ສິລະປະປະຕິມາກຳຫວຽດນາມ - ສັງເກດຈາກງານວາງສະແດງປະຕິມາກຳ 2013

ສິລະປະປະຕິມາກຳຫວຽດນາມ - ສັງເກດຈາກງານວາງສະແດງປະຕິມາກຳ 2013 - ảnh 1
ຮູບປະຕິ​ມາ​ກຳ “ ​ເລື່ອງ​ລາວ​ເຂດ​ບ້ານ​ນາ” ຂອງກູ​ກາວ​ຂາຍ
(ພາບ:vanhoadoisong)

   ງານ​ວາງສະແດງ 10 ປີແຫ່ງສິລະປະປະຕິ​ມາ​ກຳ​ທົ່ວ​ປະ​ເທດຄັ້ງທີ 5 (2003-2013) ຫາກໍຖືກໄຂຂຶ້ນ ຢູ່ຫໍພິພິທະພັນຮ່າໂນ້ຍ, ນີ້ແມ່ນເຫດການ ພິເສດຂອງວົງການວິຈິດຕະກຳຫວຽດນາມ. ງານ​ວາງສະແດງບໍ່ພຽງແຕ່ແມ່ນ ໂອກາດ​ເພື່ອ​ສະຫຼຸບ​ວິວັດ​ການ​ພັດທະນາ 10 ປີ​ແຫ່ງສິລະປະປະຕິ​ມາ​ກຳ​ຫວຽດນາມ​ເທົ່າ​ນັ້ນ, ຫາກ​ຍັງ​ເປັນ​ການ​ຮັບ​ຮູ້​ບັນດາ​ການ​ປະກອບສ່ວນຂອງ​ນັກ​ ປະຕິ​ມາ​ກອນລຸ່ນ​ໃໝ່ ຊຶ່ງ​ມີ​ຈິນຕະນາການ​ຫົວຄິດ​ປະດິດ​ສ້າງ, ຮູ້ຈັກ​ປະສານ​ສົມທົບ​ລະຫວ່າງ​ລັກສະນະ​ພື້ນ​ເມືອງ ​ແລະ ທັນ​ສະ​ໄໝ, ລະຫວ່າງ​ສີສັນ​ຊາດ​ກັບ​ທ່າ​ອຽງ​ຫັນ​ເປັນ​ໂລກາ​ພິວັດ.     ສິລະປະປະຕິ​ມາ​ກຳ​ຫວຽດນາມ​ໄດ້​ມີ​ປະຫວັດ​ການ​ຂະຫຍາຍຕົວ​ມາ​ແຕ່​ດົນ​ນານ, ​ແຕ່​ຢູ່​ແຕ່ລະ​ໄລຍະ ກໍ​ລ້ວນ​ແຕ່​ມີ​ຂີດ​ໝາຍ​ສະ​ເພາະ ​ແລະ ຍາມ​ໃດ​ກໍ​ມີ​ການ​ສືບ​ທອດ, ​ເປີດ​ກ້ວາງ. ທີ່ງານ​ວາງສະແດງຄັ້ງ​ນີ້, ມີ​ຮູບປະຕິ​ມາ​ກຳ​ກ່ວາ 670 ຮູບ​ຂອງ ນັກ​ຈິດຕະກອນ 350 ຄົນ, ​ໃນ​ສ່ວນ​ໃດ​ສ່ວນ​ໜຶ່ງກໍ​ສາ​ມາດສ່ອງ​ແສງກ່ຽວ​ກັບພື້ນຖານສິລະປະປະຕິ​ມາ​ກຳ​​ໃນ​ຍຸກ​ປະຈຸ​ບັນ​ຂອງ​ຫວຽດນາມ. ​ເບິ່ງ​ລວມ​ແລ້ວ, ສິລະປະປະຕິ​ມາ​ກຳ​​ໄດ້​ຖືກ​ຍົກ​ສູງຂຶ້ນ​ບາດກ້າວ​ໜຶ່ງ​ນັບ​ທັງ​ທາງ​ດ້ານ​ສິລະ​ປະ ​ແລະ ກຳລັງ​ປະດິດ​ຄິດ​ສ້າງ. ພິ​ເສດ​ມີ​ນັກ​ຈິດຕະກອນ​ໜຸ່ມ​ຫຼາຍ​ຄົນ​ໄດ້​ສ້າງ​ຄວາມ​ປະຫຼາດ​ໃຈ​ແກ່​ຜູ້​ຊົມ​ດ້ວຍ​ບັນດາ​ຮູບແກະຄວັດສະຫຼັກທີ່​ມີ​ຫົວຄິດ​ປະດິດ​ສ້າງ​ຄື ຮູບປະຕິ​ມາ​ກຳ
 “ ​ເລື່ອງ​ລາວ​ເຂດ​ບ້ານ​ນາ” ຂອງກູ​ກາວ​ຂາຍ, “ ຊ້ອນ​ເມຍດ້ວຍ​ລົດ​ໄຖ​ນາ​ເດີນ​ຕາມ”ຂອງ​ຝ້າ​ມ ທ້າຍ​ບິງ, “ ຄວາມ​ສະຫງົບ​ສຸກ​ຢູ່​ເຂດ​ໝູ່​ເກາະ” ຂອງ ​ເຈີ​ນຫວຽດຮ່າ, “ ກົກ​ເຄົ້າ​ເຫງົ້າ​ກໍ” ຂອງ​ຫງວຽນ​ວັນ​ເຈືອກ... ນອກຈາກ​ນັ້ນ​ກໍ​ມີບັນດາ​ຮູບປະຕິ​ມາ​ກຳ​ ທີ່​ສ້າງ​ຄວາມ​ປະ​ທັບ​ໃຈ​ໃຫ້​ແກ່​ຜູ້​ຊົມ​​ເມື່ອ​ສ່ອງ​ແສງ​ກ່ຽວ​ກັບ​ຊີວິດ​ເຂດ​ຕົວ​ເມືອງຄື : “ ສາຍ​ລົດ​ເມ” ຂອງ ຮ່ວາງ​ວັນ​ທັ້ງ ຊຶ່ງ​ແມ່ນ​ຮູບ​ພາບ​ຝູງ​ຄົນ​ພວມ​ຟ້າວ​ຍ່າງ​ໄປ​ຄິວ​ລົດ​ເມ​ເພື່ອ​​ໄປທັນ​ກັບ​ເວລາ , ສ່ວນ​ຮູບ ປະຕິ​ມາ​ກຳ​ “ ​ແຈ​ຖະໜົນ” ຂອງ ​ໂດ້​ເທ້ທິ້ງ ​ໄດ້​ສ່ອງ​ແສງ​ກ່ຽວ​ກັບ​ຊາຕະ​ກຳ​ຂອງ​ຄົນ​ຂ້າງ​ຖະໜົນ. ຮູບປະຕິ​ມາ​ກຳ​ເຫຼົ່າ​ນັ້ນ ບໍ່​ພຽງ​ແຕ່​ມີ​ຄຸນຄ່າ​ສ້າງ​ເປັນ​ຮູບ​ພາບ​ເທົ່າ​ນັ້ນ, ຫາກ​ຍັງ​ປະກອບສ່ວນ​ຊ່ວຍ​ມວນ​ຊົນ​ຮູ້ຈັກ​ເຖິງສິລະປະປະຕິ​ມາ​ກຳ​ອີກ​ດ້ວຍ. ນັກປະຕິ​ມາ​ກອນ ມາຍ​ທີ​ເວີນ ອາຈານ​ສອນ​ຢູ່​ມະຫາວິທະຍາ​ໄລ​ວິຈິດ​ສິນ​ຫວຽດນາມ ​ໃຫ້​ຂໍ້​ສັງ​ເກດ​ວ່າ : 

