ງານວາງສະແດງ “ ສົນທະນາກ່ຽວກັບ ສາລາຂອງໝູ່ບ້ານ ”

ງານວາງສະແດງ “ ສົນທະນາກ່ຽວກັບ ສາລາຂອງໝູ່ບ້ານ ” - ảnh 1
ສາລາຂອງໝູ່ບ້ານ ຈວງ ໃນ ແຂວງຮ່າໄຕເກົ່າ
(ພາບ:http://soi.com.vn)

   ນັບ​ແຕ່​ໃດໆ​ມາ, ​ໃນ​ຊີວິດ​ປະຈຳ​ວັນ, ຈິດ​ວິນ​ຍານ​ຂອງ​ຊາວ​ຫວຽດນາມ, ສາລາ​ຂອງ​ໝູ່​ບ້ານແມ່ນສູນຮັກສາ, ເສີມຂະຫຍາຍບັນດາຄຸນຄ່າດ້ານວັດທະນະທຳທີ່ ເປັນມູນເຊື້ອ, ຮິດຄອງ​ປະ​ເພນີ ​ແລະ ການ​ເຫຼື້ອມ​ໃສ​ຂອງ​ໝູ່​ບ້ານ​ຕ່າງໆ. ສາລາ​ຂອງ​ໝູ່​ບ້ານ​ແມ່​ບ່ອນ​ເຕົ້າ​ໂຮມ​ຄວາມ​ສາມັກຄີ​ຂອງທຸກ​ພາກສ່ວນ​ໃນ​ວົງ​ຄະນະ​ຍາດ, ​ແມ່ນ​ລະບອບ​ວັດ​ທະນະ​ທຳ​​ແບບ​ຍືນ​ຍົງ. ງານ​ວາງສະ​ແດງ “ ສົນທະນາ​ກ່ຽວ​ກັບ ສາລາ​ຂອງ​ໝູ່​ບ້ານ ” ທີ່ຫາ​ກໍຖືກ​ຈັດ​ຂຶ້ນຢູ່ຮ່າ​ໂນ້ຍ ​ແມ່ນ​ສະ​ແດງ​ໃຫ້​ເຫັນທັດສະ​ນະ, ວິທີ​ສັງ​ເກດ, ວິຖີ​ນຶກ​ຄິດ​ຂອງ​ນັກ​ສິລະ​ປີນ, ​ແນ​ໃສ່​ລື້​ມຄືນ​​ບັນ​ດາ​ຄຸນຄ່າ​ຂອງ ສາລາ​​ໝູ່​ບ້ານ​ໃນ​ການ​ດຳລົງ​ຊີວິດ, ກໍ່​ຜົນ​ສະ​ທ້ອນຢ່າງ​ຕັ້ງໜ້າ​ເຖິງ​ວົງ​ຄະນະ​ຍາດ.   

     ງານ​ວາງສະ​ແດງ​ສະ​ແດງ​ໃຫ້​ເຫັນ​ຢ່່າງຈະ​ແຈ້ງ​ກ່ຽວກັບການ​ຄົ້ນ​ຫາ, ປະດິດ​ຄິດ​ສ້າງ ທັງ​ທາງ​ດ້ານ​ແນວ​ຄວາມ​ຄິດ ​ແລະ ພາສາ​ຂອງ​ບັນດາ​ປະ​ເພດ​ສິລະ​ປະຍຸກ​ປະຈຸ​ບັນ​ຄື ການ​ຈັດ​ວາງ, ວິ​ດີ​ໂອ, ການ​ສຽງ, ຮູບຖ່າຍ​ທີ່​ງານ​ວາງສະແດງ​ໄດ້​ລື້​ມຄືນ​​ບັນ​ດາ​ຄຸນຄ່າ​ດ້ານ​ວັດທະນະທຳຂອງ ສາລາ​​ໝູ່​ບ້ານ​ໃນ​ຊິວິດ​ສັງຄົມ. ງານ​ວາງສະ​ແດງ “ ສົນທະນາ​ກ່ຽວ​ກັບ ສາລາ​ຂອງ​ໝູ່​ບ້ານ ” ​ແມ່ນ​ງານ​ວາງສະ​ແດງ​ທີ່​ແນ​ໃສ່​ເສີມ​ຂະຫຍາຍ​ຈິດ​ໃຈ​ອະນຸລັກ​ຮັກສາ ​ແລະ ​ໂຄສະນາ​ກ່ຽວ​ກັບສາລາ​ຂອງ​ໝູ່​ບ້ານ, ພ້ອມ​ກັນ​ນັ້ນ, ຜ່ານ​ນີ້​ເພື່ອ​ໃຫ້​ຊາວຫວຽດນາມ​ແຕ່ລະຄົນ​ສາມາດ​ຮັບ​ຮູ້ເຂົ​້າ​ໃຈ​ກ່ຽວ​ກັບ​ ສາລາ​ຂອງ​ໝູ່​ບ້ານ​ແມ່ນ​ແຫ່ງ​ເພື່ອ​ສະ​ແດງ​ຊີວິດ​ດ້ານ​ຈິດ​ວິນ​ຍານ ຊຶ່ງ​​ແມ່ນ​ຈຸດ​ວັດທະນະທຳ​ທີ່​ສຳຄັນ​ໃນ​ການ​ດຳລົງ​ຊີວິດ​ຂອງ​ຊາວ​ຫວຽດນາມ. ຈິດຕະກອນ ດັ້ງ​ທິ​ເຄວຖື​ວ່າ :

