ສິລະປະຂັບລຳທຳເພງພື້ນເມືອງຢູ່ໂຫ້ຍອານ

​ 

ສິລະປະຂັບລຳທຳເພງພື້ນເມືອງຢູ່ໂຫ້ຍອານ - ảnh 1
ການ​ຫຼິ້ນ ບາຍ​ຈອຍ
(ພາບ: vanhoadoisong)


   ແຕ່​ດົນ​ນານ​ມາ​ແລ້ວ, ​ແຂກ​ທ່ອງ​ທ່ຽວ​ມາ​ຢ້ຽມຢາມ ​ໂຫ້​ຍອານ ​ແຂວງ ກວາງ ນາມ ບໍ່​ພຽງ​ແຕ່​ເພື່ອ​ຄົ້ນ​ຫາ​ຄຸ້ມ​ເມືອງ​ເກ​ົ່າ​ເທົ່າ​ນັ້ນ ຫາກ​ຍັງ​ໄດ້​ເຊື່ອມ​ຕົວ​ເຂົ້າ​ກັບ​ບັນຍາກາດ​ຟົດ​ຟື້ນ​ມ່ວນ​ຊື່ນ​ດ້ວຍ​ການ​ຂັບ​ລຳ​ທຳ​ເພງ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ແຂວງ ກວາງ​ນາມ​ອີກ​ດ້ວຍ. ທ່ານ John Haward ຫົວໜ້າ​ບໍລິສັດ​ທ່ອງ​ທ່ຽວ​ທາງ​ໄກ​ຢູ່ ​ໂຮ​ນລັງໃນ​ການ​ມາ​ຢ້ຽມຢາມໂຫ້​ຍອານເທື່ອ​ໜຶ່ງ​ໄດ້​ຖື​ວ່າ:“ ຢູ່ໂຫ້​ຍອານ ບັນດາ​ລາຍການ​ສະ​ແດງ​ສິລະ​ປະ​ເຖິງ​ວ່າດຳ​ເນີນ​ດ້ວຍ​ຮູບ​ການ​ຂາຍ​ປີ້​ບໍລິການ ຫຼື​ບໍ່​ເກັບ​ຄ່າ​ກໍ​ຕາມ ກໍ​ລ້ວນ​ແຕ່​ສ້າງ​ຄວາມ​ປະ​ທັບ​ໃຈ​ແກ່​ຜູ້​ຊົມ ​. ສິ່ງ​ທີ່​ປະ​ທັບ​ໃຈ ​ແລະ ​ເປັນ​ເອກະລັກ​ສະ​ເພາະ​ຂອງ​ລາຍການ​ສະ​ແດງ​ສິລະ​ປະ​ຢູ່​ໂຫ້​ຍອານ ກໍ​ແມ່ນ​ຄວາມ​ລຽບ​ງ່າຍ. ຢູ່​ໂຫ້​ຍອານ ​ແຕ່ລະ​ແຈ​​ຖະໜົນ ລ້ວນ​ແຕ່​ແມ່ນ​ເວ​ທີ​ສະ​ແດງ ”. ​

