ພະລາດຊະວັງທັງລອງ ແລະ ເລື່ອງລາວກ່ຽວກັບການປະພຶດກັບມໍລະດົກໂລກ

      ພາຍຫຼັງ 5 ປີ​ທີ່​ໄດ້​ຮັບ​ການ​ເຊີດ​ຊູ​ແມ່ນ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ໂລກນັ້ນ, ເຂດ​ປູ​ຊະ​ນີ​ຍະ​ສະ​ຖານ​ພະ​ລາດ​ຊະ​ວັງ​ທັງ​ລອງ ພວມ​ໄດ້​ຮັບ​ການ​ຄົ້ນ​ຄ້​ວາ, ຂຸດ​ຄົ້ນ​ບູ​ຮານ​ຄະ​ດີ​ເທື່ອ​ລະ​ກ້າວ ຕາມ​ຂໍ້​ສະ​ເໜີ​ຂອງ​ອົງ​ການ UNESCO ແນ​ໃສ່​ໄດ້​ຮັບ​ການ​ຕີ​ລາ​ຄາ​ຢ່າງ​ແທ້​ຈິງ​ກ່ຽວ​ກັບ​ຄຸນ​ຄ່າ​ຂອງ​ເຂດ​ມໍ​ລະ​ດົກ​ນີ້. ສິ່ງ​ທີ່​ໜ້າ​ສົນ​ໃຈ​ໃນ​ປະ​ຈຸ​ບັນ, ແມ່ນ​ຕ້ອງ​ເຮັດ​ແນວ​ໃດ​ເພື່ອ​ອະ​ນຸ​ລັກ ແລະ ຂຸດ​ຄົ້ນມໍ​ລະ​ດົກ​ພະ​ລາດ​ຊະ​ວັງ​ທັງ​ລອງໃຫ້​ເປັນ​ຢ່າງ​ດີທີ່​ສຸດ​ໃນ​ອະ​ນາ​ຄົດ.

 

ພະລາດຊະວັງທັງລອງ ແລະ ເລື່ອງລາວກ່ຽວກັບການປະພຶດກັບມໍລະດົກໂລກ  - ảnh 1
ນັກ​ທ່ອງ​ທ່ຽວ​ຢ້ຽມ​ຊົມ​​ເຂດພະ​ລາດ​ຊະ​ວັງ​ທັງ​ລອງ

