ຄຳໝັ້ນສັນຍາຂອງຫວຽດນາມ ໃນການສະກັດກັ້ນໄພການຄ້າມະນຸດ

(VOVWORLD) - ຕາມການຈັດອັນດັບຂອງ ສະຫະປະຊາຊາດ, ການຄ້າມະນຸດ ແມ່ນຫນຶ່ງໃນບັນດາປະເພດອາດຊະຍາກຳອັນຕະລາຍທີ່ສຸດໃນໂລກ, ແລະ ໄດ້ນຳເຂົ້າໂຄງການປ້ອງກັນ, ຕ້ານອາດຊະຍາກຳທົ່ວໂລກ. ຢູ່ ຫວຽດນາມ  ໄລຍະຜ່ານມາ, ລັດຖະບານ ມີຫລາຍມາດຕະການ, ມານະພະຍາຍາມຕໍ່ສູ້ສະກັດກັ້ນໄພການຄ້າມະນຸດ, ໃນນັ້ນ ມີການຄ້າເດັກນ້ອຍ.

ບົດລາຍງານທົ່ວໂລກກ່ຽວກັບການຄ້າມະນຸດໃນໄລຍະມໍ່ໆມານີ້ຂອງອົງການປ້ອງກັນຕ້ານຢາເສບຕິດ ແລະ ອາດຊະຍາກຳຂອງ ສປຊ ສະແດງໃຫ້ເຫັນວ່າ: ຢູ່ໃນໂລກ, ໃນຈຳນວນ 3 ຄົນທີ່ປະສົບເຄາະຮ້າຍຈາກການຄ້າມະນຸດ ຈະມີຜູ້ຫນຶ່ງແມ່ນເດັກນ້ອຍ. ຢູ່ ຫວຽດນາມ ຕາມຕົວເລກຂອງກະຊວງຕຳຫລວດແລ້ວ, 6 ເດືອນຕົ້ນປີ 2024, ກຳລັງຮັບຜິດຊອບໄດ້ຄົ້ນພົບ, ຕໍ່ສູ້ ທຳລາຍລົບລ້າງ  50 ຄະດີການຄ້າມະນຸດ ດ້ວຍຜູ້ປະສົບເຄາະຮ້າຍແມ່ນ 126 ຄົນ. ເດັກນ້ອຍແມ່ນ 48 ຄະດີ, ຜູ້ປະສົບເຄາະຮ້າຍແມ່ນ 121 ຄົນ.         

ຜັນຂະຫຍາຍຢ່າງຄົບຊຸດຈາກນະໂຍບາຍຕະຫລອດຮອດພຶດຕິກຳຕົວຈິງ

ພັກ, ລັດ ຫວຽດນາມຍາມໃດກໍ່ມີຄວາມເອົາໃຈໃສ່ເປັນພິເສດ, ມານະພະຍາຍາມຮັບປະກັນສິດຂອງຜູ້ປະສົບເຄາະຮ້າຍໃນການຄ້າມະນຸດ ເປັນຕົ້ນແມ່ນແມ່ຍິງ ແລະ ເດັກນ້ອຍ ຕາມຫລັກການຫລັກ ແມ່ນ ຖື ຜູ້ປະສົບເຄາະຮ້າຍເປັນໃຈກາງ. ລະບົບກົດໝາຍ ແລະນະໂຍບາຍໄດ້ຮັບການປະກາດໃຊ້ ແມ່ນສະແດງໃຫ້ເຫັນຢ່າງຈະແຈ້ງເຖິງທັດສະນະສະເຫມີຕົ້ນສະເຫມີປາຍນີ້ ແລະນັບມື້ນັບສົມບູນແບບ, ມຸ່ງໄປເຖິງການປົກປ້ອງສິດທິມະນຸດຂອງບັນດາຜູ້ປະສົບເຄາະຮ້າຍ.

