ອະນຸລັກຮັກສາສິລະປະສະແດງລະຄອນຕຸກກະຕານ້ຳ ຢູ່ໝູ່ບ້ານແຣກ

   

ອະນຸລັກຮັກສາສິລະປະສະແດງລະຄອນຕຸກກະຕານ້ຳ  ຢູ່ໝູ່ບ້ານແຣກ  - ảnh 1
ລາຍການສະ​ແດງ​ລະຄອນ​ຕຸກກະຕາ​ນ້ຳ
​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ຫວຽດນາມ (ພາບ: baomoi.com)


    ໝູ່​ບ້ານ ​ແຣກ ທີ່​ຕາ​ແສງ ຮົ່ງກວາງ ​ເມືອງ​ນາມ​ຈຶກ ​ແຂວງ ນາມ​ດິ້ງ ​​ແຕ່​ດົນນານມາ​ແລ້ວ ​ໄດ້​ເປັນ​ທີ່​ຮູ້ຈັກ​ກັນ​ດີ​ຍ້ອນ​ແມ່ນ​ແຫ່ງ​ທີ່​ມີ​ກອງ​ສິລະ​ປະ​ສະ​ແດງ​ລະຄອນ​ຕຸກກະຕາ​ນ້ຳ​ທີ່​ມີ​ຊື່​ສຽງ​ຢູ່​ຫວຽດນາມ. ​ໂດຍ​ຜ່ານ​ບັນດາໄລຍະແຫ່ງ ປະຫວັດສາດ, ສິລະ​ປະ​ສະ​ແດງ​ລະຄອນ​ຕຸກກະຕາ​ນ້ຳຢູ່ ໝູ່​ບ້ານ ​ແຣກຍັງຄົງ ມີຊີວິດຊີວາໃນການສະ​ແດງ​ລະຄອນ​ຕຸກກະຕາ​ນ້ຳຜ່ານເລື່ອງລາວ ຕ່າງໆ, ​ເພາະ ປະຊາຊົນ​ຢູ່​ແຫ່ງ​ນີ້​ຍາມ​ໃດ​ກໍ​ມີ​ສະຕິ​ຮັກສາ, ​ເສີມຂະຫຍາຍປະ​ເພດ​ສິລະ​ປະ​ພື້ນ​ເມືອງ​ທີ່​ເປັນ​ເອກະລັກ​ສະ​ເພາະ​ໂດຍ​ປູ​ຍ່າ​ຕາ​ຍາຍ​ໄດ້​ຖ່າຍ​ທອດ ​ແລະ ອະນຸລັກ​ຮັກສາ​ຈາກ​ເສັ່ນ​ຄົນ​ນີ້​ຫາ​ເສັ່ນ​ຄົນ​ອື່ນ. ​

      ​ລະຄອນ​ຕຸກກະຕາ​ນ້ຳ​ແມ່ນ​ປະ​ເພດ​ສິລະ​ປະ​ທີ່​ໄດ້​ຮັບ​ຄວາມ​ນິຍົມ​ຊົມ​ຊອບ​ຢູ່​ຫວຽດນາມ​ຍ້ອນ​ລັກສະນະ​ມະຫາຊົນ ​ແລະ ມີ​ສີສັນ​ສະ​ເພາະ. ​ໂດຍ​ໄດ້​ກຳ​ເນີ​ດ ຂຶ້ນ​ຢູ່​ເຂດ​ທົ່ງພຽງ​ແມ່ນ​ນ້ຳ​ແດງ​ກ່ອນ​ນີ້ປະມານ 10 ສະຕະວັດ, ນີ້​ແມ່ນ ປະ​ເພດ​ສິລະ​ປະທີ່​ເປັນ​ເອກະລັກ​ສະ​ເພາະ, ມີ​ລັກສະນະ​ທ້ອງ​ຖິ່ນ​ຂອງ​ພື້ນຖານ​ອະລິຍະ​ທຳ​ເຂົ້ານາ​ທາມ. ກອງສິລະ​ປະ​ສະ​ແດງ​ລະຄອນ​ຕຸກກະຕາ​ນ້ຳໝູ່​ບ້ານ​ແຣກ(ກ່ອນ​ນີ້​ແມ່ນ​ໝູ່​ບ້ານ ບານ​ແຖ​ກ) ​ໄດ້​ຮັບ​ການ​ສ້າງ​ຕັ້ງ ​ແລະ ຂະຫຍາຍຕົວ​ມາ​ແຕ່​ດົນ​ນານ ດ້ວຍ​ຊື່​ເອີ້ນ​ວ່າ ກອງສິລະ​ປະ​ສະ​ແດງ​ລະຄອນ​ຕຸກກະຕາ​ນ້ຳ ນາມ​ເຈີ້ນ. ນີ້​ແມ່ນ​ໜຶ່ງ​ໃນ​ຈຳນວນ 3 ກອງສິລະ​ປະ​ສະ​ແດງ​ລະຄອນ​ຕຸກກະຕາ​ນ້ຳພື້ນ​ເມືອງ ທີ່​ມີ​ຊື່​ສຽງຢູ່​ແຂວງ​ນາມ​ດິ້ງແລະທົ່ວ​ທັງ​ປະ​ເທດ. ທ່ານ​ຮ່ວາງ​ກົງ​ເຄືອງຜູ້ອຳນວຍການ ສູນສົ່ງ​ເສີມ​ການທ່ອງ​ທ່ຽວ​ແຂ​ວງ ນາມ​ດິ້ງ​ໃຫ້​ຮູ້​ວ່າ :

