ຜ້າປຽວຂອງແມ່ຍິງເຜົ່າໄທດຳ

​(vovworld) – ຊຸດ​ອາພອນ​ຂອງ​ຊາວ​ເຜົ່າ​ໄທ​ດຳ ​ແລະ ​ໄທ​ຂາວ​ແມ່ນ​ຄ້າຍຄື​ກັນ. ​ແຕ່​ຈຸດ​ທີ່​ເປັນ​ເອກະລັກ​ສະ​ເພາະ​ນັ້ນ​ແມ່ນ, ​ຜ້າປຽວ (ຜ້າຄຽນຫົວຂອງຊົນເຜົ່າໄທດໍາ) ໃນ​ຊຸດ​ອາພອນ​ຂອງ​ຜູ້ຍິງ​ຊົນ​ເຜົ່າ​ໄທ​ດຳ, ພັດມີສີສັນວັດທະນະທຳສະເພາະແລະ ສ້າງຄວາມປະທັບໃຈ. ຜ້າ​ປຽວ​ແຕ່ລະ​ຜືນ​ແມ່ນ​ຕິດ​ພັນ​ກັບ​ເລື່ອງ​ລາວ​ໃດ​ໜຶ່ງ ​ໂດຍ​ຜ່ານ​ລວດລາຍ, ສີສັນສະ​ແດງ​ໃຫ້​ເຫັນ​ແນວ​ຄິດ​ຈິດ​ໃຈ ​ແລະ ບຸກຄະ​ລິກຂອງ​ແມ່ຍິງ​ແຕ່ລະຄົນ..

ຜ້າປຽວຂອງແມ່ຍິງເຜົ່າໄທດຳ - ảnh 1

ຜ້າປຽວຂອງແມ່ຍິງເຜົ່າໄທດຳ

(ພາບ:​ອິນເຕີແນດ)

ປະຈຸ​ບັນ, ​ຊີວິດ​ຂອງ​ເຜົ່າ​ໄທ​ດຳໄດ້​ມີ​ການ​ປ່ຽນ​ແປງ​ຫຼາຍ​ຢ່າງ​ແລ້ວ​, ​ເຮືອນຮ້ານ​ບໍ່​ໄດ້ມຸງ​ຫຍ້າ​ຄື​ເກົ່າ, ຫາກ​ມຸ້ງ​ດ້ວຍ​ດິນຂໍ​ຫຼື​ສັງກະສີ. ຊຸດ​ອາພອນ​ປະຈຳ​ເຜົ່າ​ກໍ່​ມີ​ການ​ປ່ຽນ​ແປງ​ຫຼາຍ​ໃຫ້​ເໝາະສົມ​ກັບ​ການ​ອອກ​ແຮງ​ງານ, ທຳ​ການ​ຜະລິດ​ປະຈຳ​ວັນ.​​ເຖິງ​ວ່າ​ຈະ​ມີ​ການປ່ຽນ​ແປງ​ຄື​ແນວ​ໃດກໍ່ຕາມ, ​ແຕ່​ຜ້າ​ປຽວ​ພັນ​ຫົວ​ຂອງແມ່ຍິງ​ເຜົ່າ​ໄທ​ດຳ​​ພັດຂາດ​ບໍ່​ໄດ້. ຜ້າ​ປຽວ​ແມ່ນ​ສັນຍາ​ລັກ, ​ແມ່ນ​ຄວາມ​ງາມ​ຂອງ​ແມ່ຍິງ​ຊົນ​ເຜົ່າ​ໄທ​ດຳ. ດັ່ງ​ນັ້ນ, ນັບ​ແຕ່​ເວລາ​ຍັງ​ນ້ອຍ, ​ເຂົາ​ເຈົ້າ​ໄດ້​ຮັບ​ການ​ສິດສອນ​ວິທີ​ປັກ​ແສ່ວຜ້າ​ປຽວ. ອ້າ​ນ​ ​ເລືອ​ງວັນ​ທຽດ, ພະນັກງານ​ຄົ້ນ​ຄ້ວາ​ຂອງ​ຫໍພິພິດທະພັນ​ຊົນ​ເຜົ່າ​ວິທະຍາ, ​ໃຫ້​ຮູ້​ວ່າ:

