ພາບພົດທີ່ມີຊີວິດຊີວາກ່ຽວກັບການພັດທະນາຂອງສື່ມວນຊົນປະຕິວັດ ຫວຽດນາມ

(VOVWORLD) - ຫວຽດນາມ ພວໃນໂອກາດສະເຫລີມສະຫລອງ 99 ປີແຫ່ງວັນສ້າງຕັ້ງສື່ມວນຊົນປະຕິວັດ ຫວຽດນາມ (21/6/1925 - 21/6/2024). ໃນເກືອບ 1 ສະຕະວັດຜ່ານມາ, ລະບົບສື່ມວນຊົນ ຂອງຫວຽດນາມ ໄດ້ພັດທະນາຢ່າງແຮງ ແມ່ນຊ່ອງເຊື່ອມຕໍ່ລະຫວ່າງອຳນາດການປົກຄອງທຸກຂັ້ນກັບປະຊາຊົນຢ່າງມີປະສິດທິຜົນ, ມຸ່ງໄປເຖິງເປົ້າໝາຍຮັບໃຊ້ປະເທດຊາດ, ຮັບໃຊ້ປະຊາຊົນຢ່າງສູງສຸດ, ປະກອບສ່ວນຊຸກຍູ້ຄວາມກ້າວນ້າຂອງສັງຄົມ. ການພັດທະນາຢ່າງແຮງຂອງລະບົບສື່ມວນຊົນ, ສື່ສານ ໄດ້ສ່ອງແສງໃຫ້ເຫັນຢ່າງຈະແຈ້ງເຖິງຄວາມເສລີໃນການປາກເວົ້າ, ວາມເສລີດ້ານສື່ມວນຊົນຢູ່ ຫວຽດນາມ.

ພາບພົດທີ່ມີຊີວິດຊີວາກ່ຽວກັບການພັດທະນາຂອງສື່ມວນຊົນປະຕິວັດ ຫວຽດນາມ - ảnh 1ການເຄື່ອນໄຫວຂອງ VOV ໃນ ວັນບຸນສື່ມວນຊົນທົ່ວປະເທດປີ 2024. ພາບ: VOV

ໃນໄລຍະເກືອບ 1 ສະຕະວັດຜ່ານມາ, ນັບແຕ່ເມື່ອຫນັງສືພິມ ແທງນຽນ (ຊາວຫນຸ່ມ), ເຊິ່ງແມ່ນຫນັງສືພິມສະບັບທຳອິດຂອງພື້ນຖານສື່ມວນຊົນປະຕິວັດ ຫວຽດນາມ ໂດຍຜູ້ນຳ ຫງວຽນອ໊າຍກວັກ ກໍ່ຕັ້ງຂຶ້ນ, ພິມຈຳຫນ່າຍສະບັບທຳອິດ, ກຳລັງສື່ມວນຊົນປະຕິວັດ ຫວຽດນາມ ໄດ້ເຕີບໃຫຍ່ເຂັ້ມແຂງຢ່າງບໍ່ຢຸດຢັ້ງ, ເປັນການຢັ້ງຢືນໃຫ້ເຫັນບົດບາດສຳຄັນ ແລະ ມີການປະກອບສ່ວນຢ່າງໃຫຍ່ຫລວງໃຫ້ແກ່ພາລະກິດປົດປ່ອຍຊາດກ່ອນນີ້ ແລະ ພາລະກິດແຫ່ງການສ້າງສາ ແລະ ປົກປັກຮັກສາປະເທດຊາດປະຈຸບັນ.

ການພັດທະນາຢ່າງຟົດຟື້ນ

ຕາມການສະຖິຕິຂອງກະຊວງຖະແຫລງຂ່າວ ແລະ ສື່ສານ ຫວຽດນາມ ໃຫ້ເຫັນວ່າ: ຮອດປີ 2023 ຫວຽດນາມ ມີ 6 ອົງການສື່ມວນຊົນຫລາຍຮູບແບບເປັນຫລັກ, 127 ອົງການສື່ມວນຊົນ, 671 ອົງການວາລະສານ, 72  ວິທະຍຸກະຈາຍສຽງ, ໂທລະພາບ. ບຸກຄະລາກອນເຄື່ອນໄຫວໃນຂົງເຂດສື່ມວນຊົນມີປະມານ 41.000 ຄົນ, ເພີ່ມຂຶ້ນທົບ 6 ເທົ່າເມື່ອທຽບໃສ່ປີ 2000. ເບີ່ງລວມແລ້ວ ສື່ມວນຊົນ ຫວຽດນາມ ໄດ້ມີບາດກ້າວພັດທະນາວ່ອງໄວ ແລະ ເຂັ້ມແຂງ; ທັງເພີ່ມປະເພດສື່ມວນຊົນ, ເພີ່ມຈຳນວນອົງການສື່ມວນຊົນ,  ຈຳນວນຫນັງສືພິມ, ວາລະສານ, ສິ່ງພິມ, ເພີ່ມຈຳນວນພິມຈຳຫນ່າຍ, ຂອບເຂດປົກຄຸມຄື້ນ ແລະ ຈຳນວນນັກຂ່າວ.