   “ ໝູ່​ບ້ານ ​ແຣກທີ່​ຕາ​ແສງ ຮົ່ງກວາງ ​ເມືອງ​ນາມ​ຈຶກ​ແມ່ນ​ໜຶ່ງ​ໃນ​ໃນ​ບັນດາ​ອູ່​ສິລະ​ປະ​ລະຄອນ​ຕຸກກະຕາ​ພາກ​ເໜືອ ​ແລະ ຢູ່​ແຫ່ງ​ນີ້​ ​ມີ​ນັກ​ສິລະ​ປິນຫຼາຍ​ຄົນ​ໄດ້​ປະກອບສ່ວນ​ກໍ່ສ້າງ​​ໂຮງ​ລະຄອນ​ຕຸກກະຕາ​ສູນ​ກາງ. ກອງສິລະ​ປະ​ສະ​ແດງ​ລະຄອນ​ຕຸກກະຕາ​ນ້ຳນີ້ ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ມາ​ແຕ່​ດົນ​ນານ ​ແລະ ມາ​ຮອດ​ປະຈຸ​ບັນ, ຍັງ​ຄົງ​ສາມາດ​ອະນຸລັກ​ຮັກສາ​ຈຸດ​ວັດທະນະທຳ​ພື້ນ​ເມືອງ​ດ້ວຍ​ບັນດາ​ເລື່ອງ​ລາວ​ທີ່​ຕິ​ດພັນ​ກັບ​ຊີວິດ​ການ​ເປັນ​ຢູ່, ການ​ອອກ​ແຮງ​ງານ​ທຳ​ການ​ຜະລິດ​ຂອງປະຊາຊົນ. ປະເພດສິລະ​ປະ​ສະ​ແດງ​ລະຄອນ​ຕຸກກະຕາ​ນ້ຳນີ້ ເຄີຍຖືກບັນດາ ນັກສິລະປິນສະແດງໃນໂອກາດງານບຸນຕ່າງໆ, ປະກອບສ່ວນ​ເຮັດ​ໃຫ້​ສີສັນ​ບັນດາ​ງານ​ບຸນ​ຂອງ​ໝູ່​ບ້ານ​ຢູ່​ເຂດ​ທົ່ງພຽງ​ແມ່​ນ້ຳ​ແດງ​ເພີ່ມ​ຄວາມ​ອຸດົມສົມບູນ​ຂຶ້ນ​ຕື່ມ ”

