ຄວາມເຄັ່ງຕຶງລະຫວ່າງ ອີຮານ - ຝ່າຍຕາເວັນຕົກ ແມ່ນບໍ່ທັນຢຸດຕິເທື່ອ

ຄວາມເຄັ່ງຕຶງລະຫວ່າງ ອີຮານ - ຝ່າຍຕາເວັນຕົກ ແມ່ນບໍ່ທັນຢຸດຕິເທື່ອ - ảnh 1
(ພາບ http://vtv.vn)

ວິ​ກິດ​ການ​ດ້ານ​ນິວຄະ​ເລຍ​ຢູ່ ອີ​ຮານ​ພວມ​ເຄັ່ງ​ຕຶງ ​ແລະ​ແນ່ນອນ​ວ່າ​ຈະ​ບໍ່​ສາມາດ​ຊອກ​ຫາວິທີ​ການ​ແກ້​ໄຂ​​ໃນ​ອະນາຄົດ​ມໍ່ໆ​ນີ້​ໄດ້. ສາຍ​ເຫດ​ແມ່ນ​ມາ​ຈາກ​ອຳນາດ​ການ​ປົກຄອງ​ຂອງ​ປະທານາທິບໍດີ ອີ​ຮານ Ahmadinejad ​ແລະ​ ຝ່າຍຕາ​ເວັນ​ຕົກ, ພິ​ເສດ​ແມ່ນ ອາ​ເມ​ລິ​ກາ ຍາມ​ໃດ​ກໍ່​ແມ່ນ​ຄູ່​ແຂ່ງ​ທີ່​ອັນຕະລາຍ​ໃນ​ຫຼາຍ​ດ້ານ ນັບ​ແຕ່​ດ້ານ​ການ​ທູດ, ຕະຫຼອດ​ຮອດ​ດ້ານ​ເສດຖະກິດ - ການ​ເມືອງ, ນັບທັງ​ທາງ​ດ້ານ​ການ​ທະຫານ​ອີກດ້ວຍ.

