ສີມືອັນຄ່ອງແຄ້ວຂອງ ແມ່ຍິງຊົນເຜົ່າໃນການຕ່ຳຫູກທໍໄໝເພື່ອຜະລິດແຜ່ນແພພື້ນເມືອງ

ສຳ​ລັບ​ຊົນ​ເຜົ່າ​ຕ່າງໆ​ຄື ເກີ​ຕູ, ແວ, ຕາ​ຣ່ຽງ ທີ່​ພວມ​ດຳ​ລົງ​ຊີ​ວິດ​ຢູ່​ບົນ​ສາຍ​ພູຫຼວງ, ເຂດ​ໄຕ​ງວຽນ​ນັ້ນ, ຖ້າ​ຫາກ​ເພດ​ຊາຍເຮັກ​ວຽກ​ງານ​ທີ່​ສຳ​ຄັນ​ຕ່າງໆ​ຄື​ປຸກ​ສ້າງ​ເຮືອນພ້ອມ​ດ້ວຍ​ການ​ປະ​ກອບ​ອາ​ຊີບ​ແກະ​ຄວັດ​ສະຫຼັກ​ນັ້ນ,ເອື້ອຍ​ນ້ອງ​ແມ່​ຍິງ​ຢູ່​ແຫ່ງນີ້​ພັດ​ມີ​ສີ​ມື​ອັນ​ຄ່ອງ​ແຄ້ວໃນ​ການ​ຕ່ຳ​ຫູກທໍ​ໄໝ​ເພື່ອ​ຜະ​ລິດ​ແຜ່ນ​ແພ​ພື້ນ​ເມືອງ​ທີ່​ສວຍ​ງາມ..

 

ສີມືອັນຄ່ອງແຄ້ວຂອງ ແມ່ຍິງຊົນເຜົ່າໃນການຕ່ຳຫູກທໍໄໝເພື່ອຜະລິດແຜ່ນແພພື້ນເມືອງ - ảnh 1
ການ​ເຄື່ອນ​ໄຫວ​ຂອງ​ຊາວ​ເຜົ່າ​ເກີ​ຕູ ຢູ່​ໝູ່​ບ້ານ​ຕ່ຳ​ຫູກ ຊາ​ຣາ ໄດ້​ຮັບ​ຖື​ເປັນ​ແບບ​ຢ່າງ​ເພື່ອ​ໃຫ້​ບັນ​ດາ​ຕາ​ແສງ​ໃນ​ເມື​ອງ​ນາມ​ຢາງ​ຮຽນ​ເຮັດຕາມ

      ເມື່ອ​ໄດ້​ເຫັນ​ປະ​ຈັກ​ຕາ​ແມ່​ຍິງເຜົ່າເກີ​ຕູ, ແວ, ຕາ​ຣ່ຽງ​ 24 ຄົນຊຶ່ງ​ໄດ້​ຮັບ​ເລືອກ​ຈາກ 12 ຕາ​ແສງ, ເທດ​ສະ​ບ​ານ​ເມືອງ​ມາ​ເຂົ້າ​ຮ່ວມ​ງານ​ປະ​ກວດ​ຕ່ຳ​ແຜ່ນ​ແພ​ພື້ນ​ເມືອງ​ຢູ່ເມືອງ​ນາມ​ຢາງ ແຂວງກວາງ​ນາມນັ້ນ, ຜູ້​ຄົນ​ທັງຫຼາຍ​​ຕ່າງ​ກໍມີ​ຄວາມ​ນິ​ຍົມ​ນັບ​ຖື​ຕໍ່​ສີ​ມື​ອັນ​ຄ່ອງ​ແຄ້ວຂອງພວກແມ່​ຍິງ. ນີ້​ເປັນ​ຄັ້ງ​ທຳ​ອິດ ທີ່​ເມືອງ​ພູ​ສູງນີ້ຈັດ​ງານ​ປະ​ກວດ ເພື່ອ​ໃຫ້​ເອື້ອຍ​ນ້ອງ​ແມ່​ຍິງ​ບັນ​ດາ​ເຜົ່າ​ໄດ້​ພົບ​ປະ​ແລກ​ປ່ຽນ, ຖອດ​ຖອນ​ບົດ​ຮຽນ​ໃນ​ການ​​ຕ່ຳ​ຫູກທໍ​ໄໝ​, ພ້ອມ​ທັງ​ສ້າງ​ເງື່ອນ​ໄຂ​ເພື່ອ​ໃຫ້​ນາມ​ຢາງ​ອະ​ນຸ​ລັກ​ຮັກ​ສາ​ພັດ​ທະ​ນາ​ຮູບ​ແບບ​ສິ​ລະ​ປະ​ຫັດ​ຖະ​ກຳ​ທີ່​ເຂັ້ມ​ຂົ້ນ​ໄປ​ດ້ວຍ​ສີ​ສັນ​ຂອງ​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ຢູ່​ບົນ​ສາຍ​ພູຫຼວງ. ນາງ Cor lon ຢູ່​ເທດ​ສະ​ບານ​ເມືອງ ແທ່ງມີ້, ເມືອງ​ນາມ​ຢາງ, ແຂວງກວາງ​ນາມ ໃຫ້​ຮູ້​ວ່າ :

