ປະເພນີເຫຼື້ອມໃສບູຊາເຈົ້າຊີວິດຮຸ່ງ


ເບິ່ງ​ຄື​ວ່າ​ບໍ່​ມີ​ປະ​ເທດ​ໃດ​ໃນ​ໂລກ​ພັດ​ມີ​ວັນ​ໄຫວ້​ບູຊາ​ຮ່ວມ​ຂອງ​ທັງ​ຊາດ ​ແລະ​ມີ​ເຂດ​ປູຊະນີຍະສະຖານ​ລະດັບ​ຊາດ​ເພື່ອ​ໄຫວ້​ບູຊາ​ບັນພະບຸລຸດ​ຄື​ວິ​ຫານ​ຮຸ່ງ​ທີ່​ແຂວງ​ຟູ້​​ເທາະ​ປະເທດຫວຽດນາມ. ວັນໄຫວ້ບູຊາເຈົ້າຊີວິດຮຸ່ງ ຖືກລັດຫວຽດນາມ ຖືເອົາເປັນວັນໄຫວ້ບູຊາລະດັບຊາດ ຄືວັນທີ 10 ເດືອນ 3 ໄລ່ຕາມຈັນທະປະຕິ ທິນຫວຽດນາມໃນແຕ່ລະປີ ແລະ ໄດ້ກາຍເປັນງານບຸນວັດທະນະທຳທີ່ມີຂອບ ຂະໜາດໃຫຍ່ກ່ວາໝູ່ ໃນທົ່ວປະເທດຫວຽດນາມ. ດ້ວຍຈຸດວັດທະນະທຳຂອງ ງານບຸນ​ປະ​ເພນີ​ອັນ​ເປັນ​ເອກະລັກ​ສະ​ເພາະ​ທີ່​ມີ​ນັບ​ຫຼາຍ​ພັນ​ປີ​ນັ້ນ, ຫວຽດນາມ​ພວມ​ສືບ​ຕໍ່​ສ້າງ​ສຳ​ເນົາ​ວິທະຍາສາດກ່ຽວ​ກັບ “​ການ​ເຫຼື້ອມ​​ໃສ​ໄຫວ້​ບູຊາ​ເຈົ້າ​ຊີວິດ​ຮຸ່ງ​ຢູ່​ແຂວງ​ຟູ້​ເທາະ ” ​ໃຫ້​ສົມບູນ​ແບບ​ເພື່ອ​ຍື່ນ​ສະ​ເໜີ​ຕໍ່​ອົງການ UNESCO ຮັບ​ຮູ້​ແມ່ນ​ມໍລະດົກ​ວັດທະນະທຳ​ບໍ່​ມີ​ຮູບ​ຮ່າງ​ຂອງ​ມ່ວນ​ມະນຸດ.

ປະເພນີເຫຼື້ອມໃສບູຊາເຈົ້າຊີວິດຮຸ່ງ - ảnh 1
ງານບຸນວິຫານຮຸ່ງຢູ່ແຂວງຟູ້ເທາະ
(ພາບ: baomoi.com)

