ອະນຸລັກວັດທະນະທຳພື້ນເມືອງຂອງຊາວເຜົ່າ ເອເດ ຜ່ານບັນດາຊຸດຮຽນໃຫ້ຊາວໜຸ່ມເຍົາວະຊົນ

(VOVWORLD) -      ກ້າວເຂົ້າຊູ່ລະດູແລ້ງຂະນະທີ່ພວກນ້ອງນັກຮຽນໄດ້ພັກຮຽນ, ນະຄອນບວນມາທ້ວດ ແຂວງ ດັກລັກ ກໍ່ໄດ້ຈັດບັນດາຊຸດຮຽນຕີຄ້ອງ. ບໍ່ພຽງແຕ່ໄດ້ຮັບທັກສະຕີຄ້ອງ ແລະ ສະແດງເຄື່ອງດົນຕີເທົ່ານັນ  ພວກນ້ອງນັກຮຽນຍັງເພີ່ມຄວາມເຂົ້າໃຈ ແລະ ຄວາມຮັກຕໍ່ບັນດາມໍລະດົກວັດທະນະທຳທີ່ເປັນເອກະລັກຂອງເຜົ່າຕົນ
ອະນຸລັກວັດທະນະທຳພື້ນເມືອງຂອງຊາວເຜົ່າ ເອເດ ຜ່ານບັນດາຊຸດຮຽນໃຫ້ຊາວໜຸ່ມເຍົາວະຊົນ - ảnh 1ນັກສິລະປະການດີເດັ່ນ ອີຮິວນີເອກະດຳ ຢູ່ນະຄອນບວນມາທ້ວດ ພວມຖ່າຍທອດວິທີຕີຄ້ອງໃຫ້ຊາວໜຸ່ມເຍົາວະຊົນ

    ຕະຫຼອດກວ່າໜຶ່ງເດືອນທີ່ຜ່ານມາ ໃນແຕ່ລະຕອນເຊົ້າ, ຫໍວັດທະນະທຳວົງຄະນາຍາດ ບ້ານ ເກີເມີເຣິງ ບຣົງເບ ຕາແສງ ຢາຕູ ນະຄອນບວນມາທ້ວດ ແຂວງ ດັດລັກ ຊ້ຳພັດມີຄວາມຟົດຟື້ນມ່ວນຊື່ນ ດ້ວຍສຽງຄ້ອງປະສານກັບສຽງເວົ້ານົວຫົວມ່ວນ. ເຍົາວະຊົນເກືອບ 30 ຄົນມີຄວາມຊົມຊອບ ຂະນະທີ່ໄດ້ຮັບການຖ່າຍທອດການຕີຄ້ອງ ຈາກບັນດານັກສິລະປະການ ກ່ຽວກັບລະດັບພື້ນຖານຕະຫຼອດຮອດທັກສະຕີຄ້ອງທອງ ຫຼື ຄ້ອງໄມ້ໄຜ່. ນ້ອງ ອີທຽນນີເອ ເປີດເຜີຍວ່າ:

      “ໃນເບື້ອງຕົ້ນ ນ້ອງຮຽນກໍ່ຍັງບໍ່ທັນຄ່ອງແຄ້ວເທື່ອ, ແຕ່ເມື່ອໄດ້ຮັບການຖ່າຍທອດ ດັດປັບຈາກອ້າຍຄູ ດັ່ງນັ້ນໃນປັດຈຸບັນພວກນ້ອງສາມາດຕີຄ້ອງໄດ້ດີກວ່າເກົ່າຫຼາຍ”.

     ຕາມທ່ານ ເອວິນ ເອບານ ເລຂາໜ່ວຍພັກບ້ານ ເກີເມີຣົງ ບຣົງເບ, ຊຸດຮຽນຕີຄ້ອງກໍໍ່ມີການປະກອບເຫື່ອແຮງຂອງຫຼາຍຄົນ. ພາຍຫຼັງລົງໄປແຕ່ລະຄອບຄົວ ເພື່ອຂົນຂວາຍພໍ່ແມ່ໃຫ້ລູກໄປຮຽນຕີຄ້ອງຫຼາຍຄັ້ງ, ໃນລະດູແລ້ງປີນີ້ ຊຸດຮຽນໄດ້ດຶງດູດ ຊາວໜຸ່ມເຍົາວະຊົນໄດ້ເຂົ້າຮ່ວມຢ່າງຫຼວງຫຼາຍ. ທ່ານ ອີວິນເອບານ ເວົ້າວ່າ:

      “ການເປີດຊຸດຮຽນຕີຄ້ອງ ພະນັກງານຂອງບ້ານກໍ່ມີຄວາມພາກພູມໃຈທີ່ສຸດ ເມື່ອເຫັນພວກຫຼານມີຄວາມຫ້າວຫັນ ແລະ ພູມໃຈ. ມີນັກຮຽນຫຼາຍຄົນກໍ່ບໍ່ມີໃນບັນຊີລາຍຊື່ຊຸດຮຽນ ແຕ່ກໍ່ມາຮຽນດ້ວຍຄວາມຕື່ນຕົວ. ນັ້ນແມ່ນຄວາມສຳເລັດ”.

