ອະນຸລັກຮັກສາສຽງຄ້ອງຍາມລະດູບານໃໝ່ຢູ່ເຂດໄຕງວຽນ

ຢູ່​ເຂດ​ໄຕ​ງວຽນ​ໃນ​ຊຸມ​ວັນ​ຕົ້ນ​ລະ​ດູ​ບານ​ໃໝ່, ເມ​ື່ອ​ສຽງ​ຄ້ອງ​ດັງ​ກ້ອງ​ກັງ​ວານ​ຂຶ້ນນັ້ນ, ກໍ​ແມ່ນ​ຊວງ​ເວ​ລາ​ທີ່ບັັນ​ດາ​ໝູ່ບ້ານ​ເລີ່ມ​ຈັດ​ງານບຸນ​ຮັບ​ຕ້ອນ​ລະ​ດູ​ບານ​ໃໝ່. ເພື່ອ​ຈະ​ມີ​ສຽງ​ຄ້ອງ​ດັງ​ກ້ອງ​ກັງ​ວານ​ໃນ​ງານ​ບຸນ​ຍາມ​ລະ​ດູ​ບານ​ໃໝ່​, ມີ​ນັກ​ສິ​ລະ​ປະ​ການຫຼາຍ​ຄົນ​ໃນ​ເຂດ​ໄຕ​ງວຽນ​ໄດ້​ປະ​ກອບ​​ເຫື່ອ​ແຮງ​ຂອງ​ຕົນ​ເພື່ອ​ເປີດ​ຊຸດ​ຮຽນຕີ​ຄ້ອງ​ໃຫ້​ຄົນລຸ່ນໜຸ່ມ, ບັນ​ດາ​ຜູ້​ເມົາ​ມົວ​ກັບ​ສິ​ລະ​ປະ​ພື້ນ​ເມືອງ​ຂອງ​ເຜົ່າ​ຕົນ.       

ອະນຸລັກຮັກສາສຽງຄ້ອງຍາມລະດູບານໃໝ່ຢູ່ເຂດໄຕງວຽນ - ảnh 1
ການ​ສະ​ແດງ​ຕີ​ຄ້ອງ   (ພາບ: baodaclac)

       ຕາມ​ທຳ​ນຽມ​ແລ້ວ, ພາຍຫຼັງ​ບຸນ​ປີ​ໃໝ່​ປະ​ຈຳ​ຊາດຫຼື​ເອີ້ນ​ວ່າ​ບຸນ​ເຕັດ ກໍ​ຈະ​ຮອດ “ວັນ​ບຸນ​ວັດ​ທະ​ນະ​ທຳ-ກິ​ລາ” ໂດຍ​ຕາ​ແສງ​ຈັດ​ຕັ້ງ​ຂຶ້​ນ, ແຕ່​ບັນ​ດາ​ສະ​ມາ​ຊິກ​ໃນ​ກອງ​ຄ້ອງ​ຢູ່​ບ້ານ ປູ​ເຮວ, ຕາ​ແສງ ອີ​ອາ​ກະ​ຕູ, ເມືອງ​ຈື​ກີງ, ແຂວງ​ກັດ​ລັກ ຍັງ​ຄົງ​ຍາດ​ແຍ່ງ​ເວ​ລາ​ຂອງ​ທຸກ​ຕອນ​ຄ່ຳ​ໃນ​ອາ​ທິດ​ເພື່ອ​ຝຶກ​ແອບ. ຮອດ​ໂມງ​ນັດ​ກັນ, ພວກ​ນ້ອງ​ກໍ​ພາ​ກັນ​ມາ​ເຕົ້າ​ໂຮ​ມ​ຢູ່​ສາ​ລາ​ບ້ານ ເພື່ອ​ແອບ​ຕີ​ຄ້ອງ. ພວກ​ນ້ອງ​ຝຶກ​ແອບ​ດ້ວຍ​ຄວາມ​ເມົາ​ມົວ ແລະ ຕື່ນ​ຕົວ. ສຽງ​ຄ​້ອງ​ໄດ້​ດັ່ງ​ຂຶ້ນ​ຢ່າງ​ຄຶກ​ຄື້ນ​ມ່ວນ​ຊື່ນ. ນ້ອງ ອີ​ຊຸນ​ເອ​ບານ ສັງ​ກັດ​ກອງ​ຄ້ອງ ໃຫ້​ຮູ້​ວ່າ : 

