ກອງປະຊຸມສະມັດຊາໃຫຍ່ຄັ້ງທີ 132 ຢູ່ຫວຽດນາມ ຈະເປັນຂີດໝາຍໃນປະຫວັດສາດ IPU

ກອງປະຊຸມສະມັດຊາໃຫຍ່ຄັ້ງທີ 132 ຢູ່ຫວຽດນາມ ຈະເປັນຂີດໝາຍໃນປະຫວັດສາດ IPU - ảnh 1
ຄະນະຜູ້ແທນຫວຽດນາມເຂົ້າຮ່ວມກອງປະຊຸມ IPU ຄັ້ງ​ທີ 130

   ຕໍ່ໜ້າຂ່າວຄາວທີ່ຫວຽດນາມເປັນຄັ້ງທຳອິດຈະເປັນເຈົ້າພາບຈັດກອງປະຊຸມ ສະມັດ​ຊາ​ໃຫຍ່​ລັດຖະສະພາ​ລະຫວ່າງ​ຊາດ​ໂລກ​ຄັ້ງ​ທີ 132 (IPU - 132) ​ໃນ​ເດືອນ 3/2015 ນັ້ນ, ວົງຄະນະຍາດສາກົນກໍ ລ້ວນແຕ່ສະແດງຄວາມເຊື່ອໝັ້ນວ່າ ຫວຽດນາມຈະຈັດຕັ້ງເຫດການນີ້ຢ່າງສຳເລັດຜົນ. ເລື່ອງເປັນ ເຈົ້າພາບຈັດ ກອງປະຊຸມສະມັດ​ຊາ​ໃຫຍ່ IPU – 132 ແມ່ນສືບຕໍ່ຢືນຢັນການສະໜັບສະໜູນ ແລະ ໃຫ້ບຸລິມະສິດຢ່າງສູງຂອງຫວຽດນາມໃນການຮ່ວມມືກັບ IPU, ພ້ອມທັງ ຍັງສົ່ງສານ ໃຫ້ທົ່ວໂລກ ຮັບຊາບວ່າ : ຫວຽດນາມແມ່ນສະມາຊິກທີ່ຕັ້ງໜ້າ ແລະ ມີຄວາມຮັບຜິດຊອບຂອງ IPU, ສູ້ຊົນເພື່ອສັນຕິພາບ, ວັດທະນາຖາວອນ, ພັດທະນາໃນທົ່ວໂລກ .

