ຄວນຕີລາຄາຢ່າງພາວະວິໄສສະພາບການສາສະຫນາຢູ່ຫວຽດນາມ


(vovworld)- ບົດ​ລາຍ​ງານ​ສິດ​ເສ​ລີ​ໃນ​ການ​ເຊື່ອ​ຖື​ສາ​ສະ​ຫນາ​ສາ​ກົນ​ປີ 2014 ໂດຍ​ກະ​ຊວງ​ການ​ຕ່າງ​ປະ​ເທດ ອາ​ເມ​ລິ​ກາ ປະ​ກາດ​ໃນ​ວັນ​ທີ 14/10 ໄດ້​ຄັດ​ສະ​ເຫນີ​ຂໍ້​ມູນ​ຂ່າວ​ຢ່າງ​ຜິດ​ພາດ​ໂດຍ​ຖື​ວ່າ ຫວຽດ​ນາມ​ ຈຳ​ກັດ​ສິດ​ເສ​ລີ​ໃນ​ການ​ເຊື່ອ​ຖື​, ການ​ເຫລື້ອມ​ໃສສາ​ສະ​ຫນາ ແລະ ຂໍ້​ສະ​ເຫນີ​ຂອງ​ລັດ​ຖະ​ບານ ອາ​ເມ​ລິ​ກາ ​ຈັດ ​ຫວຽດ​ນາມເຂົ້າ​ບັນ​ຊີ​ລາຍ​ຊື່​ບັນ​ດາ​ປະ​ເທດ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ກ່ຽວ​ກັບ​ຄວາມ​ເສ​ລີ​ໃນ​ການ​ເຊື່ອ​ຖື​ສາ​ສະ​ຫນາ (CPC). ການ​ກະ​ທຳ​ຂອງ ກະ​ຊວງ​ການ​ຕ່າງ​ປະ​ເທດ ອາ​ເມ​ລິ​ກາ ແມ່ນບໍ່​ພາ​ວະ​ວິ​ໄສ, ໄປ​ຝືນ​ກັບ​ທ່າ​ອ່ຽງ​ພັດ​ທະ​ນາ​ຢ່າງ​ຕັ້ງ​ຫນ້າ​ຂອງ​ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ ແລະ ອາ​ເມ​ລິ​ກາ.

ຄວນຕີລາຄາຢ່າງພາວະວິໄສສະພາບການສາສະຫນາຢູ່ຫວຽດນາມ - ảnh 1
ການ​ເຄື່ອນ​ໄຫວ​ສາ​ສະ​ຫນາ​ຢູ່​ຫວຽດ​ນາມ
ພາບປະ​ກອບ:internet

        ບົດ​ລາຍ​ງານ​ສິດ​ເສ​ລີ​ໃນ​ການ​ເຊື່ອ​ຖື​ສາ​ສະ​ຫນາ​ສາ​ກົນ​ປີ 2014 ຂອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ ອາ​ເມ​ລິ​ກາ ຖື​ວ່າ: ຫວຽດ​ນາມ ໄດ້​ຄວບ​ຄຸມ​ການ​ເຄື່ອນ​ໄຫວ​ສາ​ສະ​ຫນາ ດ້ວຍ​ກົດ​ໝາຍ ແລະ ຕິດ​ຕາມກວດ​ກາ​ດ້ານ​ບໍ​ລິ​ຫານ, ຈຳ​ກັດ​​ຢ່າງ​ເຂັ້ມ​ງວດການ​ເຄື່ອນ​ໄຫວ​ສາ​ສະ​ຫນາເອ​ກະ​ລາດ ແລະ ປາບ​ປາມ​ບັນ​ດາ​ສ່ວນ​ບຸກ​ຄົນ ແລະ ​ກຸ່ມສາ​ສະ​ຫນາ. ນີ້​ແມ່ນ​ບັນ​ດາ​ຂ່າວ​ຄາວ​ໄປ​ຝ​ືນ​ກັບ​ຄວາມ​ຈິງຂອງສະ​ພາບການ​​ເຊື່ອ​ຖື​ສາ​, ການ​ເຫລື້ອມ​ໃສສາສະ​ຫນາຢ່າງ​ມີ​ຊີ​ວິດ​ຊີ​ວາ​ຂອງ​ຫວຽດ​ນາມ.

