ການພົວພັນລະຫວ່າງຫວຽດນາມ - ສະຫະພັນລັດເຊຍ: ຄູ່ຮ່ວມມືທີ່ໄວ້ເນື້ອເຊ່ືອໃຈຂອງກັນ

(vovworld) - ຕອນ​ເຊົ້າ​ວັນ​ທີ 31/7, ຕາມ​ເວລາ​ຂອງ​ຫວຽດນາມ, ທ່ານ​ປະທານ​ປະ​ເທດ Truong Tan Sang ​ແລະ ຄະນະ​ຜູ້​ແທນ​ຂັ້ນ​ສູງ​ຫວຽດນາມ ​ໄດ້​ກັບ​ເມືອ​ຮອດ​ ຮ່າ​ໂນ້ຍ, ສິ້ນ​ສຸດ​ການ​ຢ້ຽມຢາມ​ສະຫະພັນ​ລັດ​ເຊຍ​ເປັນ​ທາງ​ການ​​ແຕ່​ວັນ​ທີ 26-30/7 ຕາມ​ຄຳ​ເຊື້ອ​ເຊີນ​ຂອງ​ປະທານາທິບໍດີ​ລັດ​ເຊຍ Vladimir Putin ຢ່າງ​ຈົບງາມ ດ້ວຍ​ຜົນງານ​ອັນ​ລະອຽດ​ຫຼາຍ​ຢ່າງ, ການ​ຢ້ຽມຢາມ​ໄດ້​ເປັນ​ຂີດ​ຫມາຍ ​ແລະ ກຳລັງ​ໜູນ​ທີ່​ສຳຄັນ ​ເພື່ອ​​ເຮັດ​ໃຫ້ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຢ່າງຮອບດ້ານ​ຫວຽດນາມ - ສະຫະພັນ​ລັດ​ເຊຍ​ປະກົດ​ຜົນ​ເປັນ​ຈິງ.

ການພົວພັນລະຫວ່າງຫວຽດນາມ - ສະຫະພັນລັດເຊຍ: ຄູ່ຮ່ວມມືທີ່ໄວ້ເນື້ອເຊ່ືອໃຈຂອງກັນ - ảnh 1

ທ່ານ​ປະທານ​ປະ​ເທດ Truong Tan Sang ແລະ ປະທານາທິບໍດີ​ລັດ​ເຊຍ Vladimir Putin

(ພາບ: google.com.vn)

        ການ​ຢ້ຽມຢາມ​ສະຫະພັນ​ລັດ​ເຊຍຢ່າງ​ເປັນ​ທາງ​ການ​ຂອງ​ປະທານ​ປະ​ເທດ​ຫວຽດນາມ Truong Tan Sang ​ໃນ​ຄັ້ງ​ນີ້ ​ໄດ້​ຮັບ​ຖື​ວ່າ ​ແມ່ນ​ຈຸດ​ເວລາ​ທີ່​ສຳຄັນ ​ເພື່ອ​ໃຫ້​ສອງ​ຝ່າຍ​ສ້າງ​ການ​ພັດທະນາ​ໃໝ່, ນຳ​ການ​ພົວພັນ​ລະຫວ່າງ​ຫວຽດນາມ - ສະຫະພັນ​ລັດ​ເຊຍ ຂຶ້ນ​ສູ່​ລະດັບ​ສູງ​ໃໝ່.

