ໃຫ້ບຸລິມະສິດ ແລະ ສະຫງວນແຫຼ່ງກຳລັງລົງທຶນພັດທະນາເຂດປະຊາຊົນບັນດາເຜົ່າສ່ວນໜ້ອຍ

(VOVWORLD) - ຫວຽດນາມ ມີຫຼາຍນະໂຍບາຍໃຫ້ບຸລິມະສິດ ແລະ ສະຫງວນແຫຼ່ງກຳລັງລົງທຶນພັດທະນາເຂດປະຊາຊົນບັນດາເຜົ່າສ່ວນໜ້ອຍ ແລະ ເຂດພູດອຍ.
ໃຫ້ບຸລິມະສິດ ແລະ ສະຫງວນແຫຼ່ງກຳລັງລົງທຶນພັດທະນາເຂດປະຊາຊົນບັນດາເຜົ່າສ່ວນໜ້ອຍ - ảnh 1(ພາບປະກອບ: qdnd.vn)

        ພັກ, ລັດ ຫວຽດນາມ ໄດ້ກຳນົດບັນຫາຊົນເຜົ່າ ແລະ ມະຫາສາມັກຄີທົ່ວປວງຊົນທັງຊາດ ມີທີ່ຕັ້ງ, ບົດບາດຍຸດທະສາດສຳຄັນພິເສດ ໃນການພັດທະນາປະເທດຊາດແບບຍືນຍົງ. ຫວຽດນາມ ມີຫຼາຍນະໂຍບາຍໃຫ້ບຸລິມະສິດ ແລະ ສະຫງວນແຫຼ່ງກຳລັງລົງທຶນພັດທະນາເຂດປະຊາຊົນບັນດາເຜົ່າສ່ວນໜ້ອຍ ແລະ ເຂດພູດອຍ. ອີກເທື່ອໜຶ່ງ, ບັນຫານີ້ໄດ້ຮັບການຢັ້ງຢືນຄືນໃໝ່ຜ່ານກອງປະຊຸມຂອງສະພາແຫ່ງຊາດ ຫວຽດນາມ ຊຸດທີ XV ເຊິ່ງຈັດຂຶ້ນໃນຕອນເຊົ້າວັນທີ 17 ມິຖຸນາ, ກໍຄືໃນບັນດາການເຄື່ອນໄຫວພົບປະກັບເຈົ້າກົກເຈົ້າເຫຼົ່າ, ນາຍບ້ານດີເດັ່ນ, ຢູ່ ຮ່າໂນ້ຍ ໃນຊຸມມື້ຜ່ານມາ.

        ໃນຊຸມປີຜ່ານມາ, ພັກ ແລະ ລັດ ຫວຽດນາມ ໄດ້ສະຫງວນບຸລິມະສິດແຫຼ່ງກຳລັງລົງທຶນ, ເອົາໃຈໃສ່ເຖິງການພັດທະນາເສດຖະກິດ - ສັງຄົມເຂດປະຊາຊົນບັນດາເຜົ່າສ່ວນໜ້ອຍ ແລະ ເຂດພູດອຍ; ພິເສດແມ່ນແຫຼ່ງກຳລັງຈາກໂຄງການເປົ້າໝາຍແຫ່ງຊາດກ່ຽວກັບການພັດທະນາເສດຖະກິດ - ສັງຄົມເຂດປະຊາຊົນບັນດາເຜົ່າສ່ວນໜ້ອຍ ແລະ ເຂດພູດອຍ ໄລຍະ 2021 – 2030.

ຜັນຂະຫຍາຍບັນດານະໂຍບາຍຊົນເຜົ່າຢ່າງຄົບຊຸດ

        ໃນໄລຍະຜ່ານມາ, ທຸກຂັ້ນ, ທຸກຂະແໜງການໄດ້ຜັນຂະຫຍາຍກວ່າ 180 ນະໂຍບາຍຢູ່ ເຂດປະຊາຊົນບັນດາເຜົ່າສ່ວນໜ້ອຍ ແລະ ເຂດພູດອຍຢ່າງຄົບຊຸດ (ໃນນັ້ນມີ, 136 ນະໂຍບາຍຊົນເຜົ່າ). ບັນດານະໂຍບາຍລົງທຶນ, ໜູນຊ່ວຍຂອງລັດ ໄດ້ປະກອບສ່ວນຫຼຸດຜ່ອນອັດຕາທຸກຍາກຢູ່ເຂດປະຊາຊົນບັນດາເຜົ່າສ່ວນໜ້ອຍ ແລະ ເຂດພູດອຍ ຄິດສະເລ່ຍແຕ່ 2 – 3%/ປີ; ບັນດາຕາແສງ, ບ້ານປະສົບກັບຄວາມຫຍຸ້ງຍາກເປັນພິເສດຫຼຸດລົງ 3 – 4%; ບັນດາເມືອງທຸກຍາກຫຼຸດລົງແຕ່ 4-5%, ມີເຂດຫຼຸດລົງກວ່າ 5%.

