ມານະພະຍາຍາມນຳເອົາກາຍະສິນຫວຽດນາມອອກຕ່າງປະເທດ

(VOVWORLD) - ຖ້າຫາກວ່າປີ 2009, ເປັນເທື່ອທຳອິດທີ່ ຫວຽດນາມ ມີລາຍການສະແດງກາຍະສິນ ໄດ້ຮັບການເຊັນສັນຍາສະແດງຢູ່ຕ່າງປະເທດນັ້ນ, ມາຮອດປັດຈຸບັນ ກາຍະສິນ ຫວຽດນາມ ໄດ້ມີຫຼາຍລາຍການຖືກນຳໄປສະແດງຢູ່ຕ່າງປະເທດ, ແລະ ສາມາດສ້າງທີ່ຕັ້ງກາຍະສິນ ຫວຽດນາມ ໃນແຜນທີ່ເວທີສະແດງໂລກ ກໍ່ຄືເປີດທິດທາງພັດທະນາໃໝ່ໃຫ້ແກ່ສິລະປະກາຍະສິນ ຫວຽດນາມ.
ມານະພະຍາຍາມນຳເອົາກາຍະສິນຫວຽດນາມອອກຕ່າງປະເທດ - ảnh 1(ພາບປະກອບ) 

ກັບຄືນຈາກສະຫະພັນກາຍະສິນສາກົນ ກູບາ Circuba 2017, ນັກສະແດງ ງອກແອ໋ງ ແລະ ທູຖູ່ຍ, ໂຮງຮຽນສິລະປະກາຍະສິນຊັ້ນກາງ ແລະ ສິລະປະສັງລວມ ຫວຽດນາມ ກໍ່ສຸມໃສ່ເຝິກແອບລາຍການ “ປີກນົກຫວຽດ“ ເພື່ອກະກຽມໃຫ້ແກ່ການສະແດງໃນໄລຍະຈະມາເຖິງ. ດ້ວຍລາງວັນຄຳໃນງານປະກວດ, “ປີກນົກຫວຽດ“ ໄດ້ຮັບການເຊື້ອເຊີນຮ່ວມມືກັບຫຼາຍປະເທດຄື: ແອດສະປາຍ, ອັງກິດ, ເມກຊິໂກ… ລາຍການໄດ້ຮັບການຕີລາຄາຈາກເພື່ອນມິດສາກົນວ່າມີສີສັນ, ອຸປະກອນສະແດງທີ່ເປັນເອກະລັກສະເພາະ, ດົນຕີທີ່ດູດດື່ມພ້ອມກັບເຄື່ອງນຸ່ງຖືທີ່ເຕັມໄປດ້ວຍສີສັນ ຫວຽດນາມ. ຕາມນັກສະແດງ ທູຖູ່ຍ ແລ້ວ, “ປີກນົກຫວຽດ“ ຕອບສະໜອງໄດ້ຄວາມຮຽກຮ້ອງຕ້ອງການຢ່າງເຂັ້ມງວດກ່ຽວກັບສິລະປະ ກໍ່ຄືຮັບປະກັນລາຍຮັບໃຫ້ບັນດາຜູ້ຈັດຕັ້ງການສະແດງສາກົນ:

ພວກເຮົາຈັດລາຍການສະແດງຕາມແບບພື້ນເມືອງຂອງ ຫວຽດນາມຈະສ້າງຄວາມດຶງດູດໃຫ້ແກ່ຜູ້ຊົມຢູ່ຕ່າງປະເທດໄດ້. ເມື່ອໄປສະແດງຢູ່ຕ່າງປະເທດ, ພວກເຮົາຈະມີໂອກາດເພື່ອຮັບເອົາບົດຮຽນຈາກເພື່ອນມິດສາກົນ ຫຼັງຈາກນັ້ນນຳເມືອປະເທດສິດສອນໃຫ້ພວກນ້ອງນັກຮຽນ“.