   “ສາລາ​ຂອງ​ໝູ່​ບ້ານ​ແມ່ນ​ແຕກ​ຕ່າງ​ກັບ​ມໍລະດົກ​ອື່ນໆ, ມັນ​ແມ່ນ​ມໍລະດົກ​ທີ່​ມີ​ຊີວິດ. ໝາຍ​ຄວາມ​ວ່າ​ມັນ​ຄົງ​ຕົວ​ກັບ​ມະນຸດ​ໃນ​ທຸກ​ຍຸກສະ​ໄໝ. ຄົນ​ສະ​ໄໝ​ເກົ່າ​ແມ່ນ​ມີ​ຄວາມ​​ເກັ່ງກ້າ​ສາມາດ ​ເມ​ື່ອຜະລິດ​ອອກ​ກິດຈະກຳ​ເພື່ອ​ຕອບ​ສະໜອງ​ການ​ນຳ​ໃຊ້​ຂອງ​ມະນຸດ​ໃນ​ທຸກ​ສະ​ໄໝ. ຂ້າພະ​ເຈົ້າ​ກໍ​ມີ​ຄວາມ​ສົນ​ໃຈຮ່ວມ​ຄື​ບັນດາ​ນັກ​ສິລະ​ປີນ​ຄົນ​ອື່ນໆ, ​ເຫດຜົນ​ທີ່​ງ່າຍ​ດາຍ​ແມ່ນ​ສະພາບ​ຕົວ​ຈິງ, ວິທີ​ປະພຶດ​ຂອງ​ມະນຸດ​ກັບ​ມໍລະດົກ​ແມ່ນ​ເປັນ​ໜ້າ​ເປັນ​ຫ່ວງ​ທີ່​ສຸດ. ​ເພາະ​ມໍລະດົກ​ແມ່ນ​ຊັບ​ສົມບັດ​ເພື່ອ​ປະ​ໃຫ້​ຄົນ​ຍຸກ​ປະຈຸ​ບັນ​ສືບ​ທອດ”

   ​ເມ​ື່ອກ້າວ​ເຂົ້າ​ບາດ​ທຳ​ອິດ​ໃນ​ຮ້ານ​ວາງສະ​ແດງ ​ແມ່ນ​ສີ​ເຫຼືອງ​ອາ​ຮາມ​ຂອງ​ເຂົ້າ​ເປືອກ​ທີ່​ພວມ​ຕາກ​ແດດ​ຢູ່​ເດີນ​ສາລາ​​ໃນ​ໝູ່​ບ້ານ ​ພ້ອມ​ກັບຮູບ​ພາບ​ເດັກນ້ອຍ​ປ່ອຍ​ວາວ. ​ໃນ​ລາຍການ​ຈັດ​ວາງ “ ​ເລື່ອງ​ຂອງ​ສາລາ” ຈິດຕະກອນ ວູ້ດິງຕວ້ນ ​ໄດ້​ປະສານ​ເຂົ້າ​ກັບສຽງກັງວານຂອງບັນດາຄຳຜະຫຍາ, ຄຳກອນພື້ນເມືອງທີ່ ລຽບງາຍຊຶ່ງພິມໃສ່ແຖບຜ້າທີ່ອ່ອນນວນຢ່າງບໍ່ຂາດສາຍ. ສ່ວນຈິດຕະກອນ ຫງວຽນເທ້ເຊີນ ໄດ້ເລົ່າເລື່ອງກ່ຽວກັບສະພາບຕົວຈິງຂອງສາລາໃນໝູ່ບ້ານທີ່ ຮ່າໂນ້ຍຜ່ານ​ຊຸດ​ພາບ​ຖ່າຍ “ ຂ້ອຍ​ໄປ​ຊອກ​ຫາ​ເຮືອນ​ລວມ” . ທ້າວ ຫງວຽນ​ວັນ​ຫອກ ຜູ້​ມາ​ຊົມ​ງານ​ວາງສະ​ແດງ ​ໃຫ້​ຮູ້​ວ່າ :