   ປີ 2011, ກົດໝາຍວ່າດ້ວຍການປ້ອງກັນ ຕ້ານການຄ້າມະນຸດ ມີຜົນສັກສິດ, ສ້າງພື້ນຖານດ້ານນິຕິກຳສູງສຸດໃນການປ້ອງກັນ, ຕ້ານການຄ້າມະນຸດ.ຕໍ່ຈາກນັ້ນ ດຳລັດເລກ 09/2013/NÐ-CP ແລະ 20/2021/NÐ-CP ຂອງລັດຖະບານ ໄດ້ສ້າງກອບນິຕິກຳ ຊ່ວຍໃຫ້ການປົກປ້ອງຜູ້ປະສົບເຄາະຮ້າຍຢູ່ໃນລະດັບດີສຸດ. ໄລຍະມໍ່ໆມານີ້ ຮ່າງກົດໝາຍວ່າດ້ວຍການປ້ອງກັນຕ້ານການຄ້າມະນຸດ ສະບັບປັບປຸງ ໄດ້ນຳມາປຶກສາຫາລືທີ່ກອງປະຊຸມສະໄຫມສາມັນເທື່ອທີ 7 ສະພາແຫ່ງຊາດຊຸດທີ XV. ທ່ານນາງ Park Mihyung, ຫົວຫນ້າ ອົງການເພື່ອການຍົກຍ້າຍຖິ່ນຖານສາກົນ (IOM) ຢູ່ ຫວຽດນາມ ໃຫ້ຮູ້ວ່າ:

 “ບັນດາຄວາມມານະພະຍາຍາມ ຊື່ງ ຫວຽດນາມ ໄດ້ປະຕິບັດ ເພື່ອຕໍ່ສູ້ຕ້ານອາດຊະຍາກຳທີ່ອັນຕະລາຍນີ້ ແມ່ນສົມທີ່ຈະໄດ້ຮັບການຮັບຮູ້, ມີຄວາມມານະພະຍາຍາມຫລາຍຢ່າງໄດ້ຮັບການປະຕິບັດ, ຫວຽດນາມ ໄດ້ປັບປຸງກົດໝາຍວ່າດ້ວຍການປ້ອງກັນ ຕ້ານການຄ້າມະນຸດ ສະບັບປັບປຸງປີ 2011 ໃຫ້ສົມບູນແບບ, ສ້າງຂີດໝາຍສຳຄັນສຳລັບ ຫວຽດນາມ, ຄາດວ່າ ກົດໝາຍສະບັບປັບປຸງ ຈະສ້າງພື້ນຖານອັນຫນັກແຫນ້ນກວ່າໃຫ້ແກ່ການແກ້ໄຂໄພການຄ້າມະນຸດ”

ນອກຈາກລະບົບກົດໝາຍແລ້ວ, ຫວຽດນາມກໍ່ໄດ້ຍູ້ແຮງການເຄື່ອນໄຫວຫລາຍຢ່າງໃນພຶດຕິກຳຕົວຈິງ.  ທ່ານນາງ ຮ່າທິງາ, ປະທານ ສະຫະພັນແມ່ຍິງ ຫວຽດນາມໃຫ້ຮູ້ວ່າ:

“ສະຫະພັນແມ່ຍິງ ຫວຽດນາມ ສືບຕໍ່ຍູ້ແຮງວຽກງານສົມທົບກັບກະຊວງຕຳຫລວດ ແລະບັນດາກະຊວງ, ຂະແຫນງການທີ່ກ່ຽວຂ້ອງຢູ່ບັນດາແຂວງ,ນະຄອນ, ອົງການຈັດຕັ້ງສາກົນ ເພື່ອຍົກສູງຄຸນນະພາບປະສິດທິຜົນການເຄື່ອນໄຫວປ້ອງກັນຕ້ານການຄ້າມະນຸດ ພິເສດ ແມ່ນການໂຄສະນາ ຍົກສູງຄວາມຮັບຮູ້ໃຫ້ແກ່ສະມາຊິກສະຫະພັນ, ປະຊາຊົນ ກ່ຽວກັບການນຳໃຊ້ສື່ສັງຄົມອອນລາຍຢ່າງປອດໄພ ປະກອບສ່ວນຫລຸດຜ່ອນໄພການຄ້າມະນຸດ, ການຄ້າເດັກນ້ອຍ ແລະບັນດາອາດຊະຍາກຳອື່ນທາງສື່ສັງຄົມອອນລາຍ, ປະຕິບັດ ແລະບັນລຸຄາດໝາຍຫນູນຊ່ວຍ 80%  ຜູ້ປະສົບເຄາະຮ້າຍຈາກການຄ້າມະນຸດໄດ້ກັບຄືນເມືອແລ້ວໄດ້ເຂົ້າເຖິງການບໍລິການຫນຶ່ງໃນການຫນູນຊ່ວຍຂອງສັງຄົມ”

