ຄວາມເຄັ່ງຕຶ່ງຢູ່ ຊູດັງ ຍັງບໍ່ທັນຢຸດຕິລົງ

  
   

ຄວາມເຄັ່ງຕຶ່ງຢູ່ ຊູດັງ ຍັງບໍ່ທັນຢຸດຕິລົງ - ảnh 1
ທ່ານ Thabo Mbeki ຜູ້ນຳ​ຄະນະ​ໄກ່​ເກັ່ຍຂອງ ສະຫະພາບອາ​ຟະ​ລິ​ກາ
(ພາບ: AFP)

ຄວາມ​ເຄັ່ງ​ຕຶງ​ລະຫວ່າງຊູ​ດັງ ​ແລະ ຊູ​ດັງ​ໃຕ້​ພວມນັບ​ມື້​ນັບ​ປີນ​ຂັ້ນ​​ໄດ, ອັນໄດ້ ເຮັດໃຫ້ຫາງສຽງສາກົນ ມີຄວາມວິຕົກກັງວົນ, ຖ້າຫາກວ່າບັນດາຂໍ້ຄວາມຂັດແຍ້ງ ແລະ ການພິພາດກັນບໍ່ມີມາດຕະການ​ແກ້​ໄຂຢ່າງມີປະສິດທິຜົນນັ້ນ ຈະພາໃຫ້ 2 ປະເທດບ້ານໄກ້ເຮືອນຄຽງ ນີ້ຕົກຢູ່ໃນການສູ້ຮົບຢ່າງດຸເດືອດ.

    ​ໃນ​ການ​ຜັນ​ແປ​ທີ່​ຫຼ້າ​ສຸດ​ນັ້ນ, ວັນ​ທີ 11/4 ຊູ​ດັງ ​ໄດ້​ຢຸດຕິ​ທຸກໆ​ການ​ເຈລະຈາ​ກັບ​ ຊູດັງ​ໃຕ້​ກ່ຽວ​ກັບ​ການ​ຢຸດ​ຕິການ​ໂຕ້​ແຍ້​ງກັນ​ສຳລັບ​ບັນດາ​ບ້ວງ​ເງິນ​ຊຳລະ​ຈາກ​ການ​ຊື້​ນ້ຳມັນ ພ້ອ​ມກັບ​ບັນ​ດາ​ການ​ພິພາດ​ອື່ນໆ​ພາຍຫຼັງ​ເກີດ​ການ​ປະ​ທະ​ກັນ​ຢູ່​ເຂດ​ຊາຍ​ແດນ​ຜະລິດ​ນ້ຳມັນ​ເຊື້ອ​ໄຟ. ​ໃນ​ແຈ້ງ​ການ​ສະບັບໜຶ່ງ, Khartoum ​ໃຫ້​ຮູ້​ວ່າ ​ໃນ​ທັນທີ, ຈະ​ຖອນ​ຄະນະ​ນັກເຈລະຈາຂອງ​ຕົນ​ອອກ​ຈາກ​ການ​​ເຈລະຈາ​ໂດຍ​ສະຫະພາບອາ​ຟະ​ລິ​ກາ (AU) ປົກ​ປ້ອງຢູ່​ນະຄອນຫຼວງ Addis Abeba ຂອງ ​ເອທີ​ໂອ​ເພັຍ ​ແລະ ອອກ​ຄຳ​ສັ່ງ​ລະດົມ​ພົນທະຫານ​ທົ່ວ​ປະ​ເທດ.