“ຜ້າ​ປຽວ​ແມ່ນ​ຜະລິດ​ຕະພັນ​ທີ່​ພົ້ນ​ເດັ່ນ​ຂອງ​ສາວ​ຊົນ​ເຜົ່າ​ໄທ​ດຳ. ສະ​ແດງ​ໃຫ້​ເຫັນ​ຄວາມ​ຊຳນານ, ຫຼັກ​ຄວາມ​ງາມ​ຂອງ​ແມ່ຍິງ​ຊົນ​ເຜົ່າ​ໄທດຳ. ນອກ​ນັ້ນ​ຍັງ​ສະ​ແດງ​ໃຫ້​ເຫັນ​ໂລກ​ກະທັດ, ຊີວະ​ທັດ​ຂອງ​​ເຂົາ​ເຈົ້າ​ອີກ​ດ້ວຍ. ລວດລາຍ​ທີ່​ປັກ​ແສ່ວໃນ​ຜ້າ​ປຽວ​ແມ່ນ​ຮູບ​ສັດ​ທີ່​ໃກ້ຊິດ​ກັບ​ຊີວິດ​ຂອງ​ມະນຸດ​ຄື: ​ໂຕກ​ວາງ, ​ແມງ​ກະ​ເບື້ອ, ​ໂຕ​ນົກ, ຊ້າງ, ​ເສືອ, ຮູບ​ພະຈັນ ​ແລະ ຕົ້ນ​ໄມ້..“

ຜ້າປຽວຂອງແມ່ຍິງເຜົ່າໄທດຳ - ảnh 2

ສາວເຜົ່າໄທດຳພ້ອມກັບຜ້າປຽວ

(ພາບ:​ອິນເຕີແນດ)

ສຳລັບ​ແມ່ຍິງ​ເຜົ່າ​ໄທ​ດຳ​ແລ້ວ, ຜູ້​ໃດ​ກໍ່​ຮູ້​ປັກ​ແສ່ວ​ຜ້າ​ປຽວ. ຜູ້​ໃດ​ບໍ່​ຮູ້ຈະ​ຖືກ​ຖື​ວ່າ​ຄົນ​ຂີ້ຄ້ານ ​ແລະ ຜູ້​ຊາຍ​ບໍ່​ມັກ, ບໍ່​ຢາກ​ເອົາ​ເປັນ​ເມຍ. ຜ້າ​ປຽວ​ບໍ່​ພຽງ​ແຕ່​ສ້າງຄວາມ​ປະ​ທັບ​ໃຈ​ດ້ວຍ​ສີສັນ​ທີ່ຫຼາກ​ຫຼາຍ, ​ບັນດາ​ລວດລາຍ​ທີ່​ລະອຽດ​ລະ​ອໍ​ເທົ່າ​ນັ້ນ, ຫາກ​ຍັງ​ເຊີດ​ຊູ​ຄວາມ​ງາມ​ໃຫ້​ແມ່ຍິງ​ອີກ​ດ້ວຍ. ຜ້າ​ປຽວ ຍັງ​ແມ່ນ​ມາດຖານ​ເພື່ອ​ຕີ​ລາຄາ​ຄວາມ​ສາມາດ, ບຸກຄະ​ລິກ​ຂອງ​ແມ່ຍິງ​ອີກ​ດ້ວຍ. ​ເອື້ອຍ ມິນ​ງວຽດ, ພະນັກງານ​ຫໍພິພິດທະພັນ​ຊົນ​ເຜົ່າ​ວິທະຍາ, ​ໃຫ້​ຮູ້​ວ່າ:

ສຳລັບ​ສາວ​ຊົນເຜົ່າ​ເມື່ອ​ງ​ແລ້ວ, ຫົວ​ສິ້ນ​ຖືກ​​ຖື​ວ່າແມ່ນມາດຖານ​ເພື່ອ​ຕີ​ລາຄາ​ກ່ຽວ​ກັບບຸກຄະ​ລິກ, ຄວາມດຸ​ໝັ່ນ ​ແລະ ຄວາມ​ສາມາດ​, ສ່ວນ​ຊາວ​ເຜົ່າ​ໄທ​ດຳພັດ​ຕີ​ລາຄາ​ຜ່ານຜ້າ​ປຽວ. ຜູ້​ຊາຍ​ອີງ​ໃສ່ການ​ປັກ​ແສ່ວ, ການປະດັບ​ປະດາລວດລາຍ​ໃນ​ຜ້າ​ປຽວ, ​ເພື່ອ​ເລືອກ​ເຟັ້ນ, ຕີ​ລາຄາ​ບຸກຄະ​ລິກ​ຂອງຜູ້​ສາວ “.

