ການ​ຢ້ຽມ​ຢາມ​ປະ​ກອບ​ສ່ວນ​ຊຸກ​ຍູ້​ການ​ສ້າງ​ສາຍ​ພົວ​ພັນ​ຄູ່​ຮ່ວ​ມມືຍຸດ​ທະ​ສາດ​ຮອບ​ດ້ານ ຫວຽດ​ນາມ - ຈີນ

(VOVWORLD) - ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ແລະ ພັນລະຍາພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ຫາກໍ່ສິ້ນສຸດການຢ້ຽມຢາມທາງລັດຖະກິດຢູ່ ສປ.ຈີນ ໃນລະຫວ່າງວັນທີ 18 – 20 ສິງຫາ, ຕາມຄຳເຊື້ອເຊີນຂອງທ່ານເລຂາທິການໃຫຍ່,ປະທານປະເທດຈີນ ສີຈິ້ນຜິງ ແລະ ພັນລະຍາ. ການຢ້ຽມຢາມປະສົບຜົນສຳເລັດຢ່າງຈົບງາມ ໃນທຸກດ້ານ, ປະກອບສ່ວນຊຸກຍູ້ສຳຄັນສຳລັບການສ້າງປະຊາຄົມແບ່ງປັນອະນາຄົດ ຫວຽດນາມ - ຈີນ ທີ່ມີຄວາມໝາຍຍຸດທະສາດ, ປະກອບສ່ວນໃຫ້ແກ່ສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາຂອງພາກພື້ນ ແລະ ໂລກ.

ການ​ຢ້ຽມ​ຢາມ​ປະ​ກອບ​ສ່ວນ​ຊຸກ​ຍູ້​ການ​ສ້າງ​ສາຍ​ພົວ​ພັນ​ຄູ່​ຮ່ວ​ມມືຍຸດ​ທະ​ສາດ​ຮອບ​ດ້ານ ຫວຽດ​ນາມ - ຈີນ - ảnh 1ການຕ້ອນຮັບທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ແລະ ພັນລະຍາ ຢູ່ຈີນ
(ພາບ: VOV)

ການຢ້ຽມຢາມບັນລຸຄວາມຮັບຮູ້ລວມກ່ຽວກັບການເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ຈີນໃຫ້ຫຼາຍກ່ວາອີກ. ຖະແຫຼງການຮ່ວມ ຫວຽດນາມ - ຈີນ ຫັນບັນດາຄວາມຮັບຮູ້ລວມ ແລະ ຂໍ້ຕົກລົງລະຫວ່າງສອງປະເທດເປັນລະອຽດ; ບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນສອງປະເທດໄດ້ເຊັ່ນເອກະສານຮ່ວມມືຫຼາຍສະບັບໃນຫຼາຍຂົງເຂດ… ເຊິ່ງແມ່ນພະຍານຫຼັກຖານໃຫ້ແກ່ຜົນສຳເລັດຂອງການຢ້ຽມຢາມ, ປະກອບສ່ວນເຂົ້າໃນການຊຸກຍູ້ປະຊາຄົມແປ່ງບັນອະນາຄົດ ຫວຽດນາມ - ຈີນ ໃນໄລຍະຈະມາເຖິງ.

ການຢ້ຽມຢາມບັນລຸໝາກຜົນໃນທຸກດ້ານ

ດ້ວຍ 18 ການເຄື່ອນໄຫວໃນເວລາກ່ວາ 2 ມື້, ການຢ້ຽມຢາມບັນລຸໝາກຜົນສຳຄັນຫຼາຍຢ່າງ. ຢູ່ທີ່ການເຈລະຈາ, ການພົບປະ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ແລະ ທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈິ້ນຜິງ, ບັນດາການນຳຈີນ ໄດ້ແລກປ່ຽນຄຳເຫັນ ແລະ ບັນລຸໄດ້ຄວາມຮັບຮູ້ລວມສຳຄັນກ່ຽວກັບການພົວພັນສອງພັກ, ສອງລັດ ຫວຽດນາມ - ຈີນ ແລະ ສະພາບການຂອງພາກພື້ນ ແລະ ສາກົນໃນປັດຈຸບັນ. ທ່ານ ເລຮ່ວາຍຈຸງ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດ ຫວຽດນາມ ຢັ້ງຢືນວ່າ:

ການນຳສູງສຸດຂອງສອງພັກ, ສອງລັດ ລ້ວນແຕ່ຢັ້ງຢືນຖືເປັນສຳຄັນການພົວພັນເຊິ່ງກັນແລະກັນ. ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຢັ້ງຢືນວ່າແຜນນະໂຍບາຍ, ນະໂຍບາຍຂອງພັກ, ລັດ ຫວຽດນາມ ແມ່ນຖືເປັນສຳຄັນແຖວໜ້າ ແລະ ໃຫ້ບຸລິມະສິດການພົວພັນກັບຈີນ. ທ່ານເລຂາທິການໃຫຍ່, ປະທານປະເທດ ແລະ ບັນດາການນຳຫຼັກແຫຼ່ງຂອງຈີນ ກໍ່ຢັ້ງຢືນຖືຫວຽດນາມ ແມ່ນບຸລິມະສິດໃນນະໂຍບາຍການຕ່າງປະເທດຖານ ບ້ານໃກ້ເຮືອນຄຽງຂອງຈີນ. ສອງຝ່າຍຖືນີ້ແມ່ນການຄັດເລືອກຍຸດທະສາດຂອງແຕ່ລະຝ່າຍ.

