ຄຳກ່າວເຕືອນໃໝ່ກ່ຽວກັບການຊຸດໂຊມຢູ່ເອີລົບ

ຄຳກ່າວເຕືອນໃໝ່ກ່ຽວກັບການຊຸດໂຊມຢູ່ເອີລົບ - ảnh 1
   ຂະຫຼວງໃຫຍ່ເອີລົບ Olli Rehn ເວົ້າວ່່າ :
“ລະດັບການເຕີບໂຕຂອງເອີລົບ ໄດ້ຢຸດສະງັກ ”
(ພາບ : Internet)

   ບັນດາ​ບັນຫາ​ອ້ອມ​ແອ້ມ​ການ​ແກ້​ໄຂວິ​ກິດ​ການ​ໜິ້ສິນຢູ່​ເອີ​ລົບພວມ​ປະກົດ​ມີ​ສະພາບ​ຂາດ​ສະຖຽນ​ລະ​ພາບ​ຄັ້ງ​ໃໝ່. ພ້ອມກັບການແຂ່ງຂັນເຂົ້າວັງ  Elysée ​ຢ່າງ​ຂ້ຽວຂາດ​ຢູ່​ຝະລັ່ງນັ້ນ, ​ເວທີ​ການ​ເມືອງ​ເອີ​ລ​ົບຍັງ​ມີ​ຄວາມ​ສັບ​ສົນ​ກ່ວາ ຂະນະ​ທີ່​ທ່ານ​ນາຍົກລັດຖະມົນຕີ ​ໂຮ​ນລັງ Marka Rutte ຫາ​ກໍ​ຍື່ນ​ໜັງສື​ຂໍ​ລາ​ອອກ​ຈາກ​ຕ່ຳ​ແໜ່​ງພາຍຫຼັງ​ທີ່​ບັນດາ​ການ​ເຈລະຈາ​ກ່ຽວ​ກັບ​ບັນດາ​ມາດ​ຕະການ “ ຮັດ​ເຂັມ​ຄັດ ” ​ແນ​ໃສ່​ນຳ​ພື້ນຖານ​ເສດຖະກິດ​ຂອງ​ປະ​ເທດ​ນີ້​ຫຼຸດ​ພົ້ນ​ອອກ​ຈາກ​ວິ​ກິດ​ການ​ຖືກ​ພັງ​ທະລາ​ຍ. ການ​ລາ​ອອກ​ຈາກ​ຕ່ຳ​ແໜ່​ງຂອງ​ທ່ານ Marka Rutte ​ບໍ່​ພຽງ​ແຕ່​ໄດ້​ກໍ່ຄວາມ​ເສຍ​ຫາຍ​ຢ່າງ​ໜັກໜ່ວງ​ຕໍ່​ໂຮນລັງ​ເທົ່າ​ນັ້ນ, ຫາກ​ຍັງ​ເຮັດ​ໃຫ້​ພາກ​ພື້ນ​ໃຊ້​ສະ​ກູນ​ເງິນ​ເອີ​ໂຣລວມ​ເພີ່​ມຄວາມ​ຫຍຸ້ງຍາກຫຼາຍ​ຂຶ້ນ​ໃນ​ການ​ແກ້​ໄຂ​ບັນຫາ​ຂອງ​ຕົນ.

