ການປະທະກັນຢ່າງດຸເດືອດຍັງຄົງເກີດຂຶ້ນໃນຂອບເຂດທົ່ວປະເທດຊີຣີ
(ພາບ: internet)
|
vovworld- ວິກິດການຢູ່ຊີຣີທີ່ແກ່ຍາວເປັນເວລາ 19 ເດືອນທີ່ຜ່ານມາພວມມີຄວາມຫວັງ ໃໝ່. ນັ້ນແມ່ນເລື່ອງລັດຖະບານຂອງປະທານາທິບໍດີ ຊີຣີ Bashar al-Assad ໄດ້ຍອມຮັບການຢຸດຍິງໃນໄລຍະດຳເນີນເທດສະການ Eid Al-Adha ທີ່ສັກສິດຂອງຊາວມຸດສະລິມ( ແຕ່ວັນທີ 26 ຫາ 28/10 ) . ນີ້ແມ່ນເງື່ອນໄຂສະດວກເພື່ອໃຫ້ປະຊາຄົມໂລກມານະພະຍາຍາມໃຫ້ແກ່ການເຄື່ອນໄຫວຊ່ວຍເຫຼືອມະນຸດ ສະທຳ , ພ້ອມທັງແມ່ນປະຖົມປັດໄຈເພື່ອໃຫ້ບັນດາຝ່າຍຢູ່ປະເທດນີ້ປະຕິບັດບັນດາບາດກ້າວເດີນທຳອິດມຸ່ງໄປສູ່ຈຸດໝາຍຢຸດຕິການໃຊ້ຄວາມຮຸນແຮງຢູ່ຊີຣີຢ່າງສິ້ນເຊິ່ງຕາມເນື້ອໃນຈິດໃຈມະຕິ 2042 ແລະ 2043 ຂອງສະພາຄວາມໝັ້ນຄົງ ສ.ປ.ຊ ກ່ຽວກັບຊີຣີ. ແຕ່ໃນສະພາບການປະຈຸບັນ, ຂະນະທີ່ບັນດາຝ່າຍຢູ່ປະເທດນີ້ຍັງມີການກະທຳເກາະຜິດຢ່າງຕໍ່ເນື່ອງນັ້ນ, ຄວາມມານະພະຍາຍາມທີ່ຫາກໍບັນລຸໄດ້ພຽງແຕ່ແມ່ນຄວາມຫວັງທີ່ບໍ່ແນ່ນອນ.
ກ່ອນທີ່ຮອດເທດສະການ Eid Al-Adha ຊຶ່ງແມ່ນ 1 ໃນ 2ເທດສະການທີ່ສຳຄັນໃນປີຂອງຊາວມຸດສະລິມເປັນເວລາ 1 ວັນ, ວັນທີ 24/10, ທ່ານ Lakhdar Brahimi ທູດພິເສດຂອງ ສ.ປ.ຊ ແລະ ສະຫະພັນອາຣັບ ກ່ຽວກັບຊີຣີໄດ້ປະກາດສັນຍາຢຸດຍິງໃນເວລາດຳເນີນເທດສະການ Eid Al-Adha ໃນ 4 ວັນ ຊຶ່ງເລີ່ມແຕ່ວັນທີ 26/10 ໄດ້ຮັບຄວາມເຫັນດີຈາກທັງ 2 ຝ່າຍຢູ່ ຊີຮີ. ກ່ອນອື່ນໝົດແມ່ນຕ້ອງເນັ້ນໜັກວ່າ ບັນລຸໄດ້ໝາກຜົນຄືດັ່ງກ່າວ ແມ່ນຍ້ອນມີຄວາມມານະພະຍາຍາມຢ່າງບໍ່ຮູ້ອິດຮູ້ເມື່ອຍຂອງ ທ່ານ Lakhdar Brahimi ທູດພິເສດຮ່ວມຂອງ ສ.ປ.ຊ ແລະ ສະຫະພັນອາຣັບ. ໃນບົດບາດເປັນທູດພິເສດເພື່ອສ້າງສາສັນຕິພາບສຳລັບບັນດາປະເທດຕາເວັນອອກກາງຊຶ່ງພວມຖືກຕົກເຂົ້າສູ່ວິກິດການການເມືອງຢ່າງຮ້າຍແຮງນັ້ນ, ໃນຕະຫຼອດ 2-3 ມື້ຜ່ານມາ, ທ່ານ Lakhdar Brahimi ໄດ້ມານະພະຍາຍາມ ຢ່າງບໍ່ຮູ້ອິດຮູ້ເມື່ອຍເພື່ອທຳການຢ້ຽມຢາມບັນດາປະເທດໃນພາກພື້ນ, ແນໃສ່ຊອກຫາວິທີການແກ້ໄຂທາງດ້ານການເມືອງໃຫ້ແກ່ວິກິດການຢູ່ຊີຣີ.
