ວັດເຢີຍ-ບ່ອນ ສະແດງດົນຕີພື້ນເມືອງຂອງຊາວເຜົ່າຂະແມ

ຊາວ​ເຜົ່າ​ຂະ​ແມ​ມີ​ຊີ​ວິດ​ວັດ​ທະ​ນະ​ທຳ​ສິ​ລະ​ປະ​ວັນ​ນະ​ຄະ​ດີ​ທີ່​ອຸ​ດົມ​ສົມ​ບູນ ແລະ ຫຼາຍ​ຮູບຫຼາຍ​ສີ, ຊຶ່ງ​ໄດ​້​ສະ​ແດງ​ໃຫ້​ເຫັນ​ແຈ້ງ​ຜ່ານ​ບັນ​ດາ​ງານ​ບຸນຂອງຊາວ​ເຜົ່າ​ຂະ​ແມຄື ພິ​ທີ​ດົນ​ຕາ, ງານ​ບຸນ ອ​໋ອກອອມ​ບ໋ອກ, ບຸນ​ຊ່ວງ​ເຮືອ…ຊຶ່ງ​ຍາມ​ໃດ​ກໍ​ຟົດ​ຟື້ນ​ໄປ​ດ້ວຍ​ສຽງດົນ​ຕີ. ເພື່ອ​ມີ​ບັນ​ດາ​ງານ​ບຸນ​ທີ່​ຟົດ​ຟື້ນ ແລະ ເຂັ້​ມ​ຂົ້​ນ​ໄປ​ດ້ວຍ​ສີ​ສັນ​ວັດ​ທະ​ນະ​ທຳ​ນັ້ນ, ແມ່ນບໍ່​ອາດ​ຂາ​ດ​ວົງ​ດົນ​ຕີ 5 ຢ່າງ​ດ້ວຍ​ບັນ​ດາ​ເຄ​ື່ອງດ​ົນ​ຕີ​ພື້ນ​ເມ​ືອ​ງທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງຊາວ​ເຜົ່າ​ຂະ​ແມໄດ້. ວັດ​ເຢີຍ ຊຶ່ງ​ແມ່ນ​ວັດ​ທີ່​ເກົ່າ​ແກ່ໃນ​ແຂວ​ງ ຊອກ​ຈັງ, ບໍ່​ພຽງແຕ່​ແມ່ນ​ປູ​ຊະ​ນີ​ຍະ​ສະ​ຖານ​ທີ່​ລື່​ຊື່​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ບ່ອນ​​ຈັດ​ລາຍ​ການສະ​ແດງດ​ົນ​ຕີ​ພື້ນ​ເມ​ືອ​ງທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງຊາວ​ເຜົ່າ​ຂະ​ແມອີກ​ດ້ວຍ.

 ວັດເຢີຍ-ບ່ອນ ສະແດງດົນຕີພື້ນເມືອງຂອງຊາວເຜົ່າຂະແມ  - ảnh 1
ກອງ​ດ​ົນ​ຕີ​ພື້ນ​ເມືອ​ງ​ຢູ່​ວັດ​ເຢີຍ    (ພາບ: baosoctrang)