ດ້ວຍການຫນູນຊ່ວຍຂອງເຕັກໂນໂລຊີ, ລະບົບສື່ເອເລັກໂຕນິກ ພວມເຄື່ອນໄຫວນັບມື້ນັບເຂັ້ມແຂງ, ສ້າງການກະທົບຕອບຢ່າງຕັ້ງຫນ້າສຳລັບຜູ້ອ່ານ. ພາຍຫລັງ 26 ປີທີ່ເຊື່ອມຕໍ່ອິນເຕີເນັດ ຫວຽດນາມ ໄດ້ມີລະບົບເຕັກໂນໂລຊີໂທລະຄົມມະນາຄົມທີ່ທັນສະໄຫມ ດ້ວຍລະດັບການຊົມໃຊ້ສູງ. ໄລ່ມາຮອດເດືອນກັນຍາປີ 2023, ຫວຽດນາມ ມີ 78 ລ້ານຄົນນຳໃຊ້ອິນເຕີເນັດ, ເພີ່ມຂຶ້ນ 21% ເມື່ອທຽບໃສ່ປີ 2019. ມາຮອດປະຈຸບັນ ບັນດາອົງການສື່ມວນຊົນ ຫວຽດນາມ ໄດ້ເອົາລົງໃນ media platform ອິນເຕີເນັດ. ບາງອົງການສື່ມວນຊົນໄດ້ນຳຫນ້າ ແລະ ປະສົບຜົນສຳເລັດໃນການໝູນໃຊ້ບັນດາເຕັກໂນໂລຊີພົ້ນເດັ່ນຄື: ປັນຍາປະດິດ (AI), IoT, Cloud, Big Data...ເພື່ອປັບຕົວໃຫ້ເໝາະສົມກັບຍຸກສະໄຫມ, ອົງການສື່ມວນຊົນນັບຮ້ອຍແຫ່ງກໍ່ໄດ້ສ້າງຊ່ອງສື່ມວນຊົນຂອງຕົນຜ່ານສື່ສັງຄົມອອນລາຍຄື: Facebook, Youtube, Tiktok…

ໃນສະພາບການໂລກາພິວັດຄືປະຈຸບັນ, ການຮ່ວມມືສາກົນດ້ານສື່ມວນຊົນ ນັບມື້ນັບພັດທະນາຕາມທິດຮ່ວມມືກັບນາໆຊາດ ແລະ ທຸກຂົງເຂດ. ມີ 40 ກວ່າອົງການສື່ສານສາກົນໃຫຍ່ໃນໂລກ ພວມປະຈຳການຢູ່ ຫວຽດນາມຄື: CNN, Reuters, AP, AFP, Kyodo, ສຳນັກຂ່າວສານ Asia ຂອງ ສ. ເກົາຫລີ, ໜັງສືພິມເສດຖະກິດລາຍວັນ Aju ສ. ເກົາຫລີ,   ສຳນັກຂ່າວສານ Rossiya Segodnya ຂອງລັດເຊຍ..

ລັດຖະບານ ຫວຽດນາມ ສ້າງເງື່ອນໄຂສະດວກເພື່ອໃຫ້ບັນດານັກຂ່າວສາກົນທຳການເຄື່ອນໄຫວດ້ານສື່ມວນຊົນ. ແຕ່ລະປີ, ມີນັກຂ່າວ ຫວຽດນາມ ຫລາຍໆຄົນໄດ້ສົ່ງໄປຮຽນ, ແລກປ່ຽນບົດຮຽນປະສົບການວິຊາສະເພາະ, ເຮັດວຽກດ້ານສື່ມວນຊົນຢູ່ຫລາຍປະເທດໃນໂລກ.

ຮັບປະກັນສິດເສລີດ້ານສື່ມວນຊົນ, ສ້າງເງື່ອນໄຂສະດວກໃກ້ແກ່ສື່ມວນຊົນພັດທະນາ.

