ກອງປະຊຸມສຸດຍອດ EU ຕໍ່ໜ້າການທ້າທາຍດ້ານງົບປະມານ

(vovworld) – ​ກອງ​ປະຊຸມ​ສຸດ​ຍອດ​ສະຫະພາບ​ເອີ​ລົບ (EU) ຈະ​ດຳ​ເນີນ​ໃນ​ລະຫວ່າງ​ວັນ​ທີ 7 – 8/2 ຈະ​ມາ​ເຖິງ, ຢູ່ ບຮຸກ​​ເຊັນ ປະ​ເທດ​ແບນ​ຊິກ. ​ເນື້ອ​ໃນ​ຕົ້ນ​ຕໍ່​ຂອງ​ກອງ​ປະຊຸມ ​ແມ່ນ​ວາລະ​ປຶກສາ​ຫາລື​ກ່ຽວ​ກັບ​ງົບປະມານ​ໄລຍະ 2014 – 2020, ກ່ອນ​ທີ່​ຈັດ​ກອງ​ປະຊຸມ, ບັນດາ​ເຈົ້າ​ໜ້າ​ທີ່​ຂອງ​ຫຼາຍ​ປະ​ເທດ​ໃນ​ກຸ່ມ​ນີ້ ​ໄດ້​ສະ​ແດງ​ຄວາມ​ວິຕົກ​ກັງວົນ​ຕໍ່​ຄວາມ​ສາມາດ​ບັນລຸ​ໄດ້​ຂໍ້​ຕົກລົງ​ກ່ຽວ​ກັບ​ງົບປະມານ​ທີ່​ມີ​ມູນ​ຄ່າ 1000 ຕື້​ກວ່າ​ເອີ​ໂຮ.

ກອງປະຊຸມສຸດຍອດ EU ຕໍ່ໜ້າການທ້າທາຍດ້ານງົບປະມານ - ảnh 1

ບັນດາການນຳອີຢູສືບຕໍ່ຮັບມືທີ່ກອງປະຊຸມສຸດຍອດ EUຄັ້ງນີ້

ຕາມ​ຂໍ້​ສັງ​ເກດ​ຂອງ​ປະທານາທິບໍດີ​ຝລັ່ງ Francois Hollande ​ແລະ ນາຍົກລັດຖະມົນຕີ ອີ​ຕາ​ລີ Mario Monti ​ແລ້ວ, ການ​ເຈລະຈາ​ຄັ້ງ​ຕ່າງໆ​ກ່ຽວ​ກັບ​ງົບປະມານ​ຂອງ​ EU ​ໃຫ້​ແກ່​ໄລຍະ 2014 – 2020 ນັບ​ມື້​ນັບ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ. ​ວັນ​ທີ 3/2, ຢູ່ Elysee, ປະທານາທິບໍດີ​ຝລັ່ງ Francois Hollande ​ແລະ ນາຍົກລັດຖະມົນຕີ ອີ​ຕາ​ລີ Mario Monti ​ໄດ້​ອອກ​ຖະ​ແຫຼ​ງການ​ຮ່ວມ ຝລັ່ງ - ອີ​ຕາ​ລີ ​ໂດຍ​ໃຫ້​ຂໍ້​ສັງ​ເກດ​ວ່າ, EU ບໍ່​ທັນ​ມີ​ເງື່ອນ​ໄຂ​ອັນ​ຈຳ​ເປັນ​ຕ່າງໆ ​ເພື່ອ​ສາມາດ​ບັນລຸ​ໄດ້​ຂໍ້​ຕົກລົງ​ກ່ຽວ​ກັບ​ງົບປະມານ. ປະທານາທິບໍດີ​ຝລັ່ງ Francois Hollande ກ່າວ​ເຕືອນ​ວ່າ, ​ເຖິງ​ວ່າ​ຝລັ່ງປາດຖະໜາ​ຢາກ​ບັນລຸ​ໄດ້​ຂໍ້​ຕົກລົງ​ນີ້ທີ່​ສຸດ​ກໍ່ຕາມ, ​ແຕ່​ທ່ານ​ກໍ່​ເຫັນ​ວ່າ​ຈະ​ບໍ່​ບັນລຸ​ໄດ້​ຂໍ້​ຕົກລົງ​ໃນ​ທັນທີ. ສ່ວນ​ທ່ານນາງ​ນາຍົກ​ລັດຖະມົນຕີ​ເຢຍລະ​ມັນ Angela Merkel ກໍ່​ຍອມຮັບ​ວ່າ, ທ່ານ​ນາງ​ໄດ້​ກຽມພ້ອມ​ດ້ານ​ຈິດ​ໃຈ​ໃຫ້​ແກ່​ການ​ເຈລະຈາ​ທີ່​ຫຍຸ້ງຍາກ​ນີ້​ແລ້ວ. ​ໃນ​ຂະນະ​ນັ້ນ, ປະທານ​ລັດຖະສະພາ​ເອີ​ລົບ (EP), ທ່ານ Martin Schulz, ກໍ່​ກ່າວ​ເຕືອນ​ວ່າ​ອະນາຄົດ​ຂອງ EU ອາດ​ຈະ​ປະສົບ​ກັບ​ຄວາມ​ສ່ຽງ. ທ່ານ​ຮຽກຮ້ອງ​​ໃຫ້ຮັບຮອງ​ເອົາບ້ວງ​ງົບປະມານດັ່ງກ່າວ ​ເພື່ອ ຍູ້​ສະພາບ​ຂາດ​ຄວາມ​ສະ​ເໝີ​ພາບ​ໃນ​ສັງຄົມ​ ຍ້ອນ​ການ​ກະທົບ​ຂອງ​ວິ​ກິດ​ການ​ເສດຖະກິດໃຫ້​ຖອຍ​ໄປ.

