ວັນຕວນແອງນັກດົນຕີນິຍົມວັດທະນະທຳເກີຮໍ


   (vovworld)-  ຂ້າພະ​ເຈົ້າຢາກ​ມີຊີວິດ​ເຈືອ​ຈານ​ເຂົ້າກັບ​ທຳ​ມະ​ຊາດ, ຂ້າພະ​ເຈົ້າມັກ​ສິ່ງ​ທີ່​ລຽບງ່າຍ, ຍິ່ງມີ​ຫຼາຍ​ຄົນ​ບໍ່​ຮູ້​ເທົ່າ​ໃດຂ້າພະ​ເຈົ້າຍິ່ງ​ນິຍົມ​ເທົ່າ​ນັ້ນ. ຂ້າພະ​ເຈົ້າ​ເມົາ​ມັກ​ເຂດ​ດິນແດນ​ທີ່​ເຕັມ​ໄປ​ດ້ວຍ​ສີສັນ​ຫຼາກ​ຫຼາຍ​ຂອງ​ດອກ​ໄມ້ ​ແລະ ນິຍົມ​ວັດທະນະທຳ​ຂອງ​ຊາວ​ເຜົ່າ​​ເກີຮໍ. ​ມັນແມ່ນ​ແນວ​ນັ້ນ​ແທ້, ​ເພາະວ່າ​ເມື່ອ​ຢູ່​ພ້ອມ​ກັບ​ພາລະ​ກອນ​ນັບ​ສີ​ບໆ​ຄົນ, ຜູ້​ຄົນ​ທັງຫຼາຍກໍ່ຍາກ​ທີ່​ຈະພົບ​ເຫັນນັກ​ດົນຕີ​ວັນ​ຕວນ​ແອ​ງ ຜູ້​ເປັນ​ເຈົ້າ​​ເຮືອນຫຼັງ​ໜຶ່ງ​ທີ່​ມີ​ຊື່ວ່າ: ກູ່​ເລິນ ຊື່ງ​ແມ່ນ​ແຫ່ງ​ທີ່​ເຕັມ​ໄປ​ດ້ວຍ​ສີສັນ​ວັດທະນະທຳ​ຊາວ​ເຜົ່າ ​ເກີຮໍ ​ໄດ້.

 ວັນຕວນແອງນັກດົນຕີນິຍົມວັດທະນະທຳເກີຮໍ - ảnh 1

ຜະລິດ​ຕະພັນ​ຂອງ​ຊາວ​ເຜົ່າ​ເກີ​ຮໍ​ຂາຍ​ຢູ່​ບ້ານ​ກູ່​ເລິນ
  (ພາບ: vov)

   ​ໃນ​ຄາວ​ຍັງ​ໜຸ່ມ, ວັນ​ຕວນ​ແອ​ງ ​ໄດ້​​ເດີນທາງອອກ​ຈາກ​ບ້ານ​ເກີດ​ຢູ່​ໂຮ້ຍອານ, ​ໄປນະຄອນ​ໂຮ່ຈິ​ມິນ ​​ເພື່ອຫາ​ເງິນ​ລ້ຽງ​ຊີບ ​ພາຍຫຼັງ​ໄລຍະ​ໜຶ່ງ​ທ່ານ​ໄດ້ມີ​​ວີ​ລາ 2, 3 ຫຼັງ​ໃຫ້​ເຊົາ. ​ເຖິງ​ວ່າຊີວິດ​ໄດ້​ດີ​ພໍ​ສົມຄວນ​ຄື​ແນວ​ນັ້ນ, ​ແຕ່​ຮອດ​ປີ 2000, ​ເມື່ອ​ໄປ​ດ່າ​ລາດ, ວັນ​ຕວນ​ແອ​ງ ​ພັດ​ໃຊ້​ທຶນ​ຮອນ​ທັງ​ໝົດຂອງ​ຕົນ​ເພື່ອ​ຊື້​​ທີ່​ດິນ​​ເປົ່າຫວ່າງ​ຢູ່​ທີ່​ນີ້​ເພື່ອ​ກໍ່ສ້າງ​​ເຮືອນ​ຫຼັງ​ໜຶ່ງ​ທີ່​ສວຍ​ງາມ,​ແລະ​ ເຕັມ​ໄປ​ດ້ວຍ​ສີສັນ​ວັດທະນະທຳ​ຂອງ​ຊາວ​ເຜົ່າ​ເກີ​ຮໍ. ​ໃນ​ວິວັ​ດ​ແຫ່ງການ​ປະຕິບັດ​ໂຄງການ​ຂອງ​ຕົນ, ອ້າຍ​ໄດ້​ຮັບ​ການ​ຊ່ວຍ​ເຫຼືອຢ່າງ​ສຸດ​ຈິດ​ສຸດ​ໃຈ​ຈາກ​ຊາວ​ທ້ອງ​ຖິ່ນ:

   “​​​​​​​ເຮົາ​ຈະ​ເຮັດ​ບໍ່​ໄດ້​ຖ້າ​ຫາກ​​ບໍ່​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ, ແນະນຳ​ຈາກປະຊາຊົນ​ຢູ່​ທີ່​ນີ້. ຕົ້ນ​​ເນ​ວ (ຕົ້ນ​ໄມ້​ໄຜ່​ທີ່​ຕັ້ງ​ຕໍ່ໜ້າ​ບ້ານ, ຢູ່​ເທິງ​ແຂວນ​ເຄື່ອງ​ຂອງ​ຕ່າງໆ​ເພື່ອ​ຂັບ​ໄລ່​ຜີ​ສາງ) ​ແລະ​ເຮືອນ​ຮົງ​ນີ້​ກໍ່​ແມ່ນ​ເຂົາ​ເຈົ້າ​ເຮັດ​ເອງ​. ​ໃນ​ການ​ດຳລົງ​ຊີວິດຢູ່​ທີ່​ນີ້, ຊາວ​ທ້ອງ​ຖິ່ນ​​ກໍ່ໄດ້ສະໜອງ​ຂໍ້​ມູນ​ຫຼາຍ​ຢ່າງ​ໃຫ້​ແກ່​ຂ້າພະ​ເຈົ້າ“.

ວັນຕວນແອງນັກດົນຕີນິຍົມວັດທະນະທຳເກີຮໍ - ảnh 2

ຕົ້ນ​ເນ​ວ

 (ພາບ: vov)

  ​  ໃນ​ເວລາ​ກ່ວາ 2 ປີຜ່ານມາ, ອ້າຍ​ໄດ້ກໍ່​ສ້າງ​​ເຂດ​ພັກຜ່ອນ​ຢ່ອນອາລົມ​ໃນເນື້ອທີ່ 5000 ມ2 ​ໃນ​ຈຳນວນ​ເນື້ອ​ທີ່​ດິນ​ທັງ​ໝົດ​ກ່ວາ 27 ​ແຮັກ​ຕາ​ຢູ່​ເມື​ອງລາກ​ເຟືອງ ​ສ່ວນ​ເນື້ອ​ທີ່​ຍັງ​ເຫຼືອ ​ແມ່ນ​ຍັງ​ຄົງ​ຮັກສາ​ລັກສະນະ​ຫວ່າງ​ເປົາ​ຢູ່. ​ເພາະອ້າຍພຽງ​ແຕ່​​ປູກ​ຕົ້ນ​ໄມ້ ​ແລະ ດອກ​ໄມ້​ເທົ່າ​ນັ້ນ. ໃນ​ໄລຍະ​ຈະ​ມາ​ເຖິງ ຢູ່​ທີ່​ນີ້ຈະຈັດ​ງານ​ບູນປະ​ເພນີ​ “ນິງ​ເນີນ“ ຄືນ​ໃໝ່​. ວັນ​ຕວນ​ແອ​ງ​ໃຫ້​ຮູ້​ວ່າ, ​​ຕາມ​ເຈ້​ົາກົກ​ເຈົ້າ​ເຫຼົ່າ​ໃນ​ບ້ານ​​​ແລ້ວ, ໃນ​ເດືອນ 3, ​ເມື່ອ​ແຫ່​ເຈົ້າ​ແມ່​ເຂົ້າສານ​ມາ, ຊາວ​ໄຕ​ງວຽນກໍ່​ອອກ​ຈາກ​ບ້ານໄປດຳລົງ​ຊີວິດ​ຢູ່ປ່າ​​ໃໝ່​ໃນ​ເວລາ​ປະມານ​ແຕ່ 15-30 ວັນ, ຫຼັງ​ຈາກ​ນັ້ນຈຶ່ງກັບ​ເມືອ​ບ້ານ​ຂອງ​ຕົນ:

 “​​​ໃນ​ເວລາ 1 ປີ, ​ເຂົາ​ເຈົ້າດຳລົງ​ຊີ​ວິດ 11 ​ເດືອນ​ເປັນ​ປົກກະຕິ, ສ່ວນ​ 1 ​ເດືອນ​ແມ່ນ​ກັບ​ຄືນ​ສູ່​ກົກ​ເຄົ້ນ​ເຫງົ້າກໍ. ​ເອີ້ນ​ວ່າ​ເດືອນ​ນິງ​ເນີນ ນີ້ແມ່ນ​ຮີດຄອງ​ປະ​ເພນີ, ການ​ເຄື່ອນ​ໄຫວ​ທີ່​ຖືກ​ສູນ​ເສຍ​ໄປ​ປະມານ 40-50 ປີ​ແລ້ວ. ຂ້າພະ​ເຈົ້າຢາກ​ຟື້ນ​ຟູ​ງານ​ບຸນນິງ​ເນີນ​ຄືນ​ໃໝ່​. ໃນ​ງານ​ບຸນນີ້​ມີ​ການ​ເຄື່ອນ​ໄຫວ​ດຳ​ເນີນ​ຊີວິດ, ການ​ຜະລິດ, ວັດທະນະທຳ, ນັບ​ທັງອາຫານ​ການ​ກິນຂອງ​ຊາວ​ເຜົ່າ​ໄຕ​ງວຽນ “.

   ​​ເຖິງ​ວ່າໃນ​ອາກາດ​ຮ້ອນ​​ເອົ້າຢູ່​ເຂດ​ໄຕ​ງວຽນ, ​ແຕ່ວັນ​ຕວນ​ແອ​ງ ຍັງ​ຄົງ​ຫ້າວຫັນ​ເຮັດ​ວຽກ​ພ້ອມ​ກັບ​ບັນດາພາລະ​ກອນຢູ່, ​​ເພື່ອ​ສັບຊ້ອນ​ຮ້ານ​ວາງສະ​ແດງ​ເຄື່ອງ​ທີ່​ລະນຶກໂດຍ​ຊາວ​ເຜົ່າ​ເກີ​ຮໍ​ເຮັດ​ເອງ​:

  ​ໃນ Festival ດອກ​ໄມ້​ດ່າ​ລາດ​ປີ 2013, ອົງການ​ອູ​ແນ​ສ​ໂກ ຫວຽດນາມ ​ໄດ້​ປະກາດ​ວ່າ, ບ້ານ​ກູ້​ເລິ່ນ ​ແມ່ນ 1 ​ໃນ​ຈຳນວນ​ສະຖານ​ທີ່ 10 ​ແຫ່ງ​ບັນລຸ​ຄາດໝາຍ​ທ່ອງ​ທ່ຽວ​ຫວຽດນາມ. ປະຈຸ​ບັນ, ​ແຂກ​ທ່ອງ​ທ່ຽວ​ສາມາດ​ມາ​ທ່ອງ​ທ່ຽວ​ບ້ານ​ກູ່​ເລິ່ນ ​ເພື່ອ​ໄດ້​ເຈືອ​ຈານ​ເຂົ້າກັບ​ທຳ​ມະ​ຊາດ​ທີ່​ຂຽວ​ສົດ​ງົດ​ງາມ. ຕາມ​ທ່ານວັນ​ຕວນ​ແອ​ງ ​ແລ້ວ, ​​ເພື່ອຈັດຕັ້ງການທ່ອງທ່ຽວ​ວົງ​ຄະນາ​ຍາດຢ່າງ​ມີ​ປະສິດທິ​ຜົນ, ​ຜູ້​ເຮັດ​ວຽກ​ງານ​ການທ່ອງທ່ຽວ ຕ້ອງ​​​ເຮັດ​ແນວ​ໃດ​ເພື່ອ​ໃຫ້ແຂກທ່ອງ​ທ່ຽວ​ເຫັນ​ໄດ້​ຮູບ​ພາບ​ທີ່​ສວຍ​ງາມ ​ແລະ ຮູ້ສຶກ​ສະຫວາດສະ​ເຫວີຍ, ຢາກ​ແບ່ງປັນ​ຄວາມ​ຮູ້ສຶກກັບເພື່ອນ​ມິດ​ຄົນ​ອື່ນໆ​ອີກ…​

   ອ້າຍ​ແມ່ນ​ຜູ້​ນິຍົມຄວາມ​ງາມ​ຂອງ​ສະຖາປັດຕະຍາ​ກຳ ​ໃນຂະນະໄດ້​ເຈືອ​ຈານ​ເຂົ້າກັບທຳ​ມະ​ຊາດ ​ແລະ ​ຮູ້ສຶກວ່າ ຕົນ​ເອງ​ມີ​ຄວາມ​ໜຸ່ມ​ແໜ້ນ​ກ່ວາ ​ເມື່ອ​ໄດ້​ຄົ້ນຫາ​ທຳ​ມະ​ຊາດ​ທີ່​ຮົກ​ເຮື້ອ​ເປົ່າ​ຫວ່າງ, ​​​ແລະ ເຂົ້າ​ໃຈ​ວັດທະນະທຳ​ຂອງ​ບັນດາ​ຊາວ​ເຜົ່າ​ໄຕ​ງວຽນ​ກ່ວາ​ອີກ. ຍ້ອນ​ນິຍົມສິ່ງທີ່​ສວຍ​ງາມ, ​ເຖິງ​ວ່າ​ຕ້ອງ​ຄ້າງ​ຄາ​ກັບ​ວຽກ​ງານ​ຕ່າງໆ​ຢູ່​ບ້ານ​ກູ່​ເລິ່ນກໍ່ຕາມ, ​ແຕ່ນັກ​ດົນຕີ​ວັນ​ຕວນ​ແອ​ງ ຍັງ​ປະດິດ​​ແຕ່ງ​ບົດ​ເພງ​ອີກ​. ບົດ​ເພງ “ໝາກ​ຫົວ​ໃຈ​ກູ່​ເລິ່ນ“ ດ້ວຍ​ທຳນອງ​​ເພງ​ທີ່​ຟົດ​ຟື້ນ, ​ເນື້ອ​​ໃນ​ງ່າຍດາຍ ຍັງຄົງ​ດັ່ງ​ກ້ອງ​ກັງວານ​ໃນ​ປ່າ​ແປກ​ທີ່​ຂຽວ​ສະອາດ ​ແລະ ກ້ວາງ​ໃຫ່ຍ​ໄພສານ, ​ແຫ່ງ​ທີ່​ມີ​ນັກ​ດົນຕີ​ຜູ້ 1 ​ທີ່ໄດ້​ອຳລານະຄອນ​​​ເພື່ອຍ້າຍໄປ​ດຳລົງ​ຊີວິດຢູ່​​ເຂດ​ພູດ​ອຍ​ໄຕ​ງວຽນ…./.

ຕອບກັບ

ຂ່າວ/ບົດ​ອື່ນ