ການເລືອກຕັ້ງສະພາແຫ່ງຊາດອາດຈະແມ່ນມາດຕະການຕັ້ງຫນ້າໃຫ້ແກ່ສັນຕິພາບຢູ່ຊີຣີຫລືບໍ່


(vovworld)- ວັນ​ທີ 13/4, ປະ​ຊາ​ຊົນ ຊີ​ຣີ ໄດ້​ໄປ​ປ່ອນ​ບັດ​ເລືອກ​ຕັ້ງ​ສະ​ພາ​ແຫ່ງ​ຊາດ. ນີ້​ແມ່ນ​ການ​ເລືອກ​ຕັ້ງ​ສະ​ພາ​ແຫ່ງ​ຊາດ​ຄັ້ງ​ທີ 2 ນັບ​ແຕ່​ເມື່ອ​​ສົງ​ຄາມ ກາງ​ເມືອງ​ເກີດ​ຂຶ້ນ​ຢູ່​ຊີ​ຣີ ນັບ​ແຕ່​ປີ 2011 ມາ​ຮອດ​ປະ​ຈຸ​ບັນ. ໃນ​ສະ​ພາບ​ ສົງ​ຄາມ​ກາງ​ເມືອງຢ​ູ່​ປະ​ເທດ​ຕາ​ເວັນ​ອອກ​ກາງນີ້​ໄດ​້​ກ້າວ​ເຂົ້າ​ສູ່​ປີ​ທີ 5 ແລະ ສະ​ພາບ​ການ​ປະ​ຈຸ​ບັນ​ຍັງ​ສັບ​ສົນ​ວຸ້ນ​ວາຍ, ການ​ເລືອກ​ຕັ້ງ​ໄດ້​ເຮັດ​ໃຫ້​​ເກີດຄວາມ​ລະ​ແວງ​ສົງ​ໃສ​ກ່ຽວ​ກັບ​ການ​ກະ​ທົບ​ຢ່າງ​ຕັ້ງ​ຫນ້າ​ຕໍ່​ຄວາມ​ສະ​ຫງົບ​ປອດ​ໄພ,​ຂອງພື້ນ​ຖານ​ເສດ​ຖະ​ກິດ​ຊີ​ຣີ.

ການເລືອກຕັ້ງສະພາແຫ່ງຊາດອາດຈະແມ່ນມາດຕະການຕັ້ງຫນ້າໃຫ້ແກ່ສັນຕິພາບຢູ່ຊີຣີຫລືບໍ່ - ảnh 1
 ຊີ​ຣີ ຈັດ​ຕັ້ງ​ການ​ເລືອກ​ຕັ້ງ​ສະ​ພາ​ແຫ່ງ​ຊາດໃນວັນ​ທີ 13/4
ພາບ: Middleeasteye

        ການ​ເລືອກ​ຕັ້ງ​ໄດ້​ເລ​ີ່ມ​ຕົ້ນ​ເວ​ລາ 7 ໂມງ​ເຊົ້າ ຕາມ​ເວ​ລາ​ທ້ອງ​ຖິ່ນ ແລະ ສິ້ນ​ສຸດ​ລົງ​ໃນ​ເວ​ລາ 19 ໂມງ​ຂອງວັນ​ດຽວ​ກັນ. ຍອດ​ຈຳ​ນວນ​ຜູ້​ອອກ​ສະ​ໝັກ​ຮັບ​ເລືອກ​ຕັ້ງ​ແມ່ນກວ່າ 3.000 ຄົນ, ເພື່ອ​ຍາດ​ແຍ່ງ 250 ທີ່​ນັ່ງສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ. ຄະ​ນະ​ກຳ​ມະ​ການ​ເລືອກ​ຕັ້ງ​ສູງ​ສຸດ ຊີ​ຣີ ໄດ້​ຢືນ​ຢັນ: ສະ​ຖານ​ທີ​່​ປ່ອນ​ບັດ 7000 ແຫ່ງ​ໃນ​ທົ່ວ​ປະ​ເທດ​ໄດ້​ຮັບ​ການ​ກຽມ​ພ້ອມ​ແລ້ວ.

