ຄວາມ​ເຄັ່ງ​ຕຶງ​ດ້ານ​ການ​ຄ້າ​ລະ​ຫວ່າງ EU - ຈີນ

(VOVWORLD) - ຄວາມເຄັ່ງຕຶງດ້ານການຄ້າລະຫວ່າງສະຫະພາບເອີຣົບ (EU) ແລະ ຈີນ ພວມມີສັນຍານເພີ່ມຂຶ້ນ, ເມື່ອສອງຝ່າຍສືບຕໍ່ເປີດບັ້ນສືບສວນຕ້ານການຂາຍບຸບລາຄາ ແນໃສ່ບັນດາຜະລິດຕະພັນຂອງກັນ, ເຊິ່ງພາໃຫ້ເກີດຄວາມວິຕົກກັງວົນກ່ຽວກັບສົງຄາມການຄ້າໃນຂອບຂະໜາດໃຫຍ່.

ວັນທີ 17 ມິຖຸນາ, ກະຊວງການຄ້າ ຈີນ ໃຫ້ຮູ້ວ່າ ປະເທດນີ້ ເລີ່ມດຳເນີນການສືບສວນຕ້ານການຂາຍບຸບລາຄາ ສຳລັບຊີ້ນໝູ ແລະ ບັນດາຜະລິດຕະພັນທີ່ເຮັດດ້ວຍຊີ້ນໝູທີ່ນຳເຂົ້າຈາກສະຫະພາບເອີຣົບ (EU). ນີ້ໄດ້ຮັບຖືວ່າແມ່ນປະຕິກິລິຍາໂຕ້ຕອບຂອງ ຈີນສຳລັບບັນດາການກະທຳກ່ອນໜ້ານັ້ນ ຈາກຝ່າຍ EU.

ຄວາມ​ເຄັ່ງ​ຕຶງ​ດ້ານ​ການ​ຄ້າ​ລະ​ຫວ່າງ EU - ຈີນ - ảnh 1ຈີນ ເລີ່ມດຳເນີນການສືບສວນຕ້ານການຂາຍບຸບລາຄາ ສຳລັບຊີ້ນໝູ  (ພາບ: AFP)

