ຫຼັກ​ໝາຍ​ສຳ​ຄັນ​ໃນ​ການ​ພົວ​ພັນ ຫວຽດ​ນາມ - ສະ​ຫະ​ພັນ ລັດ​ເຊຍ

(VOVWORLD) - ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝຸຈ້ອງ, ວັນທີ 19 ມິຖຸນາ, ທ່ານປະທານາທິບໍດີ ສະຫະພັນ ລັດເຊຍ Vladimir Putin ໄດ້ເລີ່ມຕົ້ນການຢ້ຽມຢາມ ທາງລັດຖະກິດຢູ່ ຫວຽດນາມ. ການຢ້ຽມຢາມໄດ້ດຳເນີນກົງກັບໂອກາດສະເຫຼີມສະຫຼອງ 30 ປີແຫ່ງວັນສອງປະເທດລົງນາມສົນທິສັນຍາການພົວພັນມິດຕະພາບ (16/6/1994 – 16/6/2024), ສົ່ງສານຢ່າງແຮງກ່ຽວກັບຄວາມເຄົາລົບນັບຖືເຊິ່ງກັນແລະກັນ ລະຫວ່າງສອງປະເທດ. ການຢ້ຽມຢາມ ກໍ່ແມ່ນໂອກາດເພື່ອໃຫ້ສອງຝ່າຍສ້າງກຳລັງໜູນຊຸກຍູ້ການພົວພັນສອງຝ່າຍ.

ຫຼັກ​ໝາຍ​ສຳ​ຄັນ​ໃນ​ການ​ພົວ​ພັນ ຫວຽດ​ນາມ - ສະ​ຫະ​ພັນ ລັດ​ເຊຍ - ảnh 1ທ່ານປະທານາທາບໍດີ Vladimir Putin (ພາບ: AFP/TTXVN)

ການຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ ຂອງທ່ານປະທານາທາບໍດີ Vladimir Putin ມີຄວາມໝາຍສຳຄັນ ເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ສະຫະພັນ ລັດເຊຍເລິກເຊິ່ງກ່ວາອີກໃນທຸກຂົງເຂດ ແລະ ຍົກຂຶ້ນສູ່ລະດັບສູງໃໝ່ໃນສະພາບການໃໝ່, ພິເສດໃນສະພາບການສອງປະເທດພວມມານະພະຍາຍາມປະຕິບັດຖະແຫຼງການຮ່ວມກ່ຽວກັບວິໄສທັດການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຮອດປີ 2030.

ພື້ນຖານອັນໝັ້ນແກ່ນແມ່ນນ້ຳໃຈມິດຕະພາບຢ່າງສະໜິດແໜ້ນ

ນັບແຕ່ເວລາສ້າງຕັ້ງການພົວພັນທາງການທູດໃນວັນທີ 30 ມັງກອນ 1950 ມາຮອດປັດຈຸບັນ, ການພົວພັນລະຫວ່າງ ຫວຽດນາມ ກັບ ໂຊວຽດ ໃນເມືອກ່ອນ ແລະ ສະຫະພັນລັດເຊຍ ໃນປັດຈຸບັນ ຍາມໃດກໍ່ໝັ້ນແກ່ນຕາມການເວລາ ແລະ ນັບມື້ນັບພັດທະນາຢ່າງເລິກເຊິ່ງກ້ວາງຂວາງໃນທຸກຂົງເຂດ. ເຖິງວ່າມີການປ່ຽນແປງກ່ຽວກັບລະບົບການເມືອງ ກໍ່ຕາມ ແຕ່ສອງປະເທດຍາມໃດກໍ່ຖືກັນແມ່ຄູ່ຮ່ວມມື, ເພື່ອນມິດສຳຄັນ ແລະ ເປັນແຖວໜ້າ. ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ສະຫະພັນ ລັດເຊຍ ດັ້ງມິງຄອຍ ຢັ້ງຢືນວ່າ:

