ປຸກລະດົມແຫຼ່ງກຳລັງໃນວົງຄະນະຍາດ ເພື່ອເສີມຂະຫຍາຍຄຸນຄ່າ ມໍລະດົກວັດທະນະທຳ

  

ປຸກລະດົມແຫຼ່ງກຳລັງໃນວົງຄະນະຍາດ ເພື່ອເສີມຂະຫຍາຍຄຸນຄ່າ ມໍລະດົກວັດທະນະທຳ - ảnh 1
ອົງການ UNESCO ໄດ້ຮັບຮອງສິລະ​ປະຂັບກວານເຫາະ​ແມ່ນມໍລະດົກ​ວັດທະນະທຳບໍ່​ມີ​ຮູບ​ຮ່າງ ​​ໂດຍ​ສືບ​ທອດ​ກັນ​ມາ ​ເປັນ​ຕົວ​ແທນ​
ຂອງ​ມວນ​ມະນຸດ   (ພາບ : baomoi.com)


   ບັນດາມໍລະດົກ​ວັດທະນະທຳຂອງ​ຫວຽດນາມ, ​ເປັນ​ຕົ້ນ​ແມ່ນ​ບັນດາມໍລະດົກ​ຊຶ່ງ​ໄດ້​ຮັບ​ການ​ຮັບຮອງຈາກ ອົງການ UNESCO ນັ້ນ, ບໍ່ພຽງແຕ່ວ່າແມ່ນ​ຊັບ​ສົມບັດ ດ້ານ​ວັດທະນະທຳ​ອັນ​ລ້ຳ​ຄ່າຂອງ​ວົງ​ຄະນະ​ຍາດ​ບັນດາ​ເຜົ່າ​ຫວຽດນາມ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນຊັບ​ສົມບັດດ້ານ​ວັດທະນະທຳ​ຂອງມວນມະນຸດອີ​ກດ້ວຍ. ການ​ສົ່ງ​ເສີມແລະ ສ້າງ​ເງື່ອນ​ໄຂ​ສະດວກ​ເພື່ອ​ໃຫ້​ທຸກໆ​ອົງການ, ສ່ວນ​ບຸກຄົນ​ໃນ​ສັງຄົມ ຮ່ວມ ແຮງຮ່ວມໃຈ​ເພື່ອ​ອະນຸລັກ​ຮັກສາ​ບັນດາມໍລະດົກ​ວັດທະນະທຳນັ້ນ, ພວມ​ແມ່ນ​ບັນຫາ​ໄດ້​ຮັບ​ຄວາມ​ເອົາ​​ໃຈ​ໃສ່​ເປັນ​ພິ​ເສດ​ຈາກ​ລັດ​ຫວຽດນາມ.  