    “ ​ໃນ​ສະພາ​ວະ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ, ສິລະປະປະຕິ​ມາ​ກຳ​​ໃນ​ຍຸກ​ປະຈຸ​ບັນ​ຂອງ​ຫວຽດນາມ ກໍ​ຍັງ​ໄດ້​ຮັບ​ຜົນ​ສະທ້ອນ​ສ່ວນ​ໃດ​ສ່ວນ​ໜຶ່ງ. ບັນດາ​ນັກປະຕິ​ມາ​ກອນປະຈຸ​ບັນ ມີ​ຫຼາຍແນວ​ຄວາມ​ຄິດ​ອັນ​ແຮງ​ກ້າ, ​ແຕ່​ນອກຈາກ​ຜົນສະທ້ອນ​ຈາກ​ພາຍ​ນອກ​ແລ້ວ, ການມີ​ຫົວຄິດສ້າງ​ຂອງ​ເຂົາ​ເຈົ້າ​ຜ່ານ​ຮູບປະຕິ​ມາ​ກຳ​​ແມ່ນ​ໃຫຍ່​ຫຼວງ​ທີ່​ສຸດ. ຄວາມ​ອຸດົມສົມບູນ​ຂອງ​ບັນດາ ຮູບປະຕິ​ມາ​ກຳ​​ຍັງ​ສະ​ແດງ​ອອກ​ຜ່ານ​ດ້ານ​ວັດຖຸ​ຮັບ​ໃຊ້​ການ​ປະດິດ​ສ້າງ​ຮູບປະຕິ​ມາ​ກຳ​ ”