    ວັນ​ທີ 26/12, ທ່ານ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ອີ​ຮານ, ພົນ​ຕີ Ahmad Vahidi ​ໄດ້​ຢືນຢັນ​ວ່າ ປະ​ເທດ ສ ອິດສະ​ລາມ​ນີ້ ​ມີ​ຄວາມ​ສາມາດ​​ເຫຼືອ​ເຟືອໃນ​ການ​ຜະລິດ​​ເຮືອບິນ​ບໍ່​ມີ​ຄົນ​ຂັບ ​ເພື່ອ​ຮັບ​ມື​ກັບ​ສົງຄາມ. ​ເຈົ້າ​ໜ້າ​ທີ່​ຜູ້​ນີ້​ຍັງ​ໃຫ້​ຮູ້​ວ່າ Tehran ສາມາດ​ພັດທະນາ ​ແລະ​ຮັກສາ​ຜົນງານ​ທີ່​ມີ​ຢູ່​ແລ້ວ ນັບ​ທັງ​ໃນ ”​ເງືອນ​ໄຂ​ຫຍຸ້ງຍາກ​ທີ່​ສຸດ, ຊ້ຳ​ບໍ​ໜຳ ​​ໃນ​ກໍລະນີ​ມີ​​ຄຳ​ສັ່ງ​ລົງ​ໂທດ​ຢ່າງຮອບດ້ານອີກ”. ກ່ອນ​ໜ້າ​ນັ້ນ, ວັນ​ທີ 25/12, ຜູ້​ບັນຊາ​ການ​ກອງທັບ​ເຮືອ ອີ​ຮານ, ພົນ​ເຮືອ​ເອກ Habibollah Sayyari, ​ໄດ້​ຖະ​ແຫຼ​ງວ່າ ກອງທັບ​ເຮືອ​ຂອງ​ປະ​ເທດ​ນີ້ ພວມ​ຕໍ່ກ່ຳ​ປັ່ນ​ທີ່​ທັນ​ສະ​ໄໝ​ອັນ​ດັບ​ສອງ ​ເຊິ່ງມີ​ຊື່ວ່າ Jamaran – 2. ​ການ​ກະທຳ​ດັ່ງກ່າວ​ແມ່ນ​ດຳ​ເນີນ​ໄປ​ໃນ​ຂະນະ​ທີ່​ອຳນາດ​ການ​ປົກຄອງ Tehran ເລີ່​ມ ຕົ້ນ​ການ​ຊ້ອມ​ຮົບດ້ານ​ກອງທັບ​ເຮືອ​ທີ່​ມີ​ຊື່ວ່າ ”Velayat – e 90” ​ເຊິ່ງ​ແກ່ຍາວ​ເປັນ​ເວລາ 10 ວັນ ຢູ່​ຊ່ອງ​ທະ​ເລ Hormuz (​ແຕ່​ວັນ​ທີ 24-12), ​ໄດ້​​ເພີ່ມ​ຄວາມ​ວິຕົກ​ກ່ຽວ​ກັບ​ເລື່ອງ ອີ​ຮານ ​​ສາມາດອັດ​ປະຕູ​ເສັ້ນທາງ​ຂົນ​ສົ່ງ​ນ້ຳມັນ​ຍຸດ​ທະ​ສາດ​ໃຫຍ່​ທີ່​ສຸດ​ຢູ່​ໃນ​ໂລກ​, ​ໃນກໍລະນີ​ເກີດການ​ປະ​ທະ​ກັນ​ດ້ານການທະຫານ​ລະຫວ່າງ Tehran ​ແລະ ​ຝ່າຍຕາ​ເວັນ​ຕົກ… ​ໃນ​ໄລຍະ​ມໍ່ໆ​ມາ​ນີ້, Israel  ​ແລະ​ ອາ​ເມ​ລິ​ກາ ​ໄດ້​ເພີ່ມ​ທະວີ​ການ​ເກາະ​ຜິດ​ກັບ​ອີ​ຮານ. Tel Aviv  ​ແລະ ວໍ​ຊິງ​ຕັນ ​ໄດ້​ຜູກ​ໂທດ Tehran ພວມ​ປະຕິບັດ​ຈຸດໝາຍກຳມະສິດ ດ້ານ​ອາ​ວຸດ​ນິວຄະ​ເລຍ, ​ແຕ່​ຄວາມ​ຈິງ​ຍັງ​ບໍ່​ທັນ​ມີ​ເອກະສານ​ອັນ​ລະອຽດ​ໃດໆ​ທີ່​ພິສູດ​ໃຫ້​ເຫັນ​ການ​ຜູກ​ໂທດ​ດັ່ງກ່າວຂອງ​ຕົນ​​ເທື່ອ. ນັບ​ທັງ ອາ​ເມ​ລິ​ກາ ​ແລະ Israel ລ້ວນ​ແຕ່​ຖະ​ແຫຼ​ງວ່າ​ຈະ​ບໍ່​ປັດ​ເຂ່ຍ​ຄວາມ​ສາມາດ​ບຸກ​ໂຈມ​ຕີ​ດ້ານ​ການ​ທະຫານ ຖ້າ​ຫາກ​ວ່າ​ບັນດາ​ມາດ​ຕະການ​ເຈລະຈາ​ດ້ານ​ການ​ທູດ​ກ່ຽວ​ກັບ​ໂຄງການ​ນິວຄະ​ເລຍ​ຂອງ​ອີ​ຮານ ຖືກ​ປະລາ​ໄຊ. ​ໃນ​ຂະນະ​ນັ້ນ, ຝ່າຍ ອີ​ຣານ ພັດ​ກ່າວ​ປະນາມ ມັງ​ວໍ​ຊິງ​ຕັນ ​ແລະ Tel Aviv ລ້ວນ​ແຕ່ ກຳມະສິດ​ອາວຸດ​ລ້າງ​ຜານ​ປະ​ເພດ​ຕ່າງໆ​ໃນ​ນັ້ນ​ມີຫົວ​ນິວຄະ​ເລຍ. ​ເພື່ອ​ໂຕ້​ຕອບ​ຄວາມດັນ​ທີ່​ພວມ​ເພີ່ນ​ຂຶ້ນ​ຈາກ​ສາກົນ, Tehran  ​ໄດ້​ກ່າວ​ເຕືອນ​ຈະ​ເລັ່ງ​ໃສ່ Israel ​ແລະ​ບັນດາ​ຜົນ​ປະ​ໂຫຍ​ດ​ໃນ​ທົ່ວ​ໂລກ, ຖ້າ​ຫາກ​ວ່າ Tel Aviv  ບຸກ​ໂຈມ​ຕີ. ອີ​ຮານ ກໍ່​ໄດ້​ປະກາດ​ວ່າ ຖ້າ​ຫາກ​ຖືກ ອາ​ເມ​ລິ​ກາ ຫຼື Israel ບຸກ​ໂຈມ​ຕີ, ປະ​ເທດ​ນີ້​ຈະ​ບຸກ​ໂຈມ​ຕີ ຖານ​ທີ່​ໝັ້ນ​ດ້ານ​ການ​ທະຫານ 32 ​ແຫ່ງ​ຂອງ ອາ​ເມ​ລິ​ກາ ຢູ່​ຕາ​ເວັນ​ອອກ​ກາງ ​ແລະ​ ອັດ​ປະຕູ​ຊ່ອງ​ທະ​ເລ Hormuz. ຫາງ​ສຽງ​ຖື​ວ່າ ດ້ວຍ​ທຸກ​ສິ່ງ​ທຸກ​ຢ່າງ​ທີ່​ພວມ​ດຳ​ເນີນ​ໄປ​ນັ້ນ, Tehran ຈະ​ບໍ່​ເວົ້າ​ລ້າໆ​ອີກ. ຖ້າ​ຫາກ​ອັດ​ປະຕູ ຊ່ອງ​ທະ​ເລ​ນີ້ ຈະ​ແມ່ນ​ໄພ​ຂາດ​ສະຖຽນ​ລະ​ພາບ​ໃຫຍ່​ທີ່​ມີ​ຕໍ່​ໂລກ. ​​ລາຄາ​ນ້ຳມັນ​ໂລກ​ຈະ​ເພີ່ມ​ຂຶ້ນ ​ແລະ ສົ່ງ​ຜົນ​ສະທ້ອນ​ຢ່າງ​ຮ້າຍ​ແຮງ​ຕໍ່ໂລກ​ອີກ.

