ເພື່ອໃຫ້ໂຮງລະຄອນໃຫຍ່ຮ່າໂນ້ຍສົມກັບກິດຈະກຳສິລະປະທີ່ໂດດເດັ່ນ


(vovworld)- ໂດຍ​ຕັ້ງ​ຢູ່​ໃຈ​ກາງ​ນະ​ຄອນ​, ໂຮງ​ລະ​ຄອນ​ໃຫຍ່ ຮ່າ​ໂນ້ຍ ບໍ່​ພຽງ​ແຕ່​ແມ່ນ​ກິດ​ຈະ​ກຳ​​ດ້ວຍສະ​ຖາ​ປັດ​ຕະ​ຍະ​ກຳຂອງ ຝ​ລັ່ງ ທີ່​ສວຍ​ງາມ​ເທົ່າ​ນັ້ນ ຫາກ​ຍັງ​ແມ່ນ​ສະ​ຖານ​ທີ່​ດຶງ​ດູດ​ບັນ​ດາ​ກອງ​ສິ​ລະ​ປະ​​ກອນທີ່​ມີ​ຊື່​ສຽງ​ຢູ່​ພາຍ​ໃນ​  ແລະ ​ສາ​ກົນ ມາ​ສະ​ແດງ​ເປັນ​ຈຳ​ນວນ​ຫລວງ​ຫລາຍອີກ​ດ້ວຍ.  ເລີ່ມ​ແຕ່​ລະ​ດູ​ໃບ​ໄມ້​ຫລົ່ນ​ປີນີ້, ໂຮງ​ລະ​ຄອນ​ໃຫຍ່ ຮ່າ​ໂນ້ຍ ຈະ​ມີ​ບັນ​ດາ​ລາຍ​ການ​​ສະ​ແດງສິ​ລະ​ປະ​ທີ່​ໂດດ​ເດັ່ນເພື່ອ​ຕອບ​ສະ​ຫນອງ​ຄວາມ​ຕ້ອງ​ການ​ຂອງ​ຜູ້​ຊົມ​ຢູ່​ພາຍ​ໃນ ແລະ ສາ​ກົນ. ​
ເພື່ອໃຫ້ໂຮງລະຄອນໃຫຍ່ຮ່າໂນ້ຍສົມກັບກິດຈະກຳສິລະປະທີ່ໂດດເດັ່ນ - ảnh 1
ໂຮງ​ລະ​ຄອນ​ໃຫຍ່ ຮ່າ​ໂນ້ຍ
         ໂຮງ​ລະ​ຄອນ​ໃຫຍ່ ຮ່າ​ໂນ້ຍ ແມ່ນ​ກິດ​ຈະ​ກຳ​ສະ​ຖາ​ປ​ັດ​ຕະ​ຍະ​ກຳ ໄດ້​ຮັບ​ການກໍ່​ສ້າງ​ເມື່ອ​ປີ 1911 ຕາມ​ຮູບ​ແບບ​ຂອງ​ໂຮງ​ລະ​ຄອນ Opera Garnier ຢູ່ ປາ​ຣີ ແລະ ເຄີຍ​ໄດ້​ຮັບ​ການ​ຕີ​ລາ​ຄາ​ຈາກ​ບັນ​ດາ​ນັກ​ສະ​ຖາ​ປະ​ນິກ ຍີ່​ປຸ​່ນ ວ່າ ແມ່ນ​ກິດ​ຈະ​ກຳ​ສະ​ຖາ​ປັດ​ຕະ​ຍະ​ກຳ​ສວຍ​ງາມກວ່າ​ໝູ່​ຢູ່ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້. ປະ​ຈຸ​ບັນ ໂຮງ​ລະ​ຄອນ​ໃຫຍ່ ຮ່າ​ໂນ້ຍແມ່ນ​ກິດ​ຈະ​ກຳ​ສິ​ລະ​ປະ “ລະ​ດັບ​ສູງ” ຂອງ​ນະ​ຄອນ​ຫລວງ ຮ່າ​ໂນ້ຍ, ແມ່ນ​ສະ​ຖານ​ທີ່​ຈັດ​ຕັ້ງ​ບັນ​ດາ​ເຫດ​ການ, ງານ​ໂຮມ​ຊຸມ​ນຸມ​​ສຳ​ຄັນ​ຂອງ​ປະ​ເທດ​ຊາດ, ແມ່ນ​ບ່ອນ​ສະ​ແດງ​ບັນ​ດາ​ລາຍ​ການ​ສິ​ລະ​ປະ​ຍອດ​ຍິ່ງ​ຂອງ​ບັນ​ດາ​ກອງ​ສິ​ລະ​ປະ​ກອນຢູ່​ພາຍ​ໃນ​ປະ​ເທດ ແລະ ສາ​ກົນ.

