ກອງປະຊຸມໃຫຍ່ຄັ້ງທີ 12 ຂອງພັກກອມມູນິດຫວຽດນາມ: ນຳຫວຽດນາມກາຍເປັນປະເທດອຸດສາຫະກຳຕາມທິດທັນສະໄຫມໂດຍໄວ

(vovworld)- ກ່າວ​ຄຳ​ເຫັນ​ທີ່​ວາ​ລະ​ໄຂ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກກອມ​ມູ​ນິດ​ຫວຽດ​ນາມ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ຫງວຽນ​ຟູ​ຈ້ອງ ໄດ້​ຢືນ​ຢັນ​ຈຸດ​ໝາຍ​ນຳ​ປະ​ເທດ​​ຊາດກາຍ​ເປັນ​ປະ​ເທດອຸດ​ສາ​ຫະ​ກຳ​ຕາມ​ທິດ​ທັນ​ສະ​ໄຫມ​ໂດຍ​ໄວ. ຈຸດ​ໝາຍນີ້​ໄດ້​ຮັບ​ການ​ເຫັນ​ດີ​ເຫັນ​ພ້ອມ​ຈາກ​ຜູ້​ແທນ​ຫລາຍ​ຄົນ​ທີ່​ເຂົ້າ​ຮ່ວມກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກ ພ້ອມ​ທັງ​ຢືນ​ຢັນ ພັກ​ກອມ​ມູ​ນິດ​ຫວຽດ​ນາມ ໄດ້​ຕີ​ລາ​ຄາ​ຖືກ​ກັບ​ສະ​ພາບ​ພຶດ​ຕິ​ກຳ​ຕົວ​ຈິງ​ກໍ​ຄ​ື​ກຳ​ນົດ​ທິດ​ພັດ​ທະ​ນາ​ຂອງ​ປະ​ເທດ​ຊາດ​ໃນ​ໄລ​ຍະ​ຈະ​ມາ​ເຖິງ.
ກອງປະຊຸມໃຫຍ່ຄັ້ງທີ 12 ຂອງພັກກອມມູນິດຫວຽດນາມ: ນຳຫວຽດນາມກາຍເປັນປະເທດອຸດສາຫະກຳຕາມທິດທັນສະໄຫມໂດຍໄວ - ảnh 1
ການ​ນຳ​ພັກ,ລັດ,ຜູ້​ແທນ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ໃຫຍ່
ພາບ:baomoi.com

        ຈຸດ​ໝາຍ ຮອດ​ປີ 2020 ​ແມ່​ນນຳ​ຫວຽດ​ນາມ​ກາຍ​ເປັນ​ປະ​ເທດ​ອຸດ​ສາ​ຫະ​ກຳ​ຕາມ​ທິດ​ທັນ​ສະ​ໄຫມ​ ຊື່ງ​ໄດ້​ກຳ​ນົດ​ຈາກກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 8 ຂອງ​ພັກ. ຄວາມ​ຈິງ, ໃນ 20 ປີ​ຜ່ານ​ມາ, ທົ່ວ​ພັກ, ທົ່ວ​ປວງ​ຊົນ ແລະ ທົ່ວ​ກອງ​ທັບ ໄດ້​ມາ​ນະ​ພະ​ຍາ​ຍາມ​ສູ້​ຊົນ​ປະ​ຕິ​ບັດ​ຈຸດ​ໝາຍນີ້. ເຖິງ​ຢ່າງ​ໃດ​ກ​ໍ​ຕາມ, ຍ້ອນ​ຫລາຍ​ສາຍ​ເຫດ​ພາ​ວະ​ວິ​ໄສ, ອັດ​ຕະ​ວິ​ໄສ ສະ​ນັ້ນ ຫລາຍ​ຄາດ​ໝາຍ, ມາດ​ຖານ​ໃນ​ຈຸດ​ໝາຍ​ດັ່ງ​ກ່າວບໍ່​​ສາ​ມາດບັນ​ລຸ​ໄດ້.

ພັກ​ຕີ​ລາ​ຄາ​ຖືກ​ຕ້ອງ​ກັບ​ຄວາມ​ຈິງ

       ຕາມ​ການ​ຄົ້ນ​ຄ້​ວາ​ຂອງບັນ​ດາ​ຜູ້​ຊ່ຽວ​ຊານ​ແລ້ວ, ມີ 9 ຜ​ົນ​ງານ ແລະ 10 ຂໍ້​ຈຳ​ກັດ​ຂອງວິ​ວັດ​​ທະ​ນາການ​ຫັນ​ເປັນ​ອຸດ​ສາ​ຫະ​ກຳ ແລະ ທັນ​ສະ​ໄຫມ ຢູ່ ຫວຽດ​ນາມ​ໃນ​ໄລ​ຍະ​ຜ່ານ​ມາ​. ໃນ​ນັ້ນ ບັນ​ດາ​ຜົນ​ງານ​ສຳ​ຄັນ​ທີ່​ສຸດ​ ນັ້ນ​ແມ່ນ ກະ​ສິ​ກຳ, ຊົນ​ນະ​ບົດ, ຊາວ​ກະ​ສິ​ກອນ​ໄດ້​ຮັບ​ຄ​ວາມ​ເອົາ​ໃຈ​ໃສ່​ຊຸກ​ຍູ້​ຕາມ​ທິດ​ຄົບ​ຊຸດ, ໝັ້ນ​ຄົງ; ອັດ​ຕາ​ສ່ວນ​ບັນ​ດາ​ຂະ​ແຫນງ​ອຸດ​ສາ​ຫະ​ກຳ, ກໍ່​ສ້າງ ແລະ ບໍ​ລິ​ການ​ເພີ່ມ​ຂຶ້ນ​ວ່ອງ​ໄວ. ແຕ່​ບັນ​ດາ​ຜົນ​ງານ​ພົ້ນ​ເດັ່ນ​ດັ່ງ​ກ່າວບໍ່​ທັນ​ພຽງ​ພໍ​ເພື່ອ​ຫລຸດ​ຜ່ອນ 10 ຂໍ້​ຈຳ​ກັດ​​ລົງເມື່ອ​ປະ​ເທດ​ຊາດ​ດຳ​ເນີນ​ການ​ຫັນ​ເປັນ​ອຸດ​ສາ​ຫະ​ກຳ ແລະ ທັນ​ສະ​ໄຫມ. ໃນ​ນັ້ນ ເປັນ​ຫນ້າ​ສົນ​ໃຈ ນັ້ນ​ແມ່ນ ການ​ຫັນ​ປ່ຽນ​ໂຄງ​ປະ​ກອບ​ເສດ​ຖະ​ກິດ​ຍັງຊັກ​ຊ້າ ແລະ ຫລ້າ​ຫລັງ​ຢູ່, ການ​ຫັນ​​ເປັນ​ອ​ຸດ​ສາ​ຫະ​ກຳ ​ແລະ ທັນ​ສະ​ໄຫມ​ມີ​ທ່າ​ອ່ຽງ​ພັດ​ທະ​ນາ​ຕາມ​ລວງກວ້າງ, ລະ​ດັບ​ຄວາມ​ໄວ​ການ​ປ່ຽນ​ໃຫມ່​ເຕັກ​ໂນ​ໂລ​ຊີ​ຍັງ​ຕ່ຳ, ບໍ່​ສະ​ໝ່ຳ​ສະ​ເໝີ.

        ຜູ້​ແທນ​ຫລາຍ​ທ່ານ​ທີ່​ເຂົ້າ​ຮ່ວມກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກ ຖື​ວ່າ: ເລື່ອງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ຍອມ​ຮັບ​ຢ່າງ​ກົງ​ໄປ​ກົງ​ມາ​ວ່າບໍ່​​ສາ​ມາດບັນ​ລຸ​ໄດ້​ຄາດ​ໝາຍ, ມາດ​ຖານ​ຫລາຍ​ປານ​ໃດ​ໃນ​ຈຸດ​ໝາຍ​ຮອດ​ປີ 2020 ​ແມ່ນນຳ​ຫວຽດ​ນາມ ກາຍ​ເປັນ​ປະ​ເທດ​ອຸດ​ສາ​ຫະ​ກຳ​ຕາມ​ທິດ​ທັນ​ສະ​ໄຫມ ນັ້ນ​ແມ່ນ ພັກ​​ສັງ​ເກດ​ຕົງ​ຕໍ່​ຄວາມ​ຈິງ, ຕີ​ລາ​ຄາ​ຖືກ​ຕ້ອງ​ກັບ​ຄວາມ​ຈິງ, ທ່ານ ດັ້ງ​ກວກວີງ, ຄະ​ນະ​ຜູ້​ແທນ​ແຂວງ ຮ່າ​ຕີ້ງ ຖື​ວ່າ:

        “ນີ້​ແມ່ນ​ການ​ຕີ​ລາ​ຄາ​ຢ່າງ​ກົງ​ໄປ​ກົງ​ມາ, ເຂັ້ມ​ງວດ​ຂອງ​ພັກ. ສ່ວນ​ສາຍ​ເຫດ ເປັນ​ຫຍັງ​ບໍ່​ບັນ​ລຸ​ໄດ້​ຄາດ​ໝາຍ​ທີ່​ວາງ​ອອກ, ພວກ​ຂ້າ​ພະ​ເຈົ້າ​ໄດ້​ສະ​ເຫນີ​ຕ້ອງ​ຕີ​ລາ​ຄາ​ໃຫ້​ລະ​ອຽດ ​ຍ້ອນ​​ສາຍ​ເຫດອັດ​ຕະວິ​ໄສ ຫລື ພາ​ວະ​ວິ​ໄສ. ຂ້າ​ພະ​ເຈົ້າ​ມີ​ຄວາມ​ດີ​ໃຈ​​ເມື່ອ ພັກ​ຕີ​ລາ​ຄາ​ຖືກ​​ຕ້ອງກັບ​ຄວາມ​ຈິງ, ​ສັງ​ເກດ​ຕົງ​ຕໍ່​ຄວາມ​ຈິງ, ບໍ່​ຫລົບ​ຫລີກ. ພັກ​ເຮັດ​ໄດ້​ຄື​ແນວນັ້ນ ຂ້າ​ພະ​ເຈົ້າ​ມີ​ຄວາມ​ເຊື່ອ​ໝັ້ນ​ວ່າ ພັກ​ກອມ​ມູ​ນິດ​ຫວຽດ​ນາມ ຈະ​ສືບ​ຕໍ່​ກ້າວ​ຂຶ້ນ.”