    ໂຮ​ນລັງ ຈະ​ດຳ​ເນີນ​ການ​ເລືອກ​ຕັ້ງ​ທົ່ວ​ປະ​ເທດກ່ອນ​ກຳນົດ. ນີ້​ແມ່ນ​ສິ່ງ​ໄດ້​ຮັບ​ການ​ຢັ້ງຢືນ​ພາຍ​ຫຼັງ​ຂໍ້​ຕົກລົງ​ຂອງ​ພະລາ​ຊີ​ນີໂຮ​ນລັງ Beatrix ​ເມື່ອ​ວັນ​ທີ 24 ​ເມສາ ຂະນະ​ທີ່​ຮຽກຮ້ອງ​ໃຫ້​ຍຸບ​ເລີກສະພາ​ແຫ່ງ​ຊາດ. ກ່ອນ​ທີ່​ຈະ​ມີ​ການ​ຮຽກຮ້ອງ, ພະລາ​ຊີ​ນີໂຮ​ນລັງ Beatrix ​ໄດ້​ມີ​ການ​​ເຮັດ​ວຽກ​ກັບ​ທ່ານ​ນາຍົກລັດຖະມົນຕີ ​ໂຮ​ນລັງ Marka Rutte. ກ່ອນ​ໜ້າ​ນັັ້ນ 1 ວັນ, ທ່ານ Marka Rutte ​ໄດ້ຍື່ນ​ໜັງສືຕໍ່​ປະມຸກ​ລັດ​ເພື່ອ​ຂໍ​ລາ​ອອກ​ຈາກ​ຕ່ຳ​ແໜ່​ງຍ້ອນ​ບັນດາ​ການ​ເຈລະຈາ​ກ່ຽວ​ກັບ​ແຜນການ “ ຮັດ​ເຂັມ​ຄັດ ”ຊ່ວຍ​ປະ​ເທດ​ນີ້​ຫຼຸດ​ພົ້ນ​ອອກ​ຈາກ​ວິ​ກິດ​ການ​ຖືກ​ພັງ​ທະລາ​ຍ. ​ໃນ​ວັນ​ທີ 27 ​ເມສາ, ລັດຖະບານ​​ໃກ້​ຈະ​ໝົດ​ອາຍຸ​ການ​ຂອງໂຮ​ນ ລັງຈະ​ມີ​ການ​ຕົກລົງ​ຄັ້ງ​ສຸດ​ທ້າຍ​ກ່ຽວ​ກັບ​ວັນ​ເລືອກ​ຕັ້ງ​ທົ່ວ​ປະ​ເທດ ​ແລະ ຄາດ​ຄະ​ເນ​ວ່າການ​ເລືອກ​ຕັ້ງ​ທົ່ວ​ປະ​ເທດ​ຈະ​ຖືກ​ດຳ​ເນີນ​ໃນ​ວັນ​ທີ 12/9/2012. ດ້ວຍການ​ຂໍ້​ຕົກລົງ​ນີ້, ຫາງ​ສຽງ​ຖື​ວ່າ ​ເຖິງ​ວ່າພະລາ​ຊີ​ນີໂຮ​ນລັງ Beatrix ​ໄດ້​ສະ​ເໜີ​ໃຫ້​ບັນດາ​ລັດຖະມົນຕີ ​ແລະ ຮອງ​ລັດຖະມົນ​ຕີ​ຈົ່ງ​ປະຕິບັດ​ທຸກ​ສິ່ງ​ທີ່​ຈຳ​ເປັນ​ທີ່​ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດ​ໃຫ້​ແກ່​ປະ​ເທດ​ຊາດກໍ​ຕາມ,ແຕ່​ການສະ​ເໜີ​ຍຸບ​ເລິກ​ສະພາ​ແຫ່ງ​ຊາດ​ຂອງ​ພະນາ​ງ ອາດ​ຈະ​ເຮັດ​ໃຫ້​ແຜນການ​ຟື້ນ​ຟູ​ເສດຖະກິດ​ຂອງໂຮ​ນລັງຍາກ​ທີ່​ຈະ​ປະຕິ​ບັດ​ໄດ້.