        ເຖິງວ່າ​ໄດ້​ຮັບ​ຖື​ແມ່ນ ກິດ​ຈະ​ກຳສິ​ລະ​ປະ​ກອນ​​ຂອງປະ​ເທດ​ຊາດ ກໍ​ຕາມ, ແຕ່​ໃນ​ໄລ​ຍະ​ຜ່ານ​ມາ ໂຮງ​ລະ​ຄອນ​ໃຫຍ່ ຮ່າ​ໂນ້ຍ ເຄີຍ​ດຳ​ເນີນ​ບັນ​ດາ ລາຍ​ການ​ສິ​ລະ​ປະ, ລາຍ​ການ​ສະ​ເຫລີ​ມ​ສະ​ຫລອງ, ການ​ປະ​ຊ​ຸມ, ລາຍ​ການສິ​ລະ​ປະມະ​ຫາ​ຊົນ… ຂອງ​ບັນ​ດາ​ອົງ​ການ, ວິ​ສາ​ຫະ​ກິດ ຫາກບ​ັ​ນ​ດາ​ຮູບ​ການ​ສິ​ລະ​ປະ​ພື້ນ​ເມືອງ​ຄື: ຂັບ​ຕ່ວງ, ຂັບ​ແຈ່ວ, ຂັບ​ກ໋າຍ​ເລືອງ..ຂອງ​ບັນ​ດາ​ໂຮງ​ລະ​ຄອນ​ ສັງ​ກັດ​ກະ​ຊວງວັດ​ທະ​ນະ​ທຳ​ກິ​ລາ ແລະ ທ່ອງ​ທ່ຽວ ບໍ່​ມີ​ໂອ​ກາດ​ສະ​ແດງ. ເບິ່ງ​ຄື​ວ່າ ໂຮງ​ລະ​ຄອນ​ໃຫຍ່ ຮ່າ​ໂນ້ຍ ກາຍ​ເປັນ “ຫໍ​​ຈັດ​ເຫດ​ການ” ​ດ້ວຍ​ທີ່ຕັ້ງ​ສະ​ດວກ, ບໍ່​ເໝາ​ະ​ສົມ, ບໍ່​ສົມ​ກັບ​ຄຸນ​ລັກ​ສະ​ນະ​ຂອງ​ກິດ​ຈະ​ກຳ​ສະ​ຖາ​ປັດ​ຕະ​ຍະ​ກຳ​ວັດ​ທະ​ນະ​ທຳ​ທີ່​ມີ​ຄຸ​ນ​ຄ່າ​ຂອງ​ນະ​ຄອນ​ຫລວງ ຮ່າ​ໂນ້ຍ. ຄວາມ​ຈິງ, ແຕ່​ດົນ​ນານ​ມາ​​ແລ້ວ ເວ​ທີ​ສະ​ແດງ ຂອງໂຮງ​ລະ​ຄອນ​ໃຫຍ່ ຮ່າ​ໂນ້ຍ ບໍ່​ພົບ​ເຫັນ​ບັນ​ດາ​ລາຍ​ການ​ສະ​ແດງ​ສິ​ລ​ະ​ປະ​ຂອງ​ບັນ​ດາ​ກອງ​ສິ​ລະ​ປະກອນລະ​ດັບ​ສູງ ແລະ ສິ​ລະ​ປະ​ພື້ນ​ເມືອງ​ຢູ່​ພາຍ​ໃນ​ປະ​ເທດ. ສະ​ນັ້ນ ມີ​ບາງ​ຄຳ​ເຫັນ​ຖື​ວ່າ ຄວນ​ຟື້ນ​ຟູບົດ​ບາດ​ທີ່​ຕັ້ງ​ຂອງ ໂຮງ​ລະ​ຄອນ​ໃຫຍ່ ຮ່າ​ໂນ້ຍ ເພື່ອ​ເປັນ​ບ່ອນ​ສະ​ແດງ​ບັນ​ດາ​ລາຍ​ການ​ສິ​ລະ​ປະ​​ທີ່​ໂດດເດັ່ນ ແລະ ມີຄຸນ​ນະ​ພາບ, ປະ​ກອບ​ສ່ວນ​ໂຄ​ສະ​ນາ​ສິ​ລະ​ປະ​​ພື້ນ​ເມືອງ​ຂອງ​ປະ​ເທດ​ຊາດ. ນັກ​ປະ​ຫວັດ​ສາດ ເຢືອງ​ຈູງກວກ ຖື​ວ່າ:

        “ຕ້ອງ​​ວາງ​ຈຸດໝາຍ​ສຳ​ຄັນ ນັ້ນ​ແມ່ນ ອະ​ນຸ​ລັກ​ຮັກ​ສາ​ບັນ​ດາ​ຄຸນ​ຄ່າ​ມີ​ຮູບ​ຮ່າງ ແລະ​ ບໍ່​ມີ​ຮູບ​ຮ່າງ​ຂອງໂຮງ​ລະ​ຄອນ​ໃຫຍ່ ຮ່າ​ໂນ້ຍ. ສະ​ນັ້ນ ບໍ່​ຄວນ​ເອົາ​ບັນ​ດາ​ລາຍ​ການ​ທີ່ບໍ່​ເໝາະ​ສົມ​ເຂົ້າ​ມາ​ສະ​ແດງ​ຢູ່​ໂຮງ​ລ​ະ​ຄອນນີ້.”

ເພື່ອໃຫ້ໂຮງລະຄອນໃຫຍ່ຮ່າໂນ້ຍສົມກັບກິດຈະກຳສິລະປະທີ່ໂດດເດັ່ນ - ảnh 2

        ລາຍ​ການ​ດົນ​ຕີ​ປະ​ສານ​ສຽງ​ຢູ່​ໂຮງ​ລະ​ຄອນ​ໃຫຍ່​ຮ່າ​ໂນ້ຍ
ພາບ:kinhtedothi

ດ້ວຍ​ແຜນ​ນະ​ໂຍ​ບາຍ​ສ້າງ​ກົນ​ໄກ​ບຸ​ລິ​ມະ​ສິດນຳ​ໃຊ້ ໂຮງ​ລະ​ຄອນ​ໃຫຍ່ ຮ່າ​ໂນ້ຍ ເປັນບ່ອນ​ສະ​ແດງ​ບັນ​ດາ​ລາຍ​ການສິ​ລະ​ປະ​ມີ​ຄຸນ​ນະ​ພາບ​ສູງ. ກະ​ຊວງວັດ​ທະ​ນະ​ທຳ​ກິ​ລາ ແລະ ທ່ອງ​ທ່ຽວ ໄດ້​ມອບ​ໃຫ້​ກົມ​ສິ​ລະ​ປະ​ການ​ສະ​ແດງ ແລະ ໂຮງ​ລະ​ຄອນ​ໃຫຍ່ ຮ່າ​ໂນ້ຍ ສົມ​ທົບ​ກັບ​ບັນ​ດາ​ຫົວ​ຫນ່ວຍ​ສ້າງ​ບັນ​ດາ​ລາຍ​ການ​ສິ​ລະ​ປະມີ​ຄຸນ​ນະ​ພາບ​ສູງ ເພື່ອ​ນຳ​​ມາສະ​ແດງ​ນັບ​ແຕ່ນີ້​ຮອດ​ທ້າຍ​ປີ. ໃນ​ໂອ​ກາດ​ສະ​ເຫລີມ​ສະ​ຫລອງ 71 ປີ ແຫ່ງ​ວັນ​ການ​ປະ​ຕິ​ວັດ​ເດືອນ​ສິງ​ຫາ ແລະ ວັນ​ຊາດ​ທີ 2/9 ຈະ​ມາ​ເຖິງ, 3 ຫົວ​ຫນ່ວຍ​ເລີ່ມ​ຕົ້ນ​ປະ​ຕິ​ບັດ​ລາຍ​ການ ນັ້ນ​ແມ່ນ ວົງ​ດົນ​ຕີປະ​ສານ​ສຽງ, ໂຮງ​ລະ​ຄອນ​ເວ​ທີ ແລະ​ໂຮງ​ລະ​ຄອນ​​ແຈ່ວ​ຫວຽດ​ນາມ. ມີ​ບົດ​ລະ​ຄອນ​ຫລາຍ​ບົດ​ທີ່​ຍາດ​ໄດ້​ຫລຽນ​ຄຳ, ຫລຽນ​ເງິນ ທີ່​ບັນ​ດາ​ງານ​ມະ​ໂຫລານ​ເວ​ທີການ​ສະ​ແດງອາ​ຊີບ ຈະ​ມີ​ໂອ​ກາດ​ໄດ້​ສະ​ເຫນີ​ຕົວ​ຢູ່​ ໂຮງ​ລະ​ຄອນ​ໃຫຍ່ ຮ່າ​ໂນ້ຍ. ແລະ​ກ​ໍ​ເລີ່ມ​ແຕ່​ລະ​ດູ​ໃບ​ໄມ້​ຫລົ່ນ​ປີນີ້, ກະ​ຊວງວັດ​ທະ​ນະ​ທຳ ກິ​ລາ ແລະ ທ່ອງ​ທ່ຽວ ມີ​ແຜນ​ນະ​ໂຍ​ບາຍ​ຫນູນ​ຊ່ວຍ ນຳ​ເອົາ​ບັນ​ດາ​ຮູບ​ການ​ສິ​ລ​ປະ​ຍອດ​ຍິ່ງ ມາ​ສະ​ແດງ​ເປັນ​ປະ​ຈຳ​ຢູ່​ໂຮ​ງລະ​ຄອນ​ໃຫຍ່ ຮ່າ​ໂນ້ຍ ດ້ວຍ​ບັນ​ດາລາຍ​ການ​ເປັນ​ຕົວ​ແທນໃຫ້​ບັນ​ດາ​ຮູບ​ການ​ສິ​ລະ​ປະ​ຄື: ຂັບ​ແຈ່ວ, ລະ​ຄອນ​ເວົ້າ ແລະ ລາຍ​ການ​ດົນ​ຕີ​ປະ​ສານ​ສຽງ.. ດ້ວຍ​ແຜນ​ນະ​ໂຍ​ບາຍນີ້, ບັນ​ດາ​ນັກ​ສິ​ລະ​ປິນ ແລະ ສາ​ທາ​ລະ​ນະ​ຊົນ ຈະ​ມີ​ເງື່ອ​ນ​ໄຂ​ສ​ຳ​ພັດ​ກັບ​ບັນ​ດາ​ຮູບ​ການ​ສິ​ລະ​ປະ​ຍອດ​ຍິ່ງ, ສິ​ລະ​ປະ​ພື້ນ​ເມືອງ​ຫລາຍກວ່າ ແລະ ກິດ​ຈະ​ກຳ​ສະ​ຖາ​ປັດ​ຕະ​ຍະ​ກຳ ໂຮງ​ລະ​ຄອນ​ໃຫຍ່ ຮ່າ​ໂນ້ຍ ທີ່​ມີ​ມາ​ນັບ​ຮ້ອຍ​ປີນີ້ ຈະ​ແມ່ນ​ກິດ​ຈະ​ກຳ​ເໝາະ​ສົມ. ທ່ານ​ນາງ ກຽວ​ເງິ​ນ, ຮອງ​ຜູ້​ອຳ​ນວຍ​ການ​ໂຮງ​ລະ​ຄອນ​ເວ​ທີ ​ຫວຽດ​ນາມ ໃຫ້​ຮູ້​ວ່າ:

        “ຢູ່​ບັນ​ດາ​ປະ​ເທດ, ໂຮງ​ລະ​ຄອນ​ໃຫຍ່ແມ່ນ​ຈຸດນັດ​ພົບ ຊື່ງ​ຜູ້​ຊົມ​ເກືອບ​ທັງ​ໝົດ​ຢູ່​ພາຍ​ໃນ​​ປະ​ເທດ ແລະ ສາ​ກົນ ເຄີຍ​ມາ ​ເພື່ອ​ຊອກ​ຮູ້, ຮັບ​ຊົມ​ບັນ​ດາ​ລາຍ​ການ​ສິ​ລະ​ປະ​ທີ່ຍອດ​ຍິ່ງ. ຜ່ານ​ບັນ​ດາ​ລາຍ​ການ​ສິ​ລະ​ປະ​ນີ້ ເຂົາ​ເຈົ້າ​ຈຶ່ງ​ມີ​ໂອ​ກາດ​ໄດ້​ຊອກ​ຮູ້​ກ່ຽວ​ກັບ​ວັດ​ທະ​ນະ​ທຳ ແລະ ມີ​ຄວາມ​ເຂົ້າ​ໃຈ​ຕື່ມ​ອີກ​ກ່ຽວ​ກັບ​ຄຸນ​ຄ່າວັດ​ທະ​ນະ​ທຳກໍ​ຄື​ຄຸນ​ຄ່າ​ສິ​ລະ​ປະ​ຂອງ​ປະ​ເທ​ດ​ນັ້ນ. ໂຮງ​ລະ​ຄອນ​ໃຫຍ່ ຮ່າ​ໂນ້ຍ ຕ້ອງ​ແມ່ນ​ຈຸດ​ນັດ​ພົບ​ຄື​ແນວນີ້.”

        ໄລ​ຍະຈະ​ມາ​ເຖິງ  ໂຮງ​ລະ​ຄອນ​ໃຫຍ່ ຮ່າ​ໂນ້ຍ ຈະ​ມີ​ບັນ​ດາ​ລາຍ​ການ​ສິ​ລະ​ປະ​ພື້ນ​ເມືອງ ແລະ ບັນ​ດາລາຍ​ການ​ສິ​ລະ​ປ​ະ​ລ​ະ​ດັບ​ສູງ ​ຂອງ​ກອງ​ສິ​ລະ​ປະ​​ລະ​ດັບ​ສາ​ກົນ ມາ​ສະ​ແດງ. ການ​ເຄື່ອນ​ໄຫວ​ສິ​ລະ​ປະ​ຢູ່ ​ໂຮງ​ລະ​ຄອນ​ໃຫຍ່ ຮ່າ​ໂນ້ຍ ຈະເປັນ​ການແນະ​ນຳພື້ນ​ຖານ​ວັດ​ທະ​ນະ​ທຳ, ຊາວ​ຫວຽດ​ນາມ ແລະ ພື້ນ​ຖານ​ວັດ​ທະ​ນະ​ທຳ​ມວນມະ​ນຸດ​ ມາ​ໃຫ້​ສາ​ທາ​ລະ​ນະ​ຊົນ​ນະ​ຄອນ​ຫລວງ  ແລະ ເພື່ອ​ນມິດ​ສາ​ກົນ.


ຕອບກັບ

ຂ່າວ/ບົດ​ອື່ນ