ທ່ອງທ່ຽວເຂດທົ່ງພຽງແມ່ນ້ຳຂອງຍາມນ້ຳຂຶ້ນສູງ

ແຕ່​ລະ​ປີ, ໃນ​​ໄລ​ຍະແຕ່​ເດືອນ 8-11, ນ້ຳຈາກ​ເຂດ​ຍ່ານ​ເໜືອແມ່ນ້ຳຂອງ​ໄຫຼ​​ລົງ, ເຮັດ​​ໃຫ້​ທົ່ວ​ເຂດ​ທົ່ງພຽງ​ແມ່ນ້ຳຂອງ​ຖືກ​ຈົມ​ໃຕ້​ນ້ຳ, ນ້ຳ​ຄ່ອຍໆ​ຂຶ້ນ​ສູງ, ສະນັ້ນປະຊາຊົນ​ຢູ່​ທີ່​ນີ້​ບໍ່​ເອີ້ນ​ວ່າ​ຍາມນ້ຳຖ້ວມ ຫາກ​ເອີ້ນ​ວ່າ​ຍາມ​ນ້ຳຂຶ້ນ​ສູງ,  ຍາມນ້ຳຂຶ້ນ​ສູງ​ສຸດ​ແມ່ນທ້າຍ​ເດືອນ 10 ເຖິງເດືອນ 11, ນີ້ກໍ່​ແມ່ນ​ຈຸດ​ເວລາ​ເໝາະ​ສົມ​ກັບການ​ໄປ​ທ່ອງ​ທ່ຽວ​ຊອກ​ຮູ້ກ່ຽວ​ກັບ​ເຂດ​ແມ່​ຂອງ​ທີ່​ຮົກ​ເຮື້ອ​ວ່າງ​ເປົ່າ ຫລື​ເຈືອ​ຈານ​ເຂົ້າກັບ​​ການ​ດຳ​ລົງຊີວິດ​ແບບ​ທຳມະ​ຊາດ. ​

ທ່ອງທ່ຽວເຂດທົ່ງພຽງແມ່ນ້ຳຂອງຍາມນ້ຳຂຶ້ນສູງ - ảnh 1

(ພາບ:sotaydulich.com)

​  ເມື່ອ​​ໄປ​ທ່ອງ​ທ່ຽວ​ເຂດ​ຊີວະ​ພາບ​ດົງ​ທາ​ບ​ເມື່ອຍ, ແຂກ​ທ່ອງ​ທ່ຽວ​ລ້ວນ​ແຕ່​ມີ​ຄວາມ​ຮູ້​ສຶກ​ລວມ​ຕໍ່​ທຳ​ມະ​ຊາດ​ຢູ່​ແຫ່ງ​ນີ້. ບັນດາ​ເຂດ​ທົ່ງ​ນາ​ທີ່​ກ້ວາງ​ໃຫ່ຍ​​ຈົນ​ສຸດ​ສາຍຕາ, ຕົ້ນຫຍ້າ​ຂຽວອຸ່ມ​ທູ່ມ​ ຫລື​ດອກ​ສີບົວ, ສີຂາວ, ​ຊື່​ງ​ແມ່ນ​ສັນຍາ​ລັກ​ຂອງ​ເຂດ​ດົງ​ທາ​ບ​ເມື່ອຍ….​​ອັນໄດ້​ພາ​ໃຫ້​ນັກ​ທ່ອງ​ທ່ຽວ​ຮູ້​ສຶກມີ​ພະລັງ​ຊີວິດຕື່ມ​ອີກ. ​ໄປ​ທ່ອງ​ທ່ຽວ​ເຂດ​ດົງ​ທາຍ​ເມືອ​ຍ ຍາມ​ນ້ຳຂຶ້ນ​ສູງ, ​ເມື່ອ​ລ່ອງ​ເຮືອ​ຕາມ​ລຳ​​ແມ່ນ້ຳ, ​ແຂກ​ທ່ອງ​ທ່ຽວ​ສາມາດ​​ຍິນ​ສຽງ​ລົມ​ພັດ​ຜ່ານ​ປ່າ​ຄາມ, ສຽງ​ນົກ​ຮ້ອງ, ສຽງ​ຂອງ​ສັດສາ​ວະ​ສິ່ງ ​ແລະ ຍັງ​ສາມາດ​ຮູ້ສຶກ​​ໄດ້ຊີວິດ​ຂອງ​ສັດ​ນາໆ​ປະ​ເພດຢູ່​​ທີ່ນີ້. ​​ເມື່ອ​ໄປທ່ອງທ່ຽວ​ເຂດ​ດົງ​ທາ​ບ​ເມື່ອຍ, ​ແຂກ​ທ່ອງ​ທ່ຽວ​ຮູ້​ສຶກວ່າ ​ໄດ້​ກັບຄືນ​ສູ່​ເຂດ​ທຳ​ມະ​ຊາດ, ເອື້ອຍ​ເຢືອງທິລານ (Dương Thị Lan) ​ແຂກ​ທ່ອງ​ທ່ຽວ​ຜູ້​ໜຶ່ງ​ຖື​ວ່າ:

  “ນັບ​ແຕ່​ກ່ອນ​ມາ​ຮອດ​ປະຈຸ​ບັນ, ຂ້າພະ​ເຈົ້າບໍ່​ເຄີຍ​ດຳລົງ​ຊີວິດ​ຢູ່​ນີ້, ພຽງ​ແຕ່​ຢູ່​ເຂດ​ຕົວ​ເມືອງ​ເທົ່າ​ນັ້ນ. ​ເປັນຄັ້ງທຳ​ອິດ​ມາ​ແຫ່ງ​ນີ້, ຂ້າພະ​ເຈົ້າຮູ້ສຶກ​ມີ​ຄວາມ​ສະຫວາດສະ​ເຫວີຍ​ທີ່​ສຸດ. ທີ​ວທັດ​ທຳ​ມະ​ຊາດສວຍ​ງາມ​ຫຼາຍ, ມີ​ທັງ​ຕົ້ນ​​ໄມ້, ນ້ຳ. ນີ້​ແມ່ນ​ແຫ່ງ​ສ້າງຄວາມ​ປະ​ທັບ​ໃຈ​ທີ່​ສຸດ​​ໃຫ້​ແກ່ຂ້າພະ​ເຈົ້າ

ທ່ອງທ່ຽວເຂດທົ່ງພຽງແມ່ນ້ຳຂອງຍາມນ້ຳຂຶ້ນສູງ - ảnh 2

​ເຂດ​ດົງ​ທາ​ບ​ເມື່ອຍ​ຍາມ​ນ້ຳຂຶ້ນ​ສູງ

(ພາບ:ອິນ​ເຕີ​ແນັດ)

​  ເມື່ອ​ໄປ​ທ່ອງ​ທ່ຽວ​ ເມືອງ​ກາວ​ແລງ (Cao Lãnh), ​ຕາມ​ນົງ (Tam Nông) ໃນ​ຍາມ​ນ້ຳຂຶ້ນ​ສູງ​, ​ແຂກ​ທ່ອງ​ທ່ຽວ​ຍັງ​ຈະໄດ້​ລ່ອງ​ເຮືອ​ຕາມ​ລຳ​ ແມ່ນ້ຳທີ່​ມີ​ລວງ​ຍາວ​ເກືອບ 2 ກມ ​ໃນ​ລາຍການ​ທ່ອງ​ທ່ຽວ “ຜ່ານ​ປ່າ​ຄາມ​ເຂດ​ດົງ​ທາ​ບ​ເມື່ອຍ ​ຍາມ​ນ້ຳຂຶ້ນ​ສູງ“ ​ເພື່ອ​ຊົມ​ເບິ່ງ​ທິວທັດ​ທຳ​ມະ​ຊາດ​ທີ່​ສວຍ​ສົດ​ງົດ​ງາມ​ດ້ວຍ​ຕົ້ນຄາມ, ດອກ​ບົວ, ພວມເບັ່ງ​ບານສີສັນ. ນັກ​ຖ່າຍຮູບ​ເຢືອງກວາງ​ດາດ (Dương Quang Đạt),  ​ໃຫ້​ຮູ້​ວ່າ:

   “​ຂ້າພະ​ເຈົ້າຮູ້ສຶກ​ວ່າ: ຢູ່​ທີ່​ນີ້​ມີ​ຄວາມ​ງາມ​ແບບທຳ​ມະ​ຊາດ​ດ້ວຍ​ລຳ​ແມ່ນ້ຳ ທີ່ສວຍ​ງາມ​ທີ່​ສຸດ. ລູກ​ຄ້າ​ຈຳນວນ​ໜຶ່ງ​ຢູ່​ນະຄອນ​ມັກ​ຖ່າຍຮູບ​ແມ່ນ້ຳ. ​ໃນ​ຍາມ​ນ້ຳ​ຂຶ້ນ​ສູງ, ທີ​ວທັດ​ທຳ​ມະ​ຊາ​ດຢູ່​ນີ້​ງາມ​ກ່ວາ​ຢູ່ບ່ອນ​ອື່ນໆ​“