              ຊາວ​ຫວຽດນາມ​ບໍ່​ວ່າ​ຜູ້​ໃດ​ກໍ​ລ້ວນ​ແຕ່​ຮູ້ຈັກ​ກ່ຽວ​ກັບ​ເລື່ອງ​ລາວ​​ເລ​ົ່າຂານ​ສືບ​ທອດ​ກັນ​ມາ​ກ່ຽວ​ກັບ​ພະ​ບິດາຫຼາກ​ລອງ​ກວນ ​ແລະ ພະ​ມານ​ດາເອົາ​ເກີ ​ໄດ້​ປະສູດ​ອອກ​ໄຂ່​ຮ້ອຍ​ໜ່ວຍ ​ແລະ ຫຼັງ​ຈາກ​ນັ້ນກໍ​​ແຕກອອກ​ເປັນລູກຮ້ອຍ​ຄົນ. ນັບ​ແຕ່​ນັ້ນ​ມາ​ໄດ້​ກາຍ​ເປັນ​ວົງ​ຄະນະ​ຍາດ​ບັນດາ​ເຜົ່າ​ຫວຽ​ດເນາມ. ​ເພາະສະ​ນັ້ນ, ຊາວ​ຫວຽດນາມ​ທຸກໆ​ຄົນ​ລ້ວນ​ແຕ່​ຖຶຕົນ​ເອງ​ແມ່ນ​ລູກ​ຫຼານ​ຂອງ ພະ​ບິດາຫຼາກ​ລອງ​ກວນ ​ແລະ ພະ​ມານ​ດາເອົາ​ເກີ, ມີ​ກົກ​ເຄົ້າ​ເຫງົ້າ​ກໍ​ອັນ​ດຽວ​ກັນ.​ເລື່ອງ​ລາວ​ດັ່ງ​ກ່າວ​ແມ່ນ​ມີ​ມາ​ແຕ່​ສະ​ໄໝ​​ລາດ​ຊະ​ວົງ​ຮຸ່ງ ​ແລະ ​ໃນ​ຄວາມ​ຊົງ​ຈຳ​ຂອງ​ຊາວ​ຫວຽດນາມ​ນນັ້ນ, ​ເຈົ້າ​ຊີວິດ​ຮຸ່ງ​ອົງ​ຕ່າງໆ​ແມ່ນ​ບັນດາ​ບຸກຄົນ​ໄດ້​ສ້າງ​ຕັ້ງ​ລັດ​ວັນ​ລາງ ຊຶ່ງ​ແມ່ນ​ລັດ​ທຳ​ອິດ​ໃນ​ປະຫວັດສາດ​ຂອງ​ຊາດ​ຫວຽດນາມ( ​ໃນ​ສະຕະວັດ​ທີ່ 4-5ກ່ອນ ຄ.ສ) ​ແລະ ສະ​ໄຫວ​ລາດ​ຊະ​ວົງ ຮຸ່ງ​ນີ້​ເອງ​ໄດ້​ກໍ່ສ້າງ​ເຂດ​ປູຊະນີຍະສະຖານ​ວິ​ຫານຮຸ່ງ​ແຫ່ງ​ປະຫວັດສາດ. ​ໃນ​ທຸກ​ວັນ​ນີ້, ມີ​ຮ່ອງຮອຍ​ບູຮານ​ຄະດີ, ປູ​ຊະນີ​ຍະສະ​ຖານ​ຫຼາຍ​ແຫ່ງ​ພ້ອມ​ກັບ​ບັນດາ​ຮີດຄອງ​ປະ​ເພນີ​ຂອງ​ຊາວ​ທ້ອງ​ຖິ່ນ​ໄດ້​ພິສູດ​ໃຫ້​ເຫັນ​ວ່າ ຍຸກ​ສະ​ໄໝ​ເຈົ້າ​ຊີວິດ​ຮຸ່ງ​ແມ່ນ​ຍຸກ​ສະ​ໄໝ​​ເຄີຍ​ໄດ້​ຄົງ​ຕົວ​ໃນ​ປະຫວັດສາດ​ຂອງ​ຊາດ​ຫວຽດນາມ. ທ່ານ ຫງວຽນ​ແອ​ງຕວນ ນັກ​ຄົ້ນ​ຄ້ວາ​ບູຮານ​ຄະດີ, ຜູ້ອຳນວຍການ​ຫໍພິພິຕະພັນ​ເຈົ້າ​ຊີວິດ​ຮຸ່ງ​ແຂວງ​ຟູ້​ເທາະ, ​ໃຫ້​ຮູ້​ວ່າ (​ເທບ)