        ​ເປັນ​ຄັ້ງ​ທຳ​ອິດ​ທີ່​ການ​ເຈລະຈາ​ຂັ້ນ​ສູງ​ລະຫວ່າງປະມຸກ​ລັດ​ສອງ​ທ່ານ​ໄດ້​ດຳ​ເນີນ​ໄປ​ໃນ​ສຳນັກງານ​ຂອງ​ປະທານາທິບໍດີ Putin ຢູ່​ນະຄອນ​ທະ​ເລ Sochi. ນີ້​ແມ່ນ​ເຫດການ​ພິ​ເສດ, ທີ່​ບໍ່​ເຄີຍ​ມີ​ມາ​ໃນ​ການ​ຢ້ຽມຢາມ​ຂັ້ນ​ສູງ​ໃນ​ເມື່ອ​ກ່ອນ, ອັນ​ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ພິ​ເສດ ​ແລະ ອາລົມ​ຈິດ​ອັນ​ສະໜິດສະໜົມ​ຂອງ​ປະທານາທິບໍດີ​ລັດ​ເຊຍ​ທີ່​ສະຫງວນ​ໃຫ້​ແກ່​ປະທານ​ປະ​ເທດ​ຫວຽດນາມ. ລັດ​ເຊຍ​ໄດ້​ຈັດ​ຫວຽດນາມ​ໃນ​ກຸ່ມ​ປະ​ເທດ​ຄູ່​ຮ່ວມ​ມື​ທີ່​ສຳຄັນ​ຢູ່​ອາຊີ - ປາຊີ​ຝິກ, ຖັດຈາກ​ຈີນ ​ແລະ ທຽບ​ເທົ່າ​ກັບ​ອິນ​ເດຍ. ສິ່ງ​ດັ່ງກ່າວ​ໄດ້​ຮັບ​ການ​ຢັ້ງຢືນຈາກ​ປະທານາທິບໍດີ​ລັດ​ເຊຍ Putin ພາຍຫຼັງ​ການ​ເຈລະຈາ​ກັບ​ປະທານ​ປະ​ເທດ Truong Tan Sang.

        ”ການ​ພົວພັນ​ລະຫວ່າງ​ລັດ​ເຊຍ - ຫວຽດນາມ ​ແມ່ນ​ມີ​ມາ​ແຕ່​ດົນ​ນານ, ປະຊາຊົນ​ສອງ​ປະ​ເທດ​ພວກ​ເຮົາ​ໄດ້​ມີ​ການ​ພົວພັນ​ອັນ​ສະໜິດສະ ໜົມ​ນຳ​ກັນ​ມາ​ແຕ່​ດົນ​ນານ​ແລ້ວ. ​ແລະ ສິ່ງ​ດັ່ງກ່າວ​ໄດ້​ຊ່ວຍ​ໃຫ້​ພວກ​ເຮົາ​ພັດທະນາ​ສາຍ​ພົວພັນ​​ໃນ​ປະຈຸ​ບັນ. ປະຈຸ​ບັນ​ສາຍ​ພົວພັນ​ຂອງ​ພວກ​ເຮົາ​ໄດ້​ຮັບ​ການ​ພັດທະນາ​ໃນ​ທຸກ​ຂົງ​ເຂດ. ປີຜ່ານມາ, ວົງ​ເງິນ​ແລກປ່ຽນ​ສິນຄ້າ​ລະຫວ່າງ​ສອງ​ປະ​ເທດ​ບັນລຸ​ກວ່າ 3 ຕຶ້ USD ພວກ​ເຮົາ​ມີ​ໂຄງການ​ໃຫຍ່​ທີ່​ສຳຄັນ​ຫຼາຍ​ໂຄງການສຳລັບ​ທັງ​ສອງ​ປະ​ເທດ”