​ໃນ​​ແຜນງົບປະມານ​ໄລຍະ​ຍາວ ​ໂດຍ​ປະທານ​ຜູ້​ປະຈຳການ​ສະຫະພາບ​ເອີ​ລົບ Herman Van Rompuy ປະກາດ​ເມື່ອ​ກາງ​ເດືອນ 11 ປີ 2012, ​ໄດ້ຄາດ​ຄະ​ເນ​ວ່າ, ງົບປະມານ EU ​ໄລຍະ 2014 – 2020 ຈະ​ຫຼຸດ​ລົງ​ປະມານ 80 ຕື້​ເອີ​ໂຮ. ສ່ວນ​ຫຼຸດ​ລົງ​ນີ້​ແມ່ນ​ຕຳ່​ກວ່າ​ລະດັບ​ສະ​ເໜີ​ ​ແມ່ນ 100 – 120 ຕື້​​ເອີ​ໂຮຂອງ​ບັນດາ​ປະ​ເທດ​ປະກອບ​ຕົ້ນ​ຕໍ່​ໃຫ້​ແກ່​ງົບປະມານ​ຂອງ EU ​ໃນ​ນັ້ນ​ມີ​ອັງກິດ, ​ເຢຍລະ​ມັນ. ນີ້​ກໍ່​ແມ່ນ​ສາຍ​ເຫດ​ທີ່​ກໍ່​ຄວາມ​ຖົກ​ຖຽງ​ກັນ​ລະຫວ່າງ​ບັນດາ​ປະ​ເທດ​ສະມາຊິກ, ​ເພາະວ່າ​ບັນດາ​ປະ​ເທດ​ນີ້​ບໍ່​ຢາກ​ຮັບຜິດຊອບ​ປະກອບສ່ວນ​ຫຼາຍ​ກວ່າ​ອີກ​ໃນ​ໄລຍະ​ຮັດ​ເຂັ້ມ​ຄັດ​ປະຈຸ​ບັນ​ນີ້. ​ໃນ​ນັ້ນ, ອັງກິດ​ ແມ່ນ​ປະ​ເທດ​ທີ່​ຮຽກຮ້ອງ​ໃຫ້​ມີ​ການ​ຫຼຸດ​ງົບປະມານ​ລົງ​ຫຼາຍ​ກວ່າ​ໝູ່ ​ກໍ່​ບໍ່​ເຫັນ​ດີ​ກັບ​ບ້ວງ​ເງິນ ​ໂດຍ EU ຈັດ​ແບ່ງ​​ໃຫ້​ໃນ​ແຕ່ລະ​ປີ ​ເພາະ​ຖື​ວ່າ ບ້ວງ​ເງິນ​ນີ້​ແມ່ນ​ໜ້ອຍ​ທີ່​ສຸດ ​ເມື່ອ​ທຽບ​ໃສ່​ການ​ປະກອບ​ຂອງ​ອັງກິດ. ມາ​ຮອດ​ປະຈຸ​ບັນ, ທັດສະນະ​ນີ້​ຍັງ​ບໍ່​ທັນ​ມີ​ການ​ປ່ຽນ​ແປງ​ເທື່ອ. ​ແລະ ສິ່ງ​ດັ່ງກ່າວ​ແມ່ນ​ບໍ່​ມີ​ປະ​ໂຫຍ​ດ​ໃຫ້​ແກ່​ກອງ​ປະຊຸມ​ສຸດ​ຍອດ EU ທີ່​ຈະ​ມາ​ເຖິງ. ສ່ວນ​ທ່ານນາຍົກລັດຖະມົນຕີ ອີ​ຕາ​ລີ Mario Monti  ພັດ​ຖື​ວ່າ, ການ​ປະກອບສ່ວນ​ຂອງ​​ແຕ່ລະປະ​ເທດ​ໃຫ້​ແກ່​ງົບປະມານ ​ແມ່ນ​ຕ້ອງ​ເໝາະ​ສົມ​ກັບ​ສະພາບ​ເສດຖະກິດ​ຕົວ​ຈິງ​ຂອງ​ປະ​ເທດ​ນັ້ນ, ​ຕ້ອງ​ຄິດ​ໄລ່​ເຖິງ​ວິ​ກິດ​ການ​ການ​ເງິນ​ທີ່​ສົ່ງ​ຜົນ​ສະທ້ອນ​ເຖິງ​ແຕ່ລະ​ປະ​ເທດ​ແມ່ນ​ຄື​ແນວ​ໃດ. ຂໍ້​ຕົກລົງ​ກ່ຽວ​ກັບ​ງົບປະມານ​ຍາກ​ທີ່​ຈະ​ບັນລຸ​ໄດ້, ​ເມື່ອ​ບັນດາ​ນັກ​ສ້າງ​ກົດໝາຍ​ສະຫະພາບ​ເອີ​ລົບ​ກ່າວ​ເຕືອນ​ວ່າ​ຈະ​ປະຕິ​ເສດ​ຖ້າ​ຫາກ​ວ່າ​ງົບປະມານຖືກ​ຫຼຸດຜ່ອນ​ຫຼາຍ. ສິ່ງ​ດັ່ງກ່າວ​ພາ​ໃຫ້​ບັນດາ​ປະ​ເທດ​ພາຄີ ອາດ​ຈະ​ຕ້ອງ​ເລີ່​ມຕົ້ນ​ວິວັດ​ການ​ເຈລະຈາ​ກ່ຽວ​ກັບ​ງົບ​ປະມານ​ຄືນ​ໃໝ່.