ຄວາມ​ສະຫງົບ ​ແລະ ​ເສດຖະກິດ: 2 ຫົວ​ຂໍ້​ໄດ້​ດຶງ​ດູດ​ຄວາມ​ສົນ​ໃຈ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ

        ​ເມ່ື່ອຕົ້ນ​ອາທິດ, ທ່ານ Hisham Al Shaar, ປະ​ທານ​ກຳມາ​ທິການ​ເລືອກ​ຕັ້ງ​ສູງ​ສຸດ​ຂອງ ຊີຣີ ​​ໃຫ້​ຮູ້​ວ່າ: ປະຊາຊົນ ຊີຣີ ຢູ່​ແຂວງ​ຕ່າງໆ​ຄື: Idlid, Raqqa, Aleppo ​ແລະ Deir al – Zour ​ແລະ ບັນດາ​ແຂວງ​ອື່ນໆ​ສາມາດ​ໄປ​ປ່ອນ​ບັດ​ເລືອກ​ຕັ້ງ​ຢູ່​ບັນດາ​ສູນ​ເລືອກ​ຕັ້ງ​ຢູ່​ບັນດາ​ເຂດ​ບໍລິຫານ​ຂອງ ຊີຣີ. ​ໃນ​ຖະໜົນ​ຫົນທາງ​ສາຍ​ຕົ້ນ​ຕໍ​ຢູ່​ນະຄອນຫຼວງ Damascus ຂອງ ຊີຣີ ​ໄດ້​ປະດັບ​ປະດາ​ດ້ວຍ​ປ​້າຍຄຳ​ຂວັນ​​ໂຄສະນາ​ກ່ຽວ​ກັບ​ການ​ເລືອ​ກຕັ້ງ​ສະພາ​ແຫ່ງ​ຊາດ​ເຊ່ິງອຳນາດ​ການ​ປົກຄອງ​ຂອງ​ທ່ານ​ປະທານາທິບໍດີ​ຄົນ​ປະຈຸ​ບັນ Bashar al – Assad ຕັດສິນ​ໃຈ​ຈັດ​ຕັ້ງ. ​ໃນ​ຂະນະ​ນັ້ນ, ຜູ້້ມີ​ສິດ​ເລືອກ​ຕັ້ງ​ຫຼາຍ​ຄົນ​ຫວັງ​ວ່າ: ການສ້າງ​ສະພາບ​​ຄວາມ​ສະຫງົບ​ພາຍ​ໃນ​ປະ​ເທດ​ໃນ​ຂະນະ​ທີ່ການ​ປະ​ທະ​ກັນ​ຢູ່ ຊີຣີ ​ແກ່ຍາວ​ເປັນ​ເວລາ 5 ປີ​ໄດ້​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ 250.000 ຄົນ, ພ້ອມ​ທັງ​ສ້າງ​ວິ​ກິດ​ການ​ຊາວ​ອົບ​ພະຍົບທີ່​ຮ້າຍ​ແຮງ​ທ່ີ​ສຸດ​ນັບ​ແຕ່​ກ່ອນ​ມາ​ຮອດ​ປະຈຸ​ບັນ. ດັ່ງ​ນັ້ນ, ມາດ​ຕະການ​ໃຫ້​ແກ່​​ສົງຄາມ​ກາງ​ເມືອງ​ລະຫວ່າງ​ບັນດາ​ຝ່າຍ​ຢູ່ ຊີຣີ ​ແລະ ຕ້ານ​ລັດ​ອິດສະ​ລາມ IS ອ້າງ​ຊື່​ເອງ ​ແມ່ນ​ເນື້ອ​ໃນ​​ໂດຍ​ຜູ້​ສະໝັກ​ຮັບ​ເລືອກ​ຕັ້ງ​ເຕຶ້ື້ອງ​ເຖິງ​ຫຼາຍ​ທີ່​ສຸດ​ໃນ​ລາຍການ​ຂົນຂວາ​ຍຫາສຽງ​ເລືອກ​ຕັ້ງ

