Kwangmyongsong – 3 ແລະ ຄວາມວິຕົກກັງວົນຂອງປະຊາຄົມໂລກ

Kwangmyongsong – 3 ແລະ ຄວາມວິຕົກກັງວົນຂອງປະຊາຄົມໂລກ - ảnh 1
​ດາວ​ທຽມ​ສຳ​ຫຼວດໜ່ວຍ​ໂລກ Kwangmyongsong – 3
ຂອງ ສ.ປ.ປ.ເກົາຫຼີໄດ້ຖືກສົ່ງຂຶ້ນ​ສູ່​ວົງ​ໂຄຈອນ​ (ພາບ:internet)


(vovworld)  ວັນ​ທີ 12/12, ສ.ປ.ປ. ​ເກົາຫຼີ ໄດ້ຍິງ ລູກສອນ​ໄຟ​ໄລຍະ​ໄກ​ສົ່ງ​ດາວ​ທຽມ​ສຳ​ຫຼວດໜ່ວຍ​ໂລກ Kwangmyongsong – 3 ຂຶ້ນ​ສູ່​ວົງ​ໂຄຈອນ​ຢ່າງ​ສຳ​ເລັດ​ຜົນ. ການ​ກະທຳ​ນີ້ ​ໄດ້​ເຮັດ​ໃຫ້​ປະຊາ​ຄົມ​ໂລກ​ມີ​ຄວາມ​ຕົກສະ​ເງີ້.      ກ່ອນ​ອື່ນ​ໝົດ​ແມ່ນ​ຕ້ອງ​ຢືນຢັນ​ວ່າ ​ ສ.ປ.ປ. ​ເກົາຫຼີ ຍິງ​ດາວ​ທຽມ​ໃນ​ວັນ​ທີ 12/12 ​ແມ່ນ​ໄດ້​ເຮັດ​ໃຫ້ຫາງ​ສຽງມີ​ຄວາມ​ຕົກສະ​ເງີ້​ເພາະວ່າ ກ່ອນ​ໜ້າ​ນັ້ນ ບັນດາ​ຂໍ້​ມູນ​ຂ່າວສານ​ກ່ຽວ​ກັບ​ກໍລະນີ​ປະ​ເທດ​ນີ້​ເລື່ອນ​ເວລາຍິງ​ດາວ​ທຽມ​ໄດ້​ຖືກ​ຍົກ​ອອກ​ມາ​ຢ່າງ​ຫຼວງ​ຫຼາຍ, ຊ້ຳ​ບໍ​ໜຳ ​ແຜນການ​ຍິງ​ດາວ​ທຽມ​ໄດ້​ຖືກ​ຢັ້ງຢືນ​ວ່າ ​ແມ່ນ​ເລື່ອນ​ເວລາ​ຮອດ​ວັນ​ທີ 29/12. ຄະນະ​ກຳມະການ​​ເຕັກ​ໂນ​ໂລ​ຢີຍານ​ອາ​ວະ​ກາດ​ແຫ່ງ ສ.ປ.ປ. ​ເກົາຫຼີ​ໃຫ້​ຮູ້​ວ່າ ບັນດາ​ນັກວິທະຍາສາດ ​ແລະ ນັກ​ວິ​ສາວະ​ກອນ​ພວມ​ຊັງ​ຊາ​ຢ່າງ​ເຂັ້ມ​ງວດ​ກ່ຽວ​ກັບ​ກໍລະນີ​ໂຈະ​ການ ຍິງ​ດາວ​ທຽມ​ເພາະວ່າ ​ໃນ​ວິວັດ​ການ​ກະກຽມ​ໄດ້​​ພົບ​ເຫັນ​ຄວາມ​ຕິດ​ຂັດ​ດ້ານ​ເຕັກນິກ​ໃນ​ລະບົບ​ເຄື່ອງ​ຈັກ​ຄວບ​ຄຸມ​ຊັ້ນ​ທີ່ 1 ຂອງ​ລູກ​ສອນ​ໄຟ. ສະ​ຖາ​ບັນຄົ້ນ​ຄ້ວາ ອາ​ເມ​ລິ​ກາ-ສ.​ເກ​ົາຫຼີ ສັງກັດມະຫາວິທະຍາ​ໄລ Johns Hopkins ​ໃຫ້​ຂໍ້​ສັງ​ເກດ​ວ່າ ວິວັດ​ການ​ກະກຽມ ຍິງ​ດາວ​ທຽມ ອາດ​ຈະ​ຖືກ​ເລື່ອນ​ເວລາ​ໄປ​ຍ້ອນ​ຫິມະ​ຕົກໜັກ​. ​ໃນ​ຂະນະ​ນັ້ນ, ສຳນັກ​ຂ່າວສານ Yonhap ຂອງ​ ສ.