BRICS: ຫັນກຳລັງແຮງສະເພາະເປັນກຳລັງແຮງລວມ

(vovworld)- ກອງ​ປະ​ຊຸມ​ສຸດຍອດ​ກຸ່ມ​ບັນ​ດາ​ພື້ນ​ຖານ​ເສດ​ຖະ​ກິດ​ຫາກໍ​ພົ້ນ​ເດັ່ນ​ຂຶ້ນ (BRICS) ຄັ້ງ​ທີ 5 ​ໄດ້ຖືກ​ໄຂ​ຂຶ້ນ​ໃນ​ວັນ​ທີ 26/3 ຢູ່​ນະ​ຄອນ​ທ່າກຳ​ປັ່ນ Durban ຂອງ ອາ​ຟ​ຼິ​ກາ​ໃຕ້. BRICS ເຄີຍ​ໄດ້​ຮັບ​ຖື​ວ່າ​ແມ່ນ​ອົງ​ການ​ເອ​ກະ​ລາດ ແລະ ມີ​ພື້ນ​ຖານ​ເສດ​ຖະ​ກິດ​ແຂງ​ແຮງ, ໃນ​ຕະ​ຫລອດ 2 ທົດ​ສະ​ວັດ​ຜ່ານ​ມາ, ຍາມ​ໃດ​ພື້ນ​ຖານ​ເສດ​ຖະ​ກິດ​ຂອງບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ຂອງ BRICS ​ກໍ​ນຳ​ຫ​ນ້າ​​ໂລກກ່ຽວ​ກັບ​ການ​ເຕີບ​ໂຕ​ເສດຖະກິດ, ສວມ​ບົດ​ບາດ​ອັນ​ໃຫ​ຍ່​ຫລວງ​ໃນ​ໂລກ​ທີ່​ເປັນ​ຫລາຍ​ຂົ້ວ, ມີ​ສິ່ງ​ທ້າ​ທາຍ​ຫລາຍ​ຢ່າງ​ຄື​ປະ​ຈຸ​ບັນ, BRICS ຄວນ​ສົມ​ທົບ​ການກະ​ທຳ​ລວມ, ແຕ່​ລະ​ປະ​ເທດ​ສະ​ມາຊິກບໍ່​ຄວນ​ເຫັນ​ແກ່​ຜົນ​ປະ​ໂຫຍດສ່ວນ​ຕົວ ເພື່ອ​ຜົນ​ປະ​ໂຫຍດ​ລວມ​ຂອງ​ກຸ່ມ. BRICS ມີ​ໂສມ​ຫ​ນ້າ​ໃຫມ່ນັ້ນ​, ແມ່ນ​ສິ່ງ​ທີ່​ຫາງ​ສຽງ​ລໍ​ຄອຍ​ທີ່ກອງ​ປະ​ຊຸມ​ສຸດຍອດ​ຄັ້ງ​ນີ້.

