ນແມ່ນ ເລື່ອງເຈົ້າຊີວິດຮຸ່ງໄດ້ຮັບການບູຊາຮ່ວມພ້ອມກັບບັນດາວິລະບູລຸດ ວິລະສະຕີເຊັ່ນ: ລາຊະທິດາ ຕຽນຊຸງ, ງ໋ອກຮວາ,ພະອໍລະຫັນ ຕານວຽນເຊີນ; ສອງພະນາງຈຶງ…ທີ່ບັນດາກຸ່ມປູສະນີຍະສະຖານໃນ ແຂວງ ຝູເຖາະ. ສຳລັບພໍ່ແມ່ພີ່ນ້ອງບັນດາເຜົ່າຢູ່ຫວຽດນາມ, ການເຫຼື້ອມໃສບູຊາ ເຈົ້າຊີວິດຮຸ່ງ ຍາມໃດກໍ່ມີຄຸນຄ່າອັນໃຫຍ່ຫຼວງໃນຊີວິດທາງດ້ານຈິດໃຈ ແລະ ຈິດວິນຍານ. ທ່ານ ຮ່າວັນຫຼ, ີຊາວເຜົ່າເມື່ອງຍູ່ ບ້ານ ດິ່ງຈຸງ, ຕາແສງຢາບລາຍ, ເມືອງ ແທັງເຊີນ, ແຂວງ ຝູເຖາະ ໃຫ້ຮູ່ວ່າ: 

      “ຂ້າພະເຈົ້າໄດ້ກຳເນີດ ແລະ ເຕີບໃຫຍ່ຍູ່ດິນແດນແຫ່ງນີ້.ນັບແຕ່ຄາວຍັງນ້ອຍກໍ່ໄດ້ເຫັນມີສາລານີ້ ແລະ ຜ່ານໄລຍະສົງຄາມ, ບັນດາຮີດຄອງປະເພນີ, ງານບຸນໄດ້ຖືກຫຼົງລືມໄປ, ນັບແຕ່ຫຼາຍປີກ່ອນນີ້, ລັດໄດ້ມີແຜນນະໂຍບາຍຟື້ນຟູບັນດາງານບຸນ ແລະ ປະເພນີໄຫວ້ບູຊາເຈົ້າຊີວິດຮຸ່ງ. ພໍ່ແມ່ພີ່ນ້ອງພວກຂ້າພະເຈົ້າມີຄວາມພາກພູມໃຈທີ່ສຸດ”.

      ໃນຫຼາຍປີມານີ້ ສາລາຈຸງ ທີ່ ຕາແສງຢາບລາຍ ໄດ້ຮັບການບູລະນະປະຕິສັງຂອນ ຢ່າງໃຫຍ່ໂຕໂອໂຖງ ແລະ ສວຍງາມ. ນີ້ແມ່ນຄວາມເບີກບານມ່ວນຊື່ນຮ່ວມຂອງ ພໍ່ແມ່ປະຊາຊົນ ຢູ່ ຕາແສງຢາບລາຍ ເມື່ອສາລາໄດ້ຮັບການຟື້ນຟູ ເຊິ່ງແມ່ນສະຖານທີ່ຈັດຕັ້ງບັນດາການເຄື່ອນໄຫວວັດທະນະທຳ, ການເຫຼື້ອມໃສຂອງຕາແສງ. ສາລາດິ່ງຈຸງ ໄດ້ຮັບການປຸກສ້າງຂຶ້ນດ້ວຍບັນດາສະຖາປັດຕະຍະກຳທີ່ເປັນປະເພນີ ເຖິງວ່າຈະກໍ່ສ້າງດ້ວຍເປຕົງ, ເສີມເຫຼັກກໍ່ຕາມ, ແຕ່ຍັງຄົງມີລັກສະນະເກົ່າແກ່ ອັນໄດ້ເຮັດໃຫ້ຜູ້ຄົນທັງຫຼາຍຮູ້ສຶກມີຄວາມສະຫງົບງຽບ.  ຢູ່ແຫ່ງນີ້ບໍ່ພຽງແຕ່ແມ່ນບ່ອນ ສະແດງຄວາມເຄົາລັບນັບຖື, ຄວາມຮູ້ບຸນຄຸນ ຕໍ່ ພະອໍລະຫັນ ຕານ ວຽນ ເຊີນ ເຊິ່ງແມ່ນວິລະບູລຸດແຫ່ງເທບນິຍາຍໃນຍຸກສະໄໝ ລາດສະວົງຮຸ່ງ ເທົ່ານັ້ນ, ຫາກຍັງແມ່ນສະຖານທີ່ດຳເນີນຊີວິດວັດທະນະທຳຂອງປະຊາຊົນໃນຕາແສງອີກດ້ວຍ. ທ່ານ ດິ່ງ ວັນ ເຮີ໋ຍ, ສັງກັດຄະນະຄຸ້ມຄອງປູຊະນີຍະສະຖານ ສາລາຈຸງ, ຕາແສງຢາບລາຍ ໃຫ້ຮູ່ວ່າ: 

