ບັນ​ດາ​ສິ່ງ​ທ້​າ​ທາຍ​ຂອງ​ການ​ຄ້າ​ທົ່ວ​ໂລກ

(VOVWORLD) - ໃນບົດລາຍງານການຄ້າໂລກ ປີ 2024, ປະກາດໃນວັນທີ 9 ກັນຍາ, ອົງການການຄ້າໂລກ (WTO) ໄດ້ໃຫ້ຂໍ້ສັງເກດວ່າການຄ້າທົ່ວໂລກ ພວມສວມບົດບາດຫັນປ່ຽນຢ່າງຕັ້ງໜ້າສຳລັບພື້ນຖານເສດຖະກິດຫຼາຍແຫ່ງໃນ 3 ທົດສະວັດທີ່ຜ່ານມາ, ແຕ່ພວມປະເຊີນໜ້າກັບຄວາມສ່ຽງທີ່ເພີ່ມຂຶ້ນຈາກລັດຖິອາລັກຂາ ແລະ ສິ່ງທ້າທາຍໃນການພັດທະນາ ແບບຍືນຍົງ.

ບັນ​ດາ​ສິ່ງ​ທ້​າ​ທາຍ​ຂອງ​ການ​ຄ້າ​ທົ່ວ​ໂລກ - ảnh 1ທ່ານນາງ Ngozi Okonjo-Iweala ຜູ້ອຳນວຍການໃຫຍ່ WTO (ພາບ: TTXVN)

ຕີລາຄາກ່ຽວກັບບົດລາຍງານປີນີ້, ທ່ານນາງ Ngozi Okonjo-Iweala ຜູ້ອຳນວຍການໃຫຍ່ WTO ຖືວ່າຈຸດພົ້ນເດັ່ນທີ່ສຸດຂອງບົດລາຍງານ ໄດ້ພິສູດໃຫ້ເຫັນບົດບາດທີ່ມີລັກສະນະຫັນປ່ຽນຂອງການຄ້າໃນການຫຼຸດຜ່ອນຄວາມອຶດຫິວທຸກຍາກ ແລະ ແບ່ງປັນວັດທະນາຖາວອນ. ເຖິງຢ່າງໃດກໍຕາມ, ບັນດາໝາກຜົນໃນ 30 ປີຜ່ານມາ ຂອງການຄ້າສາກົນ ພວມຈ່າງຫາຍໄປຍ້ອນສິ່ງທ້າທາຍຫຼາຍຢ່າງ.

ບົດບາດທີ່ມີລັກສະນະປ່ຽນແປງຂອງການຄ້າ

ຕາມບົດລາຍຂອງ WTO ແລ້ວ, ໃນໄລຍະ 1995 – 2022, ອັດຕາສ່ວນການປະກອບສວ່ນຂອງບັນດາພື້ນຖານເສດຖະກິດມີລາຍຮັບຕ່ຳ ແລະ ປານກາງໃນການຄ້າທົ່ວໂລກ ເພີ່ມຂຶ້ນແຕ່ 21% ຂຶ້ນເຖິງ 38%. ສິ່ງນີ້ບັນລຸໄດ້ຍ້ອນອັດຕາສ່ວນການຄ້າ ໃນຍອດຜະລິດຕະພັນພາຍໃນປະເທດ (GDP) ຂອງບັນດາປະເທດນີ້ໄດ້ເພີ່ມຂຶ້ນ ແລະ ຍາມໃດກໍ່ ມີມາດຕາສ່ວນກົງກັບອັດຕາເຕີບໂຕຂອງເສດຖະກິດຢູ່ລະດັບສູງກວ່າ.  ກໍ່ຄືໃນໄລຍະນັ້ນ, ລາຍຮັບສະເລ່ຍຕໍ່ຫົວຄົນ ຢູ່ບັນດາປະເທດມີລາຍຮັບຕ່ຳ ແລະ ປານກາງ ເພີ່ມຂຶ້ນທົບ 3 ເທົ່າ. ນັບແຕ່ປີ 1995, ການຄ້າທົ່ວໂລກມີການເປີດກວ້າງຢ່າງວ່ອງໄວ, ຊ່ວຍ ປະຊາຊົນ 1,5 ຕື້ຄົນໃນໂລກ ຫຼຸດພົ້ນອອກຈາກສະພາບການທຸກຍາກທີ່ສຸດ. ການພົວພັນທາງການຄ້າລະຫວ່າງບັນດາປະເທດສະມາຊິກ WTO ແລະ  ອົງການທຳອິດ ແມ່ນສົນທິສັນຍາຮ່ວມກ່ຽວກັບພາສີ ອາກອນ ແລະ ການຄ້າ(GATT)  ເພີ່ມຂຶ້ນ 140%.