BRICS: ຫັນກຳລັງແຮງສະເພາະເປັນກຳລັງແຮງລວມ - ảnh 1
ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ Vladimir Putin  ຄຳ​ຮຽ​ກ​ຮ້ອງ​ປະ​ຕິ​ຮູບ BRICS
ພາບ:internet

        ໂດຍ​ມີ​ປະຊາກອນ ແລະ ການ​ສະ​ສົມ​ເງິນ​ຕາ​ຕ່າງ​ປະ​ເທດ​ເປັນ​ຈຳ​ນວນ​ເກືອບ​ເຄິ່ງ​ຫ​ນຶ່ງ​ຂອງ​ໂລກ, ກຳ​ລັງການ​ເຕີບ​ໂຕ​ແມ່ນ​ແຂງ​ແຮງ, ກຸ່ມ 5 ປະ​ເທດ​ຊຶ່ງ​ລວມ​ມີ: ບ​ຣາ​ຊີນ, ລັດ​ເຊຍ, ອິນ​ເດຍ, ຈີນ ແລະ ອາ​ຟ​ຼິ​ກາ​ໃຕ້, BRICS ພວມ​ໄດ້​ຮັບ​ການ​ຕີ​ລາ​ຄາ​ວ່າ​ແມ່ນ​ປັດ​ໄຈ​ຟື້ນ​ຟູ​ພື້ນ​ຖານ​ເສດ​ຖະ​ກິດ​ຂອງ​ທົ່ວ​ໂລກ​ຄືນ​ໃຫມ່. ໄລ່​ສະ​ເພາະ​ໃນ​ປີ 2012, ລະ​ດັບ​ຈະ​ເລີນ​ເຕີບ​ໂຕ​ສະ​ເລ່ຍ GDP ບັນ​ລຸ 4% ໃນ​ຂະ​ນະ​ທີ່​ກຸ່ມ​ບັນ​ດາ​​ພື້ນ​ຖານ​ເສດ​ຖະ​ກິດ​ພັດ​ທະ​ນາ (G7) ພຽງ​ບັນ​ລຸ 0,7%. ຕາມ​ການ​ຄົ້ນ​ຄ້​ວາ​ຫວ່າງ​ແລ້ວນີ້ຂອງ​ບັນ​ດາ​ຜູ້​ຊ່ຽວ​ຊານ​ເສດ​ຖະ​ກິດ​ໂລກ​ໄດ້​ຄາດ​ຄະ​ເນ​ວ່າ: ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ຂອງ BRICS ສືບ​ຕໍ່​ຮັກ​ສາ​ລະ​ດັບ​ຈະ​ເລີນ​ເຕີບ​ໂຕ​ສູງ ແລະ ໝັ້ນ​ຄົງ​ໃນ​ຮອບ​ເວ​ລາ 15 ປີ​ຈະ​ມາ​ເຖິງ. ນີ້​ແມ່ນ​ຕົວ​ເລກ​ທີ່​ຫ​ນ້າ​ປະ​ທັບ​ໃຈ​ໃນ​ສະ​ພາບ​ວິ​ກິດ​ການ​ການ​ເງິນ​ທົ່ວ​ໂລກ​ພວມ​ເກີດ​ຂຶ້ນ​ຢູ່​ຫລາຍ​ປະ​ເທດ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ເມື່ອ​ເວົ້າ​ເຖິງ BRICS, ແຕ່​ດົນ​ນານ​ມາ​ແລ້ວຜູ້​ຄົນ​ທັງຫຼາຍ ຍັງ​ຮູ້​ຈັກ​ເຖິງ​ການ​ເຕີບ​ໂຕ​ເສດ​ຖະ​ກິດ​ທີ່​ເປັນ​ຫ​ນ້າ​ປະ​ທັບ​ໃຈ​ຂອງ​ສະ​ເພາະແຕ່​ລະ​ປະ​ເທດ​ສະ​ມາ​ຊິກ​ເທົ່າ​ນັ້ນ ຫາກບໍ່​ແມ່ນ​ຂອງ​ກຸ່ມ​ທີ່​ເປັນ​ເອ​ກະ​ພາບ, ເຂັ້ມ​ແຂງ, ມີ​ບົດ​ບາດ​ທີ່​ຕັ້ງ​ໃນ​ເວ​ທີ​ສາ​ກົນ. ສາຍ​ເຫດ​ພາ​ວະ​ວິ​ໄສ​ນັ້ນ​ແມ່ນ ຍ້ອນ BRICS ຫາກໍ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ໃນ​ໄລ​ຍະ​ສັ້ນໆ​ນີ້, ແຕ່​ວ່າ ວົງ​ການ​ໄຈ້​ແຍກ​ໄດ້​ຮັບ​ຮູ້​ສາຍ​ເຫດ​ຕົ້ນ​ຕໍ​ນັ້ນ​ແມ່ນ ຍ້ອນ BRICS ຂາດ​ແຜນ​ການ​ດຳ​ເນີນ​ງານ​ຮ່ວມ. ຄວາມ​ສະ​ຫ​ນິດ​ຕິດ​ພັນ​ລະ​ຫວ່າງ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ BRICS ແມ່ນ​ຕາມ​ຮູບແບບ​ການ​ພົວ​ພັນ​ສອງ​ຝ່າຍ​ເປັນ​ຕົ້ນ, ເພື່ອ​​ນຳ​ມາ​ເຊິ່ງ​ຜົນ​ປະ​ໂຫຍດ​ຂອງ​ປະ​ເທດ​ຕົນ​ຢ່າງ​ສູງ​ສຸດ. ເຖິງ​ວ່າ ມີ​ບາງ​ທັດ​ສະ​ນະ​ລວມ​ກ່ຽວ​ກັບ​ບັນ​ຫາ​ທົ່ວ​ໂລກ​ກໍ​ຕາມ ແຕ່​ບັນ​ດາ​ປະ​ເທດ​ເຫລົ່າ​ນັ້ນ ພວມ​ມີ​ຄວາມ​ແຕກ​ຕ່າງ​ກັນ​ກ່ຽວ​ກັບ​ຜົນ​ປະ​ໂຫຍດ​ສະ​ເພາະ. ຍ້ອນ​ຄວາມ​ແຕກ​ຕ່າງ​ກັນ​ນັ້ນ ເຮັດ​ໃຫ້​ການ​ຮ່ວມ​ມື​ລະ​ຫວ່າງ​ບັນ​ດາ​ປະ​ເທດ BRICS ພັດ​ທະ​ນາ​ຢ່າງ​ຊັກ​ຊ້າ​ພໍ​ສົມ​ຄວນ, ກົງ​ກັນ​ຂ້າມ​ກັບ​ການ​ພັດ​ທະ​ນາ​ຢ່າງວ່ອງ​ໄວ​ຂອງ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ. ບັນ​ຫາ​ພິ​ສູດ​ແກ່​ສິ່ງ​ດັ່ງ​ກ່າວ ນັ້ນ​ແມ່ນ​ຄວາມບໍ່​ລົງ​ລອຍ​ກັນ​ໃນ​ຫລາຍ​ບັນ​ຫາທີ່​ແກ່​ຍາວ​ໃນ​ໄລ​ຍະ​ຫ​ນຶ່ງ. ກ່ອນ​ອື່ນ​ໝົດ​ແມ່ນ​ການ​ປຶກ​ສາ​ຫາ​ລື​ສ້າງ​ຕັ້ງ​ທະ​ນາ​ຄານ​ພັດ​ທະ​ນາ​ຮ່ວມ. ຕໍ່​ມາ​ແມ່ນ​ເລື່ອງ​ບັນ​ດາ​ປະ​ເທດສະ​ມາ​ຊິກ BRICS ເຖິງວ່າບໍ່​ພໍ​ໃຈ​ກ່ຽວ​ກັບ​ຂໍ້​ກຳ​ນົດ​ໂດຍ​ຖື​ສະ​ກຸນ​ເງິນ USD ແມ່ນ​ເງິນ​ສະ​ສົມ​ຂອງ​ໂລກ ແຕ່ພັດບໍ່ເຫັນ​ດີນຳ​ກັນ​ກ່ຽວ​ກັບ​ວິ​ທິ​ແກ້​ໄຂ​ບັນ​ຫານີ້. ຍາມ​ໃດ​ຈີນ​ກໍ​​ເດີນ​ຕາມ​ຈຸດ​ໝາຍ​ເຮັດ​ໃຫ້​ສະ​ກຸນ​ເງິນ ຢວນ​ກາຍ​ເປັນ​ສະ​ກຸນ​ເງິນ​ໄດ້​ນຳ​ໃຊ້​ຢ່າງກວ້າງ​ຂວາງ​ໃນ​ທົ່ວ​ໂລກ, ແກ້​ງ​ແຍ່ງ​ກັບ​ສະ​ກຸນ​ເງິນ USD ແລະ ສະ​ກຸ​ນ​ເງີນ ເອີໂຣ ແລະ ມີ​ແຜນ​ການ​ເປີດກວ້າງ​ບ້​ວງ​ເງິນ​ໃຫ້​ກູ້​ຢືມ​ດ້ວຍ​ສະ​ກຸນ​ເງິນຢວນ​ໃຫ້​ແກ່​ບັນ​ດາ​ປະ​ເທດ​ສະ​ມາ​ຊິກອື່ນ​ຂອງ BRICS. ແຕ່​ສິ່ງ​ດັ່ງ​ກ່າວ​ຖືກ​ຜົນ​ສະ​ທ້ອນ​ຢ່າງ​ຫ​ຍໍ້​ທໍ້​ເຖິງ​ຕະ​ຫລາດ​ການຜະ​ລິດ​ຢູ່​ບັນ​ດາ​ປະ​ເທດ​ອື່ນ​ຂອງ BRICS. ນັບ​ພາຍ​ໃນ​ກຸ່ມ BRICS ກໍ່​ບໍ່​ມີ​ຄວາ​ມເອ​ກະ​ພາບກ່ຽວ​ກັບ​ຜົນ​ປະ​ໂຫຍດ. ບ​ຣາ​ຊີນ ແລະ ລັດ​ເຊຍ ຫວັງ​ວ່າ ລາ​ຄາ​ພະ​ລັງ​ງານ ແລະ ວັດ​ຖຸ​ດິບ​ເພີ່ມ​ຂຶ້ນ​ເພື່ອ​ຮັບ​ຜົນ​ປະ​ໂຫຍດ, ແຕ່​ຈີນ ແລະ ອິນ​ເດຍ ຊື່ງ​ແມ່ນ​ສອງ​ປະ​ເທດ​ໃຫ​ຍ່​ກ່ຽວ​ກັບ​ການ​ຜະ​ລິດ​ສິນ​ຄ້າ ພັດ​ຢາກ​​ໃຫ້ລາ​ຄາ​ພະ​ລັງ​ງານ ແລະ ວັດ​ຖຸ​ດິບ​ຫລຸດ​ລົງ. ນີ້​ແມ່ນ​ຄວາມ​ຂັດ​ແຍ່ງ​ກ່ຽວ​ກັບ​ຜົນ​ປະ​ໂຫຍດ​ລະ​ຫວ່າງ​ບັນ​ດາ​ປະ​ເທດສະ​ມາ​ຊິກ BRICS. ຫລື ບ​ຣາ​ຊີນ ປະ​ເທດ​ອຸດ​ສາ​ຫະ​ກຳ​ມີ​ກຳ​ລັງ​ການ​ແກ້ງ​ແຍ່ງ​ຢ່າງ​ແຂງ​ແຮງກວ່າ​ໝູ່​ຢູ່​ໃນ​ໂລກ ແຕ່ບໍ່​ສາ​ມາດ​ສຳ​ພັດ​ກັບ​ຕະ​ຫລາດ​ຜະ​ລິດ​ຕ​ະ​ພັນ​ກະ​ເສດ​ຂອງ​ອິນ​ເດຍໄດ້ ຍ້ອນ NewDehli ​ເອົາ​ໃຈ​ໃສ່​ການ​ປົກ​ປ້ອງ​ພົນ​ລະ​ເມືອງ 300 ລ​້ານ​ຄົນ​ໃນ​ເຂດ​ຜະ​ລິດ​ກະ​ສິ​ກຳ​ທີ່​ມີ​ກຳ​ລັງ​ແກ້ງ​ແຍ່ງ​ຕ່ຳ​ສຸດ​ຂອງ​ເຂົາ​ເຈົ້າ. ນັບ​ທັງ​ໃນ​ບັນ​ຫາ​ສາ​ກົນ, ພາຍ​ໃນ​ກຸ່ມ BRICS ກໍ່​ບໍ່​ມີ​ຄວາມ​ເປັນເອ​ກະ​ພາບ. ໃນ​ຂະ​ນະ​ນັ້ນ ຈີນ ຄັດ​ຄ້ານ​ເລື່ອງ​ເປີດກວ້າງ​ທີ່​ນັ່ງ​ສະ​ມາ​ຊິກ​ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ, ສ່ວນ ອິນເດຍ ມີ​ທັດ​ສະ​ນະ​ກົງ​ກັນ​ຂ້າມ​ເມື່ອ​ຖື​ວ່າ ບໍ່​ອາດ​ມີ​ພຽງ​ປະ​ເທດ​ອາ​ຊີ​ຫ​ນຶ່ງ​ດຽວ ນັ້ນ​ແມ່ນ​ຈີ​ນ ຍາດ​ໄດ້​ທີ່ນັ່ງ​ປະ​ຈຳໃນສະ​ພ​າ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ໄດ້. ສິ່ງ​ກີດ​ຂວາງ​ທັງ​ໝົດ​ດັ່ງ​ກ່າວ​ໄດ້​ເຮັດ​ໃຫ້​ການ​ຮ່ວມ​ມື BRICS ບໍ່​ທັນ​​ຄື​ດັ່ງ​ຄວາມ​ຫວັງ​ຂອງ​ແຕ່​ລະ​ປະ​ເທດສະ​ມາ​ຊິກ ລ້ວນ​ແຕ່​ແມ່ນ​ບັນ​ດາ​ປະ​ເທດ​ມະ​ຫາ​ອ​ຳ​ນາດ​ດ້ານ​ເສດ​ຖະ​ກິດ​. BRICS ພຽງ​ແຕ່​ໄດ້​ຮັບ​ຄວາມ​ສົນ​ໃຈ ເພາະ​ອິດ​ທິ​ພົນ​ຊື່​ສຽງ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ທີ່ກອງ​ປະ​ຊຸມ​ຄັ້ງ​ນີ້ ວົງ​ການນັກ​ໄຈ້​ແຍກ​ໄດ້​ໃຫ້​ຂໍ້​ສັງ​ເກດ​ວ່າ ມີ​ສັນ​ຍານ​ຫລາຍ​ຢ່າງ​ສະ​ແດງ​ໃຫ້​ເຫັນ​ວ່າ BRICS ພວມ​ຕັດ​ສິນ​ໃຈ​ລົ​ບ​ລ້າງ​ຄວາມບໍ່​ລົງ​ລອຍ​ກັນ​ເພື່ອ​ບັນ​ລຸ​ຜົນ​ງານ​ຫລາຍກວ່າ​ໃນ​ໄລ​ຍະ​ຈະ​ມາ​ເຖິງ. ກ່ອນ​ດຳ​ເນີນກອງ​ປະ​ຊຸມ, ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ Vladimir Putin ໄດ້​ຍົກ​ອອກ​ຄຳ​ຮຽ​ກ​ຮ້ອງ​ປະ​ຕິ​ຮູບ BRICS. ທັດ​ສະ​ນະ​ຂອງ ມົດ​ສະ​ກູ ແມ່ນ ຄວນ​ຊອກ​ຫາ​ມາດ​ຕະ​ການ​ໃຫ້​ແກ່​ບັນ​ດາ​ບັນ​ຫາສຳຄັນ​ຂອງ​ໂລກ. ການ​ນຳ​ບັນ​ດາ​ປະ​ເທດສະ​ມາ​ຊິກ BRICS ກໍ​ເຫັນ​ດີ​ຮັບ​ຮອງ​ເອົາ​ເລື່ອງ​ສ້າງ​ຕັ້ງ​ທະ​ນາ​ຄານ​ພ​ັດ​ທະ​ນາ​ໃຫມ່ ແລະ ຖື​ວ່າ ກຸ່ມ​ຄວນ​ມີ​ເຄື່ອງ​ມື​ດ້ານ​ການ​ເງິນ​ທີ່​ມີ​ກຳລັງ​ແຮງ​ຢ່າງ​ພຽງ​ພໍ​ເພື່ອ​ສ້າງ​ກາ​ລະ​ໂອ​ກາດ​ດ້ານ​ການ​ຄ້າ​ຫລາຍ​ຢ່າງ ກໍ​ຄ​ື​ຮ່ວມ​ສຳ​ພັນ​ໃນ​ການ​ສະ​ສົມ​ເງິນ​ຕາ​ຕ່າງ​ປະ​ເທດ ເພື່ອ​ປົກ​ປ້ອງ​ບັນ​ດາ​ປະ​ເທດ​ຕໍ່ໜ້າ​ວິ​ກິດ​ການ​ທົ່ວ​ໂລກ. ຄາດ​ວ່າ BRICS ອອກ​ຖະ​ແຫລງ​ການ​ຮ່ວມ​ກ່ຽວ​ກັບ​ບັນ​ດາ​ບັນ​ຫາ​ສະ​ຖາ​ນະ​ການ​ຄື: ວິ​ກິດ​ການ​ການ​ເມືອງ​ຢູ່ ຊີ​ຣີ, ບັນ​ຫາ​ນິວ​ເຄຼຍ​ຂອງ ອີ​ຣານ, ການ​ປອດ​ນິວ​ເຄຼຍ​ໃນ​ແຫລມ​ເກົາ​ຫລີ.

        ພາ​ຍ​ຫລັງ 5 ປີ ນັບ​ແຕ່​ເມື່ອ​ສ້າງ​ຕັ້ງ​ມາ​ຮອດ​ປະ​ຈຸ​ບັນ, ເປັນ​ທີ່​ຈະ​ແຈ້ງ​ແລ້ວ​ວ່າ​ການ​ຈະ​ເລີນ​ເຕີບ​ໂຕ​ຢ່າງ​ແຂງ​ແຮງ​ຂອງ BRICS ໄດ້​ປະ​ກອບ​ສ່ວນ​ສຳ​ຄັນ​ເພື່ອ​ກຳ​ນົດ​ພື້ນ​ຖານ​ເສດ​ຖະ​ກິດ​ທົ່ວ​ໂລກ. ແຕ່ ເພື່ອ​ໃຫ້​ກາຍເປັນ​ອົງ​ການ​ແຂງ​ແຮງ​ໃນ​ພື້ນ​ຖານ​ເສດ​ຖະ​ກິດ​ໂລກ, BRICS ຄວນ​ສະ​ແດງ​ໃຫ້​ເຫັນ​ຄວາມ​ຕັດ​ສິນ​ໃຈ​ຢ່າງ​ແຂງ​ແຮງກວ່າ​ອີກໃນ​ການ​ກະ​ທຳ ຫາກບໍ່​ແມ່ນ​ຄຳ​ໝັ້ນ​ສັນ​ຍາ​ລວມ. ການ​ພົບ​ປະ​ຢູ່ ອາ​ຟ​ຼິ​ກາ​ໃຕ້​ຄັ້ງ​ນີ້ ໄດ້​ຮັບ​ຄວາມຫວັງ​ວ່າ​ຈະ​ນຳ​ມ​າ​ເຊິ່ງ​ໂສມ​ຫ​ນ້າ​ໃຫມ່​ໃຫ້​ແກ່ BRICS.


ຕອບກັບ

ຂ່າວ/ບົດ​ອື່ນ