      ຕາມ​ການ​ສະ​ຖີຕິ​ຂອງ​ກົມ​ມໍລະດົກ​ວັດທະນະທຳ ສັງກັດ​ກະຊວງ​ວັດທະນະທຳ - ກິລາ ​ແລະ ທ່ອງ​ທ່ຽວ​ຫວຽດ​ນາມແລ້ວ, ປະຈຸ​ບັນ ຢູ່​ຫວຽດນາມ​ມີ 17 ​ມໍລະດົກ​ວັດທະນະທຳລະດັບ​ໂລກ, ​ໃນ​ນັ້ນ ມີ 2 ມໍລະດົກ​ທຳ​ມະ​ຊາດ, 5 ມໍລະດົກ​ວັດທະນະທຳ ​ແລະ 10 ມໍລະດົກ​ວັດທະນະທຳບໍ່​ມີ​ຮູບ​ຮ່າງ ​ແລະ ສືບ​ທອດ​ກັນ​ມາ​ຂອງ​ມວນ​ມະນຸດ​, ໄດ້​ຮັບ​ການ​ຮັບຮອງ ​ແລະ ​ເຊີດ​ຊູຈາກ ອົງການ UNESCO. ນອກຈາກ​ນັ້ນ, ​ປະຈຸ​ບັນໃນ​ທົ່ວ​ປະ​ເທດມີ​ປູຊະນີຍະສະຖານ​ກ່ວາ 40.000 ​ແຫ່ງ, ​ໃນ​ນັ້ນ​ມີປູຊະນີຍະສະຖານລະດັບ​ຊາດ​ກ່ວາ 3.000 ​ແຫ່ງ, ປູຊະນີຍະສະຖານ​ລະດັບ​ຊາດ​ພິ​ເສດ 10 ​ແຫ່ງ. ບັນດາມໍລະດົກ​ວັດທະນະທຳຂອງ​ຫວຽດນາມ ບໍ່ພຽງແຕ່ວ່າແມ່ນ​ຊັບ​ສົມບັດດ້ານ​ວັດທະນະທຳ ​ອັນ​ລ້ຳ​ຄ່າຂອງ​ວົງ​ຄະນະ​ຍາດ​ບັນດາ​ເຜົ່າ​ຫວຽດນາມ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນຊັບ​ສົມບັດດ້ານ​ວັດທະນະທຳ​ຂອງມວນມະນຸດອີ​ກດ້ວຍ. ​ເພື່ອ​ຍົກ​ສູງ​ປະສິດທິ​ຜົນການອະນຸລັກ​ຮັກສາ ມໍລະດົກ​ວັດທະນະທຳນັ້ນ, ລັດ​ຫວຽດນາມພວມສົ່ງ​ເສີມແລະ ສ້າງ​ເງື່ອນ​ໄຂ​ສະດວກ​ເພື່ອ​ໃຫ້​ທຸກໆ​ອົງການ, ສ່ວນ​ບຸກຄົນ​ໃນ​ສັງຄົມຍົກ​ສູງ​ສະຕິ​ຄວາມ​ຮັບຜິດຊອບ,ຮ່ວມແຮງຮ່ວມໃຈ​ເພື່ອ​ອະນຸລັກ​ຮັກສາ ​ແລະ ​ເສີມ​ຂະຫຍາຍ​ບັນດາ ມໍລະດົກ​ວັດທະນະທຳ. ​

ປຸກລະດົມແຫຼ່ງກຳລັງໃນວົງຄະນະຍາດ ເພື່ອເສີມຂະຫຍາຍຄຸນຄ່າ ມໍລະດົກວັດທະນະທຳ - ảnh 2
ຂົວ​ ລອງ​ບຽນ ຊຶ່ງ​ແມ່ນ​ກິດຈະກຳ​ມໍລະດົກ​ພິ​ເສດ​ຂອງ​ນະຄອນຫຼວງ​ຮ່າ​ໂນ້ຍຄວນ​ໄດ້​ຮັບ​ການ​ອະນຸລັກ​ຮັກສາ (ພາບ : hanoimoi)