        ​ໂດຍ​ກຳນົດ​ວ່າ ການ​ພົວພັນ​ທາງ​ດ້ານ​ເສດຖະກິດ ການ​ຄ້າ​ແມ່ນ​ໜຶ່ງ​ໃນ​ບັນດາ​ພາກສ່ວນ​ສຳຄັນ​ທີ່​ສຸດ​ໃນ​ສາຍ​ພົວພັນ​ຮ່ວມ​ມື​ຮອບດ້ານ​ທັງ​ໝົດ​ລະຫວ່າງ​ຫວຽດນາມ - ສະຫະພັນ​ລັດ​ເຊຍ, ດັ່ງ​ນັ້ນ​ເມື່ອ​ກ່າວ​ຄວາມ​ເຫັນ​ຕໍ່ໜ້າ​ນັກທຸລະກິດຫວຽດນາມ - ສະຫະພັນ​ລັດ​ເຊຍນັບ​ຮ້ອຍ​ຄົນທີ່​ເວທີ​ປາ​​ໄສ​ວິ​ສາ​ຫະກິດ, ທ່ານ​ປະທານ​ປະ​ເທດ Truong Tan Sang ​ໄດ້​ເນັ້ນ​ໜັກ​ເປັນ​ພິ​ເສດ​ເຖິງ​ເລື່ອງ​ວິ​ສາ​ຫະກິດ​ສອງ​ປະ​ເທດ​ຄວນ​ມີ​ບັນດາ​ມາດ​ຕະການ​ທີ່​ມີ​ລັກສະນະ​ບຸກທະລຸ ​ເພື່ອ​ນຳ​ການ​ພົວພັນ​ທາງ​ດ້ານ​ເສດຖະກິດ ການ​ຄ້າ​ພັດທະນາ​ໃຫ້​ເໝາະ​ສົມ​ກັບ​ການ​ພົວພັນ​ທາງ​ດ້ານ​ການ​ເມືອງ​ທີ່​ຈົບງາມ ​ແລະ ​ເຕັມ​ໄປ​ດ້ວຍ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຂອງ​​ແຕ່ລະ​ປະ​ເທດ. ສຳລັບ ​ທາງ​ຝ່າຍ​ຫວຽດນາມ, ທ່ານ​ປະທານ​ປະ​ເທດ Truong Tan Sang ຢັ້ງຢືນ​ວ່າ, ​ຍາມ​ໃດຕະຫຼາດຫວຽດນາມ​​ກໍ່​ເປີດ​ປະຕູ​ແລະສ້າງ​ເງື່ອນ​ໄຂ​ໃຫ້​ບັນດາ​ນັກ​ລົງທຶນສະຫະພັນ​ລັດ​ເຊຍ​ເຂົ້າ​ມາ​ລົງທຶນ.

ລັດຖະບານ ຫວຽດນາມ ຖື​ເປັນ​ສຳຄັນ, ສົ່ງ​ເສີມ ​ແລະ ສ້າງ​ທຸກ​ເງື່ອນ​ໄຂ​ສະດວກ​ໃຫ້​ແກ່​ບັນດາ​ນັກ​ລົງທຶນ, ບັນດາ​ວິ​ສາ​ຫະກິດ​ສະຫະພັນ​ລັດ​ເຊຍ, ຮ່ວມ​ມື​ກັບ ຫວຽດນາມ ​ໃນ​ທຸກ​ຂົງ​ເຂດ​ເສດຖະກິດ, ພິ​ເສດ​ໃນ​ບັນດາ​ຂົງ​ເຂດ​ທີ່​ເປັນ​ມູນ​ເຊື້ອ​ຄື: ການ​ຄ້າ, ນ້ຳມັນ​ອາຍ​ແກ​ສ, ພະລັງງານ, ຂຸດ​ຄົ້ນ​​ແຮ່​ທາດ, ວິທະຍາສາດ​ເຕັກນິກ ​ແລະ ​ເຕັກ​ໂນ​ໂລ​ຊີ, ສຶກສາ​ບຳລຸງ​ສ້າງ, ການທ່ອງທ່ຽວ, ​ແຮງ​ງານ… ຫວຽດນາມ ຈະ​ສ້າງ​ເງື່ອນ​ໄຂ​ສະດວກ​ທີ່​ສຸດ​ເພື່ອ​ໃຫ້​ບັນດາ​ກຸ່ມ​ບໍລິສັດ ​ແລະ ບໍລິສັດ​ຂອງ​ສະຫະພັນ​ລັດ​ເຊຍ ​ເລືອກ​ເຟັ້ນຫວຽດນາມ ​ແມ່ນ​ສະຖານ​ທີ່​ຍຸດ​ທະ​ສາດ​ໃນ​ການ​ເປີດ​ກວ້າງ​ການ​ເຄື່ອນ​ໄຫວ ​ແລະ ຮ່ວມ​ມື​ເສດຖະກິດ​ ລະຫວ່າງບັນດາ​ວິ​ສາ​ຫະກິດ​ສະຫະພັນ​ລັດ​ເຊຍ ກັບ ຫວຽດນາມ ກໍ​ຄື ກັບ​ພາກ​ພື້ນ​ອາ​ຊຽນ.”