   “ ສາລາ​ທີ່​ນະຄອນ​ແມ່ນ​ແຕກ​ຕ່່າງກັບ​ແຫ່ງ​ອື່ນໆ. ຂ້າພະ​ເຈົ້າ​ມັກສາລາໃນໝູ່ບ້ານຕ້ອງ​ສູງ​ຂຶ້ນ, ມັນ​ຕ້ອງ​ແທດ​ເໝາະ​ກັບ​ການ​ດຳລົງ​ຊີວິດ​ຢູ່​ເຂດ​ຕົວ​ເມືອງ. ບັນຫາ​ຢູ່​ນີ້​ແມ່ນ​ການ​ປະພຶດ​ກັບ​ສາາ​ໃນ​ນະຄອນ​ແມ່ນ​ຄື​ແນວ​ໃດ. ການ​ຫັນປ່ຽນ​ກໍ​ເລື່ອງ​ໜຶ່ງ, ​ແຕ່​ສຳຄັນ​ແມ່ນ​ການ​ປະພຶດ​ຕາມ​ແບບ​ຫັນ​ເປັນ​ຕົວ​ເມືອງ. ສ່ວນ​ຢູ່​ເຂດ​ຊົນນະບົດ, ​ເລື່ອງ​ນີ້​ບໍ່​ເຄີຍ​ເກີດ​ຂຶ້ນ, ​ເພາະ​ດິນ​ກ້ວາງ, ດັ່ງ​ນັ້ນ​ສາລາ​ບໍ່​ຕ້ອງ​ກໍ່ສ້າງ​ໃຫ້​ສູງ​ຂຶ້ນ​ເຊັ່ນ​ນັ້ນ.”

      ​ໃນ​ຜະລິດ​ຕະພັນ​ຈິດຕະກຳ​ຈັດ​ວາງ​ທີ່​ດີ​ເດັ່ນ​ທີ່​ມີ​ຊື່ວ່າ “ ​ແຍ້​ກັນ” ຂອງຈິດຕະ ກອນ ຫງວຽນ​ຫງອກ​ເລີມ​ນັ້ນ, ສິ່ງ​ທີ່​ປະ​ທັບ​ໃຈ​, ນັ້ນ​ແມ່ນ​ລາວ​ໄດ້​ສາມາດ​ສ້າງ​ຮູບ​ພາບ​ຕົວ​ເມືອງ​ທີ່​ຄັບ​ແຄບ​ດ້ວຍ​ເຮືອນ​ຫ້ອງ​ແຖວ​ຕິດ​ຕໍ່​ກັນ ​ແລະ ປິດ​ລ້ອມ​​ເອົາ ສາລາ. ສ່ວນ ໃນ​ຜະລິດ​ຕະພັນ​ຈິດຕະກຳຂອງ ຈິດຕະກອນ ດັ້ງ​ທິ​ເຄວ, ​ແມ່ນ​ໄດ້​ສ້າງ​ໃຫ້​ມີ​ຮູບ​ພາບ​ທີ່​ມີ​ຊີວິດ​ຊີວາ, ມີ​ວິນ​ຍານ​ດ້ວຍຮູບພາບນັກ​ຫົງ​​ໃຫຍ່ຄູ່​ໜຶ່ງ ​ເຮັດ​ດ້ວຍ​ໄມ້​, ຢູ່​ໜ້າ​ເດີ​ນ​ແມ່ນ​ເຕັ​ມ​ໄປດ້ວຍ​ໃບ​ໄມ້​ຫຼົ່ນ. ຈິດຕະກອນ ດັ້ງ​ທິ​ເຄວ ​ໃຫ້​ຮູ້​ວ່າ :