   “ ດ້ວຍ​ມໍລະດົກ​ວັດທະນະທຳ​ບູຮານ​ທີ່​ຮຸ່ງ​ເຮືອງ ​ແລະ ສວຍ​ງາມ​ທີ່​ມີ​ມາ​ແຕ່​ສະ​ໄໝ​ເຈົ້າ​ຊີວິດ​ຮຸ່ງ​ນັ້ນ, ຄຽງ​ຂ້າງ​ລະບົບ​ວັດທະນະທຳ​ພື້ນ​ເມືອງ​ທີ່​ບໍ່​ຕັດ​ແຍກ​ອອກ​ຈາກ​ບັນດາ​ປູຊະນີຍະສະຖານ​ບູຮານ​ຄະດີ, ​ເຂດ​ດິນ​ແດນ​ຂອງ​ບັນດາ​ເຈົ້າ​ຊີວິດ​ຮຸ່ງ​ຍັງ​ຕິດ​ພັນ​ກັບ​ເລື່ອງ​ລາວ​ເລົ່າ​ຂານ​ກັນ​ມາ​ນັບ​ຮ້ອຍ​ເລື່ອງ​ກ່ຽວ​ກັບ​ສະ​ໄໝ​ລາດ​ຊະ​ວົງ​ຮຸ່ງ​ສ້າງສາ​ປະ​ເທດ​ຊາດ. ບັນດາ​ກິດຈະກຳ​ປະຫວັດສາດ​ໄດ້​ບັນທຶກ​ເລື່ອງ​ລາວ​ກ່ຽວ​ກັບ​ບັນດາເຈົ້າ​ຊີວິດ​ຮຸ່ງ​, ພະ​ລາຊະ​ທິດາ, ພະ​ລາຊະ​ນາ​ນີ.... ​ແລ້ວ​ກໍ​ມີ​ທັງ​ຮ່ອງຮອຍ​ສະຖານ​ເຈົ້າ​ຊີວິດ​ຮຸ່ງ​ສອນ​ປະຊາຊົນ​ເຮັດ​ໄຮ່​ໄຖ​ນາ ຫຼື​ໂພນ ມ້າ​ລາວ​ຊຶ່ງ​ແມ່​ແຫ່ງ​ເຈົາຊີວິດ​ຮຸ່ງ​ອົງຕ່າງໆ​ພ້ອມ​ກັບ​ນາຍ ​ແລະ ພັນທະ​ຫານ​ຟຶກຊ້ອມ​ການ​ທະ​ຫານ ”.

      ພະຍານ​ຫຼັ້ກຖານທີ່​ມີ​ຊີວິດ​ຊີວາ​ເພື່ອ​ຢັ້ງຢືນ​ລະບົບ​ການ​ເຫຼື້ອມ​​ໃສ​ໄຫວ້​ບູຊາ​ ເຈົ້າ​ຊີວິດ​ຮຸ່ງ​ໃນ​ປະຈຸ​ບັນ​ແມ່ນ​ຊາວ​ຫວຽດນາມ 86 ລ້ານຄົນ​ດຳລົງ​ຊີວິດ​ຢູ່​ທຸກ​ແຖບ​ຖິ່ນ​ຂອງ​ປະ​ເທດ​ຊາດ​ທີ່​ມີ​ຮູບ​ຕົວ​ໜັງສື S ​ໄດ້​ກໍ່​ຕັ້ງ​ຫໍ,ໂຮງ, ວິຫານ​ບູຊາ​ ເຈົ້າ​ຊີວິດ​ຮຸ່ງລວມ 1400​ແຫ່ງ ຢູ່​ທ້ອງ​ຖິ່ນ​ຕ່າງໆ, ​ແລ້ວ​ກໍ​ຈັດ​ຕັ້ງ​ງານ​ບຸນ​ໃນ​ແຕ່ລະ​ປີ​ເພື່ອ​ສະ​ແດງ​ຄວາມ​ຮູ້​ບູນຄຸນຕໍ່​ບັນພະບຸລຸດ. ​ໃນ​ວັນ​ໄຫວ້​ບູຊາເຈົ້າ​ຊີວິດ​ຮຸ່ງ, ຊາວ​ຫວຽດນາມ​ທຸກໆ​ຄົນ​ເຖິງ​ວ່າ​ຈະ​ຢູ່​​ໄສ, ພາຍ​ໃນ​ຫຼື​ຕ່າງປະ​ເທດ, ​ເຊື່ອ​ຖື​ສາສະໜາ​ຫຼື​ບໍ່​ເຊື່ອ​ຖື​ສາສະໜາ​ກໍ​ລ້ວນ​ແຕ່​ຫວັງ​ຢາກ​ກັບ​ຄືນ​ເມືອ​ ຟູ້​ເທາະຊຶ່ງ​ແມ່ນ ດິນ​ແດນ​ແຫ່ງ​ບັນພະບຸລຸດ​ເພື່ອ​ຖະຫວາຍ​ທູບ​ທຽນ​ບູຊາ​ອາ​ໄລ​ຫາ​ບັນພະບຸລຸດ. ນັ້ນ​ແມ່ນ​ສະຕິ​ອວາຍ​ໜ້າ​ເມືອ​ຫາ​ກົກ​ເຄົ້າ​ເຫງົ້າ​ກໍ, ​ແມ່ນ​ສິນລະ​ທຳ​ “ຄົນ​ຊາດ​ດຽວ​ຕ້ອງ​ຮັກ​ແພງ​ອຸ້ມ​ຊູ່​ຊ່ວຍ​ເຫຼືອ​ຊຶ່ງ​ກັນ​ແລະ​ກັນ ” ຂອງ​ຊາວ​ຫວຽດນາມ. ຟູ້​ເທາະ - ດິນ​ແດນ​ແຫ່ງ​ບັນພະບຸລຸດຍັງ​ແມ່ນ​ແຫ່ງ​ເກັບ​ຮັກສາ​ຫຼາຍ​ປະ​ເພດ​ວັດທະນະທຳ​ງານ​ບຸນ​ປະ​ເພນີ​ເປັນ​ເອກະລັກ​ສະ​ເພາະ, ​ໃນ​ນັ້ນ​ພົ້ນ​ເດັ່ນ​ແມ່ນ​ແມ່ນ​ສິລະ​ປະ​ຂັບ​ຊວານ​ຊຶ່ງ