        ຕ້ອງ​ມີ​ວິ​ໄສ​ທັດ​ຍາວ​ນານ

ທ່ານ ເຈືອງ​ຢາງ​ລອງ, ຂຶ້​ນ​ກັບ​ຄະ​ນະ​ຜູ້​ແທນ​ກະ​ຊວງ​ຕຳ​ຫລວດ ຖື​ວ່າ :ຈຸດ​ໝາຍ “ນຳ​ຫວຽດ​ນາມ ກາຍ​ເປັນ​ປະ​ເທດ​ອຸດ​ສາ​ຫະ​ກຳ​ຕາມ​ທິດ​ທັນ​ສະ​ໄຫມ” ແມ່ນ​​ເປົ້າ​ໝາຍ​ຂອງວິ​ວັດ​ການ​ສູ້​ຊົນ​ຢ່າງ​ລຽນ​ຕິດ, ໃນ​ນັ້ນ ມີ​ການ​ສືບ​ທອດ ແລະ ພັດ​ທະ​ນາ​ຜົນ​ງານ​ຂອງ 30 ປີ​ແຫ່ງ​ການ​ປ່ຽນ​ແປງ​ໃຫມ່. ສະ​ນັ້ນ ການ​ກຳ​ນົດ​ທິດ​ນະ​ໂຍ​ບາຍ ແລະ ມາດ​ຕະ​ການ​ໃຫ້​ຈຸດ​ໝາຍນັ້ນ ຕ້ອງ​ອີງ​ໃສ່​ພື້ນ​ຖານ​ວິ​ໄສ​ທັດ​ຍາວ​ນານ. ​ໃນ​ສະ​ເພາະ​ຫນ້າ, ຂອດ​ບຸກ​ທະ​ລຸ​ສຳ​ຄັນ ແລະ ມີ​ລັກ​ສ​ະ​ນະ​ຕັດ​ສິນ​ຊີ້​ຂາດ ​ຍັງ​ຄົງແມ່ນ​ການ​ສຸມ​ໃສ່​ເຂົ້າ​ໃນ​ການ​ລົງ​ທຶນ, ຂຸດ​ຄົ້ນ​ແຫລ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ເປັນ​ຢ່າງ​ດີ. ຍ້ອນ​ແຫລ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ ແມ່ນ​ແຫລ່ງ​ຊັບ​ພະ​ຍາ​ກອນ​ປະ​ກອບ​ສ່ວນ​ສ້າງ​ບາດ​ກ້າວ​ບຸກ​ທະ​ລຸ. ພ້ອມ​ກັນ​ນັ້ນ ຕ້ອງ​ບຸ​ລິ​ມະ​ສິດ​ພັດ​ທະ​ນາ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ ແລະ ໝູນ​ໃຊ້​ບັນ​ດາ​ຜົນ​ງານ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​ຂອງມວນ​ມະ​ນຸດ​ເຂົ້າ​ໃນ​ວິ​ວັດ​ທະ​ນາ​ການ​ພັດ​ທະ​ນາ​ຂອງ​ປະ​ເທດ​ຊາດ.

        “ຂົງ​ເຂດນີ້​ຕ້ອງ​ມີ​ບັນ​ດາ​ມາດ​ຕະ​ການ​ຄື​ໄດ້​ສະ​ເຫນີ​ໃນ​ເອ​ກະ​ສານ ນັ້ນ​ແມ່ນ​ຕ້ອງ​ໄປ​ວ່ອງ​ໄວ​ກວ່າ ເພື່ອ​ໝູນ​ໃຊ້​ຜົນ​ງານ​ດ້ານ​ວິ​ທະ​ຍາ​ສາດ​, ເຕັກ​ໂນ​ໂລ​ຊີ​ຂອງ​ໂລກຢ່າງ​ມີ​ປະ​ສິດ​ທິ​ຜົນ​ທີ່​ສຸດ. ຜ່ານນັ້ນ ​ໝູນ​ໃຊ້​ຂຸດ​ຄົ້ນ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ, ທ່າ​ໄດ້​ປຽບໃຫ້​ດີ​ສຸດ. ເພື່ອ​ໃຫ້​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​ພັດ​ທະ​ນາ​ຢ່າງວ່ອງ​ໄວ ແລະ ທັນ​ກັບ​ບັນ​ດາ​ປະ​ເທດ​ຄື: ຈຸດ​ໝາຍ​ຊື່ງ​ມະ​ຕິ​ກອງ​ປະ​ຊຸມ​ໄດ້​ວາງ​ອອກ, ພວກ​ເຮົາ​ຕ້ອງ​ຍາດ​ແຍ່ງ​ທຸ​ກ​ແຫລ່​ງ​ກຳ​ລັງ ແລະ ຕ້ອງ​ຍາດ​ແຍ່ງ​ກາ​ລະ​ໂອ​ກາດ. ເພາະ​ວ່າ ນີ້​ແມ່ນ ​ກາ​ລະ​ໂອ​ກາດ​ທີ່​ດີບໍ່​ເຄີຍ​ມີ​ມາ​ກ່ອນ​ເພື່ອ​ໃຫ້​ປະ​ເທດ​ຊາດ​ເຊື່ອມ​ໂຍງເຂົ້າ​ກັບສາ​ກົນ ແລະ ພັດ​ທະ​ນາ.”