ຊຸກຍູ້ການຮ່ວມມືກັບສາກົນໃນການປ້ອງກັນ, ຕ້ານການຄ້າມະນຸດ

ລັດຖະບານ ຫວຽດນາມ ກໍ່ໄດ້ຊຸກຍູ້ການຮ່ວມມືກັບສາກົນໃນການປ້ອງກັນ ຕ້ານການຄ້າມະນຸດ. ຫວຽດນາມ ໄດ້ລົງນາມຫລາຍສັນຍາຫນູນຊ່ວຍດ້ານກົດໝາຍ ກ່ຽວກັບການປ້ອງກັນ ຕ້ານການຄ້າມະນຸດກັບຫລາຍປະເທດ, ໃນນັ້ນ ລ້ວນແຕ່ມີເນື້ອໃນປ້ອງກັນ,ຕ້ານອາດຊະຍາກຳການຄ້າມະນຸດ.

          ບົດລາຍງານປີ 2024 ກ່ຽວກັບສະພາບການຄ້າມະນຸດໃນໂລກຂອງກະຊວງການຕ່າງປະເທດ ອາເມລິກາ ຫວ່າງແລ້ວນີ້ ໄດ້ຍົກອອກການຕີລາຄາຢ່າງພາວະວິໄສກ່ຽວກັບໝາກຜົນຕັ້ງຫນ້າຂອງ ຫວຽດນາມ ໃນວຽກງານປ້ອງກັນຕ້ານການຄ້າມະນຸດ, ພົ້ນເດັ່ນ ແມ່ນການປັບປຸງກົດໝາຍວ່າດ້ວຍການປ້ອງກັນຕ້ານການຄ້າມະນຸດປີ 2011, ເພີ່ມທະວີການສືບສວນສັ່ງຟ້ອງ, ພິພາກສາບັນດາຄະດີການຄ້າມະນຸດ. ຫວຽດນາມ ພວມມານະພະຍາຍາມປະຕິບັດບັນດາເປົ້າໝາຍ ຂໍ້ຕົກລົງທົ່ວໂລກກ່ຽວກັບການຍົກຍ້າຍຖິ່ນຖານຖືກຕ້ອງກັບກົດໝາຍຢ່າງປອດໄພ ແລະມີຄວາມເປັນລະບຽບຮຽບຮ້ອຍຂອງສະຫະປະຊາຊາດ ປະກອບສ່ວນສະກັດກັ້ນໄພການຄ້າມະນຸດໃນບັນດາການເຄື່ອນໄຫວຍົກຍ້າຍຖິ່ນຖານສາກົນ.

           ຄວາມຕັດສິນໃຈໃນການປ້ອງກັນຕ້ານອາດຊະຍາກຳການຄ້າມະນຸດ ບໍ່ພຽງແຕ່ເປັນການສະແດງໃຫ້ເຫັນຄຳໝັ້ນສັນຍາຂອງຫວຽດນາມ ໃນການປະຕິບັດບັນດາສົນທິສັນຍາສາກົນເທົ່ານັ້ນຫາກຍັງສ່ອງແສງໃຫ້ເຫັນຄວາມຮັບຮູ້ຢ່າງເລິກເຊິ່ງກ່ຽວກັບຄວາມສຳຄັນຂອງການສ້າງລະບົບກົດໝາຍເພື່ອປົກປ້ອງບັນດາຜູຸ້ຖືກຄວາມສ່ຽງ,ເປັນຕົ້ນແມ່ນເດັກນ້ອຍ.

ຕອບກັບ

ຂ່າວ/ບົດ​ອື່ນ