ສອງຝ່າຍໄດ້ເຫັນດີເປັນເອກະພາບສືບຕໍ່ຮັກສາການໂອ້ລົມສົນທະນາຍຸດທະສາດຂັ້ນສູງ, ສ້າງການພົວພັນຂອງການນຳສອງພັກ, ສອງລັດ, ລະຫວ່າງບັນດາການນຳຂັ້ນສູງ ຫວຽດນາມ ກັບການນຳຂັ້ນສູງຈີນ. ສອງຝ່າຍເຫັນດີເປັນເອກະພາບບັນດາທິດທາງໃຫຍ່ເພື່ອແນໃສ່ປະຕິບັດບັນດາຂໍ້ຕົກລົງ, ຄວາມຮັບຮູ້ລວມຂັ້ນສູງໃຫ້ມີປະສິດທິຜົນ, ໃນນັ້ນມີບັນດາຂໍ້ຕົກລົງບັນລຸໄດ້ລະຫວ່າງທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ ແລະ ທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈິ້ນຜິງ ໃນໄລຍະກ່ວາ 10 ປີຜ່ານມາ.

ຕາມນັ້ນແລ້ວ, ຫວຽດນາມ ແລະ ຈີນຈະເພີ່ມທະວີການຮ່ວມມືໃນບັນດາຂົງເຂດຍຸດທະສາດຄື: ການຕ່າງປະເທດ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ; ການຄ້າ - ການລົງທຶນ… ສອງຝ່າຍຢັ້ງຢືນຄືນໃໝ່ລະດັບຄວາມສຳຄັນຂອງການຮັກສາ ແລະ ຊຸກຍູ້ສັນຕິພາບ, ສະຖຽນລະພາບ, ຄວາມເສລີໃນການເດີນເຮືອ, ການບິນຢູ່ທະເລຕາເວັນອອກ, ເຫັນດີເປັນເອກະພາບແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີບົນພື້ນຖານກົດໝາຍສາກົນ ແລະ ສົນທິສັນຍາ ສປຊກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982.

ບໍ່ພຽງແຕ່ໄດ້ຮັບຄວາມສົນໃຈທີ່ໃຫຍ່ຫຼວງຈາກສື່ມວນຊົນຈີນເທົ່ານັ້ນ, ການຢ້ຽມຢາມຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຍັງໄດ້ຮັບຄວາມສົນໃຈ ແລະ ຕີລາຄາສູງຈາກບັນດານັກຊ່ຽວຊານ, ນັກຮຽນຮູ້ຈີນ, ຖືວ່າບັນດາການເຄື່ອນໄຫວໃນການຢ້ຽມຢາມໄດ້ສ່ອງແສງຄວາມຕັດສິນໃຈຂອງທັງສອງຝ່າຍໃນການຊຸກຍູ້ “ການຮ່ວມມືຢ່າງແທດຈິງເລິກເຊິ່ງກ່ວາອີກ” ຢ່າງມີຊີວິດຊີວາກ່ວາອີກ. ທ່ານ ຢ້າງຕານຈື ນັກຊ່ຽວຊານຄົ້ນຄ້ວາກ່ຽວກັບອາຊີຕາເວັນອອກສ່ຽງໃຕ້ ຂອງສະຖາບັນວິທະຍາສາດສັງຄົມ ຈີນ ໃຫ້ຂໍ້ສັງເກດວ່າ:

ການຢ້ຽມຢາມໄດ້ສ່ອງແສງຢ່າງຄົບຖ້ວນການຖືເປັນສຳຄັນຢູ່ລະດັບສູງສຸດໃຫ້ແກ່ການພົວພັນສອງຝ່າຍຂອງທັງ ຫວຽດນາມ ແລະ ຈີນ. ໝາກຜົນຂອງການຢ້ຽມຢາມແມ່ນພົ້ນເດັນທີ່ສຸດ, ແນ່ນອນວ່າ ຈະຊ່ວຍຍົກສູງການພົວພັນສອງຝ່າຍ ແບບຍືນຍົງ ແລະ ມີສະຖຽນລະພາບ, ພ້ອມທັງກໍ່ຜົນກະທົບຢ່າງຕັ້ງໜ້າຕໍ່ການພົວພັນລະຫວ່າງ ຈີນ ກັບບັນດາປະເທດຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້.

