ຄວາມເສລີໃນການເຫຼື້ອມໄສ, ສາສະໜາ - ປະກົດການທີ່ມີຊີວິດຊີວາກ່ຽວກັບສິດທິມະນຸດ


(vovworld) - ທີ່​ກອງ​ປະຊຸມ​ຄັ້ງ​ທີ 26 ຂອງ​ສະພາ​ສິດທິ​ມະນຸດ ສະຫະ​ປະຊາ​ຊາດ (ສປຊ) ​ເຊິ່ງພວມ​ດຳ​ເນີນ​ຢູ່​ເຊີ​ແນວ, ປະ​ເທດ​ສະ​ວິດ, ຫວຽດນາມ​ ໄດ້​ແຈ້ງ​​​ໃຫ້ປະ​ເທດ​ຕ່າງໆ​​ໄດ້​ຮັບ​ຊາບກ່ຽວ​ກັບ​ເລື່ອງ​ຮັບ​ຮູ້​ບັນດາ​ຂໍ້​ສະ​ເໜີ​ຢູ່​ກອງ​ປະຊຸມຮັບຮອງ​ເອົາ​ບົດ​ລາຍ​ງານ​ທົບ​ທວນ​ປະຈຳ​ໄລຍະ​ດ້ານ​ສິດ​ທິມະນຸດ (UPR) ​ໄລຍະ 2 ຂອງ​ຫວຽດນາມ​ ​ເມື່ອ​ເດືອນ 2/2014 ຢ່າງ​ເປັນ​ທາງ​ການ. ນອກ​ນັ້ນ, ຫວຽດນາມ​ ຍັງ​ສືບ​ຕໍ່​ຢືນຢັນ​ກັບ​ໂລກບັນດາ​ຜົນງານ​ກ່ຽວ​ກັບ​ເລື່ອງ​ຮັບປະກັນ​ສິດທິ​ມະນຸດ, ​ໃນ​ນັ້ນ​ມີ​ສິດ​ເສລີ​ໃນ​ການ​ເຫຼື້ອມ​​ໄສ, ສາສະໜາ. ບົດຂຽນ​ຂອງ​ນັກ​ຂ່າວ ທູ​ຮວາ, ບັນນາທິການ​ວິທະຍຸ​ກະຈາຍສຽງ​ຫວຽດນາມ​ ມີ​ຫົວ​ຂໍ້​ວ່າ: “ຄວາມ​ເສລີ​ໃນ​ການ​ເຫຼື້ອມ​ໄສ, ສາສະໜາ - ປະກົດ​ການ​ທີ່​ມີ​ຊີວິດ​ຊີວາ​ກ່ຽວ​ກັບ​ສິດທິ​ມະນຸດ“.

ຄວາມເສລີໃນການເຫຼື້ອມໄສ, ສາສະໜາ - ປະກົດການທີ່ມີຊີວິດຊີວາກ່ຽວກັບສິດທິມະນຸດ - ảnh 1

ວັດບ໋າຍດິ໋ງ, ຢູ່ແຂວງນິງບິ່ງ

(ພາບ: ອິນເຕີແນດ)

ອາດ​ຢືນຢັນ​ໄດ້​ວ່າ, ຊີວິດໃນ​ການ​ເຫຼື້ອມ​ໄສ, ສາສະໜາຢູ່​ຫວຽດນາມ​​ໃນ​ປະຈຸ​ບັນນັບ​ມື້​ນັບ​ໄດ້​ຮັບ​ການ​ປັບປຸງ ​ແລະ ​ໄດ້​ຮັບ​ຄວາມ​ເຄົາລົບ, ຮັບປະກັນຈາກ​ລັດ ​ດ້ວຍ​ລັດຖະທຳ​ມະນູນ ​ແລະ ກົດໝາຍ. ລັດຖະທຳ​ມະນູນປີ 2013 ຂອງ​ຫວຽດນາມ​ ກຳນົດ​ທຸກ​ຄົນ​ລ້ວນ​ແຕ່​ມີ​ສິດ​ເສລີ​ໃນ​ການ​ເຫຼື້ອມ​ໄສ, ສາສະໜາ. ປະຈຸ​ບັນຜູ່​ທີ່​ເຫຼື້ອມ​ໄສ​ສາສະໜາ​ກວມເຖິງ 95%​​ຈຳນວນພົນລະ​ເມືອງ​ຫວຽດນາມ. ທົ່ວ​ປະ​ເທດ​ມີ​ສະຖານ​ທີ່​​ເຄື່ອນ​ໄຫວ​ສາສະໜາປະມານ 25.000 ​ແຫ່ງ ​ແລະ ​ໂຮງຮຽນ​ສາສະໜາ 45 ​ແຫ່ງ. ບັນດາ​ການ​ເຄື່ອນ​ໄຫວ​ສາສະໜາ​ຢູ່​ຫວຽດນາມ​ຖືກ​ດຳ​ເນີນ​ຕາມ​ຂອບ​ເຂດ​ຂອງກົດໝາຍ. ​ແຕ່ລະ​ປີ​ມີ​ 8.500 ງານ​ບຸນສາສະໜາ​ລະດັບ​ຊາດ ຫຼື​ທ້ອງ​ຖີ່​ນ​ໄດ້​ຮັບ​ການຈັດ​ຕັ້ງ​ຂຶ້ນ.

