ຄວາມຍຸຕິທຳໃຫ້ແກ່ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊີນ ຫວຽດນາມ - ການຕໍ່ສູ້ຢ່າງບໍ່ຮູ້ອິດຮູ້ເມື່ອຍ

(vovworld)- ​ 52 ປີ​​​ໄດ້ລ່ວງ​ເລີຍ​ໄປ ນັບ​ແຕ່​ເມື່ອກອງທັບ​ອາ​ເມ​ລິ​ກາ ​ຫວ່າ​ນທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊີ​ນ ນັບພັນ​ໂຕນ​ລົງ​ເຂດ​ດິນ​ແດນ ຫວຽດນາມ, ກໍ່​ຄວາມ​ເສຍ​ຫາຍ​ເຖິງ​ສິ່ງ​ແວດ​ລ້ອມ​ຊີວະ​ພາບ, ທຳລາຍ​ສຸຂະພາບ​ຊາວ​ຫວຽດນາມ ນັບ​ລ​້ານໆ​ຄົນ. ​ໃນ 10 ປີຜ່ານມາ, ສະມາຄົມ​ຜູ້​ປະສົບ​​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊີ​ນ ຫວຽດນາມ ​ໄດ້​ດຳ​ເນີນ​ການ​ຟ້ອງ​ຮ້ອງ​ 37 ບໍລິສັດ​ອາ​ເມ​ລິ​ກາ​ທີ່​ຜະລິດ​ທາດ​ພິດເຄມີ​ ດັ່ງກ່າວ​ເພ່ືອ​ທວງ​ເອົາ​ຄວາມ​ຍຸຕິ​ທຳ​ໃຫ້​ແກ່​ບັນດາຜູ້​ປະສົບເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊີ​ນ ກໍ​ຄື​ຕາບ​ຈູ​ນ, ​ແບ່ງ​ເບົາຄວາມ​ເຈັບ​ປວດ, ​ເສຍ​ຫາຍ​ຂອງ​ເຂົາ​ເຈົ້າ. ​ເນື່ອງ​ໃນ​ໂອກາດ​ສະ​ເຫລີ​ມສະຫລອງ 52 ປີ​ແຫ່ງ​ວັນ​ເພື່ອ​ ຜູ້​ປະສົບ​​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊີ​ນ ຫວຽດນາມ (10/8), ນັກ​ຂ່າວ ລື​ວຫ່ວຽນ ມີ​ບົດ​ຂຽນ​ທີ່​ພາດ​ຫົວ​ເລື່ອງ​ວ່າ: ຄວາມ​ຍຸຕິ​ທຳ​ໃຫ້​ແກ່​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊີ​ນ ຫວຽດນາມ -ການ​ຕໍ່ສູ້​ຢ່າງບໍ່​ຮູ້​ອິດ​ຮູ້​ເມື່ອຍ. ​