ພາຍຫຼັງທີ່ຄຳສັ່ງຢຸດຍິງຊົ່ວຄາວໄດ້ຮັບການປະກາດ, ສະພາຄວາມໝັ້ນຄົງ ສ.ປ.ຊ ໄດ້ອອກຖະແຫຼງການຊົມເຊີຍຂໍ້ສະເໜີຢຸດຍິງນີ້, ພ້ອມກັນນັ້ນກໍຮຽກຮ້ອງໃຫ້ບັນດາຝ່າຍຢູ່ຊີຣີຈົ່ງປະຕິບັດຢ່າງເຂັ້ມງວດ. ພ້ອມກັນນັ້ນ, ໃນວັນທີ 24/10, ມີຂ່າວຄາວທີ່ຫຼ້າສຸດໄດ້ເປີດເຜີຍວ່າ ສ.ປ.ຊ ພວມມີແຜນການຜັນຂະຫຍາຍກຳລັງຮັກສາສັນຕິພາບໄປຍັງຊີຣີ ຖ້າຫາກບັນດາຝ່າຍປະຕິບັດສັນຍາຢຸດຍິງ. ແຕ່ ການລະດົມກຳລັງນີ້ ຕ້ອງໄດ້ຮັບການຮັບຮອງເອົາຈາກ 15 ປະເທດສະມາຊິກ ສະພາຄວາມໝັ້ນຄົງ ສ.ປ.ຊ. ໃນວັນດຽວກັນ, ທ່ານ Hossein Amir-Abdollahian ຮອງລັດຖະມົນຕີການຕ່າງປະເທດຮັບຜິດຊອບບັນດາບັນຫາອາຣັບ ແລະ ອາຟະລິກາ ຂອງອີຣານ ໃຫ້ຮູ້ວ່າ ບັນດາການເຈລະຈາຢູ່ຊີຣີຈະຖືກດຳເນີນໂດຍໄວ.
ເຖິງຢ່າງກໍຕາມ, ຫາງສຽງຍັງມີຄວາມວິຕົກກັງວົນວ່າ ການປະຕິບັດແມ່ນບໍ່ງ່າຍດາຍແຕ່ຢ່າງໃດ. ມັນຮຽກຮ້ອງໃຫ້ມີຄວາມມານະພະຍາຍາມຈາກທັງ 2 ຝ່າຍຢູ່ປະເທດນີ້ ກໍຄືຂອງປະຊາຄົມໂລກ. ສິ່ງທີ່ເປັນກິດຂວາງທຳອິດໄດ້ປະກົດມີພາຍຫຼັງ ທ່ານ Lakhdar Brahimi ທູດພິເສດລວມຂອງ ສ.ປ.ຊ ແລະ ສະຫະພັນອາຣັບ ໄດ້ປະກາດຂ່າວຄາວດັ່ງກ່າວ. ຕາມນັ້ນແລ້ວ, ວັນທີ 24/10, ກຸ່ມແນວໂຮມອິດສະລາມ Al-Nusra ໄດ້ປະຕິເສດຕໍ່ສັນຍາຢຸດຍິງຢູ່ຊີ້ຮີ້ໃນໂອກາດດຳເນີນເທດສະການ Eid Al-Adha. ພ້ອມກັນນັ້ນ, ໃນວັນດຽວກັນ, ກຸ່ມແນວໂຮມອິດສະລາມ Al-Nusra ໄດ້ສົມທົບກັບກອງທັບຊີຣີອິດສະຫຼະ ດຳເນີນການບຸກໂຈມຕີຖານທີ່ໝັ້ນການທະຫານ Wadi Deif ຢູ່ແຂວງ Idlib. ໃນຂະນະນັ້ນ, ການປະທະກັນຢ່າງດຸເດືອດຍັງຄົງເກີດຂຶ້ນໃນຂອບເຂດທົ່ວປະເທດຊີຣີ.