ໃນຕະຫຼອດໄລຍະ75 ປີແຫ່ງການສ້າງຕັ້ງການພົວພັນການທູດ ຂອງສອງປະເທດ, ກໍ່ຄື 25 ປີ ທ່ານປະທານາທິບໍດີ Vladimir Putin ກຳນຳໜ້າ ກໍຄືດຳລົງຕຳແໜ່ງອື່ນຢູ່ ລັດເຊຍ, ການພົວພັນລະຫວ່າງ ຫວຽດນາມ ແລະ ສະຫະພັນ ລັດເຊຍ ມີການປ່ຽນແປງຫຼາຍຢ່າງ ມີບາດກ້າວພັດທະນາໃໝ່ຢ່າງແຮງ. ແຕ່ມີສິ່ງໜຶ່ງທີ່ບໍ່ສາມາດປ່ຽນແປງນັ້ນແມ່ນນ້ຳໃຈມິດຕະພາບຢ່າງຈິງໃຈລະຫວ່າງ ປະຊາຊົນສອງປະເທດ ແມ່ນເລິກເຊິ່ງທີ່ສຸດ. ທ່ານປະທານາທິບໍດີ Vladimir Putin ກໍ່ແມ່ນຜູ້ຮັກແພງຫວຽດນາມ ທີ່ສຸດ ແລະ ມີນ້ຳໃຈສຳລັບ ຫວຽດນາມ.

ເພື່ອແນໃສ່ສ້າງຂອບນິຕິກຳໃໝ່ໃຫ້ແກ່ການພົວພັນລະຫວ່າງ ຫວຽດນາມ ແລະ ລັດເຊຍ, ປີ 1994, ສອງປະເທດໄດ້ເຊັ່ນສົນທິສັນຍາກ່ຽວກັບບັນດາຫຼັກການພື້ນຖານ  ຂອງການພົວພັນມິດຕະພາບ, ໃນນັ້ນ ຢັ້ງຢືນການພົວພັນມິດຕະພາບ ລະຫວ່າງສອງປະເທດໄດ້ສ້າງຕັ້ງບົນບັນດາຫຼັກການເຄົາລົບເອກະລາດ ແລະ ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ, ບໍ່ແຊກແຊງເຂົ້າວຽກງານພາຍໃນຂອງກັນ, ມີຄວາມສະເໝີພາບ ແລະ ຕ່າງຝ່າຍຕ່າງມີ ຄວາມປະໂຫຍດ ໂດຍອີງໃສ່ກົດໝາຍສາກົນ. ສົນທິສັນຍານີ້ ສ້າງຂີດໝາຍສຳຄັນນຳການພົວພັນ ຫວຽດນາມ ແລະ ສະຫະພັນ ລັດເຊຍຫັນປ່ຽນ, ຍົກລະດັບຂຶ້ນຈາກຄູ່ຮ່ວມມືຍຸດທະສາດ ກາຍເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ. ທ່ນາ ຫງວຽນດັງຟາດ, ເລຂາທີ່ການໃຫຍ່ສະມາຄົມມິດຕະພາບ ຫວຽດນາມ - ສະຫະພັນ ລັດເຊຍ ຖືວ່າ:

ພາຍຫຼັງເຊັ່ນສົນທິສັນຍາເປັນພື້ນຖານນັ້ນ, ປີ 2001 ໃນການຢ້ຽມຢາມຂອງທ່ານປະທານາທາບໍດີ Putin, ສອງຝ່າຍໄດ້ເຊັ່ນການພົວພັນຄູ່ຮ່ວມມືຍຸດທະສາດ. ນີ້ແມ່ນການພົວພັນຄູ່ຮ່ວມມືຍຸດທະສາດຄັ້ງທຳອິດຂອງ ຫວຽດນາມ ເຊັ່ນກັບປະເທດໜຶ່ງ. ຕໍ່ຈາກນັ້ນຮອດປີ 2012, ການພົວພັນໄດ້ຍົກຂຶ້ນຄູ່ຮ່ວມມືຍຸດທະສາດຮອບດ້ານ. ຕ້ອງມີຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນແລະກັນຢູ່ລະດັບສູງທີ່ສຸດ ຈິ່ງເຊັ່ນໄດ້ຂໍ້ຕົກລົງຄືນແນວນັ້ນ. ມາຮອດປັດຈຸບັນ , ຫວຽດນາມ ແລະ ສະຫະພັນ ລັດເຊຍ ໄດ້ເຊັ່ນເອກະສານນິຕິກຳ ປະມານ 80 ສະບັບ  ເພື່ອເປັນພື້ນຖານໃຫ້ແກ່ການພົວພັນສອງປະເທດພັດທະນາ.