    ຍ້ອນ​ມີທ່າ​ໄດ້​ປຽບ​ໂດຍ​ທຳ​ມະ​ຊາດ​ດົນ​ບັນດານ​ໃຫ້ ​ແລະ ມີ​ຄວາມ​ດຶງ​ດູດ​ແຂກ​ທ່ອງ​ທ່ຽວ​ນັ້ນ, ຫວ່າງ​ແລ້ວ​ນີ້, ບໍລິສັດ​ຫຸ້ນ​ສ່ວນ​ທ່ອງ​ທ່ຽວ​ດົງ​ທາ​ບ ​ແລະ ບໍລິສັດ​ທ່ອງ​ທ່ຽວ Saigontourist ​ໄດ້​ສົມທົບ​ກັນ​ຈັດ​ລາຍການ​ທ່ອງ​ທ່ຽວ “​ເຂດ​ດົງ​ທາ​ບ​ເມືອ​ຍ ຍາມ​ນ້ຳຂຶ້ນ​ສູງ“. ​ເມື່ອ​ເຂົ້າຮ່ວມ​ລາຍການ​ທ່ອງ​ທ່ຽວ​ຍາມ​ນ້ຳຂຶ້ນ​ສູງ, ​ແຂກທ່ອງ​ທ່ຽວ​ຈະ​ໄດ້​ໄປ​ທ່ຽວຊົມ​ບັນດາ​ສະຖານ​ທີ່​ທີ່​ມີ​ຊື່​ສຽງ​ຄື: ​ເຮືອນບູຮານຂອງ​ທ່ານ ຮິງ​ຖູ​ຍ​ເລ (Huỳnh Thủy Lê), ໝູ່​ບ້ານ​ດອກ​ໄມ້​ປະດັບ​ຊາ​ແດກ (Sa Đéc), ​ເຂດ​ປູ​ສະ​ນີຍະສະ​ຖານ​ຫງວຽນ​ຊິງ​ສັກ (Nguyễn Sinh Sắc) ເຊິ່ງ​ແມ່ນບີ​ດາ​ປະທານ​ໂຮ່ຈິ​ມິນ…ພິ​ເສດ, ​ແຂກ​ທ່ອງ​ທ່ຽວ​ຍັງ​ຂີ່​ເຮືອໄປ​ທ່ຽວຊົມທັດສະນີ​ຍະ​ພາບ​ທີ່​ສວຍ​ງາມແບບ​ທຳ​ມະ​ຊາດ​ຢູ່​ເຂດ​ທ່ອງ​ທ່ຽວ​ກາວ​ຢົງ (Gáo Giồng) ​ແລະ ປ່າ​ສະຫງວນ​ແຫ່ງ​ຊາດ​ຈ່າມ​ຈິ​ມ (Tràm Chim)  ທີ່​ເມືອງ​ຕາມ​ນົງ (Tam Nông), ​ເຂດ Ramsar (​ເຂດ​ນ້ຳຖ້ວມ​ທີ່​ມີ​ຄວາມ​ສຳຄັນ​ລະດັບ​ໂລກ)  ​ແຫ່ງ​ທີ 2000 ຂອງ​ໂລກ ຢູ່ດົງທາຍ​ເມື່ອຍ. ທ່ານ​ນາງ​ເລ​ຫງອກ​ກຽວ​ແອ​ງ (​Lê Ngọc Kiều Oanh) ຮອງ​ຜູ້ອຳນວຍການ​ບໍລິສັດ​ທ່ອງ​ທ່ຽວ​ກາວ​ຢົງ ​ໃຫ້​ຮູ້​ວ່າ:

  “​ໃນ​ລາຍການທ່ອງທ່ຽວ​ຍາມ​ນ້ຳຂຶ້ນ​ສູງປີ​ນີ້, ບໍລິສັດ​ທ່ອງ​ທ່ຽວ​ກາວຢົງ ​ໄດ້​ເປີດ​​ລາຍ​ການ​ທ່ອງ​ທ່ຽວ​ດ້ວຍເຮືອ. ​ເມື່ອ​ທ່ອງ​ທ່ຽວ​ໃນລາຍການ​ນີ້, ​ແຂກ​ທ່ອງ​ທ່ຽວ​ຈະ​ໄດ້​ຂີ່​ເຮືອຜ່ານ​ປ່າ​ຄາມ, ​ຜ່ານ​ເຂດດ​ອກບົວ. ​ທາງບໍລິສັດ​ທ່ອງ​ທ່ຽວ​ກາວ​ຢົງ ​​ຍັງ​ສົມທົບ​ກັບ​ຊາວ​ທ້ອງ​ຖິ່ນຈັດ​ລາຍ​ການຕຶກມອງ​ຫາ​ປາ​ຮັບ​ໃຊ້​ນັກ​ທ່ອງ​ທ່ຽວ​ອີກ​ດ້ວຍ“.

