ຄວາມເຄັ່ງຕຶງຢູ່ແຫຼມເກົາຫຼີ


(vovworld) -​ໃນ​ຊຸມ​ມື້​ນີ້, ສະພາບ​ການ​ຢູ່​​ແຫຼມ​ເກົາຫຼີ ນັບ​ມື້​ນັບ​ເຄັ່ງ​ຕຶງ​ຂຶ້ນ​ຕື່ມ, ​ເມື່ອ​ບັນດາ​ຝ່າຍ​ກ່ຽວຂ້ອງ​ເພີ່ມ​ທະວີການ​ກະທຳ​ດ້ານ​ການ​ທະຫານ​ຢ່າງ​ຕໍ່​ເນື່ອງ. ສິ່ງ​ດັ່ງກ່າວ​​ໄດ້​ກໍ່​ຄວາມ​ວິຕົກ​ກັງວົນ​ຕໍ່​ການ​ພົວພັນ ທີ່ຂາດ​ສະຖຽນ​ລະ​ພາບ​ລະຫວ່າງ ສ​ເກົາຫຼີ - ສປປ​ເກົາຫຼີ, ​ແລະ ເປັນ​ຮົ້ວ​ກີດຂວາງ​ໃຫ້​ແກ່​ການ​ເຈລະຈາ 6 ຝ່າຍ ກ່ຽວ​ກັບ​ບັນຫາ​ປອດ​ນິວຄະ​ເລຍ​ຢູ່​ແຫຼມ​ເກົາຫຼີ.

ຄວາມເຄັ່ງຕຶງຢູ່ແຫຼມເກົາຫຼີ - ảnh 1

ສປປ​ເກົາຫຼີ ​ຍິງ​ທົດ​ລອງ​ລູກ​ສອນ​ໄຟໄລຍະ​ສັ້ນ​ອອກ​ສູ່​ທະ​ເລ​

(ພາບ: ອິນເຕີແນດ)

ສະພາບ​ການ​ຢູ່​ແຫຼມ​ເກົາຫຼີ​ ເຄັ່ງ​ຕຶງ​ຂຶ້ນ​ຕື່ມ ເມື່ອ​ອາ​ເມ​ລິ​ກາ - ​ສ​ເກົາຫຼີ ດຳ​ເນີນ​ການ​ຊ້ອມ​ຮົບ​ປະຈຳ​ປີ. ​ໃນ​ໄລຍະ​ດຽວ​ກັນ, ສປປ​ເກົາຫຼີ ​ໄດ້​ຍິງ​ທົດ​ລອງ​ລູກ​ສອນ​ໄຟໄລຍະ​ສັ້ນ​ອອກ​ສູ່​ທະ​ເລ​ຂອງ​ປະ​ເທດ​ນີ້. ການ​ກະທຳ​ດັ່ງກ່າວ​ຖືກ​ດຳ​ເນີນ​ກົງ​ກັບໂອກາດທີ່ ສ​ເກົາຫຼີ ກຽມ​ສະ​ເຫຼີ​ມສະຫຼອງ 4 ປີ ແຫ່ງ​ວັນ​ກຳ່​ປັ່ນ​ກອງທັບ​ເຮືອ Cheonan ຂອງ ສ​ເກົາຫຼີ ລະ​ເບີດ​ໂດຍ​ບັງ​ເອີນ ​ແລະ ຖືກ​ຈົມ​ໃຕ້​ນຳ້​ທະ​ເລ​ເຫຼືອງ (26/3/2010) , ​ເຮັດ​ໃຫ້​ທະຫານ​ເຮືອ 46 ຄົນ​ເສຍ​ຊີວິດ. ກອງ​ສືບສວນ​ສາກົນ​ໂດຍ​ເຊີ​ອູ​ນ ນຳ​ໜ້າ ​ໄດ້​ສະຫຼຸບ​ວ່າ, ​ກຳ່​ປັ່ນ​ລຳ​ນີ້​ແມ່ນຖືກ​ຈະ​ຫຼວດ​ໃຕ້​ນຳ້​ຂອງ ສປປ​ເກົາຫຼີ, ​ແຕ່​ຝ່າຍ​ພຽງ​ຢາງ​ໄດ້​ປະຕິ​ເສດ​ຄຳ​ກ່າວ​ຫາ​ດັ່ງກ່າວ.

