ຫໍສະໝຸດແຫ່ງຊາດ 100 ປີຮ່ວມເດີນທາງພ້ອມກັບປະເທດ

(VOVWORLD) - ກ່ອນນີ້ 100 ປີ, ວັນທີ 29 ພະຈິກ 1917, ຫໍສະໝຸດສູນກາງອິນດູຈີນ, ເຊິ່ງແມ່ນຕົ້ນກຳເນີດຂອງຫໍສະໝຸດແຫ່ງຊາດ ຫວຽດນາມ ໃນປັດຈຸບັນ ໄດ້ຮັບການສ້າງຕັ້ງຂຶ້ນ ຢູ່ເຮືອນເລກທີ 31 ຖະໜົນຈ່າງທີ, ເມືອງ ຮ່ວານກ໋ຽມ, ຮ່າໂນ້ຍ. ໃນໜຶ່ງສະຕະວັດທີ່ຜ່ານມາ, ຫໍສະໝຸດແຫ່ງຊາດ ຫວຽດນາມ ໄດ້ມີການອຸທິດສ່ວນຢ່າງໃຫຍ່ຫຼວງ ໃຫ້ແກ່ການພັດທະນາວັດທະນະທຳ, ສັງຄົມ, ວິທະຍາສາດຂອງປະເທດຊາດ, ເກັບໂຮມ, ຮັກສາແຫຼ່ງພຸມປັນຍາຂອງປະເທດ.
ຫໍສະໝຸດແຫ່ງຊາດ 100 ປີຮ່ວມເດີນທາງພ້ອມກັບປະເທດ - ảnh 1 ຫໍສະໝຸດແຫ່ງຊາດ

 ນັບແຕ່ຫາກໍ່ໄດ້ຮັບການສ້າງຕັ້ງຂຶ້ນ, ຫໍສະໝຸດແຫ່ງຊາດ ຫວຽດນາມ ໄດ້ເຄື່ອນໄຫວບົນພື້ນຖານຮູບແບບການຈັດຕັ້ງດ້ານວິຊາການ, ເຕັກນິກຂອງຫໍສະໝຸດ ຝະລັ່ງ. ການສ້າງແຫຼ່ງທຶນເອກະສານໄດ້ຮັບຄວາມເອົາໃຈໃສ່ເປັນພິເສດ ແລະ ກຳນົດທິດກໍ່ສ້າງຫໍສະໝຸດສັບພະວິຊາບັນດາປື້ມດີທີ່ສຸດກ່ຽວກັບວັນນະຄະດີ, ສິລະປະ ແລະ ວິທະຍາສາດ, ເຕົ້າໂຮມເອກະສານກ່ຽວກັບອິນດູຈີນ ເພື່ອສະໜອງໃຫ້ແກ່ຜູ້ອ່ານ. ໄລຍະ 1917 – 1954, ຫໍສະໝຸດໄດ້ມີຈຳນວນເອກະສານອຸດົມສົມບູນພໍສົມຄວນ, ສ້າງພື້ນຖານດ້ານວັດຖຸ, ມະນຸດ, ວິຊາການ, ສ້າງປະຖົມປັດໃຈດ້ານເຕັກນິກ, ການເຄື່ອນໄຫວທີ່ກ້າວໜ້າໃຫ້ແກ່ຫໍສະໝຸດແຫ່ງຊາດໃນໄລຍະຕໍ່ມາ. ປີ 1954, ຮ່າໂນ້ຍ ໄດ້ຮັບການປົດປ່ອຍ, ຫໍສະໝຸດແຫ່ງຊາດໄດ້ຫັນປ່ຽນລະບົບຕາມຮູບແບບຂອງ ໂຊວຽດ ເກົ່າ; ຄົ້ນຄ້ວາການປະຕິບັດຕົວຈິງ, ປະກອບເຫື່ອແຮງຫຼາຍໃນການສ້າງວິຊາຕ່າງໆຄື: ຫໍສະໝຸດວິທະຍາ, ໂຟເດີ (folder) ວິທະຍາຢູ່ ຫວຽດນາມ. ປີ 1957, ຫໍສະໝຸດມີຂໍ້ລິເລີ່ມສ້າງບັນດາສາງປື້ມແຫ່ໄວ້, “ຫໍສະໝຸດແຮກຊ່ຽວ“ ໃຫ້ພາກໃຕ້. ຂະບວນການນີ້ໄດ້ແຜ່ຂະຫຍາຍຢ່າງກວ້າງຂວາງ ແລະ ໄດ້ຮັບການສະໜັບສະໜູນຈາກບັນດາແຂວງ, ນະຄອນທາງພາກເໜືອ, ປະກອບສ່ວນສຳຄັນໃນການສ້າງເຄືອຂ່າຍຫໍສະໝຸດແຂວງ, ນະຄອນຢູ່ບັນດາແຂວງພາກໃຕ້ໂດຍໄວ, ສະໜອງປື້ມ, ໜັງສືພິມໃຫ້ແກ່ປະຊາຊົນພາຍຫຼັງພາກໃຕ້ໄດ້ຮັບການປົດປ່ອຍຢ່າງທັນການ. ວັນທີ 5 ທັນວາ 2012, ຫໍສະໝຸດແຫ່ງຊາດ ຫວຽດນາມ ໄດ້ກາຍເປັນສະມາຊິກສົມບູນຂອງຫໍສະໝຸດດີຈີຕອນໂລກ. ທ່ານນາງ ກ່ຽວຖູ໋ຍງາ, ຫົວໜ້າອຳນວຍການຫໍສະໝຸດແຫ່ງຊາດ ຫວຽດນາມ, ໃຫ້ຮູ້ວ່າ