        ສິດ​ເສ​ລີ​ໃນ​ການ​ເຊື່ອ​ຖື, ການ​ເຫລື້ອມ​ໃສ​ສາ​ສະ​ຫນາ​ໄດ້​ຮັບ​ການຢັ້ງ​ຢືນ​ດ້ວຍ​ກົດ​ໝາຍ

       ຫວຽດ​ນາມ ແມ່ນ​ປະ​ເທດ​ມີ​ຫລາຍ​ສາ​ສະ​ຫນາ ແລະ ຫລາຍ​ຊົນ​ເຜົ່າ. ພັກ, ລັດ ຫວຽດ​ນາມ ຢັ້ງ​ຢືນ ທັດ​ສະ​ນະ​ນີ້ ບົນ​​ເນື້ອ​ໃນຈິດ​ໃຈ​ກົດ​ໝາຍ ໂດຍ​ຖື​ວ່າ: “ການ​ເຊື່ອ​ຖື, ເຫລື້ອມ​ໃສ​ສາ​ສະ​ຫນາ ແມ່ນ​ຄວາມ​ຕ້ອງ​ການ​ດ້ານ​ຈິດ​ໃຈ​ຂອງ​ປະ​ຊາ​ຊົນ​​ສ່ວນ​ຫນຶ່ງ, ພວມ ແລະ ຄົງ​ຕົວພ້ອມ​ກັບ​ປະ​ເທດ​ຊາດ. ລັດ​ຖະ​ທຳ​ມະ​ນູນ​ປີ 2013 ຂອງ​ຫວຽດ​ນາມ ກຳ​ນົດ​ຢ່າງ​ຈະ​ແຈ້ງ​ໃນ ມາດ​ຕາ 24 ວ່າ: “1. ທຸກ​ຄົນ​ມີ​ສິດ​ເສ​ລີ​ໃນ​ການ​ເຊື່ອ​ຖື, ການ​ເຫລື້ອມ​ໃສ​ສາ​ສະ​ຫນາ, ເຊື່ອ​ຖື ຫລືບໍ່​ເຊື່ອ​ຖື​ສາ​ສະ​ຫນາ​ໃດ​ຫນຶ່ງ. ບັນ​ດາ​ສາ​ສະ​ຫນາ​ມີ​ຄວາມ​ສະ​ເໝີ​ພາບ​ຕໍ່​ກົດ​ໝາຍ. 2. ລັດ ເຄົາ​ລົບ ແລະ ປົກ​ປ້ອງ​ສິດ​ເສ​ລີ​ໃນການ​ເຊື່ອ​ຖື, ການເຫລື້ອມ​ໃສ​ສາ​ສະ​ຫນາ. 3. ​ເດັດ​ຂາດບໍ່ມີ​ຜູ້​ໃດລະ​ເມີດ​ສິດ​ເສ​ລີໃນການ​ເຊື່ອ​ຖື, ການເຫລື້ອມ​ໃສ​ສາ​ສະ​ຫນາ ຫລື​ສວຍ​ໃຊ້ການ​ເຊື່ອ​ຖື, ການເຫລື້ອມ​ໃສ​ສາ​ສະ​ຫນາ ເພື່ອ​ລະ​ເມີດ​ກົດ​ໝາຍ. ຫວຽດ​ນາມ ໄດ້​ມີ​ລັດ​ຖະ​ບັນ​ຍັດ​ວ່າ​ດ້ວຍການ​ເຊື່ອ​ຖື, ການເຫລື້ອມ​ໃສ​ສາ​ສະ​ຫນາ; ດຳ​ລັດ ແນ​ະ​ນຳ​ການ​ປ​ະ​ຕິ​ບັດ​ບາງ​ມາດ​ຕາ​ຂອງ​ລັດ​ຖະ​ບັນ​ຍັດ​ວ່າ​ດ້ວຍການ​ເຊື່ອ​ຖື, ການເຫລື້ອມ​ໃສ​ສາ​ສະ​ຫນາ; ​ດຳ​ລັດ​ກຳ​ນົດ​ຢ່າງ​ລະ​ອຽດ ແລະ ມາດ​ຕະ​ການ​ປະ​ຕິ​ບັດ​ລັດ​ຖະ​ບັນ​ຍັດ​ໃນ​ການ​ເຊື່ອ​ຖື, ເຫລື້ອມ​ໃສ​ສາ​ສະ​ຫນາ, ຄຳ​ສັ່ງ​ກ່ຽວ​ກັບ​ບາງວຽກ​ງານ​ສຳ​ລັບ​ສາ​ສະ​ຫນາ​ໂປ​ແຕ​ສະ​ຕັງ. ຈາກ​ບັນ​ດາ​ທັດ​ສະ​ນະ, ນະ​ໂຍ​ບາຍ ແລະ ລະ​ບົບ​ບັນ​ດາ​ເອ​ກະ​ສານ​ນິ​ຕິ​ກຳ​ດັ່ງ​ກ່າວ, ອາດ​ຈະ​ຢືນ​ຢັນ​ໄດ້​ວ່າ ສິດ​ເສ​ລີ ໃນການ​ເຊື່ອ​ຖື, ການເຫລື້ອມ​ໃສ​ສາ​ສະ​ຫນາ ຢູ່​ຫວຽດ​ນາມ ໄດ້​ຮັບ​ການ​ຮັບ​ຮູ້, ເຄົາ​ລົບ ແລະ ປົກ​ປ້ອງ​ຈາກ​ພັກ, ລັດ. ຈາກນັ້ນ ໄດ້​ເຮັດ​ໃຫ້​ການ​ເຄື່ອນ​ໄຫວ​ທາງ​ສາ​ສະ​ຫນາ​ຢູ່​ຫວຽດ​ນາມ ປ່ຽນ​ແປງ​ໂດຍ​ພື້ນ​ຖານ.