ໂດຍກຳນົດໄດ້ວ່າກາຍະສິນ ຫວຽດນາມ ຕ້ອງມຸ່ງໄປສູ່ສາທາລະນະຊົນສາກົນ, ບັນດານັກສິລະປິນໂຮງຮຽນສິລະປະກາຍະສິນ ແລະ ສິລະປະສັງລວມ ຫວຽດນາມ ພ້ອມກັບສະຫະພັນກາຍະສິນ ຫວຽດນາມ ກ້າສະແດງແນວຄວາມຄິດປະດິດສ້າງຂອງຕົນໃນສິລະປະກາຍະສິນຜ່ານລາຍການ “ສາວບ້ານດອກໄມ້“ ຂອງນັກສິລະປິນ ຫງວຽນທິຮ່າ, “ສ້າງຮູບເທິງສາຍເຊືອກໜັງ“ ຂອງຄູ່ສະແດງ ນາງ ຫງວຽນທິທູເຮື່ອງ ແລະ ທ້າວ ຫງວຽນວັນທ໋າຍ, ອັນໄດ້ເຮັດໃຫ້ຜູ້ຊົມແປກປະຫຼາດໃຈຕໍ່ການໂຍນຮັບທີ່ອັນຕະລາຍ ພ້ອມກັບການສະແດງທີ່ເຕັມໄປດ້ວຍ “ວີນຍານ“ ຂອງບັນດານັກສະແດງ ຫວຽດນາມ. ຕາມປະລິຍາເອກ ຮ່ວາງມິງແຄ໋ງ, ຜູ້ອຳນວຍການໂຮງຮຽນສິລະປະກາຍະສິນ ແລະ ສິລະປະສັງລວມ ຫວຽດນາມ ແລ້ວ, ບັນດາລາຍການສະແດງກາຍະສິນ ຫວຽດນາມ ທີ່ປະສົບຜົນສຳເລັດຢູ່ເວທີສະແດງຕ່າງປະເທດ ລ້ວນແຕ່ແມ່ນລາຍການທີ່ມີລັກສະນະແຕກຕ່າງກັນກັບລາຍການກາຍະສິນສາກົນ ແລະ ມີສີສັນສະເພາະຂອງ ຫວຽດນາມ ດ້ວຍການປະສານສົມທົບຢ່າງກົມກ່ຽວລະຫວ່າງດົນຕີ, ອຸປະກອນ, ທັກສະການສະແດງ.

ໃນການສະແດງສິລະປະ, ປັດໃຈທີ່ແປກປະຫຼາດ ແລະ ໃໝ່ອ່ຽມແມ່ນປັດໃຈຕັດສິນຜົນສຳເລັດ. ສະນັ້ນບັນດາລາຍການສະແດງກາຍະສິນຂອງ ຫວຽດນາມ ດ້ວຍຄວາມແປກປະຫຼາດກ່ຽວກັບເຄື່ອງນຸ່ງຖື, ຮູບການສະແດງ, ກິລິຍາທ່າທາງ, ທັກສະຈຶ່ງໄດ້ຮັບຜົນສຳເລັດ“.

ຖ້າຫາກກ່ອນນີ້, ກາຍະສິນ ຫວຽດນາມ ສ່ວນຫຼາຍແມ່ນສະແດງບັນດາລາຍການທີ່ໄດ້ສ້າງຊື່ສຽງໃນໂລກ, ດ້ວຍຄວາມຊຳນານ, ເຕັກນິກເລັກໆນ້ອຍໆນັ້ນ, ໃນຊຸມປີມໍ່ໆມານີ້, ດ້ວຍການລົງທຶນຢ່າງເໝາະສົມ ແລະ ໄດ້ເຂົ້າຮ່ວມງານມະໂຫລານ, ງານປະກວດສິລະປະກາຍະສິນໃຫຍ່ຢູ່ໂລກເປັນປະຈຳນັ້ນ, ກາຍະສິນ ຫວຽດນາມ ໄດ້ມີບາດກ້າວບຸກທະລຸ, ສ້າງຄວາມດຶງດູດກຸ່ມບໍລິສັດບັນເທິງສາກົນຫຼາຍກຸ່ມ. ເປີດສາກແມ່ນລາຍການກາຍະສິນ “ບ້ານເຮົາ“ ດ້ວຍການສະແດງທີ່ແກ່ຍາວເປັນເວລາ 3 ປີ ຢູ່ເອີລົບ ແລະ ບັນດາປະເທດອື່ນໆຢູ່ໃນໂລກ, ພ້ອມກັບຫຼາຍລາຍການສະແດງຢູ່ ລາວ, ກຳປູເຈຍ, ອັງກິດ…ບັນດາລາຍການສະແດງຖືກຈັດຕາມແບບທັນສະໄໝ, ພ້ອມກັບຫົວຄິດປະດິດສ້າງຂອງນັກສິນລະປິນ. ທ່ານນາງ Phouk Narin, ຜູ້ອຳນວຍການ ໂຮງຮຽນສິລະປະກາຍະສິນກຳປູເຈຍ, ຜູ້ທີ່ໄດ້ນຳເອົາຫຼາຍລາຍການກາຍະສິນ ຫວຽດນາມ ມາຍັງຜູ້ຊົມປະເທດແຫ່ງວັດຄຳ, ຕີລາຄາວ່າ:

ລາຍານສະແດງຂອງພວກເຈົ້າໄດ້ຮັບການກະກຽມຢ່າງລອບຄອບຖີ່ຖ້ວນ, ດ້ວຍເຕັກນິກທີ່ຄ່ອງແຄ້ວ, ຕ່າງກັບເຕັກນິກເລັກໆນ້ອຍໆ, ສິລະປະທຳມະດາ. ບັນດາລາຍການນີ້ຮັບປະກັນຄຸນນະພາບເພື່ອສາມາດເຂົ້າຮ່ວມບັນດາງານປະກວດຂະໜາດສາກົນໄດ້ ກໍ່ຄືຕອບສະໜອງຄວາມຕ້ອງການຂອງຜູ້ຊົມທຸກຊັ້ນຄົນ“.