ປັດຈຸບັນ, ພວກຂ້າພະເຈົ້າພວມຮັກສາເອກະສານປະມານ 2,5 ລ້ານຫົວໜ່ວຍ, ໃນນັ້ນມີເອກະສານອັນລ້ຳຄ່າແຕ່ສະຕະວັດທີ 17 ມາຮອດປັດຈຸບັນຫຼາຍຊຸດຄື: ປື້ມອິນດູຈີນ, ປື້ມຫ໋ານ - ໂນມ, ປື້ມພິມຈຳໜ່າຍ ແລະ ຫວ່າງແລ້ວນີ້ພວກຂ້າພະເຈົ້າໄດ້ພັດທະນາເປັນເອກະສານແບບໃໝ່ນັ້ນແມ່ນເອກະສານດີຈີຕອນ. ພວກຂ້າພະເຈົ້າພວມເປີດກວ້າງການບໍລິການໃໝ່ຫຼາຍຢ່າງເພື່ອຮັບໃຊ້ໃຫ້ແກ່ຜູ້ອ່ານ, ພິເສດແມ່ນເດັກນ້ອຍ, ເຊິ່ງແມ່ນບັນດາເປົ້າໝາຍທີ່ສາມາດສ້າງຄວາມຊິນເຊີຍອ່ານປື້ມໄດ້ ເພື່ອແນໃສ່ພັດທະນາວັດທະນະທຳອ່ານໃນທົ່ວປະເທດ“.

ຫໍສະໝຸດແຫ່ງຊາດ 100 ປີຮ່ວມເດີນທາງພ້ອມກັບປະເທດ - ảnh 2 ຫໍສະໝຸດແຫ່ງຊາດ

ຈາກຈຳນວນປື້ມຂອງຫໍສະໝຸດ ອິນດູຈີນ ບໍ່ຫຼາຍແມ່ນປະມານ 5.000 ຫົວນັ້ນ, ແຕ່ມາຮອດປັດຈຸບັນ, ຫໍສະໝຸດແຫ່ງຊາດໄດ້ຄ່ອຍໆກາຍເປັນຫໍສະໝຸດວິທະຍາສາດສັງລວມໃຫຍ່ທີ່ສຸດຂອງ ຫວຽດນາມ. ແຕ່ລະວັນ, ຫໍສະໝຸດແຫ່ງຊາດ ຫວຽດນາມ ຮັບໃຊ້ຜູ້ອ່ານມາຄົ້ນຄ້ວາ, ຮຳ່ຮຽນ, ບັນເທິງປະມານ 2.000 ເທື່ອຄົນ; ແລະ ຜູ້ອ່ານຜ່ານເວັບໄຊຂອງຫໍສະໝຸດແມ່ນກວ່າ 6.500 ເທື່ອຄົນ. ຫໍສະໝຸດແຫ່ງຊາດພວມຫັນເອກະສານເປັນດີຈີຕອນ, ກໍ່ສ້າງຫໍສະໝຸດເອເລັກໂຕນິກ, ຫໍສະໝຸດດີຈີຕອນເທື່ອລະກ້າວ. ອ້າຍ ເຈິ່ນດຶກທັ໋ງ, ຜູ້ອ່ານຊາວ ຮ່າໂນ້ຍ, ໃຫ້ຮູ້ວ່າ:

 “ຫໍສະໝຸດແຫ່ງຊາດ ຫວຽດນາມ ມີເອກະສານ, ວັດຖຸພັນ ແລະ ຮູບພາບອຸດົມສົມບຸນ, ມີປື້ມນັບໝື່ນຫົວ, ໃນນັ້ນມີປື້ມຫຼາຍຫົວ ແລະ ວັດຖຸພັນອັນລຳ້ຄ່າຫຼາຍຢ່າງ. ຫໍສະໝຸດແຫ່ງຊາດ ຫວຽດນາມ ສາມາດຮັບໃຊ້ຜູ້ອ່ານໃນທຸກເກນອາຍຸຄືນັກຮຽນ, ນັກສຶກສາ, ນັກຄົ້ນຄ້ວາວິທະຍາສາດ, ປະຫວັດສາດ, ວັດທະນະທຳ…ກ່ອນນີ້ເມື່ອຍັງເປັນນັກສຶກສາ, ຂ້າພະເຈົ້າໄດ້ມາຫໍສະໝຸດແຫ່ງຊາດເພື່ອຄົ້ນຄ້ວາຊອກຫາເອກະສານແຕ່ງບົດວັນນະຄະດີຈົບຊັ້ນປະລິຍາຕີ ແລະ ໄດ້ທາບທາມເອກະສານອັນປະເສີດຫຼາຍຢ່າງຢູ່ທີ່ນີ້. ອັນໄດ້ຊ່ວຍໃຫ້ບົດແຕ່ງຂອງຂ້າພະເຈົ້າໄດ້ດີກວ່າ“.