  ໃນຂອບເຂດບັນດາການເຄື່ອນໄຫວຂອງກອງປະຊຸມ ສະມັດ​ຊາ​ໃຫຍ່​ລັດຖະ ສະພາ​ລະຫວ່າງ​ຊາດ​ໂລກ​ຄັ້ງ​ທີ 130 ຊຶ່ງຖືກຈັດຂຶ້ນຢູ່ເຊີແນວ ປະເທດສະວິດ, ວັນທີ 18/3, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນຊິງຮຸ່ງ ແລະ ທ່ານປະທານ IPU Abdelwahad Radi ​ໄດ້​ເປັນ​ສັກຂີ​ພິຍານ​ພິທີ​ລົງ​ນາມ​ໃນ​ບົດ​ບັນທຶກ​ຄວາມ​ເຂົ້າ​ໃຈ​ກ່ຽວ​ກັບ​ເລື່ອງ​ຫວຽດນາມເປັນເຈົ້າພາບຈັດກອງປະຊຸມ ສະມັດ​ຊາ​ໃຫຍ່​ລັດຖະສະພາ​ລະຫວ່າງ​ຊາດ​ໂລກ​ຄັ້ງ​ທີ 132 (IPU - 132) ​ໃນ​ເດືອນ 3/2015. ນອກຈາກ​ເລື່ອງລົງ​ນາມ​ໃນ​ບົດ​ບັນທຶກ​ຄວາມ​ເຂົ້າ​ໃຈ​ກ່ຽວ​ກັບ​ການເປັນເຈົ້າພາບຈັດກອງປະຊຸມ IPU – 132, ທີ່​ກອງ​ປະຊຸມ IPU ຄັ້ງ​ທີ 130 ນີ້, ຫວຽດນາມ​ຍັງ​ໄດ້​ປະກາດ​ເຄື່ອງໝາຍ​ສັນຍາ​ລັກ​ຂອງ IPU 132, ພ້ອມ​ກັນ​ນັ້ນ ກໍ​ຈັດ​ຕັ້ງ​ການວາງສະ​ແດງ​ວັດທະນະທຳ​ທີ່​ເຂັ້ມ​ຂຸ້ນສີສັນ​ຊາດ​ທີ່​ສູນ​ຈັດ​ກອງ​ປະຊຸມ​ຊຶ່ງ​ພວມ​ດຳ​ເນີນກອງປະຊຸມສະມັດ​ຊາ​ໃຫຍ່ IPU ​ຄັ້ງ​ທີ 130 , ອັນ​ໄດ້​ໄດ້​ຮັບ​ການ​ຕີ​ລາຄາ​ສູງ​ຈາກ​ບັນດາ​ຜູ້​ແທນ​​ໃນ​ທົ່ວ​ໂລກທີ່ພວມ​ເຂົ້າ​ຮ່ວມກອງປະຊຸມສະມັດ​ຊາ​ໃຫຍ່ IPU.

   ​ເຂົ້າ​ຮ່ວມ​ຢ່າງ​ຕັ້ງໜ້າ​ໃນ​ກົນ​ໄກ​ຮ່ວມ​ມື IPU

ຫວຽດນາມ​ເຂົ້າ​ເປັນ​ສະມາຊິກ IPU ນັບ​ແຕ່​ປີ 1979 ​ແລະ ນັບ​ຕັ້ງ​ແຕ່​ນັ້ນ​ເປັນ​ຕົ້ນ​ມາ, ຍາມ​ໃດ​ກໍ​ແມ່ນ​ສະມາຊິກ​ທີ່​ຕັ້ງໜ້າ ​ແລະ ມີ​ຄວາມ​ຮັບຜິດຊອບ​ໃນ​ເວ​ທີ່​ປາ​ໄສ​ນີ້. ຫວຽດນາມ​ໄດ້​ດຳລົງ​ບັນດາຕຳ​ແໜ່​ງທີ່​ສຳຄັນ ​ແລະ ມີ​ບົດບາດນຳ​ພາ​ໃນ​ຂອບ​ເຂດ IPU, ​ໃນ​ຄະນະ​ບໍລິຫານ​ງານ ຊຶ່ງ​ແມ່ນ​ອົ​ງການ​ນຳພາ​ສູງ​ສຸດ​ຂອງ IPU, ກໍ​ຄື​ໄດ້​ຮັບ​ແຕ່ງ​ຕັ້ງ​ເປັນ​ຮອງ​ປະທານ IPU ​ໃນ​ປີ 2009. ຫວຽດນາມ ຍາມ​ໃດ​ໄດ້​ໃຫ້ການ​ສະໜັບສະໜູນ​ຢ່າງ​ແຂງ​ແຮງ​ໃຫ້​ແກ່​ບັນດາ​ເນື້ອ​ໃນ ​ແລະ ຈຸດປະສົງ​ການ​ເຄື່ອນ​ໄຫວ​ຂອງ IPU ຄື ຊຸກຍູ້​ປະຊາທິປະ​ໄຕ, ສັນຕິພາບ ​ແລະ ພັດທະນາ​ໃນ​ໂລກ, ຊຸກຍູ້​ບົດບາດ ​ແລະ ສິດທິ​ແມ່ຍິງ ​ແລະ ​ເດັກນ້ອຍ...