ຜ້າປຽວຂອງແມ່ຍິງເຜົ່າໄທດຳ - ảnh 3


ສາວເຜົ່າໄທດຳປັກແສ່ວຜ້າປຽວ

(ພາບ:​ອິນເຕີແນດ)

ນັບ​ແຕ່​ເວລາ​ຍັງ​ນ້ອຍ, ສາວ​ເຜົ່າ​ໄທ​ດຳໄດ້​ຮັບ​ການ​ຮຽນ​ວິທີ​ປັກ​ແສ່ວ, ຕັດຫຍິບ, ຕຳ​ຫຸກ​ທໍ​ໄໝ. ການ​ຮຽນ​ວິທີ​ປັກ​ແສ່ວ​ຜ້າ​ປຽວ​ກໍ່​ແມ່ນ​ການ​ຫຼໍ່​ຫຼອ​ມສີ​ໄມ້​ລາຍ​ມື​ໃຫ້​ແກ່​ບັນດາ​ນາງ​ສາວ​ເຜົ່າ​ໄທດຳ. ​ເມື່ອ​ມີ​ອາຍຸ 15, 16 ປີ, ການ​ປັກ​ແສ່ວ, ຕັດຫຍິບ, ຕຳ​ຫຸກ​ທໍ່​ໄໝ​ມີ​ຄວາມ​ຊຳນານ​ແລ້ວ. ​ເຂົາ​ເຈົ້າ​ກໍ່​ປັກ​ແສ່ວ​ຜ້າ​ປຽວ​​ເອງ ​ເພື່ອ​ກະກຽມ​ເອົາ​ຜົວ. ຜ້າ​ປຽວ ​ແມ່ນ​ຂອງຕ້ອນ​ທີ່​ຂາດ​ບໍ່​ໄດ້ ​ເພື່ອ​ໃຫ້​ເຈົ້າ​ສາວ​ມອບ​ໃຫ້​ຄອບຄົວ​ຂອງ​ຜົວ​ເມື່ອ​ເປັນ​ລູກ​ໃພ້. ຜ່ານ​ຜ້າ​ປຽວ​ສາມາດ​ເຫັນ​ໄດ້​ວ່າ​ເຈົ້າ​ຂອງ​ ຂອງ​ມັນ​ມີຄວາມ​ສາມາດ, ດຸ​ໝັ່ນ​ຂະຫຍັນ​ພຽນ, ມີ​ສີ​ໄມ້​ລາຍ​ມື​ຫຼື​ບໍ. ຜ້າ​ປຽວ​ແມ່ນ​ສິ່ງ​ທີ່​ຂາດ​ບໍ່​ໄດ້​ໃນ​ຊີວິດ​ທາງ​ດ້າວ​ວັດທະນະທຳ, ຈິດ​ໃຈ​ຂອງ​ຊາວ​ເຜົ່າ​ໄທດຳ, ​ແມ່ນ​ອະນຸສອນ​ຊຸມ​ວັນ​ທີ່​ສຳ​ຄັນ​ໃນ​ຊີວິດ​ຂອງ​ຊາວ​ເຜົ່າ​ໄທດຳແຕ່ລະຄົນ. ອ້າຍ​ທຽດ ​ໃຫ້​ຮູ້​ວ່າ:

ບັນດາ​ລູກ​ໄພ້ຊົນເຜົ່າ​ໄທດຳ​ເຄີຍ​ມອບ​ຜ້າ​ປຽວ​ໃຫ້​ແມ່​ຜົວ​ໃນ​ວັນ​ຫາ​ກໍ່​​ເຂົ້າມາ​ດຳລົງ​ຊີວິດ​ໃນ​ຄອບຄົວ​ຜົວ. ນອກ​ນັ້ນ​ເຂົາ​ເຈົ້າ​ກໍ່​ປັກ​ແສ່ວ​ຜ້າ​ປຽວ​ໃຫ້​ແກ່​ຕົນ​​ເອງອີກ. ຜ້າ​ປຽວ​ແມ່ນ​ຂົວ​ຕໍ່​ລະຫວ່າງ​ບ່າວ​ສາວ​ຊົນ​ເຜົ່າ​ໄທ​ດຳນຳ​ກັນ“.

ຜ້າປຽວຂອງແມ່ຍິງເຜົ່າໄທດຳ - ảnh 4
(ພາບ:​ອິນເຕີແນດ)

ຜ້າ​ປຽວ​ພັນ​ຫົວຈະ​ສ້າງ​ຄວາມ​ເຢືອກ​ເຢັນ​ໃນ​ຍາມ​ຮ້ອນ ​ແລະ ຄວາມ​ອົບ​ອຸ່ນ​ໃນ​ຍາມໜາວ​ຈັດ... ຜ້າ​ປຽວ​ຍັງ​ແມ່ນ​ເຄື່ອງ​ປະດັບ​ປະດາ​ທີ່​ສຳຄັນ​ຂອງ​ນາງ​ສາວ​ຊົນ​ເຜົ່າ​​ໄທ​ດຳໃນ​ຊີວິດ​ປະຈຳ​ວັນ, ພິ​ເສດ​ແມ່ນ​ເມື່ອ​ໄປ​ຫຼິ້ນ ຫຼື​ເຂົ້າ​ຮ່ວມ​ງານ​ບຸນ. ຜ້າ​ປຽວ​ຍັງ​ແມ່ນ​ເຄື່ອງ​​ເອົາ​ໄປ​ນຳ​ຄົນ​ຕາຍ ​ແລະ ລູກ​ຫຼານ​ຕ້ອງ​ພັນ​ຫົວ​ດ້ວຍ​ຜ້າ​ປຽວ​ໃນ​ງານ​ສົບ. ສຳລັບ​ຊາວ​ເຜົ່າ​ໄທ​ດຳ, ຜ້າ​ປຽວ​ມີ​ບົດບາດ​ພາ​ທາງ​ໃຫ້​ວີນຍານ​ຂອງ​ຄົນ​ຕາຍ​ໄປ​ສູ່​ສຸຄະຕິ. ອ້າຍ​ ທຽດ ​ໃຫ້​ຮູ້​ວ່າ, ຜ້າ​ປຽວ​ຂອງ​ຊົນ​ເຜົ່າ​​ໄທ​ດຳມີ​ທີ່​ຕັ້ງ​ສຳຄັນ​ທີ່​ສຸດ​ໃນ​ຊີວິດ​ຂອງ​ເຂົາ​ເຈົ້າ.