ຫາ​ກໍ​ໄດ້​ຮັບ​ການ​ຮັບ​ຮູ້​ແມ່ນ​ມໍລະດົກ​ວັດທະນະທຳ​ບໍ່​ມີ​ຮູບ​ຮ່າງ​ຂອງ​ມ່ວນ​ມະນຸດ ຄວນ​ໄດ້​ຮັບ​ການ​ຮັກສາ​ໄວ້​ຢ່າງ​ຮີບ​ດ່ວນ. ​ໂດຍ​ເລີ່​ມມາ​ຈາກ​ການ​ໄຫວ້​ບູຊາ​ເທ​ວະ​ດາ​ຟ້າ​ແຖນທີ່​ມີ​ມາ​ແຕ່​ສະ​ໄໝ​ລາດ​ຊະ​ວົງ​ຮຸ່ງ, ສິລະ​ປະ​ຂັບ​ຊວານ​ໄດ້​ຖືກ​ສືບ​ທອດ​ກັນ​ມາ​ຜ່ານ​ຫຼາຍ​ລຸ່ນຄົນ, ອັນ​ໄດ້ກາຍ​ເປັນ​ປະ​ເພດ​ສິລະ​ປະ​ຂັບ​ລຳ​ທຳ​ເພງ​ພື້ນ​ເມືອງ​ທີ່​ມີ​ລັກສະນະ​ພິທີກຳ​ວັດທະນະທຳ​ວົງ​ຄະນະ​ຍາດ. ພະລັງ​ຊີວິດ​ທີ່​ມະຫັດ ສະຈັນ​ຂອງ​ປະ​ເພດ​ວັດທະນະທຳ​ພື້ນ​ເມືອງ​ນີ້, ​ໄດ້​ສ່ອງ​ແສງ​ຄວາມ​ເລິກ​ເຊິ່ງ ​ຂອງ ການເຕົ້າໂຮມຍອດຍິ່ງໃນຊີວິດອອກແຮງງານຂອງປະຊາຊົນຜ່ານຫຼາຍລຸ່ນຄົນ, ປະກອບສ່ວນເຂົ້າໃນສາງວັດທະນະທຳຂອງຊາດ. ທ່ານ ຫງວຽນຫິວຍ່ານ ນັກຄົ້ນ ຄວ້າ​ວັດທະນະທຳ​ພື້ນ​ເມືອງ​ແຂວງຟູ້​ເທາະ​ໃຫ້​ຮູ້​ວ່າ : (​ເທບ)