   ຍ້ອນ​ເຫດ​ນີ້​ເອງ, ການ​ເຂົ້າຮ່ວມ​ຢ່າງ​ຕັ້ງໜ້າ​ຂອງ​ຫວຽດນາມ​ເຂົ້າ​ໃນ​ຂອບ​ເຂດ IPU ​ໄລຍະ​ທີ່​ຜ່ານ​ມາ ພ້ອມ​ກັບ​ແຜນການ​ຈັດ​ຕັ້ງ​ໄດ້​ຮັບ​ການ​ກະກຽມ​ໄວ້​ລວງ​ໜ້າ, ກໍ​ລ້ວນ​ແຕ່​ແມ່ນ​ບັນດາ​ຫຼັກ​ຖານ ​ເຮັດ​ໃຫ້​ເພື່ອ​ມິດສາ​ກົນ​ເຊື່ອ​ໝັ້ນ​ຕໍ່​ຄວາມ​ສາມາດ​ຈັດ​ຕັ້ງ​ຂອງ​ປະ​ເທດ​ເຈົ້າພາບ​ຫວຽດນາມ ​ເຖິງ​ແມ່ນ​ວ່າ ເປັນຄັ້ງທຳອິດ ເປັນເຈົ້າພາບຈັດກອງປະຊຸມສະມັດ​ຊາ​​ໃຫຍ່​ລັດຖະສະພາ​ລະຫວ່າງ​ຊາດ​ໂລກ​.

  ທ່ານ Ahmed Obaid Al Mansoori , ສະມາຊິກ​ສະພາ​ສະຫະພັນ​ແຫ່ງ​ຊາດ ສະຫະລັດ ອາຣັບ​ເອມີ​ເລັດ ຢືນຢັນ​ວ່າ : 

   “ ຫວຽດນາມ​ມີ​ຫຼາຍ​ບົດຮຽນ ​ແລະ ກຳ​ລັງ​ຄວາມ​ສາມາດພັດທະນາ ພ້ອມ​ກັບ​ພື້ນຖານ​ໂຄງ​ລ່າງ​ທີ່​ດີ, ດັ່ງ​ນັ້ນ​ຈະ​ເປັນ​ໜຶ່ງ​ໃນ​ບັນດາ​ສະຖານ​ທີ່​ທີ່​ດີ​ກ່ວາ​ໝູ່​ເພື່ອ​ຈັດ​ຕັ້ງ ກອງປະຊຸມສະມັດ​ຊາ​ໃຫຍ່ IPU ຄັ້ງ​ທີ 132 ຢ່າງ​ສຳ​ເລັດ​ຜົນ. ພື້ນຖານ​ວັດທະນະທຳ​ທີ່​ມີ​ມາ​ແຕ່​ດົນ​ນານຂອງ​ຫວຽດນາມ​ແມ່ນ​ເປັນ​ໜ້າ​ຈັບ​ໃຈ​ອີ​ຫຼີ. ພວກ​ຂ້າພະ​ເຈົ້າ​ສະຫງວຽນ​ການ​ສະໜັບສະໜູນ​ທັງ​ໝົດ​ໃຫ້​ແກ່​ຫວຽດນາມ ຊຶ່ງ​ແມ່ນ​ປະ​ເທດ​ທີ່​ພວກ​ຂ້າພະ​ເຈົ້າມີ​ບັນດາ​ການ​ຮ່ວມ​ມື​ຢ່າງ​ມີ​ປະສິດທິ​ຜົນ”

    ລັດຖະສະພາ ​ແລະ ການ​ປະຕິບັດ​ໂຄງການ​ພັດທະນາ​ແບບ​ຍືນ​ຍົງ​ຫຼັງ​ປີ 2015

  ຫົວ​ເລື່ອງ​ທີ່​ຫວຽດນາມ​ຍົກ​ອອກ​ມາ​ທີ່ ກອງປະຊຸມສະມັດ​ຊາ​ໃຫຍ່ IPU 132 ນັ້ນ​ແມ່ນ “ ຍຸດ​ທະ​ສາດພັດທະນາ​ແບບ​ຍືນ​ຍົງ​ຫຼັງ​ປີ 2015” ​ໄດ້​ຮັບ​ການ​ແບ່ງປັນ​ຢ່າງ​ຕັ້ງໜ້າ​ຈາກລັດຖະສະພາ​ລະຫວ່າງ​ຊາດ​ ກໍ​ຄື​ບັນດາ​ສະມາຊິກ​ລັດຖະສະພາ​ໃນ​ທົ່ວ​ໂລກ. ທ່ານປະທານ IPU Abdelwahad Radi ຖື​ວ່າ ບັນດາ​ເນື້ອ​ໃນ​ຂອງຫົວ​ເລື່ອງ​ນີ້​ແມ່ນ​ສອດຄ່ອງ​ກັບ​ບັນດາ​ກຳນົດ​ທິດ​ຍຸດ​ທະ​ສາດ​ຂອງ IPU ຊຶ່ງ​ໄດ​້ກຳນົດ​ໃນ​ຍຸດ​ທະ​ສາດ IPU 2012-2017 . ທ່ານປະທານ IPU Abdelwahad Radi ກ່າວ​ວ່າ : 

    “ພວກ​ຂ້າພະ​ເຈົ້າ​ເຊື່ອ​ແນ່​ວ່າ ກອງປະຊຸມສະມັດ​ຊາ​ໃຫຍ່ IPU 132 ຈະ​ປະສົບ​ຜົນສຳ​ເລັດ ​ເພາະ​ພວກ​ຂ້າພະ​ເຈົ້າ​ເຂົ້າ​ໃຈ​ຫວຽດນາມ ​ແລະ ​ເຫັນ​ວ່າ​ໄດ້​ມີ​ການ​ກະກຽມ​ຢ່າງ​ລະອຽດ​ທີ່​ສຸດ, ສະ​ຫງວນວັນ​ເວລາ ກໍ​ຄື​ເຫື​ອ່​ແຮງ​ໃຫ້​ວຽກ​ງານ​ກະກຽມ. ຫວຽດນາມ​ເລືອກ​ເຟັ້ນຫົວ​ຂໍ້​ທີ່​ສຳຄັນ​ໃຫ້​ກອງ​ປະຊຸມ​ຄື “ຍຸດ​ທະ​ສາດ ພັດທະນາ​ແບບ​ຍືນ​ຍົງ​ຫຼັງ​ປີ 2015” ກົງ​ກັບ​ຈຸດ​ເວລາ​ທີ່​ປະຊາ​ຄົມ​ໂລກ​ພວມ​ສົນ​ໃຈ ​ແລະ ຜັນ​ຂະຫຍາຍ​ຍຸດ​ທະ​ສາດ​ນີ້. ການ​ກະກຽມ​ບັນຫາ​ຕັດສິນ​ໃຫ້​ແກ່​ການ ພັດທະນາ​ແບບ​ຍືນ​ຍົງ​ຫຼັງ​ປີ 2015, ​ແມ່ນ​ບໍ່​ພຽງ​ແຕ່​ວຽກ​ງານ​ຂອງ​ບັນດາ​ລັດຖະບານ​ເທົ່າ​ນັ້ນ, ຫາກ​ຍັງ​ມີ​ການ​ປະກອບສ່ວນ​ສຳຄັນ​ຂອງ​ບັນດາ​ອົງການ​ລັດ​ຖະສະພາອີກ​ດ້ວຍ. ດັ່ງ​ນັ້ນ, ກອງປະຊຸມສະມັດ​ຊາ​ໃຫຍ່ IPU 132 ຈະ​ແມ່ນ​ເວ​ທີ່​ປາ​ໄສ​ທີ່​ມີ​ຜົນ​ປະ​ໂຫຍ​ດ​ເພື່ອ​ແລກປ່ຽນ​ກ່ຽວ​ກັບ​ຫົວ​ຂໍ້​ນີ້ ”