   “ ພວກ​ນ້ອງ​ລວມ​ມີ 7 ຄົນ, ຫາ​ກໍ​ຮຽນ​ໄດ້ 2 ເດືອນ​ເທ​ົ່າ​ນັ້ນ, ແຕ່​ທຸກ​ຄົນ​ສາ​ມາດ​ຮຽນ​ໄດ້​ຢ່າງວ່ອງ​ໄວ. ຖ​້າ​ຫາກ​ມີ​ຜູ້​ໜຶ່ງ​ເຂົ້າ​ຕີ​ຄ້ອງນັ້ນ, ທັງ​ກຸ່ມ​ຄົນ​ກໍເຂົ້າ​ມາ​ຕີ​ພ້ອມ​ກັນ​ເລີຍ. ໃຜໆ​ເຊື້​ອ​ເຊີນ​ໄປ​ສະ​ແດງນັ້ນ, ພວກ​ນ້ອງ​ກໍ​ໄປ​ເລີຍ, ພວກ​ນ້ອງ​ໄດ້​ຮຽນ​ຜ່ານ 3 ຊຸດ​ແລ້ວ, ໃນ​ນັ້ນ​, ມີ​ຊຸດ​ໜຶ່ງ​ຮຽນ​ຢູ່​ເມືອງ ແລະ ອີກ 2 ຊຸດ​ຢູ່​ຕາ​ແສງ ດ​ຣາຍ ບ​ຮັງ ”

   ໂດຍ​ໄດ້​ຮັບ​ການ​ລົງ​ທຶນ​ເປີດ​ຊຸດ​ຮຽນ, ບັນ​ດາ​ນັກ​ສິ​ລະ​ປະ​ການ ແລະ ພວກ​ນ້ອງ​ອະ​ນຸ​ຊົນ​ໃນ​ບ້ານ ປູ​ເຮວ ດີ​ໃຈຫຼາຍ. ມີ​ເດັກຫຼາຍ​ຄົນ​ໄດ້​ຂໍ​ອະ​ນຸ​ຍາດ​ກັບ​ພໍ່​ແມ່ ເພື່ອ​ຮຽນ​ຕີ​ຄ້ອງ, ເຂົ້າ​ຮ່ວມແອບ​ຕີ​ຄ້ອງ​ຢ່າງ​ສະ​ເໝີ. ນ້ອງ ອີ​ບີກ​ະນູນ ອາ​ຍຸ 13 ປີ, ພວມ​ຮຽນ​ຫ້ອງ ມ­­­­­­­­1 , ເຮືອນ​ນ້ອງ​ຫ່າງ​ຈາກ​ສາ​ລາ​ບ້ານປະ​ມານ 5 ກິ​ໂລ​ແມດ, ຮອດ​ຕອນ​ຄ່ຳ​ທຸກວັນ, ນ້ອງ​ກໍ​ຂີ່​ລົດ​ຖີບ​ໄປ​ຮອດ​ສາ​ລາ​ບ້ານ​ເພື່ອ​ຝຶກ​ແອບ​ພ້ອມ​ກັບ​ບັນ​ດາ​ເພື່ອນ​ໃນ​ກອງ. ນ້ອງ ອີ​ບີກ​ະນູນ ເປີດ​ເຜີຍ​ວ່າ : 

   “ ນ້ອງ​ຢາກ​ໄປ​ຮຽນ ແລະ ຢາກ​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ​ຈາກ​ພໍ່​ແມ່​ອີກ. ຮຽນ​ຕີ​ຄ້ອງ​ມ່ວນຫຼາຍ, ເມື່ອ​ໄດ້​ຟັງ​ສຽງ​ຄ້ອງ​ດັງ​ຂຶ້ນ ແມ່ນ​ປະ​ທັບ​ໃຈ​ທີ່​ສຸດ. ລຸງ ອາ​ເອ​ແຍວ ສອນ​ພວກ​ນ້ອງ​ຕີ​ຄ້ອງ, ລຸງ​ສອນ​ມ່ວນຫຼາຍ. ເມື່ອ​ຮຽນ​ກໍ​ຍາກ​ໜ້ອຍ​ໜຶ່ງ, ໂດຍ​ສະ​ເພາະ ແມ່ນ​ຮຽນ​ຕີ​ບົດ “ບຸນ​ເຂົ້າ​ໃໝ່” ​ກໍ​ຍາກ​ໜ້ອຍ​ໜຶ່ງ”