  ສະພາບ​ເສດຖະກິດ​ຂອງໂຮ​ນລັງ​ເລີ່​ມຊົ່ວຮ້າຍ​ລົງ​ນັບ​ແຕ່​​ກາງປີ 2011 ອັນ​ໄດ້​ເຮັດ​ໃຫ້​ອັດຕາ​​ວ່າງ​ງານ​ເພີ່ມ​ຂຶ້ນ 6%. ​ເພື່ອ​ຕອບ​ສະໜອງ​ບັນດາ​ຄຳ​ຮຽກຮ້ອງ​ຂອງ​ສະພາບ​ເອີ​ລົບ EU ​ແລະ ຮັກສາ​ຄວາມ​ໄວ້​​ເນື້ອ​ເຊື່ອ​ໃຈ​ກ່ຽວ​ກັບ​ສິນ​ເຊື່ອ​ຂອງ​ຕົນ, ​ໃນ​ປີ 2012 ລັດຖະບານໂຮ​ນລັງ ​ໄດ້​ຫຼຸດຜ່ອນ​ການ​ຂາດດູນ​ງົບປະມານ​ເຖິງ 9 ຕື້​ເອີ​ໂຣ ( 1,5 % GDP ) . ​ແຕ່​ໃນ​ການ​ເຈລະຈາ​ເປັນ​ເວລາ 7 ອາທິດ​ລະຫວ່າງ 3 ພັກ​ການ​ເມືອງ​ຕົ້ນ​ຕໍຊຶ່ງ​ລວມມີ ພັກ​ເສລີ​ ​ແລະ ປະຊາທິປະ​ໄຕ VVD, ພັກ​ປະຊາທິປະ​ໄຕ ຄິດ​ສະ​ຕຽນ CDA ​ແລະ ພັກເສລີ PVV   ​ແມ່ນ​ບໍ່​ບັນລຸ​ຂໍ້​ຕົກ​ລົງ​ກ່ຽວ​ກັບ​ບັນດາ​ມາດ​ຕະການ​ການ​ເງິນ​ແບບ“ ຮັດ​ເຂັມ​ຄັດ ” ຍ້ອນ​ການ​ຄັດ​ຄ້ານ​ຂອງ​ພັກເສລີ PVV . ສິ່ງ​ດັ່ງກ່າວ​ມີ​​ຄວາມ​ໝາຍ​ເຊັ່ນ​ດຽວ​ກັນ​ກັບ​ເລື່ອງ​ລັດຖະບານ​ປະສົມ​ລະຫວ່າງພັກ​ປະຊາທິປະ​ໄຕ ຄິດ​ສະ​ຕຽນ CDA –  ​ແລະ ພັກ​ເສລີ​ປະຊາທິປະ​ໄຕ VVD ຈະ​ບໍ່​ສາມາດ​ຍາດ​ໄດ້​ການ​ສະໜັບສະໜູນ​ຂອງ​ສະພາ​ແຫ່ງ​ຊາດ​ທີ່​ມີ​ຕໍ່​ມາດ​ຕະການ​ການ​ເງິນ​ລວມມຸນ​ຄ່າ​ປະມານ 16 ຕື້​ເອ​ໂຣ. ນີ້​ຖືກ​ຖື​ວ່າ​ແມ່ນ 1 ​ໃນ​ບັນດາ​ມາດ​ຕະການ​ສຳຄັນ​ຊຶ່ງ ​ທ່ານ​ນາຍົກລັດຖະມົນຕີ ​ໂຮ​ນລັງ Marka Rutte ​ໄດ້​ຝາກ​ຄວາມ​ຫວັງ​ຈະ​ສະກັດ​ກັ້ນ​ທ່າ​ຂາດດູນ​ງົບປະມານ​ທີ່​ອາດ​ຈະ​ເພີ່ມ​ຂື້ນ​ເຖິງ​ລະດັບ 4,7% GDP ​ເທົ່າ​ກັບປະມານ 28 ຕື້​ເອີ​ໂຣ​ໃນ​ປີ 2013.