    “ ໄດ້​ຮັບ​ເລືອກ​ເຂົ້າ​ຮ່ວມ​ງານ​ປະ​ກວດນີ້, ນ້ອງ​ຮູ້​ສຶກ​ດີ​ໃຈຫຼາຍ​ເພາະ​ໄດ້​ຖອດ​ຖອນຫຼາຍ​ບົດ​ຮຽນ​ທີ່​ດີ​ຈາກ​ຕາ​ແສງ​ໃກ້​ຄຽງ, ທັງ​ນີ້ກໍ​ຊ່ວຍ​ນ້ອງ​ສາ​ມາດ​ຕ່ຳ​ແຜ່ນ​ແພ​ທີ່​ສວຍ​ງາມເພື່ອ​ຕັດ​ຫຍິບ​ເຄື່ອງ​ນຸ່ງ​ ”

     ແມ່​ຍິງ​ຢູ່​ນາງ​ຢາງ ນັບ​ແຕ່​ຄາວ​ຍັງ​ນ້ອຍ ໄດ້​ຮຽນ​ຕ່ຳ​ຫູກ​ທໍ​ໄໝ​ຈາກ​ແມ່. ນີ້​ແມ່ນ​ອາ​ຊີບ​ຂອງ​ປູ່​ຍ່າ​ຕາ​ຍາຍ​ປະ​ໄວ້​ໃຫ້. ໃນ​ທຸກວັນ​ນີ້, ການ​ຕ່ຳ​ແຜ່ນ​ແພ​ພື້ນ​ເມືອງ​ເຖິງວ່າບໍ່​ແຜ່ຫຼາຍ​ຄື​ກ່ອນນີ້​ກໍ​ຕາມ, ແຕ່​ຍັງ​ຄົງ​ແມ່ນ​ວຽກ​ງານ​ທີ່​ຂາດບໍ່​ໄດ້​ໃນ​​ຊີ​ວິດ​ຂອງ​ເອື້ອຍ​ນ້ອງ​ແມ່​ຍິງ​. ບັນ​ດາ​ຜູ້​ອາ​ຍຸ​ສູງ, ມີ​ປະ​ສົ​ບ​ການ​ໃນ​ອາ​ຊີບ​ຕ່ຳ​ຫູກທໍ​ໄໝ​​ຍາມ​ໃດ​ກໍ​ມີ​ຄວາມ​ເປັນ​ຫ່ວງ​ຕໍ່​ການ​ຟື້ນ​ຟູ, ອະ​ນຸ​ລັກ​ຮັກ​ສາ​ອາ​ຊີບ​​ຕ່ຳ​ແຜ່ນ​ແພ​ພື້ນ​ເມືອງຂອງ​ເຜົ່າ​ຕົນ. ນາງ ເຢີ​ເຢີມ​ທິ​ຍຸງ ປະ​ທານ​ສະ​ຫະ​ພັນ​ແມ່​ຍິງ​ເມືອງ​ນາມ​ຢາງ, ແຂວງກວາງ​ນາມ​ໃຫ້​ຮູ້​ວ່າ : 

    “ອາ​ຊີບ​ຫັດ​ຖະ​ກຳ​ຕ່ຳ​ຫູກ​ນີ້ ໄດ້​ຮັບ​ການ​ຟື້ນ​ຟູ​ປຽບ​ເໝືອນ​ລົມ​ຫາຍ​ໃຈ​ໃນ​ຊີ​ວິດ​ຂອງ​ແມ່​ຍິງ, ປຽບ​ເໝືອນ​ການ​ເຮັດ​ໄຮ່​ໄຖ​ນາ, ພິ​ເສດ​ການ​ຮັກ​ສາ​ອາ​ຊີບ​ຕ່ຳ​ຫູກກໍ​ແມ່ນ​ເພື່ອ​ຮັກ​ສາ​ສີ​ສັນ​ຂອງ​ບັນ​ດາ​ເຜົ່າ”