   ນັກ​ສິ​ລະ​ປະ​ການ ສອນ​ຕີ​ຄ້ອງ​ໃຫ້​ກອງ​ຄ້ອງ​ຂອງ​ໝູ່​ບ້ານ ປູ​ເຮວ ແມ່ນ​ ລຸງອາ​ເອ​ແຍວ . ເຖິງວ່າປີນີ້​ມີ​ອາ​ຍຸ​ເກືອບ 70 ປີ​ແລ້ວກໍ​ຕາມ, ແຕ່ລຸງ ອາ​ເອ​ແຍວຍັງ​ສາ​ມາດ​ຈື​ດີ​ບັນ​ດາ​ທຳ​ນອງ​ຄ້ອງ​ທີ່​ລາວ​ໄດ​້​ຮຽນ​ມາ​ແຕ່​ຄາວ​ຍັງ​ນ້ອຍ. ລຸງ ອາ​ເອ​ແຍວ ໄດ້​ເລົາ​ຄືນ​ສູ່​ຟັງ​ວ່າ : ແຕ່​ຄາວ​ຍັງ​ນ້ອຍ, ລຸງ​ເຄີຍ​ຕິດ​ຕາມ​ປູ ແລະ ພໍ່​ຂອງ​ຕົນ​ໄປ​ຮ່ວມ​ບັນ​ດາ​ພິ​ທີ​ໄຫວ້​ບູ​ຊາ, ງານ​ບຸນ, ງານດອງ…ທີ່​ຈັດ​ຂຶ້ນ​ໃນບ້ານ. ລຸງ​ມັກ​ຟັງ​ສຽງ​ຄ້ອງທີ່​ສຸດ, ໃນ​ເວ​ລານັກ​ຕີ​ຄ້ອງ​ພັກ​ຜ​ອ່ນນັ້ນ, ລຸງ​ກໍ​ຈັບ​ຄ້ອງຂຶ້ນ​ເພື່ອ​ຕີ​ທົດ​ລອງ. ພາຍຫຼັງ​ຕີ​ທົດ​ລອງຫຼາຍ​ຄັ້ງ, ລຸງ​ໄດ້​ຄ່ອຍໆ​ຕີ​ຄ້ອງ​ເປັນ. ລຸງ​ໃຫ້​ຮູ້​ວ່າ ຄາວນັ້ນ, ເດັກ​ນ້ອຍ​ຕ້ອງ​ຮຽນ​ເອງ, ບໍ່​ມີ​ຜູ້ບອກ​ສອນ​ຄື​ພວກ​ນັກ​ຮຽນ​ຂອງ​ລຸງ​ຄື​ໃນ​ປະ​ຈຸ​ບັນ.

    ມາ​ຮອດ​ປະ​ຈຸ​ບັນ, ລຸງ ອາ​ເອ​ແຍວ ໄດ້​ສອນ​ບັນ​ດາ​ບົດ​ຕີຄ້ອງທີ່​ລຶ້ງ​ເຄີຍ​ໃຫ້​ກອງ​ຄ້ອງໜຸ່ມ 2 ກອງ​ໃນ​ບ້ານ. ລຸງ ອາ​ເອ​ແຍວ ເປີດ​ເຜີຍ​ວ່າ : ລຸງ​ດີ​ໃຈ​ທີ່​ສຸດ​ເມື່ອ​ເຫັນ​ວ​່າ​ລຸ່ນ​ໄວ​ໜຸ່ມ​ປະ​ຈຸ​ບັນ ມັກ​ຮຽນ​ຕີ​ຄ້ອງ​ທີ່​ສຸດ ແລ​ະ ສາ​ມາດ​ຕີ​ຄ້ອງ​ໄດ້​ເປັນ​ຢ່າງ​ໄວ. ລຸງ ອາ​ເອ​ແຍວ ເວົ້າ​ວ່າ : 

