ສັນ​ຍາ​ລັກ​ທີ່​ມີ​ຊີ​ວິດ​ຊີ​ວາ​ຂອງ​ການ​ພົວ​ພັນ​ແບບ​ພິ​ເສດ​ ຫວຽດ​ນາມ - ລາວ

(VOVWORLD) -    ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ພວມດຳເນີນການຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ ໃນລະຫວ່າງວັນທີ 10  13 ກັນຍາ. ການຢ້ຽມຢາມສືບຕໍ່ເປັນສັນຍາລັກທີ່ມີຊີວິດຊີວາ, ສະແດງໃຫ້ເຫັນນ້ຳໃຈອັນດີງາມ, ເລິກເຊິ່ງ, ໜຽວແໜ້ນຂອງການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ຄວາມຜູກພັນຮັກໄຄ່, ບໍລິສຸດຜຸດຜ່ອງລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ຫວຽດນາມ - ລາວ.

ການຢ້ຽມຢາມແມ່ນໜຶ່ງໃນບັນດາຂີດໝາຍສຳຄັນໃນປະຫວັດສາດການພົວພັນສອງປະເທດ, ປະກອບສ່ວນຊຸກຍູ້ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ ໃຫ້ພັດທະນາຂຶ້ນສູ່ລະດັບສູງໃໝ່, ນັບມື້ນັບເຂົ້າສູ່ລວງເລິກ, ມີປະສິດທິຜົນ ແລະ ແທດຈິງ, ນຳມາເຊິ່ງຄວາມວັດທະນາຖາວອນໃຫ້ແກ່ປະຊາຊົນແຕ່ລະປະເທດ.

ສັນ​ຍາ​ລັກ​ທີ່​ມີ​ຊີ​ວິດ​ຊີ​ວາ​ຂອງ​ການ​ພົວ​ພັນ​ແບບ​ພິ​ເສດ​ ຫວຽດ​ນາມ - ລາວ - ảnh 1ພິທີຕ້ອນຮັບທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ໄດ້ຈັດຂຶ້ນຢ່າງສົມກຽດ (ພາບ: VOV)

       ການພົວພັນສາມັກຄີແບບພິເສດໄດ້ຮັບການເພີ່ມພູນຄູນສ້າງຢ່າງບໍ່ຢຸດຢັ້ງ

        ການຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ໄດ້ດຳເນີນໃນສະພາບການພົວພັນສອງປະເທດທີ່ພວມມີທ່າອ່ຽງພັດທະນາເປັນຢ່າງດີທີ່ສຸດ ແລະ ບັນລຸໄດ້ຜົນງານສຳຄັນຫຼາຍຢ່າງ. ການພົວພັນນັ້ນ ຍັງແມ່ນພື້ນຖານໃຫ້ແກ່ການເພີ່ມທະວີການຮ່ວມມືລະຫວ່າງສອງປະເທດໃນທຸກຂົງເຂດອີກດ້ວຍ.

        ການພົວພັນດ້ານການເມືອງ ສືບຕໍ່ໄດ້ຮັບການເພີ່ມທະວີ ແລະ ນັບມື້ນັບເຂົ້າສູ່ລວງເລິກ, ມີຄວາມຜູກພັນຮັກໄຄ່, ໄວ້ເນື້ອເຊື່ອໃຈ, ສວມບົດບາດເປັນແກ່ນສານ, ກຳນົດທິດສັງລວມໃນການພົວພັນສອງປະເທດ. ສອງຝ່າຍຍາມໃດກໍຢັ້ງຢືນການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ ແມ່ນຊັບສົມບັດລວມທີ່ລ້ຳຄ່າຂອງສອງພັກ, ສອງຊາດ, ແມ່ນແຫຼ່ງກຳລັງແຮງອັນໃຫຍ່ຫຼວງທີ່ສຸດຂອງສອງຊາດ, ຕ້ອງໄດ້ຮັບການຖະໜຸຖະໜອມ, ເສີມຂະຫຍາຍ ແລະ ສືບທອດໃຫ້ຄົນລຸ້ນຫຼັງ. ແຜນນະໂຍບາຍສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ແມ່ນໃຫ້ບຸລິມະສິດແຖວໜ້າໃຫ້ແກ່ການພັດທະນາການພົວພັນຮ່ວມມືກັບ ລາວ ເຂົ້າສູ່ລວງເລິກ, ມີປະສິດທິຜົນ, ຍືນຍົງ, ຖືນີ້ແມ່ນໜ້າທີ່ຍຸດທະສາດ, ສາຍພົວພັນແຖວໜ້າໃນນະໂຍບາຍການຕ່າງປະເທດ. ທ່ານ ເລຮວ່າຍຈູງ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ເນັ້ນໜັກວ່າ:

        “ນີ້ແມ່ນບັນດາການເຄື່ອນໄຫວພົວພັນຕ່າງປະເທດມີຄວາມສຳຄັນເປັນພິເສດສຳລັບພັກ, ລັດ, ໂດຍໄດ້ດຳເນີນໃນສະພາບການສອງພັກ, ສອງລັດ ລ້ວນແຕ່ຕັ້ງໜ້າປະຕິບັດມະຕິກອງປະຊຸມໃຫຍ່ຂອງສອງພັກ, ໝາຍເຖິງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 11 ຂອງພັກປະຊາຊົນປະຕິວັດລາວ  ແລະ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກຄອມມູນິດ ຫວຽດນາມ ແລະ ພວມກະກຽມມຸ່ງໄປເຖິງການກະກຽມຈັດກອງປະຊຸມໃຫຍ່ຂອງສອງປະເທດໃນຕົ້ນປີ 2026. ນີ້ແມ່ນການຢ້ຽມຢາມທີ່ດຳເນີນໄວທີ່ສຸດ ພາຍຫຼັງທີ່ທ່ານປະທານປະເທດ ໂຕເລິມ ໄດ້ຮັບການເລືອກຕັ້ງຈາກຄະນະບໍລິຫານງານສູນກາງພັກໃຫ້ດຳລົງຕຳແໜ່ງເປັນເລຂາທິການໃຫຍ່, ຄະນະບໍລິຫານງານສູນກາງພັກຄອມມູນິດ ຫວຽດນາມ. ນີ້ແມ່ນໂອກາດເພື່ອໃຫ້ສອງພັກຢັ້ງຢືນການຖືເປັນສຳຄັນແບບພິເສດກ່ຽວກັບການພົວພັນ ຫວຽດນາມ ແລະ ລາວ”.

        ຫວຽດນາມ ແລະ ລາວ ຍາມໃດກໍເສີມຂະຫຍາຍບັນດາກົນໄກຮ່ວມມືທີ່ມີຢູ່ແລ້ວ, ພ້ອມທັງສຳຫຼວດກວດກາ, ດັດປັບບັນດາກົນໄກຮ່ວມມື ແລະ ເສີມຂະຫຍາຍບັນດາກົນໄກຮ່ວມມືໃໝ່; ສຸມໃສ່ແລກປ່ຽນກ່ຽວກັບການຮ່ວມມືໃນບັນດາບັນຫາຍຸດທະສາດ, ແຜນນະໂຍບາຍ, ນະໂຍບາຍທີ່ກ່ຽວຂ້ອງເຖິງການປ້ອງກັນຄວາມສະຫງົບ, ການພັດທະນາຂອງແຕ່ລະປະເທດ. ສອງຝ່າຍໄດ້ລົງນາມໃນເອກະສານຮ່ວມມືຫຼາຍສະບັບໃນຫຼາຍຂົງເຂດສຳຄັນລະຫວ່າງສອງພັກ, ສອງລັດ, ປະກອບສ່ວນເຮັດໃຫ້ການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ -  ລາວ ໃນໄລຍະໃໝ່ເລິກເຊິ່ງກວ່າເກົ່າ. ພິເສດ, ການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ ແມ່ນຈຸດເດັ່ນຂອງການພົວພັນ ຫວຽດນາມ -ລາວ, ດ້ວຍວົງເງິນການຄ້າ ຫວຽດນາມ - ລາວ ປີ 2023 ບັນລຸ 1,6 ຕື້ USD. 08 ເດືອນຂອງປີນີ້, ວົງເງິນການຄ້າສອງປະເທດບັນລຸປະມານ 1,3 ຕື້ USD, ເພີ່ມຂຶ້ນກວ່າ 16% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023.

ສັນ​ຍາ​ລັກ​ທີ່​ມີ​ຊີ​ວິດ​ຊີ​ວາ​ຂອງ​ການ​ພົວ​ພັນ​ແບບ​ພິ​ເສດ​ ຫວຽດ​ນາມ - ລາວ - ảnh 2ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ແລະ ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ຖ່າຍຮູບກ່ອນດຳເນີນການພົບປະສອງຝ່າຍ (ພາບ: VOV)

ພ້ອມກັນພັດທະນາຢ່າງມີສະຖຽນລະພາບ, ໝັ້ນແກ່ນກວ່າໃນໄລຍະຈະມາເຖິງ

        ໃນການຢ້ຽມຢາມ, ເຮັດວຽກຄັ້ງຕ່າງໆ, ການນຳສອງປະເທດ ຍາມໃດກໍມີການແລກປ່ຽນຢ່າງແທດຈິງ, ກົງໄກກົງມາ, ກຳນົດທິດການພົວພັນລະຫວ່າງສອງພັກ, ສອງລັດ ພັດທະນາຢ່າງມີສະຖຽນລະພາບ, ໝັ້ນແກ່ນ ແລະ ມີປະສິດທິຜົນກວ່າ. ໄປຄຽງຄູ່ກັນນັ້ນ, ການນຳສອງປະເທດຍາມໃດກໍສົມທົບ, ສະໜັບສະໜູນຫຼັກໝັ້ນຂອງກັນໃນບັນດາເວທີປາໄສຫຼາຍຝ່າຍ. ການຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ຄັ້ງນີ້ ກໍເພື່ອແນໃສ່ເຮັດໃຫ້ການພົວພັນສອງປະເທດເລິກເຊິ່ງກວ່າ ໃນສະພາບການໂລກ ແລະ ພາກພື້ນມີການຜັນແປຫຼາຍຢ່າງ. ທ່ານເລຮວ່າຍຈູງ ໃຫ້ຮູ້ວ່າ:

        “ໃນໂອກາດນີ້, ການນຳສອງພັກ, ສອງລັດ ຈະແລກປ່ຽນຂໍ້ມູນຂ່າວສານໃຫ້ກັນຮັບຊາບສະພາບການຂອງແຕ່ລະພັກ, ແຕ່ລະປະເທດ, ແລກປ່ຽນກ່ຽວກັບສະພາບການສາກົນ, ຕີລາຄາກ່ຽວກັບບັນດາໝາກຜົນທີ່ບັນລຸໄດ້ໃນການຮ່ວມມືໃນໄລຍະຜ່ານມາ. ພິເສດ, ວາງອອກບັນດາທິດທາງເພື່ອຍົກສູງປະສິດທິຜົນ, ປະສິດທິພາບການຮ່ວມມືໃນໄລຍະຈະມາເຖິງ ເພື່ອຕອບສະໜອງຜົນປະໂຫຍດຂອງປະຊາຊົນສອງປະເທດ, ສອງພັກ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມືພັດທະນາໃນພາກພື້ນ ແລະ ໃນໂລກ.”

        ໃນໄລຍະໃໝ່, ສະພາບການໂລກ ແລະ ພາກພື້ນ ສືບຕໍ່ມີການຜັນແປຢ່າງວ່ອງໄວ ແລະ ສັບສົນ, ເພື່ອຮັບປະກັນການປະຕິບັດພາລະກິດແຫ່ງການປ່ຽນແປງໃໝ່ຢູ່ແຕ່ລະປະເທດ, ມະຕິກອງປະຊຸມໃຫຍ່ທົ່ວປະເທດຂອງແຕ່ລະພັກຢ່າງມີໄຊ, ສອງຝ່າຍຕ້ອງສືບຕໍ່ຢັ້ງຢືນຄວາມສຳຄັນ ແລະ ຄວາມໝາຍຍຸດທະສາດຂອງການພົວພັນສາມັກຄີແບບພິເສດໃນສະພາບການໃໝ່, ບົນພື້ນຖານປະຕິບັດບັນດາຫຼັກການເຊິ່ງສອງພັກໄດ້ຕົກລົງເປັນເອກະພາບຢ່າງສະເໝີຕົ້ນສະເໝີປາຍ, ສອງຝ່າຍຕົກລົງເຫັນດີຍູ້ແຮງການພົວພັນຮ່ວມມືຮອບດ້ານ ຫວຽດນາມ - ລາວ ຫຼາຍກວ່າອີກ ບົນພື້ນຖານເສີມຂະຫຍາຍນ້ຳໃຈເອກະລາດ, ເປັນເຈົ້າຕົນເອງ ແລະ ເຈດຈຳນົງເພິ່ງຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ຮ່ວມມືຢ່າງຍຸຕິທຳຕ່າງຝ່າຍຝ່າຍມີຜົນປະໂຫຍດ, ສົມທົບລັກສະນະພິເສດຂອງການພົວພັນ ຫວຽດນາມ - ລາວ ກັບ ທຳນຽມສາກົນ ຢ່າງສົມເຫດສົມຜົນ.

        ພ້ອມກັບການພັດທະນາຂອງການພົວພັນ ຫວຽດນາມ - ລາວ, ການຢ້ຽມຢາມຄັ້ງຕ່າງໆຂອງການນຳສອງປະເທດເວົ້າລວມ, ການຢ້ຽມຢາມ ຫວຽດນາມ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ ຄັ້ງນີ້ ເວົ້າສະເພາະ, ໄດ້ປະກອບສ່ວນຢັ້ງຢືນວ່າ ພັກ, ລັດ ແລະ ປະຊາຊົນສອງປະເທດ ຈະຕັດສິນໃຈພ້ອມກັນຖະໜຸຖະໜອມ, ເພີ່ມພູນຄູນສ້າງ ແລະ ພັດທະນາການພົວພັນມິດຕະພາບ ຫວຽດນາມ - ລາວ ບໍ່ວ່າໃນໄລຍະໃດຂອງປະຫວັດສາດ./.

ຕອບກັບ

ຂ່າວ/ບົດ​ອື່ນ