        ເຫັນ​ດີ​ເຫັນ​ພ້ອມ​ກັບ​ທັດ​ສະ​ນະ​ນີ້, ທ່ານ ເວືອງກວກ​ຕວນ, ຂຶ້ນ​ກັບ​ຄະ​ນະ​ຜູ້​ແທນ​ແຂວງ ບັກ​ນີງ ຖື​ວ່າ: ເພື່ອ​ນຳ​ຫວຽດ​ນາມ ກາຍ​ເປັນ​ປະ​ເທດ​ອຸດ​ສາ​ຫະ​ກຳ ຕາ​ມ​ທິດ​ທັນ​ສະ​ໄຫມ, ທົ່ວ​ພັກ, ທົ່ວ​ປວ​ງ​ຊົນ ຕ້ອງ​ມາ​ນະ​ພະ​ຍາ​ຍາມກວ່າອ​ີກ. ຫນຶ່ງ​ໃນ​ບັນ​ດາ​ບາດ​ກ້າວ​ບຸກ​ທະ​ລຸ ນັ້ນ​ແມ່ນ​ຄວນ​ເອົາ​ໃຈ​ໃສ່​ເຖິງ​ການ​ເພີ່ມ​ທະ​ວີ​ກຳ​ລັງ​ແຮງ​ພາຍ​ໃນ ເປັນ​ເຈົ້າ​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ.

        “ຕາມ​ຂ້າ​ພະ​ເຈົ້າ​ແລ້ວ, ພວກ​ເຮົາ​ຄວນ​ເອົາ​ໃຈ​ໃສ່​ເຖິງ​ແຜນ​ຮ່າງ​ພັດ​ທະ​ນາ​ອຸ​ດ​ສາ​ຫະ​ກິດສຳ​ຮອງ​ໃຫ້​ແກ່​ວິ​ສາ​ຫະ​ກິດ​ເລີ່ມ​ດຳ​ເນີນ​ທຸ​ລະ​ກິດ​ທີ່​ຂຶ້ນ​ກັບ​ພື້ນ​ຖານ​ເສດ​ຖະ​ກິດ​ພາກ​ເອ​ກະ​ຊົນ ສ້າງ​ກຳ​ລັງ​ຫນູນ​ສ້າງ​ເຄື່ອງ​ໝາຍ​ການ​ຄ້າ​ແຫ່ງ​ຊາດ​ຂອງວິ​ສາ​ຫະ​ກິດ​ເພື່ອ​ແກ້ງ​ແຍ້ງ. ທີ​ສອງ ເອົາ​ໃຈ​ໃສ່​ເຖິງ​ກະ​ສິ​ກຳ, ຊາວ​ກະ​ສິ​ກອນ, ຊົນ​ນະ​ບົດ, ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ ແລະ ຫລຸດ​ຜ່ອນ​ຄວາມ​ທຸກ​ຍາກ​ແບບ​ຍືນ​ຍົງ.”