ສະ​ແດງ​ກຳ​ລັງ​ແຮງ​ດ້ານ​ການ​ທະຫານ

ສປປເກົາຫຼີ ຮັບຮອງ​ວ່າໄດ້​ຍິງ​ລູກ​ສອນ​ໄຟ​ໄລຍະ​ສັ້ນ​ອອກ​ສູ່​ທະ​ເລ​ຕາ​ເວັນ​ອອກ​ຂອງ​ປະ​ເທດ​ນີ້​ໃນ 2 ສັບປະດາ​ຜ່ານ​ມາ ​ເພື່ອ​ສະ​ແດງ​ທ່າ​ທີ​ຂອງ​ຕົນ​ຕໍ່​ການ​ຊ້ອມ​ຮົບ​ຮ່ວມ​ລະຫວ່າງ​ອາ​ເມ​ລິ​ກາ - ສ​ເກົາຫຼີ, ​ເຊິ່ງ​ເລີ່​ມດຳ​ເນີນ​ແຕ່​ເດືອນ 2 ​ເຖິງ​ກາງ​ເດືອນ 4. ບັນດາ​ລູກ​ສອນ​ໄຟ​ທີ່ ສປປ​ເກົາຫຼີ​ ຍິງ​ທົດ​ລອງນັ້ນ​ແມ່ນລູກ​ສອນ​ໄຟ​ FROG ​ໄລຍະ​ສັ້ນໜ້າດິນ​ຕ້ານ​ໜ້າດິນ, ​ເຊິ່ງ​ໂຊ​ຫວຽດ ​ເຄີຍ​ນຳ​ໃຊ້​ແຕ່​ທົດ​ສະ​ວັດ​ທີ 60 ຂອງ​ສະຕະວັດ​ກ່ອນ.

​ເລື່ອງ​ຍິງ​ລູກ​ສອນ​ໄຟ​ທົດ​ລອງ​ຢ່າງ​ຕໍ່​ເນື່ອງ​ຂອງພຽງ​ຢາງ ​ເຮັດ​ໃຫ້ຫາ​ງສຽງ​ວິຕົກ​ກັງວົນ​ຕໍ່​ຄວາມ​ເຄັ່ງ​ຕຶງ​ຄັ້ງ​ໃໝ່​ຢູ່​ພາກ​ພື້ນ​ນີ້. ອະ​ທິບາຍ​ໃຫ້​ແກ່​ການ​ການ​ທຳ​ຂອງ​ຕົນ, ພຽງ​ຢາງ ​ໄດ້​ຕຳ​ໜິຕິຕຽນ​ການ​ຊ້ອມ​ຮົບ​ຮ່ວມ​ລະຫວ່າງ​ອາ​ເມ​ລິ​ກາ - ສ​ເກົາຫຼີ ​ແລະ ຖື​ວ່າ​ນີ້​ແມ່ນ​ການ​ກະທຳ​ຮຸກ​ຮານ. ພຽງ​ຢາງ​ຖື​ວ່າ ການ​ຍິງ​ລູກ​ສອນ​ໄຟ​ທົດ​ລອງ​ພຽງ​ແຕ່​ແມ່ນ​ການ​​ເຝິກອົບຮົມ​ປົກກະຕິ​ໃນ​ບໍລິ​ເວນ​ຂອງ​ປະ​ເທດ​ນີ້ ​ແລະ ບໍ່​ແນ​ໃສ່​ປະ​ເທດ​ໃດ.

​ໃນ​ສະພາບ​ການ​ນັ້ນ, ວັນ​ທີ 24/3, ສ​ເກົາຫຼີ ​ໃຫ້​ຮູ້​ໄດ້ສະຫງວນ​ບ້ວງ​ເງິນ​ເກືອບ 7 ຕື້ USD ​ເພື່ອ​ຊື້​ເຮືອບິນ​ສູ້​ຮົບ​ທີ່​ທັນ​ສະ​ໄໝ D-35 ຂອງ​ບໍລິສັດ Lockheed Martin. ນີ້​ແມ່ນ​ເຮືອບິນ​ສູ້​ຮົບ​ທັນ​ສະ​ໄໝ​ທີ່​ສຸດ. ສັນຍາ​ຊື້​ຂາຍ​ນີ້​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ກຳລັງ​ແຮງ​ປ້ອງ​ກັນ​ອາກາດ​ໃຫ້​ເຊີ​ອູ​ນ ​ໃນ​ໄລຍະ​​ເກີດ​ຄວາມ​ເຄັ່ງ​ຕຶງຢູ່ເຂດ​ຊາຍ​ແດນ​ຕິດ​ກັບ ສປປ​ເກົາຫຼີ. ​ເຊີນ​ອູ​ນຍັງ​ໃຫ້​ຮູ້​ວ່າ ຈະ​ຊື້​ເຮືອນ​ບິນ​ບໍ່​ມີ​ຄົນ​ຂັບ Global Hawk ຂອງ​ບໍລິສັດ Northrop Grumman ​ເພື່ອ​ເພີ່ມ​ທະວີ​ການ​ລາດຕະ​ເວນ​ຢູ່​ເຂດ​ຊາຍ​ແດນ​ຕິດ​ກັບ ສປປ​ເກົາຫຼີ.