ບົດລາຍງານຂອງ WTO ກໍ່ຊີ້ໃຫ້ເຫັນຢ່າງຈະແຈ້ງບົດບາດທີ່ມີລັກສະນະຊຸກຍູ້ຂອງການຄ້າ, ເມື່ອບັນດາປະເທດໃນໄລຍະເຈລະຈາເຂົ້າຮ່ວມເປັນສະມາຊິກຂອງ WTO ລ້ວນແຕ່ມີ gdp ເຕີບໂຕໄວກ່ວາ 1,5% ເມື່ອທຽບໃສ່ກັບເມື່ອກ່ອນ. ສຸດທ້າຍ, ການຄ້າກໍ່ສວມບົດບາດໃນການແບ່ງປັນວັດທະນາຖາວອນໃນໂລກ ຢ່າງມີຄວາມດຸ່ນດ່ຽງກວ່າຜ່ານການຮັດແຄບໄລຍະຫ່າງກ່ຽວກັບລາຍຮັບລະຫວ່າງປະຊາຊົນຂຶ້ນກັບບັນດາພື້ນຖານເສດຖະກິດທີ່ມີລາຍຮັບຕ່ຳ ແລະ ປານກາງ ກັບບັນດາພື້ນຖານເສດຖະກິດມີລາຍຮັບສູງ. ທ່ານ Ralph Ossa, ຫົວໜ້າຄະນະນັກຊ່ຽວຊານເສດຖະກິດຂອງ WTO ໃຫ້ຮູ້ວ່າ:

ການເຕົ້ມໂຮມກ່ຽວກັບລາຍຮັບໂດຍການຄ້ານຳພານີ້ມີຜົນກະທົບທີ່ມີລັກສະນະຫັນປ່ຽນສຳລັບຊີວິດຂອງປະຊາຊົນນັບຮ້ອຍລ້ານຄົນ. ອັດຕາຜູ້ດຳລົງຊີວິດຢູ່ລະດັບທຸກຍາກທີ່ສຸດ ຢູ່ບັນດາພື້ນຖານເສດຖະກິດມີລາຍຮັບປານກາງ ແລະ ຕ່ຳໄດ້ຫຼຸດລົງແຕ່ 40%ໃນປີ 1995 ລົງເຫຼືອປະມານ 11%, ໃນຂະນະທີ່ອັດຕາສ່ວນການຄ້າໃນ GDP ຂອງບັນດາພື້ນຖານເສດຖະກິດນີ້ໄດ້ເພີ່ມຂຶ້ນທົບສອງເທົ່າ, ແຕ່ 16% ຂຶ້ນເຖິງ 32%.