        ພ້ອມ​ກັບ​ຖະ​ແຫລ​ງການ​ຮ່ວມ ລະຫວ່າງ ຫວຽດນາມ ​ແລະ ລັດ​ເຊຍ, ​ເອກະສານ 7 ສະບັບ​ທີ່​ໄດ້​ຮັບ​ການລົງ​ນາມ​ໃນ​ການ​ຢ້ຽມຢາມ​ຄັ້ງ​ນີ້​ສະ​ແດງ​ໃຫ້​ເຫັນ​ ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ພິ​ເສດ​​ໃນ​ດ້ານ​ການ​ເມືອງ​ລະຫວ່າງ​ສອງ​ປະ​ເທດ. ນັ້ນ​ແມ່ນຄວາມຕັດສິນ​ໃຈ​ຍົກ​ວົງ​ເງິນ​ການ​ຄ້າສອງ​ສົ້ນ​ໃຫ້​ຂຶ້ນ​ເຖິງ 5 ຕື້ USD ​ໃນ​ປີ 2015, ​ໃຫ້​ຄຳໝັ້ນ​ສັນຍາ​ກໍ່ສ້າງ​ໂຮງງານ​ໄຟຟ້າ​ນິວ​ເຄຼຍ​ແຫ່ງ​ທຳ​ອິດ​, ກໍ່ສ້າງ​ສູນ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ​ນິວ​ເຄຼຍ ຢູ່ ຫວຽດນາມ ຫລືສ້າງ​ຕັ້ງ​ມະຫາວິທະຍາ​ໄລ​ເຕັກ​ໂນ​ໂລ​ຊີ ຫວຽດນາມ ລັດ​ເຊຍ ຢູ່ ຮ່າ​ໂນ້ຍ​ໂດຍ​ໄວ. ລັດ​ເຊຍ​ໃຫ້​ຄຳ​ໝັ້ນ​ສັນຍາ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ບຳລຸງ​ສ້າງ​ ດ້ານ​ປ້ອງ​ກັນຊາ​ດ​ໃຫ້​ແກ່​ຫວຽດນາມ. ສອງ​ຝ່າຍ​ຢືນຢັນ​ຈະ​ສືບ​ຕໍ່​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ສຳ​ຫລວດ​ຂຸດ ​ຄົ້ນ​ນ້ຳມັນ​ອາຍ​ແກ​ສຢູ່​ໄຫລ່​ທະວີບ​ຂອງ​ຫວຽດນາມ, ສອດ​ຄອ່ງກັບ​ກົດໝາຍ​ສາກົນ.