ການ​ຢ້ຽມ​ຢາມ​ປະ​ກອບ​ສ່ວນ​ຊຸກ​ຍູ້​ການ​ສ້າງ​ສາຍ​ພົວ​ພັນ​ຄູ່​ຮ່ວ​ມມືຍຸດ​ທະ​ສາດ​ຮອບ​ດ້ານ ຫວຽດ​ນາມ - ຈີນ - ảnh 2ທ່ານ ຢ້າງຕານຈື ນັກຊ່ຽວຊານຄົ້ນຄ້ວາກ່ຽວກັບອາຊີຕາເວັນອອກສ່ຽງໃຕ້ ຂອງສະຖາບັນວິທະຍາສາດສັງຄົມ ຈີນ (ພາບ: VOV)

ໂດຍເຫັນດີຕໍ່ຄຳເຫັນດັ່ງກ່າວ, ທ່ານ  ຈວຍເຈິນຂາຍ ຫົວໜ້າສະຖາບັນຄົ້ນຄ້ວາການລົງທຶນສັງຄົມ ຮົ່ງກົງ (ຈີນ) ຖືວ່າ:

ການນຳຂັ້ນສູງສອງປະເທດຖືການຢ້ຽມຢາມນີ້ເປັນສຳຄັນທີ່ສຸດ. ພິເສດ, ພວກເຮົາອາດຈະເຫັນວ່າ ບັນດາສະມາຊິກຂອງຄະນະຜູ້ແທນຂັ້ນສູງ ຫວຽດນາມ ສ່ວນຫຼາຍແມ່ນການນຳບັນດາກະຊວງ, ຂະແໜງການ. ສອງຝ່າຍໄດ້ລົງເລິກແລກປ່ຽນບັນດາຂົງເຂດຢ່າງລະອຽດ ເພື່ອສ້າງພື້ນຖານຢ່າງໝັ້ນແກ່ນໃຫ້ແກ່ການພັດທະນາຢ່າງເລິກເຊິ່ງກວ້າງຂວງ ແລະ ຍາວນານ ຂອງການພົວພັນ ຈີນ ຫວຽດນາມ.

ຂີດໝາຍທາງດ້ານການຕ່າງປະເທດຂອງ ຫວຽດນາມ

ການຢ້ຽມຢາມຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄດ້ດຳເນີນໃນສະພາບການ ປີ 2025, ຫວຽດນາມ ແລະ ຈີນສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (18/01/1950-18/01/2025), ປີ 2025 ແມ່ນ “ປີພົວພັນແລກປ່ຽນວັດທະນະທຳມະນຸດ ຫວຽດນາມ - ຈີນ”. ໝາກຜົນຂອງການຢ້ຽມຢາມຈະປະກອບສ່ວນເພີ່ມທະວີການໂຄສະນາ, ສຶກສາອົບຮົບນ້ຳໃຈມິດຕະພາບທີ່ເປັນມູນເຊື້ອ ຫວຽດນາມ - ຈີນ, ປັບປຸງພື້ນຖານສັງຄົມຢ່າງໝັ້ນແກ່ນກ່ວາອີກ.

ສຳລັບ ຫວຽດນາມ, ການຢ້ຽມຢາມແມ່ນການເຄື່ອນໄຫວທາງການຕ່າງປະເທດທີ່ສຳຄັນໃນປີນີ້, ຜັນຂະຫຍາຍແນວທາງການຕ່າງປະເທດຂອງຫວຽດນາມ ໃນນັ້ນມີນະໂຍບາຍຖືເປັນສຳຄັນ ແລະ ໃຫ້ບຸລິມະສິດແຖວໜ້າການພົວພັນກັບຈີນ. ບັນດາຂໍ້ຕົກລົງຂັ້ນສູງ ແລະ ໝາກຜົນລະອຽດທີ່ບັນລຸໄດ້ໃນການຢ້ຽມຢາມຄັ້ງນີ້ຈະສືບຕໍ່ປະກອບສ່ວນປັບປຸງສະພາບການພົວພັນຕ່າງປະເທດຢ່າງສະດວກ, ສ້າງສະພາບແວດລ້ອມແຫ່ງສັນຕິພາບ, ມີສະຖຽນລະພາບ, ນຳມາເຊິ່ງເງື່ອນໄຂສະດວກຫຼາຍຢ່າງກ່ວາອີກໃນການຊຸກຍູ້ພັດທະນາເສດຖະກິດ - ສັງຄົມ, ຍົກສູງຖານະບົດບາດ, ອິດທິພົນຊື່ສຽງຂອງປະເທດຊາດ, ປະຕິບັດເປົ້າໝາຍເຊິ່ງ ກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກໄດ້ວາງອອກຢ່າງມີໄຊ.

ຕອບກັບ

ຂ່າວ/ບົດ​ອື່ນ