        ນອກຈາກ​ພື້ນຖານ​ເສດຖະກິດ ຊີຣີ ຖືກ​ທຳລາຍ​ຢ່າງ​ໜັກໜ່ວງ​ໃນ​​ສົງຄາມກາງ​ເມືອງ​ກໍ່​​ໄດ້​ຮັບ​ຄວາມ​ສົນ​ໃຈ​ຫຼາຍ​ຈາກ​ຜູ້​ມີ​ສິດ​ເລືອກ​ຕັ້ງ. ຕາມ​ທ່ານ​ປະທານາທິບໍດີ ຊີຣີ Bashar al – Assad ​ແລ​​້ວ, ການ​ປະ​ທະ​ກັນ​ທີ່​ແກ່ຍາວ​ເປັນ​ເວລາ 5 ປີ​ຜ່ານ​ມາ​ໄດ້​ເຮັດ​​ໃຫ​​້​ເສດຖະກິດ ຊີຣີ ຖືກ​ເສຍ​ຫາຍ​ຈຳນວນ​ເງິນກ່ວາ 200 ຕື້ USD. ຕົວ​ເລກ​ດັ່ງກ່າວ​ແມ່ນ​ເໝາະ​ສົມ​ກັບ​ການ​ຄາ​ດຄະ​ເນ​ຂອງ ສປຊ ຊຶ່ງ​ຖື​ວ່າ: ຄວາມ​ເສຍ​ຫາຍ​ດ້ານ​ວັດ​ຖຸປະມານ 90 ຕື້ USD ​ແລະ 169 ຕື້ USD ​ແມ່ນ​ຄວາມ​ເສຍ​ຫາຍ​ຈາກ​ເລື່ອງ GDP ຫລຸດ​ລົງ​​ເຫຼືອ​ພຽງບໍ່​ເທົ່າ​ກັບ​ເຄິ່ງໜຶ່ງ​ເມື່ອ​ທຽບ​ໃສ່​ປີ 2011.

        ອີກ​ບັນຫາ​ໜຶ່ງ​ກໍ່​ໄດ້​ຮັບ​ຄວາມ​ສົນ​ໃຈ​ຈາກ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ແມ່ນ​ຍູ້ແຮງ​ບັ້ນ​ຮົບ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ ​ເພື່ອ​ແນ​ໃສ່​ສຸມ​ໃສ່​ແຫຼ່ງກຳລັງ​ສ້າງ​ຕັ້ງ​ປະ​ເທດ ຊີຣີ ຄືນ​ໃໝ່. ກ່ຽວຂ​້ອງ​ເຖິງ​ບັນຫາ​ນີ້, ບັນດາ​ຜູ້​ສະໝັກ​ຮັບ​ເລືອກ​ຕັ້ງ​ໄດ້​ຍົກ​ອອກ​ຄຳ​ຂວັນ​ທີ່​ວ່າ: “ພ້ອມ​ກັນ, ຮ່ວມ​ແຮງ​ຮ່ວມ​ໃຈ, ພວກ​ເຮົາ​ສ​້າງຕັ້ງ​ປະ​ເທດ ຊີຣີ ຄືນ​ໃໝ່” ຫຼື “ຄວາມ​ສະຫງ່າ​ລາສີ​ແມ່ນ​ຂຶ້ນ​ກັບ​ບັດ​ເລືອກ​ຕັ້ງ”