   ບັນດາ​ລາຍການສະ​ແດງສິລະ​ປະປະຈຳ​ວັນ​ຂອງ​ກອງ​ສິລະ​ປະ​ພື້ນ​ເມື​ອງ​ ໂຫ້​ຍ ອານ ສັງກັດສູນວັດທະນະທຳ-ກິລາ ​ໂຫ້​ຍອານ​ເຊັ່ນ​ນີ້ ​ແຕ່​ດົນ​ນານ​ມາ​ແລ້ວ ​ໄດ້​ກາຍ​ເປັນ​ອາຫານ​ທາງ​ດ້ານ​ຈິດ​ໃຈ​ທີ່​ຂາດ​ບໍ່​ໄດ້​ຂອງ​ນັກ​ທ່ອງ​ທ່ຽວ​ເມື່ອ​ມີ​ໂອກາດ​ມາ​ຢ້ຽມຢາມ​ໂຫ້​ຍອານ, ອັນ​ໄດ້​ປະກອບສ່ວນ​ສ້າງ​ຜະລິດ​ຕະພັນ​ດ້ານ​ວັດທະນະ ທຳ-ທ່ອງທ່ຽວ​ທີ່​ເປັນ​ເອກະລັກ​ສະ​ເພາະ, ​ໂຄສະນາ​ດ້ານ​ວັດທະນະທຳ​ຂອງ​ໂຫ້​ຍ ອານ ​ເວົ້າ​ສະ​ເພາະ ແລະ ​ແຂວງ​ກວາງ​ນາມ​​ເວົ້າລວມ. ທ່ານ​ ດິງຫາຍ ຫົວໜ້າ​ພະ​ແນ​ກວັດທະນະທຳ​-ກິລາ ​ແລະ ທ່ອງ​ທ່ຽວ​ແຂວງ​ກວາງ​ນາມ​ຫວນ​ຄືນວ່າ: ນັບ​ແຕ່​ປີ 1990 , ຂະ​ແໜງ​ວັດທະນະທຳ ​ແລະ ທ່ອງ​ທ່ຽວ​ຢູ່ ​ໂຫ້​ຍອານ ມີ​ຄວາມ​ຮັບ​ຮູ້​ຢ່າງ​ຈະ​ແຈ້ງ​ທີ່​ສຸດ​ກ່ຽວ​ກັບ​ການ​ກໍ່ສ້າງ​ຖັນ​ແຖວ​ນັກ​ຮ້ອງ ນັກ​ສິລະ​ປີນ ​ເພື່ອ​ສະ​ແດງ ​ຂັບ​ລຳ​ທຳ​ເພງ​ສິລະ​ປະພື້ນ​ເມືອງ​ຢູ່​ໂຫ້​ຍອານ ​ແລະ ສ້າງ​ບັນດາ​ລາຍການ​ສະ​ແດງສິລະ​ປະ​ຊົນ​ເຜົ່າ ​ເປັນ​ຜະລິດ​ຕະພັນ​ທ່ອງ​ທ່ຽວ​ດຶງ​ດູດ​ໃຈ​ນັກ​ທ່ອງ​ທ່ຽວ​ເມື່ອ​ມາ​ຢ້ຽມຢາມ ​ໂຫ້​ຍອານ. ທ່ານ​ ດິງຫາຍ ຫົວໜ້າ​ພະ​ແນ​ກວັດທະນະທຳ​-ກິລາ ​ແລະ ທ່ອງ​ທ່ຽວ​ແຂວງ​ກວາງ​ນາມ ​ໃຫ້​ຮູ້​ວ່າ

    “ ​ໃນ​ຊຸ​ມປີທີ່​ຜ່ານ​ມາ, ​ແຕ່ລະ​ປີ ມີ​ຈຳນວນ​ແຂກ​ທ່ອງ​ທ່ຽວ​ມາ​ທ່ອງ​ທ່ຽວຄຸ້ມ​ເມືອງ​ເກົ່າ ​ໂຫ້​ຍອານ ຢ່າງຫຼວງ​ຫຼາຍ. ດ້ວຍ​ຖານະ​ແມ່ນ​ມໍລະດົກ​ສະຖາປັດ ຕະຍະກຳ, ​ແຂກ​ທ່ອງ​ທ່ຽວ​ມາ​ທັດສະນະ​ສຶກສາຢ້ຽມຊົມ​ເຮືອນ​ເກົ​່າ, ວັດວາອາ​ຮາມ ຫ້າງ​ຮ້ານ. ຖ້າ​ຫາກ​ວ່າ​ ພຽງມາ​ຢ້ຽມ​ຊົມ​ເທົ່າ​ນັ້ນ, ​ແມ່ນ​ຈະ​ບໍ່​ຮູ້ສຶກ​ໝົດເຖິງ​ດ້ານວິນ​ຍາຍ​ຂອງ​ຄຸ້ມ​ຖະໜົນ​ເກົ່າ, ສະ​ນັ້ນ ການ​ເຄື່ອນ​ໄຫວ​ວັດທະນະທຳ​ຮັບ​ໃຊ້​ການ​ອະນຸ​ລັກ​ຮັກສາ​ວັດທະນະທຳ​ບໍ່​ມີ​ຮູບ​ຮ່າງ ກໍ​ຄື​ການ​ສ້າງ​ຄວາມ​ອຸດົມສົມບູນ​ທີ່​ມີ​ລັກສະນະ​ວັດທະນະທຳ ​ແມ່ນ​ສຳຄັນ​ທີ່​ສຸດ  ”