        ​ໃນ​ບັນດາ​ບັນຫາ​ສາກົນ, ຫວຽດນາມ ​ແລະ ລັດ​ເຊຍ ມີ​ທັດສະນະ​ເຊັ່ນດຽວກັນ​ໃນ​ຫລາຍ​ບັນຫາ. ການ​ນຳ​ສອງ​ປະ​ເທດ ຫວຽດນາມ ​ແລະ ລັດ​ເຊຍ ລ້ວນ​ແຕ່​ສະຫນັບສະຫນູນ​ຕໍ່​ເລື່ອງ​ສ້າງ​ຕັ້ງ​ອົງ​ປະກອບ​ຄວາ​ມໝັ້ນຄົງ ຮ່ວມ​ມື​ຢ່າງກົງ​ໄປ​ກົງ​ມາ​, ສະ​ເໝີ​ພາບ ​ແລະ ເປີ​ດ​ເຜີຍ ຢູ່ ພາກ​ພື້ນ ອາຊີ - ປາຊີ​ຟີ​ກ ​ໂດຍ​ອີງ​ໃສ່​ບັນດາ​ຫລັກການ​ຂອງ​ກົດໝາຍ​ສາກົນ ​ແລະ ຄິດ​ໄລ່​ເຖິງ​ສິດຜົນປະ​ໂຫຍ​ດອັນ​ຊອບ​ທຳ​ຂອງ​ທຸກ​ຝ່າຍ. ລັດ​ເຊຍ ​ແລະ ຫວຽດນາມ ລ້ວນ​ແຕ່​ຖື​ວ່າ: ການ​ພິພາດ​ຜືນ​ແຜນ​ດິນ ​ແລະ ການ​ພິພາດ​ອື່ນ ຢູ່ ອາຊີ ປາຊີ​ຟີ​ກ ຄວນ​ໄດ້​ຮັບ​ການ​ແກ້​ໄຂ​ໂດຍ​ສັນຕິ​ວິທີ, ບໍ່​ນຳ​ໃຊ້​ກຳລັງ​ອາວຸດ ຫລື​ນາບ​ຂູ່​ນຳ​ໃຊ້​ກຳລັງ​ອາວຸດ ບົນ​ພື້ນຖານ​ກົດໝາຍ​ສາກົນ​ທີ່​ພວມ​ບັງຄັບ​ໃຊ້​ໃນ​ປະ​ຈຸ​ບັນ, ​ເປັນ​ຕົ້ນ​ແມ່ນ​ກົດ​ບັດ​ສະຫະ​ປະຊາ​ສາດ ​ແລະ ສົນທິສັນຍາ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ກົດໝາຍ​ທະ​ເລ​ປີ 1982. ສອງ​ຝ່າຍ​ສະຫນັບສະຫນູນ​ການ​ປະຕິບັດ​ຖະ​ແຫລ​ງການ​ປະພຶດ​ຂອງ​ຝ່າຍ​ຕ່າງໆ​ຢູ່​ ທະ​ເລ​ຕາ​ເວັນ​ອອກ (DOC) ​ແລະ ກ້າວ​ໄປ​ເຖິງ​ການ​ສ້າງ​ຂໍ້​ກຳນົດ​ການ​ປະພຶດ​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC).

        ການ​ຢ້ຽມຢາມ​ລັດ​ເຊຍ​ຢ່າງ​ເປັນ​ທາງ​ການ​ຂອງ​ທ່ານ​ປະທານ​ປະ​ເທດ ຫວຽດນາມ Truong Tan Sang ​ແມ່ນ​ການ​ເຄື່ອນ​ໄຫວ​​ແລກປ່ຽນ​ການຢ້ຽມຢາມຂັ້ນ​ສູງ​ຕາມທຳນຽມ​ຂອງ​ການ​ພົວພັນ ​ສອງ​ຝ່າຍ, ​ແຕ່​ນີ້ເປັນ​ຄັ້ງ​ທຳ​ອິດ​ທີ່ປະທາ​ນປະ​ເທດ Truong Tan Sang ​ແລະ ປະທານາ​ທິບໍດີ V Putin ພົບ​ປະກັນ​ໃນ​ຖານະ​ແມ່ນ​ປະມຸກ​ລັດ​ສອງ​ປະ​ເທດ. ສິ່ງ​ດັ່ງກ່າວ​ມີ​ຄວາມ​ໝາຍ​ທາງ​ດ້ານ​ການ​ເມືອງ​ທີ່​ພົ້ນ​ເດັ່ນ​ໃນ​ການ​ ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ໃນ​ໄລຍະ​ໃຫມ່. ດ້ວຍ​ບັນດາ​ໝາກຜົນ​ລະອຽດ​ທີ່​ບັນລຸ​ໄດ້​ນັ້ນ, ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາຮອບດ້ານ ຫວຽດນາມ - ລັດ​ເຊຍ ພວມ​ພັດທະນາ​ຢ່າງ​ແທດ​ຈິງ ​ແລະ ນັບ​ມື້​ນັບ​ເລິກ​ເຊິ່ງຕາມ​ທິດ​ໝັ້ນຄົງ./

       

ຕອບກັບ

ຂ່າວ/ບົດ​ອື່ນ