        ການ​ເລືອກ​ຕັ້ງ​ອາດ​ຈະ​ນຳ​ມາ​ເຊິ່ງ​ສັນ​ຕິ​ພາບ​ຊີ​ຣີຫລືບໍ່

        ການ​ຈັດ​ຕັ້ງ​ການ​ປ່ອນ​ບັດ​ເລືອກ​ຕັ້ງ​ສະ​ພາ​ແຫ່ງ​ຊາດ​ຊ​ີ​ຣີ ເຄີຍ​ຖືກ​ຄັດ​ຄ້ານ​ຢ່າງ​ແຮງ​ຈາກ​ຝ່າຍ​ຕາ​ເວັນ​ຕົກ ແລະ ຝ່າຍ​ຄ້ານ​ຢູ່​ຊີ​ຣີ. ຜູ້​ຕາງ​ຫນ້າ ຄະ​ນະ​ກຳ​ມະ​ການ​ສູງ​ສຸດ​ກ່ຽວ​ກັບ​ການ​ເຈ​ລະ​ຈາ​ຂອງ​ຝ່າຍ​ຄ້ານ ຖ​ື​ວ່າ ປະ​ທ​າ​ນາ​ທິ​ບໍ​ດີ Bashar al Assad ຢາກ​ຈັດ​ຕັ້ງ​ການ​ເລືອກ​ຕັ້ງ ເພື່ອ​ແກ່​ຍາວ​ວິ​ວັດ​ການ​ເຈ​ລະ​ຈາ​ຢູ່ ເຊີ​ແນວ. ຄະ​ນະ​ກຳ​ມະ​ການ​ເຈ​ລະ​ຈາ​ຂັ້ນ​ສູງ, ຕາງ​ຫນ້າ​ໃຫ້​ພັນ​ທະ​ມິດ​ຊື່ງ​ລວມ​ມີ​ຫລາຍ​ກຸ່ມ​ຝ່າຍ​ຄ້ານ​ຢູ່​ຊີ​ຣີ ກໍ​ໄດ້​ຖື​ເຫດ​ການນີ້ ແມ່ນ “ລະ​ເມີດ​ລັດ​ຖະ​ທຳ​ມະ​ນູນ”. ເມື່ອ​ຕີ​ລາ​ຄາ​ກ່ຽວ​ກັບ​ຜົນ​ສະ​ທ້ອນ​ຂອງ​ການ​ເລືອກ​ຕັ້ງ, ທ່ານ Aleksey Arbatov, ຜູ​້​ອຳ​ນວຍ​ການ​ສູນ​ປ້ອງ​ກັນ​ຄວາມ​ສະ​ຫງົບ ຂຶ້ນ​ກັບ​ສະ​ພາ​ມະ​ຫາ​ບັນ​ດິດ ວິ​ທະ​ຍາ​ສາດ​ລັດ​ເຊຍ ຖື​ວ່າ: ​ການເລືອກ​ຕັ້ງ​ສະ​ພາ​ແຫ່ງ​ຊາດ​ຊ​ີ​ຣີ ອາດ​ຈະ​ສົ່ງ​ຜ​ົນ​ກ​ະ​ທົບ​ຢ່າງ​ຫຍໍ້​ທ​ໍ້​ເຖິງ​ຂໍ້​ກຳ​ນົດ​ກ່ຽວ​ກັບ​ການ​ຢຸດ​ຍິງ​ຢູ່ ຊີ​ຣີ. ຝ່າຍ​ຄ້ານ​ອາດ​ຈະ​ກ່າວ​ຫາ al Assad ​ວ່າສວຍ​ໃຊ້​ການ​ເລືອກ​ຕັ້ງ​ເພື່ອ​ປັບ​ປຸງ​ສິດ​ອຳ​ນາດ. ສາດ​ສະ​ດາ​ຈານ Zeev Khanin ສັງ​ກັດ​ມະ​ຫາ​ວິ​ທະ​ຍາ​ໄລ​ສັງ​ລ​ວມ Bar Ilan, ອິດ​ສະ​ຣາ​ແອນ ໄດ້​​ໃຫ້​ຂໍ້ສັງ​ເກດ​ວ່າ​: ການ​ເລືອກ​ຕັ້ງ​ອາດ​ຈະ​ດຳ​ເນີນ​ຕາມ​ສອງ​ແຜນ​ການຄື: ຖ້າ​ຫາກ​ການ​ເລືອກ​ຕັ້ງ​ດຳ​ເນີນ​ໄປ​ຢ່າງ​ເປີດ​ເຜີຍ, ກົງ​ໄປ​ກົງ​ມາ, ອຳ​ນາດ​ການ​ປົກ​ຄອງ​ປະ​ທາ​ນາ​ທິ​ບໍ​ດີ al Assad ຈະ​ບໍ່​ໄດ້​ຮັບ​ບັດ​ເລືອກ​ຕັ້ງ​ພຽງ​ພໍ. ສ່ວນ​ການ​ເລືອກ​ຕັ້ງ​ຍັງ​ຄົງ​ໄດ້​ຈັດ​ຕັ້ງ​ຕາມ​ຫລັກ​ການ​ເກົ່າ, ພັກ Baas ຈະ​ສືບ​ຕໍ່​ຍາດ​ໄດ້​ບັດ​ສະ​ຫນັບ​ສະ​ຫນູນ​ສ່ວນ​ຫລາຍ. ຍິ່ງກວ່ານັ້ນ, ຕາມ​ທ່ານ Zeev Khamin ແລ້ວ, ເມື່ອ​ເພີ່ມ​ທະ​ວີ​ວຽກ​ງານ​ຮັບ​ປະ​ກັນ​ຄວາມ​ສະ​ຫງົບ​ປອດ​ໄພ​ໃຫ້​ແກ່​ການ​ເລືອກ​ຕັ້ງ​ຢູ່ ຊີ​ຣີ, ເຫດ​ບຸກ​ໂຈມ​ຕີກໍ່​ການ​ຮ້າຍ​ໃສ່​ບັນ​ດາ​ສະ​ຖານ​ທີ່​ປ່ອນ​ບັດ​ໂດຍ IS ປະ​ຕິ​ບັດ​ອາດ​ຈະ​ເກີດ​ຂຶ້ນ. ສຳ​ລັບ ປະ​ຊາ​ຊົນ ຊີ​ຣີ ແລ້ວ, ຄຽງ​ຄູ່​ກັບ​ບັນ​ດາ​ຄຳ​ເຫັນ​ສະ​ຫນັບ​ສະ​ຫນູນ​ຕໍ່​ເຫດ​ການນີ້, ຍັງ​​ມີ​​ຜູ້​ມີ​ສິດ​ເລືອກ​ຕັ້ງ​ບໍ່​ຫນ້ອຍມີ​ຄວາມ​ສົນ​ໃຈ. ຜູ້​ມີສິດ​ເລືອກ​ຕັ້ງ​ຫລາຍ​ຄົນໄດ້​ຢືນ​ຢັນ​ຈະ​ບໍ່​ໄປ​ປ່ອນ​ບັດ ຍ້ອນບໍ່​ມີ​ຜູ້​ອອກ​ສະ​ໝັກ​ຮັບ​ເລືອກ​ຕັ້ງ​ໃດ​ມີ​ເງື່ອນ​ໄຂ​ຄົບ​ຖ້ວນ.ນັບ​ທັງ​ຜູ້​ເຄີຍ​ເປັນ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ, ເຂົາ​ເຈົ້າ​ບໍ່​ຊ່ວຍ​ຫຍັງ​ໃຫ້​ປະ​ຊາ​ຊົນ​ເມື່ອ​ພຽງ​ແຕ່​ມີ​ຄຳ​ໝັ້​ນ​ໝາຍ​ເທົ່າ​ນັ້ນ.