   ງານ​ບຸນ​​ສະ​ແດງ​ລະຄອນ​ຕຸກກະຕາ​ນ້ຳພື້ນ​ເມືອງໝູ່​ບ້ານ ​ແຣກ, ​ໃນ 5 ປີ​ໃດ​ກໍຖືກ​ຈັດ​ຂຶ້ນ​ເທື່ອ​ໜຶ່ງ ​ໃນ​ວັນ​ທີ 16 ​ເດືອນ​ຈຽງ​ໄລ​ຕາມ​ຈັນທະ​ປະຕິທິນ ​ເພື່ອ​ແນ​ໃສ່​ອາ​ໄລ​ຫາ​ ພະ​ອໍລະຫັນ ລິງ​ອຶ້ງ​ດ້າຍ​ເວື​ອງ ຜູ້​ກໍ່​ຕັ້ງ​ອາຊີບ​ສະ​ແດງ​ລະຄອນ​ຕຸກກະຕາ​ນ້ຳ . ປະຊາຊົນ​ໃນໝູ່​ບ້ານ ​ແຣກ ​ໄດ້​ຈັດ​ງານ​ບຸນ​ເພື່ອ​ເຊີດ​ຊູ​ອາຊີບການ​ສະ​ແດງ​ລະຄອນ​ຕຸກກະຕາ​ນ້ຳ ​ແລະ ນີ້​ແມ່ນ​ຈຸດ​ຄວາມ​ງາມ​ທີ່​ມີ​ຄຸນຄ່າ​ວັດທະນະທຳ​ມະນຸດ​ຢ່າງ​ເລິກ​ເຊິ່ງຂອງ​ງານ​ບຸນ​ສະ​ແດງ​ລະຄອນ​ຕຸກກະຕາ​ນ້ຳພື້ນ​ເມືອງໝູ່​ບ້ານ ​ແຣກ. 6 ສະຕະວັດ​ທີ່​ຜ່ານ​ມາ, ສິລະ​ປະ​ສະ​ແດງ​ລະຄອນ​ຕຸກກະຕາ​ນ້ຳ​ທີ່​ເປັນ​ເອກະລັກຢູ່​ແຫ່ງ​ນີ້ໄດ້​ຮັບ​ການສືບ​ທອດ ​ແລະ ຖ່າຍທອດຜ່ານ​ນັກ​ສິລະ​ປິນ 20 ລຸ່ນຄົນ​ແລ້ວ. ​ໃນ​ນັ້ນມີ 3 ວົງ​ຕະກູນ​ໃຫຍ່ຄື : ຟານ, ດັ້ງ, ຝ້າ​ມ ​ໄດ້​ຖະໜຸຖະໜອມ ​ແລະ ຮັກສາ​ອາຊີບ​ປຽບ​ເໝືອນ​ສິ່ງ​ທີ່​ປະ​ເສີດ​ເລີດ​ລ້ຳ​ຂອງ​ວົງ​ຕະກູນ​ຕົນ. ປະຊາຊົນ​ຢູ່​ແຫ່ງ​ນີ້ ຍາມ​ໃດ​ກໍມີ​ຄວາມ​ເອກອ້າງ​ທະ​ນົງ​ໃຈ​ເພາະ​ໄດ້​ອະນຸລັກ​ຮັກສາ​ມໍລະດົກ​ໂດຍ​ປູ​ຍ່າ​ຕາ​ຍາຍ​ປະ​ໄວ້​ໃຫ້. ພໍ່​ຕູ້ ຟານ​ວັນ​ໜ້ຽມ ນັກ​ສິລະ​ປິນທີ່​ມີ​ອາຍຸ​ສູງ​ໃນ​ໝູ່​ບ້ານ​ໄດ້​ເວົ້າ​ວ່າ :  

    “ ຕ້ອງ​ມີ​ລຸ່ນໜຸ່ມ​ເພື່ອ​ສືບ​ທອດ, ບໍ່​ປະ​ໃຫ້​ປະ​ເພດ​ສິລະປະ​ນີ້​ຖືກ​ສູນ​ຫາຍ​ໄປ. ສ່ວນ​ບັນດາ​ຜູ້​ເຖົ້າ​ຜູ້​ແກ່​ຈະ​ຖ່າຍທອດຈົນ​ສຸດ​ໃຫ້​ແກ່​ລຸ່ນໜຸ່ມ​ເພື​ອ່ອະນາຄົດ ”

    ນັກ​ສິລະ​ປິນ ຟານ​ວັນ​ແມ້ ຜູ້​ໄດ້​ກຳ​ເນີ​ດຂຶ້ນ​ໃນ​ຄອບຄົວ​ທີ່​ມີ 7 ລຸ່ນຄົນ​ເດີນ​ຕາມ​ອາຊີບສະ​ແດງ​ລະຄອນ​ຕຸກກະຕາ​ນ້ຳ. ບິດາ​ຂອງ​ພໍ່​ຕູ້ ​ແມ້​ແມ່ນ ຟານ​ວັນ​ງ້າ​ຍ ຊຶ່ງ​ແມ່ນ​ບຸກຄົນ​ທຳ​ອິດ​ໄດ້​ກໍ່​ຕັ້ງ​ໂຮງ​ລະຄອນ​ຕຸກກະຕາ​ນ້ຳສູນ​ກາງ​ປະຈຸ​ບັນ. ນັກ​ສິລະ​ປິນ ຟານ​ວັນ​ແມ້ ​ເລົ່າສູ່​ຟັງ​ວ່າ :  