    ຄວາມ​ເຄັ່ງ​ຕຶງ​ລະຫວ່າງ ອີ​ຮານ ​ແລະ ​ຝ່າຍ​ຕາ​ເວັນ​ຕົກ​ນັບ​ມື້​ນັບ​ເພີ່ມ​ຂຶ້ນ ​ເມືອ​ກາງ​ເດືອນ 12 ນີ້, Tehran ຖະ​ແຫຼ​ງວ່າ ​ໄດ້​ຍິງ​ເຮືອບິນ​ສອດ​ແນມ​ບໍ່​ມີ​ຄົນ​ຂັບ RQ-170 ລຳໜຶ່ງ​​ຂອງ​ອາ​ເມ​ລິ​ກາ ຕົກ ຢູ່​ພາກ​ຕາ​ເວັນ​ອອກ​ຂອງ​ປະ​ເທດ​ນີ້. ນີ້​ແມ່ນ​ຄວາມ​ເສຍ​ຫາຍ​ຢ່າງ​ໜັກໜ່ວງ​ຂອງ​ທະຫານ ອາ​ເມ​ລິ​ກາ. ບັນດາ​ເຈົ້າ​ໜ້າ​ທີ່​ທຳນຽບ 5 ​ແຈ ຍັງ​ວິຕົກ​ກັງວົນວ່າ ຈະ​ມີ​​ເຮືອບິນທີ່​ຄ້າຍຄື​ກັນ RQ-170 ​ຫຼາຍ​ລຳ ​ໄດ້​ຮັບ​ການ​ຜະລິດ​ຢູ່​ປະ​ເທດ​ອື່ນ ຫາກ​ບໍ່​ແມ່ນຢູ່ ດິນ​ແດນ ອາ​ເມ​ລິ​ກາ. ຄວາມ​ຄັດ ​ແຍ້​ງກັນ​ນັບ​ມື້​ນັບ​ຮ້າຍ​ແຮງ ຂະນະ​ທີ່ Tehran ປະກາດ ​ໄດ້​ຍື່ນ​ໃບ​ສະ​ເໜີ​ຕໍ່​ທ່ານ Ban ki moon ​ເລຂາທິການ​ໃຫຍ່ ສປຊ, ອົງການ​ຮ່ວມ​ມື ອິດສະ​ລາມ (OIC) ​ແລະ ​ບວນການ​ບໍ່​ຮ່ວມ​ກຸ່ມ (NAM) ກ່ຽວ​ກັບ​ເລື່ອງ​​ເຮື​ອບິນ​ຂອງ ອາ​ເມ​ລິ​ກາ ​ໄດ້​ແຊກ​ແຊງ​ເຂົ້າ ​ເຂດ​ນ່ານຟ້າ​ຂອງ​ຕົນ. ວັນ​ທີ 25/12, ອີ​ຮານ ກໍ່​ໄດ້​ປະຕິ​ເສດ​ບັນດາ​ຄຳ​ກ່າວ​ຜູກ​ໂທດ​ຂອງ ອາ​ເມ​ລິ​ກາ​ທີ່​ວ່າ ປະ​ເທດ​ນີ້​ພວມ​ຊຸກ​ເຊື່ອງ​ສະມາຊິກ​ຜູ້​ໜຶ່ງ​ຂອງ​ເຄືອ​ຂ່າຍກໍ່​ການ​ຮ້າຍ Al-Qaeda ​ເຊິ່ງມີ​ຊື່ວ່າ Yasin al-Suri, ຜູ້​ທີ່ ອາ​ເມ​ລິ​ກາ​ໄດ້​ປະກາດ​ໃຫ້ລາງວັນ 10 ລ້ານ USD ​​ແກ່​ຜູ້​ໃດທີ່​ສະໜອງ​ຂໍ້​ມູນ​ຂ່າວ ກ່ຽວ​ກັບ​ເປົ້າ​ໝາຍ​ນີ້. ຄວາມ​ເຄັ່ງ​ຕຶງ​ພວມ​ເກີດ​ຂື້ນ ​ແລະ ​ແຜ່​ລາມ​ອອກ​ຢ່າງ​ກ້ວາງ​ຂວາງ, ​ໃນ​ຂະນະ​ທີ່​ບັນດາ​ປະ​ເທດ​ຕາ​ເວັນ​ຕົກ ສືບ​ຕໍ່​​ເພີ່ມຄວາມ​ກົດ​ດັນ​ໃນ​ຫຼາຍ​ດ້ານ​ຕໍ່​ປະ​ເທດ ສ. ອິດສະ​ລາມ​ນີ້. ຫວ່າງ​ແລ້ວ​ນີ້, ກະຊວງ​ການ​ເງິນ ອາ​ເມ​ລິ​ກາ ​ໄດ້​​ເພີ່ມ​ເຕີມຄຳ​ສັ່ງ​ລົງ​ໂທດ ອີຣານ ​ເມື່ອ​ຈັດບໍລິ​ສັດຂົນ​ສົ່ງ 10​ແຫ່ງ ຢູ່ Malta ທີ່​ມີ​ການ​ພົວພັນ​ທາງ​ທຸລະ​ກິດກັບ​ບໍລິສັດ​ຂົນ​ສົ່ງ​ທະ​ເລ ອີຣານ ເຂົ້າ​ບັນຊີ​ລາຍ​ຊື່​ຄຳ​ສັ່ງ​ຂວ້ຳ​ບາດ. ​ໃນ​ຂະນະ​ນັ້ນ, ທີ່ Rome ປະ​ເທດ Italia, ບັນດາ​ນັກ​ການ​ທູດ ອາ​ເມ​ລິ​ກາ, ສະຫະພາບ​ເອີ​ລົບ (ຫຼື EU) ພ້ອມ​ກັບ​ບັນດາ​ສຳພັນ​ທະ​ມິດ​ອື່ນ​ໄດ້​ປຶກສາ​ຫາລື​ການຈັດ​ວາງຄຳ​ສັ່ງ​ລົງ​ໂທດ ອີຣານ ຕື່ມ​ອີກ, ​ເຊິ​ງອາດ​ຈະ​ລວມທັງຄຳ​ສັ່ງ ຂວ້ຳ​ບາດ ນ້ຳມັນ​ບໍ່​ແຮ່​ຂອງ EU ອີກ.