  ກ່ອນ​ໜ້າ​ນັ້ນ, ວັນ​ທີ 10/4,​ໂດຍ​ອ້າງ​ເຫດຜົນ​ແມ່ນ​ກະທຳເພື່ອປ້ອງ​ກັນ​ຕົວ, ກຳລັງທະຫານ​ປົດ​ປ່ອຍປະ​ຊາ​ຊົນ ຊູ​ດັງ( ຊູ​ດັງ​ໃຕ້) ​ໄດ້​ດຳ​ເນີ​ນການ​ບຸກ​ໂຈມຕີ ຂະໜາດໃຫຍ່ໃສ່ບໍນ້ຳມັນ Heglig ຊຶ່ງ​ແມ່ນ​ບໍ​ນ້ຳມັນ​ໃຫຍ່​ທີ່​ສຸດ​ຢູ່​ຊູ​ດັງ, ​ແຫ່ງ​ທີ​່ສາມາດ​ຂຸດ​ຄົ້ນ​ນ້ຳມັນ​ໄດ້ 115.000 ຖັງ​ຕໍ່​ວັນ, ມີ​ປະລິມານ​ການ​ຜະລິດ​ນ້ຳມັນ​ກວມ​ເອົາ 50%. ຕາມ​ຄຳ​ກ່າວ​ຟ້ອງ​ຂອງ​ອຳນາດ​ການ​ປົກຄອງ Juba , ກຳລັງ​ທະຫານຊູ​ດັງ ​ໄດ້​ນຳ​ໃຊ້​ເຮືອບິນ​ສູ້​ຮົບ ​ແລະ ປືນ​​ໃຫຍ່ ​ເພື່ອ​ບຸກ​ໂຈມ​ຕີ​ເທດສະບານ​ເມືອງ Tashwin ຢູ່​ເຂດ​ຊາຍ​ແດນ​ຜະລິດ​ນ້ຳມັນ​ທີ່​ກໍ່​ຄວາມ​ໄຕ້​ຖຽງ​ກັນ​ນີ້. ຕົ້ນ​ເດືອນ 4 ​ແລ້ວນີ້, ຊູ​ດັງ​ໃຕ້​ ​ໄດ້​ກ່າວ​ຫາ​ຝ່າຍຊູດັງ​ສືບ​ຕໍ່​ຖິ້ມ​ລະ​ເບີດ​ລົງ​ໃສ່​ບໍລິ​ເວນ​ເກີດ​ການ​ພິພາດ​ກັນ, ພ້ອມ​ທັງ​ປະກາດ​ວ່າ ​ໄດ້​ຍິງ​ເຮືອ​ຍິນ​ສູ້​ຮົບ​ລຳ 1 ຂອງ​ຊູ​ດັງຕົກ ຂະນະ​ທີ່​ເຮືອບິນ​ລຳ​ນີ້​ພວມ​ຖິ້ມ​ລະ​ເບີດ​ລົງ​ໃສ່​ເຂດ​ມີ​ບໍ​ນ້ຳມັນ​ຫຼາຍ​ແຫ່ງ​ທີ່​ຊາຍ​ແດນ​ລະຫວ່າງ 2 ປະ​ເທດ. ຫາງ​ສຽງ​ຖື​ວ່າ ຍ້ອນ​ການລະ​ເມີດ​ນີ້​ເອງ ​ໄດ້​ທຳລາຍ​ສັນຍາ​ຢຸດ​ຍິງ​ຊຶ່ງ 2 ຝ່າຍ​ໄດ້​ລົງ​ນາມ​ເມື່ອ​ເດືອນ 2 ທີ່​ຜ່ານ​ມາ. ນອກ ຈາກນັ້ນ, ມັນ​ກໍ​ທຳລາຍ​ຄວາມ​ມານະ​ພະຍາຍາມ​ຂອງ​ອະດີດ​ປະທານາທິບໍດີ​ອາ​ຟະ​ລິ​ກາ​ໃຕ້ ທ່ານ Thabo Mbeki ຜູ້ນຳ​ກຸ່ມ​ໄກ່​ເກັ່ຍຂອງ ສະຫະພາບອາ​ຟະ​ລິ​ກາ . ກ່ອນໜ້ານັ້ນ, ພາຍຫຼັງແຜນການເຈລະຈາ 2 ຝ່າຍລະຫວ່າງ ຊູດັງ ແລະ ຊູດັງໃຕ້ ຢູ່ ນະຄອນຫຼວງ Addis Abeba ຂອງ ​ເອທີ​ໂອ​ເພັຍ ຖືກປະລາໄຊນັ້ນ, ຄະນະ ຜູ້ແທນເປັນກາງໄກ່ເກ່ັຍຂອງ ສະຫະພາບອາ​ຟະ​ລິ​ກາ ໄດ້ມີການພົບປະກັບ ປະທານາທິບໍດີ ຊູດັງໃຕ້ ທ່ານ Salva Kiir ແລະ ປະທານາທິບໍດີ ຊູດັງ ທ່ານ Omar al- Bashir ເພື່ອປຶກສາຫາລືບັນດາ ມາດຕະການທີ່ອາດຈະປະຕິບັດໃນ ໄລຍະທີ່ຈະມາເຖິງເພື່ອເຮັດໃຫ້ສະພາບເຄັ່ງຕຶງຜ່ອນຄາຍລົງ. ຄວາມມານະ ພະຍາຍາມຢ່າງລຽນຕິດນີ້ໄດ້ບັນລຸ ໝາກຜົນ ດ້ວຍການເຊື່ອມຕໍ່ການບັນດາ ພົບປະຂັ້ນສູງຄືນໃໝ່. ແຕ່ການ ປະທະກັນ ທີ່ລະເບີດຂຶ້ນນັ້ນ, ໄດ້ເປັນການທຳ ລາຍຄວາມ​ຫວັງ​​ສັນຕິພາບ ​ແລະ ການ​ຊອກ​ຫາ​ວິທີ​ການ​ໄກ່​ເກ່ັຍແກ້​ໄຂ​ຄວາມ ຂັດ​ແຍ້​ງກັນລະຫວ່າງ 2 ປະ​ເທດ. ສະຫະພາບອາ​ຟະ​ລິ​ກາ ​ໄດ້​ຍົກ​ອອກ​ຂໍ້​ສະ​ເໜີ​ໃໝ່​ທີ່​ກ່ຽວຂ້ອງ​ເຖິງ​ຂົງ​ເຂດ​ການ​ເມືອງ, ການ​ທະ​ການ, ການ​ປ້ອງ​ກັນ​ຄວາມ​ສະຫງົບ, ສື່ສານ, ​ແຕ່​ຄວນ​ຄົ້ນຄ້ວາ ​ແລະ ທາ​ບທາ​ມຢ່າງຮອບດ້ານ​ເພື່ອ​ຮັບປະກັນ​ການ​ເຂົ້າ​ຮ່ວມ​ຂອງ​ທຸກໆ​ຝ່າຍ​ທີ່​ກ່ຽວຂ້ອງ. ​ໃນ​ຂະ​ນະ​ນັ້ນ, ນັກ​ເຈລະຈາ​ຄົນ​ສຳຄັນ​ຂອງ​ ຊູ​ດັງ​ໃຕ້ ທ່ານ Pagan Amum ຖື​ວ່າ ​ເບິ່ງ​ຄື​ວ່າ 2 ປະ​ເທ​ດ ບໍ່​ກຽມພ້ອມ​ໃຫ້​ແກ່​ການ​ເຈລະຈາ​ນີ້, ພ້ອມ​ກັນ​ນັ້ນ ກໍ​ຕຳ​ນິຕິ​ຕຽນ ຊູ​ດັງ ຖອນ​ອອກ​ຈາກ​ການ​​ເຈລະຈາ ​ແລະ ບໍ່​ຢາກ​ເຊັນ​ສັນຍາ​ກັບ ຊູ​ດັງ​ໃຕ້ ຢ່າງ​ເປັນ​ທາງ​ການ.