    ໃນ​ຕົວ​ຈິງ, ຫຼາຍ​ທ້ອງ​ຖິ່ນ, ອົງການ, ສ່ວນ​ບຸກຄົນ​ໃນ​ສັງຄົມ​ໄດ້​ມີ​ບັນດາ​ການ​ເຄື່ອນ​ໄຫວ, ວິທີ​ການ​ຕ່າງໆ​ທີ່​ດີ​ຊຶ່ງ​​ໄດ້​ນຳ​ມາ​ເຊິ່ງປະສິດ​ທິຜົນ​ອັນ​ແທດ​ຈິງ. ມີ​ງານ​ວາງສະ​ແດງ, ການ​ພົບ​ປະ​ແລກປ່ຽນ ສະ​ແດງ​ສິລະ​ປະ​ທີ່ຖືກຈັດ​ຂຶ້ນ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດຫຼາຍ​ຄັ້ງ​ເພື່ອ​ແນະນຳ​ກ່ຽວ​ກັບມໍລະດົກ​ວັດທະນະທຳຫວຽດນາມນັ້ນ, ​ໄດ້​ສ້າງ​ຄວາມ​ປະ​ທັບ​ໃຈ ​ແລະ ດຶງ​ດູດ​ຄວາມ​ສົນ​ໃຈ​ຈາກ​ມວນ​ຊົນ​, ປະກອບສ່ວນ​ໂຄສະນາ​ພາບ​ພົດ​ປະ​ເທດ​ຊາດ ​ແລະ ຊາວ​ຫວຽດນາມ​ໃຫ້​ເພື່ອນ​ມິດສາ​ກົນ​ຮັບ​ຊາບ. ​ໃນ​ນັ້ນ, ກໍ​ຕ້ອງ​ເຕື້ອງ​ເຖິງ​ເຫດການ​ຈັດ​ງານ​ວາງສະ​ແດງ​ກ່ຽວກັບ“ ​ເທບ​ນິຍາຍ​ຂົວ ລອງ​ບຽນ ” ຢ່າງ​ສຳ​ເລັດ​ຜົນ, ຊຶ່ງ​ໄດ້​ປະກອບສ່ວນ​ປຸກລຸກ​ຄວາມ​ຊົມ​ຊອບ, ສະຕິ​ຄວາມ​ເຂົ້າ​ໃຈ​ຂອງ​ວົງ​ຄະນະ​ຍາດ​ໃນ​ການອະນຸລັກ​ຮັກສາຂົວ​ລອງ​ບຽນ ຊຶ່ງ​ແມ່ນ​ກິດຈະກຳ​ມໍລະດົກ​ພິ​ເສດ​ຂອງ​ນະຄອນຫຼວງ​ຮ່າ​ໂນ້ຍ. ພາຍຫຼັງ​ໄດ້​ຮັບ​ການ​ສ້າ​ງຕັ້ງ​ຂຶ້ນ​ເປັນ​ເວລາ​ເກືອບ 6 ປີ, ດ້ວຍ​ການຈັດ​ຕັ້ງ​​ເຫດການ​ເກືອບ 100 ຄັ້ງ, ຊາຍ​ຄາ​ແຫ່ງ​ສິລະ​ປະ ​ແມ່ນ​ອົງການ​ໜຶ່ງ​ ​ໄດ້​ເຂົ້າ​ຮ່ວມຢ່າງ​ມີ​ປະສິດທິ​ຜົນ​ໃນ​ການ​ໂຄສະນາ​ບັນດາມໍລະດົກ​ຫວຽດນາມ ​ໂດຍ​ຜ່ານບັນດາ​ການ​ເຄື່ອນ​ໄຫວ​ສິລະ​ປະວັດ​ທະນະ​ທຳ. ທ່ານ​ນາງ ຫງວຽນ​ງາ ຜູ້ອຳນວຍການ ຊາຍ​ຄາ​ແຫ່ງ​ສິລະ​ປະ ຖື​ວ່າ:

    “ ບໍ່ວ່າມໍລະດົກໃດໆຊຶ່ງໄດ້ຮັບຄວາມຊົມຊອບຈາກປະຊາຊົນ ແລະ ໄດ້ຖືກແນະນຳສູ່ໂລກພາຍນອກນັ້ນ, ກໍລ້ວນແຕ່ຕ້ອງຜ່ານບັນດາປະເພດວັນນະ ຄະດີວັດທະນະທຳ​ສິລະ​ປະ, ​ເພາະວັດທະນະທຳ​ສິລະ​ປະ​ແມ່ນ​ສິ່ງ​ທີ່​ສະ​ແດງ​ໃຫ້​ເຫັນ​ລະດັບ​ຂອງ​ຊາດ​ໜຶ່ງ. ຢາກອະນຸລັກ​ຮັກສາມໍລະດົກນັ້ນ, ທຸກໆ​ຄົນ​ຕ້ອງ​ຮ່ວມ​ແຮງ​ຮ່ວມ​ໃຈ ຈຶ່ງ​ສາມາດ​ປະຕິບັດ​ໄດ້, ພຽງ​ແຕ່​ຜູ້​ດຽວ​ເທົ່ານັ້ນ ​ແມ່ນ​ບໍ່​ສາມາດ​ເຮັດ​ໄດ້ ”