   ຄວາມ​ຫຍຸ​້ງ​ຍາກ​ຂອງ​ຄະນະ​ລັດຖະບານ​ຂອງ ​ທ່ານ​ນາຍົກລັດຖະມົນຕີ ​ໂຮ​ນ ລັງ Marka Rutte ​ແມ່ນ​​ເຖິງ​ວ່າ​ກາຍ​ເປັນ​ສຳພັນ​ທະ​ມິດ​ກຳ​ອຳນາດ ພາຍຫຼັງ ການ​ເລືອກ​ຕັ້ງ​ທົ່ວ​ປະ​ເທດປີ 2010, ​ແຕ່​ຈຳນວນ​ທີ່​ນັ່ງ​ຂອງ ພັກ​ເສລີ​ປະຊາທິປະ​ໄຕ VVD  ​ແລະ ພັກ​ປະຊາທິປະ​ໄຕ ຄິດ​ສະ​ຕຽນ CDA ພັດ​ບໍ່​ລື່ນ​ກາຍ​ເຄິ່່ງໜຶ່ງ​ຈຳນວນ​ທີ່​ນັ່ງ​ໃນ​ສະພາ​ແຫ່ງ​ຊາດ. ​ເພາະສະ​ນັ້ນ ທຸກໆ​ລັດ​ຖະນະ​ໂຍບາຍຂອງ​ລັດຖະບານ​ລ້ວນ​ແຕ່​ຕ້ອງການ​ໄດ້​ຮັບ​ການ​ສະໜັບ​ສະ​ໜູນ​ຕື່​ມອີກ​ຂອງ ພັກເສລີ PVV. ບັນດາ​ນັກ​ເສດ​ຖະກິດ​ຖື​ວ່າການພັງ​ທະລາ​ຍ​ຂອງ​ລັດຖະບານໂຮ​ນລັງ ຈະ​ກໍ່​ໃຫ້​ເກີ​ດຊອ່ງວ່າງ​ດ້ານ​ສິດ​ອຳນາດ ຊຶ່ງ​ກົງ​ກັບ​ຈຸດ​ເວລາ​ທີ່​ພື້ນຖານ​ເສດຖະກິດ​ຂອງ​ປະ​ເທດ​ນີ້​ພວມ​ປະກົດ​ມີ​ບັນດາ​ສັນຍານ​ທີ່​ໜ້າ​ເປັນ​ຫ່ວງ​ກັງວົນ. ບັນຫາ​ນີ້ ບໍ່​ແມ່ນ​ວ່າບ້ວງ​ໜິ້ສິນ​ຂອງລັດກວມ​ເຖິງ 66% GDP , ຫາກ​ສິ່ງ​ທີ່​ເປັນ​ພື້ນຖານ​ແມ່ນ​ຢູ່​ບ່ອນ​ວ່າການ​ລົ້ມ​ລະລາຍ​ຂອງຕະຫຼາດ​ອະສັງຫາລິມະ​ຊັບ​ພວມ​ກໍ່​ຄວາມ​ຫຍຸ້ງຍາກ​ໃຫ້​ແກ່​ຫຼາຍ​ຄອບຄົວ. ຕາມຕົວ​ເລກ​ສະ​ຖີຕິ​ແລ້ວ, ຍອດ​ໜິ້ສິນ​ເອກະ​ຊົນໃນຂົງເຂດ ອະສັງຫາລິມມະ​ຊັບໄດ້ຂຶ້ນເຖິງ 249% GDP ຊຶ່ງ​​ແມ່ນອັດຕາ​ສູງ​ສຸດ​ໃນ ກຸ່ມ Eurozone .

    ​ເປັນ​ທີ່​ຈະ​ແຈ້ງ​ແລ້ວ​ວ່າ ຕໍ່ຈາກ​ການ​ພັງ​ທະລາ​ຍຂອງລັດຖະບານ​ຫຼາຍ​ປະ​ເທດ​ທີ່​ມີ​ພຶ້ື້ນຖານ​ເສດຖະກິດ​ອອ່ນດ້ອຍ​ຄື ປອກຕຸຍ​ການ, ອຽກລັງ, ອີ​ຕາ​ລີ, ​ເກັຼກ​ ແລະ ​ແອດ​ສະ​ປາຍ ນັ້ນ, ວິ​ກິດ​ການ​ທີ່​ພວມ​ເກີດ​ຂຶ້ນ​ຢູ່ ໂຮ​ນລັງຈະ​ເພີ່ມ​ຄວາມ​ເປັນ​ຫ່ວງ​ກັງວົນ​ໃຫ້​ແກ່​ບັນດາ​ການ​ນຳ Eurozone. ຕາມ​ການ​ປະກາດ​ຢ່າງ​ເປັນ​ທາງ​ການ​ຂອງ EU ​ເມື່ອ​ວັນ​ທີ 24/4, ໜິ້ສິນ​ຂອງ 17 ປະ​ເທດ​ທີ່​ຂຶ້ນ​ກັບກຸ່ມ Eurozone ​ໄດ້​ຂຶ້ນ​ເຖິງ​ລະດັບ 87,2% GDP . ນີ້​ແມ່ນ​ລະດັບ​ສູງ​ສຸດ​ນັບ​ແຕ່​​ເລີ່​ມນຳ​ໃຊ້ສະ​ກູນ​ເງິນ​ເອີ​ໂຣ​ ເມື່ອ​ປີ 1999. ປະຈຸ​ບັນ​ນອກຈາກ​ບ້ວງ​ໜິ້ສິນເພື່ອ​ໜູນ​ຊ່ວຍ​ການ​ຂາດດູນ​ງົບປະມານ​ແລ້ວ, ຫຼາຍ​ປະ​ເທດ​ໃນ ກຸ່ມ Eurozone ຍັງ​ຕ້ອງ​ແບກ​ຫາບ​ທັງ​ບ້ວງ​ເງິນ​ກູ້ຊ່ວຍ​ລວມມຸນ​ຄ່າ 386 ຕື້ ​​ເອີ​ໂຣ ຈາກ ປອກຕຸຍ​ການ, ອຽກລັງ, ​ເກັຼກ. ນັ້ນ​ແມ່ນ​ຍັງ​ບໍ່​ທັນ​ຄິດ​ໄລ​່ເຖິງ​ໄພ​ອັນຕະລາຍ​ທີ່​ປະກົດ​ຂຶ້ນ​ຈາກ 2 ພື້ນຖານ​ເສດຖະກິດ​ໃຫຍ່​ອັນ​ດັບ 3 ​ແລະ 4 ຂອງ​ເອີ​ລົບ ຄື ອີ​ຕາ​ລີ ​ແລະ ​ແອດ​ສະ​ປາຍ.