ທ່ອງທ່ຽວເຂດທົ່ງພຽງແມ່ນ້ຳຂອງຍາມນ້ຳຂຶ້ນສູງ - ảnh 3

ແຂກ​ທ່ອງ​ທ່ຽວ​ຢູ່​ກາວຢົງ

(ພາບ: nld.com.vn)

   ການທ່ອງ​ທ່ຽວ​ຍິ່ງ​ມີ​ຄວາມ​ໝາຍພິ​ເສດ​ກ່ວາ​ອີກ ເມື່ອ​​ແຂກ​ທ່ອງ​ທ່ຽວ​ໄດ້​ເຈືອ​ຈານ​ເຂົ້າກັບ​ຊີວິດ​ການ​ເປັນ​ຢູ່ຂອງ​ປະຊາຊົນ​ຢູ່​ທີ່​ນີ້, ​ໄດ້​ຮັບ​ປະ​ທານ​ອາ​ຫານແບບ​ທຳ​ມະ​ຊາດ​​ທີ່​ແຊບ​ນົວໃນ​​ເຂດ​ແມ່ນ້ຳ​ໂດຍ​ຕົນ​​ເອງ​ຫາ​ມາ​ໄດ້. ​ແມ່ນ້ຳລຳ​ເຊທີ່​ກ້ວາງ​ໃຫ່ຍຢູ່​ແຫ່ງ​ນີ້​ ບໍ່​ພຽງ​ແຕ່​ມີ​ຄວາມ​ສວຍ​ງາມ​ເທົ່າ​ນັ້ນ, ຫາກ​ຍັງ​ແຫຼ່ງອາຫານພິ​ເສດຫຼາຍ​ເຍື່ອງ​ຂອງ​ເຂດນ້ຳຖ້ວມ​ອີກ​ດ້ວຍ​ຄື: ປາ​ຄໍ, ປາດຸກ​ເຫຼືອງ, ງູ​ປິ້ງ​ເຟືອງ, ຫອຍ​ລວກ…​ທັງ​ໝົດ​ເຫຼົ່າ​ນັ້ນຈະ​ສ້າງ​ຄວາມ​ປະ​ທັບ​ໃຈ​ທີ່​ສຸດ​ໃຫ້​ແກ່​ແຂກ​ທ່ອງ​ທ່ຽວ.

   ປະຈຸ​ບັນ, ປະຊາຊົນ​ເຂດ​ທົ່ງພຽງ​ແມ່ນ້ຳຂອງ​ພວມກຽມພ້ອມ, ​ເປັນ​ເຈົ້າການ​ຮັບ​ມື​ກັບນ້ຳນອງ, ​ເພື່ອທັງ​ຫລຸດຜ່ອນ​ຜົນ​ເສຍ​ຫາຍ​ໂດຍ​ນ້ຳຖ້ວມ​ກໍ່​ຂຶ້ນ, ທັງ​ສ້າງ​ບັນດາ​ຮູບ​ແບບ​ພັດທະນາ​ເສດຖະກິດ​ໃນ​ຍາມນ້ຳຂຶ້ນ​ສູງ. ສຳລັບ​ຮູບ​ແບບ​ທ່ອງ​ທ່ຽວ​ໃນ​ຍາມ​ນ້ຳຂຶ້ນ​ສູງແລ້ວ, ນີ້​​ແມ່ນ​ຈຸດ​ພິ​ເສດສະ​ເພາະ​ຊື່​ງ​ເຂດ​ທາງ​ທິດຕາ​ເວັນ​ຕົກ​ພາກ​ໃຕ້​ຫວຽດນາມ​ ໄດ້ ​ແລະ ພວມ​ສືບ​ຕໍ່​ເສີມ​ຂະຫຍາຍ ​ເພື່ອ​ສ້າງ​ຄວາມ​ຮັ່ງມີ​ໃນ​ຍາມ​ນ້ຳຂຶ້ນ​ສູງ.

 

ຕອບກັບ

ຂ່າວ/ບົດ​ອື່ນ