​ເກົາຫຼີ​ໃຫ້​ຮູ້​ວ່າ ສ.ປ.ປ. ​ເກົາຫຼີ ຕ້ອງ​ໂຈະ​ການ ຍິງ​ດາວ​ທຽມຍ້ອນ​ຄວາມ​ຕິດ​ຂັດ​ດ້ານ​ເຕັກນິກ, ຊ້ຳ​ບໍ​ໜຳ​ຍັງ​ມີ​ແຫຼ່ງຂ່າວ​ໃຫ້​ຮູ້​ວ່າ ພຽງ​ຢາງ​ເລີ່​ມມ້າງ​ຮື້​ລູກ​ສອນ​ໄຟ​ໄລ​ຍະ​ໄກ​ເພື່ອ​ແກ້​ໄຂ​ຄວາມ​ຕິດ​ຂັດ​ດ້ານ​ເຕັກນິກ. ​ແຕ່ ຄວາມ​ຈິງ​ພັດ​ກົງກັນຂ້າມ​ກັບ​ບັນດາ​ຂໍ້​ມູນ​ຂ່າວສານ​ດັ່ງກ່າວ.

    ຖ້າຫາກວ່າ ການ​ກະທຳຍິງ ລູກສອນ​ໄຟ​ໄລຍະ​ໄກ​ສົ່ງ​ດາວ​ທຽມ​ສຳ​ຫຼວດໜ່ວຍ​ໂລກ Kwangmyongsong – 3 ຂຶ້ນ​ສູ່​ວົງ​ໂຄຈອນຂອງ ສ.ປ.ປ. ​ເກົາຫຼີ​ເມື່ອວັນ​ທີ 12/12 ​ໄດ້​ເຮັດ​ໃຫ້​ປະຊາ​ຄົມ​ໂລກ​ມີ​ຄວາມ​ຕົກສະ​ເງີ້ນັ້ນ, ກົງກັນຂ້າມຫາງ​ສຽງ​ພັດບໍ່​ຕົກສະ​ເງີ້​ຂະນະ​ທີ່​ຫຼັງ​ຈາກ​ນັ້ນ ບັນດາປະ​ເທດ​ໃນ​ໂລກ ​ແລະ ສະພາ​ຄວາມ​ໝັ້ນຄົງ ສ.ປ.ຊ ​ໄດ້​ພ້ອມໆ​ກັນ​ອອກ​ຖະ​ແຫຼ​ງການຄັດຄ້ານການ​ກະທຳ​ຂອງ​ພຽງ​ຢາງ. ຫຼາຍ​ປະ​ເທດ​ໄດ້​ຖື​ວ່າ ການ​ກະທຳ​ຂອງ​ພຽງ​ຢາງ​ແມ່ນ​ເກາະ​ຜິດ, ລະ​ເມີດ​ບັນດາ​ມະຕິ​ຂອງ ສ.ປ.ຊ ກ່ຽວ​ກັບ​ເລື່ອງ​ເກືອດ​ຫ້າມ​ການ​ຂະຫຍາຍ​ລູກ​ສອນ​ໄຟ​ນຳ​ວິຖີ ທີ່​ບໍ່​ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດ​ໃຫ້​ແກ່​ສະຖຽນ​ລະ​ພາບ​ໃນ​ພາກ​ພື້ນ ​ແລະ ອາດ​ຈະ​ກໍ​ຜົນ​ກະທົບ​ທີ່​ຫຍໍ້​ທໍ້. ​ໂຄສົກກະຊວງ​ການ​ຕ່າງປະ​ເທດ​ຈີນ ທ່ານ ຫົງ​ເລີ້​ຍ ​ໃຫ້​ຮູ້ວ່າ ຈີນ​ມີ​ຄວາມ​ເສຍດາຍ​ຕໍ່​ເລື່ອງ ສ.ປ.ປ. ​ເກົາຫຼ ີຍິງ​ດາວ​ທຽມ ​ແລະ ປາດ​ຖະໜາວ່າ ທຸກ​ຝ່່າຍທີ່​ກ່ຽວຂ້ອງ​ຈົ່ງ​ມີ​​ຄວາມ​ທຸ່ນທ່ຽງ ​ເພື່ອ​ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ​ໃນ​ແຫຼມ​ເກົາຫຼີ. ກະຊວງການ​ຕ່າງປະ​ເທດ​ລັດ​ເຊຍ​ໄດ້​ກະຕຸກ​ຊຸກຍູ້​ໃຫ້​ທຸກໆ​ຝ່າຍ​ບໍ່​ຄວນປະ​ໃຫ້​ສະພາບ​ການ​ເພີ່ມ​ຄວາມ​ເຄັ່ງ​ຕຶງຂຶ້ນ.

