ຄະນະລັດຖະບານໃໝ່ຍີປຸ່ນ ຢືນຢູ່ຕໍ່ໜ້າ ຄວາມຫຍຸ້ງຍາກຫຼາຍ​ຢ່າງ

ຄະນະລັດຖະບານໃໝ່ຍີປຸ່ນ ຢືນຢູ່ຕໍ່ໜ້າ ຄວາມຫຍຸ້ງຍາກຫຼາຍ​ຢ່າງ - ảnh 1
ທ່ານ Shinzo Abe ຈະ​ກາຍ​ເປັນ​ນາຍົກລັດຖະມົນຕີຍີປຸ່ນ
(ພາບ : internet)


ຄື​ດັ່ງ​ການ​ຄາດ​ຄະ​ເນ, ພັກ​ປະຊາທິປະ​ໄຕ​ເສລີ (LDP) ​ສາມາດ​ຍາດ​ໄດ້​ໄຊຊະນະ​ຢ່າງ​ຂາດ​ຂັ້ນໃນການ ເລືອກຕັ້ງສະພາ​ຕ່ຳ​ຍີ​ປຸ່ນ​ເມື​່ອວັນ​ທີ 16/12 ທີ່​ຜ່ານ​ມາ. ສິ່ງດັ່ງກ່າວ​ກໍ​ມີ​ຄວາມ​ໝາຍ​ເຊັ່ນ​ດຽວ​ກັນ​​ເລື່ອງ​ປະທານ LDP ທ່ານ Shinzo Abe ຈະ​ກາຍ​ເປັນ​ນາຍົກລັດຖະມົນຕີຍີປຸ່ນ​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງ. ​ເລື່ອງ LDP ຍາດ​ໄດ້​ໄຊຊະນະ, ສ່ວນ​ໃດ​ໜຶ່ງ​ກໍ​ສະ​ແດງ​ໃຫ້​ເຫັນ​ຄວາມ​ເຊື່ອ​ໝັ້ນ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ຍີ​ປຸ່ນທີ່​ມີ​ຕໍ່​ພັກ LDP. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ພັກ​ນີ້ ກໍ​ຕ້ອງ​ຢືນ​ຢູ່​ຕໍ່ໜ້າ​ບັນດາ​ສິ່ງ​ທ້າ​ທາຍ​ບໍ່​ແມ່ນ​ໜ້ອຍ​ໃນ​ການ​ແກ້​ໄຂ​ບັນ​ດາ​ບັນຫາ​ຢູ່ພາຍ​​ໃນ ​ແລະ ພົວພັນ​ຕ່າງປະ​ເທດ​ຂອງ​ຍີ​ປຸ່ນ​ໃນ​ປະຈຸ​ບັນ.

