ຄວາມຮັບຜິດຊອບຕໍ່ສັງຄົມຂອງວິສາຫະກິດ, ນັກທຸລະກິດ

(vovworld)- ວິ​ສາ​ຫະກິດ, ນັກທຸລະກິດ ມີ​ບົດບາດ​ສຳຄັນ​ໃນ​ພາລະກິດ​ພັດທະນາ​ເສດຖະກິດ​ສັງຄົມ​ຂອງ​ປະ​ເທດ​ຊາດ. ​ເມື່ອ​ພື້ນຖານ​ເສດຖະກິດ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ, ຄຽງ​ຂ້າງ​ກັບ​ເລື່ອງ​ຮັບປະກັນ​ການ​ຮັກສາພັດທະນາ​ການ​ຜະລິດ​ດຳ​ເນີນ​ທຸລະ​ກິດ, ວິ​ສາ​ຫະກິດ, ນັກທຸລະກິດ ຫວຽດນາມ ຍັງ​ຄົງ​ຢືນຢັນ​ບົດບາດ, ຄວາມ​ຮັບຜິດຊອບ​ທີ່​ມີ​ຕໍ່​ວົງ​ຄະນາ​ຍາດ​ຜ່ານ​ການ​ຮັບປະກັນ​ການ​ຄົງ​ຕົວ​ຂອງ ວິ​ສາ​ຫະກິດ, ຮັບປະກັນ​ຊີວິດ​ທາງ​ດ້ານ​ວັດຖຸ ​ແລະ ຈິດ​ໃຈ​ຂອງ​ຄົນ​ງານ ​ແລະ ຈັດ​ຕັ້ງ​ບັນດາ​ການ​ເຄື່ອນ​ໄຫວ​ຂອງ​ວົງ​ຄະ​ນາ​ຍາດ.

        ຄວາມ​ຮັບຜິດຊອບ​ຕໍ່ສັງຄົມ​ຂອງ​ ວິ​ສາ​ຫະກິດ, ນັກທຸລະກິດ ​​ແມ່ນ​ຄຳ​ໝັ້ນ​ໝາຍ​ຂອງ​ວິ​ສາ​ຫະກິດ​ໃນ​ການ​ປະກອບສ່ວນ​ໃຫ້​ແກ່​ການ​ພັດທະນາ​ເສດຖະກິດ​ແບບ​ຍືນ​ຍົງ, ຜ່ານ​ບັນດາ​ວຽກ​ງານ​ຍົກ​ສູງ​ຄຸນ​ນະພາ​ບຊີວິດ​ການ​ເປັນ​ຢູ່​ໃຫ້​ແກ່​ຄົນ​ງານ ​ແລະ ບັນດາ​ສະມາຊິກ​ໃນ​ຄອບຄົວ​ເຂົາ​ເຈົ້າ, ​ໃຫ້​ແກ່​ວົງ​ຄະນາ​ຍາດ ​ແລະ ທົ່ວ​ສັງຄົມ, ຕາມ​ວິທີ​ການ​ມີ​ຜົນ​ປະ​ໂຫຍ​ດ​​ໃຫ້​ທັງ​ວິ​ສາ​ຫະກິດ​ກໍ​ຄື​ການ​ພັດທະນາ​ລວມຂອງ​ສັງຄົມ​. ​ໃນ​ສະພາບ​ຄວາມ​ຫຍຸ້ງຍາກ​ລວມຂອງ​ພື້ນຖານ​ເສດຖະກິດ​ພາຍ​ໃນ ​ແລະ ຕ່າງປະ​ເທດ, ຄວາມ​ຮັບຜິດຊອບ​ຕໍ່ສັງຄົມຂອງ ວິ​ສາ​ຫະກິດ, ນັກທຸລະກິດ ຫວຽດນາມ ​ແມ່ນ​ຕ້ອງ​ຮັກສາ​ການພັດທະນາ​ການ​ຜະລິດ, ດຳ​ເນີນ​ທຸລະ​ກິດ, ປະກອບສ່ວນ​ໃຫ້​ແກ່​ວົງ​ຄະນາ​ຍາດ​ສັງຄົມ​ຜ່ານ​ການ​ຮັບປະກັນ​ການ​ສະຫນອງ​ສິນຄ້າ​ໃຊ້​ສອຍ​ໃຫ້​ແກ່​ປະ​ເທດ​ຊາດ. ມີ​ວິ​ສາ​ຫະກິດ​ຫລາຍ​ແຫ່ງ​ໄດ້​ສ້າງ​ບັນຊີ​ລາຍ​ຊື່​ການ​ລົງທຶນ, ດຳ​ເນີນ​ທຸລະ​ກິດ​ຄືນ​ໃຫມ່ ​ແລະ ສະ​ຫງວນ​ແຫ​ລ່ງກຳລັງ​ໃຫ້​ແກ່​ບັນດາ​ປະ​ເພດ​ສິນຄ້າ​ທີ່​ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດ​ໃນ​ຕໍ່ຫນ້າ ​ແລະ ຫລຸດຜ່ອນ​​ແຫ​ລ່ງລາຍ​ຈ່າຍທີ່​ບໍ່​ຈຳ​ເປັນ​ໃນ​ການ​ຄຸ້ມ​ຄອງ, ຈັດ​ຕັ້ງ​ ​ປ່ຽນ​ໃຫມ່​ການ​ຄຸ້ມ​ຄອງ​ການ​ຜະລິດ​ເພື່ອ​ຍົກ​ສູງ​ປະສິດທິ​ຜົນ​ຂອງ​ວຽກ​ງານ​ບໍລິຫານ​ວິ​ສາ​ຫະກິດ.