    ກົງກັນຂ້າມ​ກັບຄວາມ​ວິຕົກ​ກັງ​ວົນຂອງ ປະຊາ​ຄົມ​ໂລກ, ພຽງ​ຢາງ​ພັດ​ຖື​ວ່າ ​ເລື່ອງ ຍິງ​ດາວ​ທຽມຢ່າງ​ສຳ​ເລັດ​ຜົນ ປຽບ​ເໝືອນ​ບາດກ້າວ​ບຸກທະລຸ​ໃນ​ຂົງ​ເຂດ​ວິທະຍາສາດ ​ແລະ ​ເສດຖະກິດ​ຂອງ​ປະ​ເທດ​ຊາດ. ໂຄສົກກະຊວງ​ການ​ຕ່າງປະ​ເທດຂອງ ສ.ປ.ປ. ​ເກົາຫຼີຢືນຢັນ​ວ່າ​ ກໍ​ລະ​ນີ ຍິງ​ດາວ​ທຽມ​ແມ່ນ​ສ່ວນ​ໜຶ່ງ​ຂອງ​ວຽກ​ງານ​ເພື່ອ​ຈຸດປະສົງສັນຕິພາບ, ສອດຄ່ອງ​ກັບ​ແຜນການ​ພັດທະນາ​ທາງ​ດ້ານ​ວິທະຍາສາດ ​ເຕັກ​ໂນ​ໂລ​ຢີຂອງ ສ.ປ.ປ. ​ເກົາຫຼີ ​ແນ​ໃສ່​ສ້າງ​ເສດຖະກິດ ​ແລະ ຍົກ​ສູງ​ຊີວິດ​ການ​ເປັນ​ຢູ່​ໃຫ້​ແກ່​ປະຊາຊົນ. ນອກຈາກ​ນັ້ນ, ຕາມ ສ.ປ.ປ. ​ເກົາຫຼີ ​ແລ້ວ, ສິດ​ນຳ​ໃຊ້​ອະ​ວະ​ກາດ​ເພື່ອ​ຈຸດປະສົງ​ສັນຕິພາບ​ໄດ້​ຮັບ​ການ​ຢັ້ງຢືນ​ໃນ​ກົດໝາຍ​ສາກົນ ​ແລະ ມັນ​ໄດ້​ສ່ອງ​ແສງ​ເຈດ​ຈຳນົງ​ຂອງ​ປະຊາ​ຄົມ​ໂລກ. ​ເພາະສະ​ນັ້ນ, ພຽງ​ຢາງ​ຈະ​ສືບ​ຕໍ່​ປະຕິບັດ​ສິດ​ອັນ​ຖືກຕ້ອງ​ຕາມ​ກົດໝາຍ​ຂອງ​ຕົນ​ກ່ຽວ​ກັບ​ ການຍິງ​ດາວ​ທຽມ ພ້ອມ​ທັງ​ຮຽກຮ້ອງ​ໃຫ້ປະຊາ​ຄົມ​ໂລກຈົ່ງ​ທຸ່ນ​ທ່ຽງ​​ໃຈ, ບໍ່​ປະ​ໃຫ​້ສະພາບ​ການ​ຫັນໄປ​ສູ່​ແນວ​ໂນ​້ມຫຍໍ້​ທໍ້.

