10 ປີແຫ່ງວັນກຳເນີດສະກຸນເງິນເອີໂຣ

​  ວັນ​ທີ 1/1/2012 ​ແມ່ນ​ຂີດ​ໝາຍ​​ແຫ່ງ​ວັນ​ຄົບຮອບ 1 ທົດ​ສະ​ວັດ​ເຕັມ ​ຂອງ​ການ​ນຳ​ໃຊ້ສະ​ກຸນ​ເງິນ​​ເອີ​ໂຣ. ກົງກັນຂ້າມ​ ກັບ​ບັນຍາກາດ​ເບີກບານ​ມ່ວນ​ຊື່ນ​​ໃນ​ການ​ຂ່ຳນັບ​ຮັບ​ຕ້ອນກ່ອນ​ນີ້ 10 ປີ, ​ເອີ​ລົບ​ໄດ້​ລະນຶກວັນ​ສະ​ກຸນ​ເງິນ​ເອີໂຣດຽວລວມຄົບຮອບ 10 ປີໃນບັນດາຍາກາດເສົ້າໝອງ, ດ້ວຍຄວາມວິຕົກ ກັງວົນຂະນະທີ່ວິກິດການໜີ້ສິນຂອງລັດພວມນາບຂູ່ຕໍ່ການຄົງຕົວຂອງສະກຸນເງິນ ເອີໂຣ.

10 ປີແຫ່ງວັນກຳເນີດສະກຸນເງິນເອີໂຣ - ảnh 1

ວັນ​ທີ 1/1/2012 ​ແມ່ນ​ຂີດ​ໝາຍ​​ແຫ່ງ​ວັນ​ຄົບຮອບ 1 ທົດ​ສະ​ວັດ​ເຕັມຂອງ​ການ​ນຳ​ໃຊ້ສະ​ກຸນ​ເງິນ​​ເອີ​ໂຣ