    ຄວາມ​ຈິງ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ນັບ​ແຕ່​ເວລາ​ ຊູ​ດັງ​ໃຕ້ ​ແຍກ​ອອກ​ຈາກ ຊູ​ດັງ ​ແລະ ປະກາດ​ເອກະລາດ​ເມື່ອ​ເດືອນ 7/2011 ມາ​ຮອດ​ປະຈຸ​ບັນ, 2 ປະ​ເທດ​ຍັງ​ຄົງ​ເກີດ​ຄວາມ​ບໍ່​ລົງ​ລອຍ​ກັນ​ເປັນ​ປະຈຳ, ​ໃນ​ນັ້ນ​ຄວາມ​ຂັດ​ແຍ້​ງຢ່າງ​ຮ້າຍ​ແຮງ​ທີ່​ສຸດ​ແມ່ນ​ການຈັດ​ແບ່ງ​ຊາຍ​ແດນ​ກໍ​ຄື​ບັນດາ​ສິດຜົນປະ​ໂຫຍ​ດກ່ຽວ​ກັບ​ນ້ຳມັນ. ຕາມ​ສັນຍາ​ສັນຕິພາບ​ຢຸດຕິ​ສົງ​ຄາມ​ກາງ​ເມືອງ​ລະຫວ່າງ 2 ພາກ​ເໜືອ-​ໃຕ້​ຊູ​ດັງ ທີ່​ລົງ​ນາມ​ປີ 2005 ​ແຫຼ່ງນ້ຳມັນ​ຈະ​ຖືກ​ແບ່ງ​ກັນ​ຕາມ​ອັດຕາ 50-50. ​ແຕ່​ວ່າ​ນັບ​ແຕ່​ແຍກ​ຕົວ​ອອກ ​ແລະ ປະກາດ​ເອກະລາດ​ນັ້ນ, ບັນດາ​ເຈົ້າ​ໜ້າ​ທີ​ພາກ​ໄຕ້​ຢາກ​ປ່ຽນ​ແປງ​ວິທີ​ຈັດ​ແບ່ງ​ນີ້ ດ້ວຍ​ການ​ຈາ​ຍຄ່າ​ຂົນ​ສົ່ງ​ຜ່ານ​ແດນ​ສຳລັບ​ການ​ນຳ​ໃຊ້​ພື້ນຖານ​ໂຄງ​ລ່າງຢູ່​ພາກ​ເໜືອ. ​ເພື່ອ​ຫຼີກ​ລ່ຽງການ​ຂື້ນກັບ ພື້ນຖານ​ໂຄງ​ລ່າງຢູ່​ພາກ​ເໜືອນັ້ນ, ພາກ​​ໃຕ້ຊູ​ດັງ ​ໄດ້​ພິຈາລະນາ​ການ​ກໍ່ສ້າງ​ລະບົບ​ທໍ່​ສົ່ງ​ອອກ​ນ້ຳມັນ​​ໄປ​ຍັງ​ນະຄອນ​ທະ​ເລ Mombasa ຂອງ​ ເກັນ​ຢາ. ຄວາມ​ເສຍ​ຫາຍ​ອາດ​ຈະ​ຂຶ້ນ​ເຖິງ​ນັບ​ຕື້ USD ຕໍ່​ປີ​ຈາກ​ແຫຼ່ງລາຍ​ຮັບ​ໃນ​ຂົງ​ເຂດ​ນ້ຳມັນ ​ໄດ້​ເຮັດ​ໃຫ້​ຊູ​ດັງ ທີ່​ເຄີຍ​ອາ​ໄສ​ບັນດາ​ບໍ​ນ້ຳມັນ​ຢູ່​ພາກ​ໃຕ້ ບໍ່​ຮັບ​ຮູ້​ໄດ້​ຢ່າງ​ງາຍ​ດ່າ​ຍ.