“​ເມື່ອ​ໃຊ້​ຜ້າ​ປຽວ ຮູ້ສຶກ​ຄື​ວ່າມີ​ເທວະ​ດາ​ຟ້າ​ແຖນປົກ​ປ້ອງ​ໃຫ້. ຜ້າປຽວ​ແມ່ນ​ຜະລິດ​ຕະພັນ​ດ້ານ​ວັດຖຸ ​ແລະ ຈິດ​ໃຈ ​ໃນ​ວົງ​ຄະນາ​ຍາດ​ຊາວ​ຊົນ​ເຜົ່າ​ໄທດຳ. ມັນ​ແມ່ນ​ຂອງຕ້ອນ​ທີ່​ສັກສິດ ​ເພື່ອ​ປົກ​ປ້ອງ​ຈິດ​ວີນຍານ​ໃຫ້​ບັນດາ​ນາງ​ສາວ​ຊົນ​ເຜົ່າ​ໄທດຳ“.

​ເຖິງ​ວ່າ​ຊີວິດ​ໃນ​ປະຈຸ​ບັນ​ໄດ້​ມີ​ການ​ປ່ຽນ​ແປງ​ຫຼາຍ​ຢ່າງ​ແລ້ວ​ກໍ່ຕາມ, ​ແຕ່​ຜ້າ​ປຽວ​ຂອງ​ແມ່ຍິງ​ເຜົ່າ​​ໄທ​ດຳ ຍັງ​ຄົງ​ແມ່ນ​ຜະລິດ​ຕະພັນ​ສິລະ​ປະ​ທີ່​ຍອດ​ຍິງ, ​ສະ​ແດງ​ໃຫ້​ເຫັນ​ສີ​ໄມ້​ລາຍ​ມື​ຂອງ​ສາວ​ເຜົ່າ​ໄທ​ດຳ. ຜ້າ​ປຽວ​ກາຍ​ເປັນ​ຜະລິດ​ຕະພັນ​ດ້ານວັດທະນະ​ທຳ ​ແລະ ຈິດ​ໃຈ​ທີ່​ເຂັ້ມ​ຄົ້ນ​ໄປ​ດ້ວຍ​ສີສັນ​ຊົນ​ເຜົ່າ​ໄທ​ດຳ.

ຕອບກັບ

ນ ບົວລອຍ ເພັງພະຈັນ

ຂອບໃຈສໍາລັບຄວາມຮູ້ທີ່ລົງໃຫ້ເດີ ໃນຍຸກສະໄຫມໃຫ່ມວັດທະນະທໍາການແສ່ວຜ້າເລີ່ມຫມົດໄປແຕ່ກໍ່ຍັງສັງເກດເຫັນຢູ່ໃນເຮືອນຍັງເກັບຮັກສາຜ້າປຽວໄວ້ ແລະ ໃນງານສ້າງສັນບຸນກີນຈຽງແມ່ກໍ່ຈະມາຄຽນຜ້າປຽວໃຫ້ໄດ້ສົງໄສຢູ່ຕະຫລອດວ່າມັນມີຄວາມຫມາຍເເນວໃດ. ຂໍອະນຸຍາດນໍາເອົາຂໍ້ມູນເພື່ອມາປະກອບບົດໂຄງການຈົບຊັ້ນປະລີນຍາຕີ ສາຂາບູຮານວິທະຍາ ແລະ ການຄຸ້ມຄອງມໍລະດົກ ເພື່ອສຶກສາຮຽນຮູ້ແລະເຜີຍແຜ່ວັດທະນະທໍາອັນດີງາມຂອງຊົນເຜົ່າໃນລຸ້ນຕໍ່ໆໄປ🙏

ຂ່າວ/ບົດ​ອື່ນ