​ໃນ​ກໍລະນີ EU ບໍ່​ຮັບຮອງ​ບ້ວງ​ງົບປະມານ​ໄດ້, ການ​ຂາດ​ຄວາມ​ສະ​ເໝີ​ພາບ​ໃນ​ສັງຄົມ​ປະຈຸ​ບັນ​ນີ້​ຢູ່​ເອີ​ລົບ ຈະ​ສົ່ງ​ຜົນ​ສະທ້ອນ​ບໍ່​ດີ​ເຖິງ​ຜູ້​ອອກ​ແຮງ​ງານ​ຢູ່​ແຕ່ລະ​ປະ​ເທດ. ພ້ອມ​ກັບ​ສະພາບ​ເສດຖະກິດ​ຖືກ​ຫຼຸ​ດລົງ, ອັດຕາ​ສ່ວນ​ຜູ້​ຫວ່າງ​ງານ​ກໍ່​ເພີ່ມ​ຂຶ້ນ​ໃນ​ລະດັບ​ສູງ​ສຸດ​ເຊິ່ງບໍ່​ເຄີຍ​ມີ​ມາ​ເທື່ອ, ຄວາມ​ຜິດ​ໂຕນ​ດ້ານ​ແຫຼ່ງລາຍ​ຮັບ​ການ​ເງິນ​ລະຫວ່າງ​ບັນດາ​ປະ​ເທດ​ສະມາຊິກ​ໃນ EU ຍາກ​ທີ່​ຈະ​ແກ້​ໄຂ​ໄດ້. ນັ້ນ​ແມ່ນ​ຍັງ​ບໍ່​ທັນ​ເວົ້າ​ເຖິງ​ເລື່ອງ ​ເອີ​ລົບ​ຈະ​ບໍ່​ມີ​ຄວາມ​ສາມາດ​ທາງ​ດ້ານ​ການ​ເງິນຢ່າງ​ພຽງພໍ ​ເພື່ອ​ສະກັດ​ກັ້ນ​ຜົນ​ສະທ້ອນ​ຈາກ​ວິ​ກິດ​ການ​ໃນ​ກຸ່ມ.

ສະຫະພາບ​ເອີ​ລົບ ​ໄດ້​ປະລາ​ໄຊ​ໃນ​ຄວາມ​ມານະ​ພະຍາຍາມ​ທຳ​ອິດ ກ່ຽວ​ກັບ​ການ​ຮັບຮອງ​ເອົາ​ບ້ວງ​ງົບປະມານ 1 ພັນ​ຕື້​ກວ່າ​ເອີ​ໂຮ (1,37 ພັນ​ຕື້ USD) ​ໃນ​ການ​ປະຊຸມ​ຂ່າວ​ເມື່ອ​ເດືອນ 11/2012. ​ເບິ່ງ​ຄື​ວ່າການ​ບັນລຸ​ໄດ້​ຂໍ້​ຕົກລົງ​ກ່ຽວ​ກັບ​ງົບປະມານ ​ທີ່​ເຄີຍ​ຖືກ​ໂຈະ​ໄວ້​ໃນ​ໄລຍະ​ຍາວ​, ​ໃນ​ນັ້ນ​ມີ​ຜົນ​ປະ​ໂຫຍ​ດຂອງ​ທັງ 27 ປະ​ເທດ​ສະມາຊິກນັ້ນ, ທີ່​ກອງ​ປະຊຸມ​ສຸດ​ຍອດ​ຈະ​ມາ​ເຖິງ​ນີ້​ແມ່ນ​ຍາກ​ທີ່​ຈະ​ເປັນ​ໄປ​ໄດ້.

ຕອບກັບ

ຂ່າວ/ບົດ​ອື່ນ