ຄວາມ​ເສລີ​ໃນ​ການ​ເຫຼື້ອມ​ໄສ, ສາສະໜາສະ​ລັບ​ຊາວ​ຄິດ

​ແຂ​ວງດົ່ງ​ນາຍ, ທາງ​ທິດຕາ​ເວັນ​ອອກ​ພາກ​ໃຕ້ ມີ​ຈຳນວນ​ຊາວ​ຄິດ​ຫຼາຍ​ກວ່າ​ໝູ່​ຢູ່​ຫວຽດນາມ, ດ້ວຍກວ່າ 873.000 ຄົນ, ກວມ​ກວ່າ 34% ຈຳນວນ​ພົນລະ​ເມືອງ. ຢູ່​ທີ່​ນີ້​ມີຄຸນ​ພໍ່ 558 ອົງ. ຊາວ​ຄິດ​ມີ​ຄວາມ​ເສລີ​ໃນ​ການ​ເຄື່ອນ​ໄຫວ​ສາສະໜາ ​ແລະ ​ເຂົາ​ເຈົ້າ​ໄດ້ປະກອບ​ກຳລັງ​ເຫື່ອ​ແຮງ​ເພື່ອ​ກໍ່ສ້າງ​ບ້ານ​ເກີດ​ເມືອງ​ນອນຜ່ານ​ການ​​ເຄື່ອນ​ໄຫວກຸສົນ, ມະນຸດສະທຳ… ບັນດາຄຸນ​ພໍ່​ຢູ່​ທີ່​ນີ້​ໄດ້​ຢືນຢັນ​ວ່າ, ອຳນາດ​ການ​ປົກຄອງ​ທ້ອງ​ຖີ່​ນທຸກ​ຂັ້ນ ​ແລະ ປະຊາ​ຄົມ​ຢູ່​ທີ່​ນີ້​ໄດ້​ສ້າງ​ທຸກ​ເງືອ່ນ​ໄຂ​ສະດວກເພື່ອ​ໃຫ້​ຊາວຄິດ​ເຄື່ອນ​ໄຫວ​ສາສະໜາ​ຢູ່​ທຸກ​ແຫ່ງ, ທຸກ​ເວລາ. ຄຸນ​ພໍ່ ​ເຈິ່ນງອກ​ຕວຽນ, ຢູ່​ນະຄອນ ບຽນ​ຮ່ວາ, ​ແຂວງ​ດົ່ງ​ນາຍ, ​ຍົກ​ຕົວຢ່າງ​ວ່າ:

​“​ໂຮງໝໍ​ ທົ໋ງ​ເຍິດ (​ເອກະ​ພາບ) ​ແມ່ນ​ໂຮງໝໍ​ເອກະ​ຊົນ​ຂອງ​ຊາວ​ຄິດ​ທີ່​ໄດ້​ຮັບ​ການ​ກໍ່ສ້າງ​ຂຶ້ນ​ແຕ່​ປີ 1956. ​ຊາວ​ຄິດ​ຢູ່​ທີ່​ນີ້​ກວມ​ປະມານ 70-80%ຈຳນວນ​ພົນລະ​ເມືອງ​ໃນ​ເຂດ, ດັ່ງ​ນັ້ນ​ຄົນ​ເຈັບ​ມາ​ປິ່ນປົວ​ພະຍາດ​ຢູ່​ໂຮງໝໍສ່ວນ​ຫຼາຍ​ແມ່ນ​ຊາວ​ຄິດ. ຮອດ​ປີ 1979. ​ໂຮງໝໍ​ແຫ່ງ​ນີ້​ຖືກ​ມອບ​ໂອນ​ໃຫ້​ລັດ ​ແຕ່​​ບັນດາ​ການເຄື່ອນ​ໄຫວ​​ທາງ​ສາສະໜາ​ຍັງ​ຄົງ​ໄດ້​ຮັບ​ການ​ຮັກສາ​ໄວ້​. ປະຈຸ​ບັນ​ບັນດາ​ສັນຍາ​ລັກ​ຂອງ​ຄິດ​ທະ​ສາສະໜາ​ຍັງ​ຕິດ​ໄວ້​ໃນ​ພະ​ແນ​ກຕ່າງໆ​​ໃນໂຮງໝໍ​ແຫ່ງນີ້​ຢູ່“