ຄວາມຮັບຜິດຊອບຕໍ່ສັງຄົມຂອງວິສາຫະກິດ, ນັກທຸລະກິດ - ảnh 1
ເດັກທຸກຍາກຮັບເຄື່ອງຊ່ວຍເຫລືອຈາກວິສາຫະກິດ
ພາບ: internet

        ​ໂດຍ​ແມ່ນ​ວິ​ສາ​ຫະກິດ​ດຳ​ເນີນ​ທຸລະ​ກິດ​ເຄື່ອງ​ຈັກ, ​ເອ​ເລັກ​ໂຕ​ນິກ, ຄຽງ​ຄູ່​ກັບ​ການ​ເຄື່ອນ​ໄຫວ​ດຳ​ເນີນ​ທຸລະ​ກິດ​ຢ່າງ​ມີ​ປະສິດທິ​ຜົນ​ແລ້ວ, ຍາມ​ໃດ ບໍລິສັດ​ການ​ຄ້າ ​ແລະ  ບໍລິການ Thien Nam Hoa ຈຳກັດ ຢູ່ ​ແຂວງ Dong Nai ກໍ​ເອົາ​ໃຈ​ໃສ່​ເຖິງ​ການ​ເຄື່ອນ​ໄຫວ​ກຸສົນ, ​ແລະ ຖື​ວ່າ ນັ້ນ​ແມ່ນ​ຄວາມ​ຮັບຜິດຊອບ, ​ແມ່ນຫນ້າ​ທີ່​ຂອງ​ຕົນ​ທີ່​ມີ​ຕໍ່​ວົງ​ຄະນາ​ຍາດ. ປີ​ນີ້, ທາງ​ບໍລິສັດ​ໄດ້​ສະ​ຫງວນຈຳນວນ​ເງິນ​ປະມານ 2 ຕື້ດົ່ງ ​ເພື່ອ​ປະຕິບັດ​ໂຄງການ​ມອບ​ທຶນ​ສຶກສາ​ໃຫ້​ແກ່​ນັກຮຽນ​ທຸກ​ຍາກ, ນັກຮຽນ​ພິການ, ມອບ​ຂອງຂວັນ​ໃຫ້​ແກ່​ຄອບຄົວ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ ​ແລະ ກູ້​ຊ່ວຍ​ປະຊາຊົນ​ທີ່​ປະສົບ​ກັບ​ໄພ​ທຳ​ມະ​ຊາດ, ພະຍຸ​ນ້ຳ​ຖ້ວມ​​ໃນ​ທົ່ວ​ປະ​ເທດ. ທ່ານ Nguyen Minh Thu ຮອງ​ຜູ້ອຳນວຍການ​ໃຫຍ່​ບໍລິສັດ Thien Nam Hoa ​ໃຫ້​ຮູ້​ວ່າ:

        “​ແຜນ​ນະ​ໂຍບາຍ​ຂອງການ​ນຳ​ບໍລິສັດ Thien Nam Hoa ​ແມ່ນ​ສຶກສາ ​ແລະ ​ແນະນຳ​ໃຫ້​ພາລະ​ກອນ​ຂອງ​ຕົນ 1500 ຄົນ​ຈ່ົງ​ມີ​ຄວາມ​ຮັບ​ຜິດຊອບ​ຕໍ່​ວົງ​ຄະນາ​ຍາດ​ສັງຄົມ. ສຳລັບ​ບັນດາ​ໂຄງການ​ກຸສົນ ຊຶ່ງ​ພວກ​ຂ້າພະ​ເຈົ້າ​ປະຕິບັດ​ໃນ​ໄລຍະ​ຜ່ານ​ມາ ​ແມ່ນ​​ແບ່ງປັນ​ຄວາມ​ຫຍຸ້ງຍາກ​ສ່ວນ​ໃດ​ສ່ວນ​ຫນຶ່ງ​ກັບປະຊາຊົນ​ປະສົບໄພ​ທຳ​ມະ​ຊາດ, ພະຍຸ​ນ້ຳ​ຖ້ວມ ​ແລະ ຄອບຄົວ​ທຸກຍາກ​ຢູ່​ບັນດາ​ທ້ອງ​ຖິ່ນ.”

ຄວາມຮັບຜິດຊອບຕໍ່ສັງຄົມຂອງວິສາຫະກິດ, ນັກທຸລະກິດ - ảnh 2
ວິສາຫະກິດລົງມືກໍ່ສ້າງເຮືອນແຫ່ງສາຍຈິດມິດໃຈ
ພາບ: baogialai.com

        ບໍ່​ພຽງ​ແຕ່​ປະຕິບັດ​ຄວາມ​ຮັບຜິດຊອບ​ສັງຄົມຕໍ່​ວົງ​ຄະນາ​ຍາດ​ຢູ່​ພາຍ​​ໃນ​ປະ​ເທດ​ເທົ່າ​ນັ້ນ ຫາກ​ ວິ​ສາ​ຫະກິດ, ນັກທຸລະກິດ ຫວຽດນາມ ຍັງ​ປະຕິບັດ​ຄວາມ​ຮັບຜິດຊອບ​ສັງຄົມຕໍ່​ວົງ​ຄະນາ​ຍາດ​ຢູ່​ບັນດາ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ​ອີກ​ດ້ວຍ​ຄື: ກໍ່ສ້າງ​ເຮືອນ​ແຫ່ງ​ສາຍ​ຈິດ​ມິດ​ໃຈ, ກໍ່ສ້າງ​ໂຮງຮຽນ, ມອບ​ທຶນ​ສຶກສາ​ໃຫ້​ແກ່​ລູກ​ຫລານ​ປະ​ເທດ​ເພື່ອນ​ມິດ, ສະຫນອງ​ຢຸກຢາ​ໂດ​ຍ​ບໍ່​ເສຍ​ຄ່າ​ໃຫ້​ແກ່​ປະຊາຊົນ​ທຸກ​ຍາກ. ບໍລິສັດ​ຝຸ່ນ​ເຄມີ Nam Sao ກຳປູ​ເຈຍ, ຊຶ່ງ​ແມ່ນ​ສະມາຊິກ​ຂອງ​ບໍລິສັດ​​ໃຫຍ່​ຝຸ່ນ​ເຄມີ Nam Sao ຂອງ ຫວຽດນາມ ​ໄດ້​ຈັດ​ຕັ້ງ​ລາຍການ​ຫນູນ​ຊ່ວຍ​ປະຊາຊົນ​ທຸກ​ຍາກ​ຢູ່ ກຳປູ​ເຈຍ ​ຫລາຍ​ຄັ້ງ​ໄດ້ ຖື​ວ່າ ນັ້ນ​ແມ່ນ​ຄວາມ​ຮັບຜິດຊອບຕໍ່​ສັງຄົມ​ຂອງ​ບໍລິສັດ​ທີ່​ມີ​ຕໍ່​ວົງ​ຄະ​ນາ​ຍາດ​ເຊິ່ງ​ແມ່ນ​ບ່ອນ​ບໍລິສັດ​ພວມ​ຜະ​ລິດ ດຳ​ເນີນ​ທຸລະ​ກິດ.  ​ໃນ​ການ​ຈັດ​ຕັ້ງ​ຫນູນ​ຊ່ວຍ​ໃຫ້​ແກ່​ຊາວ​ກຳ​ປູ​ເຈຍ, ທ່ານ Tran Van Nghia ຜູ້ອຳນວຍການ​ໃຫຍ່​ບໍລິສັດ Nam Sao ກຳ​ປູ​ເຈຍ ​​ແບ່ງປັນ​ວ່າ:

        “ພວກ​ຂ້າພະ​ເຈົ້າ​​ໄດ້​ສ້າງລາຍການ​ຫນູນ​ຊ່ວຍ​ປະຊາຊົນ​ ກຳ​ປູ​ເຈຍ ຢູ່ 5 ​ແຂວງ​ທີ່​ພວມ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ, ພິ​ເສດ​ແມ່ນ​ແຂວ​ງ Kandan  ຊຶ່ງ​ແມ່ນ​​ແຫ່ງ ບໍລິສັດ​ພວກ​ຂ້າພະ​ເຈົ້າ​ພວມ​ລົງທຶນ. ພວກ​ຂ້າພະ​ເຈົ້າ​ເອົາ​ໃຈ​ໃສ່​ເຖິງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ, ​ເປັນ​ຕົ້ນ​ແມ່ນ​ນັກຮຽນ ​ແລະ ຊາວ​ກະສິກອນ ສະ​ນັ້ນ​ພວກ​ຂ້າພະ​ເຈົ້າ​ໄດ້​ປຸກລະດົມ​ຂະ​ບວນການ​ຫນູນ​ຊ່ວຍ​ເດັກນ້ອຍ ​ແລະ ປະຊາຊົນ​ຢູ່​ທີ່​ນີ້.”

        ​ເຖິງ​ວ່າ ການ​ຜະລິດ​ດຳ​ເນີນ​ທຸລະ​ກິດ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ກໍ​ຕາມ, ​ແຕ່​ບໍລິສັດ​ສະຖາ​ປັດ​ກໍ່ສ້າງ Nha Vui ຢູ່ ນະຄອນ ​ໂຮ່ຈິ​ມີນ ຍັງ​ຄົງ​ຈັດ​ການ​ເຄື່ອນ​ໄຫວກຸສົນ​ຫລາຍ​ຢ່າງໃນ​ທົ່ວ​ປະ​ເທດ. ທ່ານ Nguyen Nhu Phong ປະທານ​ສະພາ​ບໍລິຫານ ທັງເປັນຜູ້ອຳນວຍການໃຫຍ່ບໍລິສັດໃຫ້ຮູ້ວ່າ:

        “ຂ້າພະເຈົ້າຄິ ດວ່າ ປະຈຸບັນມີນັກທຸລະກິດຫລາຍຄົນ ແລະ ບັນດາການນຳ ວິ​ສາ​ຫະກິດ​ໄດ້​ເລີ່​ມມີ​ສະຕິ​ຮັບ​ຮູ້ ​ແລະ ​ເຂົ້າ​ໃຈ​ວ່າ ວິ​ສາ​ຫະກິດ, ນັກທຸລະກິດ ຕ້ອງ​ມີ​ຄວາມ​ຮັບຜິດຊອບ​ຕໍ່ສັງຄົມ​ຕໍ່​ວົງ​ຄະນາ​ຍາດ, ພິ​ເສດ ​ໃນ​ໄລຍະ​ປະ​ເທດ​ຊາດ​ພວມ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ນີ້ ຄວາມ​ຮັບຜິດຊອບ​​ສະ​ແດງ​​ໃຫ້​ເຫັນ​ຜ່ານວຽກ​ງານ​ທີ່​ເຂົາ​ເຈົ້າ​ນຳ​ມາ​ໃຫ້, ບໍ່​ພຽງ​ແຕ່ຮັບປະກັນ​ວຽກ​​ເຮັດ​ງານ​ທຳ​, ຮັບປະກັນ​ຊີວິດ​ການ​ເປັນ​ຢູ່​ ໃຫ້​ແກ່​ຄົນ​ງານ​ເທົ່າ​ນັ້ນ ຫາກ​ເຂົາ​ເຈົ້າ​ຍັງ​ມີ​ຄວາມ​ຮັບຜິດຊອບ​ ຕິດ​ພັນ ​ແລະ ພັດທະນາ​ສະພາບ​ແວດ​ລ້ອມ​ແບບ​ຍືນ​ຍົງ​ໃຫ້​ແກ່​ຄອບຄົວ​ຂອງ​ຄົນ​ງານ​ອີກ​ດ້ວຍ.”

        ​ໃນ​ສະພາບ​ຄວາມ​ຫຍຸ້ງຍາກນີ້, ​ເລື່ອ​ງບັນດາ​ວິ​ສາ​ຫະກິດ ຫວຽດນາມ ຕັ້ງຫນ້າ​ປະຕິບັດ​ຄວາມ​ຮັບຜິດຊອບ​ຕໍ່ສັງຄົມ ​ໄດ້​ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດຢ່າງ​ແທດຈິງ​ໃນ​ການ​ຮັກສາ​ພາບ​ພົດ​ອັນ​ດີງາມ​ຂອງວິ​ສາ​ຫະກິດ, ນັກທຸລະກິດ​ໃນ​ວົງ​ຄະນາ​ຍາດ./.

 

ຂ່າວ/ບົດ​ອື່ນ