   “ ວັດທະນະທຳ​ພື້ນ​ເມືອງ​ຢູ່​ຟູ້​ເທາະ ​ແມ່ນ​ເຂັ້ມ​ຂົ້ນ​ໄປ​ດ້ວຍ​ວັດທະນະທຳ​ຍຸກ​ສະ​ໄໝລາດ​ຊະ​ວົງ​ຮຸ່ງ, ນັ້ນ​ແມ່ນ​ພື້ນຖານ​ວັດທະນະ​ທຳຜະລິດ​ເຂົາ​ນາທາ​ມຂອງ​ຊາວ​ກະ​ສີກ​ອນ, ຊຶ່ງ​ຕົ້ນ​ກຳ​ເນີ​ດຂອງມັນຖືກ​ສະ​ແດງ​ໃຫ້​ເຫັນ​ຢ່າງຈະ​ແຈ້ງ​ທີ່​ສຸດ​ໃນ​ງານ​ບຸນ, ຫຼື​ການ​ເຫຼື້ອມ​ໃສ. ​ໃນ​ໄລຍະ​ທີ່​ຜ່ານ​ມາ, ຟູ້​ເທາະ​ໄດ້​ພະຍາຍາມ​ຟື້ນ​ຟູ​ບັນດາ​ປະ​ເພດ​ສິລະ​ປະ​ໃນງານ​ບຸນ​ປະ​ເພນີ, ຍົກ​ຕົວຢ່າງ​ຄື: ຂັບ​ຊວານ, ຂັບ​ແກ້ວ ຊຶ່ງ​ແມ່ນ 2 ປະ​ເພດ​ສິລະ​ປະ​ໄດ້​ຮັບ​ການ​ຟື້ນ​ຟູ ​ແລະ ສ້າງ​ຕັ້ງ​ບັນດາສະ​ໂມ​ສອນ ຂັບ​ຊວານ, ຂັບ​ແກ້ວ ”

    ການ​ເຫຼື້ອມ​ໃສ​ບູຊາ​ເຈົ້າ​ຊີວິດ​ຮຸ່ງ​ໃນ​ວິວັດ​ການ​ແຫ່ງ​ປະຫວັດສາດ​ຍາມ​ໃດ​ກໍ​ແມ່ນ​ປັດ​ໃຈ​ກຳລັງ​ພາຍ​ໃນ​ຂອງ​ວັດທະນະທຳ​ແຫ່ງ​ຊາດ, ປະກອບ​ສ່ວນປຸກລຸກ ຄວາມ​ເອກອ້າງ​ທະ​ນົງ​ໃຈ​ຂອງ​ຊາດ, ສ້າງ​ຄວາມ​ສາມັກຄີ, ຮັກ​ເຊື້ອ​ແພງ​ຊາດ​ຂອງ​ຊາວ​ຫວຽດນາມ, ​ເພາະສະ​ນັ້ນ, ຜ່ານ​ບັນດາສະ​ໄໝ​ແຫ່ງ​ປະຫວັດສາດ, ການ​ເຫຼື້ອມ​ໃສ​ບູຊາ​ເຈົ້າ​ຊີວິດ​ຮຸ່ງພ້ອມ​ກັບ​ປະ​ເພດ​ວັດທະນະທຳ​ພື້ນ​ເມືອງ​ຕ່າງໆ​ຍັງ​ຄົງ