   “ ຂ້າພະ​ເຈົ້າ ຮັບຮູ້ວ່າສາລາໃນໝູ່ບ້ານ​ແມ່ນ​ຊ້ອນ​ແຝງ​ຫຼາຍ​ຄຸນຄ່າ, ​ໃນ​ນັ້ນ ມີ​ຄຸນຄ່າ​ສະຖາປັດຕະຍະກຳ, ວິ​ຈິ​ຕະກຳ ​ແລະ ພິ​ເສດ​ແມ່ນ​ສະ​ແດງ​ໃຫ້​ເຫັນ​ຄວາ​ມມີ​ຫຼາຍ​ປະ​ໂຫຍ​ດ​ຂອງສາລາ. ຍິ່ງ​ຊອກ​ຮູ້​ເລິກ​ເຊິ່ງ, ຂ້າພະ​ເຈົ້າ​ຍິ່ງ​ເຫັນ​ໄດ້​ເຖິງ​ຄວາມ​ລຶກລັບ ​ແລະ ​ອຸດົມສົມບູນ, ​ແລະ ​ເບິ່ງ​ຄື​ວ່າ​ຫຼາຍ​ເສັ່ນ​ຄົນ​ພວກ​ເຮົາ​ກໍ​ຍັງ​ບໍ່​ທັນ​ສາມາດ​ເຂົາ​​ໃຈ​ໄດ້​ໝົດ​ກ່ຽວ​ກັບ​ຄຸນຄ່າ​ນັ້ນ”

    ສ່ວນ​ຮູບ​ເງົາ​ວີ​ດີ​ໂອ “ສົນທະນາ​ກ່ຽວ​ກັບ ສາລາ​ຂອງ​ໝູ່​ບ້ານ” ຂອງ​ລິວ​ຈີ້​ຮ້ຽວ ​ໄດ້​ມີ​ຮູບ​ພາບ “ ​ໄຂ່ 100 ​ໜ່ວຍ, ຊຶ່ງ​ແມ່ນ​ສັນຍາ​ລັກ​ໃຫ້​ແກ່​ກົກ​ເຄົ້າ​ຂອງ​ຊາດ. ​ໄຂ່​ແຕ່ລະ​ໜ່ວຍ​ກໍ​ແມ່ນ​ຊີວິດ​ຂອງ​ບຸກຄົນ​ໜຶ່ງ, ​ແມ່ນ​ເລື່ອງ​ລາວ​ໜຶ່ງ ​ແລະ ​ແມ່ນ​ມໍລະດົກ ຊຶ່ງ​ພວກ​ເຮົາ​ຕ້ອງ​ຮັກສາ ​ແລະ ຖະໜຸຖະໜອມ.

            ​ໂດຍ​ນອນ​ໃນ​ໂຄງການ“ ຄົ້ນ​ຄ້ວາ, ​ເກັບ​ຮັກສາ, ​ໂຄສະນາ ​ແລະ ​ເສີມ​ຂະຫຍາຍ​ບັນດາ​ຄຸນຄ່າ​ພິ​ເສດ​ຂອງ​ມໍ​ລະ​ດົກ​ວັດທະນະທຳ​ສາລາຂອງ​ໝູ່​ບ້ານ​​ເຂດ​ທົ່ງພຽງ​ພາກ​ເໜືອຫວຽດນາມ” ​ໂດຍ​ມະຫາວິທະຍາ​ໄລ​ວິຈິດ​ຕະກຳ​ຫວຽດນາມ​ປະຕິບັດ​​ນັ້ນ, ງານ​ວາງສະ​ແດງ“ສົນທະນາ​ກ່ຽວ​ກັບ ສາລາ​ຂອງ​ໝູ່​ບ້ານ” ​ແມ່ນ​ຄວາມ​ກະຕືລື​ລົ້ນ​ຂອງ​ບັນດາ​ນັກ​ສິລະ​ປີນ​ຍຸກ​ປະຈຸ​ບັນ. ງານ​ວາງສະ​ແດງ​ໄດ້​ຕັ້ງ​ຄຳ​ຖາມ​ທີ່​ມີ​ລັກສະນະ​ວິຈານ​ກ່ຽວ​ກັບ​ບັນຫາ​ທີ່​ກ່ຽວຂ້ອງ​ເຖິງ​ມໍລະດົກ ສາລາໃນໝູ່ບ້ານ ກໍ​ຄື​ສະພາບ​ເສ່ື​ອມຄຸນ​ນະພາ​ບ, ຄວາມ​ຈຳ​ເປັນ​ໃນ​ການ​ຮັກສາ, ​ເຊີດ​ຊູ​ບັນດາ​ຈຸດ​ຄວາມ​ງາມ​ຂອງ​ມໍລະດົກ, ວັດທະນະທຳ​ແຫ່ງ​ຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