      ລະດູແລ້ງປີີນີ້ ພ້ອມກັບຊຸດຮຽນຕີຄ້ອງຖືກຈັດຂຶ້ນຢູ່ບ້ານ ເກີເມີເຣິງ ບຣົງເບ ຕາແສງ ຢາຕູ ນັ້ນ, ກໍ່ຍັງມີຊຸດຮຽນຄ້າຍຄືກັນຢູ່ບ້ານ ໂກຊຽກ ຕາແສງ ເຕິນເລິບ ນະຄອນບວນມາທ້ວດ. ນີ້ແມ່ນບັນດາຊຸດຮຽນໂດຍສູນສື່ສານວັດທະນະທຳ ກິລາ ນະຄອນບວນມາທ້ວດ ຈັດຂຶ້ນຕາມແຜ່ນການອະນຸລັກເສີມຂະຫຼາຍສີສັນວັດທະນະທຳບັນດາເຜົ່າສ່ວນໜອ້ຍ ຢູ່ນະຄອນບວນມທ້ວດ ໄລຍະ 2022 – 2025, ກຳນົດທິດເຖິງປີ 2030. ພ້ອມກັບການສອນຕີຄ້ອງ, ທາງຫົວໜ່ວຍຍັງເປີດສອງຊຸດ ຟ້ອນຊວາງ ພື້ນຖານ ແລະ ຍົກສູງລະດັບໃຫ້ແກ່ນັກຮຽນຍິງຢູ່ 6 ບ້ານຂຶ້ນກັບ ນະຄອນບວນມາທ້ວດ. ນາງ ຟ້າມທິຫ໋າຍບິ່ງ ຮອງສູນສື່ສານວັດທະນະທຳ ແລະ ກິລາ ບວນມາທ້ວດ ໃຫ້ຮູ້ວ່າ:

      “ເມື່ອໄປຂົນຂວາຍພວກນ້ອງ ເຂົ້າຮຽນຊຸດຮຽນໃນປີນີ້ ກໍ່ບໍ່ລຳບາກຄືຊຸມປີກ່ອນນັ້ນ. ປີນີ້ຈຳນວນນັກຮຽນເຂົ້າຮ່ວມກໍ່ຫຼາຍພໍສົມຄວນ. ພວກຂ້າພະເຈົ້າອີງຕາມມາດຖານຢູ່ຕາມຕາແສງ ເພື່ອເປີດບັນດາຊຸດຮຽນ ແນໃສ່ສ້າງຄວາມເມົາມົວ ແລະ ແຫຼ່ງບັນດານໃຈໃນໄລຍະຮ່ຳຮຽນ”.

      ດ້ວຍຄວາມຜູກພັນກັບການສອນຕີຄ້ອງໃນຫຼາຍປີທີ່ຜ່ານມາ, ນັກສິລະປະການດີເດັ່ນ ອີຮິວນີເອກະດຳ ຢູ່ນະຄອນບວນມາທ້ວດ ໃຫ້ຮູ້ວ່າ:

        “ເຮົາຖ່າຍທອດຄືນທຸກສິ່ງທີ່ເຮົາຮູ້ຈັກ ກ່ຽວກັບສິ່ງທີ່ເປັນພື້ນຖານຂອງຄ້ອງນັບທັງສິ່ງທີ່ຍອດຍິ່ງຂອງມັນ. ຊຸດຮຽນຖືກຈັດຂຶ້ນໃນໂອກາດຍາມພັກແລ້ງເຊັ່ນນັ້ນ, ຂ້າພະເຈົ້າເຫັນວ່າມີຄວາມໝາຍໃນການປະຕິບັດບັນດາແຜນອະນຸລັກຮັກສາວັດທະນະທຳ ທີ່ເປັນເອກະລັກຂອງຊາວເຜົ່າເອເດ ແລະ ຊ່ວຍໃຫ້ຊາວບບ້ານເຫັນໄດ້ເຖິງຄວາມສຳຄັນ ແລະ ຄວາມເອກອ້າງທະນົງໃຈຂອງສີສັນຂອງເຜົ່າຕົນ”.

       ສຳລັບຊາວໜຸ່ມເຍົາວະຊົນທີ່ເຂົ້າຮ່ວມຊຸດຮຽນຕີຄ້ອງ, ບັນດາບົດຮຽນເຫຼົ່ານັ້ນ ບໍ່ພຽງແຕ່ຊ່ວຍໃຫ້ພວກນ້ອງໄດ້ຮັບຜົນປະໂຫຍດໃນຍາມພັກແລ້ງເທົ່ານັ້ນ ຫາກຍັງໄດ້ປະກອບສ່ວນຕັກເຕືອນ ແນະນຳກ່ຽວກັບບັນດາຄຸນຄ່າພື້ນເມືອງອັນດີງາມຂອງຊາວເຜົ່າ ເອເດ ເພື່ອໃຫ້ພວກນ້ອງສືບຕໍ່ຮັກສາ ແລະ ເສີມຂະຫຍາຍ.

ຕອບກັບ

ຂ່າວ/ບົດ​ອື່ນ