     ລາຍ​ການສະ​ແດງດ​ົນ​ຕີປະ​ສານ​ສຽງ​ດ້ວຍ​ບັນ​ດາ​ເຄື່ອງ​ດົນ​ຕີ​ພື້ນ​ເມ​ືອ​ງຂອງ ຊາວ​ເຜົ່າ​ຂະ​ແມຢູ່​ວັດ​ເຢີຍ ຍາມ​ໃດ​ກໍ​ດຶງ​ດູດ​ຄວາມ​ສົນ​ໃຈ​ຂອງ​ແຂກ​ທ່ອງ​ທ່ຽວ​ທີ່​ມາ​ຈາກ​ສາ​ລະ​ທິດ. ​ວັດ​ເຢີຍແມ່ນ​ໜຶ່ງ​ໃນ​ບັນ​ດາ​ປູ​ຊະ​ນີ​ຍະ​ສະ​ຖານ​ປະ​ຫວັດ​ສາດ​ວັດ​ທະ​ນະ​ທຳ​ລະ​ດັບ​ຊາດ​ທີ່​ມີ​ມາ​ກ່ອນນີ້ກວ່າ 400 ປີ. ແຂກ​ທ່ອງ​ທ່ຽວທັງຫຼາຍ ​ເມື່ອມີ​ໂອ​ກາດ​ມາ​ວັດ​ນີ້, ຕ່າງ​ກໍ​ສະຫຼະ​ເວ​ລາ​ໜ້ອຍ​ໜຶ່ງ​ເພື່ອ​ຮັບ​ຟັງ​ສຽງດົນ​ຕີຈາກ​ບັນ​ດາ​ເຄື່ອງດ​ົນ​ຕີ​ພື້ນ​ເມ​ືອ​ງທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງຊາວ​ເຜົ່າ​ຂະ​ແມ. ລຸງ ຟົວ​ຊົວ ຫົວ​ໜ້າ​ກອງ​ດົນ​ຕີ ໃຫ້​ຮູ້​ວ່າ ກອງ​ດົນ​ຕີນີ້​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ເມື່ອ​ປີ 2009. ກອງ​ມີ​ສະ​ມາ​ຊິກ 9 ຄົນ​ຊຶ່ງ​ລ້ວນ​ແຕ່ແມ່ນ​ຜູ້​ອາ​ຍຸ​ສູງ, ແຕ່​ລະ​ຄົນ​ກໍ​ມາ​ຈາກ​ບ້ານ​ແຕກ​ຕ່າງ​ກັນ ແຕ່​ຕ່າງ​ກໍ​ເມົາ​ມົວ​ກັບ​ດົນ​ຕີ. ຫຼາຍຄົນ​ຕ້ອງ​​ເດີນ​ຈາກ​ບ້ານຜ່ານ​ໄລ​ຍະ​ທາງກວ່າ 10 ກິ​ໂລ​ແມັດ ເພື່ອ​ມານີ້​ດ້ວຍ​ຄວາມ​ຫວັງ​ຢາກ​ໄດ້​ເສບ​ເຄື່ອງ​ດົນ​ຕີ​ພື້ນ​ເມືອງ​ຂອງ​ເຜົ່າ​ຕົນ. ນັບ​ແຕ່ນັ້ນ​ມາຮອດ​ປະ​ຈຸ​ບັນ, ແຕ່​ລະມື້​ບັນ​ດາ​ສະ​ມາ​ຊິກ​ໃນ​ກອງ ໄດ້​ເຕົ້າ​ໂຮມ​ກັນ​ຢູ່ໃນບໍ​ລິ​ເວນ​ວັດ​ເຢີຍ​ເພື່ອ​ເສບ​ເຄື່ອງ​ດົນ​ຕີ​ຮັບ​ໃຊ້​ແຂກ​ທ່ອງ​ທ່ຽ​ວ. ລຸງ ຟົວ​ຊົວ ຫົວ​ໜ້າ​ກອງ​ດົນ​ຕີ ໃຫ້​ຮູ້​ວ່າ

    “ ຢູ່​ບາງ​ແຫ່ງໃນແຂວງ​ຊອກ​ຈັງ, ​ ເຂົາ​ເຈົ້າ​ສ້າງຕັ້ງ​ກອງ​ດົນ​ຕີ​ພື້ນ​ເມືອງ​ແບບນີ້, ແຕ່ບໍ່​ຄົງ​ຕົວ​ແບບຍືນ​ຍົງ. ເຂົາ​ເຈົ້າ​ພຽງ​ສະ​ແດງ​ໃນ​ໂອ​ກາດ​ວັນ​ບຸນ ແລະ ເມື່ອ​ມີ​ການ​ເຊື້ອ​ເຊີນ, ປີ​ລະ​ແຕ່ 1 ຫາ 2 ເທື່ອ. ສ່ວນ​ພວກ​ຂ້າ​ພະ​ເຈົ້າ ແມ່ນ​ສະ​ແດງ​ໃນ​ແຕ່​ລະ​ມື້ ແຕ່​ເວ​ລາ 7 ໂມງ 30 ນາ​ທີ​ຫາ 16 ໂມງ ແລະ ທຳ​ການ​ສະ​ແດງ​ຮອດ​ຍາມ​ໃດ​ທີ່​ແຂກ​ທ່ອງ​ທ່ຽວ​ກັບ​ເມືອ​ຈຶ່ງ​ຢຸດ​ເຊົາ ”