     ໂດຍ​ມີ​ບັນ​ດາ​ຄຸນ​ຄ່າທີ່​ພົ້ນ​ເດັ່ນ​ທົ່ວ​ໂລກ, ພະ​ລາດ​ຊະ​ວັງ​ທັງ​ລອງແມ່ນ​ສູນ​ກາງ​ການ​ເມືອງ, ສິດ​ອຳ​ນາດ ແລະ ວັດ​ທະ​ນະ​ທຳ​ທີ່​ສຳ​ຄັນ​ຂອງ​ປະ​ເທດ​ຊາດ, ເປັນ​ຂີດ​ໝາຍ​ທາງ​ດ້ານ​ປະ​ຫວັ​ດ​ສາດ​ວັດ​ທະ​ນະ​ທຳ​ທີ່​ມີ​ມາ​ແຕ່​ດົນ​ນານຂອງ​ຊາວ​ຫວຽດ​ນາມ​ຢູ່ເຂດ​ທົ່ວ​ພຽງ​ແມ່​ນ້ຳ​ແດງ. ໂດຍ​ໄດ້​ຄົງ​ຕົວ​ຢ່າງ​ຕໍ່​ເນືອງ​ໃນ​ຕະຫຼອດ​ໄລ​ຍະ 13 ສະ​ຕະ​ວັດ, ຈາກ​ໄລ​ຍະ​ເປັນ​ກຳ​ແພງ ຫວ້ານ​ຊວນ ໃນ​ສະ​ຕະ​ວັດ​ທີ 6, ເປັນ​ກຳ​ແພງ ຕົ້ງ​ບີງ​(ໝາຍ​ເຖິງ​ຮ່າ​ໂນ້ຍ​ປະ​ຈຸ​ບັນ)ຂອງ​ປະ​ເທດ​ອານ​ນາມ​ໃນ​ສະ​ຕະ​ວັດ​ທ​ີ 7-9 ຈົນ​ຮອດ​ເວ​ລາ​ກາຍ​ເປັນ​ເມືອງຫຼວງ​ຂອງປະ​ເທດ​ດ້າຍ​ຫວຽດ( ຫວຽດ​ນາມ​ໃນ​ປະ​ຈຸ​ບັນ) ຜ່ານ​ບັນ​ດາ​ສະ​ໄໝ​ລາດ​ຊະ​ວົງ​ຫຼີ, ເຈີນ, ເລ ແຕ່​ສະ​ຕະ​ວັດ​ທີ 11 ຫາ 18. ເຖິງວ່າ​ໄດ້​ຖືກ​ທຳ​ລາຍ​ຢ່າງ​ໜັກ​ໃນ​ສະ​ຕະ​ວັດ​ທີ 19 ກໍ​ຕາມ, ແຕ່​ປະ​ຈຸ​ບັນ​ຍັງ​ຄົງ​ຕົວ​ໄປ​ດ້ວຍ​ບັນ​ດາ​ກິດ​ຈະ​ກຳ​ສະ​ຖາ​ປັດ​ຕະ​ຍະ​ກຳ​ບົນ​ໜ້າ​ດິ​ນ​ເຊັ່ນ: ປະ​ຕູ​ໂຂງ ດ​ວານ​ມົນ, ຮູບ​ແກະ​ຄວັດສະຫຼັກມັງ​ກອນ​ຫີນ, ວັງ​ກິ້ງ​ທຽນ, ວັງ​ລາ​ຊະ​ທິດາ ເຫົ້າ​ເລົາ, ປະ​ຕູ​ທາງ​ທິດ​ເໜືອ…ນອກ​ຈາກນັ້ນ ໃນ​ບໍ​ລິ​ເວນພະ​ລາດ​ຊະ​ວັງ​ທັງ​ລອງ ຍັງ​ມີ​ບັນ​ດາ​ປູ​ຊະ​ນີ​ຍະ​ສະ​ຖານ​ປະ​ຕິ​ວັດ​ທີ່​ຕິດ​ພັນ​ກັບ​ການ​ຕໍ່​ຕ້ານຕ້ານ​ຈັກ​ກະ​ພັກ​ອາ​ເມ​ລິ​ກາ​ຂອງ​ຊາດ​ເຊັ່ນ: ເຂດ​ເຮືອນ ແລະ ຂຸມ​ໃຕ້​ດິ​ນ D 67 , ຂຸມ​ໃຕ້​ດິ​ນ​ກົມ​ການ​ຮົບ…ຊຸມ​ປີມໍ່ໆ​ມານີ້, ພ້ອມ​ກັບ​ບັນ​ດາ​ປູ​ຊະ​ນີ​ຍະ​ສະ​ຖານຖືກ​ຄົ້ນ​ພົບ​ຜ່ານ​ການ​ຂຸດ​ຄົ້ນ​ບູ​ຮານ​ຄະ​ດີ​ຄັ້ງ​ຕ່າງໆ ໄດ້​ດຶງ​ດູດ​ບັນ​ດາ​ນັກ​ວິ​ທະ​ຍາ​ສາດ, ນັກ​ທ່ອງ​ທ່ຽວ​ມາ​ຄົ້ນ​ຄ້​ວາ, ທັດ​ສະ​ນະ​ສຶກ​ສາ​ເປັນ​ຈຳ​ນວນຫຼວງຫຼາຍ. ທ່າ​ນື ຫງວຽນ​ວັນ​ເຊີນ ອະ​ດີດ​ຜູ້​ອຳ​ນວຍ​ການ​​ເຂດສູນກາງພະ​ລາດ​ຊະ​ວັງ​ທັງ​ລອງ ໃຫ້​ຮູ້ວ​່າ : 

    “ພາຍຫຼັງ​ທີ່​ໄດ້​ຮັບ​ການ​ເຊີດ​ຊູ​ແມ່ນ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ໂລກນັ້ນ, ຈຳ​ນວນ​ແຂກ​ທ່ອງ​ທ່ຽວເຂົ້າ​ມາ​ຢາມ​ເຂດພະ​ລາດ​ຊະ​ວັງ​ທັງ​ລອງ ນັບ​ມື້​ນັບຫຼາຍ​ຂຶ້ນ, ແຕ່​ລະ​ປີ​ອາດ​ຈະ​ເພີ່ມ​ຂຶ້ນ​ແຕ່ 5 ຫາ 1 ແສນ​ຄົນ​ເມື່ອ​ທຽບ​ໃສ່​ໄລ​ຍະ 5 ປີ​ກ່ອນນີ້. ພິ​ເສດ ມີ​ບັນ​ດາ​ເຫດ​ການ​ຖືກ​ຈັດ​ຂຶ້ນ​ໃນ​ມໍ່​ໆມານີ້ ອັນ​ໄດ້​ດຶງ​ດູດ​ນັບ​ແສນ​ຄົນ​ມາ​ຢ້ຽມ​ຢາມ​ເຂດ ພະ​ລາດ​ຊະ​ວັງ​ທັງ​ລອງ. ປະ​ຈຸ​ບັນ, ຈຳນວນ​ແຂກທ່ອງ​ທ່ຽວ​ຕ່າງ​ປະ​ເທດ​ເຂົ້າ​ມານັບ​ມື້​ນັບຫຼາຍ​ຂຶ້ນ, ພິ​ເສດ​ແມ່ນ​ແຂກ​ທ່ອງ​ທ່ຽວ​ມາ​ຈາກ​ຍີ​ປຸ່ນ, ສ.ເກົາຫຼີ, ແລະ ບາງ​ປະ​ເທດ​ເອີ​ລົບ ”