ຈາກສະຖານະການເຊັ່ນນັ້ນ, ຫາງສຽງຍັງມີຄວາມວິຕົກກັງວົນຕໍ່ລັກສະນະຍືນຍົງຂອງສັນຍາຢຸດຍິງ. ບັນຫາໃນປະຈຸບັນ ນັ້ນແມ່ນຄວາມເຊື່ອໝັ້ນລະຫວ່າງບັນດາຝ່າຍໄດ້ຖືກແຕກທະລາຍ. ຜູ້ຄົນທັງຫຼາຍຍັງຈືດີວ່າ ຫວ່າງເດືອນ 4 ແລ້ວນີ້, ທ່ານ Kofi Annan ທູດພິເສດຂອງ ສ.ປ.ຊ ແລະ ສະຫະພັນອາຣັບ ໄດ້ມານະພະຍາຍາມຊອກຫາສັນຍາຢຸດຍິງ ແຕ່ສັນຍາຢຸດຍິງນີ້ ພາຍຫຼັງບໍ່ເຕັມ 24 ຊົ່ວໂມງໄດ້ຖືກທຳລາຍ ຍ້ອນສາຍເຫດວ່າ ທັງ 2 ຝ່າຍຍັງຄົງຮັກສາທັດສະນະແຂງກະດ້າງຂອງຕົນ. ສຳລັບຄັ້ງນີ້, ໃນປະຈຸບັນ ພວມມີ ປັດໄຈຫຼາຍເກີນໄປທີ່ສະແດງໃຫ້ເຫັນວ່າສັນຍາຢຸດຍິງນີ້ອາດຈະຖືກທຳລາຍອີກຄັ້ງໜຶ່ງ. ຕາມແຫຼ່ງຂ່າວຈາກເສນາທິການໃຫຍ່ກອງທັບລັດເຊຍ ແລ້ວ, ປະຈຸບັນ ກຳລັງຝ່າຍຄ້ານຢູ່ຊີຣີໄດ້ມີໃນກຳມືຂອງຕົນບັນດາລູກສອນໄຟຕັ້ງບ່າໜ້າດິນຕ້ານອາກາດ, ໃນນັ້ນມີທັງລູກສອນໄຟ Stinger ຂອງອາເມລິກາ. ສິ່ງທີ່ເປັນອັນຕະລາຍກ່ວານັ້ນ, ອຳນາດການປົກຄອງ Ankara ປະຈຸບັນ ໄດ້ອະນຸຍາດໃຫ້ກອງທັບອາເມລິກາຜັນຂະຫາຍລູກລະເບີດນິວເຄຼຍ B61 ຈຳນວນປະມານ 70 ລູກຢູ່ປະເທດນີ້ ເພື່ອນຳໃຊ້ໃນກໍລະນີເກີດການປະທະກັນໃນພາກພື້ນ.
ກຳລັງດັນຈາກພາຍນອກທີ່ມີຕໍ່ອຳນາດການປົກຄອງ ຂອງປະທານາທິບໍດີ ຊີຣີ Bashar al-Assad ຍັງຄົງບໍ່ຫຼຸດລົງເທື່ອ. ຢູ່ລຽບຕາມເສັ້ນຊາຍແດນລວມຄວາມຍາວ 900 ກິໂລແມດ ຕິດກັບຕວກກີ, ໃນຊຸມອາທິດມໍ່ໆມານີ້, Ankara ໄດ້ເພີ່ມທະວີການຜັນຂະຫຍາຍກຳລັງທະຫານເພື່ອກໍ່ກຳລັງດັນຕໍ່ Damacus . ໃນຂະນະນັ້ນ, ກຸ່ມ Nato ພວມຂຶ້ນແຜນການປົກປັກຮັກສາຕວກກີ ຊຶ່ງແມ່ນສະມາຊິກຂອງກຸ່ມນີ້. ຫາງສຽງຖືວ່າ ພຽງແຕ່ມີຂໍ້ອ້າງອີງນ້ອຍໜຶ່ງ ກໍອາດຈະພາໄປເຖິງການແຊກແຊງທາງທະຫານຈາກພາຍນອກເຂົ້າຊີຣີ. ຍ້ອນວ່າ ແຕ່ດົນນານມາແລ້ວ, ອຳນາດການປົກຄອງ ຂອງປະທານາທິບໍດີ ຊີຣີ Bashar al-Assad ໄດ້ກາຍເປັນສິ່ງທີ່ໜ້າວິຕົກກັງວົນ ຄວນຕ້ອງລົບລ້າງຂອງວົງການເຈົ້າໜ້າທີ່ຝ່າຍຕາເວັນຕົກ.
ຈາກສະຖານະການດັ່ງກ່າວ, ຫາງສຽງຖືວ່າ ບໍ່ແມ່ນເລື່ອງງ່າຍສຳລັບ ທ່ານ Lakhdar Brahimi ທູດພິເສດຮ່ວມຂອງ ສ.ປ.ຊ ແລະ ສະຫະພັນອາຣັບ ເພື່ອປະສົບຜົນສຳເລັດດ້ວຍຄວາມຕັດສິນໃຈຂອງຕົນ. ສະພາບການຢູ່ພາຍໃນຊີຣີໄດ້ເຮັດໃຫ້ບັນດານັກສັງເກດການມີຂໍ້ສັງເກດວ່າ ຄວາມເຫັນດີຈາກຝ່າຍຄ້ານເມື່ອຍິນຍອມຕໍ່ ສັນຍາຢຸດຍິງ ແມ່ນບໍ່ວ່າພຽງເປັນຄວາມຫວັງເພື່ອຕອບສະໜອງຕາມຂໍ້ສະເໜີຂອງທູດພິເສດທ່ານນີ້ໃນຄວາມມານະພະບຍາຍາມຂອງທ່ານຕໍ່ໜ້າປະຊາຄົມໂລກ. ສ່ວນເລື່ອງຈະປະຕິບັດໄດ້ຫຼືບໍ່ນັ້ນ, ຍັງຄົງແມ່ນຂະບວນວິວັດທີ່ເຕັມໄປດ້ວຍຄວາມຫຍຸ້ງຍາກລຳບາກ ແລະ ສິ່ງກິດຂວາງຫຼາຍຢ່າງ.