   “ ພວກ​ເດັກ​ມັກ​ຮຽນ​ຕີ​ຄ້ອງຫຼາຍ, ພວກ​ເຂົາ​ກໍ​ມາ​ຮອດ​ເຮືອນ​ເຮົາ ຂໍ​ໃຫ້​ເຮົາ​ສອນ​ໃຫ້​ອີກ, ພວກ​ເຂົາ​ມັກ​ທີ່​ສຸດ ແລະ ພະ​ຍາ​ຍາມ​ຮຽນ. ເຮົາ​ກໍ​ພະ​ຍາ​ຍາມ​ສອນ​ໃຫ້. ປະ​ຈຸ​ບັນ, ເຮົາ​ກໍ​ເຖົ້າ​ແລ້ວ, ການ​ໄປ​ມາ​ກໍ​ບໍ່​ຄື​ຄາວ​ໄວ​ໜຸ່ມ. ບາງ​ຄັ້ງ ມີຫຼາຍ​ຄົນ​ໃນ​ບ້ານ​ຕ້ອງ​ການ​ມີ​ກອງ​ຕີ​ຄ້ອງນັ້ນ, ພວກ​ເດັກໄດ້​ຮຽນ​ແລ້ວ, ກໍສາ​ມາດ​ໄປໄດ້​ເລີຍ. ປະ​ຈຸ​ບັນ ເຮົາ​ຕ້ອງ​ຖ່າຍ​ທອດ​ໃຫ້​ລຸ່ນ​ໜຸ່ມ​ເພື່ອ​ສືບ​ທອດ​ປະ​ເພດ​ສິ​ລະ​ປະ​ພື້ນ​ເມືອງ​ໂດຍ​ປູ​ຍ່າ​ຕາຍາຍ​ປະ​ໄວ້​ໃຫ້ ”

    ສຳ​ລັບລຸງ ອາ​ເອ​ແຍວ​ແລ້ວ, ການ​ສ​ິດ​ສອນ​ໃຫ້​ໄວ​ໜຸ່ມ​ຮູ້​ວິ​ທີ​ຕີ​ຄ້ອງນັ້ນ, ນອກ​ຈາກ​ຈຸດ​ປະ​ສົງ​ອະ​ນຸ​ລັກ​ຮັກ​ສາ​ແລ້ວ, ກໍ​ຍັງ​ເປັນ​ການ​ນຳ​ພວກ​ເດັກ​ອ​ວາຍ​ເມືອ​ຫາ​ກົກ​ເຄົ້າ​ເຫງົ້າ​ກໍ ເພາະ​ສຽງ​ຄ້ອງ​ແມ່ນ​ວິນ​ຍານ​ຂອງ​ຊົນ​ເຜົ່າ. ສອນ​ໃຫ້​ພວກ​ນ້ອງ​ຮູ້​ວິ​ທີ​ຕີ​ຄ້ອງ ກໍ​ແມ່ນ​ສອນ​ໃຫ້​ພວກ​ນ້ອງ​ເຫັນ​ໄດ້​ເຖິງ​ບັນ​ດາ​ຄຸນ​ຄ່າ​ວັດ​ທະ​ນະ​ທຳ​ມະ​ນຸດ ໂດຍ​ປູ​ຍ່າ​ຕາຍາຍ​ປະ​ໄວ້​ໃຫ້ ດ້ວຍ​ຄວາມ​ສຸກ, ຄວາມ​ທຸກ​ໃນ​ການ​ດຳ​ລົງ​ຊີ​ວິດ. ໃນ​ໄລ​ຍະ​ທີ່​ຈະ​ມາ​ເຖິງ, ພວກ​ນ້ອງ​ຈະ​ມີ​ໂອ​ກາດສະ​ແດງ​ຕີ​ຄ້ອງ​ໃນ​ງານ​ບຸນ​ຂອງ​ຫມູ່​ບ້ານ ແລະ ພວກ​ນ້ອງ​ເອງ ກໍ​ແມ່ນ​ບັນ​ດາ​ຜູ້​ປະ​ກອບ​ສ່ວນ​ອະ​ນຸ​ລັກ​ຮັກ​ສາ​ສີ​ສັນ​ວັດ​ທະ​ນະ​ທຳ​ເຂັດ​ໄຕ​ງວຽນ, ເຮັດ​ໃຫ້​ສຽງ​ຄ້ອງ​ດັງ​ກ້ອງ​ກັງ​ວານ​ໄປ​ໄກ​ຍິ່ງກວ່າ​ອີກ.

ຕອບກັບ

ຂ່າວ/ບົດ​ອື່ນ