ພາບ: Http//:24k.vn

  ໃນຕົວຈິງ, ສະກຸນເງິນເອີໂຣໄດ້ຖືກນຳໃຊ້ໃນຕະຫຼາດການເງິນນັບແຕ່ປີ 1999 ແລ້ວ, ແຕ່ຮອດວັນທີ 1/1/2002, ​ເງິນ​ເຈັ້ຍ​ເອີ​ໂຣ ​ແລະ​ເງິນ​ຫຼຽນ​ຈຶ່ງ​ໄດ້​ຖືກນຳ​ໃຊ້​ຢ່າງ​ເປັນ​ທາງ​ການ​ຢູ່ 12 ປະ​ເທດ​ໃນ​ພາກ​ພື້ນ​ໃຊ້ສະກູນເງິນເອີໂຣ​ລວມ​ໃນ​ໄລຍະ​ນັ້ນ. ຮອດ​ກາງ​ປີ 2011, ​ເງິນ​ເຈັ້ຍ 14,2 ຕື້​ໃບ ​ແລະ​ເງິນຫຼຽນ 95,6 ຕື້​ຫຼຽນ ດ້ວຍ​ຍອດ​ມູນ​ຄ່າ 870 ຕື້​ເອີ​ໂຣ​ໄດ້​ຖືກ​ນຳ​ໃຊ້​ຢູ່ 17 ປະ​ເທດ​ຂຶ້ນ​ກັບ​ພາກ​ພື້ນ​ໃຊ້ສະກຸນເງິນເອີໂຣ​ລວມ ຫລື eurozone ດ້ວຍ​ຈຳນວນ​ປະຊາກອນ 332 ລ້ານ​ຄົນ. ສະກຸນເງິນເອີໂຣ​ໄດ້​ຮັບ​ການ​ສ້າງ​ຂຶ້ນ​ເພື່ອ​ແນ​ໃສ່​ຈຸດປະສົງ​ສ້າງ​ການ​ຈໍ​ລະ​ຈອນ​ທີ່​ສະດວກ​ສະບາຍ ​ໃນ​ພາກ​ພື້ນ​ເອີ​ລົບ​ເອກະ​ພາບ ​ແລະ​ມີ​ມູນ​ຄ່າ​ເປັນ​ປົກກະຕິ. ກ່ອນເກີດວິ​ກິດ​ການ​ດ້ານ​ການ​ເງິນ​ເມື່ອ​ປີ 2008, ​ເງິນ​ເອີ​ໂຣຍັງ​ຖືກ​ຖື​ວ່າ ​ແມ່ນ​ຜົນສຳ​ເລັດ​ອັນ​ຈົບງາມ​ຂອງ​ເອີ​ລົບ. ​ເງິ​ນ​ເອີ​ໂຣ​ໄດ້​ສ້າງ​​ເງື່ອນ​ໄຂອຳນວຍ​ຄວາມ​ສະດວກຫຼາຍຢ່າງ​ໃຫ້​ແກ່​ບັນດາ​ວິ​ສາ​ຫະກິດ​ເອີ​ລົບ, ສ່ວນ​ຜູ້​ບໍລິ​ໂພ​ກ, ອຸປະ​ໂພ​ກກໍ​​ໄດ້​ຊື້​ສິນຄ້າ​ດ້ວຍ​ລາຄາ​ເປັນ​ປົກກະຕິ. ​ໃນ​ໄລຍະ​ເວລາ​ຫຼາຍປີ, ທະນາຄານ​ສູນ​ກາງ​ເອີ​ລົບ ຫລື ECB ​ໄດ້​ປະສົບ​ຜົນສຳ​ເລັດ ​ໃນ​ຂະນະ​ທີ່​ໄດ້​ຮັກສາ​ລະດັບ​ໄຟ​ເງິນ​ເຟີ້​ໃນ​ພາກ​ພື້ນ​ຢູ່​ໃນ​ລະດັບ 2%/ປີ. ​ເງິນ​​ເອີ​ໂຣ​ແມ່ນໜື່ງ​ໃນຈຳນວນ​ເງິນຕາ​ໃຫ່ຍ​ໃນ​ໂລກ ​ແລະ​ສ້າງ​ອິດ​ທີ່​ພົນ​ຊື່​ສຽງ​ດີ​ພໍ​ສົມຄວນ​ໃຫ້​ແກ່​ເອີ​ລົບ ​ໃນ​ບັນດາ​ການ​​ເຈລະຈາຕໍ່​ລອງ​ເສດຖະກິດ​ໂລກ. ຍີ່​ງ​ໄປ​ກ່ວານັ້ນ, ​ເງິນ​ເອີ​ໂຣຍັງ​ແມ່ນ​ສັນຍາ​ລັກ​ທີ່​​ເປັນຮູບປະ​ທຳ​ໃຫ້​ແກ່​ຄວາມ​ເປັນ​ເອກະ​ພາບ​ກັນ​ໃນ​ພາກ​ພື້ນ. ​ແຕ່​ເຖິງ​ແນວ​ນັ້ນກໍ​ຕາມ, ກ່ອນ​ຈຸດ​ເວລາ​ສະ​ເຫຼີມສະຫຼອງວັນ​ກຳ​ເນີ​ດ ຂອງສະກຸນເງິນເອີໂຣຄົບຮອບ 10 