        ໃນ​ຂະ​ນະ​ນັ້ນ, ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ Vladimir Putin ຖະ​ແຫລງວ່າ ການ​ເລືອກ​ຕັ້ງ​ນີ້ມ​ີ​ລັກ​ສະ​ນະ​ເອ​ກະ​ລາດ, ບໍ່​ແຊກ​ແຊງ​ເຂົ້າ​ວິ​ວັດ​ການ​ສ້າງ​ສັນ​ຕິ​ພາບ​ທີ່​ໂຕະ​ເຈ​ລະ​ຈາ​ໂດຍ ສ​ປ​ຊ  ​​ຫນູນ​ຊ່ວຍ, ຢູ່ ເຊີ​ແນວ ປະ​ເທດ ສະ​ວິດ. ສ່ວນ ອົງ​ການ​ຫລາຍ​ຝ່າຍ​ໃຫ​ຍ່ກວ່າ​ໝູ່​ໃນ​ໂລກ ກໍ​ໄດ້​ຮຽກ​ຮ້ອງ ຊີ​ຣີ ດຳ​ເນີນ​ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ ແລະ ການ​ເລືອກ​ຕັ້ງ​ທົ່ວ​ປະ​ເທດ​ໃນ 18 ເດືອນ​ຈະ​ມາ​ເຖິງ ແລະ ຖື​ວ່າ ີ້​ແມ່ນ​ສ່ວນ​ຫນຶ່ງ​ຂາດບໍ່​ໄດ້​ໃນ​ວິ​ວັດ​ການ​ສັນ​ຕິ​ພາບ.

        ສົງ​ຄາມກາງ​ເມືອງ​ຢູ່ ຊີ​ຣີ ແກ່​ຍາວ​ໃນ​ໄລ​ຍະ 5 ປີ ແຕ່ບໍ່​ທັນ​ມີ​ສັນ​ຍານ​ສິ້ນ​ສຸດ. ພ້ອມ​ກັບ​ການ​ເຈ​ລະ​ຈາ​ໂດຍ ສ​ປ​ຊ ຫນູນ​ຊ່ວຍ, ການ​ເລືອກ​ຕັ້ງ​ສະ​ພາ​ແຫ່ງ​ຊາດ​ຄັ້ງ​ນີ້ ໄດ້​ຮັບ​ຄວາມ​ຫວັງ​ວ່າ​ຈະ​ນຳ​ມາ​ເຊິ່ງສັນ​ຍານ​ຕັ້ງ​ຫນ້າໃຫ້​ແກ່​ສັນ​ຕິ​ພາບ​ຢູ່ ຊີ​ຣີ. ເຖິງ​ຢ່າງ​ໃດ​ກໍ​ຕາມ ສິ່ງ​ດັ່ງ​ກ່າວບໍ່​ແມ່ນ​ເລື່ອງ​ງ່າຍ​ດາຍ.

ຕອບກັບ

ຂ່າວ/ບົດ​ອື່ນ