  ປະຈຸ​ບັນ​ບັນດາ​ທຳນອງ​ເພງ​ພື້ນເມືອງ ກວາງ​ນາມ, ສິລະ​ປະ​ຂັບໂບ້ຍ, ຂັບ​ກ້ຽວ, ການ​ລະ​ຫຼິ້ນ​ຂັບ ບາຍ​ຈອຍ ​ໄດ້​ຮັບ​ຄວາມ​ຊົມ​ຊອບ​ຈາກ​ປະຊາຊົນ ​ແລະ ​ແຂກ​ທ່ອງ​ທ່ຽວ​ເປັນ​ຈຳນວນ​ຫຼວງ​ຫຼາຍ. ບໍ່​ນັບ​ທັງ​ບັນດາ​ລາຍການ “ ຄ່ຳ​ຄືນ​ຄຸ້ມ​ຖະໜົນ​ເກົ່າ ”, “ ຖະໜົນ​ບໍ່ມີສຽງລົບກວນ ” ພ້ອມກັບງານບຸນຕ່າງໆຖືກຈັດຂຶ້ນຢູ່ ໂຫ້ຍອານນັ້ນ, ​ໃນ​ແຕ່​ລະ​ວັນ, ບັນດາ​ນັກ​ສິລະ​ປີນ​​ໄດ້​ສະ​ແດງ​ແຕ່ 2 ຫາ 3 ຄັ້ງ​ເພື່ອ​ຮັບ​ໃຊ້​ຂາກທ່ອງ​ທ່ຽວ​ຢູ່​​ສະຖານ​ທີຕ່າງໆ ​ແລະ ຫໍສະ​ແດງ​ສິລະ​ປະ​ພື້ນ​ເມືອງ. ​ໂຫ​້ຍອານ​ໄດ້​ເຕົ້າ​ໂຮມ​ນັກ​ເສບ​ເຄື່ອງດົ​ນຕີ​ພື້ນ​ເມືອງ​ນັບ 10 ຄົນ​ທີ່​ມາ​ຈາກ​ແຂວງ ​ແທງ​ຮ້ວາ, ​ເຫ້ວ, ດາ​ນັ້ງ, ຢີຊວຽນ........ພ້ອມ​ກັບ​ນັກ​ຮ້ອງ, ສິລະ​ປີນ​ຫຼາຍໆ​ຄົນ. ທ່ານ ວໍ້​ຮຸ່ງ ຫົວໜ້າ​ສູນວັດທະນະທຳ-ກິລາ ໂຫ​້ຍອານ​ໃຫ້​ຮູ້​ວ່າ :