    “ພວກພະເຈົ້າແມ່ນບັນດາຜູ້ດູແລສາລາແຫ່ງນີ້ ແລະ ບັນດາ ຮ່ອງຮອຍສະຖານຢູ່ທີ່ນີ້. ພວກຂ້າພະເຈົ້າພ້ອມກັນຮັກສາທິວທັດຢູ່ແຫ່ງນີ້ເພື່ອໃຫ້ມີຄວາມສະອາດ ສວຍງາມ ທັງນີ້ກໍ່ເພື່ອຮັກສາຄວາມງາມແບບເຄັ່ງຂຶມ ເພື່ອໃຫ້ແຂກທ່ອງທ່ຽວທີ່ມາຈາກສາລະທິດທີ່ມາຢ້ຽມຊົມ ແລະ ໄຫວ້ບູຊາ ບັນພະບູລູດ”.

      ບ້ານ ດິ່ງຈຸງ ບໍ່ສາມາດເກັບຮັກສາບັນດາວັດຖຸພັນທີ່ເກົ່າແກ່ໄດ້ຄົບ, ແຕ່ຮ່ອງຮອຍທີ່ຍັງເຫຼືອແມ່ນສະແດງຄວາມເຄົາລົບນັບຖື ແລະ ສະຕິຮັກສາມໍລະດົກຂອງອຳນາດການປົກຄອງກໍ່ຄືປະຊາຊົນໃນຕາແສງ. ທ່ານ ນາງ ຫງຽວນ ທິ ເຊິມ ຊາວ ຕາແສງຢາບລາຍ ແບ່ງປັນວ່າ: 

   “ພວກເຂົາເຈົ້າມີຄວາມຫວັງວ່າ ຢາກໃຫ້ທຸກໆຄົນຕ້ອງມີຄວາມຮັບຜິດຊອບ ສ້າງສາ ແລະ ຮັກສາ ສາລາແຫ່ງນີ້ ເພື່ອໃຫ້ຍາມໃດກໍ່ມີຄວາມສະອາດສວຍງາມ. ພວກເຮົາໄຫວ້ບູຊາໃນແຕ່ລະວັນ ແລະ ໃນໂອກາດວັນເພັງ ແລະ ວັນບຸນຕ່າງໆໃນເດືອນ ແລະ ໃນປີ ຖືກຕາມລະບຽບການຂອງລັດ”.

     ປັດຈຸບັນຢູ່ ເມືອງ ແທັງເຊີນ ໃນ ແຂວງ ຝູເຖາະ ມີປູລະນີຍະສະຖານທາງປະຫວັດສາດ 11 ແຫ່ງ ໄດ້ຮັບການຢັ້ງຢືນ. ປູສະນີຍະສະຖານເກືອບທັງໝົດເຫຼົ່ານັ້ນ ກໍ່ລ້ວນແຕ່ຕິດພັນກັບບັນດາບຸກຄົນທີ່ມີິີິີຊື່ສຽງໃນສະໄໝລາດສະວົງຮຸ່ງ, ເຊິ່ງພົ້ນເດັ່ນແມ່ນ ພະອໍລະຫັນ ຕານ ວຽນ ເຊີນ. ເພື່ອອະນຸລັກ, ຮັກສາ ການເຫຼື້ອມໃສໄຫວ້ບູຊາ ເຈົ້າຊີວິດຮຸ່ງ ເຊິ່ງແມ່ນມໍລະດົກວັດທະນະທຳ ບໍ່ເປັນວັດຖຸເປັນຕົວແທນຂອງມວນມະນຸດແມ່ນຄວນຕິດພັນກັບການອະນຸລັກຮັກສາບັນດາປູສະນີຍະສະຖານປະປະຫວັດສາດ, ບັນດາງານບຸນປະເພນີຂອງ ພໍ່ແມ່ພີນ້ອງຊາວເຜົ່າເມືອງ, ທ່ານ ປະລີນຍາເອກ ຫງວຽນ ແອງ ຕັວນ,  ຜູ້ອຳນວຍການຫໍພິພິທະພັນ ຮຸ່ງເວືອງ ແຂວງຝູເຖາະ ເຊິ່ງແມ່ນຜູ້ໄດ້ມີປະສົບການໃນການຄົ້ນຄ້ວາ ວັດທະນະທຳພື້ນເມືອງ ເປັນເວລາຫຼາຍປີ, ພິເສດແມ່ນການເຫຼື້ອມໃສໄຫວ້ບູຊາ ເຈົ້າຊີວິດ ຮຸ່ງ ໄດ້ແບ່ງປັນວ່າ: 