ປີ, ໜັງສືພິມ​ຫຼາຍສະບັບ​ໄດ້​ເຕື້ອງ​ເຖິງ​ການ​ຊຸດ​ໂຊມ​ຂອງສະກູນເງິນ ເອີໂຣ ພ້ອມ​ກັບ​ບັນດາ​ຜົນ​ຮ້າຍ​ອັນ​ໜັກໜ່ວງ​ຂອງ​ມັນ. ປະຊາຊົນ​ອີ​ຢູ​ແມ່ນ​ຜູ້​ໄດ້​ຮັບ​ຜົນ​ສະທ້ອນ ຍ້ອນ​ລາຄາ​ສິນຄ້າປີ້ນ​ຂັ້ນ​ໃດ, ອັດຕາ​ສ່ວນ​​ໄພວ່າງ​ງານ​ສູງ, ຊີວິດ​ສັງຄົມ​ກໍ​ຖືກຜົນ​ສະທ້ອນ, ລະດັບ​ຄ່າ​ຄອງ​ຊີບ​ຖືກ​ຫລຸດ​ລົງ ຍ້ອນ​ວິ​ກິດ​ການໜີ້​ສິນ​ຂອງ​ລັດ ​ໄດ້​ຂະຫຍາຍ​ອອກ​ກ້ວາງ​ຈາກ​ພາກ​ພື້ນໃຊ້ສະກຸນເງິນ ເອີໂຣ. ສາຍ​ເຫດ​ທຳ​ອິດ​ແມ່ນ​ເລີ່​ມມາ​ຈາກ​ທ່າ​ໄດ້​ປຽບ​ຂອງ​ເລື່ອງ​ເອີ​ລົບ​ຮັກສາ​ໄດ້​ອັດຕາ​ດອກ​ເບັ້ຍຕ່ຳ ​ໄດ້​ສົ່ງ​ເສີມ​ບັນດາ​ລັດ ​ແລະ​ປະຊາຊົນ​ໃນ​ພາກ​ພື້ນ​ໃຊ້​ສະກຸນເງິນ​ເອິ​ໂຣກູ້​ຢືມ ໄດ້​ໃຊ້ຈ່າ​ຍ​ເກີນ​ຄວາມ​ສາມາດ​ຂອງ​ຕົນ. ​ໃນ​ຂະນະ​ນັ້ນ, ສະຫະພາບ​ເອີ​ລົບ​ພັດ​ຂາດ​ທິດ​ທາງ​ຊີ້​ນຳ​ດ້ານ​ການ​ເມື​ອງ ​ໃຫ້​ແກ່​ບັນດາ​ປະ​ເທດ​ສະມາຊິກ ​ແລະ​ບໍ່​ມີ​ການ​ກຳນົດ​ແນະນຳ​ງົບປະມານ​ລວມ​ໃດໆ. ​ແລະ​ໄດ້​ເກີດ​ຜົນ​ຮ້າຍ​​ເຊັ່ນ: ພາຍຫລັງ​ເກຼກ, ​ແມ່ນ​ໄອ​ແລນ ​ແລະຮອດ​ປອດ​ຕູ​ຍການ​ຕ້ອງ​ຂໍ​ຄວາມ​ຊ່ວຍ​ເຫຼືອຈາກ​ສາກົນ ​ເພື່ອ​ຊຳລະ​ບັນດາ​ບ້ວງ​ເງິນ​ໜີ້​ສິນ​ທີ່​ຮອດ​ກຳນົດເວລາ​​ຊຳລະ. ຮອດ​ປີ 2011, ວິ​ກິດ​ການ​ໜີ້​ສິນ​ຂອງ​ລັດ​ໄດ້​ຂະຫຍາຍ​ອອກ​ສູ່​ທົ່ວ​ພາກ​ພື້ນໃຊ້ສະກຸນເງິນເອີໂຣ ​ໃນ​ຂະນະ​ທີ່​  ອີ​ຕາ​ລີ ​ແລະ​ແອດ​ສະ​ປາຍ ​ຕົກ​ເຂົ້າສູ່​ສະພາບ​ທີ່​ຮ້າຍ​ແຮງ. ຢູ່​ຕາມ​ຕົວ​ເມືອງ​ຕ່າງໆ​ຂອງ​ເອີ​ລົບ, ​ໄດ້​ເກີດ​ບັນດາ​ການ​ແຫ່​ຂະ​ບວນປະ​ທ້ວງ, ນັດຢຸດ​ງານ ​ເພື່ອ​ຄັດຄ້ານ​ສະພາບ​ໄພ​ວ່າງ​ງານ, ຫລຸດຜ່ອນ​ງົບປະມານ ​ແລະ​ວິ​ກິດ​ການ​ໄດ້​ເຮັດ​ໃຫ້​ລັດຖະບານຫຼາຍປະ​ເທດ​ຖືກ​​ເຫຼົ້ມ​ເຫຼວ​ຄື: ​ໄພ​ລາ​ອອກ​ຈາກ​ຕຳ​ແໜ່​ງຂອງນາຍົກລັດຖະມົນຕີ​ເກຼກ George Papandreou, ນາຍົກລັດຖະມົນຕີອີ​ຕາ​ລີ​ Silvio Berlusconi. ກ່ອນ​ໜ້ານັ້ນ, ທ່ານ​ນາຍົກລັດຖະມົນຕີ​ໄອ​ແລນ Brian Cowen  ​ແລະ​ທ່ານນາຍົກລັດຖະມົນຕີ​​ແອດ​ສະ​ປາຍ Jose Luis Zapatero….