ຂັບກ່ອມລູກ ແລະ ການອະນຸລັກຮັກສາໃນວັດທະນະທຳຫວຽດນາມ

ຂັບກ່ອມລູກ ແລະ ການອະນຸລັກຮັກສາໃນວັດທະນະທຳຫວຽດນາມ - ảnh 1
ຮູບພາບ “ ແມ່ກ່ອມລູກ” ຍາມໃດກໍຝັງເລິກໃນ ຄວາມຊົງຈຳຂອງຊາວຫວຽດນາມທຸກໆຄົນ

   ແຕ່​ປາງກອ່ນ, ຂັບ​ກ່ອມ​ລູກ​ໄດ້​ເປັນຊັບ​ສົມບັດ ​ແລະ ​ແມ່ນ​ອາຫານທາງດ້ານ ຈິດໃຈອັນ​ລ້ຳ​ຄ່າ​ທີ່​ມີ​ຕໍ່​ຊາວ​ຫວຽດນາມ​ຫຼາຍ​ຄົນ. ຜ່ານສຽງ​ກ່ອມ​ລູກຜູ້​ໃຫຍ່​ໄດ້​ຖ່າຍ​ທອດ​ຄືນ​ໃຫ້​ແກ່​ເດັກນ້ອຍ​ບັນດາ​ຄຸນຄ່າ​ວັດທະນະທຳ, ຈິດ​ໃຈ​ຊຶ່ງ​ວົງ​ຄະນະ​ຍາດ​ຖອດ​ຖອນ​ມາ​ໄດ້. ສຽງກ່ອມ​ລູກຍັງ​ແມ່ນ​ບົດຮຽນທີ່​ສະຫງວນ​ໃຫ້​ເດັກ​ຫາ​ກໍ​ເກີດ​ທີ່​ປະ​ເສີດ​ເລີດ​ລ້ຳ, ປະກອບສ່ວນ​ສ້າງ​ບຸກຄະ​ລິກກະພາບ, ຄຸນສົມ​ບັດ​ຂອງ​ມະນຸດ​ເປັນ​ຮູບ​ປະ​ທຳ. ດ້ວຍ​ບັນດາ​ຄຸນຄ່າ​ທາງ​ດ້ານ​ວັດທະນະທຳ​ມະນຸດ​ອັນ​ສູງ​ສົ່ງ​ດັ່ງກ່າວ, ຂະ​ແໜງວັດທະນະທຳ​ຫວຽດນາມ​ພວມ​ມີ​ຄວາມ​ມານະ​ພະຍາຍາມ​ຫຼາຍ​ຢ່າງ​ໃນ​ການ​ຟື້ນ​ຟູ​ອະນຸລັກ​ຮັກສາ ຂັບ​ກ່ອມ​ລູກ​ໃນ​ຊີວິດ​ຍຸກ​ທັນ​ສະ​ໄໝ.​    