ມາດ​ຕະ​ການ​ສຳ​ຄັນ​ຫນຶ່ງ​ອີກ​ຊື່ງ​ບັນ​ດາ​ຜູ້​ແທນ​ເຕື້ອງ​ເຖິງ ນັ້ນ​ແມ່ນ ຕ້ອງ​ຍູ້​ແຮງ​ການ​ສ​້າງ​ໂຄງ​ປະ​ກອບ​ລັດ​ວິ​ສາ​ຫະ​ກ​ິດ​ຄືນ​ໃຫມ່ ດ້ວຍ​ຈຸດ​ສຸມ​ແມ່ນ​ສ້າງ​ໂຄງ​ປະ​ກອບ​ບັນ​ດາ​ກຸ່ມ​ບໍ​ລິ​ສັດ​, ບໍ​ລິ​ສັດ​ໃຫຍ່ຄືນ​ໃຫມ່. ຕາມ​ທ່ານ ງຽມ​ຊວນ​ແທ່ງ, ສະ​ມາ​ຊິກ​ຄະ​ນະ​ຜູ້​ແທນ​ອົງ​ຄະ​ນະ​ພັກ​ກຸ່ມ​ວິ​ສາ​ຫະ​ກິດ​ສູນ​ກາງ​ແລ້ວ, ປະ​ຕິ​ບັດ​ສິ່ງ​ດັ່ງ​ກ່າວ​ຈະ​ຍົກ​ສູງ​ກຳ​ລັງ​ແກ້ງ​ແຍ້ງ​ຂອງ​ລັດ​ວິ​ສາ​ຫະ​ກິດ. ຈາກນັ້ນ ຫລີກ​ລ້ຽງ​ໄດ້​ສະ​ພາບ​ການ​ລົງ​ທຶນ​ແບບ​ກະ​ແຈກ​ກະ​ຈາຍ, ລົງ​ທຶນ​ເຂົ້າ​ບັນ​ດາ​ຂະ​ແຫນງ, ຂົງ​ເຂດບໍ່​ແມ່ນ​ຂະ​ແຫນງ​ດຳ​ເນີນ​ທຸ​ລະ​ກິດ​ຕົ້ນ​ຕໍ​ຂອງວິ​ສາ​ຫະ​ກິດ.

        “ພວກ​ເຮົາ​ຄວນ​ສືບ​ຕໍ່​ຍູ້​ແຮງ​ການ​ສ້າງ​ໂຄງ​ປະ​ກອບ​ຫນີ້​ເສຍ​ຄືນ​ໃຫມ່, ຮັບ​ປະ​ກັນ​ຄວາມ​ປອດ​ໄພ​ຫນີ້​ສາ​ທາ​ລະ​ນະ. ສຳ​ລັບ​ກຸ່ມ​ລັດ​ວິ​ສາ​ຫະ​ກດ, ຈຸດ​ສຸມ​ແມ່ນ​ສ້າງ​ໂຄງ​ປະ​ກອບ​ບັນ​ດາ​ກຸ່ມ​ບໍ​ລິ​ສັດ, ບໍ​ລິ​ສັດ​ໃຫຍ່​ຄືນ​ໃຫມ່. ນີ້​ລ້ວນ​ແຕ່​ຫນ້າ​ທີ່​ສຳ​ຄັນ. ຂ້າ​ພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ ພາ​ຍ​ຫລັງ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ນີ້ ພວກ​ເຮົາ​ຈະ​ປະ​ຕິ​ບັດ​ຈຸດ​ໝາຍ​ປະ​ຊາ​ຊົນ​ຮັ່ງ​ມີ, ປະ​ເທດ​ຊາດ​ເຂັ້ມ​ແຂງ​ຢ່າງ​ມີ​ໄຊ.”

        ພັກ​ກອມ​ມູ​ນິດ​ຫວຽດ​ນາມ ກຳ​ນົດ ໃນ​ໄລ​ຍະ 5 ປີ​ຈະ​ມາ​ເຖິງ, ຫວຽດ​ນາມ ຕ້ອງ​ສູ້​ຊົນ​ຢ່າງ​ຂ້ຽວ​ຂາດກວ່າ, ພັດ​ທະ​ນາ​ເສດ​ຖະ​ກິດ​ຢ່າງວ່ອງ​ໄວ, ໝັ້ນ​ຄົງ ເພື່ອ​ນຳ​ປະ​ເທດ​ຊາດ​ກາຍ​ເປັນ​ປະ​ເທດ​ອຸດ​ສາ​ຫະ​ກຳຕາມ​ທິດ​ທັນ​ສະ​ໄຫມ​ໂດຍ​ໄວ. ດ້ວຍ​ຄວາມ​ຕັດ​ສິນ​ໃຈ​ຂອງ​ພັກ, ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ຂອງ​ປ​ະ​ຊາ​ຊົນ, ຈຸດ​ໝາຍນີ້​ຈະ​ປະ​ກົດ​ຜົນ​ເປັນ​ຈິງ​ໂດຍ​ໄວ.

ຕອບກັບ

ຂ່າວ/ບົດ​ອື່ນ