       ຄວາມສ່ຽງຄວາມເຄັ່ງຕຶງເພີ່ມຂຶ້ນ

        ຂໍ້ຕົກລົງຂອງກະຊວງການຄ້າ ຈີນ ທີ່ໄດ້ຍົກອອກມາ ພາຍຫຼັງທີ່ວັນທີ 12 ມິຖຸນາ, ຄະນະກຳມະການເອີຣົບ (EC) ແຈ້ງໃຫ້ຊາບວ່າ ຈະຈັດວາງອັດຕາພາສີໃໝ່ ທີ່ຂຶ້ນເຖິງ 38% ສຳລັບລົດໄຟຟ້າທີ່ນຳເຂົ້າຈາກ ຈີນ ດ້ວຍຄວາມກ່າວຫາວ່າ ບັນດາບໍລິສັດຜະລິດລົດໄຟຟ້າ ຈີນ ໄດ້ຮັບການໜູນຊ່ວຍເປັນຈຳນວນຫຼາຍຈາກພາກລັດ.  ກະຊວງການຄ້າ ຈີນ ໄດ້ຢັ້ງຢືນເປັນຫຼາຍຄັ້ງແລ້ວວ່າ, ປະເທດນີ້ ຈະມີການກະທຳຢ່າງເດັດດ່ຽວຂ້ຽວຂາດ ເພື່ອປົກປ້ອງສິດຜົນປະໂຫຍດຂອງບັນດາບໍລິສັດ ຈີນ. ກ່ອນໜ້ານັ້ນ, ໃນເດືອນມັງກອນ ປີ 2024, ຈີນ ກໍໄດ້ເປີດບັ້ນສືບສວນ ແນໃສ່ເຫຼົ້າ Brandy  ຂອງ ຝັ່ງ ພາຍຫຼັງທີ່  EC ເປີດການສືບສວນສຳລັບລົດໄຟຟ້າ, ແຜ່ນພະລັງງານໄຟຟ້າແສງຕາເວັນ ແລະ ອຸປະກອນການແພດຂອງ ຈີນ. ກະສິກຳ ແມ່ນຂົງເຂດທີ່ເອີຣົບ ປະເຊີນໜ້າກັບຄວາມສ່ຽງຖືກໂຕ້ຕອບຫຼາຍທີ່ສຸດ ຍ້ອນວ່າ ນີ້ແມ່ນຂົງເຂດສຳຄັນ ແລະ ມີຄວາມລະອຽດອ່ອນດ້ານການເມືອງສຳລັບບາງປະເທດ EU. ນອກຈາກນັ້ນ, ບັນດາຜະລິດຕະພັນອື່ນຄື: ເຄື່ອງໃຊ້ສອຍທີ່ຫຼູຫຼາລາຄາແພງ, ວາຍ, ຊອັກໂກແລັດ, ເຄື່ອງເຟີນີເຈີເກດດີ, ລົດໂອໂຕທີ່ມີແຮງມ້າສູງ… ຂອງ ເອີຣົບ ກໍອາດຈະກາຍເປັນເປົ້າໝາຍຕໍ່ໄປ. ທ່ານ Jens Eskelund, ປະທານຫ້ອງການການຄ້າເອີຣົບ ປະຈຳ ຈີນ, ກ່າວເຕືອນວ່າ ຖ້າຫາກວ່າສິ່ງນີ້ເກີດຂຶ້ນ, EU ແລະ ຈີນ, 2 ປະເທດມະຫາອຳນາດດ້ານການຄ້າຂອງໂລກ, ຈະຕົກເຂົ້າສູ່ສົງຄາມການຄ້າໃນຂອບຂະໜາດໃຫຍ່ ແລະ ກໍ່ຜົນເສຍຫາຍໃຫ້ທັງສອງຝ່າຍ. ບັນດາບໍລິສັດຜະລິດລົດໂອໂຕຂອງ ເຢຍລະມັນ, ມີຄວາມວິຕົກກັງວົນເປັນພິເສດຕໍ່ກໍລະນີດັ່ງກ່າວ. ທ່ານ Simon Schutz, ໂຄສົກຂອງສະຫະສະມາຄົມອຸດສາຫະກຳລົດໂອໂຕ ເຢຍລະມັນ (VDA), ໃຫ້ຮູ້ວ່າ:

        “ທັດສະນະອັນຈະແຈ້ງຂອງພວກຂ້າພະເຈົ້າ, ນັ້ນແມ່ນ ຂະແໜງອຸດສາຫະກຳລົດໂອໂຕ ເຢຍລະມັນ ບໍ່ສະໜັບສະໜູນການຈັດວາງພາສີ, ເພາະວ່າ ພວກຂ້າພະເຈົ້າ ບໍ່ເຊື່ອວ່າ ນີ້ແມ່ນມາດຕະການທີ່ດີເພື່ອແກ້ໄຂການຂັດແຍ້ງກັນ. ເລື່ອງຈັດວາງອັດຕາພາສີ ອາດຈະເປັນການເລີ່ມຕົ້ນກໍ່ການປະທະກັນດ້ານການຄ້າ ແລະ ເວລານັ້ນ ບັນດາບໍລິສັດຜະລິດຂອງສອງຝ່າຍຈະເປັນເປົ້າໝາຍທີ່ຖືກເສຍຫາຍ.”

        ເມື່ອແບ່ງປັນກ່ຽວກັບທັດສະນະນີ້, ທ່ານ Paul Triolo, ນັກຊ່ຽວຊານໃນການໄຈ້ແຍກກ່ຽວກັບ ຈີນ ຢູ່ກຸ່ມບໍລິສັດ Albright Stonebridge (ອາເມລິກາ), ຖືວ່າ ທັງ EU ແລະ ຈີນ ລ້ວນແຕ່ບໍ່ຢາກໃຫ້ການປະທະກັນດ້ານການຄ້າຂະຫຍາຍອອກສູ່ວົງກວ້າງໃນຈຸດເວລາປັດຈຸບັນ. ຕາມທ່ານ Triolo ແລ້ວ, ເລື່ອງ EU  ຕົກລົງຈັດວາງອັດຕາພາສີໃໝ່ສຳລັບລົດໄຟຟ້າຂອງ ຈີນ ເປັນຊົ່ວຄາວພາຍໃນເວລາ 4 ເດືອນ, ນັບແຕ່ວັນທີ 04 ກໍລະກົດນັ້ນ, ຖ້າຫາກວ່າການເຈລະຈາຕໍ່ລອງຖືກປະລາໄຊ, ໄດ້ຊີ້ໃຫ້ເຫັນວ່າ ຝ່າຍເອີຣົບ ກໍຢາກຮັກສາທາງຖອຍໃຫ້ແກ່ຕົນເອງ.