    ພາຍຫຼັງ​ທີ່​ພັກ LDP ຍາ​ດ​ໄດ້​ໄຊຊະນະ, ປະທານພັກ LDP ທ່ານ Shinzo Abe ​ໄດ້​ມີ​ບັນດາ​ຄຳ​ຖະ​ແຫຼ​ງທີ່​ແຂງ​ແຮງ ​ໂດຍ​ຢຶນຢັນ​ຄວາມ​ຕັດສິນ​ໃຈ​ນຳ​ປະ​ເທດ​ຊາດ​ຫຼຸດ​ພົ້ນ​ອອກ​ຈາກ​ວິ​ກິດ​ການ. ທີ່​ການ​ປະຊຸມ​ຂ່າວຄັ້ງ​ທຳ​ອິດພາຍຫຼັງ​ໄດ້​ຮັບ​ໄຊຊະນະ, ທ່ານ Shinzo Abe ​ໃຫ້​ຮູ້​ວ່າ ຄະນະ​ລັດຖະບານ​ໃໝ່ ຈະ​ອອກ​ສະ​ເໜີ​ຕົວ​ໃນ​ວັນ​ທີ 26/12 ດ້ວຍ​ຈຸດໝາຍ​ຕົ້ນຕໍ​ແມ່ນ​ຜ່ານ​ຜ່າ​ວິ​ກິດ​ການ, ພ້ອມ​ກັນ​ນັ້ນ ກໍ​ໝັ້ນ​ໝາຍ​ເປີດ​ກ້ວາງ​ພື້ນຖານ​ເສດຖະກິດ ​ແລະ ຟື້ນ​ຟູ​ກຳລັງ​ແຮງ​ດ້ານ​ການ​ທູດ​ຂອງ​ຍີ​ປຸ່ນ. ​ເພື່ອ​ປະຕິບັດ​ຄຳ​ໝັ້ນ​ສັນຍາ​ນີ້​ໃຫ້​ໄດ້, ທາງ​ດ້ານ​ເສດຖະກິດ, ທ່ານ Shinzo Abe ຊີ້​ແຈ້ງວ່າ ພາຍຫຼັງ​ໄດ້​ຮັບ​ການ​ສ້າງ​ຕັ້ງ, ຄະນະ​ລັດຖະບານ​ໃໝ່ຂອງ​ທ່ານ​ຈະ​ມານະ​ພະຍາຍາມ​ແກ້​ໄຂ​ໄພ​ເງິນ​ຝືດ​ທີ່​ແກ່ຍາວ​ໃນ​ພື້ນຖານ​ເສດຖະກິດ ​ແລະ ສະພາບ​ສະ​ກູນເງິນ​​ເຢັນ​ແຂງ​ຕົວ​ຂຶ້ນ. ທ່ານ​ໃຫ້​ຮູ້​ວ່າ ຈະ​ຊີ້​ນຳ​ບັນດາ​ລັດຖະມົນຕີ​ເຊັນ​ຂໍ້​ຕົກລົງ​ກັບ​ທະນາຄານ​ສູນ​ກາງ​ຍີ​ປຸ່ນ​ເພື່ອ​ປະຕິບັດ​ນະ​ໂຍບາຍ​ໂຍະຍານ​ເງິນຕາ ​ແລະ ບັນລຸ​ຈຸດໝາຍ​ຄວບ​ຄຸມ​ເງິນ​ເຟີ້​ໃນ​ລະດັບ 2%ຕໍ​່ປີ. ນີ້​ແມ່ນ​ບັນຫາ​ທີ່​ຫຍຸ້ງ​ຍາກ​ເພາະ ທ່ານ Shinzo Abe  ​ແລະ ຄະນະ​ລັດຖະບານ​ຂອງ​ທ່ານ​ຈະ​ຕ້ອງ​ປະ​ເຊີນ​ໜ້າ​ກັບ​ສະພາບ​ເງິນ​ຝືດ​ຂອງ​ຍີ​ປຸ່ນ ຂະນະທີ່​ການ​ເຕີບ​ໂຕ GDP ຂອງປະ​ເທດ​ນີ້​ໃນ​ເດືອນ 11/2012 ​ແມ່ນ​ຢູ່​ໃນ​ລະດັບ 3,5% ຊຶ່ງ​ແມ່ນ​ຕົວ​ເລກ​ຕ່ຳ​ສຸດ​ນັບ​ແຕ່​ເວລາ​ເກີດ​ເຫດ​ແຜ່ນດິນ​ໄຫວ ​ແລະ ຄື້ນຟອງ​ຍັກ​ເມື​ອ່​ເດືອນ 3/2011 ທີ່​ຜ່ານ​ມາ. ນອກຈາກ​ນັ້ນ, ​ເສດຖະກິດ​ຂອງ​ຍີ​ປຸ່ນ ​ແມ່ນ​ເຄີຍ​ຂຶ້ນ​ກັບການ​ສົ່ງ​ອອກ​ເປັນ​ຕົ້ນຕໍ ​ແລະ ພວມ​ປະສົບ​ຄວາມ​ຫຍຸ້ງຍາກ​ຫຼາຍ​ຢ່າງ​ໃນ​ສະພາບ​ການ​ເຕີບ​ໂຕ​ຂອງ​ພື້ນຖານ​ເສດຖະກິດ​ໂລກ​ສືບ​ຕໍ່​ອຶດ​ອາດ​ຊັກ​ຊ້າ​ລົງ. ພ້ອມ​ກັນ​ນັ້ນ, ການ​ຟື້ນຟູ​ເຂດ​ທາງ​ຕາ​ເວັນ​ອອກ​ສ່ຽງ​ເໜືອ​ຂອງ​ປະ​ເທດ​ນີ້ ຊຶ່ງ​ເຄີຍ​ຖືກ​ທຳລາຍ​ຍ້ອນ ເຫດ​ແຜ່ນດິນ​ໄຫວ ​ແລະ ຄື້ນຟອງ​ຍັກ​ເມື່ອ​ປີ​ກາຍ, ພິ​ເສດ​ແມ່ນ​ການ​ແກ້​ໄຂ​ຜົນ​ຮ້ານ​ຢ້ອນ​ຫຼັງ​ຂອງ​ເຫດ​ຮ້າຍ ນິວ​ເຄຼຍ Fukushima .