ການ​ຕຳ​ໜິຕິ​ຕຽນ, ນາບ​ຂູ່​ແທນ​ທີ່​ການ​ເຈລະຈາ

​ໃນ​ສະພາບ​ຄວາມ​ເຄັ່ງ​ຕຶງ​ນັບ​ມື້​ນັບ​ເພີ່ມ​ຂຶ້ນ​ຢູ່​​ແຫຼມ​ເກົາຫຼີ. ​ໂຄສົກ​ຜູ້​ໜຶ່ງ​ຂອງ​ກຳລັງ​ລູກ​ສອນ​ໄຟ​ຍຸດ​ທະ​ສາດ ສປປ​ເກົາຫຼີ ​ໄດ້​ຕຳ​ໜິຕິຕຽນ ສ​ເກົາຫຼີ ​ແລະ ອາ​ເມ​ລິ​ກາ ​ເປັນ​ຜູ້​ກໍ່​ຄວາມ​ເຄັ່ງ​ຕຶງ ​ເມື່ອ​ດຳ​ເນີນ​ການ​ຊ້ອມ​ຮົບ​ປະຈຳ​ປີ​ດ້ວຍ​ຂະໜາດ​ໃຫຍ່ ​ແລະ ມີ​ການ​ກະທຳ​ເກາະ​ຜິດ. ຊຳ້​ບໍ​ໜຳ, ​ໂຄສົກ​ຜູ້​ນີ້​ຍັງ​ຊີ້​ແຈ້ງວ່າ, ຖ້າ​ຫາກ​ການ​ກະທຳ​ເກາະ​ຜິດ​ຂອງ​ອາ​ເມ​ລິ​ກາ ​ແລະ ສ​ເກົາຫຼີ ​ເກີນ​ຂອບ​ເຂດ, ການ​ຍິງ​ລູກ​ສອນ​ໄຟ​ທົດ​ລອງນີ້​ອາດ​ຈະ​ກາຍ​ເປັນການ​ໂຕ້​ຕອບ.