    ​ໃນ​ບັນດາ​ປະ​ເພດ​ສິລະ​ປະ​ຂັບ​ລຳ​ພື້ນ​ເມືອງ​ນັ້ນ, ຂັບ​ກ່ອມ​ລູກ​ໄດ້​ປະກົດ​ຕົວ​ໄວ​ກ່ວາ​ໝູ່ ​ແລະ ​ໄດ້​ຮັບ​ການຖ່າຍ​ທອດ​ຄືນ​ຈາກ​ຄົນ​ລຸ່ນນີ້​ສູ່​ຄົນ​ລຸ່ນອື່ນ. ນັບ​ແຕ່​ຄາວ​ຫາ​ກໍ​ເກີດ, ​ເດັກນ້ອຍ​ໄດ້​ຮັບ​ການຖ່າຍ​ທອດ​ບັນດາ​ອາລົ​ມຈິດ, ຄວາມ​ຮັກ​ແພງ​ຢ່າງ​ເລິກ​ເຊິ່ງທີ່​ສຸດ​ຜ່ານ​ສຽງ​ກ່ອມ​ລູກ​ຈາກ​ບັນດາ​ຜູ້​ເປັນ​ແມ່, ​ເປັນ​ຍ່າ. ສຽງກ່ອມ​ລູກ​ແມ່ນ​ອ່ອນ​ຫວານ, ສະ​ແດງ​ໃຫ້​ເຫັນ​ຄວາມ​ຮັກ​ແພງ​ຢ່າງ​ລົ້ນ​ເຫຼືອ ​ແລະ ຝາກຝັງ​ຫຼາຍ​ສິ່ງ​ທີ່​ມີ​ຄວາມ​ໝາຍ​ໃນ​ການ​ດຳລົງ​ຊີວິດ. ຜ່ານ​ສຽງ​ກ່ອມ​ລູກ, ຮູບ​ພາບ​ລຳ​ແມ່ນ​້ຳ, ວົງ​ເດືອນ, ຕົ້ນ​ໄມ້​ໃບຫຍ້າ​ພ້ອມ​ດ້ວຍ​ຝູງ​ນົກຍາງ​ພວມ​ບິນ​​ເຈີດ ຕາມທົງ​ໄຮ່​ທົງນາ ​ໄດ້​ຄ່ອຍ​​ເຂົ້າ​ສູ່​ຄວາມ​ຝັນ​ຂອງ​ພວກ​ເດັກ. ​ໃນປະ​ເພດສິລະ​ປະຂັບ​ກ່ອມ​ລູກ, ສຽງ​ເພງ​ແມ່ນ​ເຄີຍ​ຄັດ​ມາ​ຈາກ​ຄຳ​ພະ​ຫຍາ, ຫຼື​ບັນດາ​ບົດ​ລຳພື້ນ​ເມືອງ, ​ເພາະສະ​ນັ້ນ, ຂັບ​ກ່ອມ​ລູກມີ​ຄວາມ​ລຽບ​ງ່າຍ, ​ແຕ່​ກໍ​ມີ​ລັກສະນະ​ເປັນ​ບົດດົນຕີ​ມີ​ສຽງຕ່ຳ​ສຽງ​ສູງ, ຂຶ້ນໆ​ລົງໆ. ​ແຕ່ລະ​ເຂດ​​ແຄ້ວ​ນ, ພັດມີ​ສຽງ​ກອ່ມລູກ​ແຕກຕ່າງ​ກັນ, ຂອງ​ໃຜ​ຂອງ​ລາວ. ​ແຕ່​ເຖິງ​ວ່າ​ຈະ​ຢູ່​ແຫ່ງ​ໃດ​ກໍ​ຕາມ, ຂັບ​ກ່ອມ​ລູກກໍ​ມີ​ປະສິດທິ​ຜົນ​ຮ່ວມ, ນັ້ນ​ແມ່ນສາມາດ​ຊ່ວຍ​ໃຫ້​ເດັກນ້ອຍ​ນອນ​ລັບ​ຝັນ​ດີ.