          ​ໃນ​ພຶດຕິ​ກຳ​ຕົວຈິງກໍສະແດງໃຫ້ເຫັນວ່າ ການອະນຸລັກ​ຮັກສາ ແລະ ເສີມຂະຫຍາຍປູຊະນີຍະສະຖານປະຫວັດສາດ, ມໍລະດົກ​ວັດທະນະທຳ ຍາມໃດກໍຮ່ວມເດີນທາງ, ຕິດພັນກັບການຮັກສາສີສັນວັດທະນະທຳຂອງຊາດ. ເລື່ອງອະນຸລັກ​ຮັກສາມໍລະດົກ​ວັດທະນະທຳ ຂັບກວານເຫາະຢູ່ແຂວງບັກນິງ ກໍແມ່ນຕົວຢ່າງທີ່ມີຊີວິດຊີວາ. ພາຍຫຼັງ 3 ປີທີ່ ອົງການ UNESCO ໄດ້ຮັບຮອງຂັບກວານເຫາະ​ແມ່ນມໍລະດົກ​ວັດທະນະທຳບໍ່​ມີ​ຮູບ​ຮ່າງ ​ໂດຍ​ສືບ​ທອດ​ກັນ​ມາ ​ເປັນ​ຕົວ​ແທນ​ຂອງ​ມວນ​ມະນຸດ​ນັ້ນ, ສະຕິ​ຄວາມ​ຮັບຜິດຊອບ​ໃນ​ການ ອະນຸລັກ​ຮັກສາ ມໍລະດົກ​ວັດທະນະທຳຂັບກວານເຫາະ​ໄດ້​ລົງ​ເລິກ​ເຂົ້າ​ສູ່​ຊີວິດ​ຕົວ​ຈິງ​ຂອງ​ແຕ່ລະຄົນ. ລຸງ ຫງວຽນ​ວັນ​ກວຽນ ຢູ່​ບ້ານ​ຢຽມ, ຜູ້​ໄດ້​ປະກອບ​ສ່ວນ​ເຂົ້າ​ໃນ​ການ ອະນຸລັກ​ຮັກສາ ມໍລະດົກ​ວັດທະນະທຳຂັບກວານເຫາະ ​ເປັນ​ເວລາ​ຕະຫຼອດ 50 ປີຜ່ານມາ​ເວົ້າ​ຄວາມ​ໃນ​ໃຈ​ສູ່​ຟັງ​ວ່າ :

    “ ບັນດາ​ຜູ້​ເຖົ້າ​ຜູ້​ແກ່​ໃນ​ບ້ານ​ກໍ​ຄ່ອຍໆ​ລ່ວງ​ລັບ​ໄປ, ​ແລະ ຄຸນຄ່າມໍລະດົກ​ກໍ​ຄ່ອຍໆ​ສູນຫາຍ​ໄປ​ນຳ, ດັ່ງ​ນັ້ນ ມາ​ຮອດ​ປະຈຸ​ບັນ​, ​ເຮົາ​ຍິ່ງ​ຮູ້ສຶກ​ເສຍດາຍ ​ແລະ ​ເຂົ້າ​ໃຈ​ວ່າຕ້ອງ ອະນຸລັກ​ຮັກສາສິລະ​ປະຂັບກວານເຫາະ. ອົງການ UNESCO ​ໄດ້​ຮັບຮອງ​ແລ້ວ, ດັ່ງ​ນັ້ນ ພວກ​ເຮົາ​ຕ້ອງ​ເຮັດ​ແນວ​ໃດ ​ເພື່ອ​ສາມາດ​ຕອບ​ສະໜອງ​ຕາມ​ຄວາມ​ຮຽກຮ້ອງ​ຕ້ອງການ​ຈາກ​ສາກົນ , ​ເຮັດ​ແນວ​ໃດ​ເພື່ອ​ປະຊາຊົນ​ສາມາດ​ເຂົ້າ​ໃຈ​ຢ່າງ​ທົ່ວ​ເຖິງ ”

       ສ່ວນ​ທ່ານ​ນາງ ດຣ ​ເລ​ທິມິນ​ຫຼີ ຜູ້ອຳນວຍການ​ສູນອະນຸລັກ​ຮັກສາ ​ແລະ ​ເສີມ​ຂະຫຍາຍມໍລະດົກ​ວັດທະນະທຳ ​ໃຫ້​ຮູ້​ວ່າ