     ​ໃນ​ມໍ່ໆມາ​ນີ້, ລັດ​ຕ່າງໆ ທີ່​ຖືກ​ຕັ້ງ​ຢູ່​ເຂດ​ຊາຍ​ແດນ ຄື : Kordofan, Blue Nile, Unity …ລ້ວນ​ແຕ່​ແມ່ນ​ແຫ່ງ​ເກີດ​ການ​ປະ​ທະ​ກັນ​ລະຫວ່າງ ຊູ​ດັງ ກັບ​ບັນດາ​ກຸມ​ກ​ຳລັງ​ໄດ້​ຮັບ​ການ​ໜູນ​ຫຼັງ​ຈາກ ຊູ​ດັງ​ໃຕ້. ກອງທັບ 2 ປະ​ເທດ​ໄດ້​ນຳ​ໃຊ້​ເຮືອບິນ, ລົດ​ຖັງ, ​ແລະ ປືນ​ໃຫຍ່​ໃນ​ບັນດາ​ການ​ປະ​ທະ​ກັນ. ຄວາມ​ເຄັ່ງ​ຕຶງ​ທີ່​ພວມ​ປີນ​ຂັ້ນ​ໄດ ​ໄດ້​ເຮັດ​ໃຫ້ຫາ​ງສຽງ​ສາກົນ​ມີ​ຄວາມ​ວິຕົກ​ກັງວົນ​ຢ່າງ​ແທ້​ຈິງ. ທ່ານ​ເລຂາ​ທິການ​ໃຫຍ່ ສປຊ Ban Ki Moon ​ໄດ້ ຮຽກຮ້ອງ 2 ປະ​ເທດ​ຈົ່ງ​ຖອນ​ທະຫານ ​ແລະ ຕຳຫຼວດ​ອອກ​ຈາກບໍລິ​ເວັນ​ເກີດ​ການ​ປະ​ທະ​ກັນ. ອາ​ເມ​ລິ​ກາ​ກໍ​ໄດ້​ຮຽກຮ້ອງ​ໃຫ້ 2 ປະ​ເທດ​ຈົ່ງ​ລະງັບ​ໃຈ ​ແລະ ຢຸດຕິ​ການ​ປະ​ທະ​ກັນ​ເພື່ອ​ຮັບປະກັນ​ຄວາມ​ປອດ​ໄພ ​ແລະ ຄວາມ​ສະຫງົບ​ໃຫ້​ແກ່​ປະຊາຊົນ 2 ປະ​ເທດ .