     ພໍ່​ຕູ້ຈາ​ວິງ ອາ​ຍຸ 87 ປີ, ຢູ່​ເມືອງມີ້​ຊວຽນ, ຊຶ່ງ​ແມ່ນ​ສະ​ມາ​ຊິກ​ທີ່​ມີ​ອາ​ຍຸ​ສູງກວ່າ​ໝູ່​ໃນ​ກອງ, ໃນ​ອະ​ດີດ​​ພໍ່​ຕູ້ແມ່ນ​ສະ​ມາ​ຊິກ​ສັງ​ກັດ​ກອງ​ສິ​ລະ​ປະ​ມະ​ຫາ​ຊົນ. ໃນ​ບັ້ນ​ປາຍ​ຊອງ​ຊີ​ວິດ, ເພິ​່ນ​ມີ​ຄວາມ​ຫວັງ​ຢາກ​ໄດ້ຫຼິ້ນ​ເຄ​ື່ອງ​ດົນ​ຕີ​ພື້ນ​ເມືອງ​ຂອງ ຊາວ​ເຜົ່າ​ຂະ​ແມ​ຄືນ, ດັ່ງ​ນັ້ນ, ເມື່ອ​ໄດ້​ຮັບ​ຄຳ​ເຊີນ​ເຂົ້າ​ຮ່ວມ​ການ​ເຄ​ອື່ນ​ໄຫວ​ຂອງກອງ​ດົນ​ຕີ​ປະ​ສານ​ສຽງເພື່ອ​ຮັບ​ໃຊ້​ແຂກ​ທ່ອ​ງທ່ຽ​ວໃນ ​ວັດ​ເຢີຍ, ​ພໍ່​ຕູ້ມີ​ຄວາມ​ຍິນ​ດີ​ຮັບ​ປາກ​ເລີຍ. ພໍ່​ຕູ້ຈາ​ວິງ​ເວົ້າ​ວ່າ : 

    “     ຂ້າ​ພະ​ເຈົ້າ​ເຖົ້າ​ແລ້ວ, ແຕ່​​ເມື່ອຮູ້​ສຶກວ່າ​ຍັງ​ສາ​ມາດ​ເຂົ້າ​ຮ່ວມຫຼິ້ນດົນ​ຕີ​ໄດ້ ດັ່ງ​ນັ້ນ​ກໍ​ພະ​ຍາ​ຍາມ​ມາ​ເຂົ້າຮ່ວມ​ກັບ​ທຸກໆ​ຄົນ. ມູນ​ເຊື້ອ​ຂອງຊາວ​ເຜົ່າ​ຂະ​ແມແມ່ນ​ມີ​ມາ​ແຕ່​ດົນ​ນານ, ແຕ່​ຄົນ​ລຸ່ນ​ໜຸ່ມ​ປະ​ຈຸ​ບັນ ກໍ​ບໍ່​ສົນ​ໃຈຫຼາຍ​ກັບດ​ົນ​ຕີ​ພື້ນ​ເມ​ືອ​ງ, ຍັງ​ເຫຼືອ​ພຽງ​ແຕ່​ລຸ່ນ​ຜູ້​ເຖົ້າ​ຜູ້​ແກ່​ຄື​ພວກ​ຂ້າ​ພະ​ເຈົ້າ​ເທົ່າ​ນັ້ນ. ຂ້າ​ພະ​ເຈົ້າ​ມານີ້, ທັງ​ຫຼິ້ນເຄື່​ອງ​ດົນຕີ, ທັງ​ຖ່າຍ​ທອດ​ໃຫ້​ຄົນ​ມາ​ໃໝ່ ດ້ວຍ​ຄວາມ​ຫວັງ ຢາກ​ເຮັດ​ແນວ​ໃດ​ຮັກ​ສາ​ເຄື່ອງດ​ົນ​ຕີ​ພື້ນ​ເມ​ືອ​ງຂອງ​ເຜົ່າ​ຕົນ​ໄວ້​ໄດ້” 