   “ ບັນດາ​ການ​ເຄື່ອນ​ໄຫວ​ສະ​ແດງສິລະ​ປະວັດ​ທະນະ​ທຳ, ພິ​ເສດ​ແມ່ນ​ສິລະ​ປະວັດ​ທະນະ​ທຳ​ພື້ນ​ເມືອງ​ນັ້ນ, ໂຫ​້ຍອານ ​ໄດ້​ມີ​ການ​ກຳນົດ​ທິດ​ຢ່າງ​ຈະ​ແຈ້ງ. ສະ​ເພາະ​ການ​ຟື້ນຟູບັນດາ​ປະ​ເພດ​ສິລະ​ປະວັດ​ທະນະ​ທຳ​ພື້ນເມືອງ ​ແມ່ນ​ທັງ​ເຮັດ​ໜ້າ​ທີ່​ຟື້ນຟູ​ວັດທະນະທຳພື້ນເມືອງ, ທັງ​ຮັບ​ໃຊ້​ຄວາມ​ຕ້ອງການ​ຂອງ​ປະຊາຊົນ, ດັ່ງ​ນັ້ນ​ບໍ່​ອາດ​ຂາດ​ບົດບາດ​ສ້າງ​ໃຫ້​ມີ​ບັນດາ​ຜະລິດ​ຕະພັນ​ທ່ອງ​ທ່ຽວ​ວັດທະນະທຳ​ທ້ອງ​ຖິ່ນ​ຂອງ​ເຂດ​ແຄ້ວ​ນ. ນັບ​ແຕ່​ທ້າຍ​ຊຸມ​ປີ 1980 ຂອງ​ສະຕະ​ວັດກ່ອນ, ໂຫ​້ຍ ອານ​ໄດ້​ມີ​ການ​ກຳນົດ​ທິດ​ເຊັ່ນ​ນັ້ນ ​ແລະ ມາ​ຮອດ​ປະຈຸ​ບັນ​ໄດ້​ສ້າງ​ເປັນ​ຮູບ​ປະ​ທຳ ​ເພື່ອ​ຮັບ​ໃຊ້​ການ​ພັດທະນາ​ດ້ານວັດທະນະທຳ​ທ່ອງ​ທ່ຽວຂອງ​ນະຄອນ ”

    ພິ​ເສດ​ການ​ຫຼິ້ນ ບາຍ​ຈອຍ, ຄິດ​ວ່າ​ໄດ້​ຖືກ​ສູນຫາຍ​ໄປ​ແລ້ວ, ​ແຕ່​ຜ່ານ​ງານ​ບຸນ​ຕ່າງໆ​ໄດ້​ຮັບ​ການ​ຟື້ນຟູ ​ແລະ ​ເຂົ້າ​ສູ່​ຈິດ​ໃຈ​ຂອງ​ມະຫາຊົນ​ຢ່າງ​ແທ້​ຈິງ. ​ໂດຍ​ບໍ່​ແມ່ນ​ແຫ່ງ​ໃຫ້​ກຳ​ເນີ​ດສິລະ​ປະ​ຂັບ​ບາຍ​ຈອຍ, ​ແຕ່ດ້ວຍ​ສະຕິ​ປົກ​ປັກ​ຮັກສາ ​ແລະ​ເສີມ​ຂະຫຍາຍ​ບັນດາ​ຄຸນຄ່າ​ວັດທະນະທຳ​ຂອງປູ​ຍ່າ​ຕາ​ຍາຍ​ນັ້ນ, ຊາວ ໂຫ​້ຍອານ​ໄດ້​ສ້າງ​ທີ່ີຕັ້ງ​ພິ​ເສດ​ໃຫ້​ແກ່​ປະ​ເພດ​ວັດທະນະທຳ​ບໍ່​ມີ​ຮູບ​ຮ່າງ​ນີ້. ​ແລະ ປະຈຸ​ບັນ, ການ​ຫຼິ້ນ​ບາຍ​ຈອຍ​ໄດ້​ກາຍ​ເປັນ​ອາຫານ​ທາງ​ດ້ານ​ຈິດ​ໃຈ​ທີ່​ຂາດ​ບໍ່​ໄດ້​ສຳລັບ​ຊາວ​ທ້ອງ​ຖິ່ນ ​ແລະ ​ແຂກ​ທ່ອງ​ທ່ຽວ​ທີ່​ມາ​ຈາກ​ສາລະ​ທິດ​ເມື​ອ່ມີ​ໂອກາດ​ມາ​ຢ້ຽມຢາມ​ຄຸ້ມ​ຖະໜົນ​ເກົ່າ ຊຶ່ງ​ແມ່ນ​ມໍລະດົກ​ວັດທະນະທຳ​ຂອງ​ໂລກ. ທ່ານ​ດິງຫາຍ ​ໃຫ້​ຮູ້​ວ່າ  “ ນອກຈາກ​ໄປ​ທັດສະນະ​ສຶກສາ​ຢູ່​ຄຸ້ມ​ຖະໜົນ​ເກົ່າ​ໃນ​ແງ່​ສະຖາປັດຕະຍະກຳ​ແລ​້ວ, ​ແຂ​ກທ່ອງ​ທ່ຽວຈະ​ໄດ້​ຮັບ​ຊົມ​ລາຍການ​ສະ​ແດງ​ຂັບ​ລຳ​ທຳ​ເພງ​ພື້ນ​ເມືອງ ກວາງ​ນາມ, ຂັບ​ບາຍ​ຈອຍ ​ແລະ ອື່ນໆ ຊຶ່ງ​ຈັດ​ຂຶ້ນ​ຢູ່​ຄຸ້ມ​ຖະໜົນ​ເກົ່າ. ປະຈຸ​ບັນ, ມີ ສະຖານ​ທີ 2 ​ແຫ່ງ ທຳ​ການສະ​ແດງ​ເປັນ​ປະຈຳ​ໃນ​ມື້​ວັນ​ເພັງ ​ໂດຍ​ມີ​ລາຍການ​ຄືນ​ວັນ​ເພັງຢູ່​ຄຸ້ມ​ເມືອງ​ເກົ່າ. ລາຍການ​ນີ້ວ​າດພາບ​ເຖິງ​ບັນຍາກາດ​ຄຸ້ມ​ຖະໜົນ​ເກົ່າ​ໃນ​ຕົ້ນ​ສະຕະວັດ ”