       ໄດ້ຮັບ​ປະ​ກັນໃນ​ສະ​ພາບ​ຕົວ​ຈິງ

​ຕາມ​ການ​ສະ​ຖິ​ຕິ​ບໍໍ່​ທັນ​ຄົບ​ຖ້ວນແລ້ວ, ມີ​ພົນ​ລະ​ເມືອງ​ຫວຽດ​ນາມ ປະ​ມານ 95% ແມ່ນ​ເຊື່ອ​ຖື​ສາ​ສະ​ຫນາ. ປະ​ຈຸ​ບັນ ຫວຽດ​ນາມ ມີ 13 ສາ​ສະ​ຫນາ, ດ້ວຍ​ສາ​ສະ​ນິ​ກະ​ຊົນ 24 ລ້ານ​ຄົນ, ກວມ​ປະ​ມານ 27% ຈຳ​ນວນ​ພົນ​ລະ​ເມືອງ​ທົ່ວ​ປະ​ເທດ. ຄຽງ​ຄູ່​ກັນ​ນັ້ນ ຍັງ​ມີ​ອົງ​ການ​ສາ​ສະ​ຫນາ​ອື່ນ​ນັບ​ສີບໆ​ອົງ​ການ ພວມ​ຄົງ​ຕົວ ແລະ ພວມໃນ​ວິ​ວັດ​ການ​ຈົດ​ທະ​ບຽນ​ເຄື່ອນ​ໄຫວ. ​ການ​ເຄື່ອນ​ໄຫວເຊື່ອ​ຖື,  ເຫລື້ອມ​ໃສ​ສາ​ສະ​ຫນາ ຢູ່ ຫວຽດ​ນາມ ນັບ​ມື້​ນັບ​ຟົດ​ຟື້ນ ແລະ ພວມ​ມີ​ທ່າ​ອ່ຽງ​ເພີ່ມ​ຂຶ້ນ. ຄວາມ​ຈິງ, ບັນ​ດາ​ການ​ເຄື່ອນ​ໄຫວ​ສາ​ສະ​ຫນາ​ຢູ່​ຫວຽດ​ນາມ ແມ່ນ​ດຳ​ເນີນ​ຢ່າງ​ຟົດ​ຟື້ນ ແລະ ຕິດ​ພັນ​ກັບ​ຊີ​ວິດ​ສັງ​ຄົມ. ແຕ່​ລະ​ປີ, ມີ 8.500 ງານ​ບຸນ​​ສາ​ສະ​ຫນາ ໄດ້​ຮັບ​ການ​ຈັດ​ຕັ້ງ. ການ​ເຄື່ອນ​ໄຫວ​ບຳ​ລຸງ​ສ້າງ, ຝືກ​ຝົນ​ຫລໍ່​ຫລອມ​ຍົດ​ຖາ​ບັນ​ດາ​ສັກ, ນັກ​ບວດ ໄດ້​ຮັບ​ການ​ຮັກ​ສາ ແລະ ເປີດກວ້າງ. ມີ​ຍົດ​ຖາ​ບັນ​ດາ​ສັກ​, ນັກ​ບວດ​​ຫວຽດ​ນາມ ຫລາຍ​ຄົນ ໄດ້​ສົ່ງ​ໄປ​ຮຽນ​ຢູ່ ອາ​ເມ​ລິ​ກາ, ຝ​ລັ່ງ, ອີ​ຕາ​ລີ, ອິນ​ເດຍ… ຜູ້​ຕາງ​ຫນ້າ​ຍົດ​ຖາ​ບັນ​ດາ​ສັກ​ ບັນ​ດາສາ​ສະ​ຫນາຫວຽດ​ນາມ ໄດ້​ເຂົ້າ​ຮ່ວມ​ການ​ເຈ​ລະ​ຈາ​ກ່ຽວ​ກັບ​ການ​ເຊື່ອ​ຖື, ເຫລື້ອມ​ໃສ​ສາ​ສະ​ຫນາ, ພ​ົບ​ປະ​ແລກ​ປ່ຽນ ສິນ​ທຳ, ກົດ​ໝາຍ​ທາງ​ສາ​ສະ​ຫນາ ຢູ່​ບັນ​ດາ​ເວ​ທີ​ປາ​ໄສ​ໃຫຍ່​ຄື: ເວ​ທີ​ປາ​ໄສ​ການ​ຮ່ວມ​ມື ອາ​ຊີ ເອີ​ລົບ(ASEM), ອາຊຽນ.. ຫວຽດ​ນາມ ເປັນ​ເຈົ້າ​ພາບ​ຈັດ​ຕັ້ງ​​​ວັນບຸນວິ​ສາ​ຂະ​ບູ​ຊາ ສ​ປ​ຊ ເມື່ອ​ປີ 2008, 2014 ແລະ ກອງ​ປະ​ຊຸ​ມ​ສຸດຍອດພຸດ​ທະ​ສາ​ສະ​ຫນາ​ໂລກ​ເມື່ອ​ປີ 2010  ສຳ​ເລັດ​ຜົນ. ຫວຽດ​ນາມ ມີ​ການ​ພົ​ວ​ພັນ​ກັບ Vatican ນັບ​ແຕ່​ປີ 1989. ບົນ​ພື້ນ​ຖານ​ຂອງ​ສາຍ​ພົວ​ພັນ​ນີ້, Vatican ໄດ້​ສົ່ງ​ຜູ້​ຕາງ​ຫນ້າບໍ່​ປະ​ຈຳ ຢູ່ ຫວຽດ​ນາມ ແຕ່​ປີ 2011 ແລະ ມາ​ຮອດ​ປະ​ຈຸ​ບັນ ທູ​ດ​ພິ​ເສດບໍ່​ປະ​ຈຳ​ຂອງ Vatican ໄດ້​ປະ​ຕິ​ບັດ​ການ​ຢ້ຽມ​ຢາມ 20 ຄັ້ງ​ເຖິງ 60/63 ແຂວງ ແລະ ນະ​ຄອນ ຢູ່​ຫວຽດ​ນາມ. ພຶດ​ຕິ​ກຳ​ຕົວ​ຈິງ​ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ສາ​ສະ​ຫນາ​ຢູ່​ຫວຽດ​ນາມ ໄດ້​ຕອບ​ຄຳ​ຖາມ​ວ່າ: ຖ້າ​ຫວຽດ​ນາມ ຈຳ​ກັດ​ສາ​ສະ​ຫນາ, ລະ​ເມີດ​ການ​ເຊື່ອ​ຖື, ການ​ເຫລື້ອມ​ໃສ​ສາ​ສະ​ຫນາ, ບັນ​ດາ​ອົງ​ການ​ສາ​ສະ​ຫນາ ສາ​ມາດ​ກຳ​ນົດ​ໄດ້​ທີ່​ຕັ້ງ, ພັດ​ທະ​ນາ​ເປັນ​ປົກ​ກະ​ຕິ ແລະ ບັນ​ດາ​ສາ​ສະ​ຫນາ​ຢູ່​ຫວຽດ​ນາມ ສາ​ມາດ​ເຊື່ອມ​ໂຍງ​ເຂົ້າ​ກັບ​ທົ່ວ​ໂລກ​ຄື​ປະ​ຈຸ​ບັນ.

