ງານ Festival ຄ້ອງເຂດໄຕຫວຽນປີ 2018

(VOVWORLD) -ງານ Festival ວັດທະນະທຳຄ້ອງ ໄຕຫວຽນ ປີ 2018 ຖືກຈັດຂຶ້ນຢູ່ແຂວງ ຢາລາຍ ແຕ່ວັນທີ 30 ພະຈິກ ຫາ ວັນທີ 2 ທັນວາ ປີ 2018 ຢູ່ນະຄອນ   ປໄຣກູ ແລະ ເມືອງ ຈືປາດ. ນີ້ແມ່ນເຫດການວັດທະນະທຳທີ່ ສຳຄັນ ເພື່ອແນໃສ່ເຊີດຊູ, ອະນຸລັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າວັດທະນະທຳທີ່ເປັນເອກະລັກ ຂອງວັດທະນະທຳຄ້ອງໄຕຫງວຽນ ເຊິ່ງແມ່ນມໍລະດົກວັດທະນະທຳບໍ່ເປັນວັດຖຸ ເປັນຕົວແທນຂອງມວນມະນຸດ. ໂດຍຜ່ານງານບຸນນີ້ ຈະປະກອບສ່ວນເພີ່ມທະວີການພົວພັນແລກປ່ຽນ ທາງດ້ານວັດທະນະທຳ, ເພີ່ມນ້ຳໃຈສາມັກຄີວົງຄະນະຍາດບັນດາເຜົ່າ ທີ່ດຳລົງຊີວິດໃນບໍລິເວນບັນດາແຂວງເຂດໄຕຫງວຽນ
ງານ Festival ຄ້ອງເຂດໄຕຫວຽນປີ 2018  - ảnh 1ພິທີໄຂງານ Festival ວັດທະນະທຳຄ້ອງ ໄຕຫວຽນ ປີ 2018  

ນັບເປັນເດືອນມານີ້, ໄດ້ລົງສູ່ບັນດາໜູ່ບ້ານບັນດາເຜົ່າຄື ບານາ, ຢາລາຍ ຢູ່ແຂວງ ຢາລາຍ ຈຶ່ງສາມາດຮູ້ສຶກໄດ້ເຖິງບັນຍາກາດເບີກບານມ່ວນຊື່ນ ຂອງພໍ່ແມ່ພີ່ນ້ອງຈາກຜູ້ເຖົ້າຜູ້ແກ່, ບ່າວສາວຕະຫຼອດຮອດເດັກນ້ອຍ ກໍ່ຫ້າງຫາກະກຽມຝຶກແອບໃຫ້ດີ ໃຫ້ແກ່ວັນບຸນໃຫ່ຍໃນບັນດາໜູ່ບ້ານເຂດໄຕຫງວຽນ. ສຳລັບບັນດາເພື່ອນໝຸ່ມໃນກອງສິລະປະຄ້ອງຂອງບ້ານ ປໄຣກູໂລດ, ນະຄອນປໄຣກູແລ້ວ,  ໃນຊຸມວັນນີ້ໄດ້ກາຍເປັນຊຸມວັນບຸນຢ່າງແທ້ຈິງ. ໂດຍແມ່ນກອງສິລະປະຄ້ອງທີ່ໜຸ່ມແໜ້ນ ເປັນຕົວແທນໃຫ້ແກ່ນະຄອນປໄຣກູ ທີ່ເຂົ້າຮ່ວມງານບຸນຄ້ອງປີ 2018, ບັນດາສະມາຊິກໃນກອງຕ່າງກໍ່ມີຄວາມເອກອ້າງທະນົງໃຈຝຶກແອບຢ່າງຫ້າວຫັນ                                     