ຫໍສະໝຸດແຫ່ງຊາດ 100 ປີຮ່ວມເດີນທາງພ້ອມກັບປະເທດ - ảnh 3 ວັນບຸນປື້ມ ແລະ ວັດທະນະທຳອ່ານ

ນັບແຕ່ປີ 2002 ມາຮອດປັດຈຸບັນ, ຫໍສະໝຸດແຫ່ງຊາດ ຫວຽດນາມ ໄດ້ຮັກສາ ແລະ ຈັດຕັ້ງ “ວັນບຸນປື້ມ ແລະ ວັດທະນະທຳອ່ານ“ເປັນປະຈຳ, ເຊິ່ງໄດ້ດຶງດູດຜູ້ອ່ານນັບພັນຄົນເຂົ້າຮ່ວມ. ຫໍສະໝຸດແຫ່ງຊາດພວມມານະພະຍາຍາມພັດທະນາການບໍລິການດ້ວຍຫຼາຍຮູບການ, ຈັດຫ້ອງອ່ານທີ່ທັນສະໄໝສົມທົບກັບການເຄື່ອນໄຫວວັດທະນະທຳຫຼາຍຫ້ອງ. ໃນຂົງເຂດຮ່ວມມືກັບສາກົນ. ຫໍສະໝຸດແຫ່ງຊາດ ຫວຽດນາມ ໄດ້ມີສາຍພົວພັນຮ່ວມມືກັບຫໍສະໝຸດ, ສະຖາບັນຄົ້ນຄ້ວາ, ສູນຂໍ້ມູນຂ່າວສານ 120 ແຫ່ງຈາກ 32 ປະເທດໃນໂລກ. ທ່ານ ຫງວຽນເຈື່ອງເຊີນ, ຊາວ ຮ່າໂນ້ຍ ທີ່ມາຢ້ຽມຊົມຫໍສະໝຸດ, ເວົ້າວ່າ:

 “ອາດເວົ້າໄດ້ວ່າຫໍສະໝຸດແຫ່ງຊາດແມ່ນຫໍສະໝຸດໃຫຍ່ສຸດຂອງ ຫວຽດນາມ. ດ້ວຍຈຳນວນເອກະສານ, ປື້ມອ່ານທີ່ອຸດົມສົມບຸນ, ຫຼາຍຮູບຫຼາຍແບບ ແລະ ລຳ້ຄ່າ. ນີ້ກໍ່ແມ່ນແຫ່ງທີ່ເຄີຍຈັດຕັ້ງງານວາງສະແດງ, ກອງປະຊຸມ, ກອງປະຊຸມສຳມະນາດ້ວຍຂອບຂະໜາດໃຫຍ່ກ່ຽວກັບດ້ານວັດທະນະທຳ, ການທ່ອງທ່ຽວ, ປະຫວັດສາດ. ຫໍສະໝຸດແຫ່ງຊາດຍັງແມ່ນສະຖານທີ່ໃຫ້ແຂກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດມາຢາມ, ຍ້ອນວ່າຫໍສະໝຸດມີສະຖາປັດຕະຍະກຳທີ່ສວຍງາມ. ນັກທ່ອງທ່ຽວສາກົນເມື່ອມາຮ່າໂນ້ຍ, ຢ້ຽມຢາມແຫ່ງນີ້, ເຂົາເຈົ້າສາມາດຈະຊອກຮູກ່ຽວກັບວັດທະນະທຳ, ປະເທດຊາດ ແລະ ຊາວ ຫວຽດນາມໄດ້“.

ໃນຕະຫຼອດ 100 ປີແຫ່ງວັນສ້າງຕັ້ງ ແລະ ພັດທະນາ, ຫໍສະໝຸດແຫ່ງຊາດ ຫວຽດນາມ ໄດ້ມານະພະຍາຍາມໃນການເຄື່ອນໄຫວສະສົມ, ເຜີຍແຜ່ແຫຼ່ງພຸມປັນຍາອັນລຳ້ຄ່າ, ເຊື່ອມຕໍ່ຜູ້ອ່ານກັບສາງພູມປັນຍາຂອງມວນມະນຸດ, ສົມເປັນຫໍສະໝຸດແຖວໜ້າຂອງ ຫວຽດນາມ, ຍາມໃດກໍ່ຮ່ວມເດີນທາງພ້ອມກັບວັດທະນະທຳ, ປະຫວັດສາດຂອງປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