     ​ໃນ​ຂົງ​ເຂດ​ການ​ພົວພັນ​ຕ່າງປະ​ເທ​ດ, ປະທານ LDP ທ່ານ Shinzo Abe ​ໄດ້​ຊີ້​ໃຫ້​ເຫັນ​ວ່າ ອາ​ເມ​ລິ​ກາ ຍັງຄົງ​ແມ່ນ​ໜຶ່ງ​ໃນ​ບັນດາ​ປະ​ເທດ​ພັນທະ​ມິດ​ທີ່​ສຳຄັນ​ທີ່​ສຸດ​ຂອງ ຍີ​ປຸ່ນ ຂະນະ​ທີ່​ທ່ານ​ຢືນຢັນ​ວ່າ ຈະ​ສືບ​ຕໍ່​ຮັກສາ​ສຳພັນ​ທະ​ມິດ ຍີ​ປຸ່ນ-ອາ​ເມ​ລິ​ກາ ​ແລະ ຟື້ນ​ຟູ​ກຳລັງ​ແຮງ​ທາງ​ດ້ານ​ການ​ທູດ​ຂອງ ຍີ​ປຸ່ນ ທີ່​ຖືກ​ອ່ອນ​ແອ​ລົງ​ໃນ​ຊຸມ​ປີ​ທີ່​ຜ່ານ​ມາຍ້ອນ​ຄວາມ​ອ່ອນ​ດ້ອຍ​ຂອງ​ເສດ​ຖະກິດ ​ແລະ ບັນຫາ​ອື່ນໆ​ອີກ. ສິ່ງ​ດັ່ງກ່າວ​ໄດ້​ຮັບ​ການ​ຢັ້ງຢືນ​​ໃນເມື່ອຕອນ​ເຊົ້າ​ວັນ​ທີ 18/12, ທ່ານ Shinzo Abe ​ໄດ້​ມີ​ການ​ເຈ​ລະ​ຈາ​ທາງ​ໂທລະສັບ​ຄັ້ງ​ທຳ​ອິດ​ກັບ​ປະທານາທິບໍດີ​ອາ​ເມ​ລິ​ກາ Barac Obama ​ແລະ ​ໄດ້​ເຫັນ​ດີ​ເປັນ​ເອກະສັນ​ເພີ່ມ​ທະວີ​ການ​ພົວພັນ​ລະຫວ່າງ 2 ປະ​ເທດ​ກໍ​ຄື​ປຶກສາ​ຫາລື​ສົນທິສັນຍາ​ວ່າ​ດ້ວຍ​ການປ້ອງກັນ​ຄວາມ​ສະຫງົບ ຍີ​ປຸ່ນ-ອາ​ເມ​ລິ​ກາ ພ້ອມ​ບັນດາ​ບັນຫາ​ເສດຖະກິດ​ອີກ​ດ້ວຍ. ທ່ານ Shinzo Abe ຍັງ​ຢືນຢັນ​ຈະດຳ​ເນີນ​ການ​ພົບ​ປະກັບ ທ່ານປະທານາທິບໍດີ​ອາ​ເມ​ລິ​ກາ Barac Obama ​ໃນ​ເດືອນ 1/2013. ຕາມ​ນັກ​ໄຈ້​ແຍກ​ບາງ​ຄົນ​ແລ້ວ, ​ໃນ​ສາຍ​ພົວພັນ​ກັບ ອາ​ເມ​ລິ​ກາ, LDP ຈະ​ຕ້ອງ​ແກ້​ໄຂ​ຢ່າງ​ຄ່ອງ​ແຄ້ວ​ກ່ຽວ​ກັບ​ບັນຫາ​ຈັດ​ແຈງ​ຖານ​ທີ່​ໝັ້ນ​ທັບ​ອາກາດ Futenma ຄືນ​ໃໝ່​ເພື່ອ​ຫຼີກ​ລ້ຽງ​ການ​ຄັດຄ້ານ​ຂອງ​ອຳນາດ​ການ​ປົກຄອງ ​ແລະ ປະຊາຊົນ​ໃນ​ແຂວງ Okinawa ຊຶ່ງ​ແມ່ນ​ແຫ່ງ​ເຕົ້າ​ໂຮ​ມຖານ​ທີ່ໝັ້ນ​ການ​ທະຫານອາ​ເມ​ລິ​ກາຫຼາຍ​ກ່ວາ​ໝູ່. ຖ້າ​ຫາກ​ບໍ່​ແກ້​ໄຂ​ບັນາ​ຄວາມ​ວິຕົກ​ກັງວົນ​ຂອງ Okinawa ນັ້ນ, ການ​ພົວພັນ ຍີ​ປຸ່ນ-ອາ​ເມ​ລິ​ກາຈະ​ຖືກ​ຜົນ​ສະທ້ອນ​ປຽບ​ເໝືອນ​ໃນ​ສະ​ໄໝ​ຂອງ​ລັດຖະບານ​ຊຸດ​ກ່ອນ.