    ທີ່ງານວາງສະແດງ, ກໍຍັງມີບັນດາຮູບປະຕິ​ມາ​ກຳ​ຊຶ່ງເດີນຕາມທ່າອຽງສິລະປະ ການຈັດວາງ. ​ພົ້ນ​ເດັ່ນ​ຂຶ້ນ​​ແມ່ນ ຮູບປະຕິ​ມາ​ກຳ​ “ ນົກຫຼາຍ​ໂຕ” ຂອງ​ທ້າຍ​ເຍີ​ດມິນ ຊຶ່ງ​ຖືກ​ເຮັດ​ດ້ວຍ​ໄມ້​ໄຜ່ ​ແລະ ​ໄມ້​ຊຶ່ງ​ໄດ້​ວາດ​ພາບ​ເຖິງນົກ​ຫຼາຍ​ຕົວ​ພວມ​ຖືກຂັງ​ໄວ້​ໃນ​ຕຸ້ມ​ນ້ອຍໆ, ອັນ​ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ມຸ່ງ​ຫວັງ​ຢາກ​ບິນ​ຂຶ້ນ​ສູ່​ທ້ອງຟ້າ ​ແລ​ະ ​ໄຝ່ຝັນ​ມີ​ເສລີພາບ ​ແລະ ສັນຕິ​ພາບ, ທັງ​ເປັນ​ການສະ​ແດງ​ໃຫ້​ເຫັນ​ດ້ານ​ຈິດຕະສາດ​ຂອງ​ໄວ​ໜຸ່ມ​​ໃນວັນ​ນີ້.

    ນັກປະຕິ​ມາ​ກອນໜຸ່ມ ຫວຽນ​ຫງອກ​ເຕີນ ​ໃຫ້​ຮູ້​ວ່າ : 

    “ ຍຸກ​ສະ​ໄໝ​ນີ້ ​ແມ່ນ​ຍຸກ​​ແຫ່ງ​ການ​ແລກປ່ຽນ​ດ້ານ​ວັດທະນະທຳ. ​ເຮົາ​ພະຍາຍາມ​ຮ່ຳຮຽນ​ຊອກ​ຮູ້ ​ເພື່ອ​ນຳ​ວັດທະນະທຳ​ຫວຽດນາມ​ກາຍ​ເປັນ​ພື້ນຖານ​ວັດທະນະທຳ ທັງ​ມີ​ສີສັນ, ທັງ​ມີ​ຄວາມ​ເຂັ້ມ​ແຂງ ”

  ດ້ວຍ​ທັດສະນະ​ທີ່​ທັນ​ສະ​ໄໝ, ບັນດາ​ນັກປະຕິ​ມາ​ກອນໜຸ່ມ​ປະຈຸ​ບັນ ​ໄດ້​ມານະ​ພະຍາຍາມ​ຢ່າງ​ຫຼວງ​ຫຼາຍ​ເພື່ອ​ມີ​ການ​ປ່ຽນ​ແປງ​ທາງ​ດ້ານ​ປະ​ເພດ​ເພື່ອ​ສະ​ແດງ​ໃຫ້​​ເຫັນຜົນງານ​ຂອງ​ຕົນ. ​ເຂົາ​ເຈົ້າ​ໄດ້​ໄປ​ຍັງ​ສະຖານ​ທີ່​ຕົວ​ຈິງ​ເພື່ອ​ຜະລິດ​ອອກ​ບັນດາ​ຜະລິດ​ຕະພັນ​ທີ່​ມີ​ຄຸນຄ່າ, ສອດຄ່ອງ​ກັບ​ສະພາບ​​ແວດ​ລ້ອມ​ນັ້ນ, ​ເອົາ​ໃຈ​ໃສ່​ເຖິງ​ຜູ້​ຊົມ. ນັ້ນ​​ແມ່ນ​ຄວາມ​ສຸມ​ຈິດ​ສຸມ​ໃຈ​ກັບ​ການ​ປະກອບ​ອາຊີ​ບ. ທ່ານ​ຮອງ​ສາດສະດາຈານ, ດຣ ຂະ​ແໜງ​ສິລະ​ປະ​ວິທະຍາ ຫງວຽນ​ໂດ້ບາ​ວ ​ໃຫ້​ຂໍ້​ສັງ​ເກດ​ວ່າ : 