    “ ​ເມື່ອ​ໄດ້​ກຳ​​ເນີ​ດ ​ແລະ ​ໃຫຍ່​ຂຶ້ນ, ສິລະ​ປະ​ສະ​ແດງ​ລະຄອນ​ຕຸກກະຕາ​ນ້ຳ​ໄດ້​ຊຶມ​ເລິກ​ເຂົ້າ​ໃນ​ຈິດ​ໃຈ​ຂອງ​ພວກ​ຂ້າພະ​ເຈົ້າ. ນັບ​ແຕ່​ຄາວ​ຍັງ​ນ້ອຍ, ​ເມື​ອ່​ເງື່ອນ​ໄຂ​ການ​ດຳລົງ​ຊີວິດ​ທີ່​ຫຍຸ້ງຍາກ, ​ແຕ່​ພວກ​ອ້າ​ຍນ້ອງຂ້າພະ​ເຈົ້າ​ໄດ້​ຕິດຕາມ​ປູ​ຍ່າ​ ​ໄປ​ທຳ​ການສະ​ແດງ. ຈາກ​ນັ້ນ​ໄດ້​ເກີດ​ມີຄວາມ​ເມົາ​ມົວ ​ແລະ ​ໄດ້​ຂໍ​ເຂົ້າ​ຮ່ວມ​ກອງ ສິລະ​ປະ​ສະ​ແດງ​ລະຄອນ​ຕຸກກະຕາ​ນ້ຳ. ຂ້າພະ​ເຈົ້າ​ເອງ, ​ເຖິງ​ວ່າ​ຍັງ​ບໍ່​ທັນໄດ້ຜ່ານ​ໂຮງຮຽນ​ສອນ​ວິທີ​ແກະ​ຄວັດ​ສະຫຼັກ, ​ແຕ່​ຍ້ອນ​ໄດ້​ຕິດ​ພັນ​ກັບ​ຕຸກກະຕາ​ແຕ່​ຄາວ​ຍັງ​ນ້ອຍ, ດັ່ງ​ນັ້ນ​ຂ້າພະ​ເຈົ້າ​ສາມາດ​ຜະລິດ​​ໄດ້​ຕຸກກະຕາ, ​ແລ້ວ​ກໍທ່າສີ​ປະດັບ​ປະດາ ​ແລະ ທຳ​ການສະ​ແດ​ງ​ເອງ ”

      ປະຈຸ​ບັນ, ຢູ່ເຂດ​ທົ່ງພຽງ​ແມ່ນ​ນ້ຳ​ແດງມີ​ເຖິງ 15 ກອງສິລະ​ປະສະ​ແດງ ລະຄອນ​ຕຸກກະຕາ​ນ້ຳ, ຊຶ່ງ​ສ່ວນ​ຫຼາຍ​ບັນດາ​ລາຍການ​ສະ​ແດງ​ແມ່ນ​ມີ​ລັກສະນະ​ຄ້າຍ​ຄື​ກັນ, ​ແຕ່​ສຳລັບໝູ່​ບ້ານ ​ແຣກ ​ແມ່ນ​ມີ​ບາງ​ລາຍການ​ສະ​ແດງ ຊຶ່ງ​ຢູ່​ແຫ່ງ​ອື່ນໆ​ບໍ່​ມີ.

   ຖ້າ​ມີ​ໂອກາດ​ລົງ​ຢ້ຽມຢາມ​ໝູ່​ບ້ານ ​ແຣກ, ​ແຂກ​ທ່ອງ​ທ່ຽວ​ຈະ​ໄດ້​ຮັບ​ຊົມການ​ສະ​ແດງ​ລະຄອນ​ຕຸກກະຕາ​ນ້ຳຢູ່​ສະ​ຕ່າງໆ​ໃຕ້​ຮົ່ມ​ເຢັນ​ຂອງ​ຕົ້ນ​ໄຮ​ໃນ​ໝູ່​ບ້ານ. ຢູ່​ຫັ້ນ​ຍັງ​ມີ​ສຽງ​ໄກ່​ຂັນ, ມີ​ຮູບ​ພາບ​ເດັກ​ຂີ່​ຂວາ​ຍ​ເປົາປີ່, ຊາວກະສີກອນຫາປາ, ຈັບເປັດ... ທີ່ມີຊີວິດຊີວາໃນບັນຍາກາດໝູ່ບ້ານເຂດບ້ານນາທີ່ອົບອຸ່ນ ແລະ ລຽບງ່າຍ, ເພາະສະນັ້ນ ບັນດາລາຍການສະແດງມີຄວາມດູດດື່ມ ແລະ ຈັບອົກຈັບໃຈຫຼາຍ. ພິເສດ ບັນດານັກສິລະປິນ ກໍແມ່ນຊາວນານີ້ເອງ, ເຂົາເຈົ້າ ໄດ້ກັບມາສະແດງຈາກທົ່ງໄຮ່ທົ່ງນາ ແລະ ຍາມໃດກໍກຽມພ້ອມຮັບໃຊ້ແຂກ ທ່ອງທ່ຽວທັງຫຼາຍ.

        

ຕອບກັບ

ຂ່າວ/ບົດ​ອື່ນ