    ​ໂດຍ​ມີ​ຄວາມ​ເຫັນ​ດີ​ກັບ​ການ​ຕີ​ລາ​ຄາສູງ​ຫົວ​ຂໍ້​ທີ່​ຫວຽດນາມ​ໄດ້​ເລືອກ​ເຟັ້ນ​ໃຫ້​ແກ່ກອງປະຊຸມສະມັດ​ຊາ​ໃຫຍ່ IPU ຄັ້ງ​ທີ 132, ທ່ານ​ເລຂາທິການ​ໃຫຍ່ IPU Anders B. Johnsson ​ເນັ້ນ​ໜັກວ່າ : 

   “ ຂ້າພະ​ເຈົ້າ​ຖື​ວ່າ ຫົວ​ຂ້ໍ  IPU 132 ຕິດ​ແໜ້ນ​ກັບ​ທຸກ​ສິ່ງ​ທຸກ​ຢ່າງ​ທີ່​ໂລກ​ຕ້ອງການ​ຢ່າງ​ແທ້​ຈິງ​ໃນ​ປີ 2015 ​ແລະ ວິວັດທະນາ​ການ​ພັດທະນາ​ໃໝ່​ໃຫ້​ທົ່ວ​ໂລກ ຖັດຈາກ​ບັນດາ​ເປົ້າ​ໝາຍ​ພັດທະນາ​ສະຫັດ​ສະ​ວັດ ຈະ​ແມ່ນ​ການພັດທະນາ​ແບບ​ຍືນ​ຍົງ​. ດັ່ງ​ນັ້ນ ຫົວ​ຂໍ້​ທີ່​ຫວຽດນາມ​ເລືອກ​ເຟັ້ນ​ແມ່ນ​ມີ​ຄວາມ​ສຳຄັນ​ຢ່າງ​ແທ້​ຈິງ, ຖືກ​ກັບ​ຈຸດ​ເວລາ, ​ແມ່ນ​ໂອກາດ​ທີ່​ດີ​ເພື່ອ​​ໃຫ້​ບັນດາ​ສະມາຊິກ​ລັດຖະສະພາ​ໃນ​ທົ່ວ​ໂລກ​ປະກອບ​ຄຳ​ເຫັນ ​ແລະ ໜູນ​ຊ່ວຍ​ໃຫ້ການ​ຜັນ​ຂະ​ຫຍາຍ ວິວັດທະນາ​ການ​ນີ້”

     ສຳລັບ​ຫວຽດນາມ​ແລ້ວ, ການຈັດ​ຕັ້ງ​ເຫດການ​ນີ້​ຢ່າງ​ສຳ​ເລັດ​ຜົນ ຈະ​ຊ່ວຍ​ຫວຽດນາມ​ຍົກ​ສູງ​ບົດບາດ​ຂອງ​ຫວຽດນາມ​ເວົ້າ​ລວມ ​ແລະ ສະພາ​ແຫ່ງ​ຊາດ​ຫວຽດນາມ​ເວົ້າ​ສະ​ເພາະ​ໃນ​ບັນດາ​ການ​ເຄື່ອນ​ໄຫວ​ທາງ​ການ​ທູດ​ໃນ​ໂລກ; ​ເພີ່ມ​ທະວີ​ການ​ພົວພັນ​ກັບ​ບັນດາ​ລັດຖະສະພາ​ປະ​ເທດ​ຕ່າງໆ, ​ເປີດ​ກ້ວາງ​ການ​ພົວພັນ​ແລກປ່ຽນ​ກັບ​ປະຊາ​ຄົມ​ໂລກ .

ຕອບກັບ

ຂ່າວ/ບົດ​ອື່ນ