ເຖິງຢ່າງໃດກໍຕາມ, WTO ໄດ້ກ່າວເຕືອນກະແສ ລັດທິອາລັກຂາ, ລວມມີນະໂຍບາຍເພີ່ມພາສີນຳເຂົ້າຢູ່ບັນດາປະເທດຮັ່ງມີ, ພວມນາບຂູ່ ແລະ ເຮັດໃຫ້ບັນດາໝາກຜົນທີ່ບັນລຸໄດ້ໃນ 3 ທົດສະວັດແຫ່ງການຫັນການຄ້າເປັນໂລກາພິວັດທີ່ຜ່ານມາ. ລະອຽດແມ່ນ, WTO ຕີລາຄາວ່າ ການເພີ່ມບັນດາຮົ້ວກີດຂວາງກ່ຽວກັບພາສີອາກອນລະຫວ່າງບັນດາພື້ນຖານເສດຖະກິດໃນຊຸມປີມໍ່ໆມານີ້ ໄດ້ກໍ່ຜົນກະທົບຢ່າງແຮງຕໍ່ບັນດາຄອບຄົວທີ່ມີລາຍຮັບຕ່ຳ, ແມ່ຍິງ ແລະ ບັນດາບໍລິສັດນ້ອຍ, ຍ້ອນບັນດາເປົ້າໝາຍນີ້ປະສົບກັບຄວາມຫຍຸ້ງຍາກໃນການຮັບມື ແລະ ການເພີ່ມຂຶ້ນຂອງຄ່າທຳນຽບ ດ້ານການຄ້າ.  ຍົກຕົວຢ່າງຄື: ຫວ່າງແລ້ວນີ້ເລື່ອງ ອາເມລິກາ, ການາດາ ແລະ ສະຫະພາບ ເອີລົບ (EU) ເພີ່ມອັດຕາພາສີ ແນໃສ່ລົດໂອໂຕໄຟຟ້າຂອງຈີນ ເຮັດໃຫ້ຜູ້ຊົມໃຊ້ທີ່ມີລາຍຮັບຕ່ຳຢູ່ບັນດາປະເທດນີ້ ຕ້ອງຈ່າຍເງິນຫຼາຍກ່ວາເພື່ອຊື້ລົດໂອໂຕໄຟຟ້າ. ກົງກັນຂ້າມ, ບັນດາຄອບຄົວທີ່ມີລາຍຮັບຕ່ຳຢູ່ຈີນທີ່ມີສ່ວນກ່ຽວຂ້ອງເຖິງຂະແໜງອຸດສາຫະກຳ ລົດໂອໂຕໄຟຟ້າ ກໍ່ຖືກຜົນກະທົບຢ່າງຫຍໍ້ທໍ້ກ່ຽວກັບການເງິນ. ໃນຂະນະນັ້ນ, WTO ຊີ້ໃຫ້ເຫັນວ່າ ບັນດາຄອບຄົວມີລາຍຮັບສູງພັດຊົມໃຊ້ຈຳນວນຫຼາຍສິນຄ້ານຳເຂົ້າຈາກບັນດາປະເທດທີ່ມີລາຍຮັບສູງກວ່າ.

ສິ່ງທ້າທາຍກ່ຽວກັບການຄ້າແບບຍືນຍົງ ແລະ ກວມລວມ

ໄປຄຽງຄູ່ກັບບັນດາຄວາມສ່ຽງກ່ຽວກັບການກັບຄືນມາຂອງລັດທິອາລັກຂາ, ການຄ້າໂລກ ໃນປັດຈຸບັນຍັງຕ້ອງແກ້ໄຂບັນດາສິ່ງທ້າທາຍທີ່ມີລັກສະນະຍຸກສະໄໝ, ແມ່ນພັດທະນາແບບຍືນຍົງ ແລະ ມີລັກສະນະກວມລວມ, ໃນສະພາບການການປ່ຽນແປງຂອງດິນຟ້າອາກາດພວມນາບຂູ່ທຳລາຍໝາກຜົນດ້ານເສດຖະກິດ ຂອງຫຼາຍປະເທດ ແລະ ປະຊາຄົມ. ນີ້ກໍ່ແມ່ນ 2 ຫົວຂໍ້ຈຸດສຸມໄດ້ຮັບການປຶກສາຫາລືຢູ່ເວທີປາໄສປະຊາຄົມ, ໂດຍ WTO ພ້ອມກັບບັນດາຄູ່ຮ່ວມມືຈັດຂຶ້ນແຕ່ວັນທີ 10 – 13 ກັນຍາ ຢູ່ເຊີແນວ, ປະເທດສະວິດ.