    ເມືອງ​ນາມ​ຢາງ​​ລວມມີ 12 ຕາ​ແສງ, ເທດ​ສະ​ບານ​ເມືອງ ແລະ ມີ​ກີ່​ຕ່ຳ​ຫູກ​ກວ່າ 6000 ກີ່​ໂດຍເອື້ອຍ​ນ້ອງ​ແມ່​ຍິງ​ເຜົ່າເກີ​ຕູ, ແວ, ຕາ​ຣ່ຽງ​ເປັນ​ເຈົ້າ​ຂອງ. ພິ​ເສດ, ຢູ່​ເມືອງ​ພູ​ສູງນີ້, ມີ​ໝູ່​ບ້ານ ກົງ​ດົນ ຢູ່​ຕາ​ແສງ​ຊວຍ ແລະ ໝູ່​ບ້ານ​ຫັດ​ຖະ​ກຳ​ຕ່ຳ​ຫູກ ຊາ​ຣາ ຢູ່​ຕາ​ແສງ ຕາ-ບ​ຮິງ ຊຶ່ງ​ໃນ​ປະ​ຈຸ​ບັນ​ຍັງ​ສາ​ມາດ​ຮັກ​ສາ​ອາ​ຊີບ​ຕ່ຳ​ຫູກ​ທີ່​ມີ​ມາ​ແຕ່​ດຶກ​ດຳ​ບັນ ແລະ ຍັງ​ແມ່ນ​ແຫ່ງ​ເຕົ້າ​ໂຮມ​ຜູ້​ປະ​ກອບ​ອາ​ຊີ​ບ​ຫັດ​ຖະ​ກຳຕ່ຳ​ຫູກຫຼາຍ​ກ່​ວາ​ໝູ່. ຖ້າ​ມີ​ໂອ​ກາດ​ມາ​ຢາມ​ບ້ານ ຊາ​ຣາ, ຜູ້​ຄົນ​ທັງຫຼາຍ​ຈະ​ໄດ້​ຍິນ​ສຽງ​ຕ່ຳ​ຫູກທໍ​ໄໝ​​ດັ່ງ​ຂືຶ້ນຈາກ​ຫົວ​ບ້ານ. ພວກເອື້ອຍ​ນ້ອງ​ແມ່​ຍິງ​​ໄດ້​ເຕົ້າ​ໂຮມ​ກັນ​ຢູ່​ເຮືອນຫຼັງ​ໜຶ່ງ, ພ້ອມ​ກັນ​ຕ່ຳ​ຫູກ. ເມື່ອ​ແຜ່ນ​ແພ​ໄດ້​ຕ່ຳ​ແລ້ວ, ຈະ​ຖື​ນຳ​ເຂົ້າ​ໂຮງ​ຕັດ​ຫຍິບເພື່ອ​ຕັດສິ້ນ, ກະ​ຕ່ຽວ, ແພ​ພັນ​ຄໍ, ຖົງ​ພາຍ…