      “ປັດຈຸບັນການເຫຼື້ອມໃສບູຊາ ເຈົ້າຊີວິດຮຸ່ງ ຂອງຊາວເຜົ່າເມືອງ ແມ່ນມີລັກສະນະພິເສດສະເພາະ. ເຂົາເຈົ້າໄຫ້ວບູຊາບັນພະບູລຸດ ແລະ ບັນດາ ພະອໍລະຫັນ, ແຕ່ເຂົາເຈົ້າຍັງຄົງຮັກສາປະເພນີໄຫ້ວບູຊາບັນດາຜູ້ທີ່ມີຄຸນງາມຄວາມດີໃນການສ້າງສາ ແລະ ປົກປັກຮັກສາປະເທດຊາດ, ໃນນັ້ນມີເຈົ້າຊີວິດ ຮຸ່ງ. ບັນດາປູສະນີຍະສະຖານໄຫວ້ບູຊາທາງສາດສະໜາເຊັ່ນ: ສາລາເຕິນເລິບ, ສາລາກາ, ສາລາເຕ້ ແລະ ສາລາແທກຫວານ…ນັ້ນແມ່ນສາລາໃນປັດຈຸບັນ ເຊິ່ງພໍ່ແມ່ພີນ້ອງຊາວເຜົ່າເມືອງ ພວມໄຫ້ວບູຊາເຈົ້າຊີວິດ ຮຸ່ງ. ນີ້ແມ່ນໜຶ່ງໃນບັນດາຈຸດຄວາມງາມຂອງພໍ່ແມ່ພີ່ນ້ອງຊາວເຜົ່າເມືອງ ແລະ ເຂົາເຈົ້າຖືນັ້ນແມ່ນບັນພະບູລຸດ.”

    ຕາມຕົວເລກສະຖິຕິແລ້ວ, ໃນດິນແດນຫວຽດນາມມີສະຖານທີ່ກວ່າ 1400 ແຫ່ງທີ່ມີປູສະນີຍະສະຖານໄຫ້ວບູຊາ ບັນດາເຈົ້າຊິວິດຮຸ່ງ ແລະ ບັນດາວິລະບູລຸດ ທີ່ກ່ຽວຂ້ອງເຖິງ ຍຸກສະໄໝລາດສະວົງຮຸ່ງ, ສະເພາະ ແຂວງຝູເຖາະ ມີປູສະນີຍະສະຖານບູຊາເຈົ້າຊີວິດ ຮຸ່ງ, ບັນດາພະມະເຫສີ, ບັນດານາຍພົນທີ່ກ່ຽວຂ້ອງເຖິງເຈົ້າຊີວິດ ຮຸ່ງ. ຜ່ານການກວດກາເພື່ອສາມາດກຳແໜ້ນສະພາບການສັງລວມ ແລະ ຕົວຈິງ ໃນຂົງເຂດເຫຼື້ອມໃສບູຊາເຈົ້າຊີວິດ ຮຸ່ງ, ຈາກນັ້ນມີມາດຕະການອານຸລັກຮັກສາ, ຟື້ນຟູ ແລະ ເສີມຂະຫຍາຍບັນດາປູສະນີຍະສະຖານວັດທະນາທຳນີ້.  ບັນດາປູສະນີຍະສະຖານປະຫວັດສາດນີ້ມີຄຸນຄ່າວັດທະນາທຳອັນໃຫ່ຍ່ຫຼວງໃນຊີວິດຂອງພໍ່ແມ່ປະຊາຊົນ.

ຕອບກັບ

ຂ່າວ/ບົດ​ອື່ນ