        ປະຈຸ​ບັນ ທັງ​ປະ​ເທດ​ມີ​ກວ່າ 3 ລ້ານ​ຄົນ​ຖືກ​ຕິດ​ຫນຶ່ງ ຫລື​ຫລາຍ​ພະຍາດ​ກ່ຽວຂ້ອງ​ເຖິງ​ທາດ​ພິດສີ​ສົ້ມ​ດີ​ໂອຊີ​ນ, ລູກ​​ເກີດ​ມາ​ຮູບ​ຮ່າງ​ບໍ່​ສົມປະກອບ ​ແລະ ສ່ວນ​ຫລາຍ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ. ມີ​ນັບ​ພັນ​ໆ​ຄົນ​​ເສຍ​ຊີວິດ​ແລ້ວ, ພັນໆ​ຄົນ​ບໍ່​ສາມາດ​ເປັນ​ພໍ່, ​ເປັນ​ແມ່​ໄດ້ ​ແລະ ​ເດັກນ້ອຍ​ນັບ​ພັນໆ​ຄົນ​ເມື່ອ​ເສຍ​ຊີວິດ​ມາ​ແຕ່​ເກີດ. ທ່ານໝໍ ຫງວຽນ​ທິງ​ອກ​ເຟື້ອງ, ​ມີ​ເວລາ​ກວ່າ 40 ປີ​ທີ່ເຮັດ​ວຽກ​ຢູ່​ໂຮງໝໍ​ປະສູດ ຕືຢູ໋ ນະຄອນ ​ໂຮ່ຈິ​ມີນ ​ໄດ້​ເຫັນ​ປະຈັກ​ຕາ​ບັນດາ​ກໍລະນີ​ທຳ​ອິດ​ຂອງ ຜູ້​ປະສົບ​​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊີ​ນ ນັບ​ແຕ່​ປີ 1965. ນັ້ນ​ແມ່ນ​ບັນດາ​ເດັກນ້ອຍ​ມີ​ຮູບ​ຮ່າງ​ບໍ່​ສົມ​ປະກອບ, ບໍ່​ມີ​ແຂນ, ບໍ່​ມີ​ຕີນ, ບໍ່​ມີ​ຕາ…. ບັນດາ​ຮູບ​ພາບ​ເຫລົ່າ​ນັ້ນ ​ເຮັດ​ໃຫ້​ທ່ານໝໍ ຫງວຽນ​ທິງ​ອກ​ເຟື້ອງ ຕັດສິນ​ໃຈ​ຄົ້ນ​ຄ້ວາ ​ແລະ ພ້ອມ​ກັບ​ບັນດາ ຜູ້​ປະສົບ​​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊີ​ນ ​​ເຂົ້າ​ຮ່ວມ​ການ​ຕໍ່​ສູ້​ທວງ​ເອົາ​ຄວາມ​ຍຸຕິ​ທຳ. ນັບ​ແຕ່​ປີ 1987, ທ່ານໝໍ ຫງວຽນທິ​ເຟື້ອງ ​ໄດ້​ໄປ​ລາຍ​ງານ​ສະພາບ​ການ​ດັ່ງກ່າວ​ທີ່​ບັນດາ​ກອງ​ປະຊຸມ​ການ​ແພດ​ສາກົນ. ​ແລະ​ໄລຍະ​ມໍ່ໆ​ມາ​ນີ້ ທ່ານໝໍ​ໄດ້​ເຂົ້າ​ຮ່ວມ​ວາລະ​ອະພິປາຍ​​ໂດຍ​ກົງ​ຢູ່ ອາ​ເມ​ລິ​ກາ ​ເປັນ​ສອງ​ຄັ້ງ, ນອກ​ນັ້ນ ຍັງ​ໂອ້​ລົມ​ກັບ​ນັກ​ສຶກສາ, ຄູ​ອາຈານ​ບັນດາ​ມະຫາວິທະຍາ​ໄລອາ​ເມ​ລິ​ກາ ກ່ຽວ​ກັບ​ຜົນ​ຮ້າຍ​ຢ່ອນ​ຫລັງ​ຈາກ​ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊີ​ນ ຢູ່ຫວຽດນາມ. ບັນດາ​ເລື່ອງ​ລາວ​ຂອງທ່ານຫມໍ​​​ເຮັດ​ໃຫ້​ບໍ່​ວ່າ​ຊາວ​       ອາ​ເມ​ລິ​ກາ ຜູ້​ໃດ​ກໍ​ຮູ້ສຶກຕື້ນຕັນ​ໃຈ.

        “ທີ່​ມະຫາວິທະຍາ​ໄລ ວໍ​ຊິ​ງຕັນ ​ມີ​ຄູ​ສອນ​ຜູ້​ຫນຶ່ງ​ຖາມ​ທ່ານໝໍ​ວ່າ: ຂ້າພະ​ເຈົ້າ​ຮູ້ສຶກ​ເປັນ​ຫນ້າອາຍ ​ເພາະ​ລັດຖະບານ ອາ​ເມ​ລິ​ກາ ​ໄດ້​ທຳຮ້າຍ​ຊາວ​ຫວຽດນາມ​ຄື​ແນວ​ນັ້ນ. ປະຈຸ​ບັນ ພວກ​ຂ້າພະ​ເຈົ້າ​ຕ້ອງ​ເຮັດ​ຫຍັງ​ເພື່ອ​ແກ້​​ໂທດສ່ວນ​​ໃດ​ສ່ວນ​ຫນຶ່ງ.”

        ສ່ວນ​ສາ​ດສະ​ດາຈານ, ນັກ​ທະນາຍຄວາມ ລື​ວວັນ​ດາດ ຊື່​ງ​ແມ່ນ​ຫນຶ່ງ​​ໃນທະນາ​ຄວາມ 4 ທ່ານ ສັງກັດ​ສະມາຄົມ​ທະນາຍຄວາມ​ປະຊາທິປະ​ໄຕ ສາກົນ ​ໄດ້​​​ໄຈ້​ແຍກ​ວ່າ: ​ເຖິງ​ວ່າ ມີ​ພະຍານ​ຫລັກ​ຖານ​ຢ່າງ​ຈະ​ແຈ້ງ​ກ່ຽວ​ກັບ​ຜົນ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ​ດີ​ໂອ​ຊີ​ນກໍ​ຕາມ, ​ແຕ່​ເລື່ອງ​ເຮັດ​ໃຫ້​ບັນດາ​ບໍລິສັດ​ຜະລິດທາດ​ພິດ​ເຄມີ​ຂອງ​ອາ​ເມ​ລິ​ກາ ຕ້ອງ​​ຊົດ​ເຊີຍ, ນຳ​ເອົາ​ຄວາມ​ຍຸຕິ​ທຳ​ມາ​ໃຫ້​ ຜູ້​ປະສົບ​​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊີ​ນ ຫວຽດນາມ ຄືນ​ໃຫມ່ ບໍ່​ແມ່ນ​ເລື່ອງ​ງ່າຍ. ທະນາຍຄວາມ ລື​ວວັນ​ດາດ ​ໃຫ້​ຮູ້​ວ່າ:

        “​ເວລາ​ໃດ​ຄວາມ​ຍຸຕິ​ທຳ​ບໍ່​ທັນ​ປະຕິບັດ​ໄດ້ ການ​ຕໍ່ສູ້​ຍັງ​ຄົງ​ສືບ​ຕໍ່​ດ​ຳ​ເນີນ​ໄປ. ຂ້າພະ​ເຈົ້າ​ສາມາດ​ປະກາດ​ວ່າ ​ໃນ​ອະນາຄົດ​ໃກ້ໆ​ນີ້ ອາດ​ຈະ​ມີບາງ​ກໍລະນີ​ຟ້ອງ​ຮ້ອງພົນລະ​ເຮືອນ​ຂອງຜູ້​ປະສົບ​​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊີ​ນ ຫວຽດນາມ ຕື່ມ​ອີກ. ຂ້າພະ​ເຈົ້າ​ປາດ​ຖະຫນາ​ວ່າ  ບັນດາ​ບໍ​ລິ​ສັດ​​ຜະລິດ​ທາດ​ພິດເຄມີ​ຂອງ​ອາ​ເມ​ລິ​ກາ ​ເຂົ້າ​ໃຈ​​ໄດ້ບັນຫາ​ດັ່ງກ່າວ ​ເພື່ອ​ພ້ອມ​ກັບ​ຫວຽດນາມ​ແກ້​ໄຂ​ຜົນ​ຮ້າຍ​ຢ່ອນ​ຫລັງ​ຈາກ​ທາດ​ພິດນີ້.”

ຄວາມຍຸຕິທຳໃຫ້ແກ່ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊີນ ຫວຽດນາມ - ການຕໍ່ສູ້ຢ່າງບໍ່ຮູ້ອິດຮູ້ເມື່ອຍ - ảnh 1
ມອບຂອງຂວັນໃຫ້ແກ່ຄອບຄົວຜູ້ປະສົບເຄາະຮ້າຍ
ຈາກທາດພິດສີສົ້ມ
ພາບ:vov

        ການ​ຕໍ່ສູ້​ຂອງ ຜູ້​ປະສົບ​​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊີ​ນ ຫວຽດນາມ ​ໄດ້​ຮັບ​ການ​ສະຫນັບສະຫນູນ, ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ຈາກ​ປະຊາຊົນ​ໃນ​ໂລກ. ​ນັບ​ແຕ່​ປີ 1967-1968, ບັນດາ​ນັກວິ​ທະຍາ​ສາດ ອາ​ເມ​ລີ​ກາ ​ໄດ້​ສະ​ເຫ​ນີຕໍ່​ປະທານາທິບໍດີ ອາ​ເມ​ລິ​ກາ ວ່າ ​ໃນທາ​ດພິດ​ສີ​ສົ້ມ​ມີ​ທາດ ດີ​ໂອ​ຊີ​ນ.  ນັບ​ແຕ່​ໄລຍະ​ຕົ້ນ, ບັນດາ​ອົງການ​ບໍ່​ຂຶ້ນ​ກັບ​ລັດຖະບານ​ໃນ​ໂລກ ​ໄດ້​ຄັດຄ້ານ ​ແລະ ມີ​ມະຕິ​ຄັດຄ້ານ​​ເລື່ອງ​ຫວ່ານ​ທາດ​ພິດ​ສີ​ສົ້ມ​ລົງ​ເຂດ​ດິນ​ແດນ​ຂອງ​ຫວຽດນາມ, ຮຽກຮ້ອງ​ໃຫ້​ລັດຖະບານ ອາ​ເມ​ລິ​ກາ ​ແລະ ບັນດາ​ບໍລິສັດ​ຜະລິດ​ທາດ​ພິດເຄມີ​ຂອງ​ອາ​ເມ​ລິ​ກາ ຕ້ອງ​ຊົດ​ເຊີຍ​ໃຫ້​ແກ່​ຫວຽດນາມ. ຄະນະ​ກຳມະການ​ສັນຕິພາບ​ໂລກ ກໍ​ໄດ້ຖືວັນທີ 10/8 ແມ່ນວັນເພື່ອ ຜູ້​ປະສົບ​​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊີ​ນ ເພື່ອສະຫນັບສະຫນູນ. ມີກວ່າ 40 ພັກກອມມູນິດໃນໂລກ ໄດ້ອອກມະຕິຮຽກຮ້ອງ ລັດຖະບານ ອາເມລິກາ ຕອ້ງມີຄວາມຮັບຜິດຊອບຕໍ່ປະຊາຊົນ ຫວຽດນາມ. ພົນໂທ ຫງວຽນວັນຣີງ ປະທານສະມາຄົມ ຜູ້​ປະສົບ​​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊີ​ນ ຫວຽດນາມ ມີຄວາມເຊື່ອໝັ້ນວ່າ: ດ້ວຍຄວາມມານະພະຍາຍາມບໍ່ຮູ້ອິດຮູ້ເມື່ອຍຂອງບັນດາຜູ້​ສະຫນັບສະຫນູນ​ຄວາມ​ຍຸຕິ​ທຳ​ໃນ​ທົ່ວ​ໂລກ, ​ແນ່ນອນ​ວ່າ ຜູ້​ປະສົບ​​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊີ​ນ ຈະ​ທວງ​ເອົາ​ຄວາມ​ຍຸຕິ​ທຳ​ໄດ້.