     ເພື່ອ​ສ້າງ​ຊື່​ສຽງ​ໃຫ້​ຜະ​ລິດ​ຕະພັນແຜ່ນ​ແພພື້ນ​ເມືອງນັ້ນ, ເຂົາ​ເຈົ້າ​ໄດ້​ສ້າງ​ຕັ້ງ​ສະ​ຫະ​ກອນ​ຊຶ່ງ​ສະ​ມາ​ຊິກ​ທຸກໆ​ຄົນ​ຕ່າງ​ກໍ​ເປັນ​ແມ່​ຍິງຢູ່​ທ້ອງ​ຖິ່ນ. ການ​ເຄື່ອນ​ໄຫວ​ຕົ້ນ​ຕໍ​ຂອງ​ສະ​ຫະ​ກອນ​ແມ່ນ​ຕ່ຳ​ແຜ່ນ​ແພ​ພື້ນ​ເມືອງ, ດຳ​ເນີນ​ທຸ​ລະ​ກິດ​ຄ້າ​ຂາຍ​ຜະ​ລິດ​ຕະພັນແຜ່ນ​ແພພື້ນ​ເມືອງ ໂດຍ​ສົມ​ທົບ​ກັບ​ການ​ເຮັດ​ທ່ອງ​ທ່ຽວ. ວິ​ທີ​ການ​ເຄື່ອນ​ໄຫວ​ຂອງ​ຊາວ​ເຜົ່າ​ເກີ​ຕູ ຢູ່​ໝູ່​ບ້ານ​ຕ່ຳ​ຫູກ ຊາ​ຣາ ໄດ້​ຮັບ​ຖື​ເປັນ​ແບບ​ຢ່າງ​ເພື່ອ​ໃຫ້​ບັນ​ດາ​ຕາ​ແສງ​ໃນ​ເມື​ອງ​ນາມ​ຢາງ​ຮຽນ​ເຮັດຕາມ. ຕາມນັ້ນ​ແລ້ວ, ມີຫຼາຍ​ຮູບ​ແບບ​ຕ່ຳ​ແຜ່ນ​ແພ​ພື້ນ​ເມືອງ​ຕາມ​ທິດ​ຜະ​ລິດ​ເປັນ​ສິນ​ຄ້າ​ຮັບ​ໃຊ້​ການ​ທ່ອງ​ທ່ຽວ​ໄດ້​ຮັບ​ການ​ສ້າງ​ຕັ້ງ. ທ່ານ ດ​ຣ ເຈີນ​ເຕີ້ນວິ້ງ ນັກ​ຄົ້ນ​ຄ້​ວາ​ວັດ​ທະ​ນະ​ທຳ​ ເກີ​ຕູ ກວາງ​ນາມ ໃຫ້​ຮູ້​ວ່າ : 

    “ ຈຸດ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ອາ​ຊີບ​ຕ່ຳ​ແຜ່ນ​ແພ​ພື້ນ​ເມືອງ​ຂອງ​ເຜົ່າ​ເກີ​ຕູ​ແມ່ນ​ຢູ່​ບ່ອນ​ວ່າ ເຂົາ​ເຈົ້າຍັງ​ສາ​ມາດ​ຮັກ​ສາ​ອາ​ຊີບ​ຫັດ​ຖະ​ກຳ​ຕ່ຳ​ຫູກ​ແບບ​ບູ​ຮານ, ຈາກ​ການ​ປູກ​ຝ້າຍ, ເຂັນຝ້າຍ, ຍ້ອມ​ສີຕະຫຼອດ​ຮອດ​ການຕ່ຳ​ແຜ່ນ​ແພເພື່ອ​ຜະ​ລິດ​ບັນ​ດາ​ຊຸດ​ອາ​ພອນ​ປະ​ຈຳ​ເຜົ່າ​ທີ່​ເປັນ​ເອ​ກະ​ລັກ.  ”

    ສຳ​ລັບ​ເມືອງ​ພູ​ສູງ​ນາມ​ຢາງ​ແລ້ວ, ເພື່ອ​ອະ​ນຸ​ລັກ​ຮັກ​ສາ ແລະ ພັດ​ທະ​ນາ​ອາ​ຊີບ​ຕ່ຳ​ແຜ່ນ​ແພນີ້, ໃນຫຼາຍ​ປີ​ທີ່​ຜ່ານ​ມາ ໄດ້​ມີຫຼາຍ​ວິ​ທີ​ປະ​ຕິ​ບັດ​ທີ່​ດີ, ໃນ​ນັ້ນ ມີ​ການ​  ຈ​ັດ​ຕັ້ງ​ງານ​ປະ​ກວດສີ​ມື​ການ​ຕ່ຳ​ຫູກ, ກໍ​ຄື​ງານ​ວາງ​ສະ​ແດງ​ຜະ​ລິດ​ຕະພັນແຜ່ນ​ແພພື້ນ​ເມືອງ​ຂອງເຜົ່າເກີ​ຕູ, ແວ, ຕາ​ຣ່ຽງ. ທັງ​ນີ້​ກໍ​ເປັນ​ການ​ປະ​ກອບ​ສ່ວນ​ຊ່ວຍເອື້ອຍ​ນ້ອງ​ແມ່​ຍິງ​ເຜົ່າເກີ​ຕູ, ແວ, ຕາ​ຣ່ຽງ​ໄດ້​ພົບ​ປະ​ແລກ​ປ່ຽນ, ຖອດ​ຖອນ​ບົດ​ຮຽນ​, ຜະ​ລິດ​ອອກ​ບັນ​ດາ​ຊຸດ​ອາ​ພອນ​ປະ​ຈຳ​ເຜົ່າ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ທ້ອງ​ຖິ່ນ.

ຕອບກັບ

ຂ່າວ/ບົດ​ອື່ນ