   ບັນດາ​ນັກ​​ໄຈ້​ແຍກ​ລ້ວນ​ແຕ່​ຖື​ວ່າ ​ເລື່ອງ ສ.ປ.ປ. ​ເກົາຫຼີ ສາມາດ​ສົ່ງ​ດາວ​ທຽມ​ຂຶ້ນ​ສູ່​ວົງ​ໂຄຈອນ ​ແມ່ນ​ມີ​ຄວາມໝາຍ​ເຊັ່ນ​ດຽວ​ກັນ​ກັບ​ເລື່ອງ​ມີ​ເຕັກ​ໂນ​ໂລ​ຢີຍິງ​ລູກ​ສອນ​ໄຟ​ໄປ​ຍັງ​ພາກ​ພື້ນ​ທີ່​ເປັນ​ເປົ້າ​ໝາຍ ຫຼື​ເວົ້າ​ແນວ​ອື່ນ​ວ່າ ດ້ວຍ​ເລື່ອງ ຍິງ​ດາວ​ທຽມ​ຂຶ້ນ​ສູ່​ວົງ​ໂຄຈອນ​ຢ່າງ​ສຳ​ເລັດ​ຜົນ​ນັ້ນ, ພຽງ​ຢາງ​​ສາມາດຄອບ​ງຳ​ເປົ້າ​ຍິງ​ຂອງ​ລູກ​ສອນ​ໄຟ​ໄດ້. ສິ່ງ​ດັ່ງກ່່າວຍັງ​ມີ​ຄວາມ​ໝາຍ​ກ່ວາ ຂະນະ​ທີ່​​ໃນການ​ສະ​ຖີຕິ​, ​ເຖິງ​ວ່າ ສ.ປ.ປ. ​ເກົາຫຼີ ສາມາດ​ປະສົບ​ຜົນສຳ​ເລັດ​ທາງດ້ານ​ເຕັກ​ໂນ​ໂລ​ຢີ​ໄລ​ຍະ​ສັ້ນ ​ແລະ ​ໄລຍະ​ປານ​ກາງ​ກໍ​ຕາມ, ​ແຕ່​ໃນ​ການ​ຍິງ​ລູກ​ສອນ​ໄຟ​ໄລຍະ​ໄກ​ຄັ້ງ​ກ່ອນໆ​ຄື​ໃນ​ປີ 1998, 2006, 2009 ​ແລະ ຄັ້ງ​ຫຼ້າ​ສຸດ​ແມ່ນ​ໃນ​ເດືອນ 4/2012 ລ້ວນ​ແຕ່​ຖືກ​ປະລາ​ໄຊ.

    ​ແລະ​ ສຸດ​ທ້າຍ, ສ.ປ.ປ.ເກົາຫຼີ ໄດ້​ສົ່ງ​ດາວ​ທຽມ​ສຳ​ຫຼວດໜ່ວຍ​ໂລກ Kwangmyongsong – 3 ຂຶ້ນ​ສູ່​ວົງ​ໂຄຈອນດ້ວຍລູກສອນ​ໄຟ​ໄລຍະ​ໄກ​ຢ່າງ​ສຳ​ເລັດ​ຜົນ. ກົງກັນຂ້າມກັບ​ຄວາມ​ພາກພູມ​ໃຈ​ຂອງ​ປະຊາຊົນ ສ.ປ.ປ. ​ເກົາຫຼີ, ມີ​ນັກ​​ໄຈ້​ແຍກ​ຫຼາຍ​ຄົນ​ມີ​ຄວາມ​ວິຕົກ​ກັງ​ວົນ​ຕໍ​ການ​ກະທຳ​ຂອງສ.ປ.ປ. ​ເກົາຫຼີ​ຈະ​ສົ່ງ​ຜົນ​ສະທ້ອນ​ທີ່​ບໍ່​ດີ​ເຖິງ​ຄວາມ​ມານະ​ພະຍາຍາມ​ຊອກ​ຫາ​ມາດຕະ​ການ​ແກ້​ໄຂ​ບັນຫາ​ໃນ​ແຫຼມ​ເກົາຫຼີ​ໂດຍ​ສັນຕິ​ວິທີ ​ແລະ ບໍ່​ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດ​ໃຫ້​ແກ່​ສະຖຽນ​ລະ​ພາບ​ໃນ​ພາກ​ພື້ນ.
ຂ່າວ/ບົດ​ອື່ນ