    ປະຈຸ​ບັນ 2 ປະ​ເທດ​ບ້ານ​​ໄກ້​ເຮືອນ​ຄຽງ​ນີ້ ຍັງ​ບໍ່​ທັນ​ສາມາດ​ຊອກ​ຫາ​ໄດ້​ສຽງ​ເວົ້າ​ລວມ​ເພື່ອ​ແກ້​ໄຂ​ຄວາມ​ບໍ່​ລົງ​ລອຍ​ກັນ ​ແລະ ຈຳ​ເປັນ​ຕ້ອງ​ມີ​ການ​ແຊກ​ແຊງ​ຂອງ​ປະຊາ​ຄົມ​ໂລກ. ຫາງ​ສຽງ​ມີ​ຄວາມ​ວິຕົກ​ກັງວົນ​ວ່າ ຖ້າ​ຫາກ​ການ​ປະ​ທະ​ກັນ​ສື​ບຕໍ່​ແຜ່​ລາມ​ຢ່າງ​ກ້ວາງຂວາງ​ນັ້ນ, ຊູ​ດັງ ​ແລະ ຊູ​ດັງ​ໃຕ້​ ຈະບໍ່​ພຽງ​ແຕ່​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຈາກ​ແຫຼ່ງນ້ຳມັນ​ເທົ່າ​ນັ້ນ, ຫາກ​ຍັງ​​ເຮັດໃຫ້​ສະພາບ​ການ​ຕົກ​ເຂົ້າ​ສູ່​ສະພາບ​ບໍ່​ມີ​ທາງ​ອອກ, ​ແລະ ພາ​ໃຫ້​ພື້ນຖານ​ເສດຖະກິດ​ຂອງ 2 ປະ​ເທດ​ຕົກ​ຕ່ຳ​ຖອຍຫຼັງ, ສົ່ງ​ຜົນ​ກະທົບ​ເຖິງ​ຊີວິດ​ການ​ເປັນ​ຢູ່ຂອງ​ປະຊາຊົນ​ໂດຍ​ກົງ.

ຕອບກັບ

ຂ່າວ/ບົດ​ອື່ນ