    ​ເມື່ອ​ເຕືອງ​ເຖິງ​ການ​ພົວພັນ​ກັບ​ຈີນ, ​ເຖິງ​ວ່າ​ໄດ້​ຢືນຢັນ​ການ​ພົວພັນ​ລະຫວ່າງ ຍີ​ປຸ່ນ-ຈີນ ​ແມ່ນ​ໜຶ່ງ​​ໃນ​ບັນດາ​ສາຍ​ພົວພັນ​ທີ່​ສຳຄັນ​ທີ່​ສຸດ​ຂອງ ຍີ​ປຸ່ນກໍ​ຕາມ, ​ແຕ່ ທ່ານ Shinzo Abe ຍັງ​ສະ​ແດງ​ໃຫ້​ເຫັນ​ແຈ້ງ​ຫຼັກໝັ້ນ​ແຂງ​ແກ່ນ​ຂະນະ​ທີ່​ໄດ້​ຖະ​ແຫຼ​ງວ່າ ຈະ​ບໍ່​ມີ​ການ​ຜ່ອນ​ສັ້ນ​ຜ່ອນ​ຍາວ​ກ່ຽວ​ກັບ​ອະທິປະ​ໄຕ​ຂອງ​ເກາະ​ຕ່າງ​ຊຶ່ງ​ພວມ​ເກີດ​ການ​ພິພາດ​ລະຫວ່າງ 2 ປະ​ເທດ. ຊ້ຳ​ບໍ​ໜຳ, LDP ​ໄດ້​ຢືນຢັນ​ຄຳ​ໝັ້ນ​ສັນຍາ​ຂອງ​ຕົນ ຈະ​ຄົ້ນ​ຄ້ວາ​ຂໍ້​ສະ​ເໜີ​ໃຫ້​ສ້າງ​ຕັ້ງທ່າ​ກຳ​ປັ່ນຢູ່ Senkaku ຫຼື​ຈັດ​ສົ່ງກຳລັງ​ໄປ​ຍັງ​ເກາະ​ເຫຼົ່າ​ນັ້ນ​ເພ​ື່ອຢັ້ງຢືນ​ສິດ​ຄວບ​ຄຸມ​ຂອງ​ຍີ​ປຸ່ນ. ​ແຕ່ຕາມຂໍ້​ສັງ​ເກດ​ຂອງ​ວົງ​ການ​ນັກ​ໄຈ້​ແຍກ​ແລ້ວ, ຖ້າ​ຫາກ​ປະຕິບັດ​ມາດ​ຕະການ​ດັ່ງກ່າວ, ການ​ພົວພັນ ລະຫວ່າງ ຍີ​ປຸ່ນ-ຈີນ ຈະ​ສື​ບຕໍ່​ເຄັ່ງ​ຕຶງ​ຂຶ້ນ​ກ່ວາ​ເກົ່າ​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງ. ດັ່ງ​ນັ້ນ, ຄະນະ​ລັດຖະບານ​ໃໝ່ຂອງທ່ານ Shinzo Abe ຈະຕ້ອງຊັງ​ຊາ​ຢ່າງ​ລະອຽດ​ກ່ອນ​ທີ່​ຈະ​ປະຕິບັດ​ບັນດາ​ບາດກ້າວ​ເດີນ ທີ່​ອາດ​ຈະ​ສົ່ງ​ຜົນ​ສະທ້ອນ​ທີ່​ບໍ່​ດີ​ຕໍ່​ການ​ພົວພັນ​ລະຫວ່າງ 2 ປະ​ເທດ.

    ດ້ວຍ​ບັນດາ​ຄຳ​ຖະ​ແຫຼ​ງພາຍຫຼັງ​ໄດ້​ຮັບ​ໄຊຊະນະ​ໃນ​ການ​ເລືອກ​ຕັ້ງ, ​ເບິ່ງ​ຄື​ວ່າ ທ່ານ Shinzo Abe ​ແລະ ພັກ LDP ພວມ​ປະຕິບັດ​ຄຳ​ຂວັນ​ໃນ​ການ​ຫາ​ສຽງ​ເລືອກ​ຕັ້ງ​ເທື່ອ​ລະກ້າວ ນັ້ນ​ແມ່ນ “ ສ້າງ​ຊື່​ສຽງ​ຮຽງ​ນາມ ​ແລະ ສ້າງສາ​ຍີ​ປຸ່ນຄືນ​ໃໝ່ ” . ​ແຕ່​ວິວັດ​ການ​ດັ່ງກ່າວ​ຍັງ​ປະສົບ​ຄວາມ​ຫຍຸ້ງຍາກ​ຫຼາຍ​ຢ່າງ ​ແລະ ບັນດາ​ຜູ້​ມີ​ສິດ​ເລືອກ​ຕັ້ງຍີ​ປຸ່ນ ພວມ​ຕິດ​ຕາມ​ຄວາມ​ສາມາດ​ຊັກ​ຈູງ​ນຳພາ​ປະ​ເທດ​ຊາດ​ຂອງ​ພັກ LDP .

ຕອບກັບ

ຂ່າວ/ບົດ​ອື່ນ