     ບໍ່​ພຽງ​ແຕ່ມີພໍ່​ຕູ້​ຈາ​ວິງ​ເທົ່າ​ນັ້ນ, ຫາງ​ຍັງ​ມີຫຼາຍ​ຄົນ​ອື່ນ​ໃນ​ກອງໃນ​ອະ​ດີດກໍ​ລ້ວນ​ແຕ່ ​​ແມ່ນ​ສະ​ມາ​ຊິກ​ສັງ​ກັດ​ກອງ​ສິ​ລະ​ປະ​ມະ​ຫາ​ຊົນອີ​ກດ້ວຍ. ຫຼາຍ​ຄົນ​ຕ້ອງ​​ເດີນ​ຈາກ​ບ້ານຜ່ານ​ໄລ​ຍະ​ທາງກວ່າ 10 ກິ​ໂລ​ແມັດ​ຈຶ່ງ​ມາຮອດ​ວັດ​ເຢີຍຫຼິ້ນ​ດົນ​ຕີ. ເບິ່ງ​ໃບ​ໜ້າ​ສີ​ຕາ​ຂອງ​ທຸກໆ​ຄົນ, ຜູ້​ໃດ​ກໍ​ຍິ້ມ​ແຍ້ມ​ແຈ່ມ​ໃສ ແລະ ເອກ​ອ້າງ​ທະ​ນົງ​ໃຈ​ຍ້ອນ​ສຽງດົນ​ຕີຂອງ​ເຂົາ​ເຈົ້າ​ສາ​ມາດ​ດຶງ​ດູດ​ຄວາມ​ໃຈ​ຂອງຫຼາຍໆ​ຄົນ. ຄວາມ​ສຸກ​ຢ່າງ​ຍິ່ງ​ຂອງ​ເຂົາ​ເຈົ້າ ແມ່ນບໍ່​ພຽງ​ແຕ່​ໄດ້ຫຼິ້ນ​ບັນ​ດາ​ເຄື່​ອງ​ດົນ​ຕີ​ພື້ນ​ເມືອງ​ຂອງ​ເຜົ່າ​ຕົ້ນ​ເທົ່າ​ນັ້ນ, ສິ່ງ​ຕົ້ນ​ຕໍ​ແມ່ນ​ເຂົາ​ເຈົ້າມີ​ໂອ​ກາດ​ສະ​ແດງ​ຄວາມ​ຮັກ​ສິ​ລະ​ປະ​ດົນ​ຕີ​ອີກ​ດ້ວຍ. ເຂົາ​ເຈົ້າ​ມີ​ຄວາມ​ຫວັງ​ຢາກປະ​ກອບ​ສ່ວນ​ເຫື່ອ​ແຮງ​ຂອງ​ຕົນ​ເພື່ອຮັກ​ສາຈຸດ​ວັດ​ທະ​ນະ​ທຳ​ພື້ນ​ເມືອງທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງຊາວ​ເຜົ່າ​ຂະ​ແມ. ລຸງ ຟົວ​ຊົວ ຫົວ​ໜ້າ​ກອງ​ດົນ​ຕີ ໃຫ້​ຮູ້​ວ່າ : 

     “ ຂ້າ​ພະ​ເຈົ້າ​ຢາກ​ຮັກ​ສາ​ມູນ​ເຊື້ອ​ອັນ​ດີ​ງາມ​ຂອງຊາວ​ເຜົ່າ​ຂະ​ແມ. ດັ່ງ​ນັ້ນ ຂ້າ​ພະ​ເຈົ້າ​ພະ​ຍາ​ຍາມ​ຮັກ​ສາ​ກອງ​ດົນ​ຕີນີ້​ໄວ້ໄດ້, ພ້ອມ​ກັນ​ນັ້ນ, ກໍ​ຖ່າຍ​ທອດ​ໃຫ້​ບັນ​ດາ​ຜູ້​ທີ່​ມີ​ຄວາມ​ເມົາ​ມົວ​ກັບ​ດ​ົນ​ຕີ​ພື້ນ​ເມ​ືອ​ງ ”

       ພາຍຫຼັງ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ເປັນ​ເວ​ລາ 7 ປີ, ກອງ​ດ​ົນ​ຕີ​ພື້ນ​ເມ​ືອ​ງ​ຢູ່​ວັດ​ເຢີຍນີ້ ສາ​ມາດ​ດຶງ​ດູດ​ຄວາມ​ສົນ​ໃຈ​ຈາກ​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ຢູ່​ເຂດ​ຕ່າງໆ. ປະ​ຈຸ​ບັນ, ນອກ​ຈາກ​ການ​ສະ​ແດງ​ດົນ​ຕີ​ຮັບ​ໃຊ້​ແຂກ​ທ່ອງ​ທ່ຽວ​ຢູ່​ວັດ​ເຢີຍ​ແລ້ວ, ກອງ​ດົນ​ຕີ​ກໍ​ໄດ້​ຮັບ​ການ​ເຊື້ອ​ເຊີນ​ໄປ​ສະ​ແດງ​ຢູ່​ງານ​ບຸນ​ປະ​ເພ​ນີ ຫຼື​ໃນ​ພິ​ທີ​ສູ່​ຂໍ, ງານດອງ, ຜ່ານນັ້ນ ກໍ​ເປັນ​ການ​ປະ​ກອບ​ສ່ວນ​ຕອງ​ສະ​ໜອງ​ຄວ​າມ​ຕ້ອງການ​ໃນ​ຊີ​ວິດ​ວັດ​ທະ​ນະ​ທຳ​ຂອງຊາວ​ເຜົ່າ​ຂະ​ແມ​ຢູ່​ແຫ່ງນີ້.

ຕອບກັບ

ຂ່າວ/ບົດ​ອື່ນ