ບັນດາ​ນັກ​ສັງ​ເກດ​ການ​ຖື​ວ່າ: ການ​ທີ່​ຈະ​ແກ້​ໄຂ​​ວິ​ກິດ​ການ​ນີ້​ໃຫ້​ລຸ​ລ່ວງບໍ່​​ແມ່ນ​ເລື່ອງ​ງ່າຍ​ດາຍ​ແຕ່​ຢ່າງ​​ໃດ​ເລີຍ. ບັນຫານິວ​ເຄຼຍ ​ເປັນ​ພຽງ​ຂໍ້​ອ້າງ​ເທົ່າ​ນັ້ນ. ຍິ່ງ​ໄປ​ກ່ວາ​ນັ້ນ​ແມ່ນ​ຈາກ​ທີ່​ຕັ້ງ​​ຍຸດ​ທະ​ສາດ​ຂອງ ອີຣານ, ບັນດາ​ປະ​ເທດຝ່າຍຕາ​ເວັນ​ຕົກ​ຢາກ​ມີ​ທີ່​ຕັ້ງ​ດ້ານ​ພູມ​ມີ​ສັນຖານ​ທີ່​ສຳ​ຄັນ ​ເຊິ່ງປະ​ເທດ ອິດສະ​ລາມ​ນີ້​ພວມ​ຄວບ​ຄອງ ຢູ່ພາກ​ພື້ນ​ຕາ​ເວັນ​ອອກ​ກາງ, ພິ​ເສດ​ແມ່ນ​ເສັ້ນ​ທາງຂົນ​ສົ່ງ​ບົນ​ທະ​ເລ​ທີ່​​ໄປ​ຜ່ານ ຊ່ອງ​ທະ​ເລ Hormuz. ສິ່ງ​ດັ່ງກ່າວ​ໄດ້ ​ແລະ ພວມ​ຍູ້​ດັນຄວາມ​ເຄັ່ງ​ຕຶງ​ໃຫ້ປີນຂັ້ນ​​ໄດ​​ໂດຍບໍ່​ທັນ​ມີ​ວັນ​ທີ່​ຈະຢຸດຢັ້ງ.

                                                                                                                 ແອ໋ງຮ່ວຽນ

ຕອບກັບ

ຂ່າວ/ບົດ​ອື່ນ