        “​ຈຸດໝາຍ​ທີ​ຫນຶ່ງ​ຂອງ​ພວກ​ຂ້າພະ​ເຈົ້າ​ແມ່ນ​ຢືດໝັ້ນ​ຕໍ່ສູ້​ທວງ​ເອົາ​ຄວາມ​ຍຸ​ຕິ​ທຳ. ບັນດາຜູ້​ປະສົບ​​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມຢູ່ ອາ​ເມ​ລິ​ກາ,​ ຢູ່ ສ​ເກົາຫລີ ​ໄດ້​ຮັບ​ບຸລິມະສິດ​ແນວ​ໃດ ອາ​ເມ​ລິ​ກາ, ບັນດາ​ບໍລິສັດ​ຜະລິດ​ທາດ​ພິດເຄມີ​ຂອງ​ອາ​ເມ​ລິ​ກາ ຕ້ອງ​ປະຕິບັດ​ຄື​ແນວ​ນັ້ນ​​ໃຫ້​ແກ່ ຜູ້​ປະສົບ​​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊີ​ນ ຫວຽດນາມ.  ທີ​ສອງ ພວກ​ຂ້າພະ​ເຈົ້າ​ຮຽກຮ້ອງ​ໃຫ້ ອາ​ເມ​ລິ​ກາ ​ແລະ ບັນດາ​ບໍລິສັດ​ຜະລິດ​ທາດ​ພິດເຄມີ​ຂອງ ອາ​ເມ​ລິ​ກາ ຕ້ອງ​ຮີບ​ເຮັ່ງ​ລ້າງ​ພິດ​ໃນ​ສິ່ງ​ແວດ​ລ້ອມ. ທີ​ສາມ ​ແມ່ນ​ຮຽກຮ້ອງ​ໃຫ້​ບັນດາ​ບໍລິສັດ​ດັ່ງກ່າວ​ຕ້ອງ​ມີ​ຄວາມ​ຮັບຜິດຊອບ​​ໃນ​ການຊ່ວຍ​ເຫລືອ​ມະນຸດ​ສະ​ທຳ​ໃຫ້​ແກ່ ຜູ້​ປະສົບ​​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊີ​ນ ຫວຽດນາມ.”

        ​ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊີ​ນ ​ໄດ້​ສົ່ງ​ຜົນ​ກະທົບ​ໂດຍ​ກົງ​ເຖິງ​ຄົນ​ຮຸ່ນ​ທີ 3, ທີ 4 ຂອງ​ຫລາຍ​ຄອບຄົວ​ຢູ່​ຫວຽດນາມ. ຄວາມ​ຍຸຕິ​ທຳ​ບໍ່​ທັນ​​ໄດ້​ຮັບ​ການປະຕິບັດ​, ບັນດາ​ຜູ້​ສະຫນັບສະຫນູນ​ຍັງ​ຄົງ​ສືບ​ຕໍ່ພ້ອມ​ກັບ​ບັນດາ ຜູ້​ປະສົບ​​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊີ​ນ ຫວຽດນາມ ຕໍ່ສູ້​ທວງ​ເອົາ​ຄວາມ​ຍຸຕິ​ທຳ​ໃຫ້​ໄດ້.

ຕອບກັບ

ຂ່າວ/ບົດ​ອື່ນ