       ເຖິງ​ຢ່າງ​ໃດ​ກໍ​ຕາມ, ຖ້າ​ຫາກ​ສັງ​ເກດ​ການ​ອະ​ນຸ​ລັກ​ຮັກ​ສາມໍ​ລະ​ດົກແມ່ນ​ຂະ​ບວນ​ວິ​ວັດ​ໜຶ່ງນັ້ນ, ທຸກ​ວຽກ​ງານທີ່​ໄດ້ປະ​ຕິ​ບັດ​ເພື່ອ ພະ​ລາດ​ຊະ​ວັງ​ທັງ​ລອງ ແມ່ນ​ພຽງ​ແຕ່​ຢູ່​ໃນ​ບັນ​ດາ​ບາດ​ກ້າວ​ເດີນ​ທຳ​ອິດ. ຢູ່​ໃຕ້​ພື້ນ​ດິ​ນ​, ທາງນອກ​ບໍ​ລິ​ເວນໄດ້​ຮັບ​ການ​ປົກ​ປ້ອງ​ປະ​ຈຸ​ບັນ, ຍັງ​ຄົງ​ມີ​ບັນ​ດາ​ສະ​ຖາ​ປັດ​ຕະ​ຍະ​ກຳ​ບູ​ຮານທີ່​ຍັງ​ບໍ່​ທັນ​ໄດ້​ຮັບ​ການ​ຂຸດ​ຄົ້ນ​ເທື່ອ. ທ່ານ ດ​ຣ ຕົ້ງ​ຈຸງ​ຕີ້ນ ສັງ​ກັດ​ສະ​ມາ​ຄົມ​ນັກ​ຄົ້ນ​ຄ້​ວາ​ຄະ​ດີ​ບູ​ຮານຫວຽດ​ນາມ​ຖື​ວ່າ : 

    “ນັ້ນ​ແມ່ນ​ຂ​ະ​ບວນ​ວິ​ວັດ​ແຫ່ງ​ການ​ອະ​ນຸ​ລັກ​ຮັກ​ສາ​ທີ່​ຍາວ​ນານ. ເພ​າະ​ມີ​ປູ​ຊະ​ນີ​ຍະ​ສະ​ຖານຫຼາຍ​ແຫ່ງ​ຫາ​ກໍ​ຖືກ​ຄົ້ນ​ພົບ, ດັ່ງ​ນັ້ນ ພວກ​ເຮົາ​ຈຶ່ງ​ຮູ້​ວ່າ ມັນ​ມີ​ຄວາມ​ຊັກ​ຊ້າ. ທີ່​ຈິງແລ້ວ ມັນ​ພວມ​ກ້າວ​ເດີນ​ຢ່າງ​ຖືກ​ທິດ. ​ຖ​້າ​ຫາກເວົ້າ​ເຖິງວັງ ນາ​ຣາ ຂອງ​ຍີ​ປຸ່ນນັ້ນ, ແມ່ນໄດ້​ຮັບ​ການອະ​ນຸ​ລັກນັບ​ແຕ່​ກາງ​ສະ​ຕະ​ວັດ​ທີ 19ແລະຖືກ​ຄົ້ນ​ຄ້​ວາ​ ໃນຕະຫຼອດ 60 ກວ່າ​ປີ​ທີ່​ຜ່ານ​ມາ. ສ່ວນພະ​ລາດ​ຊະ​ວັງ​ທັງ​ລອງຂອງ​ພວກ​ເຮົາ ແມ່ນ​ມີ 10 ປີ​ ຖ້າ​ຫາກ​ໄລ່​ແຕ່ປີ 2002 ແລະ 5 ປີ​ນັບ​ແຕ່​ວັນ​ໄດ້ຮັບ​ການຮັບ​ຮອງ​ແມ່ນ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ໂລກ. ດັ່ງ​ນັ້ນ ຂ້າ​ພະ​ເຈົ້າ​ຖື​ວ່າ ບາດ​ກ້າວ​ເດີນ​ຂອງ​ມັນ​ໃນ​ປະ​ຈຸ​ບັນ ແມ່ນ​ໜັກແໜ້ນ​ພໍ​ສົມ​ຄວນ ”