ມານະພະຍາຍາມນຳເອົາກາຍະສິນຫວຽດນາມອອກຕ່າງປະເທດ - ảnh 2(ພາບປະກອບ) 

ກາຍະສິນແມ່ນຮູບການສິລະປະສັງລວມ, ດ້ວຍພາສາຮູບປະພັນ, ບໍ່ຖືກຈຳກັດດ້ວຍຮົ້ວພາສາ. ຜ່ານພາສາກາຍະສິນ, ສີສັນວັດທະນະທຳຂອງຊາດ, ຂອງປະເທດໄດ້ຮັບການສະແດງອອກ, ບໍ່ພຽງແຕ່ສະແດງໃຫ້ເຫັນທັກສະ, ຫົວຄິດປະດິດສ້າງຂອງນັກສິນລະປິນເທົ່ານັ້ນ, ຫາກຜ່ານນັ້ນຍັງສ່ອງແສງເຖິງການດຳລົງຊີວິດ, ສັງຄົມ, ຄວາມຮັກຂອງຊາວ ຫວຽດນາມ ອີກດ້ວຍ. ຍ້ອນເຫດນັ້ນ, ການຮ່ວມມືກັບບັນດາຫົວໜ່ວຍບັນເທິງຕ່າງປະເທດໃນການນຳເອົາກາຍະສິນ ຫວຽດນາມ ກໍ່ຄືຮັບນັກຮຽນຕ່າງປະເທດມາຮຳ່ຮຽນກາຍະສິນຢູ່ ຫວຽດນາມ ນັ້ນ, ບໍ່ພຽງແຕ່ເປັນການປະກອບສ່ວນໂຄສະນາວັດທະນະທຳ, ປະເທດຊາດ, ສ້າງເຄື່ອງໝາຍກາຍະສິນ ຫວຽດນາມ ເທົ່ານັ້ນ, ຫາກຍັງເປັນແຫຼ່ງລາຍຮັບພໍສົມຄວນໃຫ້ບັນດານັກສິລະປິນ ກາຍະສິນອີກດ້ວຍ. ປັດຈຸບັນ, ຫວຽດນາມ ໄດ້ຈັດໃຫ້ຫຼາຍຄະນະກາຍະສິນໄປສະແດງຢູ່ເອີລົບແລ້ວ. ມີບາງລາຍການຖືກຮັບເຊີນໄປສະແດງໃນ 2 ປີຢ່າງຕໍ່ເນື່ອງ, ບັນດາຄະນະກາຍະສິນສາກົນກໍ່ໄດ້ຮູ້ຈັກເຖິງເຄື່ອງໝາຍກາຍະສິນ ຫວຽດນາມ ແລະ ຢາກໄດ້ຮ່ວມມືກັນຜະລິດລາຍການສະແດງກັບ ຫວຽດນາມ. ນັກສິລະປະດີເດັ່ນ ຕະຢູຍແອ໋ງ, ຫົວໜ້າອຳນວຍການສະຫາພັນກາຍະສິນ ຫວຽດນາມ, ແບ່ງປັນວ່າ:

ຂະແໜງກາຍະສິນມີຈຸດພິເສດລວມແມ່ນບໍ່ມີພາສາ, ບໍ່ນຳໃຊ້ຄຳເວົ້າ, ຫາກພຽງແຕ່ນຳໃຊ້ຮູບຮ່າງ, ດົນຕີ, ກິລິຍາທ່າທາງເທົ່ານັ້ນ, ນີ້ກໍ່ແມ່ນຄວາມສະດວກເພື່ອໃຫ້ອ້າຍນ້ອງນັກສະແດງ, ນັກສິລະປິນພົບປະແລກປ່ຽນນຳກັນ“.

ໂດຍເປັນເຈົ້າການສ້າງບັນດາລາຍການສະແດງສິລະປະທີ່ມີຊື່ສຽງໂດ່ງດັງຢູ່ພາຍໃນປະເທດ, ຫຼັງຈາກນັ້ນນຳໄປສະແດງຢູ່ຫຼາຍປະເທດ, ນັ້ນແມ່ນເສັ້ນທາງເຊື່ອມໂຍງກັບໂລກເຊິ່ງບັນດານັກສິລະປິນກາຍະສິນ ຫວຽດນາມ ພວມປະຕິບັດ.

ຕອບກັບ

ຂ່າວ/ບົດ​ອື່ນ