    ການ​ຂັບ​ລຳ​ທຳ​ເພງ​ພື້ນ​ເມືອງ, ຂັບ​ກ້ຽວ, ຂັບ​ບາຍ​ຈອຍ ຢູ່ໂຫ​້ຍອານ ​ໄດ້​ເຮັດ​ໃຫ້​ນັກ​ທ່ອງ​ທ່ຽງທັງຫຼາຍ​ມີ​ຄວາມ​ປະ​ທັບ​ໃຈ, ​ເຖິງ​ວ່າ ບາງ​ຄັ້ງ​ບາງ​ຄາວ​ເຂົາ​ເຈົ້າມີ​ຄວາມ​ເຂົ້າ​ໃຈ​ແບບ​ຜິວ​ເຜີນ​ກ່ຽວ​ກັບ​ບັນດາ​ລາຍການ​ສະ​ແດງ​ສິລະ​ປະ​ພື້ນ​ເມືອງ ຖືກ​ຈັດ​ຂື້ນ​ໃນ​ແຕ່ລະ​ຄ່ຳ​ຄືນ​ຢູ່​ແຫ່ງ​ນີ້​ກໍ​ຕາມ. ​ແຕ່​ຍ້ອນ​ເຫດ​ນີ້​ເອງ​ໄດ້​ເຮັດ​ໃຫ້​ບັນດາ​ລາຍການ​ສະ​ແດງ​ສິລະ​ປະ​ຢູ່ໂຫ​້ຍອານ​ການ​ເປັນ​ຜະລິດ​ຕະພັນ​ທ່ອງ​ທ່ຽວ​ທີ່​ເປັນ​ເອກະ​ລັກສະ​ເພາະດຶງ​ດູດ​ແຂ​ກທ່ອງ​ທ່ຽວ.

ຕອບກັບ

ຂ່າວ/ບົດ​ອື່ນ