     ໜຶ່ງ​ໃນ​ບັນ​ດາ​ສິ່ງ​ທ້າ​ທາຍ​ຂອງວຽກ​ງານ​ອະ​ນຸ​ລັກ​ຮັກ​ສາ​ເວົ້າລວມ ແລະ ​ພະ​ລາດ​ຊະ​ວັງ​ທັງ​ລອງເວົ​້າສະ​ເພາະ, ນັ້ນ​ແມ່ນ​ການ​ປະ​ພຶດ​ຕໍ່​ກັບ​ບັນ​ດາປູ​ຊະ​ນີ​ຍະ​ສະ​ຖານ​ຕັ້ງ​ກອງ​ກັນ. ສຳ​ລັບ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ໂລກ​ພະ​ລາດ​ຊະ​ວັງ​ທັງ​ລອງນັ້ນ, ປັດ​ໄຈ​ພິ​ເສດ ເປັນ​ໜ້າ​ໃສ່​ໃຈ​ກວ່າ​ຫມູ່ຢູ່​ໃຕ້​ໜ້າ​ດິນ, ນັ້ນ​ແມ່ນ​ບັນ​ດາປູ​ຊະ​ນີ​ຍະ​ສະ​ຖານ​ໃນ​ສະ​ໄໝ​ລາດ​ຊະ​ວົງຫຼີ ນອນ​ຢູ່​ໃຕ້ 3-4 ຊັ້ນ​ວັດ​ທະ​ນະ​ທຳ; ບົນ​ໜ້າ​ດິນ ແມ່ນ​ວັງ​ກິ້ງ​ທຽນ, ປະ​ຕູ​ໂຂງ ດ​ວານ​ມົນ. ແຕ່​ບັນ​ດາ​ນັກ​ຄົ້ນ​ຄ້​ວາ​ຍັງ​ຖື​ວ່າ ຊັ້ນ​ວັດ​ທະ​ນະ​ທຳ​ບົນ​ໜ້າ​ດິນ ພວມ​ປະ​ກົດ​ຕົວ​ໃນ​ການ​ດຳ​ລົງ​ຊີ​ວິດ ຊຶ່ງ​ເຂັ້ມ​ຂົ້ນ​ໄປ​ດ້ວຍ​ສີ​ສັນ​ສະ​ຖາ​ປັດ​ຕະ​ຍະ​ກຳ​ຝະ​ລັ່ງ ກໍ​ມີ​ຄວາມ​ສຳ​ຄັນ​ບໍ່​ນ້ອຍ​ໜ້າກວ່າ ຊຶ່ງ​ຕ້ອງ​ການ​ໄດ້​ຮັບ​ການ​ຄົ້ນ​ຄ້​ວາ​ໂດຍ​ລະ​ອຽດ ແລະ ມີ​ການ​ປະ​ພຶດ​ທີ່​ເໝາະ​ສົມ​. ຕາມ​ສາດ​ສະ​ດາ​ຈານ, ດ​ຣ ຫງວຽນ​ກວາງງ​ອກແລ້ວ, ຄວນ​ກຳ​ນົດ​ປັດ​ໄຈ​ໃດ ແມ່ນ​ພົ້ນ​ເດັ່ນ​ກວ່າ​ໝູ່​ໃນ​ເຂດ​ອະ​ນຸ​ລັກ​ເພື່ອວ​າງອອກວິ​ທີ​ການ​ແກ້​ໄຂ​ຢ່າງ​ເໝາະ​ສົມ. ສາດ​ສະ​ດາ​ຈານ, ດ​ຣ ຫງວຽນ​ກວາງງ​ອກ ເວົ້າ​ວ່າ : 