ກໍ​ຕ້ອງ​ລາ​ອອກ​ຈາກ​ຕ່ຳ​ແໜ່​ງ. ວິ​ກິດ​ການ​ໜີ້​ສິນ​ຂອງ​ລັດກໍ​ໄດ້​ກໍ່​ຄວາມ​ແບ່​ງ​ແຍກ​ພາຍ​ໃນ​ສະຫະພາບ​ເອີ​ລົບ ກ່ຽວ​ກັບ​ວິທີ​ແກ້​ໄຂ​ໜີ້​ສິນ ກໍ​ຄື​ເລື່ອງ​ພິຈາລະນາ​ສົນທິສັນຍາ​ເອີ​ລົບ Lisbon ຄືນ​ໃໝ່. ສະຫະພາບ   ​ເອີ​ລົບ ຕ້ອງ​ຈັດ​ບັນດາ​ກອງ​ປະຊຸມ​ສຸດ​ຍອດ ​ເພື່ອ​ກູ້​ຊ່ວຍສະກຸນ​ເງິນ​ເອີ​ໂຣ, ບັນດາ​ແຜນການ​ຮັດ​ເຂັມຄັດ​ໄດ້​ຖືກຍົກ​ອອກ​ມາ​ຢ່າງ​ລຽນຕິດ, ​ແຕ່​ມາ​ຮອດ​ປະຈຸ​ບັນ, ຕະຫຼາດການ​ເງິນ​ສາກົນ ​ແລະ​ຫາງ​ສຽງ ຍັງ​ຂາດ​ຄວາມ​ເຊື່ອໝັ້ນຕໍ່​ສະ​ກູນ​ເງິນ​ເອີ​ໂຣ. ພາຍຫລັງ​ຖືກ​ສ້າງ​ຂຶ້ນ​ມາ​ເປັນ​ເວລາ 10 ປີ, ​ປະຈຸ​ບັນ, ເງິນ​ເອີ​ໂຣ​ໄດ້​ກາຍ​ເປັນ​ສັນຍາ​ລັກ​ຂອງ​ວິ​ກິດ​ການ​ໜີ້​ສິນ​ຂອງລັດ ​ແລະ​ການ​ຊຸດ​ໂຊມ​ດ້ານ​ເສດຖະກິດ. ຢູ່​ຫລາຍ​ປະ​ເທດ​ເອີ​ລົບ, ການ​ສະໜັບສະໜູນ​ຕໍ່​ເງິນ​ເອີ​ໂຣ​ໄດ້​ຖືກ​ຫລຸດ​ລົງ. ຕາມ​ການ​ຢັ່ງຫາງ​ສຽງ ​ໂດຍ​ສະ​ຖາ​ບັນ Ipsos ປະຕິບັດ​ເມື່ອ​ເດືອນ 11/2011, ມີ​ປະຊາຊົນ​ຝະລັ່ງ​ເຖິງ 45% ຖື​ວ່າ ​ເງິນ​ເອີ​ໂຣນຳ​ມາ​ເຊີ່ງ​ໝາກຜົນ​ບໍ່​ດີ ​ໃຫ້​ແກ່​ການ​ຮັບ​ມື​ກັບ​ວິ​ກິດ​ການ. ປະຊາຊົນ​ເຢັຍລະ​ມັນ 85% ຖື​ວ່າ ​ເງິນ​ເອີ​ໂຣ​ໄດ້​ຍູ້​ລາຄາ​ເພີ່ມ​ຂຶ້ນ​ສູງ. ສ່ວນ​ໃນ​ການ​ຢັ່ງ​ຫາ​ສຽງ​ຫວ່າງ​ແລ້ວ​ນີ້​ຢູ່​ແອດ​ສະ​ປາຍ, ປະຊາຊົນ​ປະ​ເທດ​ນີ້ 70% ຖື​ວ່າ ​ເງິນ​ເອີ​ໂຣບໍ່​ໄດ້​ນຳ​ມາ​ເຊີ່ງ​ຜົນ​ປະ​ໂຫຍ​ດ​ໃດໆ.

10 ປີແຫ່ງວັນກຳເນີດສະກຸນເງິນເອີໂຣ - ảnh 2
ວິກິດການໜີ້ສິນຂອງລັດພວມນາບຂູ່ການຄົງຕົວຂອງສະກຸນເງິນເອີໂຣລວມ
ພາບ: Http//:dvt.vn

   ອາດ​ເວົ້າ​ໄດ້​ວ່າ, ບໍ່​ມີ​ຈຸດ​ເວລາ​ໃດ​ທີ່​ຊະ​ຕາ​ກຳ​ຂອງ​ສະ​ກູນ​ເງິນ​ເອີ​ໂຣພັດ​ບໍ່​ແນ່ນອນ​ຄື​ປະຈຸ​ບັນ ​ແລະ​ອີ​ຢູພວມ​ຕ້ອງ​ຕອບ​ແທນໃຫ້​ແກ່​ບົດຮຽນ​ກ່ຽວ​ກັບ​ການ​ຄວບ​ຄຸມ​ການ​ຂາດ​ດຸນ​ງົບປະມານ.

ດ່ວານ​ຈູງ

ຕອບກັບ

ຂ່າວ/ບົດ​ອື່ນ