ຫຼັກ​ໝາຍ​ສຳ​ຄັນ​ໃນ​ການ​ພົວ​ພັນ ຫວຽດ​ນາມ - ສະ​ຫະ​ພັນ ລັດ​ເຊຍ - ảnh 2ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລັດເຊຍ ດັ້ງມິງຄອຍ (ພາບ: TTXVN)

ເພີ່ມທະວີຊຸກຍູ້ການຮ່ວມມືໃນສະພາບການໃໝ່

ໃນສະພາບການໃໝ່, ບົນພື້ນຖານການພົວພັນທາງດ້ານການເມືອງອັນດີງາມ, ຫວຽດນາມ ແລະ ສະຫະພັນ ລັດເຊຍ ເຫັນດີເປັນເອກະພາບສຸມໃສ່ຍູ້ແຮງການພົວພັນຮ່ວມມືດ້ານເສດຖະກິດ, ຊຸກຍູ້ການຄ້າ ແລະ ການລົງທຶນ, ໃນນັ້ນເຫັນດີເປັນເອກະພາບ ພະລັງງານ, ນ້ຳມັນອາຍແກັດ ສືບຕໍ່ແມ່ນຈຸດພົ້ນເດັ່ນ, ຕ້ອງຕັ້ງໜ້າຊຸກຍູ້ຫຼາຍກ່ວາອີກ, ສົມທົບກັນຂຸດຄົ້ນຢ່າງສຸດຂີດ ສັນຍາການຄ້າເສລີ ລະຫວ່າງ ຫວຽດນາມ ແລະ ສະຫະພັນ ເສດຖະກິດ ອາຊີ - ເອລົບ. ນອກຈາກນັ້ນ, ສືບຕໍ່ຮັກສາການພົວພັນແລກປ່ຽນປະຊາຊົນ, ຖືນີ້ແມ່ນພື້ນຖານອັນໝັ້ນແກ່ນໃຫ້ແກ່ການພົວພັນສອງຝ່າຍ. ທ່ານເອກອັກຄະລັດຖະທູດ ດັ້ງມິງຄອຍ ຊີ້ແຈ້ງວ່າ:

ເຖິງວ່າ ຫວຽດນາມ ແລະ ສະຫະພັນ ລັດເຊຍ ມີຫຼາຍຈຸດທີ່ແຕກຕ່າງກັນກໍ່ຕາມ, ແຕ່ການພົວພັນແລກປ່ຽນປະຊາຊົນ ມີຄວາມສະໜິດຕິດພັນ, ການພົວພັນທີ່ອົບອຸ່ນທີ່ສຸດ. ໃນການພົວພັນລະຫວ່າງສອງປະເທດຍາກທີ່ຈະຊອກຫາໄດ້ສອງປະເທດ ທີ່ມີການພົວພັນແລກປ່ຽນປະຊາຊົນທີ່ສະໜິດຕິດພັນ, ໝັ້ນແກ່ນ, ຈິງໃຈ, ແທດຈິງຄືການພົວພັນລະຫວ່າງສອງປະເທດ. ອາດເວົ້າໄດ້ວ່າ ນີ້ແມ່ນຈຸດພົ້ນເດັ່ນທີ່ເອກອ້າງທະນົບໃຈລະຫວ່າງການພົວພັນສອງປະເທດ.

ໃນຂອບເຂດການຢ້ຽມຢາມຂອງທ່ານປະທານາທິບໍດີ Vladimir Putin ຄັ້ງນີ້, ການນຳສອງປະເທດປຶກສາຫາລື ແລະ ກຳນົດທິດໃຫ້ແກ່ການພົວພັນຄູ່ຮ່ວມມືຍຸດທະສາດຢ່າງຮອບດ້ານ ຈົດຮອດປີ 2030, ກຳນົດທິດຢ່າງຈະແຈ້ງກ່ວາອີກໃນບັນດາຂົງເຂດຮ່ວມມືຈຸດສຸມ. ບັນດາເປົ້າໝາຍໃນໄລຍະຍາວ ແລະ ແຜນການກະທຳຢ່າງລະອຽດຈະໄດ້ວາງອອກ, ເພື່ອແນໃສ່ຮັບປະກັນການພັດທະນາແບບຍືນຍົງ ແລະ ມີປະສິດທິຜົນຂອງການພົວພັນສອງຝ່າຍໃນອະນາຄົດ. ນອກຈາກນັ້ນ, ການຢ້ຽມຢາມຄັ້ງນີ້ຍັງແມ່ນໂອກາດເພື່ອໃຫ້ທັງຝ່າຍຜັນຂະຫຍາຍປະຕິບັດບັນດາຂໍ້ຕົກລົງຮ່ວມມື, ສ້າງກຳລັງໜູນຊຸກຍູ້ການພົວພັນສອງຝ່າຍ.

ຕອບກັບ

ຂ່າວ/ບົດ​ອື່ນ