    “ ວຽກ​ງານອະນຸລັກ​ຮັກສາ ​ແລະ ​ເສີມ​ຂະຫຍາຍມໍລະດົກ​ວັດທະນະທຳ ຂັບກວານເຫາະຢູ່ ບັກ​ນິງ​ໃນ​ໄລຍະ​ທີ່​ຜ່ານ​ມາ ​ແມ່ນ​ໄດ້​ປະຕິບັດ​ເປັນຢ່າງ​ດີ​ທີ່​ສຸດ ​ແລະ ອົງການ UNESCO ​ໄດ້​ຮັບ​ຮູ້​ສິ່ງ​ນີ້​ຢ່າງ​ແທ້​ຈິງ. ​ແຕ່​ເຖິງ​ຢ່າງ​ໃດ​ກໍ​ດີ, ພວກ​ເຮົາ​ກໍ​ພວມ​ພະຍາຍາມ​ຫຼາຍ​ກ່ວາ​ອີກ​ໃນ​ການ​ຊອກ​ຫາ​ບັນດາ​ມາດ​ຕະການ​​ແກ້​ໄຂ​ເພື່ອ​ເຮັດ​ແນວ​ໃດ​ໃຫ້​ສິລະ​ປະຂັບກວານເຫາະສາມາດ​ແທດ​ເໝາະ​ກັບ​ຊີວິດ​ຍຸກ​ປະຈຸ​ບັນ. ​ແລະ ​ເຖິງ​ເວລາ​ແລ້ວ, ພວກ​ເຮົາ​ຕ້ອງ​ເປັນ​ເອກະ​ພາບ​ນຳ​ກັນ​ເພື່ອ​ປະຕິບັດ​ບັນດາ​ແບບ​ວິທີ​ການ​ບັນລຸມາດຖານ ​ເພື່ອ​ຈະ​ເຫັນ​ໄດ້​ວ່າ ​ເຮັດ​ຄື​ແນວ​ໃດ​ແມ່ນ​ການອະນຸລັກ​ຮັກສາ​ໃຫ້​ຖືກ​ຕາມ​ເນື້ອ​ໃນ​ຈິດ​ໃຈ​ຂອງ​ສົນທິສັນຍາ​ຂອງ ອົງການ UNESCO ”

     ການ​ປຸກລະດົມ​ແຫຼ່ງກຳລັງ​ເຫື່ອ​ແຮງ, ສະຕິ​ປັນຍາ​ຂອງ​ວົງ​ຄະນະ​ຍາດ​ໃນ​ວຽກ​ງານອະນຸລັກ​ຮັກສາບັນດາມໍລະດົກ​ວັດທະນະທຳມີ​ຮູບ​ຮ່າງ ​ແລະ ບໍ່​ມີ​ຮູບ​ຮ່າງ ​ແມ່ນ​ວິທີ​ການ​ແກ້​ໄຂ​ຢ່າງ​ມີ​ປະສິດທິ​ຜົນ​ທີ່​ສຸດ​ເພື່ອ​ໃຫ້​ບັນດາມໍລະດົກ​ ສືບ​ຕໍ່​ໄດ້​ຮັບ​ການອະນຸລັກ​ຮັກສາ, ສືບ​ທອດ ​ແລະ ຂະຫຍາຍຕົວ​ໃນ​ການ​ດຳລົງ​ຊີວິດ​ຍຸ​ກ ​ປະຈຸ​ບັນ. ​ເສີມ​ຂະຫຍາຍ​​ຄຸນຄ່າ​ຂອງ ບັນດາມໍລະດົກ​ ​ແລະ ມູນ​ເຊື້ອ​ອັນ​ດີງາມ​ນັ້ນ, ຍັງ​ເປັນ​ການ​ຮັບ​ໃຊ້​ຜົນ​ປະ​ໂຫຍ​ດຂອງ​ວົງ​ຄະນະ​ຍາດ​ສັງຄົມ, ພ້ອມ​ທັງ​ປະກອບ​ສ່ວນ​ປະດິດ​ຄິດ​ສ້າງ​ບັນດາ​ຄຸນຄ່າ​ວັດທະນະທຳ​ໃໝ່ .

ຕອບກັບ

ຂ່າວ/ບົດ​ອື່ນ