        ການປະຕິບັດໂຄງການເປົ້າໝາຍແຫ່ງຊາດໃນການພັດທະນາເສດຖະກິດ - ສັງຄົມເຂດປະຊາຊົນບັນດາເຜົ່າສ່ວນໜ້ອຍ ແລະ ເຂດພູດອຍໄລຍະ 2021 – 2025, ໄລຍະທີ 1 (ແຕ່ປີ 2021 – 2025) ມີ 4 ໝວດເປົ້າໝາຍໄດ້ປະຕິບັດສຳເລັດໂດຍພື້ນຖານແລ້ວ. ສຳລັບການປະຕິບັດໂຄງການເປົ້າໝາຍແຫ່ງຊາດຫຼຸດຜ່ອນຄວາມທຸກຍາກແບບຍືງຍົງ ໄລຍະ 2021 – 2025, ໄດ້ໜູນຊ່ວຍເຮືອນຢູ່ໃຫ້ແກ່ຄອບຄົວທຸກຍາກ, ຄອບຄົວໃກ້ຂັ້ນທຸກຍາກໃນບໍລິເວນບັນດາເມືອງທຸກຍາກ ທີ່ຂຶ້ນກັບໂຄງການ, ມາຮອດປະຈຸບັນ, ມີເກືອບ 13.000 ຄອບຄົວໄດ້ຮັບການໜູນຊ່ວຍດ້ານເຮືອນຢູ່.

        ນອກຈາກນັ້ນ, ລະບົບໂຄງປະກອບພື້ນຖານໂຄງລ່າງເສດຖະກິດ - ສັງຄົມກໍ່ໄດ້ຮັບການຍູ້ແຮງ. ມີຫຼາຍຮູບແບບ, ຕົວແບບໃນການຜະລິດ, ຮ່ວມມືດຳເນີນທຸລະກິດບັນລຸປະສິດທິຜົນຢູ່ເຂດປະຊາຊົນບັນດາເຜົ່າສ່ວນໜ້ອຍ ກໍ່ໄດ້ຮັບການສ້າງເງື່ອນໄຂໃນການສ້າງຕັ້ງ ແລະ ທະວີຄູນ. ລະບົບໂຮງຮຽນ ແລະ ພື້ນຖານດ້ານວັດຖຸ, ອຸປະກອນການຮຽນການສອນສືບຕໍ່ໄດ້ຮັບການລົງທຶນ. ທ່ານນາງ ເລທິແທັງລາມ, ສະມາຊິກສະພາແຫ່ງຊາດແຂວງ ເຮົ້າຢາງ, ຕີລາຄາວ່າ:

        “ຂ້າພະເຈົ້າເຫັນວ່າ, ທຸກຂັ້ນ, ທຸກຂະແໜງການໄດ້ເອົາໃຈໃສ່ຊີ້ນຳ, ຜັນຂະຫຍາຍບັນດາແຜນນະໂຍບາຍມາດຕະການປຸກລະດົມບັນດາແຫຼ່ງກຳລັງເຖິງການປະຕິບັດບັນດາໂຄງການພັດທະນາເສດຖະກິດ - ສັງຄົມຢ່າງຄົບຊຸດໂດຍຕິດພັນກັບໂຄງການຫຼຸດຜ່ອນຄວາມທຸກຍາກແບບຍືນຍົງ, ໂຄງການກໍ່ສ້າງຊົນນະບົດໃໝ່, ບັນດາຂົງເຂດຈຸດສຸມ, ສ້າງຄວາມເຫັນດີເຫັນພ້ອມໃນໝູ່ປະຊາຊົນ”.