      ເຖິງວ່າຍັງຢູ່ໃນເກນອາຍຸທີ່ໜຸ່ມແໜ້ນແຕ່ 15-30 ປີກໍ່ຕາມ, ແຕ່ບັນດາສະມາຊິກໃນກອງສິລະປະຄ້ອງບ້ານ ປໄຣກູໂລດ ຕ່າງກໍ່ມີຄວາມເມົາມົວຫຼິ້ນບັນດາເຄື່ອງດົນຕີ ແລະ ຝຶກແອບບັນດາວາດຟ້ອນທີ່ເປັນປະເພນີຂອງບັນດາຊົນເຜົ່າ. ດ້ວຍການແນະຂອງອ້າຍ ຊິວທືມ ຫົວໜ້າກຸ່ມ, ສະມາຊິກກວ່າ 30 ຄົນໃນກອງ, ຜູ້ມີປະສົບການກໍ່ບອກສອນໃຫ້ຜູ້ມາໃໝ່, ປັດຈຸບັນສາມາດປະຕິບັນດາວາດຟ້ອນໄດ້ຢ່າງຄ່ອງແຄ້ວ ແລະ ສາມາດຟັງສັງເກດການສຽງດີທີ່ສຸດ ໃນບັນດາວາດຟ້ອນພື້ນເມືອງເຊັ່ນ ອວຍພອນເຂົ້າໃໝ່, ງານບຸນແທງຄວາຍ. ນ້ອງ ເຣີກອມເຮີຮວ່ຽນ ສະມາຊິກທີ່ໜຸ່ມກວ່າໜູ່ໃນກອງ ເປີດເຜີຍວ່າ:

      “ນ້ອງຫາກໍ່ແອບໃນກອງເປັນເວລາອັນສັ້ນໆເທົ່ານັ້ນ. ນີ້ກໍ່ເປັນຄັ້ງທຳອິດທີ່ນ້ອງໄດ້ເຂົ້າຮ່ວມລາຍການ Festival ໃຫຍ່ຂອງແຂວງ ຢາລາຍ, ດັ່ງນັ້ນນ້ອງຮູ້ສຶກເປັນກຽດ ແລະ ເບີກບານໃຈເພື່ອເຂົ້າຮ່ວມໃນວັນບຸນນີ້ໃຫ້ເປັນຢ່າງດີ, ນ້ອງ ແລະ ພວກອ້າຍເອື້ອຍຢູ່ທີ່ນີ້ ໄດ້ຝຶກແອບຢ່າງຫ້າວຫັນ ດ້ວຍຄວາມຫວັງຈະທຳການສະແດງ ບັນດາລາຍການທີ່ເປັນເອກະລັກ ເພື່ອເຊີດຊູສິລະປະພື້ນເມືອງຂອງຕົນ”.

     ເພື່ອແນໃສ່ປະກອບສ່ວນອະນຸລັກຮັກສາ ແລະ ເສີມຂະຫຍາຍວັດທະນະທຳຄ້ອງເຂດໄຕຫງວຽນ, ພະແນກວັດທະນະທຳກິລາ ແລະ ທ່ອງທ່ຽວ ແຂວງ ດັກລັກ ກໍ່ໄດ້ເປີດຝຶກອົບຮົມສອນວິທີຕີຄ້ອງຢູ່ເມືອງ ກືກຸນ. ໃນຊຸດອົບຮົມ, ພວກນ້ອງຈະໄດ້ຮັບການຖ່າຍທອດບອກສອນ ຈາກບັນດານັກສິລະປະການ ກ່ຽວກັບຄວາມຮູ້ພື້ນຖານກ່ຽວກັບຄ້ອງ ແລະ ສອນກ່ຽວກັບທຳນອງຈັງຫວະຕ່າງໆໃນບົດຕີຄ້ອງ. ຕາມທ່ານ ດັ້ງຢາຢວນ ຮອງຫົວໜ້າພະແນກວັດທະນະທຳ ກິລາ ແລະ ທ່ອງທ່ຽວແຂວງ ດັກລັກ, ການເປີດຊຸດອົບຮົມບອກສອນສິລະປະຄ້ອງໃຫ້ຄົນລຸ້ນໜຸ່ມ ແມ່ນວິທີດີທີ່ສຸດ ແລະ ມີປະສິດທິຜົນໃນການອະນຸລັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າວັດທະນະທຳທີ່ເປັນເອກະລັກ ຂອງບັນດາວັດທະນະທຳຄ້ອງເຂດໄຕຫງວຽນ ເຊິ່ງແມ່ນມໍລະດົກວັດທະນະທຳບໍ່ເປັນວັດຖຸ ເປັນຕົວແທນຂອງມວນມະນຸດ,  ທ່ານ ດັ້ງຢາຢວນ ກ່າວວ່າ:

      “ຈຳນວນນັກສິລະປະການຮູ້ນຳໃຊ້ຄ້ອງຢູ່ດັກລັກ ນັບມື້ນັບຫຼຸດໜ້ອຍລົງ. ນີ້ກໍ່ເປັນຄວາມຈິງອັນໜຶ່ງ. ດັ່ງນັ້ນ ພວກຂ້າພະເຈົ້າກໍ່ໄດ້ພະຍາຍາມ ເປີດບັນດາຊຸດອົບຮົມເຊັ່ນນີ້ ເຊິ່ງມີການເຂົ້າຮ່ວມຂອງບັນດານັກສິລະປະການທີ່ມີອາຍຸສູງຢູ່ທ້ອງຖິ່ນ ເພື່ອເປັນການຖ່າຍທອດ, ສິດສອນໃຫ້ແກ່ລຸ້ນໜຸ່ມສາມາດນຳໃຊ້ຄ້ອງປະເພດຕ່າງໆ ຢູ່ບັນດາທ້ອງຖິ່ນໃຫ້ເປັນຢ່າງດີ”.

      ໂດຍຖືກດຳເນີນໃນເວລາ 3 ວັນ ດ້ວຍຂອບຂະໜາດລະດັບຂົງເຂດ, ງານບຸນຄ້ອງເຂດໄຕຫວຽນປີ 2018 ມີການເຂົ້າຮ່ວມຂອງນັກສິລະປະການ, ນັກສະແດງ 1.200 ຄົນ ທີ່ມາຈາກ 5 ແຂວງເຂດໄຕຫງວຽນ. ບັນດາການເຄື່ອນໄຫວຕົ້ນຕໍໃນງານ Festival ຄ້ອງລວມມີ ງານບຸນຕາມທ້ອງຖະໜົນຖືກຈັດຂຶ້ນຕາມ ຖະໜົນໃຫ່ຍໃນນະຄອນ ປໄຣກູ; ຟື້ນຟູບາງງານບຸນພື້ນເມືອງຂອງບັນດາເຜົ່າ, ໃນນັ້ນຈຸດສຸມແມ່ນບັນດາລາຍການສະແດງຄ້ອງ ໄດ້ຮັບການຟື້ນຟູໃນບັນດາພິທີງານບຸນພື້ນເມືອງ. ງານບຸນ Festival ຄ້ອງເຂດໄຕຫວຽນ ຖືກຈັດຕັ້ງໂດຍໝູນວຽນໃນແຕ່ລະປີ      ຢູ່ບັນດາແຂວງ, ນະຄອນ. ນີ້ແມ່ນໂອກາດເພື່ອໃຫ້ ຫວຽດນາມ ໂຄສະນາພາບພົດທິວທັດທຳມະຊາດ, ຊາວທ້ອງຖິ່ນ ແລະ ທ່າແຮງບົ່ມຊ້ອນດ້ານການທ່ອງທ່ຽວຂອງບັນດາແຂວງເຂດໄຕຫງວຽນ, ທັງແມ່ນໂອກາດໂຄສະນາພາບພົດວັດທະນະທຳຄ້ອງເຂດໄຕຫງວຽນ ເຊິ່ງໄດ້ຮັບການຮັບຮອງຈາກ Unesco ວ່າເປັນມໍລະດົກສືບທອດກັນມາ ແລະ ບໍ່ເປັນວັດຖຸຂອງມວນມະນຸດ. 

ຕອບກັບ

ຂ່າວ/ບົດ​ອື່ນ