    “ ສິ່ງ​ທີ່​ສຳ​ຄັນ​ກວ່າ​ໝູ່ ຍັງ​ຄົງ​ແມ່ນ​ພະ​ລາດ​ຊະ​ວັງ​ທັງ​ລອງ. ບັນ​ດາປູ​ຊະ​ນີ​ຍະ​ສະ​ຖານ​ທັນ​ສະ​ໄໝ​ ມີ​ຄຸນ​ຄ່າ​ພິ​ເສດ​ສະ​ເພາະ ແລະ ພົ້ນເດັ່ນທີ່​ສຸດນັ້ນ, ແນ່ນອນ​ວ່າ ພວກ​ເຮົ​າ​ຕ້ອງ​ຮັກ​ສາ​ຢ່າງ​ເດັດ​ຂາດ. ແຕ່​ຍັງ​ມີ​ບັນ​ດາປູ​ຊະ​ນີ​ຍະ​ສະ​ຖານ ບາງ​ທີ່ບໍ່​ສຳ​ຄັນ​ເທົາກັບປູ​ຊະ​ນີ​ຍະ​ສະ​ຖານອື່ນໆ, ແຕ່​ຕ້ອງ​ເຮັ​ດ​ໃຫ້​ຜູ້​ຄົນ​ທັງຫຼາຍ​ສາ​ມາດ​ເຂົ້າໃຈ​ຢ່າງ​ຈະ​ແຈ້ງນັ້ນ, ກໍ​ຍັງ​ຄົງຕ້ອງ​ມີ​ວິ​ທີ​ແກ້​ໄຂ​ແທ້”

     ບັນ​ດາ​ມໍ​ລະ​ດົກ​ໃນ​ບໍ​ລິ​ເວນ​ພະ​ລາດ​ຊະ​ວັງ​ທັງ​ລອງ ຍັງ​ຊ້ອນ​ຕົວ​ໃຕ້​ໜ້າ​ດິນ​, ເຖິງວ່າ​ພຽງ​ແຕ່​ເປັນ​ພື້ນ​ເຮືອນ​ແຈ​ໜຶ່ງ ຫຼື​ສິ້ນ​ສ່ວນ​ແຕກ​ໃດ​ໜຶ່ງທີ່​ຍັງ​ຄ້າງ​ໄວ້​ນັ້ນ ກໍ​ເປັນ​ການ​ຊ່ວຍ​ໃຫ້ຄົນ​ລຸ່ນ​ໜຸ່ມປະ​ຈຸ​ບັນ ສາ​ມາດ​ເຂົ້າ​ໃຈ​ຕື່ມ​ກ່ຽວ​ກັ​ບ​ສາຍ​ສຳ​ພັນ​ລະ​ຫວ່າງ​ປະ​ຈຸ​ບັນ​ກັບ​ອະ​ດີດ​ຕະ​ການ. ດ້ວຍ​ລະ​ດັບ ແລະ ຄຸນ​ຄ່າຂອງ​ມໍ​ລະ​ດົກ​ວັດ​ທະ​ນະ​ທ​ຳໂລກຄື​ພະ​ລາດ​ຊະ​ວັງ​ທັງ​ລອງນັ້ນ, ບັນ​ດາ​ຜູ້​ຊ່ຽວ​ຊານ ແລະ ບັນ​ດາ​ນັກ​ຄົ້ນ​ຄ້​ວາຖື​ວ່າ : ການ​ອະ​ນຸ​ລັກ​ຮັກ​ສາ​ບັນ​ດາປູ​ຊະ​ນີ​ຍະ​ສະ​ຖານ​ຢູ່​ໃຕ້​ໜ້າ​ດິ​ນ ແລະ ບັນ​ດາ​ສະ​ຖາ​ປັດ​ຕະ​ຍະ​ກ​ຳ​ບົນ​ໜ້າ​ດິນ ກໍ​ຕ້ອງ​ເອົາ​ໃຈ​ໃສ່​ເຖິງ​ບັນ​ດາ​ຂໍ້​ກຳ​ນົດ​ກ່ຽວ​ກັບ “ຖະ​ແຫຼງ​ການ​ຄຸນ​ຄ່າພົ້ນ​ເດັ່ນ​ທົ່ວ​ໂລກ” (OUV) ໃນ​ເອ​ກະ​ສານ​ແນະ​ນຳ​ການ​ປະ​ຕິ​ບັດ​ສົນ​ທິ​ສັນ​ຍາ​ມໍ​ລະ​ດົກ​ໂລກ. ນີ້​ຈະ​ແມ່ນ​ທິດ​ກ້າວ​ເດີນ​ທີ່​ສຳ​ຄັນ​ບົນ​ເສັ້ນ​ທາງ​ແຫ່ງ​ການ​ປົກ​ປ້ອງ​ນາມ​ມະ​ຍົດມໍ​ລະ​ດົກ​ວັດ​ທະ​ນະ​ທ​ຳໂລກຂອງ​ເຂດປູ​ຊະ​ນີ​ຍະ​ສະ​ຖານ​ປະ​ຫວັດ​ສາດ​ວັດ​ທະ​ນະ​ທຳ​ພິ​ເສດນີ້

ຕອບກັບ

ຂ່າວ/ບົດ​ອື່ນ