ກອງ​ປ​ະ​ຊຸມສຸດຍອດ BRICS: ຊຸກ​ຍູ້​ຜົນ​ປະ​ໂຫຍດ​ຂອງ​ໂລ​ກ​ທາງ​ທິດ​ໃຕ້

(VOVWORLD) - ໂດຍໄດ້ດຳເນີນແຕ່ວັນທີ 22 ຕຸລາຫາວັນທີ 24 ຕຸລາຢູ່ນະຄອນKazan, ສະຫະພັນລັດເຊຍກອປະຊຸມສຸດຍອດບັນດາພື້ນຖານເສດຖະກິດຫາກໍ່ພົ້ເດັ່ນຂຶ້ນ (BRICS) ີນີ້ໄດ້ຮັບການຄາດຫວັງຈະສືບຕໍ່ຍົກສູງອົງການນີ້ກາຍເປັນຂົ້ວສິດອຳນາດໃໝ່ຂອງໂລກທາງທິດໃຕ້ໃນການພົວພັນສາກົນ.
ກອງ​ປ​ະ​ຊຸມສຸດຍອດ BRICS: ຊຸກ​ຍູ້​ຜົນ​ປະ​ໂຫຍດ​ຂອງ​ໂລ​ກ​ທາງ​ທິດ​ໃຕ້ - ảnh 1ສະຖານທີ່ຈັດຕັ້ງກອງປະຊຸມສຸດຍອດ BRICS (ພາບ: Reuters)

ດ້ວຍຫົວຂໍ້ “ເພີ່ມທະວີລັດທິຫຼາຍຝ່າຍ ເພື່ອການພັດທະນາ ແລະ ຄວາມໝັ້ນຄົງທົ່ວໂລກແຫ່ງຄວາມສະເໝີພາບ”, ກອງປະຊຸມສຸດຍອດ BRICS ປີນີ້ ຢູ່ລັດເຊຍ ເຕົ້າໂຮມການນຳຂັ້ນສູງ 9 ປະເທດສະມາຊິກ BRISC (ລັດເຊຍ, ບຣາຊິນ, ອິນເດຍ, ຈີນ, ອາບຟຼິກກາໃຕ້, ເອຢິບ, ເອທີໂອເປຍ, ອີຣານ, UAE) ພ້ອມກັບການນຳ 20 ທ່ານຂອງບັນດາປະເທດຄູ່ຮ່ວມມື ແລະ ອົງການຈັດຕັ້ງສາກົນ.

ຖານະບົດບາດທີ່ນັບມື້ນັບເພີ່ມຂຶ້ນ

ດ້ວຍການຄັດເລືອກຫົວຂໍ້ຂອງກອງປະຊຸມສຸດຍອດ BRICS ປີນີ້ ທີ່ສະແດງໃຫ້ເຫັນຢ່າງຈະແຈ້ງບັນດາການກະທຳບຸລິມະສິດເຊິ່ງປະເທດເຈົ້າພາບລັດເຊຍ ຢາກຊຸກຍູ້, ເຊິ່ງກ່ຽວຂ້ອງເຖິງ 3 ຫົວຂໍ້ໃຫຍ່ລວມມີ: ການເມືອງ - ຄວາມໝັ້ນຄົງ, ເສດຖະກິດ - ການເງິນ ແລະ ວັດທະນະທຳ - ມະນຸດສະທຳ. ກ່າວຄຳເຫັນທີ່ການຖະແຫຼງຂ່າວກ່ອນກອງປະຊຸມສຸດຍອດ, ທ່ານ Vladimir Putin ປະທານາທິບໍດີ ລັດເຊຍ ຢັ້ງຢືນວ່າ ບົດບາດຂອງ BRICS ໃນການພົວພັນສາກົນພວມນັບມື້ນັບໃຫຍ່ກ່ວາ, ສະແດງໃຫ້ເຫັນທຸກແງ່ມູມດ້ານເສດຖະກິດ, ພູມີສາດການເມືອງ, ຄວາມໝັ້ນຄົງ ກໍ່ຄືການຊຸກຍູ້ການພົບປະແລກປ່ຽນ, ການຮ່ວມມືລະຫວ່າງບັນດາພື້ນຖານວັດທະນະທຳ, ທ່ານປະທານາທິບໍດີ ລັດເຊຍ Vladimir Putin ເນັ້ນໜັກວ່າ:

ໃນຮອບເວລາ 10 ປີມານີ້, ກ່ວາ 40%ການເຕີບໂຕ GDP ທົ່ວໂລກແມ່ນມາຈາກບັນດາປະເທດ ສະມາຊິກ BRICS ແລະ ຕາມບັນດາຕົວເລກໃນປັດຈຸບັນຂອງປີນີ້, ການເຕີບໂຕເສດຖະກິດ ສະເລ່ຍຂອງ ບັນດາປະເທດ BRISC ແມ່ນ 4%, ສູງກ່ວາລະດັບການເຕີບໂຕສະເລ່ຍຂອງບັນດາພື້ນຖານເສດຖະກິດພັດທະນາ G7 ແມ່ນ 1,7% ແລະ ສູງກວ່າການຄາດຄະເນການເຕີບໂຕສະເລ່ຍທົ່ວໂລກແມ່ນ 3,2%.

ຖານະບົດບາດໃໝ່ຂອງ BRICS ພວມໄດ້ຮັບຮູ້ຢ່າງຈະແຈ້ງກ່ວາ ເມື່ອປຽບທຽບກັບ G7, ພິເສດ ເມື່ອແຜນວາດ ການເຕີບໂຕຂອງສອງຝ່າຍນັບມື້ນັບມີທ່າອ່ຽງກົງກັນຂ້າມກັນ. ຕາມບັນດາຕົວເລກຂອງກອງທຶນເງິນຕາສາກົນ (IMF), ປັດຈຸບັນ ບັນດາປະເທດ BRICS ກວມເອົາ 45% ປະຊາກອນໂລກ ແລະ ກວມເອົາ 35% GDP ທົ່ວໂລກໃນຂະນະ G7 ກວມເອົາພຽງແຕ່ 10% ປະຊາກອນ ແລະ 30% GDP ໂລກເທົ່ານັ້ນ. ຮອດທ້າຍທົດສະວັດນີ້, ອັດຕາຖ່ວງ GDP ຂອງບັນດາປະເທດ BRICS ໃນເສດຖະກິດທົ່ວໂລກ ຈະເພີ່ມຂຶ້ນ 37% ໃນຂະນະທີ່ອັດຕາຖ່ວງຂອງ G7 ຈະຫຼຸດລົງເຫຼືອ 28%. ຊ້ຳບໍ່ໜຳ, ໄລຍະຫ່າງນີ້ອາດຈະໃຫຍ່ກ່ວາ ເມື່ອ BRICS ຮັບສະມາຊິກໃໝ່ໃນຊຸມປີຕໍ່ໄປ.

ກອງ​ປ​ະ​ຊຸມສຸດຍອດ BRICS: ຊຸກ​ຍູ້​ຜົນ​ປະ​ໂຫຍດ​ຂອງ​ໂລ​ກ​ທາງ​ທິດ​ໃຕ້ - ảnh 2ທ່ານ Vladimir Putin ປະທານາທິບໍດີ ລັດເຊຍ (ພາບ: RIA NOVOSTI)