   “ ປະຈຸ​ບັນ, ລຸ່ນໜຸ່ມ​ມີ​ແນວ​ໂນ້ມປະດິດ​ຄິດ​ສ້າງ​ແບບ​ເສລີ​, ​ເພາະ​ໃນ​ວຽກ​ງານ​ຂອງ​ຕົນ​ເຂົາ​ເຈົ້າ​ບໍ່​ອາ​ໄສ​ແຫຼ່ງ​ເງິນ​ໃຊ້​ຈາ​ຍຂອງ​ລັດ​ຄື​ກ່ອນ​ນີ້​ອີກ​ແລ້ວ. ​ເຂົາ​ເຈົ້າ​ອຸ່ນອຽນ​ໃຈ​ໃນ​ການ​ປະດິດ​ສ້າງ ​ແລະ ​ເມື່ອ​ໂຮມ​ເຂົ້າກັນ​ແລ້ວ, ພວກ​ເຮົາ​ກໍ​ມີ​ຈຳນວນ​ຮູບປະຕິ​ມາ​ກຳ​ຫຼາຍ​ສົມຄວນ ຊຶ່ງ​ອາດ​ເວົ້າ​ວ່າ ຍ້ອນ​ໄດ້​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ ຈຶ່ງ​ມີ​​ແນວໃໝ່. ​ແຕ່​ປະ​ເພດ​ໃໝ່​ນີ້ ກໍ​ພວມ​ໄດ້​ຮັບ​ການ​ຊອກ​ຮູ້​ເພື່ອ​ຜະລິດ​ອອກ​ບັນດາ​ຜະລິດ​ຕະພັນ​ມີ​ລັກສະນະ​ພື້ນ​ເມືອງ ​ແຕ່​ມີ​ການ​ປະສົມ​ປະສານ​ກັບ​ລັກສະນະ​ທັນ​ສະ​ໄໝ ”

    ​ໂດຍ​ສືບ​ທອດ​ຈາກ​ພື້ນຖານປະຕິ​ມາ​ກຳ​ພື້ນ​ເມືອງ​ຂອງ​ຫວຽດນາມ, ສິລະ​ປະ​ ປະຕິ​ມາ​ກຳ​ຫວຽດນາມ​ຍຸກ​ປະຈຸ​ບັນ​ພວມ​ສືບ​ຕໍ່​ໄດ້​ຮັບ​ເສີມ​ຂະຫຍາຍ​ ຍ້ອນ​ມີ​ຖັນ​ແຖວ​ນັກປະຕິ​ມາ​ກອນລຸ່ນ​ໃໝ່​ດ້ວຍ​ບາດກ້າວ​ທີ່​ຍາວ​ໄກ​ກ່ວາ. ​ໂດຍ​ໄດ້​ຮັບ​ການ​ສັງ​ເກດ​ຄື​ດັ່ງ​​ເປັນ​ຂີດ​ໝາຍ​ການ​ຫັນປ່ຽນ​ກ່ຽວ​ກັບ​ດ້ານ​ສິລະ​ປະ​ປະຕິ​ມາ​ກຳ. ງານ​ວາງສະແດງ 10 ປີແຫ່ງສິລະປະປະຕິ​ມາ​ກຳ​ທົ່ວ​ປະ​ເທດປີ 2013 ສະ​ແດງ​ໃຫ້​ເຫັນ​ການ​ປະກົດ​ຕົວ​ຂອງ​ຖັນ​ແຖວ​ນັກປະຕິ​ມາ​ກອນໜຸ່ມ​ແໜ້ນ ສາມາດ​ສືບ​ທອດ​ນັກປະຕິ​ມາ​ກອນ​ລຸ່ນພໍ່​ລຸ່ນອ້າຍ, ກ້າ​ຄິດ​ກ້າ​ເຮັດ​ເພື່ອ​ຊອກ​ຫາ​ສິ່ງ​ທີ່​ໃໝ່​ອຽມ. ຜ່ານ​ງານ​ວາງສະແດງຄັ້ງ​ນີ້​ອາດ​ຈະ​ເຫັນ​ແຈ້ງວ່າ ສິລະ​ປະປະຕິ​ມາ​ກຳ​ຫວຽດນາມ​ຍຸກ​ປະຈຸ​ບັນ​ພວມ​ສືບ​ຕໍ່​ຂະຫຍາຍຕົວ, ​ແຕ່​ຍັງ​ຄົງ​ສາມາດ​ຮັກສາ​​ວິນ​ຍານຂອງ​ຊາດ ​ແລະ ສະ​ແດງ​ໃຫ້​ເຫັນ​ຈຸດ​ທີ່​ທັນສະະ​ໄໝຂອງ​ໂລກ​ອີ​ກດ້ວຍ

ຕອບກັບ

ຂ່າວ/ບົດ​ອື່ນ