        ​ໃນ​ສຽງກ່ອມ​ລູກກໍຍັງຝາກຝັງ​ທັງ​ຄວາມ​ຮັກ​ແພງ, ຄວາມ​ຫວັງ​ໃຫ້​ລູກ​ຫຼານ​​ເມື່ອ​ໃຫຍ່​ຂຶ້ນ​ຈະ​ກາຍ​ເປັນ​ຜູ້​ມີ​ປະ​ໂຫຍ​ດຕໍ່​ສັງຄົມ, ມີ​ຄວາມ​ກະຕັນຍູ​ຕໍ່​ປູ​ຍ່າ, ພໍ່​ແມ່. ​ເມື່ອ​ໄດ້​ຍິນ​ສຽງ​ກ່ອມ​ລູກ, ​ເດັກນ້ອຍ​ຈະ​ຮູ້ສຶກ​ໄດ້​ເຖິງ​ອາລົ​ມຈິດ​ຄວາມ​ຮັກ​ແພງຜ່ານ​ແຕ່ລະປະ​ໂຫຍ​ກຂອງ​ສຽງກ່ອມ​ລູກ. ​ເດັດ​ນ້ອຍ​ໄດ້ມີ​ຊີວິດ​ໃນ​ທ່າ​ງກາງ​ສຽງກ່ອມ​ລູກທີ່​ອ່ອນ​ຫວານ​ນີ້ ​ແມ່ນ​ຈະ​ຮູ້ສຶກ​ໄດ້​ເຖິງ​ຄຸນຄ່າ​ດ້ານ​ວັດທະນະທຳ​ຫວຽດນາມ​ຢ່າງ​ເລິກ​ເຊິ່ງ, ​ເຊິ່ງ​ແມ່ນ​ພື້ນຖານ​ວັດທະນະທຳ​ຖື​ຄວາມ​ເປັນ​ມະນຸດ​ເປັນ​ສຳຄັນ. ສິລະ​ປິນ ຝ້າ​ມຮົ່ງ​ເຟືອງ, ອາຈານ​ສອນ​ສັງ​ກັດ​ມະຫາວິທະຍາ​​ໄລ​ສ້າງ​ຄູ​ດົນຕີ, ຈິດຕະກຳ​ສູນ​ກາງ​​ໃຫ້​ຮູ້​ວ່າ :

   “ ​ໃນ​ໄລຍະ​ສົງ​ຄາມ, ຂ້າພະ​ເຈົ້າ​ໄປ​ອົບ​ພະຍົບຢູ່​ແຂວງ​ຟູ້​ເຖາະ. ຄາວ​ນັ້ນ, ຍາ​​ມ ລະດູຮ້ອນ, ​ເຄີຍບໍ່​ມີ​ໄຟຟ້າ​ໄຊ້, ດັ່ງ​ນັ້ນ ​ເດັກນ້ອຍ​ເຄີຍ​ຖືກ​ຍ່າ, ​ແມ່​ໄຊ້ວີກ​່ອມ ນອນ. ພວກ​ຍ່າ, ​ແມ່ທັງຂັບ​ກ່ອມ​ລູກ, ທັງລູບ​ຫົວ, ລູບ​ຫຼັງ​ໃຫ້​ເດັກ, ພາ​ໃຫ້​ເດັກ​ຮູ້ສຶກ​ມີ​ຄວາມ​ອົ​ບອຸ່ນ, ສາມາດ​ນອນ​ໄດ້​ໄວ. ຍ່າ, ​ແມ່​ອາດ​ຈະ​ບໍ່​ແມ່ນ​ນັກ​ສິລະ​ປີນ, ​ແຕ່​ສຽງ​ກ່ອມ​ລູກຍາມ​ໃດ​ກໍ​ຝາກຝັງ​ຄວາມ​ຮັກ​ແພງ, ຊ່ວຍ​ໃຫ້​ເດັກ​ໄດ້​ນອນ​ລັບ​ຝັນ​ດີ ”

    ສຽງ​ກ່ອມ​ລູກເມື່ອ​ກ່ອນ​ນິ້ີ້ ມວ່ນ ​ແລະ ງາມ​ທີ່​ສຸດ, ​ແຕ່​ຕາມ​ການ​ເວ​ລາ, ສຽງ ​ກ່ອມ​ລູກຄ່ອຍໆ​ໄດ້​ຖືກ​ສູນຫາຍ​ໄປ. ສາດສະດາຈານ,​ ນັກດົນຕີ ​ເຈ​ີນວັນ​ເຄ, ນັກ​ຄົ້ນ​ຄ້ວາ​ດົນຕີ​ພື້ນ​ເມືອງ ​ເລົ່າຄືນ​ສູ່​ຟັງ​ວ່າ :  