ສິ່ງສຳຄັນທີ່ສຸດແມ່ນ ຕາມນັກຊ່ຽວຊານຫຼາຍທ່ານແລ້ວ, BRICS ພວມນັບມື້ນັບປະຕິບັດສຳເລັດການຈັດຕັ້ງ ແລະ ຍຸດທະສາດທີ່ມີຂອບຂະໜາດພູມີສາດທີ່ຍິ່ງໃຫຍ່ກວ່າ, ຫຼຸດພົ້ນອອກຈາກບົດບາດໃນເບື້ອງຕົ້ນແມ່ນ ກຸ່ມຮ່ວມມືດ້ານເສດຖະກິດ ລະຫວ່າງບັນດາພື້ນຖານເສດຖະກິດຫາກໍ່ພົ້ນເດັ່ນຂຶ້ນ. ພາຍຫຼັງກອງປະຊຸມສຸດຍອດ BRISC ປີ 2023 ຢູ່ ອາບຟຼິກກາໃຕ້, ກຸ່ມໄດ້ຮັບສະມາຊິກໃໝ່ຕື່ມອີກ 4 ປະເທດ ແລະ ປັດຈຸບັນມີຫຼາຍປະເທດຄື: ຕວັກກີ, ໄທ, ກຸຍບາ… ກໍ່ໄດ້ສະແດງຄວາມຫວັງຢ່າງເປີດເຜີຍວ່າ ຈະເຂົ້າເປັນສະມາຊິກຂອງ BRISC. ທ່ານ Raymond Matlala ປະທານສະມາຄົມ BRICS ໜຸ່ມ ອາບຟຼິກກາໃຕ້ ໃຫ້ຂໍ້ສັງເກດວ່າ:

BRICS ແມ່ນສຽງເວົ້າຂອງໂລກທິດໃຕ້, ໃນບາງກົນໄກຫຼາຍຝ່າຍໂດຍຝ່າຍຕາເວັນຕົກຄອບງຳ. ບໍ່ມີກົນໄກ ຫຼືອົງການໃດ ທີ່ສາມາດເຮັດໃຫ້ໂລກທາງໃຕ້ຫຼຸດອອກຈາກຄວາມເປັນລະບຽບຮຽບຮ້ອຍຂອງໂລກໃນປັດຈຸບັນ. ມີພຽງແຕ່ BRISC, ດ້ວຍສຽງເວົ້າ ແລະ ການຮ່ວມມືຢ່າງແຮງ ຈະສາມາດເຮັດໄດ້ສິ່ງນັ້ນ.

ສ້າງບັນດາຍຸດທະສາດໃໝ່

ໂດຍສະແດງໃຫ້ເຫັນຄວາມຕັດສິນໃນການສ້າງຖານະບົດບາດທີ່ມີຄວາມສະເໝີພາບກ່ວາໃຫ້ແກ່ໂລກທາງທິດໃຕ້, ຢູ່ກອງປະຊຸມສຸດຍອດ BRICS ປີນີ້, ໜຶ່ງໃນບັນດາຫົວຂໍ້ຈຸດສຸມ ໂດຍບັນດາການນຳ BRISC ໄດ້ປຶກສາຫາລືນັ້ນແມ່ນການສ້າງລະບົບຊຳລະສະສາງສາກົນໃໝ່, ເປັນເອກະລາດກັບລະບົບຊຳລະສະສາງສາກົນໃນປັດຈຸບັນ, ສ່ວນຫຼາຍແມ່ນບັນດາທະນາຄານ ແລະ ລະບອບລະບຽບການການເງິນຝ່າຍຕາເວັນຕົກ ຄຸ້ມຄອງ. ແຜນການນີ້ ບໍ່ພຽງແຕ່ມີຄວາມໝາຍສຳລັບ ລັດເຊຍ, ປະເທດທີ່ພວມຖືກຝ່າຍຕາເວັນຕົກຈັດວາງຄຳສັ່ງລົງໂທດເປັນຈຳນວນຫຼາຍ ນັບແຕ່ເວລາເກີດການປະທະກັນຢູ່ ຢູແກຼນໃນເດືອນ ກຸມພາ 2022 ເທົ່ານັ້ນ, ຫາກຍັງແມ່ນຍຸດທະສາດໂດຍບັນດາປະເທດສະມາຊິກ ຂອງ BRICS ສະໜັບສະໜູນ, ຍ້ອນວ່າບັນດາປະເທດນີ້ບໍ່ຢາກ       ຂຶ້ນກັບລະບົບການເງິນຝ່າຍຕາເວັນຕົກ ແລະ ຮັບຄວາມສ່ຽງຈາກບັນດາການຕັດສິນແບບພຽງລຳພັງຝ່າຍດຽວໃນອະນາຄົດ.