    ປະຈຸ​ບັນ, ພ້ອມ​ກັບ​ແນວ​ໂນ້ມປ່ຽນ​ແປງ​ດ້ານ​ການ​ເມືອງ​ຢູ່​ຝະລັ່ງ ພາ​ຍຫຼັງ​ການ​ເລືອກ​ຕັ້ງ​ປະທາ​ນາ​ບໍດີ​ຝະລັ່ງ​ຮອບ​ທີ່ 1, ​ເລື່ອງ ​ທ່ານ​ນາຍົກລັດຖະມົນຕີ ​ໂຮ​ນລັງ Marka Rutte ຍື່ນ​ໜັງສື​ຂໍ​ລາ​ອອກ​ຈາກ​ຕ່ຳ​ແໜ່​ງຢ່າງ​ເປັນ​ທາງ​ການ​ນັ້ນ, ອາດ​ຈະ​ເຮ​ັດ​ໃຫ້ການ​ແກ້​ໄຂ​ວິ​ກິດ​ການ​ໜິ້ສິນ​ຂອງ​ລັດ​ໃນ​ພາກ​ພື້ນ​ເພີ່ມ​ຄວາມ​ສັບສົນ​ຂື້ນຕື່ມ. ຫຼັກ​ຖານ​ຢັ້ງຢືນ ​ແມ່ນ​ເມື່ອ​ສິ້ນ​ສຸດ​ການ​ແລກປ່ຽນ​ເມື່ອ​ວັນ​ທີ 24/4 ຢູ່​ຕະຫຼາດ​ອາຊີ, ອັດຕາ​ແລກປ່ຽນ​ຂອງ​ເງິນ​ເອີ​ໂຣສືບ​ຕໍ່​ຫຼຸດ​ລົງ​ເມື່ອ​ທຽບ​ໃສ່​ສະ​ກູນ​ເງິນ​ອື່ນໆ. ນີ້​ແມ່ນ​ບັນດາ​ສັນຍານ​ກ່າວ​ເຕືອນ​ກ່ຽວ​ກັບ​ໄພ​ອັນຕະລາ​ຍທີ່ ກຸ່ມ 17 ປະ​ເທດ  Eurozone ອາດຈະຕ້ອງ​ປະ​ເຊີນ​ໜ້າ​ກັບ​ການ​ຊຸດ​ໂຊມ​ທີ່​ຮ້າຍ​ແຮງ​ກ່ວາ​ການ​ຄາດ​ຄະ​ເນ​​ໄວ້ລ່ວງ​ໜ້າ.

ຕອບກັບ

ຂ່າວ/ບົດ​ອື່ນ