        “ຂ້າພະເຈົ້າຄິດວ່າສິ່ງທີ່ອັນຕະລາຍທີ່ສຸດຢູ່ທີ່ນີ້ ແມ່ນການໂຕ້ຕອບເຊິ່ງກັນ ແລະ ກັນ. ບໍ່ມີໃຜຢາກສິ່ງເຫຼົ່ານັ້ນເກີດຂຶ້ນ, ພິເສດແມ່ນບັນດາບໍລິສັດຜະລິດລົດໂອໂຕຂອງ ເຢຍລະມັນ. ດັ່ງນັ້ນ, ກໍ່ຈະມີຫຼາຍການກະທຳສະກັດກັ້ນຄວາມເຄັ່ງຕຶງເພີ່ມຂຶ້ນ ແລະ EC ອາດຈະມີການແກ້ໄຂບັນຫານີ້ຢ່າງມີໄຫວພິບກວ່າ, ຄືກັນກັບເມື່ອຕັດສິນຈັດວາງອັດຕາພາສີສຳລັບລົດໄຟຟ້າຂອງ ຈີນ”.

       ອະນາຄົດຂອງລົດໄຟຟ້າ ເອີຣົບ

        ເຖິງວ່າ ວົງການນັກໄຈ້ແຍກສ່ວນໃຫຍ່ໃຫ້ຂໍ້ສັງເກດວ່າ ທັງ EU ແລະ ຈີນ ລ້ວນ ແຕ່ບໍ່ຢາກເກີດສົງຄາມການຄ້າ, ແຕ່ເລື່ອງ EC ເພີ່ມອັດຕາພາສີສຳລັບລົດໄຟຟ້າທີ່ຜະລິດຢູ່ ຈີນ ກໍຈະກໍ່ຜົນກະທົບຢ່າງໃຫຍ່ຫຼວງ. ຢູ່ ເອີຣົບ, ເລື່ອງພັດທະນາລົດໄຟຟ້າແມ່ນ 1 ໃນບັນດາບຸລິມະສິດທີ່ມີລັກສະນະຍຸດທະສາດໃນສັນຍາສີຂຽວຂອງ ອີຢູ ຍ້ອນວ່າ ຕາມແຜນການແລ້ວ, ນັບແຕ່ປີ 2035 EU ຈະຫ້າມລົດໂອໂຕ ICE ທີ່ຂັບເຄື່ອນດ້ວຍການເຜົາຜານພາຍໃນ (internal combustion engine) ທັງໝົດ. ດັ່ງນັ້ນ, ເມື່ອອັດຕາພາສີທີ່ຈັດວາງສໍາລັບລົດໄຟຟ້າທີ່ນຳເຂົ້າຈາກ ຈີນ ເພີ່ມຂຶ້ນນັ້ນ, ຜູ້ບໍລິໂພກເອີຣົບ ກໍຕ້ອງຊື້ລົດໄຟຟ້າດ້ວຍລາຄາສູງກວ່າ, ເນື່ອງຈາກນັ້ນ ກໍ່ເຮັດໃຫ້ວິວັດທະນາການຫັນມານຳໃຊ້ລົດໄຟຟ້າ ແທນໃຫ້ລົດທີ່ນຳໃຊ້ເຊື້ອເພີງຟອກຊິວຢູ່ ເອີຣົບ ຖືກຊັກຊ້າລົງ, ຊຶ່ງໄດ້ສົ່ງຜົນສະທ້ອນຕໍ່ເປົ້າໝາຍຍຸດທະສາດສູງສຸດຂອງ EU ນັ້ນແມ່ນ ຫຼຸດອັດຕາກາກບອນລົງມາເປັນສູນໃນປີ 2050. ດັ່ງນັ້ນ, ຫຼາຍອົງການປົກປັກຮັກສາສິ່ງແວດແລ້ວຢູ່ເອີຣົບ ໄດ້ເກີດມີຄວາມສົງໄສກ່ຽວກັບຜົນສະທ້ອນຂອງຂໍ້ຕົກລົງນີ້ ຕໍ່ການປະຕິບັດບັນດາຄາດໝາຍກ່ຽວກັບສິ່ແວດລ້ອມ, ການປ່ຽນແປງຂອງດິນຟ້າອາກາດອື່ນໆຂອງ EU. ກ່ຽວກັບດ້ານເສດຖະກິດ, ກໍເກີດມີຄວາມສົງໄສຕ່າງໆ. ໃນແຈ້ງການທີ່ໄດ້ຍົກອອກມາໃນອາທິດກ່ອນ, Volkswagen, ກຸ່ມບໍລິສັດຜະລິດລົດໂອໂຕໃຫຍ່ສຸດຢູ່ ເອີຣົບ, ຖືວ່າ ການຕັດສິນຂອງ EC ໃນການເພີ່ມອັດຕາພາສີສຳລັບລົດໄຟຟ້າທີ່ນຳເຂົ້າຈາກ ຈີນ ນັ້ນ, ແມ່ນການກະທຳສະໜັບສະໜູນທ່າອ່ຽງເພີ່ມລັດທິອາລັກຂາ ແລະ ລັດທິໂດດດ່ຽວ. ຕາມທ່ານ Joe Mazur ນັກຊ່ຽວຊານການໄຈ້ແຍກຂອງກຸ່ມບໍລິສັດ Trivium China ແລ້ວ, ເອີລົບ ກໍຍາກທີ່ຈະຫວັງນຳໃຊ້ອັດຕາພາສີເພື່ອສະກັດກັ້ນກະແສນຳເຂົ້າລົດໄຟຟ້າຈາກ ຈີນ:

        “ບັນດາອັດຕາພາສີ ເຊິ່ງ EU ຄາດວ່າຈະຈັດວາງສຳລັບລົດໄຟຟ້າຂອງ ຈີນ ແມ່ນນອນໃນການຄາດຄະເນລ່ວງໜ້າໄວ້ແລ້ວ. ດັ່ງນັ້ນ, ເຖິງວ່າຈະມີຜົນກະທົບກໍ່ຕາມ ແຕ່ສິ່ງດັ່ງກ່າວ ບໍ່ແມ່ນການສິ້ນສຸດສຳລັບລົດໄຟຟ້າ ຈີນ ຢູ່ ເອີຣົບ. ໃນຊຸມປີຜ່ານມາ, ບັນດາບໍລິສັດຜະລິດລົດໄຟຟ້າ ຈີນ ໄດ້ຍົກອອກມາດ້ວຍລາຄາທີ່ແກ້ງແຍ້ງທີ່ສຸດ, ສະນັ້ນ ເມື່ອມີອັດຕາພາສີໃໝ່, ເຂົາເຈົ້າອາດຈະຕັດອັດຕາກຳໄລລົງ ຫຼື ເພີ່ມລາຄາສຳລັບຜູ້ບໍລິໂພກ, ຫຼືວ່າທັງສອງ”.

        ຕາມການຄິດໄລຂອງກຸ່ມບໍລິສັດຄົ້ນຄວ້າ ແລະ ໄຈ້ແຍກເສດຖະກິດ Rhodium ແລ້ວ,  5 ໃນຈຳນວນລົດໂອໂຕ 6 ແບບ ຂອງ BYD, ບໍລິສັດຜະລິດລົດໄຟຟ້າໃຫຍ່ສຸດຂອງ ຈີນ, ຍັງມີກຳໄລຢູ່ ເອີຣົບ ນັບທັງດ້ວຍອັດຕາພາສີ 30%, ໃນຂະນະທີ່ລົດໄຟຟ້າ Model 3 ຂອງ ບໍລິສັດ Tesla (ອາເມລິກາ) ຜະລິດຢູ່ ຈີນ ຈະຖືກຫຼຸບທຶນດ້ວຍອັດຕາພາສີໃໝ່ຂອງ EU.

 

ຕອບກັບ

ຂ່າວ/ບົດ​ອື່ນ