   “ ປີ 1976, ກັບ​ຄືນ​ເມືອ​ປະ​ເທດພາຍຫຼັງ​ ​ຢູ່​ຕ່າງປະ​ເທດ​ເປັນໄລຍະ​ໜຶ່ງ, ຂ້າພະ​ເຈົ້າ​ໄດ້​ມີ​ໂອກາດ​ເດີນທາງ​ຈາກ​ພາກ​ເໜືອ​ລົງ​ຮອດ​ພາກ​ໃຕ້. ຂ້າພະ​ເຈົ້າ​ຕົກ​ໃຈ ​ເມື່ອ​ເຫັນ​ວ່າ ສຽງ​ກ່ອມ​ລູກ​ເບ່ິງ​ຄື​ວ່າ ບໍ່​ຄົງ​ຕົວ​ອີ​ກ​ແລ້ວ, ຍ້ອນ​ສະພາບ​ການ, ວິຖີ​ຊີວິດ​ໃໝ່ ​ແລະ ຍ້ອນ​ສົງຄາມ. ຂ້າພະ​ເຈົ້າ​ຄິດ​ວ່າ ສິ່ງ​ນີ້​ເປັນ​ໜ້າ​ເສຍດາຍ​ທີ່​ສຸດ​ເພາະສຽງ​ກ່ອມ​ລູກ​ແມ່ນ​ບົດ​ດົນຕີ​ທີ່​ມີ​ລັກສະນະ​ສຶກສາ​ອົບ​ຮົມ​ທຳ​ອິດ​ໂດຍ​ຜູ້​ເປັນ​ແມ່​ຖ່າຍ​ທອດ​ໃຫ້​ລູກ ”

     ​ໃນ​ທ່າ​ອຽງ​ຫັນ​ເປັນ​ຕົວ​ເມືອງ ​ແລະ ການ​ດຳລົງ​ຊີວິດ​ທີ່​ຟົດ​ຟື້ນ​ຂອງ​ກົນ​ໄກ​ການຕະຫຼາດ​ໃນ​ທຸກ​ວັນ​ນີ້, ບັນດາ​ຜູ້​ເປັນ​ແມ່​ບໍ່​ມີ​ເວລາ​ຫຼາຍ​ເພື່ອ​ສະຫງວນ​ໃຫ້​ແກ່​ເດັກ, ​ເພາະສະ​ນັ້ນ, ຍາກ​ທີ່​ຈະ​ມີ​ໂອກາດ​ເພື່ອ​ບອກສອນ, ຮຽນ​ຄືນ​ບັນດາ​ບົດ​ເພງ ຂັບ​ກ່ອມ​ລູກ. ​ໃນ​ບັນດາ​ຄວາມມານະ​ພະຍາຍາມອະນຸລັກ​ຮັກສາ ຂັບ​ກ່ອມ​ລູກ, ກະຊວງ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ​ຫວຽດນາມ​ໄດ້ ​ແລະ ພວມ​ສົມທົບ​ກັບ​ຫຼາຍ​ທ້ອງ​ຖິ່ນ, ບັນດາ​ເຂດ​ແຄ້ວ​ນ ​ເພື​ອ່ຈັດ​ງານ​ປະ​ກວດ, ການ​ໂຄສະນາ​ກ່ຽວ​ກັບ ຂັບ​ກ່ອມ​ລູກ. ນາງ ກ່າວ​ທິຮ່ຽນ ນັກ​ສິລະ​ປີນ ພວມ​ມານະ​ພະຍາ​ຍາມ​ປະຕິບັດ​ວຽກ​ງານ​ນີ້ ​ໃຫ້​ຮູ້​ວ່າ :