ເພື່ອມີພື້ນຖານໃຫ້ແກ່ບັນດາການປຶກສາຫາລືນີ້, ໃນວັນທຳອິດຂອງເວທີປາໄສ, ວັນທີ 10 ກັນຍາ, WTO ໄດ້ປະກາດ “ຖານຂໍ້ມູນກ່ຽວກັບບັນດາຄວາມວິຕົກກັງວົນທາງການຄ້າ”. ຕາມທ່ານນາງ Angela Elllard ຮອງຜູ້ອຳນວຍການໃຫຍ່ WTO ແລ້ວ, ນີ້ແມ່ນຂໍ້້ລິເລີ່ມທີ່ມີລັກສະນະບາດລ້ຽວຂອງ WTO ໃນການເພີ່ມທະວີລັກສະນະໂປ່ງໄສ ແລະ ຄວາມສາມາດໃນການສຳຜັດກັບບັນດາຂໍ້ມູນທີ່ຈຳເປັນໃນລະບົບການຄ້າຫຼາຍຝ່າຍ. ທ່ານ Ralph Ossa ໃຫ້ຂໍ້ສັງເກດວ່າ ເປີດເປີດເຜີຍຂໍ້ມູນ ຈະເພີ່ມທະວີການຮ່ວມມືລະຫວ່າງບັນດາສະມາຊິກໃນລະບົບການຄ້າທົ່ວໂລກ, ຍູ້ແຮງລັກສະນະກວມລວມຂອງການຄ້າ.

ທັດສະນະຫຼັກແຫຼ່ງໃນບັນດາການວິເຄາະຂອງພວກຂ້າພະເຈົາແມ່ນການແລກປ່ຽນການຄ້ານ້ອຍລົງ ຫຼືການແລກປ່ຽນການຄ້າໂດດດ່ຽວຈະບໍ່ຊຸກຍູ້ລັກສະນະກວມລວມ. ລັກສະນະກວມລວມໃນຕົວຈິງຮຽກຮ້ອງຕ້ອງມີຍຸດທະສາດຮອບດ້ານ, ປະສົມປະສານການຄ້າເປີດ ກັບບັນດານະໂຍບາຍພາຍໃນ ທີ່ມີລັກສະນະສະໜັບສະໜູນ ແລະ ການຮ່ວມມືສາກົນທີ່ມີປະສິດທິຜົນ

ມີງສິ່ງທ້າທາຍໃຫຍ່ອື່ນອີກສຳລັບການຄ້າທົ່ວໂລກໃນປັດຈຸບັນ ແມ່ນຄວາມເຄັ່ງຕຶງດ້ານພູມີສາດການເມືອງໃນໂລກ. ນັບແຕ່ວັນທຳອິດຢູ່ເວທີປາໄສ ເຊີແນວ (10/09), ມີວາລະປຶກສາຫາລືດ້ວຍຫົວຂໍ້ “ປະຕິບັດການໂລກາພິວັດຄືນໃໝ່: ການຄ້າໃນໂລກຫັນເປັນການເມືອງ” ໂດຍ WTO ແລະ ສະຖາບັນເສດຖະກິດສາກົນ Peterson ຈັດຂຶ້ນ, ເພື່ອແນໃສ່ປຶກສາຫາລືຍຸດທະສາດຮັກສາ ແລະ ຊຸກຍູ້ກະແສການຄ້າທົ່ວໂລກໃນສະພາບການແກ້ງແຍ້ງທາງດ້ານພູມີສາດການເມືອງ ແລະ ການປະທະກັນເພີ່ມຂຶ້ນ. ນອກຈາກ ບັນດາບັນຫາຄື: ຜົນກະທົບຂອງປັນຍາປະດິດ ຕໍ່ລະບົບສະໜອງ, ຫັນການຄ້າເປັນດີຈີຕອນ, ການແກ້ງແຍ້ງແຮ່ທາດທີ່ຈຳເປັນ… ກໍ່ວາງອອກສິ່ງທ້າທາຍຫຼາຍຢ່າງຕ້ອງໄດ້ຮັບການແກ້ໄຂສຳລັບການຄ້າທົ່ວໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