ສືບຕໍ່ລົງທຶນໂດຍມີຈຸດສຸມ

        ປີ 2024, ທຸກຂັ້ນ, ທຸກຂະແໜງການທີ່ມີໜ້າທີ່ ສືບຕໍ່ຜັນຂະຫຍາຍບັນດານະໂຍບາຍກ່ຽວກັບຊົນເຜົ່າຢ່າງມີປະສິດທິຜົນ, ໂດຍສະເພາະແມ່ນບັນດາໜ້າທີ່ຈຸດສຸມຂຶ້ນກັບໂຄງການເປົ້າໝາຍແຫ່ງຊາດ; ພ້ອມທັງປະຕິບັດສຳເລັດບັນດາແຜນຮ່າງ, ນະໂຍບາຍຊົນເຜົ່າ, ໃນນັ້ນມີເລື່ອງ ສືບຕໍ່ຜັນຂະຫຍາຍບັນດາແຜນຮ່າງພິເສດສະເພາະໜູນຊ່ວຍການຮ່ວມມືບຳລຸງສ້າງກັບບັນດາວິສາຫະກິດຢູ່ພາຍໃນປະເທດ ແລະ ສາກົນ ກ່ຽວກັບການສ້າງເງື່ອນໄຂໃຫ້ແກ່ນັກສຶກສາເຂດຊາວເຜົ່າສ່ວນໜ້ອຍໄດ້ປະຕິບັດຕົວຈິງ ແລະ ມີວຽກເຮັດງານທຳພາຍຫຼັງຮຽນຈົບ; ແຜນຮ່າງປ່ຽນແປງໃໝ່ຮູບແບບການເຄື່ອນໄຫວຂອງບັນດາຮາກຖານການສຶກສາ… ກ່າວຄຳເຫັນທີ່ການພົບປະກັບຜູ້ມີອິດທິພົນຊື່ສຽງດີເດັ່ນໃນໝູ່ປະຊາຊົນປະຊາຊົນບັນດາເຜົ່າສ່ວນໜ້ອຍເຂດຊາຍແດນ, ທະເລໝູ່ເກາະກວ່າ 100 ຄົນ, ຢູ່ ຮ່າໂນ້ຍ, ທ່ານປະທານປະເທດ ຫວຽດນາມ ໂຕເລິມ, ເນັ້ນໜັກວ່າ:

        “ຂ້າພະເຈົ້າສະເໜີໃຫ້ບັນດາຄະນະ, ກະຊວງ, ຂະແໜງການ, ທ້ອງຖິ່ນ, ບັນດາອົງການທີ່ກ່ຽວຂ້ອງ ປະຕິບັດບັນດາແຜນນະໂຍບາຍ, ນະໂຍບາຍຂອງພັກ, ລັດ ກ່ຽວກັບວຽກງານຊົນເຜົ່າ ແລະ ເສີມຂະຫາຍກຳລັງແຮງຂອງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດໃຫ້ເປັນຢ່າງດີ. ເບິ່ງແຍງດູແລຊີວິດທາງດ້ານວັດຖຸ, ຈິດໃຈໃຫ້ປະຊາຊົນບັນດາເຜົ່າສ່ວນໜ້ອຍໃຫ້ດີກວ່າເກົ່າ; ປະຕິບບັດບັນດາໂຄງການ, ເປົ້າໝາຍແຫ່ງຊາດ, ສຸມໃສ່ແກ້ໄຂບັນດາຄວາມຫຍຸ້ງຍາກ, ສິ່ງທ້າທາຍກ່ຽວກັບການພັດທະນາເສດຖະກິດ, ໂຄງສ້າງພື້ນຖານໂຄງລ່າງ, ສາທາລະນະສຸກ, ການສຶກສາ, ຮັບປະກັນການໜູນຊ່ວຍສັງຄົມຢ່າງມີປະສິດທິຜົນ; ເອົາໃຈໃສ່ອະນຸລັກຮັກສາ, ເສີມຂະຫຍາຍສີສັນວັດທະນະທຳອັນດີງາມຂອງຊາວເຜົ່າສ່ວນໜ້ອຍ”.

        ພາຍຫຼັງເກືອບ 40 ປີແຫ່ງການປ່ຽນແປງໃໝ່ປະເທດຊາດ, ເຂດປະຊາຊົນບັນດາເຜົ່າສ່ວນໜ້ອຍ, ເຂດຊາຍແດນ… ໄດ້ມີການປ່ຽນແປງໃໝ່ຢ່າງຈະແຈ້ງ. ການປະຕິບັດນະໂຍບາຍຊົນເຜົ່າໃຫ້ເປັນຢ່າງດີນັ້ນ ໄດ້, ພວມ ແລະ ຈະປະກອບສ່ວນສຳຄັນເຂົ້າໃນການພັດທະນາປະເທດຊາດແບບຍືນຍົງ.

ຕອບກັບ

ຂ່າວ/ບົດ​ອື່ນ