ສືບ​ຕໍ່​ຄົງ​ຕົວ ​ແລະ ຂະຫຍາຍຕົວ​ໃນ​ວົງ​ຄະນະ​ຍາດ​ຊາວ​ຫວຽດນາມ. ຈຸດ​ໃໝ່​ໃນ​ງານ​ບຸນ​ວິຫານ​ຮຸ່ງ​ປີ​ນີ້, ​ແມ່ນ​ມີ​ພິທີ​ແຫ່​ວໍ​ຂອງ​ບັນດາ​ຕາ​ແສງ​ອ້ອມ​ຂ້າງພ້ອມ​ກັບ​ການ​ເຂົ້າ​ຮ່ວມ​ຂອງ​ບັນດາ​ຄະນະ​ທູຕານຸທູດ, ຜູ້ຕາງໜ້າ​ອົງການ UNESCO ປະຈຳ​ຫວຽດນາມ, ຄະນະ​ກຳມະການ​ແຫ່ງ​ຊາດ UNESCO ຫວຽດນາມ. ​ໃນ​ງານ​ບຸນ​ກໍ​ຈັດການ​ສະ​ແດງ​ຂັບ​ຊວານ​ຢູ່​ຫຼາຍ​ບ່ອນ​ໃນ​ບໍລິ​ເວັນ. ກ່ອນ​ທີ່​ຈະ​ຈັດ​ງານ​ບຸນ​ວິຫານ​ຮຸ່ງ​ປີ​ນີ້​ແຕ່​ວັນ​ທີ 5-10​ເດືອນ 3 ​ໄລ່​ຕາມ​ຈັນທະ​ປະຕິທິນ ກົງ​ກັບ​ວັນ​ທີ 26-31ມີນາ, ຄະນະ​ກຳມະການ​ແຫ່ງ​ຊາດ UNESCO ຫວຽດນາມ, ກະຊວງ​ວັດທະນະທຳ​ກິລາ ​ແລະ ທ່ອງ​ທ່ຽວ​ ຫວຽດນາມ​ກໍ​ໄດ້​ຍື່ນ​ສະ​ໜີ​ສຳ​ເນົາ​ເອກະສານ​ກ່ຽວ​ກັບ “ ການ​ເຫຼື້ອມ​ໃສ​ບູຊາ​ເຈົ້າ​ຊີວິດ​ຮຸ່ງ ” ຕໍ່​ອົງການ UNESCO ​ເພື່ອຮັບ​ຮູ້​ແມ່ນ ມໍລະດົກ​ວັດທະນະທຳ​ບໍ່​ມີ​ຮູບ​ຮ່າງ​ຂອງ​ມ່ວນ​ມະນຸດ. ສຳ​ເນົາ​ເອກະສານ​ກ່ຽວ​ກັບ “ ການ​ເຫຼື້ອມ​ໃສ​ບູຊາ​ເຈົ້າ​ຊີວິດ​ຮຸ່ງ ” ​ໂດຍ​ມີ​ການ​ສົມທົບ​ຢ່າງ​ແໜ້ນ​ແຟ້ນກັບ​ສຳ​ເນົາ​ເອກະສານ​ຂັບ​ຊວານ ຈະ​ເປັນ​ການຢັ້ງຢືນ​ສາຍສຳພັນ​ຢ່າງ ສະໜິດ​ແໜ້ນ​ໂດຍ​ພິສູດ​ໃຫ້​ເຫັນ​ການ​ຄົງ​ຕົວ​ຂອງ​ຍຸກ​ສະ​ໄໝລາດ​ຊະ​ວົງ​ຮຸ່ງ ​ແລະ ມີ​ການ​ນູນຊ່ວຍ​ຊຶ່ງ​ກັນ ​ແລະ ກັນ. ດ້ວຍ​ບັນດາ​ຈຸດ​ວັດທະນະທຳ​ງານ​ບຸນ​ທີ່​ເປັນ​ເອກະລັກ​ສະ​ເພາະ​ທີ່​ມີ​ມາ​ນັບ​ພັນໆ​ປີ​ນັ້ນ, ມໍລະດົກ “ການ​ເຫຼື້ອມ​ໃສ​ບູຊາ​ເຈົ້າ​ຊີວິດ​ຮຸ່ງ” ​ໄດ້ ​ແລະ ພວມຮັບ​ການ​ຮັກສາ ​ແລະ ​ເສີມ​ຂະ​ຫຍາ​ຍຈາກ​ລຸ່ນຄົນ​ປະຈຸ​ບັນ ​ເພື່ອ​ໃຫ້​ມໍ​ລະ​ດົກ​ອັນ​ລ້ຳ​ຄ່າ​ນີ້​ຂອງ​ຊາດ​ ສືບ​ຕໍ່​ຍືນ​ຍົງ​ຄົງ​ຕົວ​ພ້ອມ​ກັບ​ການ​ເວລາ.

ຕອບກັບ

ຂ່າວ/ບົດ​ອື່ນ