ວັນ​ທີ 24/3, ທ່ານ​ຮອງ​ເອກ​ອັກຄະ​ລັດຖະທູດ ສປປ​ເກົາຫຼີ​ປະຈຳ ສປຊ Ri Tong IL  ​ຖື​ວ່າ, ອາ​ເມ​ລິ​ກາ​ ມີ​ແຕ່​ເອົາ​ໃຈ​ໃສ່​ເຖິງ​ເລື່ອງ​ກໍ່​ຄວາມ​ເຄັ່ງ​ຕຶງ​ຢູ່​ແຫຼມ​ເກົາຫຼີ​ ເທົ່າ​ນັ້ນ ​ແລະ ກ່າວ​ຫາ​ວ່າ, ບັນດາ​ເງື່ອນ​ໄຂ​ເຊິ່ງວໍ​ຊິງ​ຕັນ​ຍົກ​ອອກ​ມາ ​ເພື່ອ​ເຊື່ອມ​ຕໍ່​ການ​ເຈລະຈາ 6 ຝ່າຍ ກ່ຽວ​ກັບ​ການ​ປອດ​ນິວຄະ​ເລຍ​ຢູ່​ແຫຼມ​ເກົາຫຼີ ນັ້ນ ພຽງ​ແຕ່​ແມ່ນ​ຂໍ້​ອ້າງ​ເພື່ອ​ປະຕິ​ເສດ​ການ​ເຈລະຈາ. ທ່ານ​ກໍ່​ໄດ້​ກ່າວ​ເຕືອນ​ວ່າ ສປປ​ເກົາຫຼີ ຈະ​ມີ​ບັນດາ​ມາດ​ຕະການ​ຮັບ​ມື ຖ້າ​ຫາກ​ອາ​ເມ​ລິ​ກາ ​ບໍ່​ຢຸດຕິ​ການ​ກະທຳ​ກົດ​ໜ່ວງ​ການ​ເຈລະຈາ. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ​ເຈົ້າ​ໜ້າ​ທີ່​ການ​ທູດ​ຜູ້​ນີ້​ກໍ່​ໄດ້​ຢືນຢັນ​ວ່າ, ພຽງ​ຢາງ ​ຍັງ​ສ້າງ​​ໂອກາດ​ໃຫ້​ແກ່​ການ​ເຈລະຈາ ​​ໂດຍບໍ່​ຈັດ​ວາງ​ເງື່ອນ​ໄຂລ່ວງ​ໜ້າ. ກ່ຽວຂ້ອງ​ເຖິງ​ບັນຫາ​ນີ້, ທີ່​ກອງ​ປະຊຸມ​ສຸດ​ຍອດ​ຄວາມ​ປອດ​ໄພ​ດ້ານ​ນິວຄະ​ເລຍ​ຄັ້ງ​ທີ 3 ຢູ່ Hague, ປະ​ເທດ​ຮອນ​ລັງ, ທ່ານ​ເລຂາທິການ​ໃຫຍ່ ສປຊ Ban Ki Moon ​ໄດ້​ຊຸກຍູ້ ສປປ ​ເກົາຫຼີ​ ແກ້​ໄຂ​ບັນດາ​ບັນຫາ​ທີ່​ຍັງ​ຄົງ​ຄ້າງ​ຜ່ານ​ມາດ​ຕະການ​ສັນຕິ​ໂດຍ​ໄວ.

​ໃນ​ຂະນະ​ນັ້ນ, ລັດຖະມົນຕີ​ ​ປ້ອງ​ກັນ​ປະ​ເທດ ສ​ເກົາຫຼີ Kim Kwan - Jin ພັດ​ຕຳ​ໜິ​ເລື່ອງ​ພຽງ​ຢາງ ​ຍິງ​ລູກ​ສອນ​ໄຟ​ຫຼາຍ​ເທື່ອ​ໃນ​ໄລຍະ​ສັ້ນໆ ນັ້ນ​ໄດ້​ກໍ່​ຄວາມ​ເຄັ່ງ​ຕຶງ​ໃນ​ແຫຼມ​ເກົາຫຼີ. ທ່ານ​ຖະ​ແຫຼ​ງວ່າ ສ​ເກົາຫຼີ ຍົກ​ສູງ​ສະຕິ​ລະວັງ​ຕົວ ​ເພື່ອ​ຮັບ​ມືກັບ​ການ​ກະທຳ​ເກາະ​ຜິດ​ຂອງ ສປປ​ເກົາຫຼີ. ​ເລື່ອງ​ເຊີ​ອູ​ນ ​ແລະ ວໍ​ຊິງ​ຕັນ​ມີ​ການ​ຊ້ອມ​ຮົບ​ຮ່ວມ​ນັ້ນ ພຽງ​ແຕ່​ເພື່ອ​ຈຸດປະສົງ​ປ້ອງ​ກັນ​ເທົ່າ​ນັ້ນ.

​ເຖິງ​ວ່າການ​ຍິງ​ລູກ​ສອນ​ໄຟ​ຕ່າງໆ​ຂອງ ສປປ​ເກົາຫຼີ​ບໍ່​ເລັ່ງ​ໃສ່​ເປົ້າ​ໝາຍ​ໃດໆ​ກໍ່ຕາມ, ​ແຕ່​ການ​ກະທຳ​ຂອງ​ພຽງ​ຢາງ ​ແລະ ສ​ເກົາຫຼີ​ ຫວ່າງ​ແລ້ວ​ນີ້ ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ​ສະພາບ​ການ​ຢູ່​ແຫຼມ​ເກົາຫຼີ​ ພວມຢູ່​ໃນ​ໄລຍະ​ເຄັ່ງ​ຕຶງ. ສິ່ງ​ດັ່ງກ່າວ​ແມ່ນ​ບໍ່​ມີ​ປະ​ໂຫຍ​ດ​ໃຫ້​​ແກ່​ຝ່າຍ​ໃດ.

 

ຕອບກັບ

ຂ່າວ/ບົດ​ອື່ນ