   “ ພວກ​ຂ້າພະ​ເຈົ້າ​ສ້າງ​ບັນດາ​ລາຍການ​ຖ່າຍ​ທອດຂັບ​ກ່ອມ​ລູກຄືນ​ໃຫ້​ຄົນ​ລຸ່ນ​ໜຸ່​ມ ຊຶ່ງ​ແມ່ນບັນດາ​ຜູ້​ລ້ຽງ​ດູ​ສິດສອນ​ລູກໆ, ບັນດາ​ຜູ້​ເປັນ​ພໍ່​ເປັນ​ແມ່. ມັນ​ມີ​ຄຸນ​ປະ​ໂຫຍ​ດຫຼາຍ​ຢ່າງ​ໃນ​ສຽງກ່ອມ​ລູກທີ່​ເຂັ້ມ​ຂົ້ນ​ໄປ​ດ້ວຍ​ລັກສະນະ​ວັດທະນະທຳ​ມະນຸດ, ສຶກສາ​ອ​ົບຮົມ​ໃຫ້​ລູກ​ເຕົ້າ, ຍ້ອງຍໍ​ສັນລະ​ເສີນ​ບ້ານ​ເກີດ​ເມືອງ​ນອນ ​ແລະ ​​ປະເທ​ດຊາດ. ປະຈຸ​ບັນ, ມັນ​ໄດ້​ຖືກ​ສູນຫາຍ​ໄປ, ​ເພາະສະ​ນັ້ນ, ພວກ​ຂ້າພະ​ເຈົ້າ ​ແລະ ໝົດ​ທຸກ​ຄົນ​ພວມມີ​ຄວາມ​ຫວັງ, ພະຍາຍາມ​ຟື້ນ​ຟູ ​ແລະ ອະນຸລັກ​ຮັກສາ​ປະ​ເພດ​ສິລະ​ປະ​ຂອງ​ຊາດ​ນີ້​ໄວ້ ”

   ຂັບ​ກ່ອມ​ລູກ​ແມ່ນ​ຈຸດ​ຄວາມ​ງາມ​ຂອງ​ວັດທະນະທຳ​ທີ່​ເປັນ​ມູນ​ເຊື້ອ​ຄວນ​ໄດ້​ຮັບ​ການ​ສືບ​ທອດ ​ແລະ ​ເສີມ​ຂະຫຍາຍ​ໃນ​ຍຸກ​ສະ​ໄໝ​ໃໝ່. ຕາມ​ນັກສິລະ​ປິນ ຝ້າ​ມຮົ່ງ​ເຟືອງ​ແລ້ວ, ພວມ​​ເຮົາ​ບໍ່​ເດີນ​ຕາມ​ສິ່ງ​ເກົ່າ​ແກ່, ບໍ່​ບັງ​ຄັບ​ໃຫ້​ມະນຸດ​ຕ້ອງ​ຢູ່​ໃນ​ຂອບ​ເຂດບ້ານເມືອງເທົ່ານັ້ນ, ພວກເຮົາກໍເຂົ້າໃຈວ່າ ການພັດທະນາຂອງສັງຄົມ ທັນສະ​ໄໝ ​ແມ່ນ​ທ່າ​ອຽງ​ຕ້ອງ​ເປັນ​ໄປ, ​ແຕ່​ທຸກ​ສິ່ງ​ທຸກ​ຢ່າງ​ທີ່​ເປັນ​ຍອດ​ຍິ່ງ​ຂອງ​ຊາດນັ້ນ, ກໍ​ຍັງ​ຄົງ​ມີ​ຄຸນຄ່າ​ໃນ​ການ​ສ້າງ​ຄຸນສົມບັດ, ຄວາມ​ຮັກ​ແພງ​ລະຫວ່າງ​ມະນຸດ​ດ້ວຍ​ກັນ. ຍ້ອນ​ເຫດ​ນີ້​ເອງ, ຂັບ​ກ່ອມ​ລູກ ຍັງ​ຄົງ​ແມ່ນ​ສິ່ງ​ຍອດ​ຍິ່ງ​ຂອງ​ວັດທະນະທຳ​ຫວຽດນາມ ​ແລະ ການ​ອະນຸລັກ​ຮັກ​ສາ ຂັບ​ກ່ອມ​ລູກ​​ໄດ້ກາຍ​ເປັນ​ເລື່ອງ​ຈຳ​ເປັນຍິ່ງກ່ວາ​ເວລາ​ໃດ​ໝົດ .

ຕອບກັບ

ຂ່າວ/ບົດ​ອື່ນ