ໃນຕົວຈິງ, ຫົວຂໍ້ນີ້ BRICS ເຄີຍໄດ້ ປຶກສາຫາລືຢູ່ກອງປະຊຸມສຸດຍອດໃນປີ 2023 ຢູ່ ອາບຟຼິກກາໃຕ້ ແລະ ໄປຄຽງຄູ່ກັບຄວາມຫວັງຢາກກໍ່ສ້າງລະບົບຊຳລະສະສາງສາກົນໃໝ່, ບັນດາສະມາຊິກຂອງ BRICS ຍັງມີຄຳເຫັນເວົ້າເຖິງການສ້າງສະກຸນເງິນລວມໃຫ້ແກ່ BRICS. ທ່ານ Theresa Fallon, ຜູ້ສ້າງສູນຄົ້ນຄ້ວາລັດເຊຍ, ເອີລົບ ແລະ ອາຊີ ຢູ່ ບຣູກແຊນ (ແບນຊິກ) ໃຫ້ຂໍ້ສັງເກດວ່າ:

ມີ ສອງປະເທດໃນກຸ່ມ BRICS ເປີດກວ້າງ, ແມ່ນ ບຣາຊິນ ແລະ ອິນເດຍປັດຈຸບັນ ຢາກກໍ່ສ້າງຕື່ມ ຫຼື ຮັກສາແງ່ມູມທີ່ບໍ່ເຊື່ອມຕໍ່ໃນກຸ່ມ, ນັ້ນ. ດັ່ງນັ້ນ ຕ້ອງລໍຖ້າເບິ່ງວ່າ BRICS ຈະແກ້ໄຂບັນດາບັນຫານີ້ຄືແນວໃດ

ໜຶ່ງໃນບັນດາບັນຫາໃຫຍ່ອື່ນ ເຊິ່ງບັນດາການນຳ BRICS ຕ້ອງຍົກອອກມາປຶກສາຫາລືຢູ່ Kazan ແມ່ນການຮັບເອົາສະມາຊິກໃໝ່. ໃນການຖະແຫຼງການກ່ອນນີ້ບໍ່ດົນ, ທ່ານລັດຖະມົນຕີກະຊວງການຕ່າງປະເທດ ລັດເຊຍ Sergei Lavrov ຖືວ່າ BRICS ຕ້ອງຢຸດຕິການຮັບເອົາສະມາຊິກໃໝ່ໃນໄລຍະໜຶ່ງ ເພື່ອຮັກສາການຈັດຕັ້ງປະຕິບັດມີສະຖຽນລະພາບ ແລະ ກຳນົດບັນດາເປົ້າໝາຍຍຸດທະສາດສັງລວມ. ເຖິງຢ່າງໃດກໍຕາມ, ໄລຍະຜ່ານມາມີຫຼາຍປະເທດຍັງສະແດງຄວາມປາດຖະໜາຢາກເຂົ້າເປັນ ສະມາຊິກ BRICS, ໃນນັ້ນເປັນໜ້າສົນໃຈແມ່ນ ຕວັກກີ, ປະເທດສະມາຊິກຊອງສົນທິສັນຍາອັດລັງຕິກເໜືອ (NATO) ແລະ ກໍ່ພວມແມ່ນປະເທດ ຂໍເຂົ້າເປັນສະມາຊິກສະຫະພາບ ເອີລົບ (EU). ການຮັບສະມາຊິກໃໝ່ຄື ຕວັກກີ ອາດຈະເພີ່ມກຳລັງດ້ານການເມືອງ ແລະ ເສດຖະກິດໃຫ້ແກ່ BRICS ແຕ່ກໍ່ເກີດບັນຫາທີ່ຫຍຸ້ງຍາກກ່ຽວກັບຍຸດທະສາດໃນໄລຍະຍາວ, ໃນຂະນະທີ່ BRICS ຢາກສ້າງຖານະບົດບາດ ແລະ ສີສັນສະເພາະຂອງຕົນ ເພື່ອຮັບໃຊ້ໃຫ້ແກ່ຜົນປະໂຫຍດຂອງໂລກທາງທິດໃຕ້.

ຕອບກັບ

ຂ່າວ/ບົດ​ອື່ນ