ໄປ​ຝືນ​ກັບ​ສາຍ​ພົວ​ພັນ​ຢ່າງ​ຕັ້ງ​ຫນ້າ​ລະ​ຫວ່າງ​ຫວຽດ​ນາມ ແລະ ອາ​ເມ​ລິ​ກາ

        ບັນ​ດາ​ຂອບ​ເຂດ​ດ້ານ​ກົດ​ໝາຍ​ຢ່າງ​ຈະ​ແຈ້ງ ແລະ ການ​ເຄື່ອນ​ໄຫວ​ດ້ານ​ສາ​ສະ​ຫນາ​ກ່ຽວ​ກັບ​ຄວາມ​ເສ​ລີ​ໃນ​ການ​ເຊື່ອ​ຖື, ການ​ເຫລື້ອມ​ໃສ​ສາ​ສະ​ຫນາ​ຂອງ​ຫວຽດ​ນາມ ທີ່​ກ່າວ​ມາ​ຂ້າງ​ເທິງນັ້ນ ແມ່ນ​ການ​ພິ​ສູດ​ໃຫ້​ເຫັນ ບົດ​ລາຍ​ງານ​ກ່ຽວ​ກັບ​ສິດ​ເສ​ລີ​ໃນ​ການ​ເຊື່ອ​ຖື​ສາ​ສະ​ຫນາ​ປີ 2014 ຂອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ ອາ​ເມ​ລິ​ກາ ໄດ້​ຄັດ​ບັນ​ດາ​ຂ່າວ​ຄາວບໍ່​ຖື​ກ​ກັບ​ຄວາມ​ຈິງ ກ່ຽວ​ກັບ​ສະ​ພາບ​ສິດ​ເສ​ລີ​ໃນ​ການ​ເຊື່ອ​ຖື​ສາ​ສະ​ຫນາ​ຂອງ​ຫວຽດ​ນາມ. ມາ​ຮອດ​ປະ​ຈຸ​ບັນ, ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ ແລະ ອາ​ເມ​ລ​ິ​ກາ ໄດ້​ມີ​ບາດ​ກ້າວ​ພັດ​ທະ​ນາ​ກະ​ໂດດ​ຂັ້ນ, ໝັ້ນ​ຄົງ​ຫລາຍ​ດ້ານ ຈາກ​ເສດ​ຖະ​ກິດ, ການ​ຄ້າ, ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫລັງ​ຈາກ​ສົງ​ຄາມ, ຕະ​ຫລອດ​ຮອດ​ວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລ​ຊີ, ການ​ສຶກ​ສາ, ສາ​ທາ​ລະ​ນະ​ສຸກ, ສິ່ງ​ແວດ​ລ້ອມ, ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ, ການ​ປ້ອງ​ກັນ​ຊາດ ປ້ອງ​ກັນ​ຄວາມ​ສະ​ຫງົບ… ການ​ຮ່ວມ​ມືນີ້ ຮຽກ​ຮ້ອງ​ສອງ​ຝ່າຍ ພ້ອມ​ກັນ​ປະ​ອະ​ດີດ​ຕະ​ການ​ໄວ້, ຜ່ານ​ຜ່າ​ຄວາມ​ແຕກ​ຕ່າງ​ກັນ​ເພື່ອ​ຜ​ົນ​ປະ​ໂຫຍດ​ຂອງ​ປະ​ຊາ​ຊົນ​ສອງ​ປະ​ເທດ. ຢາກ​ເຮັດ​ໄດ້​ສິ່ງນັ້ນ ບັນ​ດາ​ຝ່າຍ​ຄວນ​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ແລະ ເຄົາ​ລົບ​ລະ​ບອບ​ການ​ເມືອງ​ຂອງ​ກັນ.

 

 

 

 

 

 

ຕອບກັບ

ຂ່າວ/ບົດ​ອື່ນ