ຄວາມເສລີໃນການເຫຼື້ອມໄສ, ສາສະໜາ - ປະກົດການທີ່ມີຊີວິດຊີວາກ່ຽວກັບສິດທິມະນຸດ - ảnh 2

ໂບດແຫ່ງໜຶ່ງຢູ່ຫວຽດນາມ

(ພາບ: ອິນເຕີແນດ)

ຄວາມ​ເສລີ​ໃນ​ການ​ເຫຼື້ອມ​ໄສ, ສາສະໜາສະ​ລັບຊາວ​ພຸດ

ພະ​ມະຫາ​ອາຈານ ທິກ​ຢາກ​ວາງ, ຫົວໜ້າ​ຄະນະ​ຖະ​ແຫຼ​ງຂ່າວ ​ແລະ ສື່ສານ, ສະມາຄົມ​ພຸດທະ​ສາສະໜາ​ຫວຽດນາມ ​ແບ່ງປັນ​ວ່າ: ພວກ​ຂ້າພ​ະ​ເຈົ້າຢືນຢັນ​ວ່າ​ລັດ​ຫວຽດນາມ​ ໄດ້​ເຄົາລົບ ​ແລະ ຮັບປະກັນ​ສິດ​ເສລີ​ໃນ​ການ​ເຫຼື້ອມ​ໄສ, ສາສະໜາ​ໃຫ້​ປະຊາຊົນ​ທຸກ​ຄົນ. ງານ​ບຸນ​ວິສາຂະບູຊາ ສປຊ  (VESAK) 2014 ​ໂດຍ ສະມາຄົມ​ພຸດທະ​ສາສະໜາ​ຫວຽດນາມ ຈັດ​ຕັ້ງ​ຂຶ້ນ​ຫວ່າງ​ແລ້ວ​ນີ້ ​ໄດ້​ເປັນ​ການ​ພິສູດ​ໃຫ້​ເຫັນຄວາມເສລີ​ໃນ​ການ​ເຫຼື້ອມ​ໄສ, ສາສະໜາ​​ຢູ່​ຫວຽດນາມ. ພະ​ອາຈານ ທິກ​ເຍິດຕື່, ຮອງ​ເລຂາ, ຮັບຜິດຊອບ​ວຽກ​ງານ​ພົວພັນ​ກັບ​ຕ່າງປະ​ເທດ​ຂອງ​ຄະນະ​ກຳມະການ​ຈັດ​ຕັ້ງ​ງານ​ບຸນ VESAK 2014, ​ຢືນຢັນ​ວ່າ: ​ໃນ​ຫຼາຍ​ປີຜ່ານມາ, ລັດຖະບານ​ຫວຽດນາມ ​ໄດ້​ມີ​ຄວາມ​ມານະ​ພະຍາຍາມ​ທີ່​ສຸດ​ເພື່ອ​ປັບປຸງ ​ແລະ ຍົກ​ສູງ​ຊີວິດ​ຂອງ​ປະຊາຊົນ​ໃຫ້​ດີ​ຂຶ້ນ, ຮັບປະກັນ​ສິດທິ​ມະນຸດ, ​ໃນ​ນັ້ນ​ມີ​ສິດ​ເສລີ​ໃນ​ການ​ເຫຼື້ອມ​ໄສ​, ສາ​ສະໜາ”. ​ເມື່ອ​ເຂົ້າ​ຮ່ວມ​ງານ​ບຸນ VESAK 2014, ດຣ Hamid Kumasha, ຊາວອິນ​ເດຍ, ຜູ້​ຄົ້ນ​ຄ້ວາສະ​ເພາະ​ກ່ຽວ​ກັບ​ສາສະໜາ​ພຸດ, ​ໃຫ້​ຮູ້​ວ່າ:

Vesak ຖືກ​ຈັດ​ຕັ້ງ​ຢູ່​ແຂວງ​ນິງບິ່ງ ​ແມ່ນ​ດີ​ທີ່​ສຸດ ​ເພາະວ່າ​ນີ້​ແມ່ນ​ດິນ​​ແດນ​ແຫ່ງ​ພະ​ພຸດ. ອາ​ຕະມາ​ມີ​ນັກຮຽນ​ສົງ​​ເຊິ່ງ​ແມ່ນ​ຊາວ​ຫວຽດນາມກວ່າ 100 ຄົນ, ດັ່ງ​ນັ້ນ​ອາ​ຕະມາ​ກໍ່​ຮູ້​ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ວັດທະນະທຳ​ຂອງ​ພຸດທະ​ສາສະໜາ​ຢູ່​ຫວຽດນາມ. ຊາວ​ຫວຽດນາມ​ນັບຖື​ສາ​ສະໜາພຸດ​ທີ່​ສຸດ. ນັ້ນ​ແມ່ນ​ສິ່ງ​ທີ່​ດີ. ຫວຽດນາມ​ແມ່ນ​ປະ​ເທດ​ກອມ​ມູນິດ ​ແຕ່​ບັນດາ​ພະສົງ​ສຳມະ​ເນນ ​ແລະ ບັນດາ​ອົງການ​ຈັດ​ຕັ້ງ​ພຸດທະ​ສາສະໜາ​ພັດ​ມີ​ຄວາມ​ເສລີ​​​ໃນ​ການ​​ເຫຼື້ອມ​ໄສ​ຢູ່“.

ຄວາມເສລີໃນການເຫຼື້ອມໄສ, ສາສະໜາ - ປະກົດການທີ່ມີຊີວິດຊີວາກ່ຽວກັບສິດທິມະນຸດ - ảnh 3

ການເຄື່ອນໄຫວຂອງສາສະໜາພຸດຢູ່ຫວຽດນາມ

(ພາບ: ອິນເຕີແນດ)

ຄວາມ​ຈິງ​ແລ້ວ, ປະຈຸ​ບັນ​ບັນດາ​ສາສະໜາ​ຢູ່​ຫວຽດນາມ​ໄດ້​ຮັບ​ການ​ພັດທະນາ ​ແລະ ​ເຄື່ອນ​ໄຫວ​ຢ່າງ​ຟົດ​ຟື້ນ​ທີ່​ສຸດ. ນັບ​ແຕ່​ປີ 2009 ( ​ແມ່ນ​ປີ​ທີ່​ຫວຽດນາມປົກ​ປ້ອງ​ບົດ​ລາຍ​ງານ UPR ​ໄລຍະ 1) ​ມາ​ຮອດ​ປະຈຸ​ບັນ. ລັດ​ຫວຽ​ດນາມ​ໄດ້​ຮັບຮອງ​ 8 ອົງການ​ສາສະໜາ​ຕື່ມ​ອີກ, ຍົກ​ຈຳນວນ​ອົງການ​ຈັດ​ຕັ້ງ​ສາສະໜາ​ຢູ່​ຫວຽດນາມ​ໃນ​ປະຈຸ​ບັນ​ຂຶ້ນ 38 ອົງການ. ​ໃນ​ເກືອບ 5 ປີ​ທີ່​ຜ່ານ​ມາ. ລັດ​ຫວຽດນາມ​ໄດ້​ສ້າງ​ເງື່ອນ​ໄຂ​ເພື່ອ​ຟື້ນ​ຟູ, ສະໜອງ​ທີ່​ດິນ​ເພື່ອ​ກໍ່ສ້າງສະຖານ​ທີ່​ເຄື່ອນ​ໄຫວ​ສາສະໜາ​ເກືອບ 3 ພັນ​ແຫ່ງ.

ຄວາມ​ຈິງ​ທີ່​ມີ​ຊີວິດ​ຊີວາ​ດັ່ງກ່າວ ​ແມ່ນ​ພື້ນຖານ​ເພື່ອ​ໃຫ້​ຫວຽດນາມ, ​ເຊິ່ງ​ແມ່ນ​ປະ​ເທດ​ທີ່​ໄດ້​ຮັບ​​ເລືອກ​ຕັ້ງ​ເຂົ້າ​ສະພາ​ສິດທິ​ມະນຸດ ສປຊ ອາ​ຍຸ​ການ 2014-2016 ດ້ວຍ​ຈຳນວນ​ບັດ​ສະໜັບສະໜູນ​ສູງ​ສຸດນັ້ນ, ສືບ​ຕໍ່​ໄດ້​ຮັບ​ຜົນງານ​ດ້ານ​ສິດທິ​ມະນຸດ​ກວ່າ​ອີກ.

 

 

 

ຂ່າວ/ບົດ​ອື່ນ