ຫວຽດນາມ ໄດ້ ແລະ ພວມເຂົ້າຮ່ວມ ແລະ ປະຕິບັດຢ່າງເຂັ້ມງວດບັນດາຄຳໝັ້ນສັນຍາຂອງຕົນກ່ຽວກັບສິດເສລີໃນການປາກເວົ້າ, ສິດເສລີດ້ານສື່ມວນຊົນຕາມກົດບັດຂອງສະຫະປະຊາຊາດ ແລະ ບັນດາດຳລັດ, ສົນທິສັນຍາຂອງສາກົນ, ຂອງພາກພື້ນ ທີ່ກ່ຽວຂ້ອງ.

ລັດຖະບານ ຫວຽດນາມ ໄດ້ມີຄວາມມານະພະຍາຍາມຫລາຍຢ່າງທີ່ຕັ້ງຫນ້າໃນການຮັບປະກັນສິດເສລີດ້ານສື່ມວນຊົນ, ສິດເສລີໃນການປາກເວົ້າ. ສິ່ງດັ່ງກ່າວສະແດງໃຫ້ເຫັນລະອຽດໃນລັດຖະທຳມະນູນປີ 2013 ຂອງຫວຽດນາມ ໂດຍກຳນົດສິດທິມະນຸດພື້ນຖານຂອງປະຊາຊົນ ຫວຽດນາມ ຕາມສົນທິສັນຍາສາກົນ.

ຄຽງຄູ່ກັນນັ້ນ ກໍ່ຜັນຂະຫຍາຍປະຕິບັດບັນດາຂໍ້ມາດຕາໃນລັດຖະທຳມະນູນຂອງ ຫວຽດນາມ ທີ່ກ່ຽວຂ້ອງເຖິງສິດພົນລະເຮືອນດ້ານການເມືອງ, ພິເສດແມ່ນສິດເສລີດ້ານສື່ມວນຊົນ, ສິດເສລີໃນການປາກເວົ້າ. ຫວຽດນາມ ໄດ້ປະກາດໃຊ້ກົດໝາຍວ່າດ້ວຍການເຂົ້າເຖິງຂໍ້ມູນປີ 2016. ພ້ອມກັນນັ້ນ ກົດໝາຍວ່າດ້ວຍສື່ມວນຊົນ ຫວຽດນາມປີ 2016 ກໍ່ໄດ້ກຳນົດຢ່າງຈະແຈ້ງກ່ຽວກັບບົດບາດຫນ້າທີ່, ສິດທິຂອງສື່ມວນຊົນ ຫວຽດນາມ ພິເສດແມ່ນສິດໄດ້ເຂົ້າເຖິງຂໍ້ມູນດ້ານສື່ມວນຊົນ.

ນອກນັ້ນ ລັດກໍ່ໄດ້ລະດົມກຳລັງໃຈ, ກຳນົດທິດໃນວິວັດທະນາການຫັນເປັນດິຈີຕອນ, ໝູນໃຊ້ເຕັກໂນໂລຊີໃຫ້ແກ່ສື່ມວນຊົນຢ່າງຈະແຈ້ງ ແລະ ມີການລົງທຶນຢ່າງເໝາະສົມເພື່ອພັດທະນາບັນດາອົງການສື່ມວນຊົນ, ວິທະຍຸໃຫຍ່, ຫລັກແຫລ່ງໃນພື້ນຖານສື່ມວນຊົນ ຫວຽດນາມ.

ຮັບປະກັນສິດເສລີໃນດ້ານສື່ມວນຊົນ, ສິດເສລີໃນການປາກເວົ້າ ແມ່ນເປົ້າໝາຍສະເຫມີຕົ້ນສະເຫມີປາຍຂອງພັກ, ລັດ ຫວຽດນາມ ໂດຍໄດ້ຮັບການຢັ້ງຢືນ ແລະ ຮັບປະກັນປະຕິບັດຜ່ານລັດຖະທຳມະນູນ ແລະ ບັນດາຂໍ້ກຳນົດຂອງກົດໝາຍ, ສອດຄ່ອງກັບບັນດາຂໍ້ກຳນົດຂອງສາກົນ. ບັນດາຜົນງານໃນ 99 ປີແຫ່ງການພັດທະນາຂອງສື່ມວນຊົນປະຕິວັດ ຫວຽດນາມ ເປັນການພິສູດໃຫ້ເຫັນຢ່າງຈະແຈ້ງກ່ຽວກັບສິ່ງນັ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